Home Blog Page 227

ອ່ານກ່ອນຖືກຕົ້ມ! ຈາກທຸລະກິດເຄືອຂ່າຍ ທີ່ເນັ້ນການຫາລູກທີມ ແລະ ໂຄສະນາເກີນຈິງ

ທ່ານຄວນວິເຄາະ ບັນຫາໃດແດ່ ກ່ອນຈະເຮັດທຸລະກິດເຄືອຂ່າຍ?
——————————–
ທຸລະກິດເຄືອຂ່າຍ ຫຼື ຕ໋ອງໂສ້ ແມ່ນເປັນຮູບແບບການຂາຍຕົງ ທີ່ເນັ້ນ ໃຫ້ຜູ້ຂາຍ ເປັນຜູ້ໂຄສະນາສິນຄ້າ ໄປໃນຕົວ. ການອອກແບບທຸລະກິດນີ້ ເຮັດໃຫ້ ຜູ້ຜະລິດສິນຄ້າ ລຸດຜ່ອນຕົ້ນທືນ ໃນການໂຄສະນາ ແຕ່ ຈະໃຊ້ວິທີການ ໃຫ້ຜູ້ບໍລິໂພກ ທີ່ຕ້ອງການມີລາຍຮັບ ເປັນຜູ້ໂຄສະນາ ແລະ ຂາຍ ໄປໃນຕົວ. ທຸລະກິດແບບນີ້ ບໍ່ແມ່ນຫາກໍ່ເກີດ ໃນລາວ ແຕ່ມີມາໄດ້ຫຼາຍສີບປີ.
ບາງບໍລິສັດ ກໍ່ຢູ່ລອດ ຍ້ອນຄວາມໂປ່ງໃສ ຂອງແຜນການຕະຫຼາດ ແລະ ສິນຄ້າທີ່ມີຄຸນນະພາບແທ້. ແຕ່ບາງບໍລິສັດ ກໍ່ເປັນພຽງການແອບອ້າງ ແລະ ສວຍໃຊ້ ແຜນການຕະຫຼາດ ເພື່ອການໂກຍເອົາເງິນ ຈາກການລົງທະບຽນ ຫຼື ຊື້ສິນຄ້າ ທີ່ແພງເກີນຄວາມເປັນຈິງ.
ໂດຍສ່ວນໃຫຍ່ ສິນຄ້າຂອງທຸລະກິດຂາຍຕົງ ຫຼື ເຄືອຂ່າຍ ແມ່ນຈະແພງ ຖ້າທຽບໃສ່ກັບ ຕົ້ນທຶນການຜະລິດຕົວຈິງ ຂອງສິນຄ້າ. ສາເຫດທີ່ຂາຍແພງ ເນື່ອງຈາກ ແຜນການຕະຫຼາດ ທີ່ວາງໄວ້ ຕ້ອງໄດ້ມີການແບ່ງຜົນກຳໄລ ຕາມຊັ້ນຕ່າງໆ ຂອງສະມາຊິກ. ແຕ່ສິ່ງທີ່ ຫຼາຍໆບໍລິສັດ ໄດ້ກຳໄລ ແມ່ນມາຈາກກົນໄກ ການບັງຄັບ ໃຫ້ຊື້ຊ້ຳ ແລະ ໃຫ້ມີການແນະນຳການຊື້ຕໍ່.
ຫຼາຍໆ ບໍລິສັດ ເວລາເຮັດການໂຄສະນາຊວນເຊື່ອ ແມ່ນຈະບໍ່ໄດ້ອະທິບາຍໝົດ ລະອຽດ ວ່າຂັ້ນຕອນ ແລະ ເງື່ອນໄຂ ກ່ອນຈະໄດ້ເງິນ ແຕ່ລະອັນນັ້ນ ມີຫຍັງແດ່, ແຕ່ກົງກັນຂ້າມ ຈະອະທິບາຍ ແບບລວມໆ ເອົາແຕ່ສິ່ງດີງາມ ມາເວົ້າ ແຕ່ຈະບໍ່ເວົ້າບັນຫາ ແລະ ຂໍ້ຫຍຸ້ງຍາກ ຫຼື ເງື່ອນໄຂ ທີ່ສະມາຊິກຕ້ອງໄດ້ເຮັດ.ດ້ວຍເຫດນີ້, ຜູ້ທີ່ເຮັດທຸລະກິດເຄືອຂ່າຍ ຈະເລີ່ມ ຮູ້ສຶກວ່າ ການເຮັດທຸລະກິດ ແບບນີ້ ບໍ່ໄດ້ງ່າຍດັ່ງທີ່ໂຄສະນາໃນເບື້ອງຕົ້ນ. ຕໍ່ກັບບັນຫານີ້ ຮັກລາວ ຈິ່ງຢາກໃຫ້ຜູ້ທີ່ກຳລັງຈະເຮັດທຸລະກິດ ເຄືອຂ່າຍໃດໜື່ງ ໄດ້ຄຳນຶງບັນຫາຕ່າງໆດັ່ງນີ້:
1. ເປັນຫຍັງຕ້ອງມີຄ່າລົງທະບຽນ?: ນີ້ເປັນເງິນມະຫາສານ ທີ່ບໍລິສັດຈະໄດ້ ແບບຟຣີໆ ກະວ່າໄດ້. ແລະ ຜູ້ທີ່ຫາມາໃຫ້ ກໍ່ແມ່ນສະມາຊິກ. ຍົກຕົວຢ່່າງງ່າຍໆ ຖ້າຄ່າລົງທະບຽນ ແມ່ນ ແສນກີບ, ຫາກພາຍໃນ 1ເດືອນມີຄົນມາສະໝັກ 1000 ຄົນ,ກໍ່ຈະໄດ້ເງິນໄປ 100,000,000 ກີບທັນທີ. ແບ່ງໃຫ້ຜູ້ແນະນຳ ປະມານ 20% ກໍ່ຈະຍັງ ປະມານ 80,000,000 ກີບເຂົ້າຖົງບໍລິສັດ. ແລ້ວ ທ່ານລອງເອົາມາຄູນກັບ 12 ເືດອນ ໝາຍຄວາມວ່າ ປີນັ້ນ ບໍລິສັດໄດ້ໄປລ້າໆ 960,000,000 ກີບ. ບໍລິສັດ ກໍ່ຈະສ້າງພາບ ແບບຫົວໃສ ໂດຍການແຈກເຮືອນ ແຈກລົດ ຈັກ ສອງສາມອັນກໍ່ໄດ້. ກໍ່ເອົາເງິນທີ່ໄດ້ມາຟຣີໆ ນີ້ລະໄປຊື້ໃຫ້ ເພື່ອລໍໃຈສະມາຊິກ ໃຫ້ຫຶກເຫີມ ຫາຄົນເຂົ້າຮ່ວມບໍລິສັດຕໍ່ໄປ.
2. ຕ້ອງມີຍອດການຊື້ແຕ່ລະເດືອນ?: ນີ້ເປັນອີກຂໍ້ບັງຄັບ ທີ່ຫຼາຍໆບໍລິສັດ ຈະບໍ່ແຈ້ງໃຫ້ຮູ້ ຕອນອະທິບາຍແຜນທຸລະກິດໃໝ່ໆ. ແຕ່ທ່ານຈະຮູ້ກໍ່ຕໍ່ເມື່ອເຮັດໄປແລ້ວ, ດ້ວຍຄວາມຢາກໄດ້ແດ່, ທ່ານກໍຈຳຕ້ອງໄດ້ຮັກສາຍອດຄະແນນ ປະຈຳເດືອນ. ສົມມຸດງ່າຍໆ: ບໍລິສັດກຳນົດ ໃຫ້ຮັກສາຍອດ ຄະແນະ 100 ຄະແນນ. ເຊິ່ງ ກວ່າຈະໄດ້ 100 ຄະແນນ ທ່ານອາດຕ້ອງໄດ້ຊືສິນຄ້າ ບໍ່ຕ່ຳກວ່າ 500,000 ຫຼື ຫຼາຍກວ່ານັ້ນ. ເອົາຕົວຢ່າງວ່າ ຫ້າແສນ ແມ່ນຕ່ຳສຸດ. ຖ້າວ່າ ໃນເດືອນນັ້ນ ເອົາຢ່າງຕຳ ມີສະມາຊິກ ປະມານ 2000 ຄົນ. ບໍລິສັດ ກໍ່ຈະສາມາດ ມີລາຍຮັບຕື່ມອີກ 1,000,000,000 ກີບ. ເຊິ່ງຫຼາຍຄົນ ອາດບໍ່ໄດ້ຄິດເຖິງຕົວເລກນີ້. ເພາະຄິດວ່າ ເຮົາເສຍໄປແຕ່ໜ້ອຍດຽວ. ແຕ່ພວກເຮົາລືມຄູນ ໃຫ້ຈຳນວນຄົນ. ສະນັ້ນ, ຕ້ອງຖາມໃຫ້ຊັດເຈນກັບກໍລະນີ້ເງື່ອນໄຂການຮັກສາຍອດ.
3. ເປັນຫຍັງຕ້ອງຫາສະມາຊິກເພີ່ມ?: ນີ້ເປັນກົນໄກ ຫຼື ໝາກຫົວໃຈຂອງທຸລະກິດເຄືອຂ່າຍຢູ່ແລ້ວ, ສະນັ້ນ, ຫາກທ່ານບໍ່ຫາສະມາຊິກ ກໍ່ຢ່າຫວັງ ວ່າທານຈະມີລາຍຮັບ.
4.ບໍລິສັດ ເປີດ ໃຫ້ຮ່ວມຫຸ້ນ ໂດຍມີຜົນກຳໄລ ປາຍປີສູງ, ແທ້ບໍ່? ຕ້ອງໄດ້ຕັ້ງຄຳຖາມ ແລະ ກັບໄປຫາ ຂໍ້ 2 ຂ້າງເທີງວ່າ ມີເງື່ອນໄຂຮັກສາຍອດ ເພື່ອຮັບຜົນກຳໄລບໍ່? ແລະ ສຳຄັນ ຕ້ອງສຶກສາໃຫ້ດີ ວ່າສິນຄ້າດີແທ້ບໍ່? ແລະ ຈະສາມາດຂາຍໄດ້ບໍ່? ແລະ ມີສິນຄ້າທີ່ຄືກັນ ໃນທ້ອງຕະຫຼາດ ທີດີກວ່າ ແລະ ລາຄາຖືກວ່າບໍ່? ອັນນີ້ຕ້ອງໄດ້ສືກສາຢ່າງລະອຽດ.
5. ຖາມຢ່າງເປີດໃຈໂລດວ່າ: ຄົນທີ່ມາເຮັດກ່ອນເຮົາ 50 ຄົນກ່ອນໜ້ານີ້ ໄດ້ເງິນແທ້ໆ ບໍ່? ຫຼືເປັນພຽງການຂີ້ໂມ້ ຫຼື ເວົ້າເກີນຄວາມຈິງ. ເພາະໄດ້ເຫັນປະສົບການຕົວຈິງແລ້ວ ບໍລິສັດບາງບໍໍລິສັດ ແມ່ນວາງແຜນ ໃຫ້ຜູ້ມາກ່ອນ ເວົ້າຕົວະ ກໍ່ຄື ເວົ້າວ່າຕົນມີລາຍຮັບສູງ ເພື່ອເປັນສິ່ງຈູງໃຈ ໃຫ້ຄົນຢາກເດີນຕາມ.
 
6. ຖາມກັບຜູ້ທີ່ແນະນຳທ່ານເຂົ້າບໍລິສັດວ່າ: ຄົນທີ່ລາວຊວນມາ ມີໃຜແດ່ປະສົບຜົນສຳເລັດ ແລະ ມີຈັກເປີເຊັນ? ເຂົາໄດ້ເງິນແທ້ບໍ່? ຫຼື ແນວໃດ?
7. ພວກເຮົາຈະຖືກຜູກມັດ ກັບສິນຄ້າອັນດຽວບໍ່? ແນ່ນອນ ເວລາທີ່ທ່ານຕ້ອງການຄະແນນ ຕ້ອງການມີລາຍຮັບຈາກການຈຳໜ່າຍ ທ່ານຈະຖືກຜູກມັດ ກັບສິນຄ້າຂອງບໍລິສັດ ນັ້ນ. ຍົກຕົວຢ່າງແມ້ແຕ່ ຢາສີແຂ້ວ, ສະບູ, ແຟບ ແລະ ອື່ນໆ ທ່ານຈະບໍ່ກ້າທີ່ຈະຊື້ ສິນຄ້າອື່ນໆ ເຊິ່ງບາງເທື່ອ ສິນຄ້າ ຂອງບໍລິສັດ ກໍ່ບໍ່ໄດ້ດີວິເສດ ແຕ່ທ່ານກໍ່ຕ້ອງໄດ້ ບັງຄັບໃຈຕົນເອງຊື້ ເພື່ອຄະແນນ ເພື່ອຫວັງຈະໄດ້ເງິນຄືນມາ.
8. ໄດ້ເຮືອນ, ລົດ ແລະ ໄປທ່ຽວ? ລອງນັບເບິ່ງວ່າ ມີຈັກຄົນທີ່ຈະໄດ້ໄປ ແລະ ເງື່ອນໄຂກ່ອນຈະໄດ້ໄປຕ້ອງເຮັດວຽກໜັກຊ່ຳໃດ?
9. ບໍລິສັດ ມີການອົບຮົມເລື້ອຍໆບໍ່? ແລະ ການອົບຮົມແຕ່ລະຄັ້ງ ຕ້ອງໄດ້ຈ່າຍຄ່າເຂົ້າຟັງບໍ່? ຖ້າຕ້ອງຈ່າຍຄ່າເຂົ້າຟັງ ນີ້ກໍ່ເປັນອີກ ການຫາລາຍຮັບ ຂອງບໍລິສັດນັ້ນ.
10. ທ່ານໄດ້ສົມກັບທີ່ທ່ານທຸ້ມເທລົງໄປບໍ່? ເວົ້າງ່າຍໆ ທ່ານໄດ້ໄປຊັກຊວນ ຍາດຕິພີ່ນ້ອງ ເພື່ອນມິດສະຫາຍ, ໃຜຍ່າງກາຍໜ້າ ກຽມການຈະດືງເຂົ້າມາເຮັດວຽກ, ທ່ານຈະຕ້ອງເວົ້າ ມື້ລະຫຼາຍໆຮອບ ເພື່ອໃຫ້ຄົເຂົ້າຮ່ວມ ແລ້ວ ທ່ານໄດ້ຫຍັງມາແດ່? ແລະ ຄົນທີ່ທ່ານພາມາເຂົາໄດ້ຫຍັງແດ່? ນີ້ເປັນຄຳຖາມທີ່ ຄວນຄິດໃຫ້ຖີ່ຖ້ວນ.
11. ເອົາບຸກຄົນທີ່ມີຊື່ສຽງໃນສັງຄົມມາແອບອ້າງ. ມີບາງບໍລິສັດ ແມ່ນແອບອ້າງ ເອົາບຸກຄົນສຳຄັນ ທີ່ພວກເຂົາເຫຼົ່ານັ້ນ ອາດບໍ່ໄດ້ເຮັດທຸລະກິດນຳຊ້ຳ ມາອ້າງວ່າ ເປັນບຸກຄົນທີ່ເຮັດທຸລະກິດນຳ. ບາງທຸລະກິດ ທີສິນຄ້າຄວາມງາມ ແລະ ສຸຂະພາບ ກໍ່ຈະເອົາ ບັນດາແພດໝໍ ມາອ້າງອີກ. ອັນນີ້ ກໍ່ໃຫ້ລະວັງ ແລະ ຢ່າເຊື່ອທັນທີເວລາທີ່ໄດ້ຍິນ. ບາງບໍລິສັດ ກໍ່ເອີຍຊື່ ນັກປາດ ສາສະດາຈານ ຢູ່ໂລກໃດ ກໍ່ບໍ່ຮູ້ ວ່າເປັນຄົນຢູ່ເບື່ອງຫຼັງ. ອັນນີ້ ຍິ່ງຮ້າຍແຮງ. ແລະ ທີ່ຮ້າຍແຮງກວ່ານັ້ນ,​ ແມ່ນເອົາຜູ້ໃຫຍ່ ເອົາລະດັບຜູ້ເຮັດວຽກ ໃນລັດຖະບານ ໄປແອບອ້າງ, ຍິ່ງເປັນສິ່ງທີ່ຄວນ ສຶກສາໃຫ້ລະອຽດ.
ເອົາລະນໍ້,ກະທູ້ນີ້ ກໍ່ບໍ່ໄດ້ມີເຈດຕະນາ ໄປຖັບຖົມ ຫຼື ຕໍ່ຕ້ານບໍລິສັດໃດໆ ແຕ່ເນື່ອງຈາກ ເຫັນປະກົດການ ການຕົ້ມຕຸນທີ່ຄົນລາວ ຖືກຫຼອກ ຈາກຫຼາຍໆ ບໍລີສັດ ກໍ່ເລີຍຂຽນ ເພື່ອເປັນອີກແງ່ມູມໜຶ່ງ ໃຫ້ຄົນລາວໄດ້ສຶກສານຳກັນ.
ທ່ານໃດມີຄຳຖາມ ແລະ ຢາກປຶກສາ ກໍ່ອິນບ໋ອກມາຕື່ມກໍ່ໄດ້!
ສຸດທ້າຍນີ້, ກ່ອນຈະເຮັດທຸລະກິດ ເຄືອຂ່າຍ ຢ່າລື່ມ ຖາມຕົນເອງ 11 ຄຳຖາມຂ້າງເທີງເດີ! ເລື່ອງຢາກໄດ້ເງິນ ຜູ້ໃດ ກໍ່ຢາກໄດ້ ຢາກມີ,​ ແຕ່ໃຫ້ພິຈາລະນາ ຢ່າງຮອບຄອບ ເພາະບາງຄັ້ງ ຄວາມຢາກໄດ້ ອາດເຮັດໃຫ້ເຮົາເຮັດໃນສິ່ງທີ່ບໍ່ຖືກຕ້ອງ!
ໂດຍ: ຮັກລາວ
15 ທັນວາ 2014
——————————————
ໂທລະໂຄ່ງ ໃຫ້ຫຼາຍກວ່າຄຳວ່າໂຄສະນາ

ເມືອງແກ່ນທ້າວ ສະຫຼຸບ ແລະ ທົບທວນຄືນຜົນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງເງິນຕາຕ່າງປະເທດ

ກອງປະຊຸມສະຫຼຸບ ແລະ ທົບທວນຄືນຜົນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງເງິນຕາຕ່າງປະເທດ ຢູ່ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 24 ມີນາ 2021 ນີ້, ທີ່ຫ້ອງປະຊຸມຫ້ອງວ່າການເມືອງ. ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ນາງ ພຸດດາວັນ ສີລິສົມບັດ ຮອງຫົວໜ້າທະນາຄານແຫ່ງ ສປປ ລາວ ສາຂາພາກເໜືອ ແຂວງຫຼວງພະບາງ, ທ່ານ ບຸນໂຮມ ໂພທິລັກ ຫົວໜ້າຫ້ອງການອຸດສາຫະກາ ແລະ ການຄ້າເມືອງ, ມີຄະນະກໍາມະການຕິດຕາມກວກາວຽກງານຄຸ້ມຄອງເງິນຕາຂັ້ນເມືອງ, ຫົວໜ້າໜ່ວຍບໍລິການທະນາຄານ ແລະ ບັນດາເຈົ້າຂອງຮ້ານແລກປ່ຽນເງິນຕາຢູ່ພາຍໃນເມືອງເຂົ້າຮ່ວມ 20 ກວ່າທ່ານ.

ກອງປະຊຸມຄັ້ງນີ້, ໄດ້ສຸມໃສ່ສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານຄຸ້ມຄອງເງິນຕາຕ່າງປະເທດໃນໄລຍະຜ່ານມາ ເຊິ່ງສະແດງໃຫ້ເຫັນດ້ານດີໃນການແກ້ໄຂບັນຫາ ການຕັ້ງລາຄາເກັບເງິນເປັນສະກຸນເງິນບາດ ມາເປັນເງິນກີບຂອງບັນດາວິສາຫະກິດປໍ້ານໍ້າມັນ, ບັນດາຫົວໜ່ວຍທຸລະກິດຫ້າງຮ້ານຂາຍເຄື່ອງຕາມທ້ອງຕະຫຼາດ ໄດ້ຮັບຜົນສໍາເລັດເປັນຢ່າງດີ ແລະ ໃຫ້ເຫັນບັນດາດ້ານອ່ອນ, ຂໍ້ຄົງຄ້າງທີ່ຈະຕ້ອງໄດ້ເອົາໃຈໃສ່ແກ້ໄຂ ແລະ ວາງທິດທາງແຜນການໜ້າທີ່ວຽກງານໃນຕໍ່ໜ້າ. ຈາກນັ້ນ, ບັນດາຜູ້ເຂົ້າຮ່ວມກອງປະຊຸມ ໄດ້ປະກອບຄຳຄິດຄຳເຫັນຕໍ່ດ້ານອ່ອນ, ຂໍ້ຄົງຄ້າງທີ່ຈະຕ້ອງແກ້ໄຂໃນຕໍ່ໜ້າ ເຊິ່ງຈະຕ້ອງໄດ້ເອົາໃຈໃສ່ປັບປຸງແກ້ໄຂ ໃຫ້ດີຂຶ້ນກວ່າເກົ່າເປັນຕົ້ນແມ່ນ ໂຄສະນາສຶກສາອົບຮົມການເມືອງ-ແນວຄິດ, ປຸກລະດົມຈິດໃຈຮັກຊາດ, ໂຄສະນາປູກຈິດສໍານຶກໃຫ້ພໍ່ແມ່ປະຊາຊົນຫັນມາໃຊ້ເງິນກີບ ໃຫ້ກ້ວາງຂວາງ ແລະ ທົ່ວເຖິງ.

ໃນກອງປະຊຸມທ່ານ ນາງ ພຸດດາວັນ ສີລິສົມບັດ ຮອງຫົວໜ້າທະນາຄານແຫ່ງ ສປປ ລາວ ສາຂາພາກເໜືອ ແຂວງຫຼວງພະບາງ ໄດ້ມີຄໍາເຫັນໂອ້ລົມ ແລະ ໃຫ້ທິດຊີ້ນໍາໃນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ ແລະ ຮຽກຮ້ອງໃຫ້ເພີ່ມທະວີເອົາໃຈໃສ່ວຽກງານການຄຸ້ມຄອງເງິນຕາຕ່າງປະເທດ, ເຊິດຊູຄວາມຮັບຜິດຊອບຂອງຕົນ, ເພື່ອຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ບັນລຸຜົນສຳເລັດເປັນຢ່າງດີ.
(ຂ່າວ: ຖວທ ແກ່ນທ້າວ)

ບໍລີສັດ ຮັກເກີ ອີນເຕີໄປ ຊຸກຍູ້ວັດຖຸແລະປັດໃຈແກ່ 1625 ແຂວງວຽງຈັນ

ໃນວັນທີ 29.3.2021 ຫນ່ວຍກູ້ຊີບອົງການກາແດງແຂວງວຽງຈັນ ຂໍຂອບໃຈຢ່າງສູງມາຍັງ: ບໍລີສັດ ຮັກເກີ ອີນເຕີໄປ ບໍລິສັດຂອງເພີ່ນແມ່ນ:ຕັ້ງຢູ່ບ້ານໂພນໝີໃຕ້ ເມືອງວຽງຄຳ ແຂວງວຽງຈັນ.

-ເຊີ່ງເພີ່ນໄດ້ເຫັນຄວາມສຳຄັນຕໍ່ຫນ້າທີວຽກງານກູ້ຊີບອົງການກາແດງແຂວງວຽງຈັນ
*ໄດ້ມອບ: ໂສ້ງຈຳນວນ 60 ໂຕ
*ເປັນເງິນສົດມູນຄ່າ 1,800,000 ກີບ(ຫນື່ງລ້ານແປດແສນກີບ).

ດັ່ງນັ້ນທາງໜ່ວຍກູ້ຊີບ-ກູ້ໄພອົງການກາແດງແຂວງວຽງຈັນ ຂໍອວຍໄຊໃຫ້ພອນມາຍັງບໍລິສັດ ຮັກເກີ ອີນເຕີໄປ ຈົງມີແຕ່ຄວາມຈະ ເລີນຮຸ່ງເຮືອງ ແລະ ປະສົບຜົນ ສຳເລັດໃນໜ້າທີ່ການງານ ,ທຸລະກິດຈະເລີນກ້າວຫນ້າ.

#ອຸບັດຕິເຫດ&ເຈັບ-ປວ່ຍສຸກເສີນໂທແຈ້ງ:☎️023 1625 ; 0304555114☎️ຕະຫລອດ24ຊົ່ວໂມງ.
🚑🚑ທ່ານໃດຢາກຊ່ວຍເຫລືອໜ່ວຍງານ ສາມາດບໍລິຈາກປະເພດເຂົ້າສານ, ອາຫານການກິນ, ນ້ຳມັນລົດ ຫລື ອຸປະກອນການແພດຕ່າງໆສາມາດຕິດຕໍ່ເຂົ້າເບີ 023 1625🚑🚑.

ມອບ-ຮັບໜ້າທີ່ ລັດຖະມົນຕີ ກະຊວງຍຸຕິທຳຜູ້ໃໝ່

ໃນວັນທີ 29 ມີນາ 2021 ຢູ່ກະຊວງຍຸຕິທຳ, ໄດ້ມີພິທີມອບ-ຮັບໜ້າທີ່ລັດຖະມົນຕີກະ ຊວງຍຸຕິທໍາ ລະຫວ່າງ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີ ກະຊວງຍຸຕິທຳ (ຜູ້ເກົ່າ) ແລະ ທ່ານ ໄພວີ ສີບົວລິພາ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ ກະຊວງຍຸຕິທຳ (ຜູ້ໃໝ່), ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ, ມີອາດີດການນໍາອາວຸໂສບໍານານ, ພະນັກງານ-ລັດຖະກອນຫລັກແຫລ່ງຂອງກະຊວງດັ່ງກ່າວ ເຂົ້າຮ່ວມເປັນສັກຂີພິຍານ.

ໃນໂອກາດນີ້, ທ່ານ ໄຊສີ ສັນຕິວົງ ໄດ້ລາຍງານຜົນງານການຊີ້ນໍາ-ນໍາພາວຽກງານ ໃນໄລ ຍະ 5 ປີຜ່ານມາວ່າ: ໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ເປັນວຽກງານສຳຄັນຕົ້ນຕໍ ໂດຍຕິດພັນກັບການນຳພາວຽກງານວິຊາສະ ເພາະ ໄດ້ປະສານສົມທົບກັບຄະນະພັກ-ອໍານາດການປົກຄອງ ຈັດຕັ້ງເຊື່ອມຊຶມມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ບັນດາມະຕິຂອງກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ, ມູນເຊື້ອຂອງພັກ, ຂອງຊາດ, ຂອງກອງທັບ, ກົດໝາຍ ແລະ ນິຕິກຳຕ່າງໆ ຂອງລັດ ໂດຍສະເພາະ ມະຕິສະບັບເລກທີ 037/ຄບສພ, ລົງວັນທີ 18 ມີນາ 2018 ວ່າດ້ວຍການຍົກສູງປະສິດທິພາບຄຸ້ມຄອງລັດ ຄຸ້ມຄອງສັງຄົມດ້ວຍກົດໝາຍ ແລະ ມະຕິສະບັບເລກທີ 112/ກມສພ, ລົງວັນທີ 02 ມິຖຸນາ 2020 ວ່າດ້ວຍການຍົກສູງຄຸນນະພາບ ການດໍາເນີນຄະດີຕາມຂະບວນການຍຸຕິທຳ, ຊຶ່ງຜ່ານການສຶກສາອົບຮົມການເມືອງ-ນຳພາແນວຄິດ ແມ່ນສາມາດຕີຖອຍໄດ້ແນວຄິດ, ທັດສະນະທີ່ບໍ່ຖືກຕ້ອງ, ເຮັດໃຫ້ສະ ພາບແນວຄິດຂອງສະມາຊິກພັກ, ພະນັກງານ-ລັດຖະກອນ ມີຄວາມສະຫງົບ ແລະ ມີບັນຍາກາດດີ; ສະມາຊິກພັກ, ພະນັກງານ-ລັດຖະກອນພາຍໃນກະຊວງຍຸຕິທຳ ສ່ວນຫລວງຫລາຍມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ ແລະ ອຸດົມການສັງຄົມນິຍົມຢ່າງໜັກແໜ້ນ, ມີຄວາມສາມັກຄີເປັນເອກະພາບພາຍໃນ, ມີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານ, ຮັກສາໄດ້ຈັນຍາບັນ, ຈັນຍາທຳ ຂອງນັກກົດ ໝາຍ, ເຮັດໃຫ້ການຈັດຕັ້ງປະຕິບັດໜ້າທີ່ການເມືອງ ຂອງຂະແໜງຍຸຕິທຳ ມີການຫັນປ່ຽນທີ່ຕັ້ງໜ້າ.

ໃນໂອກາດນີ້, ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ໃຫ້ກຽດໂອ້ລົມຕໍ່ພິທີມີບາງຕອນສຳຄັນວ່າ: ໃນຕໍ່ໜ້ານີ້, ຄະນະພັກ-ຄະນະນໍາ ກະຊວງຍຸຕິທໍາ ຕ້ອງສືບຕໍ່ເພີ່ມທະວີວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ຖັນແຖວສະມາຊິກພັກ, ພະນັກງານ-ລັດຖະກອນ ໃນທົ່ວຂະແໜງຍຸຕິທໍາໃຫ້ເລິກເຊິ່ງ ແລະ ເນື່ອງນິດລຽນຕິດ, ເຮັດໃຫ້ວຽກງານການເມືອງ-ແນວຄິດ ກາຍເປັນສາຍໄຍແດງສອດຫ້ອຍຢູ່ທຸກການເຄື່ອນໄຫວປະຕິບັດໜ້າທີ່ວຽກງານຂອງຂະແໜງການ; ເອົາການສຶກສາອົບຮົມການເມືອງ-ແນວຄິດ ຕິດພັນກັບການແກ້ໄຂທັດສະນະ-ແນວຄິດທີ່ບໍ່ຖືກຕ້ອງ ແລະ ປະກົດການຫຍໍ້ທໍ້ ທີ່ເຄີຍເກີດຂຶ້ນຢູ່ໃນຖັນແຖວພະນັກງານ-ລັດຖະກອນຍຸຕິທໍາ, ສືບຕໍ່ສ້າງໃຫ້ມີບາດກ້າວຫັນປ່ຽນໃໝ່ທີ່ຕັ້ງໜ້າກ່ວາເກົ່າ ຢູ່ໃນຖັນແຖວພະນັກງານ-ລັດຖະກອນ; ເຮັດໃຫ້ນັກວິຊາການກົດໝາຍ ມີຄຸນທາດການເມືອງໜັກແໜ້ນ, ຍຶດໜັ້ນ ແລະ ເດີນຕາມອຸດົມການຂອງພັກ, ຮັບໃຊ້ປະຊາຊົນ, ປົກປ້ອງສິ່ງທີ່ຖືກຕ້ອງ-ຕໍ່ ຕ້ານສິ່ງທີ່ບໍ່ດີດ້ວຍຄວາມທ່ຽງທໍາ, ໂປ່ງໃສ ແລະ ຖືກຕ້ອງຕາມກົດໝາຍ, ຍົກສູງປະສິດຕິພາບໃນການສ້າງ ແລະ ປັບປຸງກົດໝາຍ, ນິຕິກໍາໃຕ້ກົດໝາຍ, ການສ້າງ ແລະ ປັບປຸງກົດໝາຍຕ້ອງໃຫ້ສອດຄ່ອງກັບແນວທາງປ່ຽນແປງໃໝ່ຢ່າງຮອບດ້ານ ທີ່ມີຫລັກການຂອງພັກ, ສອດຄອ່ງກັບກົນໄກເສດຖະກິດຕະຫລາດຕາມທິດສັງຄົມນິຍົມ ແລະ ການເຊື່ອມໂຍງກັບພາກພື້ນ, ສາກົນ ໃນແຕ່ລະໄລຍະ, ຮັບປະກັນຫລັກວິຊາການ, ລັກສະນະວິທະຍາສາດ, ລັກສະນະຊາດ, ເປັນລະບົບຄົບຊຸດ, ຮັດກຸມກົມກຽວສາມາດຈັດຕັ້ງປະຕິບັດໄດ້. ປັບປຸງກົນໄກ, ຂັ້ນຕອນການສ້າງ ແລະ ປັບປຸງນິຕິກໍາໃຫ້ຮັດກຸມ, ສອດຄ່ອງກັບສະພາບການຕົວຈິງໃນແຕ່ລະໄລຍະ; ປະສານສົມທົບກັບບັນດາກະຊວງ-ອົງ ການ ແລະ ທ້ອງຖິ່ນ ບໍາລຸງຍົກລະດັບຄວາມຮູ້ທາງດ້ານກົດໝາຍ ແລະ ການສ້າງນິຕິກໍາ ໃຫ້ແກ່ຖັນແຖວບຸກຄະລາກອນ ທີ່ຮັບຜິດຊອບວຽກນິຕິກໍາ ຂອງແຕ່ລະພາກສ່ວນໃຫ້ມີຄວາມເຂັ້ມແຂງ, ມີຄວາມສາມາດໃນການສ້າງ ແລະ ປັບປຸງນິຕິກໍາ ໃຫ້ມີປະສິດທິຜົນ.

ຂ່າວ: ຂປລ

ຖວທ ບໍລິຄໍາໄຊ ຈັດກິດຈະກຳສື່ມວນຊົນພາທ່ຽວພາຍໃນແຂວງ

ກິດຈະກຳ ສື່ມວນຊົນພາທ່ຽວ ຂອງພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ບໍລິຄໍາໄຊ ເພື່ອສົ່ງເສີມການທ່ອງທ່ຽວ ‘’ ລາວທ່ຽວລາວ’’ ໄດ້ເລີ່ມຂຶ້ນໃນວັນທີ 20 ມີນາ 2021 ຢູ່ວັດພະທາດພະບາດ–ໂພນສັນ ເມືອງທ່າພະບາດ ໃຫ້ກຽດເຂົ້າຮ່ວມຂອງທ່ານ ອຸດອນ ສອນສຸລິນ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ, ມີຫົວໜ້າຫ້ອງການ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເມືອງ ພ້ອມດ້ວຍສື່ມວນຊົນພາຍໃນແຂວງເຂົ້າຮ່ວມ.

ວັດພະທາດພະບາດ – ໂພນສັນ ເປັນວັດທີ່ໄດ້ຮັບການສ້າງຕັ້ງຂຶ້ນມາໄດ້ຫຼາຍທົດສະວັດແລ້ວ ແລະ ໄດ້ຖືກຮັບຮອງເປັນມໍລະດົກທາງດ້ານວັດທະນະທຳຂອງແຂວງບໍລິຄຳໄຊ ຕາມການລາຍງານຂອງທ່ານ ເຄນ ສານຸວົງ ຫົວໜ້າຫ້ອງການ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເມືອງ ໄດ້ໃຫ້ຮູວ່າ: ປະຊາຊົນໄດ້ຄົ້ນພົບຫີນສີລາລຶກຢູ່ວັດຮ້າງມີທີ່ຕັ້ງຢູ່ພະລານຫີນເຊີ່ງໃນເມືອກ່ອນເອີ້ນວ່າ: ‘’ ໂຄກຈິກວຽງງົວ ‘’ ເດີ່ນວັດພະບາດໃນປະຈຸບັນ ໄດ້ຂຽນເລກ 902 ຫຼື ປີ ຄ.ສ 902 ແລະ ໃນບໍລິເວນດັ່ງກ່າວກໍ່ໄດ້ມີທາດນ້ອຍໜ່ວຍໜຶ່ງຕັ້ງຢູ່ແຕ່ບໍທັນຄົ້ນຄວ້າໄດ້ຈະແຈ້ງວ່າສ້າງຂຶ້ນມາແຕ່ເມື່ອໃດ ແລະ ໃຜເປັນຄົນສ້າງ.

ດັ່ງນັ້ນ, ຫຼາຍຄົນຈື່ງສັນນິຖານວ່າສ້າງຂຶ້ນໃນປີ ຄສ 902 ຕາມບັນທຶກໄວ້ ໃນຫີນສີລາລຶກນັ້ນ ມາໃນປີ 1974 ໂດຍພະຄູເພົ້າ ກໍ່ໄດ້ມປະຕິສັງຂອນພະທາດດັ່ງກ່າວຄືນ ແລະ ໄດ້ສ້າງພະທາດເຈດີອົງໃຫຍ່ກວມເອົາເຈດີອັນເກົ່ານັ້ນໄວ້ ເຊິ່ງມີຂະໜາດ ຄວາມສູງ 46 ແມັດ, ຕີນກວ້າງ 10 x 10 ແມັດ ເປັນສີລະປະ ແລະ ສະຖາປັດຕະຍະກຳສິນສະໄໝອານາຈັກລ້ານຊ້າງ, ລັກສະນະຄ້າຍຄືພະ ທາດອີງຮັງ ທີ່ ແຂວງສະຫວັນນະເຂດ ແລະ ພະທາດ ເຊີງຊຸມ ທີ່ ແຂວງສະກົນນະຄອນ ປະເທດໄທ ແລະ ຫ່າງຈາກພະທາດເຈດີ ປະມານ 20 ແມັດ ກໍ່ໄດ້ມີຮອຍພະພຸດທະບາດ ຍາວ 1,20 ແມັດ ແລະ ເລິກ 0,49 ແມັດ, ປາຍນິ້ວຕີນພຽງລຽບສະເໝີກັນ, ພື້ນຮອຍຕີນມີຮູບກົງຈັກ ດອກບົວຢູ່ເຄິ່ງກາງ ແລະ ມີຮູບສັດຢູ່ອ້ອມພື້ນຕີນ 108 ຊະນິດ.

ໂອກາດດຽວກັນ ຄະນະສື່ມວນຊົນຍັງໄດ້ໄປທ່ຽວຊົມ ວັດນາຄານິມິດໂພນສັນ ຕາມຕຳນານ ເລົ່າກັນມາວ່າ : ໃນອະດີດພຸດທະການມີພະຍານາກ, 2 ໂຕ ໄດ້ນິມົນພະພຸດທະເຈົ້າສັນເຂົ້າຢູ່ສະຖານທີ່ແຫ່ງນີ້ ແລະ ສະຖານທີ່ແຫ່ງນີ້ກໍ່ກາຍມາເປັນອະນຸສອນສະຖານບ່ອນສັນເຂົ້າຂອງພະພຸດທະເຈົ້າ ເຊິ່ງສະເດັດລົງມາໂຜດສັດໂລກທັງຫຼາຍໃນພູມີປະເທດນີ້ເມື່ອ 2540 ກວ່າປີ ແລະ ໄດ້ເຂົ້າໄປຢ້ຽມຊົມແຫຼ່ງທ່ອງທ່ຽວທາງທຳມະຊາດ ນໍ້າຕົກຕາດຊາຍ – ນ້ຳຕົກຕາດຊາຍ ເປັນສາຍນ້ຳທີ່ໄຫຼຜ່ານແກ້ງຫີນ, ຜ່ານຮ່ອມຜາ ແລະ ໂຕນໂດ່ງກວມຜາຊາຍສູງປະມານ 40 ແມັດ, ໄຫຼເຂົ້າໃສ່ຊ່ອງແຄບຢ່າງປະທັບໃຈໃນທາມກາງປ່າຕຶບໜາຂຽວງາມອຸ່ມທຸ່ມ ເຊິ່ງທ່ານສາມາດຕິດຕາມ ເສັ້ນທາງທີ່ມີເຄື່ອງໝາຍໄປສູ່ອ່າງອາບນ້ຳທີ່ເກີດຈາກທຳມະຊາດ ແລະ ຍ່າງຕາມລະດູແລ້ງໃນສາຍນ້ຳທີ່ມີດິນຊາຍ ຢູ່ໃນຜົ້ງຫ້ວຍຂອງຕາດ, ບໍລິມາດນ້ຳປ່ຽນແປງຕາມລະດູການ ງຽບ ແລະ ສະຫງົບ ນັບແຕ່ເດືອນທັນວາ ຫາ ເດືອນ ພຶດສະພາ ນັກທ່ອງທ່ຽວທັງພາຍໃນແລະຕ່າງປະເທດມາທ່ອງທ່ຽວສະຖານທີ່ແຫ່ງນີ້ຢ່າງຫຼວງຫຼາຍ, ສ່ວນໃນລະດູຝົນກະແສນ້ຳຈະ ໄຫຼແຮງໂດຍສະເພາະແຕ່ເດືອນສິງຫາ ຫາ ເດືອນກັນຍາ.

ວັນທີ 21 ສື່ມວນຊົນພາທ່ຽວໃນຄັ້ງນີ້ ໄດ້ໄປທ່ຽວຊົມຖໍ້ານາງຜົມຫອມ ແລະ ສວນມະຫາວົງ ເຊິ່ງມີກິດຈະກຳຫລາຍຢ່າງເຊັ່ນ : ຊິດເບັດ, ມີສະລອຍນໍ້າໄວ້ບໍລິການ ແລະ ເຮືອຖີບ ແລະ ການບໍລິການອື່ນໆອີກ. ສວນມະຫາວົງຫ່າງຈາກເທດສະບານເມືອງບໍລິຄັນປະມານ 7 ກິໂລແມັດ ແລະ ຫາດດອນຄູນ ເມືອງບໍລິຄັນ ກໍ່ເປັນອີກທາງເລືອກໜຶ່ງ ທີ່ນັກທ່ອງທ່ຽວ ທີ່ມັກການພັກຜ່ອນ ພົບປະສ້າງສັນ, ສະຖານທີ່ແຫ່ງນີ້ ເປັນບ່ອນທ່ອງທ່ຽວທີ່ເປີດຂຶ້ນໃໝ່ ດ້ວຍການລົງທຶນຂອງຜູ້ປະກອບການເອກະຊົນໂດຍກົງ ເຊິ່ງ ຕາມການໃຫ້ສຳພາດຂອງທ່ານ ສົມສັກ ໄຊຍະວົງ ຜູ້ລົງທຶນ ຮູ້ວ່າ: ການຕັດສິນໃຈລົງທຶນສ້າງ ແລະ ບູລະນະທຳມະຊາດ ໃຫ້ກາຍເປັນແຫລ່ງທ່ອງທ່ຽວ ແຫ່ງນີ້ ແມ່ນຍ້ອນເຫັນທຳມະຊາດ ມີຄວາມສວຍສົດງົດງາມ ມີສາຍພູທີ່ເໝາະສົມແກ່ການເດີນທ່ຽວ, ມີແມ່ນ້ຳທີ່ໃສເຢັນ, ເສັ້ນທາງເຂົ້າເຖິງສະດວກ ບໍ່ໄກຈາກທາງຫລວງ,ໃນອະນາຄົດຈະສ້າງ ແຫລ່ງທ່ອງທ່ຽວທຳມະຊາດ ແຫ່ງນີ້ໃຫ້ກາຍເປັນແຫລ່ງທ່ອງທ່ຽວ ທີ່ສາມາດຮອງຮັບນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດອີກ.

ວັນທີ 22 ມີນາ, ຄະນະໄດ້ເດີນທາງໄປເມືອງປາກກະດິງ, ທ່ຽວຊົມວັດບ້ານດອນໄຊ ແລະ ເດີນທາງໄປລີສອດສາຍນໍ້າເທີນ, ທ່ຽວຊົມຕາດໄກ້, ທ່ຽວຊົມລີສອດວັງນໍ້າເຢັນ ແລະ ທ່ຽວຊົມຖໍ້າມັງກອນ ແລະ ສູນຫັດຖະກຳໂພນຕານ ເມືອງຄຳເກີດ.

ຂ່າວ : ວຽງສະຫວັນ

ທະຫານແຂວງບໍ່ແກ້ວ ຢ້ຽມຢາມອ້າຍນ້ອງ ຢູ່ຈຸດຍຸດທະສາດສາມແຈເມືອງ

ເມື່ອບໍ່ດົນມານີ້, ສະຫາຍ ພັນໂທ ທອງໄຂ ສີຍາລາດ ຮອງເລຂາຄະນະພັກ ຫົວໜ້າການທະ ຫານກອງບັນຊາການທະຫານແຂວງບໍ່ແກ້ວ ພ້ອມດ້ວຍອົງການຈັດຕັ້ງມະຫາຊົນຊາວໜຸ່ມ-ແມ່ຍິງ ເຄື່ອນໄຫວຢ້ຽມຢາມກອງຮ້ອຍ 1 ກອງພັນ 419 ທີ່ປະຕິບັດໜ້າທີ່ຢູ່ຈຸດຍຸດທະສາດສາມແຈເມືອງ. ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 66 ປີ (22 ມີນາ 1955 – 22 ມີນາ 2021) ແລະ ວັນສຳຄັນຕ່າງໆ ໂດຍການຕ້ອນຮັບຢ່າງອົບອຸ່ນຈາກຄະນະພັກ-ຄະນະບັນຊາກົມກອງ ພ້ອມທັງໄດ້ຮັບຟັງການລາຍງານໂດຍຫຍໍ້ກ່ຽວກັບສະພາບການໃນການເຄື່ອນໄຫວປະຕິບັດໜ້າທີ່ໃຫ້ສະ ຫາຍໄດ້ຮັບຊາບ.

ໂອກາດນີ້, ສະຫາຍ ພັນໂທ ທອງໄຂ ສີຍາລາດ ໄດ້ກ່າວຄວາມຢ້ຽມຢາມຖາມຂ່າວ ແລະ ສະແດງຄວາມຂອບໃຈທີ່ພະນັກງານ-ນັກຮົບມີຄວາມຕັດສິນໃຈສູງ, ມີແນວຄິດການເມືອງໜັກແໜ້ນ, ມີຄວາມເສຍສະຫຼະອັນສູງສົ່ງພ້ອມກັນປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ພ້ອມທັງ ກ່າວອວຍພອນໃຫ້ບັນດາພະນັກງານ-ນັກຮົບຈົ່ງມີແຕ່ໂຊກໄຊ, ປອດໄພ ເເລະ ເຮັດສຳເລັດທຸກໜ້າທີ່ ທີ່ຂັ້ນເທິງມອບໝາຍໃຫ້. ສະຫາຍຍັງໄດ້ຮຽກຮ້ອງໃຫ້ພະນັກງານ-ນັກຮົບຈົ່ງມີສະຕິລະວັງຕົວໃນການປະ ຕິບັດໜ້າທີ່ວຽກງານເປັນເຈົ້າການໃນການກວດກາ ແລະ ກຽມພ້ອມສູ້ຮົບຕະຫຼອດເວລາ, ເອົາໃຈໃສ່ປະຕິ ບັດໜ້າທີ່ອັນມີກຽດທີ່ພັກ ແລະ ປະຊາຊົນມອບໝາຍໃຫ້ຢ່າງມີປະສິດທິຜົນ. ໃນການລົງເຄື່ອນໄຫວ ຢ້ຽມຢາມຄັ້ງນີ້, ຍັງໄດ້ນໍາເອົາເຄື່ອງອຸປະໂພກ-ບໍລິໂພກ ຈຳນວນໜຶ່ງໄປມອບໃຫ້ກົມກອງ ເພື່ອເປັນ ການຊຸກຍູ້ພະນັກງານ-ນັກຮົບໃຫ້ມີກໍາລັງໃຈ ເຮັດສໍາເລັດໜ້າທີ່ການເມືອງຂອງຕົນອີກດ້ວຍ.

ຂ່າວ: ສົມໄຊ ສີລາຈັນ

ເມືອງສິງຈະຂາຍງົວ 3.000 ໂຕໃຫ້ຈີນ ໄວໆນີ້

ວັນທີ 26 ມີນາ 2021 ທີ່ເມືອງສິງ ແຂວງຫລວງນໍ້າທາ ໄດ້ມີພິທີເອົາງົວພັນຊີ້ນ 3.000 ໂຕ ເຂົ້າສູນກັກກັນປອດພະຍາດ 30 ວັນ (26/3/ – 26/3/2021) ເພື່ອກຽມສົ່ງອອກໃຫ້ຈີນ.

ທ່ານ ຈັນພິພັກ ກອງຈໍາປາ ເຈົ້າເມືອງໆ ສິງ ໃຫ້ຮູ້ວ່າ: ຖ້າບໍ່ມີອັນປ່ຽນແປງຫລື ເກີດມີບັນຫາຫຍັງເກີດຂຶ້ນ ງົວຈຳນວນດັ່ງກ່າວຕ້ອງຖືກສົ່ງອອກໄປຈີນ ຢ່າງເປັນທາງ ການ. ໂຄງການສົ່ງເສີມການລ້ຽງງົວພັນຊິ້ນ ສົ່ງອອກໄປ ຈີນ ແມ່ນໂຄງການຮ່ວມມື ແມ່ນຂອງຂວັນພິເສດທີ່ ທ່ານ ສີ ຈິນພີ້ງ ເລຂາທິ ການໃຫຍ່ ປະທານ ປະເທດຈີນ ແລະ ທ່ານ ບຸນຍັງ ວໍລະຈິດ ອາດີດເລຂາທິການໃຫຍ່ ປະທານ ປະເທດລາວ ໄດ້ຄົ້ນຄວ້າຄັດເລືອກເອົາ ເມືອງສິງ ເປັນບ່ອນຈັດຕັ້ງປະຕິບັດໂຄງການ,

ມາຮອດມື້ວັນທີ 26/03/2021 ລາວເຮົາໄດ້ນໍາເອົາງົວປະມານ 3000 ໂຕເຂົ້າສູນກັກກັນຂອດສຸດທ້າຍ, ນັບຖອຍຫຼັງອີກ30ວັນ, ຄາດວ່າໃນວັນທີ 27 ຫຼື 28/04/2021 ຈະສາມາດສົ່ງງົວອອກຈຳນວນດັ່ງກ່າວໄປຈີນ, ຈາກນັ້ນ ໃນແຕ່ລະປີລາວເຮົາຈະສົ່ງອອກງົວໃຫ້ຈີນປີລະ 500.000 ໂຕ ໂດຍອີງຕາມທ່າແຮງ ແລະ ຄວາມອາດສາມາດຂອງລາວ.

Cr: ເຈົ້າເມືອງໆ ສິງ

ປ່ອຍເງິນກູ້ໂດຍບໍ່ມີດອກເບ້ຍໃຫ້ຊາວສວນຢາງພາລາມູນຄ່າ 4,5 ຕື້ກວ່າກີບ

ບໍລິສັດ ການລົງທຶນຢາງພາລາ ຢຸນນານ ຈໍາກັດ ໄດ້ຈັດພິທີປ່ອຍເງິນກູ້ໂດຍບໍ່ມີດອກເບ້ຍ ໃຫ້ຊາວ ສວນຢາງພາລາຢູ່ແຂວງຫຼວງນໍ້າທາ ໃນວັນທີ 24 ມີນາຜ່ານມາ ໂດຍການເຂົ້າຮ່ວມຂອງ ທ່ານ ບຸນທໍາ ອິນທະປະເສີດ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງຫຼວງນໍ້າທາ, ທ່ານ ເກົ່າເຈ ຫົວໜ້າບໍລິ ສັດ ການລົງທຶນຢາງພາລາ ຢຸນນານ ຈໍາກັດ, ມີຜູ້ຕາງໜ້າກຸ່ມຂາຍຢາງພາລາ 8 ກຸ່ມພາຍໃນແຂວງຫຼວງ ນໍ້າທາ, ຕະຫຼອດຮອດພະນັກງານລັດຖະກອນ ແລະ ພະນັກງານຂອງບໍລິສັດເຂົ້າຮ່ວມ.

ທ່ານ ເກົ່າເຈ ໄດ້ລາຍງານການຈັດຕັ້ງປະຕິບັດການປ່ອຍເງິນກູ້ໂດຍບໍ່ມີດອກເບ້ຍ ໃຫ້ຊາວສວນຢາງ ພາລາ ໃນປີ 2020 ແລະ ຜ່ານແຜນການຮ່ວມມືກັບປະຊາຊົນ ໃນການປ່ອຍເງິນກູ້ໃນປີ 2021 ວ່າ: ການປ່ອຍເງິນກູ້

ໂດຍບໍ່ມີດອກເບ້ຍໃຫ້ແກ່ຊາວສວນຢາງພາລາໃນປີ 2021 ນີ້ ມີຈໍານວນ 28 ບ້ານ, ລວມ ເປັນເງິນມູນຄ່າ 4 ຕື້ກວ່າກີບ ແລະ ໄດ້ວາງແຜນການເກັບຊື້ນໍ້າຢາງພາລາໃນປີນີ້ໃຫ້ໄດ້ 90 ພັນໂຕນ, ເປັນມູນຄ່າ 540 ຕື້ກີບ. ພ້ອມນີ້ທາງບໍລິສັດຍັງໄດ້ສົ່ງເສີມພັດທະນາ ແລະ ປະກອບສ່ວນຊ່ວຍເຫຼືອສັງ ຄົມເປັນຕົ້ນການບໍາບັດຜູ້ຕິດສິ່ງເສບຕິດ, ຊ່ວຍເຫຼືອຊຸມຊົນ ແລະ ພັດທະນາເສດຖະກິດທ້ອງຖິ່ນ, ສ້າງສີມື ແຮງງານໃຫ້ກຳມະກອນ, ສ້າງທີ່ຢູ່ອາໄສ ແລະ ໂຮງຮຽນ ເພື່ອໃຫ້ລູກຫຼານກໍາມະກອນໄດ້ເຂົ້າໂຮງຮຽນອັນ ເປັນການປະກອບສ່ວນພັດທະນາເສດຖະກິດ ສປປ ລາວ ເວົ້າລວມ, ເວົ້າສະເພາະກໍຄືແຂວງຫຼວງນໍ້າທາ.

ທ່ານ ເກ່ເຈ ກ່າວໃຫ້ຮູ້ອີກວ່າ: ການປ່ອຍເງິນກູ້ໂດຍບໍ່ມີດອກເບ້ຍໃຫ້ແກ່ຊາວສວນ ໃນໄລຍະທີ່ ຜ່ານມາ, ບໍລິສັດໄດ້ມີຄວາມຕັ້ງໜ້າປະກອບສ່ວນການພັດທະນາຢາງພາລາຢູ່ໃນທ້ອງຖິ່ນ ພາຍໃຕ້ການສະ ໜັບສະໜູນໃຫ້ການຊ່ວຍເຫຼືອອໍານວຍຄວາມສະດວກຈາກພາກສ່ວນທີ່ກ່ຽວຂ້ອງທຸກຂັ້ນຂອງແຂວງຫຼວງນ້ຳ ທາ. ບໍລິສັດໄດ້ເລີ່ມຮ່ວມມືກັບປະຊາຊົນ ນັບແຕ່ປີ 2012 ເປັນຕົ້ນມາ ໂດຍໄດ້ປ່ອຍເງິນກູ້ໂດຍບໍ່ມີດອກ ເບ້ຍໃຫ້ຊາວສວນຢາງ ເພື່ອແກ້ໄຂຄວາມຫຍຸ້ງຍາກຂອງປະຊາຊົນ. ມາຮອດປີ 2020, ບໍລິສັດໄດ້ເຊັນ ສັນຍາຮ່ວມມືກັບປະຊາຊົນລວມທັງໝົດ ຈຳນວນ 136 ບ້ານ, ໄດ້ປ່ອຍເງິນກູ້ໂດຍບໍ່ມີດອກເບ້ຍຈໍານວນ 13 ຕື້ 690 ລ້ານກີບ ໃຫ້ປະຊາຊົນໄດ້ຮັບຜົນປະໂຫຍດໂດຍກົງ ສ້າງສາຍພົວພັນການຮ່ວມມືທີ່ຍາວ ນານ. ເຖິງວ່າປີ 2020, ໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19 ແລະ ດິນຟ້າອາກາດແຫ້ງແລ້ງຢ່າງໜັກໜ່ວງ ແຕ່ເພື່ອແກ້ໄຂຄວາມຫຍຸ້ງຍາກຂອງປະຊາຊົນບໍລິສັດໄດ້ປ່ອຍເງິນກູ້ໂດຍບໍ່ມີດອກເບ້ຍ ໃຫ້ແກ່ຊາວສວນເປັນ ມູນຄ່າ 2 ຕື້ກວ່າກີບ ແລະ ໄດ້ບໍລິຈາກອຸປະກອນປ້ອງກັນໂຄວິດ-19 ໃຫ້ອົງການປົກຄອງທ້ອງຖິ່ນຈຳ ນວນໜຶ່ງເປັນມູນຄ່າ 100 ລ້ານກີບ.

ຫຼັງຈາກນັ້ນ ທ່ານ ເກົ່າເຈ ກໍໄດ້ມອບເງິນກູ້ໂດຍບໍ່ມີດອກເບ້ຍ ໃຫ້ແກ່ຜູ້ຕາງໜ້າຫົວໜ້າກຸ່ມ 8 ກຸ່ມ ຂອງຊາວສວນຢາງຈໍານວນ 28 ບ້ານຕື່ມອີກ. (ຂ່າວ-ພາບ: ສົມພອນ ຂຸນດາວົງ).

ມອບ-ຮັບ ໜ້າທີ່ຫົວໜ້າຫ້ອງວ່າການປະທານປະເທດຜູ້ເກົ່າ – ໃໝ່

ພິທີມອບ-ຮັບ ໜ້າທີ່ຫົວໜ້າຫ້ອງວ່າການປະທານປະເທດ ລະຫວ່າງ ທ່ານ ຄຳເມິງ ພົງທະດີ ເລຂາຄະນະພັກ ຫົວໜ້າຫ້ອງວ່າການປະທານປະເທດ ຜູ້ເກົ່າ ແລະ ທ່ານ ນາງ ເຂັມມະນີ ພົນເສນາ ເລຂາຄະນະພັກ ຫົວໜ້າຫ້ອງວ່າການ ປະທານປະທດຜູ້ໃໝ່ ໄດ້ຈັດຂຶ້ນເມື່ອວັນທີ 25 ມີນານີ້ ທີ່ຫ້ອງວ່າການປະທານປະເທດ ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງ ພັກ, ແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າເຂົ້າຮ່ວມ.

ທ່ານ ດວງຕາ ຈູມພາວັນ ຫົວໜ້າຫ້ອງການຄະນະຈັດຕັ້ງສູນກາງພັກໄດ້ຂຶ້ນອ່ານລັດ ຖະດຳລັດຂອງປະທານປະເທດ ສປປ ລາວ ເລກທີ 111/ປປທ, ລົງວັນທີ 24/3/2021 ວ່າດ້ວຍການອອກພັກການ – ຮັບອຸດໜູນບຳນານ, ຄຳສັ່ງຂອງກົມການເມືອງສູນກາງພັກເລກທີ 10/ກມສພ, ລົງວັນທີ 24/3/2021 ວ່າດ້ວຍການຍົກຍ້າຍພະນັກງານການນຳຂັ້ນສູງໄປຮັບໜ້າທີ່ໃໝ່, ມະຕິຕົກລົງຂອງກົມການເມືອງສູນກາງພັກເລກທີ 16/ກມສພ, ລົງວັນທີ 24/3/2021 ວ່າດ້ວຍການແຕ່ງຕັ້ງເລຂາຄະນະບໍລິຫານງານພັກ, ຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ.

ອີງຕາມການຕົກລົງໃນກອງປະຊຸມກົມການເມືອງສູນກາງພັກ ແລະ ຄະນະເລຂາທິການ ສູນກາງພັກຄັ້ງວັນທີ 24-25 ກຸມພາ 2021, ອີງຕາມການເຫັນດີຮັບຮອງໃນກອງປະຊຸມຄົບຄະນະ ບໍລິຫານງານສູນກາງພັກ ຄັ້ງທີ 2 ສະໄໝທີ XI ຄັ້ງວັນທີ 1-3 ມີນາ 2021 ແລະ ອີງຕາມໜັງສື ສະເໜີຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 87/ຄຈສພ ລົງວັນທີ 23 ມີນາ 2021.
ທ່ານ ນາງ ສີໃສ ລືເດດມູນສອນ ໄດ້ໃຫ້ກຽດໂອ້ລົມ ແລະ ເນັ້ນໃຫ້ບັນດາສະຫາຍຄະນະພັກ, ການນໍາທຸກຂັ້ນ ເປັນເອກະພາບນໍາສູນກາງພັກ, ລັດຖະບານ ຕໍ່ການສັບປ່ຽນໜ້າທີ່ຄວາມຮັບຜິດຊອບ ຂອງພະນັກງານການນໍາຂັ້ນສູງໃນຄັ້ງນີ້.

ຍົກສູງ, ເສີມຂະຫຍາຍມູນເຊື້ອຄວາມສາມັກຄີພາຍໃນພັກ, ຄະນະພັກໃຫ້ມີຄວາມໜັກແໜ້ນ, ມີຄວາມເປັນເອກະພາບສູງ, ສືບຕໍ່ເປັນຫຼັກແຫຼ່ງ, ເປັນຄັນທຸງ ແລະ ເປັນແກນນໍາໃນການເຕົ້າໂຮມ ຄວາມສາມັກຄີໃນຖັນແຖວພະນັກງານ-ສະຊິກພັກ.

ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ-ສະມາຊິກພັກໃຫ້ມີ ທັດສະນະການເມືອງໜັກແໜ້ນ, ມີຄວາມສາມັກຄີເປັນປຶກແຜ່ນ, ແໜ້ນໜາ, ມີຄວາມຈົງຮັກພັກ ດີຕໍ່ພັກ ແລະ ເຊື່ອໝັ້ນຕໍ່ການນໍາພາຂອງພັກ.

ສືບຕໍ່ເປັນເສນາທິການທີ່ດີໃຫ້ແກ່ທ່ານປະທານປະເທດ, ທ່ານຮອງປະທານປະເທດໃນ ການກະກຽມດ້ານເນື້ອໃນ, ສະຖານທີ່ ແລະ ຄວາມພ້ອມຕ່າງໆຢ່າງຮອບດ້ານໃຫ້ແກ່ການເຄື່ອນໄຫວ ລັດຖະກິດທັງພາຍໃນ ແລະ ຕ່າງປະເທດ ລວມທັງທຸກວຽກງານປິ່ນອ້ອມຢູ່ຫ້ອງວ່າ ການປະທານ ປະເທດໃຫ້ມີຄວາມຮັບປະກັນ ແລະ ມີປະສິດທິຜົນຍິ່ງໆຂຶ້ນ.

ຍູ້ແຮງການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດ ທະນາເສດຖະກິດ-ສັງຄົມ 5 ປີ ແຫ່ງລັດ ຄັ້ງທີ IX ແລະ ມະຕິກອງປະຊຸມໃຫຍ່ ຂອງອົງຄະນະພັກ ຫ້ອງວ່າການປະທານປະເທດ ໃຫ້ບັນລຸຕາມຈຸດປະສົງ ແລະ ຄາດໝາຍທີ່ວາງໄວ້ ເພື່ອສ້າງການຫັນ ປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ.

ຂ່າວ:ສຳນານ

ມອບ-ຮັບໜ້າທີ່ລັດຖະມົນຕີກະຊວງອຸດສະຫະກຳ ແລະ ການຄ້າ

ພິທີມອບ-ຮັບໜ້າທີ່ ລະຫວ່າງ ທ່ານນາງ ເຂັມມະນີ ພົນເສນາ ກໍາມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ (ຜູ້ເກົ່າ) ແລະ ທ່ານ ຄໍາແພງ ໄຊສົມແພງ ກໍາມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ (ຜູ້ໃໝ່) ໄດ້ຈັດຂຶ້ນວັນທີ 25 ມີນາ 2021 ທີ່ກະຊວງອຸດສາຫະກຳ ແລະ ການຄ້າ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.   

ການມອບຮັບ-ໜ້າທີ່ຄັ້ງນີ້ ແມ່ນອີງຕາມຄໍາສັ່ງຂອງກົມການເມືອງສູນກາງພັກ ວ່າດ້ວຍການຍົກຍ້າຍພະນັກງານການນໍາຂັ້ນສູງໄປຮັບໜ້າທີ່ໃໝ່ ອີງຕາມມະຕິຕົກລົງຂອງກົມການເມືອງສູນກາງພັກ ສະບັບເລກທີ 031/ກມສພ ວ່າດ້ວຍວຽກງານຄຸ້ມຄອງພະນັກງານ ອີງຕາມການຕົກລົງໃນກອງປະຊຸມກົມການເມືອງສູນກາງພັກ ແລະ ຄະນະເລຂາທິການສູນກາງພັກຄັ້ງວັນທີ 24-25 ກຸມພາ 2021 ອີງຕາມການເຫັນດີຮັບຮອງໃນກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 2 ສະໄໝທີ XI ຄັ້ງວັນທີ 1-3 ມີນາ 2021 ແລະ ອີງຕາມໜັງສືສະເໜີຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 87/ຄຈສພ ລົງວັນທີ 23 ມີນາ 2021 ກົມການເມືອງສູນກາງພັກ ອອກຄໍາສັ່ງຍົກຍ້າຍ ທ່ານ ນາງ ເຂັມມະນີ ພົນເສນາ ກໍາມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ໄປຮັບໜ້າທີ່ໃໝ່ຢູ່ຫ້ອງວ່າການສໍານັກງານປະທານປະເທດ ແລະ ຍົກຍ້າຍທ່ານ ຄໍາແພງ ໄຊສົມແພງ ກໍາມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ ມາຮັບໜ້າທີ່ເປັນເລຂາຄະນະພັກ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ຜູ້ໃໝ່.

ຂ່າວ: ຂັນທະລີ