Home Blog Page 226

ແຕ່ງຕັ້ງ ທ່ານ ດາວວົງ ພອນແກ້ວ ເປັນ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່

ພິທີມອບ-ຮັບໜ້າທີ່ ລະຫວ່າງ ທ່ານ ຄຳມະນີ ອິນທິລາດ ເລຂາຄະນະພັກ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ຜູ້ເກົ່າ ແລະ ທ່ານ ດາວວົງ ພອນແກ້ວ ເລຂາຄະນະພັກ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ຜູ້ໃໝ່ ໄດ້ຈັດຂຶ້ນເມື່ອວັນທີ 2 ເມສານີ້ ທີ່ກະຊວງດັ່ງກ່າວ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ກຳມະການກົມ ການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການ ລົງທຶນ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ນາງ ວົງຄໍາ ສຸທຳມະວົງ ຄະນະພັກ ຄະນະຈັດຕັ້ງສູນກາງພັກ ຫົວໜ້າກົມ ໂຄສະນາກໍ່ສ້າງພັກ ແລະ ພະນັກງານໄດ້ຂຶ້ນຜ່ານລັດຖະດຳລັດຂອງປະທານປະເທດ ເລກທີ 121/ປປທ, ລົງວັນທີ 24/3/2021 ວ່າດ້ວຍການອອກພັກການ – ຮັບອຸດໜູນບຳນານ, ລັດຖະ ດຳລັດຂອງປະທານປະເທດ ເລກທີ 141/ປປທ, ລົງວັນທີ 29/3/2021 ວ່າດ້ວຍການແຕ່ງຕັ້ງ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ມະຕິຕົກລົງ ຂອງກົມການເມືອງສູນກາງພັກ ເລກທີ 23/ກມສພ, ລົງວັນທີ 24/3/2021 ວ່າດວຍການແຕ່ງຕັ້ງ ເລຂາຄະນະບໍລິຫານງານພັກກະຊວງ ພະລັງງານ ແລະ ບໍ່ແຮ່.

ໃນພິທີດັ່ງກ່າວ ທ່ານ ສອນໄຊ ສີພັນດອນ ໃຫ້ກຽດໂອ້ລົມ ໂດຍເນັ້ນໃຫ້ຄະນະພັກຄະນະນຳກະຊວງພະລັງງານ ແລະ ບໍ່ແຮ່ ເພີ່ມທະວີເອົາໃຈໃສ່ວຽກງານການເມືອງແນວຄິດໃນການສຶກສາອົບຮົມພະນັກງານສະມາຊິກພັກ, ໃຫ້ຮີບຮ້ອນກຳນົດທິດທາງແຜນການ-ການນຳພາຂອງອົງຄະ ນະພັກຕົນສົມທົບແໜ້ນກັບເນື້ອໃນມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ແຜນພັດທະ ນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ໂດຍຫັນເປັນແຜນລະອຽດຂອງຂະແໜງການ ແລ້ວນຳໄປຈັດຕັ້ງເຊື່ອມຊຶມ ແລະ ຄົ້ນຄວ້າຜັນຂະຫຍາຍໃຫ້ແກ່ສະມາຊິກພັກ ພະນັກງານ-ລັດຖະກອນໃນທົ່ວຂະແໜງການຂອງຕົນໄດ້ຮັບຮູ້, ເຊື່ອມຊຶມໃຫ້ເລິກເຊິ່ງ, ທົ່ວເຖິງ, ເອົາໃຈໃສ່ ວຽກງານການສ້າງ ແລະ ປັບປຸງການຈັດຕັ້ງພັກໃຫ້ເຕີບໃຫຍ່ເຂັ້ມແຂງທາງດ້ານການເມືອງ ແລະ ໜັກແໜ້ນທາງດ້ານການຈັດຕັ້ງ, ຕ້ອງເອົາໃຈໃສ່ປັບປຸງຊຸກຍູ້ອົງການຈັດຕັ້ງມະຫາຊົນໃຫ້ໜັກ ແໜ້ນເຂັ້ມແຂງ, ນຳພາການພັດທະນາຂະແໜງການ ວຽກງານພະລັງງານ ແລະ ບໍ່ແຮ່ ໂດຍ ສົ່ງເສີມການນຳໃຊ້ແຮ່ທາາດ, ນໍ້າ ແລະ ຊັບພະຍາກອນດ້ານອື່ນໆໄປພ້ອມໆກັບການປົກປັກ ຮັກສາຕາມທິດຮັບປະກັນປະສິດທິພາບທີ່ຍາວນານ, ຢືນຍົງ ແລະ ມີໝາກຜົນໃນລະດັບສູງ, ສົ່ງ ຜົນກະທົບໜ້ອຍຕໍ່ສິ່ງແວດລ້ອມ ແລະ ສັງຄົມ ເຮັດໃຫ້ພົນລະເມືອງລາວມີສ່ວນຮ່ວມເພື່ອດຳ ລົງຊີວິດ, ສ້າງທີ່ຢູ່ອາໄສ ແລະ ການຜະລິດຕາມກົດໝາຍ ປະກອບສ່ວນໃນການສ້າງບາດກ້າວ ບຸກທະລຸດ້ານການແກ້ໄຂຄວາມທຸກຍາກຂອງປະຊາຊົນ ນຳເອົາປະເທດຊາດຂອງພວກເຮົາອອກ ຈາກຄວາມດ້ອຍພັດທະນາ, ສ້າງຄວາມກຽມພ້ອມໃນການຮັບມືກັບການປ່ຽນແປງດິນຟ້າອາກາດ ແລະ ໄພພິບັດທາງທຳມະຊາດທີ່ອາດຈະເກີດຂຶ້ນ.

ຂ່າວ+ພາບ: ສຳນານ

ທ່ານສອນໄຊ ສີພັນດອນ ລົງຊຸກຍູ້ແກ້ໄຂຄວາມທຸກຍາກ ຂອງປະຊາຊົນ ຢູ່ 2 ເມືອງ ແຂວງບໍລິຄຳໄຊ

ໃນວັນທີ 1 ເມສາ 2021 ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີ ກະຊວງແຜນການ ແລະ ການລົງທຶນ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ, ເພື່ອຊຸກຍູ້, ສົ່ງເສີມ ການແກ້ໄຂຄວາມທຸກຍາກຂອງປະຊາຊົນ ຢູ່ບ້ານນາກະດົກ ເມືອງຄຳເກີດ ແລະ ບ້ານຈັດສັນ ຫ້ວຍຫອຍ ເມືອງວຽງທອງ ແຂວງບໍລິຄຳໄຊ.ໃນການລົງເຄື່ອນໄຫວຄັ້ງນີ້, ທ່ານ ສອນໄຊ ສີພັນດອນ ພ້ອມດ້ວຍຄະນະ ໄດ້ລົງໄປຢ້ຽມ ຢາມເບິ່ງວິຖີການກຳລົງຊີວິດ, ການທຳມາຫາກິນ, ການປະກອບອາຊີບ ໂດຍສະເພາະ ການຂຸດຄຳ, ຮ່ອນຄຳ ຂອງປະຊາຊົນຢູ່ພາຍໃນບ້ານນາກະດົກ ເມືອງຄຳເກີດ.

ພ້ອມທັງມອບເງິນຊຸກຍູ້, ຊ່ວຍ ເຫລືອຈຳນວນ 10 ລ້ານກີບ ໃຫ້ອຳນາດການປົກຄອງບ້ານ ນຳໄປໝູນໃຊ້ເຂົ້າໃນການພັດທະນາບ້ານ ເພື່ອເຮັດໃຫ້ບ້ານຮຸ່ງເຮືອງ ກໍຄື ເຮັດໃຫ້ປະຊາຊົນພາຍໃນບ້ານ ມີຊີວິດການເປັນຢູ່ດີຂຶ້ນເທື່ອລະກ້າວ.ພ້ອມດຽວກັນນັ້ນ, ທ່ານ ສອນໄຊ ສີພັນດອນ ພ້ອມດ້ວຍຄະນະ ຍັງໄດ້ລົງຢ້ຽມຢາມ ປະຊາ ຊົນ ທີ່ໄດ້ຮັບຜົນກະທົບ ຈາກໂຄງການເຂື່ອນໄຟຟ້ານ້ຳເທີນ 1 ທີ່ໄດ້ຍົກຍ້າຍ ມາຢູ່ບ້ານຈັດສັນ ຫ້ວຍຫອຍ ຈຳນວນ 300 ກວ່າຄົວເຮືອນ, ຢູ່ເມືອງວຽງທອງ ໂດຍທ່ານ ໄດ້ເນັ້ນໃຫ້ປະຊາຊົນ ພາຍໃນບ້ານ ໃຫ້ມີຈິດໃຈອຸ່ນອ່ຽງທຸ່ນທ່ຽງ, ໃຫ້ເອົາໃຈໃສ່ໃນການປູກຝັງ-ລ້ຽງສັດ ໃຫ້ກຸ້ມຢູ່ກຸ້ມກິນ ແລະ ໃຫ້ກາຍເປັນສິນຄ້າ, ເຮັດໃຫ້ບ້ານຈັດສັນ ຫ້ວຍຫອຍ ໃຫ້ກາຍເປັນບ້ານສີສັນໃນຕົວເມືອງນ້ອຍ, ພ້ອມທັງຮຽກຮອງໃຫ້ອຳນາດການປົກຄອງບ້ານ ເອົາໃຈໃສ່ສຶກສາອົບຮົມປະຊາຊົນພາຍໃນບ້ານ ໃຫ້ມີຄວາມສາໝັກຄີໜັກແໜ້ນ ເພື່ອເຮັດໃຫ້ບ້ານກາຍເປັນບ້ານສາມັກຄີປອງດອງ, ບ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ເປັນບ້ານພັດທະນາ ຕາມແນວທາງຂອງພັກ, ລັດວາງອອກ,

ພ້ອມທັງເນັ້ນໃຫ້ ອຳນາດການປົກຄອງບ້ານ ແລະ ພາກສ່ວນທີ່ກ່ຽວຂ້ອງ ລົງຊຸກຍູ້ສົ່ງເສີມ, ເຜີຍແຜ່ຝຶກອົບຮົມວິຊາຊີບ ເປັນຕົ້ນ ແມ່ນ ເຕັກນິກການປູກ, ການລ້ຽງ ໃຫ້ປະຊາຊົນ, ລວມທັງຊຸກຍູ້ສົ່ງເສີມດ້ານການສຶກສາ, ໂພຊະນາການ ໃຫ້ເດັກນ້ອຍພາຍໃນບ້ານໃຫ້ໄດ້ຮັບການສຶກສາ ແລະ ໂພຊະນາການທີ່ດີ.ໂອກາດດັ່ງກ່າວ, ທ່ານ ສອນໄຊ ສີພັນດອນ ໄດ້ມອບເງິນຈຳນວນ 100 ລ້ານກີບ ໃຫ້ກ້ອງທຶນພັດທະນາເມືອງ ເພື່ອມອບໃຫ້ອຳນາດການປົກຄອງບ້ານຈັດສັນຫ້ວຍຫອຍ ນຳໄປພັດນາບ້ານ ໃຫ້ຈະເລີນຮຸ່ງເຮືອງ, ໃຫ້ສະອາດງາມຕາ, ສະຫງົບ ແລະ ປອດໄພ.

ຂ່າວ-ພາບ: ທະນູທອງ

ເປີດກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II

ກອງປະຊຸມຄັ້ງປະຖົມມະລືກ ຂອງສະພາປະຊາຊົນ ນວ ຊຸດທີ II ເປີດຂຶ້ນຢ່າງເປັນທາງການ

  • ທ່ານ ອານຸພາບ ຕຸນາລົມ ໄດ້ຮັບການເລືອກຕັ້ງໃຫ້ເປັນປະທານສະພາ ນວ ອີກສະໄໝ,
  • ເລືອກຕັ້ງເອົາ ທ່ານ ອາດສະພັງທອງ ສີພັນດອນ ເປັນເຈົ້າຄອງນະຄອນຫຼວງວຽງຈັນຄົນໃໝ່.

ກອງປະຊຸມຄັ້ງປະຖົມມະລືກ ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ (ສສ ນວ) ຊຸດທີ II ໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 1 ເມສາ 2021 ທີ່ສະພາແຫ່ງຊາດ (ຫຼັກ 6) ໂດຍການເປັນປະ ທານຂອງ ທ່ານ ອານຸພາບ ຕຸນາລົມ ປະທານ ສສ ນວ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ໄຊສົມ ພອນ ພົມວິຫານ ປະທານສະພາແຫ່ງຊາດ, ມີບັນດາການນຳນະຄອນຫຼວງວຽງຈັນ, ສະມາຊິກສະພາ ແຫ່ງຊາດເຂດ 1 ນວ ສະມາຊິກສະພາປະຊາຊົນ ນດ ເຂົ້າຮ່ວມ.

ທ່ານ ອານຸພາບ ຕຸນາລົມ ໄດ້ຂຶ້ນກ່າວເປີດກອງປະຊຸມວ່າ: ກອງປະຊຸມຄັ້ງປະຖົມມະລືກ ຂອງສະພາປະຊາຊົນ ນວ ຊຸດທີ II ຄັ້ງນີ້ ຈະໄດ້ສຸມໃສ່ພິຈາລະນາ ແລະ ຕົກລົງບັນຫາສຳຄັນພື້ນຖານ ຂອງ ນວ ເປັນຕົ້ນຮັບຟັງການລາຍງານ ຂອງຄະນະກຳມະການເລືອກຕັ້ງ ຂັ້ນ ນວ ກ່ຽວກັບຜົນ ສຳເລັດການເລືອກຕັ້ງ ແລະ ການຢັ້ງຢືນຄຸນລັກສະນະຂອງສະມາຊິກສະພາປະຊາຊົນ ນວ ຊຸດທີ II, ພິຈາລະນາ ແລະ ຮັບຮອງເອົາການເລືອກຕັ້ງປະທານ, ການສະເໜີແຕ່ງຕັ້ງຮອງປະທານກຳມະການ ຄະນະປະຈຳ ໂຄງປະກອບການຈັດຕັ້ງ ແລະ ບຸກຄະລາກອນ ຂອງສະພາປະຊາຊົນ ນວ ຊຸດທີ II, ພິຈາລະນາ ແລະ ຮັບຮອງເອົາການເລືອກຕັ້ງເຈົ້າຄອງ ນວ, ການສະເໜີແຕ່ງຕັ້ງຮອງເຈົ້າຄອງ ໂຄງ ປະກອບການຈັດຕັ້ງ ແລະ ສະມາຊິກຂອງອົງການປົກຄອງ ນວ, ພິຈາລະນາ ແລະ ຮັບຮອງເອົາ ການເລືອກຕັ້ງຫົວໜ້າອົງການໄອຍະການປະຊາຊົນ, ປະທານສານປະຊາຊົນພາກກາງ ແລະ ຫົວ ໜ້າອົງການໄອຍະການປະຊາຊົນ ນວ, ພິຈາລະນາ ແລະ ຮັບຮອງເອົາແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານ 5 ປີ ຄັ້ງທີ 9 ຂອງ ນວ, ພິຈາລະນາ ແລະ ຮັບຮອງເອົາແຜນການ 5 ປີ ຂອງອົງການໄອຍະການປະຊາຊົນ, ສານປະຊາຊົນພາກກາງ ແລະ ແຜນການ 5 ປີ ຂອງອົງການ ໄອຍະການປະຊາຊົນ, ສານປະຊາຊົນ ນວ, ພິຈາລະນາ ແລະ ຮັບຮອງເອົາແຜນການ 5 ປີ ຂອງສະພາປະຊາຊົນ ນວ ຊຸດທີ 2, ພິຈາລະນາ ແລະ ຮັບຮອງເອົາຮ່າງຂໍ້ຕົກລົງ ວ່າດ້ວຍການກຳ ນົດຂອບເຂດ ແລະ ຫຼັກການປະເມີນຫົວໜ່ວຍລາຄາຜົນລະປູກ, ສິ່ງປຸກສ້າງ, ເນື້ອທີ່ດິນທີ່ຖືກຜົນກະ ທົບຈາກໂຄງການສາຍສົ່ງໄຟຟ້າແຮງສູງ 230 ກິໂລໂວນ ແຕ່ເມືອງລ່ອງແຈ້ງ ຫາ ສະຖານີນາບົງ.

ທ່ານ ອານຸພາບ ຕຸນາລົມ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ ແມ່ນສຸດທີ່ມີຄວາມໝາຍສຳຄັນ ເພາະເປັນການພິຈາລະນາ ແລະ ຕົກລົງຮັບຮອງເອົາບັນຫາສຳຄັນພື້ນຖານຂອງ ນວ ໃນໄລຍະ 5 ປີຕໍ່ໜ້າ. ດັ່ງນັ້ນ, ຂໍຮຽກຮ້ອງມາຍັງບັນດາສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັ້ງທີ 1 ແລະ ບັນດາສະມາຊິກ ສະພາປະຊາຊົນ ນວ ຊຸດທີ II ຈົ່ງໄດ້ຍົກສູງຄວາມຮັບຜິດຊອບການເມືອງ, ສຸມສະຕິປັນຍາ ຄວາມຮູ້ຄວາມສາມາດຂອງຕົນເຂົ້າໃນການຄົ້ນຄ້ວາພິຈາລະນາ ແລະ ປະກອບ ຄຳເຫັນ ຢ່າງມີປະຊາທິປະໄຕ ເລິກເຊິ່ງມີຈຸດສຸມ ແລະ ຮັບປະກັນຄວາມຖືກຕ້ອງຕາມລະ ບຽບກົດໝາຍ ກ້າວໄປເຖິງການຕົກລົງ ຮັບຮອງເອົາບັນຫາສຳຄັນພື້ນຖານຂອງ ນວ ໃນກອງປະຊຸມຄັ້ງນີ້ ໃຫ້ບັນລຸໄດ້ ຕາມຈຸດປະສົງ ແລະ ຄາດໝາຍທີ່ວາງໄວ້.

ໃນກອງປະຊຸມຄັ້ງນີ້ ໄດ້ຮັບຮອງເອົາການເລືອກຕັ້ງ ທ່ານ ອານຸພາບ ຕຸນາລົມ ເປັນປະ ທານສະພາປະຊາຊົນ ນວ ຊຸດທີ II, ຮັບຮອງເອົາການເລືອກຕັ້ງ ທ່ານ ນາງ ລໍາພອຍ ສີອັກຄະຈັນ, ທ່ານ ບຸນທາມ ພຸດທະວົງສາ ເປັນຮອງປະທານສະພາປະຊາຊົນ ນວ ຊຸດທີ II, ຮັບຮອງເອົາການເລືອກຕັ້ງ ທ່ານ ອາດສະພັງທອງ ສີພັນດອນ ເປັນເຈົ້າຄອງ ນວ, ຮັບຮອງເອົາການເລືອກຕັ້ງ ທ່ານ ຈັນທີ ໂປລິວັນ ເປັນຫົວໜ້າ ອົງການໄອຍະການ, ທ່ານ ສົມສັກ ໄຕບຸນລັກ ເປັນປະທານສານປະຊາຊົນ ພາກກາງ ແລະ ທ່ານ ຄໍາສຸກ ແສງມີໄຊ ເປັນຫົວໜ້າອົງການໄອການປະຊາຊົນ, ທ່ານ ແສງສຸວັນ ຈັນທະລຸນນະວົງ ປະທານສານປະຊາຊົນ ນວ. ນອກຈາກນີ້, ກອງປະຊຸມໄດ້ຮັບຮອງເອົາຫົວໜ້າພະແນກການ ອົງການ ທຽບເທົ່າລັດ ພະແນກການຂັ້ນ ນວ ຕື່ມອີກ.

ຂ່າວ: ນາງ ແສງຈັນ

ແຕ່ງຕັ້ງ ທ່ານ ປອ. ດຣ. ບຸນແຝງ ພູມມະໄລສິດ ເປັນລັດຖະມົນຕີ ກະຊວງສາທາລະນະສຸກ ຜູ່ໃໝ່

ໃນວັນທີ 1 ເມສາ 2021 ຢູ່ກະຊວງສາທາລະນະສຸກ, ໄດ້ມີພິທີມອບ-ຮັບໜ້າທີ່ລັດຖະ ມົນຕີກະຊວງສາທາລະນະສຸກ ລະຫວ່າງ ທ່ານ ດຣ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ (ຜູ້ເກົ່າ) ແລະ ທ່ານ ປອ. ດຣ. ບຸນແຝງ ພູມມະໄລສິດ ກຳມະການສູນກາງພັກ ເລຂາຄະນະພັກ, ລັດຖະມົນຕີກະຊວງສາທາລະນະສຸກ(ຜູ້ໃໝ່) ໂດຍມີ ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ, ພ້ອມດ້ວຍບັນດາຄະນະພັກ-ຄະນະນໍາກະຊວງ ດັ່ງກ່າວເຂົ້າຮ່ວມ.
ທ່ານ ປອ. ດຣ. ບຸນແຝງ ໄດ້ກ່າວວ່າ: ຂ້າພະເຈົ້າຂໍສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງຕໍ່ລັດຖະບານ, ສະພາແຫ່ງຊາດ ກໍຄື ພະນັກງານສາທາລະນະສຸກທຸກພາກສ່ວນ ທີ່ໄວ້ວາງໃຈ ແລະ ມອບໜ້າທີ່ໃຫ້ຂ້າພະເຈົ້າ ເປັນລັດຖະມົນຕີກະຊວງສາທາລະນະສຸກ ເພື່ອຊີ້ນຳ-ນໍາພາວຽກງານສາ ທາລະນະສຸກ ໃນໄລຍະ 5 ປີຕໍ່ໜ້າ.

ທ່ານ ປອ. ດຣ. ບຸນແຝງ ພູມມະໄລສິດ ກຳມະການສູນກາງພັກ ເລຂາຄະນະພັກ, ລັດຖະມົນຕີກະຊວງສາທາລະນະສຸກ (ຜູ້ໃໝ່)

ພ້ອມດຽວກັນ, ກໍສະແດງຄວາມຮູ້ບຸນຄຸນເປັນຢ່າງສູງ ແລະ ຂອບ ໃຈຢ່າງຈິງໃຈຕໍ່ ທ່ານ ຮສ.ດຣ. ບຸນກອງ ສີຫາວົງ ອະດີດລັດຖະມົນຕີກະຊວງສາທາລະນະສຸກ ກໍຄືບັນດາການນຳກະຊວງສາທາລະນະສຸກຂັ້ນຕ່າງໆ ທີ່ໄດ້ອົບຮົມກໍ່ສ້າງ ຂ້າພະເຈົ້າດ້ວຍດີຕະຫລອດມາ ເຮັດໃຫ້ຂ້າພະເຈົ້າໄດ້ຫລໍ່ຫລອມ, ເຕີບໃຫຍ່ ກາຍເປັນພະນັກງານນຳພາຂັ້ນສູງຂອງຂະແໜງສາທາລະນະສຸກ, ຂ້າພະເຈົ້າ ຂໍຮັບເອົາການມອບໝາຍໜ້າທີ່ເປັນລັດຖະມົນຕີກະຊວງສາທາລະນະສຸກ ຕາມການມອບໝາຍໃນມື້ນີ້ດ້ວຍຄວາມເຕັມໃຈ ແລະ ປະຕິຍານວ່າ ຈະປະຕິບັດໜ້າທີ່ທີ່ຖືກມອບໝາຍນີ້ໃຫ້ດີທີ່ສຸດ.

ໂອກາດນີ້, ທ່ານ ກິແກ້ວ ໄຂຄຳພິທູນ ກໍໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນຳ ໂດຍທ່ານໄດ້ສະເໜີ ໃຫ້ລັດຖະມົນຕີຜູ້ໃໝ່ ກໍຄື ພະນັກງານ, ສະມາຊິກ ແລະ ພະນັກງານຫລັກແຫລ່ງທົ່ວກະຊວງສາທາລະນະສຸກ ໃຫ້ເອົາໃຈໃສ່ບາງບັນຫາດັ່ງນີ້: ຕ້ອງເປັນເອກະພາບສູງນຳຂັ້ນເທິງ ບົນພື້ນຖານນັ້ນ ໃຫ້ບັນດາສະຫາຍເປັນເຈົ້າການເຮັດວຽກງານ ສຶກສາອົບຮົມນຳພາແນວຄິດຂອງພະນັກງານ ສະມາຊິກພັກ ພະນັກງານຫລັກແຫລ່ງ ທົ່ວກະຊວງສາທາລະນະສຸກ ເພື່ອໃຫ້ທຸກຄົນເຂົ້າໃຈ ແລະ ຮັບຮູ້ຢ່າງທົ່ວເຖິງ ກ່ຽວກັບປ່ຽນແປງດັ່ງກ່າວ ຕ້ອງເດັດດ່ຽວສະກັດກັ້ນບໍ່ໃຫ້ມີການສວຍໂອກາດ ເພື່ອໃສ່ຮ້າຍປ້າຍສີທັບຖົມໂຈມຕີກັນ ໃນທາງບໍ່ດີ; ອັນໃດເປັນຜົນສຳເລັດ ທີ່ພວກສະຫາຍພ້ອມກັນຍາດມາໄດ້ ໃນການນຳພາຈັດຕັ້ງປະຕິບັດຜ່ານມາ ກໍໃຫ້ຍ້ອງຍໍ, ພ້ອມກັນປົກປັກຮັກສາ ແລະ ເສີມຂະຫຍາຍໃຫ້ດີຂຶ້ນເລື້ອຍໆ; ເອົາໃຈເປັນເຈົ້າການ ແລະ ປະສານສົມທົບກັບທຸກພາກສ່ວນກ່ຽວຂ້ອງ ເພື່ອໃນການປົກປັກຮັກສາຄວາມສະຫງົບພາຍໃນ ແລະ ພາຍນອກ ເປັນຕົ້ນແມ່ນ ໃນຂົງເຂດສາທາລະນະສຸກ ສືບຕໍ່ເອົາໃຈໃສ່ໃສ່ຕ້ານ ແລະ ສະກັດກັ້ນ ທຸກກົນອຸບາຍເລ່ຫລ່ຽມ ແລະ ຖ້ອຍທຳນອງ ໃສ່ຮ້າຍປ້າຍສີ, ປັ່ນປ່ວນ, ແບ່ງແຍກພາຍໃນຄະນະນຳ ກໍຄືພາຍໃນຄະນະພັກຂອງພວກສັດຕູ ແລະ ກຸ່ມຄົນບໍ່ດີທີ່ຫວັງມ້າງເພທຳລາຍພວກເຮົາ ຕະຫລອດເວລາ; ໃຫ້ບັນດາສະຫາຍສືບຕໍ່ປົກປັກຮັກສາມູນເຊື້ອອັນດີງາມ ຂອງກະຊວງພວກສະຫາຍ ໂດຍສະເພາະມູນເຊື້ອ ຄວາມສາມັກຄີ ເປັນເອກະພາບລະດັບສູງພາຍໃນຄະນະພັກຄະນະນຳ ສືບຕໍ່ເປັນຫລັກເປັນແຫລ່ງ, ເປັນຄັນທຸງ ແລະ ເປັນແກນນຳ ໃນການເຕົ້າໂຮມຄວາມສາມັກຄີໃນຖັນແຖວພະນັກງານສະມາຊິກພັກ;

ພ້ອມນັ້ນ, ບັນດາສະຫາຍ ຈະຕ້ອງໄດ້ຊ່ວຍ ແລະ ໃຫ້ການຮ່ວມມືສະໜັບສະໜູນ ສະຫາຍ ປອ ດຣ ບຸນແຝງ ພູມມະໄລສິດ ທີ່ຈະເປັນໃຈກາງນຳພາ-ຊີ້ນຳ ຮັບຜິດຊອບຕໍ່ໜ້າທີ່ການເມືອງອັນສູງສົ່ງ ໃນນາມເປັນເລຂາຄະນະພັກກະຊວງ ກໍຄື ລັດຖະມົນຕີ ກະຊວງສາທາລະນະສຸກຜູ້ໃໝ່. ສິ່ງສຳຄັນແມ່ນຕ້ອງເອົາໃຈໃສ່ ປັບປຸງ ແລະ ປະຕິບັດລະບອບ, ແບບແຜນວິທີເຮັດວຽກທີ່ມີວິທະຍາສາດ, ປະຕິບັດລະບອບປະຊຸມປືກສາຫາລື ສ່ອງແສງລາຍງານພາຍຄະນະພັກຄະນະນຳເປັນປົກກະຕິ ເພື່ອສືບຕໍ່ນຳພາພະນັກງານສະມາຊິກພັກ ຈັດຕັ້ງປະຕິບັດໜ້າທີ່ວຽກງານໃນຂົງເຂດສາທາລະນະສຸກ ໃຫ້ນັບມື້ໄດ້ຮັບຜົນສຳເລັດດີຂຶ້ນເລື້ອຍໆ. ພ້ອມກັນ ສືບຕໍ່ເອົາໃຈໃສ່ວຽກງານວິຊາສະເພາະ ເປັນຕົ້ນ ວຽກງານອະນາໄມ ແລະ ສົ່ງເສີມສຸຂະພາບ; ວຽກງານຄວບຄຸມພະຍາດຕິດຕໍ່ ເປັນຕົ້ນ ພະຍາດໂຄວິດ-19, ເອດສ ແລະ ພະຍາດອື່ນໆ; ວຽກງານປິ່ນປົວ ແລະ ຟື້ນຟູໜ້າທີ່ການ; ວຽກງານຄຸ້ມຄອງຜູ້ບໍລິໂພກອາຫານ ແລະ ຢາ ທັງຕິດພັນການການບໍລິການ ແລະ ຮັບໃຊ້ປະຊາຊົນລາວບັນດາເຜົ່າ ໃຫ້ໄດ້ເຂົ້າເຖິງຕາໜ່າງສາທາລະນະສຸກຢ່າງທົ່ວເຖິງ ແລະ ເອົາໃຈໃສ່ວຽກງານອື່ນໆ ຕາມໜ້າທີ່ວິຊາສະເພາະຂອງຕົນ ໃຫ້ມີປະສິດທິຜົນດີຂຶ້ນເທື່ອລະກ້າວ.

ຂ່າວ: ມະນີທອນ
ພາບ: ເກດສະໜາ

ພະຍຸລະດູຮ້ອນຖະຫຼົ່ມ 3 ບ້ານຂອງເມືອງພຽງ ເສຍຫາຍໜັກ

ໄຊຍະບູລີ: ກອງເລຂາ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນເມືອງ, ເມືອງ ພຽງແຂວງ ໄຊຍະບູລີ ໄດ້ໃຫ້ຮູ້ວ່າ: ໃນວັນທີ 28 ມີນາ 2021 ນີ້, ເວລາ 18 ໂມງ 30 ນາທີ ໄດ້ເກີດມີລົມພະຍຸພັດເຮືອນຂອງປະຊາຊົນ 3 ບ້ານ ໄດ້ຮັບຜົນເສຍຫານ ລວມມູນຄ່າເກືອບ 2 ຕື້ກວ່າກີບ. ໃນວັນທີ 31 ມີນາ 2021 ນີ້, ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຈາກແຂວງ ແລະ ເມືອງພຽງ ໄດ້ລົງກວດກາເບິ່ງຜົນເສຍຫາຍຕົວຈິງຢູ່ເຂດທີ່ຖືກຜົນກະທົບດັ່ງກ່າວ, ພ້ອມທັງໄດ້ເນັ້ນໜັກໃຫ້ພາກສ່ວນທີ່ກ່ຽວຂ້ອງກວດກາ ແລະ ເກັບກໍາຂໍ້ມູນຜົນເສຍຫາຍຂອງປະຊາຊົນ ແລະ ບໍລິສັດທີ່ປູກກ້ວຍຄືນໃຫ້ລະອຽດ ພ້ອມທັງສັງລວມລາຍງານຫາຂັ້ນເທິງຕາມຂັ້ນຕອນ ແລະ ໃຫ້ການຊ່ວຍເຫລືອເບື້ອງຕົ້ນ ແກ່ຄອບຄົວທີ່ຖືກກະທົບໜັກຢ່າງຮີບດ່ວນ.

ສຳລັບ ຜູ້ທີ່ໄດ້ຮັບຜົນກະທົບ ແລະ ເສຍຫາຍຢູ່ 3 ບ້ານ, ມີ 8 ຄອບຄົວ, ຈໍານວນ 25 ຄົນ, ຊັບສິນຂອງລັດ 3 ແຫ່ງ ແລະ ສວນກ້ວຍ 2 ບໍລິສັດເສຍຫາຍຢ່າງໜັກໜ່ວງ ຄື: ບ້ານ ນາແລ ໄດ້ຮັບຜົນກະທົບ 5 ຄອບຄົວ, ມູນຄ່າຜົນເສຍຫາຍ 11 ລ້ານກວ່າກີບ, ບ້ານ ວັງຄໍາ 2 ຄອບຄົວ, ມູນຄ່າຜົນເສຍຫາຍ 1 ລ້ານກວ່າກີບ ແລະ ບ້ານໜອງບົວທອງ ມີ 1 ຄອບຄົວ, ມູນຄ່າເສຍຫາຍ 2 ແສນກວ່າກີບ, ໂຮງຮຽນປະຖົມໂພນຊຽງ ເສຍຫາຍມູນຄ່າເສຍຫາຍ 2 ລ້ານກວ່າກີບ, ໂຮງຮຽນປະຖົມນາແລ ເສຍຫາຍມູນຄ່າ 1 ລ້ານກວ່າກີບ, ຫ້ອງການບ້ານ ນາແລ ມູນຄ່າ 3 ລ້ານກີບ, ສວນກ້ວຍຂອງບໍລິສັດ ບົວບານ ຖືກເສຍຫາຍເນື້ອທີ່ 63 ເຮັກຕາ, ຈໍານວນຕົ້ນກ້ວຍ 142.000 ຕົ້ນ, ລວມມູນຄ່າເສຍຫາຍ 16 ຕື້ກີບ, ບໍລິສັດ ຕາຄິງ 10 ເຮັກຕາ, ມີ 31.000 ຕົ້ນ, ມູນຄ່າເສຍຫາຍ 3 ຕື້ກວ່າກີບ.

ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ

ເປີດນໍາໃຊ້ຢ່າງເປັນທາງການແລ້ວ ເສັ້ນທາງເບຕົງບ້ານວັງປາ ເມືອງແກ່ນທ້າວ

ພິທີ ເປີດການນໍາໃຊ້ເສັ້ນທາງເບຕົງ ຮູບແບບມີສ່ວນຮ່ວມ ລະຫວ່າງພາກລັດ ກັບປະຊາຊົນ ບ້ານວັງປາ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 30 ມີນາ 2021 ນີ້, ຢູ່ທີ່ບ້ານດັ່ງກ່າວ.

ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ຄໍາເພັດ ພົມມະລາດ ກໍາມະການພັກແຂວງ, ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງໄຊຍະບູລີ, ທ່ານ ອໍາຄາ ລັດສະໝີ ກໍາມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງແກ່ນທ້າວ, ມີກໍາມະການປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ກົມກອງ, ອົງການຈັດຕັ້ງ, ລັດວິສາຫະກິດ, ນັກທຸລະກິດຜູ້ປະກອບການ, ນາຍບ້ານ ແລະ ອົງການປົກຄອງບ້ານວັງປາ ພ້ອມດ້ວຍປະຊາຊົນພາຍໃນບ້ານເຂົ້າຢ່າງຫຼວງຫຼາຍ.

ໃນພິທີ ທ່ານ ສີຄານ ແກ່ນມະນີ ຮອງເຈົ້າເມືອງແກ່ນທ້າວ ໄດ້ລາຍງານວ່າ: ໂຄງການກໍ່ສ້າງທາງເບຕົງບ້ານວັງປາ ແມ່ນໂຄງການໜຶ່ງ ທີ່ຄະນະພັກ, ອົງການປົກຄອງເມືອງ ໄດ້ກໍານົດເຂົ້າຢູ່ໃນແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງ ແຕ່ປີ 2019-2024, ພາຍຫຼັງ ທີ່ໄດ້ກໍານົດເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງແລ້ວ,

ຄະນະພັກ, ອົງການປົກຄອງເມືອງ ໄດ້ຄົ້ນຄວ້າປຶກສາຫາລື ແລະ ມອບໝາຍໃຫ້ຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງ ສໍາຫຼວດ-ອອກແບບ-ຄິດໄລ່ ການກໍ່ສ້າງທາງເບຕົງຢູ່ແຕ່ລະເສັ້ນ, ແຕ່ລະບ້ານພາຍໃນເມືອງ ແລະ ຈັດລຽງບຸລິມະສິດລະອຽດຊັດເຈນ ແລ້ວໄດ້ຫັນເອົາບັນດານິຕິກໍາ ກ່ຽວກັບແນວທາງນະໂຍບາຍຂອງພັກ-ລັດ ຕິດພັນກັບແຜນຄິດໄລ່-ອອກແບບໂຄງການດັ່ງກ່າວ ລົງເຜີຍແຜ່ເຊື່ອມຊຶມໃຫ້ອົງການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນແຕ່ລະບ້ານພາຍໃນເມືອງ ໂດຍສະເພາະບ້ານວັງປາ.

ຈາກນັ້ນ, ມອບໃຫ້ບ້ານຄົ້ນຄວ້າປຶກສາຫາລືຄວາມເປັນໄປໄດ້ໃນການກໍ່ສ້າງ ໂດຍອີງໃສ່ທ່າແຮງຂອງບ້ານເປັນບັນຫາສໍາຄັນ ໂດຍມີປະຊາຊົນພາຍໃນບ້ານເຂົ້າຮ່ວມຄົ້ນຄວ້າປຶກສາຫາລື ແລະ ຕົກລົງກັນ ເພາະການກໍ່ສ້າງດັ່ງກ່າວ ດ້ານງົບປະມານ ນັບທັງວັດສະດຸ, ອຸປະກອນ, ແຮງງານໃນການກໍ່ສ້າງ ແມ່ນປະຊາຊົນພາຍໃນບ້ານ, ສ່ວນແຂວງຊ່ວຍຊີມັງ 100 ໂຕນ, ເມືອງຊ່ວຍເຄື່ອງປະສົມເບຕົງ, ວິຊາການກໍ່ສ້າງ ພ້ອມທັງອໍານວຍຄວາມສະດວກ ແລະ ຕິດຕາມກວດກາໃນການກໍ່ສ້າງຈົນສໍາເລັດ.

ໂຄງການກໍ່ສ້າງທາງເບຕົງ ແບບມີສ່ວນຮ່ວມ ເສັ້ນທາງຜັງບ້ານວັງປາ ຮ່ອມ 7, ຮ່ອມ 8 ແລະ ຮ່ອມ 14 ລະຫວ່າງ ພາກລັດ ກັບປະຊາຊົນ ມີລວງຍາວທັງໝົດ 330 ກວ່າແມັດ, ມູນຄ່າ 226.900.000 ກວ່າກີບ, ໃນນີ້, ທຶນຂອງພາກລັດ (ແຂວງຊ່ວຍຊີມັງ) 100 ໂຕນ ມູນຄ່າ 99.000.000 ກີບ ເທົ່າກັບ 44 % ແລະ ທຶນຂອງປະຊາຊົນ 127.900.000 ກວ່າກີບ ເທົ່າກັບ 56%. ເຊິ່ງຮ່ອມ 7 ມີລວງຍາວ 49 ແມັດ, ຮ່ອມ 8 ຍາວ 252 ແມັດ ແລະ ຮ່ອມ 14 ຍາວ 35 ແມັດ ແຕ່ລະຮ່ອມກວ້າງ 5 ແມັດ, ໜາ 15 ຊັງຕີແມັດ.

ໂອກາດນີ້, ທ່ານ ຄໍາເພັດ ພົມມະລາດ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງໄຊຍະບູລີ ໄດ້ມີຄໍາເຫັນໂອ້ລົມ ແລະ ເປີດການນໍາໃຊ້ເສັ້ນທາງເບຕົງບ້ານວັງປາ ເມືອງແກ່ນທ້າວ ແຂວງໄຊຍະບູລີ ຢ່າງເປັນທາງການ ພ້ອມທັງໃຫ້ກຽດລັ່ນຄ່ອງ 9 ບາດ ແລະ ຕັດລິບບິນ ເປີດນໍາໃຊ້ເສັ້ນທາງຢາງເປັນທາງການ.

ຂ່າວ: ແກ່ນທ້າວ

5 ປີຜ່ານມາ ແຂວງຫຼວງພະບາງລະດົມຊາວໜຸ່ມເຂົ້າເປັນທະຫານພັນທະຮັບໃຊ້ຊາດ 1.829 ຄົນ

ກອງປະຊຸມສະຫຼຸບວຽກງານກໍາລັງພົນ 5 ປີ 2015-2020 ແລະ ທິດທາງແຜນການ 5 ປີ 2021-2025 ຂອງກອງບັນຊາການທະຫານແຂວງຫຼວງພະບາງ ໄດ້ຈັດຂື້ນໃນວັນທີ່ 25 ມິນາ ນີ້. ທີ່ສະໂມສອນຂອງກອງບັນຊາການ ໂດຍເປັນປະທານຂອງ ພັນເອກ ວິລ່ຽມ ວົງທິສານ ຫົວໜ້າການທະຫານກອງບັນຊາການທະຫານແຂວງ, ມີຄະນະບັນຊາກອງບັນຊາການ, ອົງການ 5 ຫ້ອງອ້ອມຂ້າງ, ຄະນະບັນຊາກົມກອງພະນັກງານຜູ້ທີ່ເຮັດວຽກງານກໍາລັງພົນ ກົມກອງທົ່ວກອງບັນຊາການທະຫານແຂວງ ເຂົ້າຮ່ວມ.

ພິທີ ພັນໂທ ຄໍາເພັດ ຊາວສຸວັນ ຮອງຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານແຂວງ ໄດ້ຜ່ານບົດສະຫຼຸບວຽກງານກໍາລັງພົນ 5 ປີ ຜ່ານມາ ແລະທິດທາງແຜນການ 5 ປີຕໍ່ໜ້າ ວ່າ: 5 ປີຜ່ານມາໄດ້ສັ່ງຖອນ ແລະນໍາສົ່ງ-ຍົກຍ້າຍກົມກອງພັດປ່ຽນກໍາລັງພາຍໃນແຂວງ ຈໍານວນ 132 ຄົນ, ຍິງ 7 ຄົນ, ຈາກກໍາລັງຫຼວງມາຢູ່ທ້ອງຖິ່ນຈໍານວນ 163 ຄົນ, ຍິງ 5 ຄົນ, ຈາກທ້ອງຖິ່ນໄປຢູ່ກໍາລັງຫຼວງ 175 ຄົນ, ຍິງ 6 ຄົນ, ສຳລັບການລະດົມພົນນັບແຕ່ປີ 2015-2020 ໄດ້ປະຕິບັດຕາມຄໍາສັ່ງ ຂອງກົມໃຫ່ຍເສນາທິການກອງທັບ ວາງອອກກ່ຽວກັບມາດຖານເງື່ອນໄຂ ໃນການຄັດເລືອກເອົາທະຫານໃໝ່ ບົນພື້ນຖານອິງໃສ່ແຈ້ງການແບ່ງປັນຕົວເລກຂອງກົມກໍາລັງພົນນັບແຕ່ປີ 2015-2020 ສາມາດລະດົມຊາວໜຸ່ມເຂົ້າເປັນທະຫານພັນທະ ຮັບໃຊ້ຊາດໄດ້ທັງໝົດ 1.829 ຄົນ,

ໃນນີ້ ມີທະຫານອາຊີບ 92 ຄົນ, ຍິງ 19 ຄົນ, ມີທະຫານພັນທະປ້ອງກັນຊາດ 714 ຄົນ, ຍິງ 4 ຄົນ ແລະໄດ້ນໍາສົ່ງໃຫ້ກະຊວງ 1.013 ຄົນ, ໄດ້ຮ່ວມກັບໜ່ວຍສະເພາະກິດຂອງກະຊວງປ້ອງກັນປະເທດ ລົງກວດການາຍ ແລະພົນທະຫານ ເຂົ້າສູ່ລະບົບການຄຸ້ມຄອງກໍາລັງພົນກອງທັບສໍາເລັດໃນປີ 2015.

ໂອກາດນີ້ ຜູ້ເຂົ້າຮ່ວມໄດ້ພັດປ່ຽນກັນປະກອບຄໍາເຫັນກ່ຽວກັບ ການຈັດຕັ້ງປະຕິບັດວຽກງານລະດົມພົນ ຢູ່ແຕ່ລະກົມກອງເພື່ອເສີມຂະຫຍາຍຈຸດດີ ປັບປຸງແກ້ໄຂ ບັນຫາທີ່ຍັງຄົງຄ້າງເພື່ອນໃຫ້ວຽກງານມີປະສິດທິຜົນສູງຂື້ນ. ຕອນທ້າຍ ພັນເອກ ວິລ່ຽມ ວົງທິສານ ໄດ້ເນັ້ນໜັກໃຫ້ແຕ່ລະກົມກອງ ສຸມໃສ່ປະຕິບັດແຜນການ ແລະຄາດໝາຍຮອດປີ 2025 ຕ້ອງປະກອບກໍາລັງສູ້ຮົບໃຫ້ໄດ້ 80% ຂື້ນໄປ ສ້າງກອງຮ້ອຍກໍາລັງສໍາຮອງປ້ອງກັນຊາດໃຫ້ສໍາເລັດ 2 ກອງຮ້ອຍ ເພື່ອເປັນບ່ອນອິງໃນການກໍານົດແຜນການກໍ່ສ້າງໃນແຕ່ລະປີ,

ສຳລັບຄະນະບັນຊາ ແລະພະນັກງານຜູ້ທີ່ເຮັດວຽກງາານກໍາລັງພົນ ຕ້ອງເປັນເຈົ້າການຍົກສູງຄວາມຮັບຜິດຊອບ ເສີມຂະຫຍາຍຫົວຄິດປະດິດສ້າງ ເຄື່ອນໄຫວໃຫ້ຖືກຕ້ອງຕາມໜ້າທີ່ວຽກງານ ແລະນໍາເອົາເນື້ອໃນຂອງກອງປະຊຸມ ໄປຈັດຕັ້ງປະຕິບັດຢູ່ໃນກົມກອງຂອງຕົນໃຫ້ໄດ້ຮັບຜົນດີ.

ຂ່າວ: ໄຊຍະສອນ ລັດຕະນະວົງ. ພາບ: ສົມພອນ ສຸວັນທອນ.

ສປປ ລາວ ກຽມສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງທີ V

ລັັດຖະບານ ແຫ່ງ ສປປ ລາວ ແລະ ບັນດາຄູ່ຮ່ວມພັດທະນາ ຈາກທຸກໆພາກສ່ວນ ໄດ້ປຶກສາຫາລືເພື່ອກະກຽມຄວາມພ້ອມໃນການຈັດຕັ້ງປະຕິບັດການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສຂອງ ສປປ ລາວ ຄັ້ງທີ V ໃນປີ 2025. ກອງປະຊຸມປຶກສາຫາລືດັ່ງກ່າວ ໄດ້ຈັດຂຶ້ນທີ່ນະຄອນຫລວງວຽງຈັນ ໃນວັນທີ 30 ມີນາ 2021 ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ພອນສະຫລີ ສຸກສະຫວັດ ຫົວໜ້າສູນສະຖິຕິແຫ່ງຊາດ ແລະ ທ່ານ ນາງ ມາລຽມ ເອ ຄານ ຜູ້ຕາງໜ້າອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ ປະຈຳ ສປປ ລາວ ໂດຍມີຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ, ເອກອັກຄະລັດຖະທູດ, ຜູ້ຕາງໜ້າຈາກອົງການທີ່ບໍ່ສັງກັດລັດຖະບານ ແລະ ວິຊາການຈາກບັນດາກະຊວງທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ນາງ ພອນສະຫລີ ສຸກສະຫວັດ ກ່າວວ່າ: ຈຸດປະສົງກອງປະຊຸມຄັ້ງນີ້ ແມ່ນເພື່ອນຳສະເໜີແຜນການຈັດຕັ້ງປະຕິບັດການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງທີ V ປີ 2025 ລວມທັງແຜນດຳເນີນງານ, ຄວາມຕ້ອງການທາງດ້ານບຸກຄະລາກອນ ແລະ ງົບປະມານ ແລະ ເພື່ອປຶກສາຫາລືກ່ຽວກັບຂົງເຂດການຮ່ວມມືກັບບັນດາຄູ່ຮ່ວມພັດທະນາຂອງ ສປປ ລາວ, ຄວາມອາດສາມາດໃນການປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດການສຳຫລວດ, ກົນໄກ ແລະ ວິທີການເຮັດວຽກຮ່ວມກັນໃນຕໍ່ໜ້າ.

ຂໍ້ມູນສະຖິຕິທາງດ້ານພົນລະເມືອງ ແມ່ນຂໍ້ມູນໜຶ່ງທີ່ມີຄວາມສຳຄັນ ແລະ ຈຳເປັນທີ່ສຸດ ສຳລັບການສ້າງແຜນນະໂຍບາຍຕ່າງໆໃນແຕ່ລະໄລຍະ ໂດຍປະຕິບັດຕາມກົດໝາຍວ່າດ້ວຍສະຖິຕິ ແລະ ຍຸດທະສາດການພັດທະນາລະບົບສະຖິຕິແຫ່ງຊາດ ແບບຍືນຍົງ 2016-2025 ແລະ ວິໄສທັດຮອດປີ 2030. ຜ່ານມາ ລັດຖະບານ ແຫ່ງ ສປປ ລາວ ໄດ້ໃຫ້ຄວາມສຳຄັນ ແລະ ຈັດຕັ້ງປະຕິບັດການສຳຫລວດພົນລະ ເມືອງ ແລະ ທີ່ຢູ່ອາໄສມາແລ້ວ 4 ຄັ້ງ ໃນທຸກໆ 10 ປີ ເລີ່ມແຕ່ປີ 1985 ເປັນຕົ້ນມາ, ຄັ້ງຫລ້າສຸດແມ່ນປີ 2015 ໂດຍແມ່ນກະຊວງແຜນການ ແລະ ການລົງທຶນ, ສູນສະຖິຕິແຫ່ງຊາດ ເປັນໃຈກາງໃນການຈັດຕັ້ງປະຕິບັດ ພາຍໃຕ້ການປະສານສົມທົບ ແລະ ຮ່ວມມືກັບບັນດາຂະແໜງການ ແລະ ຄູ່ຮ່ວມພັດທະນາ.

ຜົນໄດ້ຮັບຈາກການຈັດຕັ້ງປະຕິບັດການສຳຫລວດດັ່ງກ່າວ ໄດ້ສະໜອງຂໍ້ມູນທີ່ຈຳເປັນພື້ນຖານທາງດ້ານພົນລະເມືອງເຊັ່ນ: ຈຳນວນພົນລະເມືອງແບ່ງຕາມເພດ, ອາຍຸ, ສະພາບສົມລົດ, ຊົນເຜົ່າ, ສາສະໜາ, ການສຶກສາ, ສະພາບການຈ້າງງານ, ການເກີດ, ການຕາຍ, ການໂຍກຍ້າຍ, ຄຸນລັກສະນະທີ່ຢູ່ອາໄສ, ການນຳໃຊ້ທີ່ດິນ ແລະ ການເຂົ້າເຖິງການບໍລການດ້ານສັງຄົມອື່ນໆ ເຊິ່ງເປັນຂໍ້ມູນທີ່ສຳຄັນ ສຳ ລັບການຕິດຕາມ ແລະ ປະເມີນ ຄວາມຄືບໜ້າໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງ ຄົມແຫ່ງຊາດ ແລະ ເປົ້າໝາຍການພັດທະນາແບບຍືນຍົງ.
ໂດຍເຫັນໄດ້ຄວາມໝາຍຄວາມສຳຄັນດັ່ງກ່າວ ລັດຖະບານ ແຫ່ງ ສປປ ລາວ ຈຶ່ງໃຫ້ຄວາມສຳ ຄັນ ແລະ ມີຄວາມມຸ່ງໝັ້ນອັນແຮງກ້າໃນການສືບຕໍ່ຈັດຕັ້ງປະຕິບັດ ການສຳຫລວດພົນລະເມືອງ ແລະ ທີ່ ຢູ່ອາໄສ ຄັ້ງທີ V ໃນປີ 2025 ໂດຍມີຈຸດປະສົງເພື່ອສືບຕໍ່ປັບປຸງຖານຂໍ້ມູນດ້ານພົນລະເມືອງແຫ່ງຊາດ ແລະ ສະໜອງຂໍ້ມູນໃຫ້ແກ່ການປະເມີນຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ IX ປີ 2021-2025 ແລະ ເປົ້າໝາຍການພັດທະນາແບບຍືນຍົງ.

ທ່ານ ນາງ ພອນສະຫລີ ສຸກສະຫວັດ ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການຮ່ວມມື ແລະ ການສະໜັບສະໜູນປະກອບສ່ວນຂອງບັນດາຄູ່ຮ່ວມພັດທະນາຈາກທຸກໆພາກສ່ວນ ຈະເປັນກຳລັງແຮງທີ່ໃຫຍ່ຫລວງ ເພື່ອຈັດຕັ້ງປະຕິບັດການສຳຫລວດດັ່ງກ່າວ ໃຫ້ໄດ້ຮັບຜົນສຳເລັດຕາມຄາດໝາຍທີ່ວາງໄວ້ ແລະ ຈະເປັນສ່ວນໜຶ່ງທີ່ສຳຄັນໃນການປັບປຸງ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບສະຖະຕິແຫ່ງຊາດ ໃຫ້ກ້າວສູ່ຄຸນນະພາບ ແລະ ທັນສະໄໝເທື່ອລະກ້າວ.

ຂ່າວ: ສິງຄຳ, ພາບ: ເກດສະໜາ – ຂປລ

ສໍາເລັດການຝຶກອົບຮົມວຽກງານສືບສວນ-ສອບສວນທາງດ້ານການເງິນໃນຄະດີຖານຕ້ານການສໍ້ລາດບັງຫຼວງ

ອົງການກວດກາລັດຖະບານ ແລະ ອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ຮ່ວມກັບ ອົງການສະຫະປະຊາຊາດ ເພື່ອນຕ້ານຢາເສບຕິດ ແລະ ອາຊະຍາກໍາປະຈໍາລາວ (UNODC) ໄດ້ສໍາເລັດຊຸດຝຶກອົບຮົມກ່ຽວກັບວຽກງານສືບສວນ-ສອບສວນທາງດ້ານການເງິນ ໃນຄະດີຖານຕ້ານ ການສໍ້ລາດບັງຫຼວງເມື່ອບໍ່ດົນມານີ້ ທີ່ແຂວງຈຳປາສັກ ພາຍໃຕ້ການເປັນປະທານ ແລະ ໃຫ້ກຽດ ມອບໃບຢັ້ງຢືນໂດຍ ທ່ານ ວັນຄໍາ ໄຊວົງສັກ ຄະນະພັກ ຫົວໜ້າກົມຄົ້ນຄວ້າ ແລະ ວາລະສານ ກວດກາ ຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ; ທ່ານ ຟຣານເຊສໂກ້ ແຊັກກີ້ ທີ່ປຶກສາຕ້ານການສໍ້ລາດບັງຫຼວງ ຂອງອົງການສະຫະປະຊາຊາດ ເພື່ອຕ້ານຢາເສບຕິດ ແລະ ອາ ຊະຍາກໍາ ປະຈໍາລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ການຝຶກອົບຮົມໃນຄັ້ງນີ້, ນັກສໍາມະນາກອນໄດ້ຮັບຟັງການບັນລະຍາຍຈາກນັກວິທະຍາກອນ ທັງພາຍໃນ ແລະ ຕ່າງປະເທດ ກ່ຽວກັບວຽກງານສືບສວນ – ສອບສວນ ເປັນຕົ້ນ ຄວາມຮູ້ພື້ນຖານ ກ່ຽວກັບວຽກງານກວດກາລັດ, ການສືບສວນ-ສອບສວນການສໍ້ລາດບັງຫຼວງ; ການຕິດຕາມຮ່ອງ ຮອຍຂອງເງິນ, ຊັບສິນທີ່ຖືກລັກໄປ, ແນວຄິດ ແລະ ຂໍ້ກໍານົດທີ່ສໍາຄັນ-ຂັ້ນຕອນທໍາອິດເວລາເປີດ ການດໍາເນີນຄະດີ, ການສ້າງ ຫຼື ລຽງລໍາດັບເວລາ, ການສືບສວນ – ສອບສວນບຸກຄົນທາງດ້ານກົດ ໝາຍ, ການສໍ້ລາດບັງຫຼວງໃນໂຄງການລົງທຶນກໍ່ສ້າງພື້ນຖານໂຄງລ່າງຂອງລັດ ພ້ອມນັ້ນ, ຍັງມີ ການຕັ້ງຄໍາຖາມແລກປ່ຽນບົດຮຽນປະສົບການຕົວຈິງ ລະຫວ່າງນັກສໍາມະນາກອນ ແລະ ວິທະຍາກອນ ດ້ວຍບັນຍາກາດຟົດຟື້ນ.

ທ່ານ ວັນຄໍາ ໄຊວົງສັກ ກ່າວວ່າ: ການຝຶກອົບຮົມຄັ້ງນີ້ ເຫັນວ່າຊ່ຽວຊານ, ຄູ-ອາຈານ ແລະ ສໍາມະນາກອນ ລ້ວນແຕ່ມີຄວາມເອົາໃຈໃສ່ຢ່າງຕັ້ງໜ້າ ເຂົ້າໃນການບັນລະຍາຍ-ຖ່າຍທອດຄວາມຮູ້ປະ ສົບການໃນການສົນທະນາແລກປ່ຽນຢ່າງຟົດຟື້ນ ແລະ ຮັບຜິດຊອບສູງ, ເຮັດໃຫ້ຜູ້ເຂົ້າຮ່ວມສາມາດ ຮຽນຮູ້ບົດຮຽນ ແລະ ປະສົບການອັນໃໝ່ເພີ່ມຕື່ມກ່ຽວກັບວຽກງານສືບສວນ-ສອບສວນ ທາງດ້ານການ ເງິນ ໃນຄະດີຖານຕ້ານການສໍ້ລາດບັງຫຼວງ ພ້ອມນີ້ກໍຮຽກຮ້ອງມາຍັງນັກສຳມະນາກອນທັງໝົດ ຈົ່ງ ສືບຕໍ່ນຳເອົາບົດຮຽນ ແລະ ປະສົບການຈາກການຝຶກອົບຮົມໃນຄັ້ງນີ້ ໄປສືບຕໍ່ຄົ້ນຄວ້າ ແລະ ຜັນຂະ ຫຍາຍເຂົ້າໃນວຽກງານຂອງຕົນໃຫ້ໄດ້ຮັບໝາກຜົນດີຂຶ້ນເປັນກ້າວໆ.

ຂ່າວ: ກວດກາລັດຖະບານ

ພະນັກງານສົ່ງອາຫານ ຟູດແພນດ້າ ທົ່ວປະເທດ ຮ່ວມໃຈຊ່ວຍເຫຼືອສັງຄົມ!

ພາຍໃນເດືອນ ມີນາ 2021, ພະນັກງານສົ່ງອາຫານ ຟູດແພນດ້າ ໃນ 10 ແຂວງທົ່ວປະເທດ ໄດ້ຮ່ວມໃຈກັນ ເຮັດກິດຈະກຳຊ່ວຍເຫຼືອສັງຄົມໃນແຕ່ລະແຂວງຂອງໂຕເອງເຊັ່ນ: ມອບເຄື່ອງອຸປະໂພກບໍລິໂພກໃຫ້ກັບສູນຄົນພິການ, ມອບອຸປະກອນການສຶກສາໃຫ້ກັບໂຮງຮຽນທີ່ຍັງຂາດເຂີນ ແລະ ອະນາໄມ ເກັບຂີ້ເຫຍື້ອຕາມສະຖານທີ່ສາທາລະນະ. 

ນອກຈາກເຮັດວຽກສົ່ງອາຫານ ແລະ ເຄື່ອງໃຊ້ສອຍ ຮອດບ້ານທ່ານແລ້ວ, ໄຣເດີ້ ເຫຼົ່ານີ້ຍັງເຫັນຄວາມສຳຄັນໃນການຊ່ວຍເຫຼືອສັງຄົມ, ພວກເຂົາໄດ້ມອບນໍ້າໃຈ ແລະ ສິ່ງຂອງເລັກໆນ້ອຍໆທີ່ຈຳເປັນໃຫ້ກັບສັງຄົມ ທີ່ເຂົາເຈົ້າອາໄສຢູ່.

ໃນກິດຈະກຳເທື່ອນີ້, ມີພະນັກງານສົ່ງອາຫານຂອງຟູດແພນດ້າ ຫຼາຍກວ່າ 200 ຄົນໄດ້ອາສາສະໝັກ ແລະ ປະກອບສ່ວນໃນກິດຈະກ່າງ ແລະ ລວມເປັນມູນຄ່າທັງໝົດທີ່ຊ່ວຍເຫຼືອເປັນຈຳນວນ 22,500,000 ກີບ.

1 ນະຄອນຫຼວງວຽງຈັນ: ມອບເຄື່ອງອຸປະໂພກໃຫ້ສູນຄົນພູການຕາບອດທົ່ງປົງ ເມືອງສີໂຄດຕະບອງ,​ ນະຄອນຫຼວງວຽງຈັນ 

2 ແຂວງຫຼວງພະບາງ: ໄດ້ຈັດກິດຈະກຳລ້ຽງເຂົ້າໂຮງຮຽນເດັກກຳພ້າຫຼວງພະບາງ, ບ້ານ ມ້າ, ເມືອງຫຼວງພະບາງ ແລະ ແຂວງ ຫຼວງພະບາງ

3 ແຂວງອຸດົມໄຊ ໄດ້ບໍລິຈາກເຄື່ອງໃຫ້ໂຮງຮຽນ ປະຖົມແລະ ມັດຖະຍົມພູແທ່ນ ມ. ຫຼາ ຂ. ອຸດົມໄຊ

4 ແຂວງປາກເຊ ໂຮງຮຽນປະຖົມ ບ້ານໜອງເມັກ ເມືອງຊະນະສົມບູນ ແຂວງຈຳປາສັກ

5 ແຂວງຊຽງຂວາງ: ບໍລິຈາກອຸປະກອນການສືກສາ ແລະ ເຄື່ອງກິລາໃຫ້ແກ່ ນ້ອງນັກຮຽນປະຖົມບ້ານ ຄອງແວນ ເມືອງແປກ ແຂວງຊຽງຂວາງ 

6 ແຂວງວຽງຈັນ: ມອບອຸປະກອນການສຶກສາໃຫ້ກັບໂຮງຮຽນປະຖົມບ້ານນາ ປາດໃຕ້,ບ້ານນາ ປາດໃຕ້, ເມືອງ ວັງວຽງ, ແຂວງ ວຽງຈັນ 

7 ຄຳມ່ວນ: ມອບອຸປະກອນການສຶກສາໃຫ້ກັບໂຮງໂຮງມໍຕົ້ນດົງໃຕ້, ເມືອງ ທ່າແຂກ, ແຂວງ ຄໍາມ່ວນ 

8 ບໍລິຄຳໄຊ: ມອບອຸປະກອນເຄື່ອງກິລາໃຫ້ກັບໂຮງຮຽນ ຕັ້ງຢູ່ບ້ານ ນາໄໝ ເມືອງ ປາກຊັນ ແຂວງ ບໍລິຄຳໄຊ  

9 ສະຫວັນນະເຂດ: ລົງເກັບຂີ້ເຫຍື້ອ ເພື່ອຮັກສາສິ່ງແວດລ້ອມ ແລະ ທັງເປັນການຄຳນັບຮັບຕ້ອນ ວັນແມ່ຍິງສາກົນ ທີ່ ສວນສາທາລະນະແຄມຂອງ ນະຄອນໄກສອນ ແຂວງ ສະຫວັນນະເຂດ 

10 ໄຊຍະບູລີ: ບໍລິຈາກເຄື່ອງໂຮງຮຽນປະຖົມ ສາສົມບູນ ບ້ານໂພນແກ້ວ, ເມື່ອງ ໄຊຍະບູລີ, ແຂວງ ໄຊຍະບູລີ