Home Blog Page 214

7 ບ້ານແດງ ໃນເມືອງໂພນໂຮງ

ລາຍງານວັນທີ 7 ກໍລະກົດ 2021 ມີ ຈໍານວນ 7 ບ້ານ ພາຍໃນເມືອງໂພນໂຮງ ຖືກກຳ ນົດເປັນເຂດແດງ ເນື່ອງຈາກມີຜູ້ຕິດເຊື້ອພະຍາດໂຄວິດ- 19 ຄື: ບ້ານຫລັກ 52, ນາເລົາ, ບ້ານໃໝ່, ນາບອນ, ໜອງປຸ່ງ, ໂພນທັນ, , ແລະ ບ້ານສີວິໄລ. ເຊີ່ງມາຮອດວັນທີ 7 ກໍລະ ກົດ 2021 ທັງ 7 ບ້ານມີຜູ້ຕິດເຊື້ອລວມກັນແລ້ວ 45 ຄົນ ໃນຈຳນວນຜູ້ຕິດເຊື້ອພະຍາດໂຄວິດ-19 ສະສົມທັງ ໝົດ 65 ຄົນ ພາຍໃນແຂວງວຽງຈັນ.

ທ່ານ ສົມປະສົງ ສຸວັນຄໍາຈັນ, ເຈົ້າເມືອງ ຂອງເມືອງ ໂພນໂຮງ, ແຂວງວຽງຈັນ ໃຫ້ສໍາພາດວ່າ: ທັງ 7 ບ້ານທີ່ຖືກກຳນົດເປັນເຂດແດງ ແມ່ນອະນຸຍາດໃຫ້ເຂົ້າ-ອອກສໍາລັບຜູ້ທີ່ມີຄວາມຈຳເປັນເທົ່ານັ້ນ ໂດຍມີທຸກຂະແໜງການຂອງແຂວງ, ເມືອງ ແລະ ບ້ານທີ່ກ່ຽວຂ້ອງ ເຮັດວຽກຮ່ວມກັນເພື່ອຄວບ ຄຸມການລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ ແລະ ໄດ້ເກັບຕົວ ຢ່າງຜູ້ທີ່ສໍາຜັດໃກ້ສິດກັບຜູ້ຕິດເຊື້ອໄປກວດກາເຊື້ອແລ້ວ 280 ຕົວຢ່າງ ເຊີ່ງຢູ່ໃນໄລຍະລໍຖ້າຟັງຜົນໃນປັດຈຸບັນນີ້.

ສໍາລັບຜູ້ທີ່ມີຈຸດປະສົງເດີນທາງໄປທາງພາກເໜືອ ຫລື ເດີນທາງເຂົ້າໄປແຂວງວຽງຈັນ ແຕ່ມີຄວາມຈຳເປັນຕ້ອງຜ່ານບັນດາບ້ານທີ່ກຳນົດເປັນເຂດແດງ ແມ່ນສາມາດເດີນ ທາງຜ່ານໄດ້ ແຕ່ຫ້າມຈອດລົດເດັດຂາດ ເພາະແຕ່ລະບ້ານມີເຈົ້າໜ້າທີ່ກ່ຽວຂ້ອງເວນຍາມຢ່າງເຂັ້ມງວດທີ່ສຸດຈົນກວ່າຈະຄົບກຳນົດ 14 ວັນ.

Cr: ບຸນຕຽງ ຈັນທະວົງ

6 ເດືອນຕົ້ນປີ ອັດຕະປື ເກັບລາຍຮັບເຂົ້າງົບປະມານໄດ້ 100 ຕື້ກວ່າກີບ

ອີງຕາມການລາຍງານ ຂອງສຳນັກຂ່າວ ຂປລ ໃຫ້ຮູ້ວ່າ: ທ່ານ ນາງ ໄຍຄໍາ ສີຊານົນ ຮອງຫົວໜ້າພະແນກການເງິນ ແຂວງ ອັດຕະປື ໄດ້ລາຍງານ ໃນກອງປະຊຸມເຊື່ອມຊືມມະຕິກອງປະຊຸມໃຫ່ຍ ຄັ້ງທີ Xl ຂອງພັກ ແລະ ມະຕິ Xl ຂອງອົງຄະນະພັກແຂວງ ໃນຂົງເຂດການເງີນ ເມື່ອບໍ່ດົນນີ້ວ່າ:

ໃນ 6 ເດືອນຕົ້ນປີ 2021 ນີ້, ທາງຄະນະ ພັກຮາກຖານພະແນກການເງິນແຂວງ ໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາ ວຽກງານການຈັດເກັບລາຍຮັບເຂົ້າງົບປະມານ ຢ່າງມີຈຸດສຸມ ແລະ ມີຜົນສໍາເລັດ ເຊິ່ງສາມາດປະຕິບັດ ໄດ້ທັງ ໝົດ 100 ຕື້ກວ່າກີບ, ເທົ່າກັບ 75,20% ຂອງແຜນການປີ,ໃນນີ້, ຮັບຈາກພູດສູນກາງມີ 40,8 ຕື້ກວ່າກີບ, ເທົ່າກັບ 16,34% ຂອງແຜນການປີ, ຮັບຈາກສວຍສາອາກອນມີ 34,6 ຕື້ກວ່າກີບ, ເທົ່າກັບ 40,74%, ຮັບຈາກກອງກວດກາພາສີ 69,9 ລ້ານກວ່າກີບ, ເທົ່າກັບ 2% ຂອງແຜນການປີ, ຮັບຈາກດ່ານພາສີສາກົນພູເກືອ 18,5 ຕື້ກວ່າກີບ, ເທົ່າກັບ 58,88% ຂອງແຜນການປີ ແລະ ຮັບຈາກຊັບສິນຂອງລັດ 17 ຕື້ກວ່າກີບ.

ສຳລັບ 6 ເດືອນທ້າຍປີ 2021 ນີ້, ໄດ້ວາງຄາດໝາຍ ຈັດເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ທັງໝົດ 33 ຕື້ກວ່າກີບ, ເທົ່າກັບ 24,77 % ຂອງແຜນການປີ,ໃນນັ້ນຮັບຈາກສວຍສາອາກອນໃຫ້ໄດ້ 50 ຕື້ກວ່າກີບ, ຈາກພາສີທີ່ດິນ 3 ຕື້ກວ່າກີບ, ເທົ່າກັບ 98% ຂອງແຜນການປີ, ຈາກຊັບສິນຂອງລັດໃຫ້ໄດ້ 11 ຕື້ກວ່າກີບ. ເພື່ອບັນລຸຕາມແຜນການດັ່ງກ່າວ, ທາງຄະນະພັກຮາກຖານ ພະແນການເງິນແຂວງ ຈະສືບຕໍ່ນໍາພາ-ຊີ້ນໍາສາມະຊິກພັກທຸກສະຫາຍ, ພະນັກ ງານທຸກຄົນ ໃນການຍົກສູງຄວາມຮັບຜິດຊອບການເກັບລາຍຮັບ, ສືບຕໍ່ເຜີຍແຜ່ບັນດາກົດໝາຍ, ນິຕິກຳຕ່າງໆ ໃຫ້ພະນັກງານລັດຖະກອນ, ນັກທຸລະກິດ, ພໍ່ຄ້າຊາວຂາຍ, ພໍ່ແມ່ປະຊາຊົນ ຕື່ນຕົວເປັນເຈົ້າການ ປະຕິບັດພັນທະຂອງຕົນໃຫ້ຖືກຕ້ອງຄົບຖ້ວນ ແລະ ທັນເວລາ.

ພ້ອມນັ້ນ, ຍັງສືບຕໍ່ເກັບກູ້ໜີ້ສິນ ທີ່ຍັງຄ້າງມອບອາກອນ ແລະ ສັບສິນຂອງລັດ ນຳໃຊ້ມາດຕະການຢ່າງເຄັ່ງຄັດຕໍ່ຜູ້ ທີ່ຝ່າຝືນລະບຽບກົດໝາຍ ຈັດຕັ້ງແກ້ໄຂສະພາບການ, ສ້າງບົດສະຫຼຸບລາຍງານການເງິນແບບຫຼຸບທຶນ, ປິດບັງ, ປອມແປງ, ຊຸກເຊື່ອງ ໃຫ້ສາມາດຈັດເກັບລາຍຮັບຕາມຄວາມເປັນຈິງ, ສືບຕໍ່ປັບປຸງລະບົບການຄຸ້ມຄອງເຄື່ອງມືທີ່ທັນສະໄໝ ເຂົ້້າໃນການຄຸ້ມຄອງເກັບລາຍຮັບ, ໂດຍໃຫ້ຂະແໜງການສາຍຕັ້ງສະໜັບສະໜູນດ້ານງົບປະມານ ແລະ ວິຊາການ, ຫັນບັນດາທຸລະກິິດ ທີ່ມີເງື່ອນໄຂໃຫ້ມາຖືບັນຊີເຂົ້າສູ່ລະບົບອາກອນມູນຄ່າເພີ່ມ ນຳໃຊ້ໃບບິນ ແລະ ຫັນເປັນທັນສະໄໝ.

​ພະ​ແນກ ຖວ​ທ ລົງເຄື່ອນໄຫວ​ເກັບ​ກຳ​ຂໍ້​ມູນ​ແຫຼ່ງ​ທ່ອງ​ທ່ຽວ ເພື່ອກຽມສ້າງສື່ໂຄສະນາ

ອີງຕາມການລາຍງານຈາກ ແຟນເພສ ປະຊາຊົນ ໃຫ້ຮູ້ວ່າ: ເພື່ອເປັນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວພາຍໃນແຂວງສາລະວັນ ໃຫ້ມີຍາກາດຟົດຟື້ນ ແລະ ສ້າງຄວາມດຶງດູດສົນໃຈຕໍ່ກັບນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ນັບມື້ນັບຫຼາຍຂຶ້ນຜ່ານການໂຄສະນາ, ເຜີຍແຜ່ຂໍ້ມູນຂ່າວສານແຫຼ່ງທ່ອງທ່ຽວຕ່າງໆ ທີ່ສຳຄັນ ແລະ ໂດດເດັ່ນໃນແຕ່ລະແຫ່ງ ດ້ວຍຫຼາຍຮູບ ຫຼາຍສີສັນ ເພື່ອເຮັດໃຫ້ນັກທ່ອງທ່ຽວເຂົ້າເຖິງດ້ານຂໍ້ມູນເບື້ອງຕົ້ນໃນການທ່ອງທ່ຽວ ເຊັ່ນ: ຈຸດທີ່ຕັ້ງ, ໄລຍະທາງການເຂົ້າເຖິງ, ດ້ານປະຫວັດຄວາມເປັນມາ.

ທ່ານ ວອນ ເດີນດາວົງ ຮອງຫົວໜ້າຂະແໜງທ່ອງທ່ຽວ ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວ​ທ) ແຂວງ ໃຫ້ສຳພາດເມື່ອບໍ່​ດົນ​ມານີ້ວ່າ: ​ພະ​ແນກ ຖວ​ທ ໄດ້ຈັດ​ຕັ້ງລົງເຄື່ອນໄຫວ​ເກັບ​ກຳ​ຂໍ້​ມູນ​ແຫຼ່ງ​ທ່ອງ​ທ່ຽວ ໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ວັນທີ 29 ມິຖຸນາ ຫາ ວັນທີ 6 ກໍລະກົດ 2021, ເພື່ອເກັບກຳຂໍ້ມູນຄືນ ດ້ານປະຫວັດຄວາມເປັນມາ, ຈຸດລິເລີ່ມການສ້າງ, ການຄົ້ນພົບ, ການເຂົ້າເຖິງ, ສະພາບບັນຍາກາດການທ່ອງທ່ຽວໃນແຕ່ລະໄລຍະ, ເກັບກຳຮູບພາບ ການປັບປຸງ, ປ່ຽນແປງ ແລະ ພັດທະນາໃນແຕ່ລະໄລຍະ ເປັນຕົ້ນ ເສັ້ນທາງການເຂົ້າເຖິງ, ສິ່ງເອື້ອອຳນວຍຄວາມສະດວກ, ການຄຸ້ມຄອງ, ການປົກປັກຮັກສາ ເພື່ອສ້າງເປັນສື່ໂຄສະນາການທ່ອງທ່ຽວ ເປັນຕົ້ນ ປຶ້ມ, ແຜ່ນພັບ, ບົວຊົວ, ປ້າຍໂຄສະນາແຫຼ່ງທ່ອງທ່ຽວ, ຜ່ານສື່ມວນຊົນແຂວງ ແລະ ສູນກາງ ແນໃສ່ດຶງດູດນັກທ່ອງທ່ຽວ, ທັງເຜີຍແຜ່ຂໍ້ມູນທີ່ສຳຄັນໃຫ້ເຂົາເຈົ້າຮັບຮູ້ຢ່າງກວ້າງຂວາງ.

ໃນໄລຍະທຳອິດໄດ້ເຄື່ອນໄຫວຢູ່ 3 ເມືອງ, 8 ຈຸດ ຄື: ເມືອງເລົ່າງາມ ຢູ່ແຫຼ່ງທ່ອງທ່ຽວ ຖ້ຳເກົ້າຮູພູຕາກເຂົ້າ, ຫັດຖະກຳຕໍ່າແຜ່ນ ບ້ານຫ້ວຍຫູນ, ພຣະເຈົ້າໃຫຍ່ອົງຕື້ ບ້ານໂອກາດ, ພຣະເຈົ້າໃຫຍ່ອົງແສນ ບ້ານຄົງໃຫຍ່ ເມືອງຄົງເຊໂດນ ແລະ ຜະລິດຕະພັນທີ່ມີຊື່ສຽງຂອງເມືອງ ຄື: ປີ້ງໄກ່ນາປົ່ງ-ເຫຼົ້າຂາວເມືອງຄົງ ແລະ ເມືອງວາປີ ແມ່ນຢູ່ວັດພຣະແກ້ວໜອງສອງຫ້ອງ ແລະ ແຫຼ່ງທ່ອງທ່ຽວແກ້ງກຸ-ປາກເສັດ. ໄລຍະທີ 2 ເຄື່ອນໄຫວຢູ່ເມືອງຕຸ້ມລານ, ຕະໂອ້ຍ ແລະ ເມືອງສະໝ້ວຍ ເຊັ່ນ: ຫັດຖະກຳຕໍ່າແຜນ ບ້ານດິນດາກ, ຫັດຖະກຳຕໍ່າແຜ່ນສະຫະພັນແມ່ຍິງເມືອງຕະໂອ້ຍ ແລະ ນ້ຳຕົກຕາດລະຢຶງ, ນ້ຳຕົກຕາດຕັນດຶ ຢູ່ເມືອງສະໝ້ວຍ.

ນອກຈາກຈະສະໜອງໃຫ້ແກ່ການສ້າງສື່ໂຄສະນາການທ່ອງທ່ຽວແລ້ວ, ຍັງເປັນການຮີບໂຮມເອົາຂໍ້ມູນທີ່ສຳຄັນ, ຮັບປະກັນຄວາມຖືກຕ້ອງ, ຊັດເຈນ ຕາມຄວາມເປັນຈິງ ແລະ ຄວາມເປັນເອກະພາບ ​ຊຶ່ງໄດ້ເກັບກຳຕາມແບບຟອມ, ໃຫ້ຂໍ້ມູນຂອງຊາວບ້ານ, ອຳນາດການປົກຄອງບ້ານ ແລະ ເອກະສານຕ່າງໆທີ່ກ່ຽວຂ້ອງ ສັງລວມເປັນຂໍ້ມູນທີ່ສຳຄັນ, ຮີບໂຮມເອົາແຫຼ່ງທ່ອງທ່ຽວໃນແຕ່ລະແຫ່ງ ທີ່ເປັນທ່າແຮງບົ່ມຊ້ອນໃນການພັດທະນາເສດຖະກິດ-ສັງຄົມ ແລະ ເປັນຂໍ້ມູນໃຫ້ແກ່ນັກຮຽນ, ນັກສຶກສາ ໄດ້ຄົ້ນຄວ້າໃນຕໍ່ໜ້າ.

(ພາບ-ຂ່າວ: ວິໄລວອນ ສິດທິໄຊ)

ລັດຖະມົນຕີຕ່າງປະເທດ ແຫ່ງສະຫະພັນຣັດເຊຍ ຢ້ຽມຢາມເຮັດວຽກຢູ່ ສປປ ລາວ

ຕາມການລາຍງານ ຈາກວິທະຍຸ ກະຈາຍສຽງ ແຫ່ງຊາດລາວ, ໃນວັນທີ 7 ກໍລະກົດ 2021 ທີ່ນະຄອນຫລວງວຽງຈັນ, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ແລະ ພົບປະປຶກສາຫາລືກັບ ທ່ານ ເຊຣເກ ລາວະຣົບ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສະຫະພັນຣັດເຊຍ ໃນໂອກາດນຳພາຄະນະຜູ້ແທນມາຢ້ຽມຢາມ ເຮັດວຽກ ຢູ່ ສປປ ລາວ ລະຫວ່າງວັນທີ 6-7 ກໍລະກົດ 2021.

ການພົບປະຄັ້ງນີ້, ສອງຝ່າຍ ໄດ້ທົບທວນຄືນ ແລະ ຕີລາຄາສູງຕໍ່ການພົວພັນຮ່ວມມືໃນຂອບການຮ່ວມມືສອງຝ່າຍ ແລະ ຫລາຍຝ່າຍ ໃນໄລຍະຜ່ານມາ ໂດຍໄດ້ຮັບການຮັດເເໜ້ນ ແລະ ເສີມຂະຫຍາຍຢ່າງຕໍ່ເນື່ອງ ບົນພື້ນຖານຄວາມເຂົ້າອົກເຂົ້າໃຈ, ການຊ່ວຍເຫລືອເຊິ່ງກັນ ແລະກັນ, ການພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອມາແຕ່ດົນນານ ໃນປີ 2021 ນີ້ ແມ່ນຄົບຮອບ 10 ປີ ແຫ່ງການເປັນຄູ່ຮ່ວມມືຍຸດທະສາດ ດ້ານຄວາມໝັ້ນຄົງໃນຂົງເຂດອາຊີ-ປາຊີຟິກ. ບົນຈິດໃຈດັ່ງກ່າວ, ສອງຝ່າຍ ໄດ້ເປັນເອກະພາບກັນເພີ່ມທະວີຊຸກຍູ້ການພົວພັນສອງຝ່າຍໃນຫລາຍຂົງເຂດ ເຊັ່ນ: ການຮ່ວມມືດ້ານເສດຖະກິດ-ການຄ້າ, ການລົງທຶນ, ພະລັງງານ, ການສຶກສາ, ການທະຫານ, ວິທະຍາສາດ-ເຕັກໂນໂລຊີ, ການ ທ່ອງທ່ຽວ ແລະອື່ນໆ ທີ່ສອງຝ່າຍມີຄວາມສົນໃຈ ແລະມີຜົນປະໂຫຍດຮ່ວມກັນ. ສອງຝ່າຍ ພ້ອມກັນຕີລາຄາສູງຕໍ່ການຮ່ວມມືໃນຂອບ ອາຊຽນ-ຣັດເຊຍ, ປີນີ້ ແມ່ນຄົບຮອບ 30 ປີ ແຫ່ງການພົວພັນອາຊຽນ-ຣັດເຊຍ ແລະ25 ປີ ແຫ່ງການເປັນຄູ່ຮ່ວມເຈລະນາ ອາຊຽນ-ຣັດເຊຍ, ເຊິ່ງໄລຍະຜ່ານມາ ຣັດເຊຍ ໄດ້ປະກອບສ່ວນຊຸກຍູ້ໃນຂົງເຂດການເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນາທຳ-ສັງຄົມ ຂອງອາຊຽນ ກໍຄືການຮ່ວມມືຕ້ານການກໍ່ອາຊະຍາກຳຂ້າມຊາດ, ການຄ້າ ແລະການລົງທຶນ, ພະລັງງານ ແລະ ການຕ້ານໄພພິບັດ ປະກອບສ່ວນຊ່ວຍໃຫ້ອາຊຽນ ຮັບມືກັບສິ່ງທ້າທາຍ ແລະ ມີຜົນດີຕໍ່ການພັດທະນາໃນພາກພື້ນ. ນອກຈາກນີ້, ສອງຝ່າຍ ຍັງໄດ້ໃຫ້ການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນການແກ້ໄຂບັນຫາສາກົນທີ່ພົ້ນເດັ່ນ ແລະສິ່ງທ້າທາຍຕ່າງໆ. ພ້ອມນີ້, ສອງຝ່າຍ ໄດ້ລົງນາມຮ່ວມກັນໃນແຜນການປຶກສາຫາລື ລະຫວ່າງ ສອງກະຊວງການຕ່າງປະ ເທດ ລາວ-ຣັດເຊຍ.

ໂອກາດດຽວກັນນີ້, ທ່ານ ສະເຫລີມໄຊ ກົມມະສິດ ຍັງໄດ້ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຊ່ວຍເຫລືອອັນລໍ້າຄ່າຂອງ ລັດຖະບານ ແລະ ປະຊາຊົນຣັດເຊຍ ທີ່ມີຕໍ່ ສປປ ລາວ ຕະຫລອດໄລຍະຜ່ານມາ ໂດຍສະເພາະການຊ່ວຍເຫລືອສ້າງຊັບພະຍາກອນມະນຸດ ແລະອຸປະກອນເຕັກນິກດ້ານການທະຫານ, ການຊ່ວຍເຫລືອດ້ານມະນຸດສະທໍາ, ອຸປະກອນການແພດເພື່ອກວດຫາເຊື້ອພະຍາດໂຄວິດ-19 ແລະວັກຊິນ ສະປຸດນິກວີ ຂອງຣັດເຊຍ.

ພ້ອມກັນນີ້, ທ່ານ ເຊຣເກ ລາວະຣົບ ຍັງໄດ້ປະດັບຫລຽນໄຊມິດຕະພາບໃຫ້ແກ່ ທ່ານ ສະເຫລີມ ໄຊກົມມະສິດ ເພື່ອເປັນການຍ້ອງຍໍສັນລະເສີນຜົນງານທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການຊຸກຍູ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອມາຍາວນານ ລວມທັງການເປັນຄູ່ຮ່ວມມືຍຸດທະສາດ ລະຫວ່າງ ລາວ-ຣັດເຊຍ ສືບຕໍ່ໄດ້ຮັບການຮັດແໜ້ນ ແລະເສີມຂະຫຍາຍຢ່າງຕັ້ງໜ້າຕະຫລອດໄລຍະຊຸມປີຜ່ານມາ.

ໃນການເຄື່ອນໄຫວຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້, ທ່ານ ເຊຣເກ ລາວະຣົບ ພ້ອມດ້ວຍຄະນະ ຍັງໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ແລະ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.

ກຽມຂະຫຍາຍໂຮງໝໍພາກສະໜາມ ຢູ່ແຂວງຈຳປາສັກ ເນື່ອງຈາກຈຳນວນຜູ້ຕິດເຊື້ອໂຄວິດ-19 ເພີ່ມຂຶ້ນ

ຕາມການລາຍງານ ຂອງ ສຳນັກຂ່າວ ຂປລ ໃຫ້ຮູ້ວ່າ ທ່ານ ໂສມ ບຸດຕະກຸນ ຮອງເຈົ້າແຂວງຈຳປາສັກ, ທັງເປັນຜູ້ປະຈຳການ ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດໂຄວິດ-19 ຂັ້ນແຂວງ ໄດ້ໃຫ້ສຳພາດກັບນັກຂ່າວ ສຳນັກຂ່າວສານປະເທດລາວ ໃນວັນທີ 7 ກໍລະກົດ 2021 ນີ້ວ່າ: ປັດຈຸບັນ, ແຂວງຈຳປາສັກ ກຽມຂະຫຍາຍໂຮງໝໍພາກສະໜາມ ຕື່ມອີກ 2 ແຫ່ງ ເພື່ອຮອງຮັບຄົນເຈັບທີ່ຕິດເຊື້ອ ໂຄວິດ-19 ຢູ່ໂຮງໝໍ 106 ແລະ ວິທະຍາໄລການເງິນພາກໃຕ້ ເນື່ອງຈາກຈຳນວນຜູ້ຕິດເຊື້ອໂຄວິດ-19 ຢູ່ພາຍໃນແຂວງມີຈຳນວນເພີ່ມຂຶ້ນ, ເຊິ່ງນັບແຕ່ຕົ້ນປີ 2021 ຫາ ວັນທີ 7 ກໍລະກົດ 2021 ມີຜູ້ຕິດເຊື້ອທັງໝົດ 571 ຄົນ, ຍິງ 273 ຄົນ (ຕິດເຊື້ອໃນຊຸມຊົນ 118 ຄົນ ແລະ ຕິດເຊື້ອນໍາເຂົ້າຈາກແຮງງານກັບມາແຕ່ປະເທດເພື່ອນບ້ານ 453 ຄົນ), ໃນນັ້ນ ມີຜູ້ຕິດເຊື້ອຕ່າງແຂວງ 190 ຄົນ ປະກອບມີ: ສາລະວັນ 154 ຄົນ, ສະຫວັນນະເຂດ 18 ຄົນ, ນະຄອນຫລວງ 9 ຄົນ, ຄໍາມ່ວນ 6 ຄົນ, ບໍລິຄໍາໄຊ, ເຊກອງ ແລະ ແຂວງວຽງຈັນ ແຂວງລະ 1 ຄົນ.

ມາຮອດປັດຈຸບັນ, ປິ່ນປົວຫາຍດີສະສົມ 371 ຄົນ, ຍັງສືບຕໍ່ປິ່ນປົວຈໍານວນ 200 ຄົນ ຢູ່ສູນປິ່ນປົວເມືອງໂພນທອງ ແລະ ໂຮງໝໍພາກສະໜາມຫຼັກ 21.

ທ່ານ ໂສມ ບຸດຕະກຸນ ໃຫ້ຮູ້ຕື່ມວ່າ: ແຮງງານລາວທີ່ເຂົ້າມາ ຜ່ານດ່ານສາກົນວັງເຕົ່າ-ຊ່ອງເມັກ ສະສົມປີ 2021 ຮອດປັດຈຸບັນ ມີທັງໝົດ 11.090 ຄົນ ໃນນັ້ນ ຈໍາປາສັກ 7.044 ຕ່າງແຂວງ 4.046 ຄົນ. ສໍາລັບແຮງງານທີ່ເຂົ້າມາຈໍາກັດບໍລິເວນທີ່ສູນຫຼັກ 21 ປະຈຸບັນມີ 1.020 ຄົນ, ຍິງ 432 ຄົນ.

ໃນຂະນະດຽວກັນ, ທ່ານ ດຣ ລັດສະໝີ ສີພັນ ຫົວໜ້າຂະແໜງຄວບຄຸມພະຍາດຕິດຕໍ່ ແຂວງຈຳປາສັກ ໄດ້ກ່າວວ່າ: ປັດຈຸບັນ, ແຮງງານລາວທີ່ເຂົ້າມາຢູ່ສູນກັກກັນມີຈຳນວນຫຼາຍ ມື້ໜຶ່ງມີເຖິງ 100 ຫາ 200 ຄົນ ເຮັດໃຫ້ພວກເຮົາມີຄວາມຫຍຸ້ງຍາກຫຼາຍ ເນື່ອງຈາກສະຖານທີ່ຮອງຮັບບໍ່ພຽງພໍ, ເຄື່ອງອຸປະໂພກ ແລະ ເຄື່ອງໃຊ້ຕ່າງໆທີ່ຈຳເປັນກໍບໍ່ພຽງພໍ ເປັນຕົ້ນ ກໍຄື ສາດ, ໝອນ, ມຸ້ງ, ນ້ຳຢາຂ້າເຊື້ອ, ສະບູ ແລະ ອື່ນໆ.

ສໍາລັບ ຢູ່ສູນປິ່ນປົວ 2 ແຫ່ງ ທີ່ປິ່ນປົວຜູ້ທີ່ມີອາການເບົາບາງ ຫາຮ້າຍແຮງ ກໍພົບຄວາມຫຍຸ້ງຍາກຄືກັນ ເພາະວ່າຈຳນວນຜູ້ຕິດເຊື້ອກໍມີທ່າອ່ຽງເພີ່ມຂຶ້ນ ເຮັດໃຫ້ສູນປິ່ນປົວດັ່ງກ່າວເຕັມ. ສະນັ້ນ, ພວກເຮົາຈຳເປັນຕ້ອງໄດ້ຂະຫຍາຍ ໂຮງໝໍພາກສະໜາມເພີ່ມຕື່ມ ເພື່ອຮອງຮັບຄົນເຈັບທີ່ຕິດເຊື້ອໃໝ່, ແຕ່ກໍຍັງມີຄວາມຕ້ອງການ ສາດ, ໝອນ, ມຸ້ງ ແລະ ອຸປະ ກອນຮັບໃຊ້ທີ່ຈຳເປັນຕ່າງໆ ເພື່ອຮັບໃຊ້ຢູ່ໃນໂຮງໝໍພາກສະໜາມດັ່ງກ່າວ.

ແຜ່ນດິນໄຫວ 4.9 ຣິກເຕີ ທີ່ ບ້ານປຸ່ງຟາດ ເມືອນເງີນ ແຂວງໄຊຍະບູລີ

ລາຍງານະພາບການເກີດແຜ່ນດິນໄຫວ ໃນຄັ້ງວັນທີ 07 ກໍລະກົດ 2021, ເວລາ 13:43 ໂມງ, ລາຍງານແຜ່ນດິນໄຫວໃນສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫຼ່ງຊາດ ໃນຂອບເຂດທົ່ງປະເທດ ເຊິ່ງໄດ້ພົບສັນຍານການເກີດແຜ່ນດິນໄຫວ ໃນປະເທດລາວ ຈຳນວນ 1 ຄັ້ງ, ໃນບໍລິເວນ ແຂວງໄຊຍະບູລີ, ລາຍລະອຽດຂອງການເກີດແຜ່ນດິນໄຫວ ມີຄືດັ່ງລຸ່ມນີ້:

ໃນເວລາ 13:43:49 ຂອງໂມງທ້ອງຖິ່ນໄດ້ພົບສັນຍານແຜ່ນດິນໄຫວຈຸດສູງກາງ ເສັ້ນຂະໜານທີ 18.68 N ແລະ ເສັ້ນແວງທີ 101.15 E ຄວາມແຮງສັ່ນສະເທືອນວັດແທກໄດ້ 4.9 ຮິກເຕີ 4.9 ຮິກເຕີ, ເຊິ່ງມີຄວາມເລິກຈາກເທິງໜ້າດິນປະມານ 15 Km ຈຸດສູນກາງເກີດແຜ່ນດິນໄຫວ ຢູ່ທີ່ ບໍລິເວນ ບ້ານ ປຸ່ງຟາດ ເມືອງ ເງິນ ແຂວງ ໄຊຍະບູລີ, ເຊິ່ງຈຸດເກີດແຜ່ນດິນໄຫວ ແມ່ນຫ່າງຈາກເທດາະບານເມືອງເງີນ ປະມານ 8 KM

ທ່ານ ເຊຣກາ ລາຟ, ລັດຖະມົນຕີກະຊວງການຕ່າງປະເທດ ສະຫະພັນຣັດເຊຍ ໄດ້ຢ້ຽມຢາມເຖິງ ສປປ ລາວ ແລ້ວ

ອີງຕາມການລາຍງານ ຂອງໜັງສືພິມເສດຖະກິດການຄ້າ, ທ່ານ ເຊຣເກ ລາຟໂຣຟ ( Sergey LAROV), ລັດຖະມົນຕີກະຊວງການຕ່າງປະເທດ ສະຫະພັນຣັດເຊຍ ໄດ້ເດີນທາງມາເຖິງນະຄອນຫລວງວຽງຈັນໃນຕອນຄໍ່າມື້ວານນີ້ (6 ກໍລະກົດ 2021) ເພື່ອເຄື່ອນໄຫວຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນວັນທີ 7 ກໍລະກົດນີ້.

ໃນໄລຍະຢູ່ຢ້ຽມຢາມລາວ ທ່ານ ເຊຣເກ ລາຟໂຣຟ ຈະພົບປະກັບ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດລາວ, ພ້ອມທັງ ຈະເຂົ້າຢ້ຽມຂໍ່ານັບ ທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ ແລະ ທ່ານ ທອງລຸນ ສີສຸລິດ, ປະທານປະເທດ.

ສໍາລັບ ສປປ ລາວ ແລະ ສະຫະພັນຣັດເຊຍ ສ້າງຕັ້ງສາຍພົວພັນທາງ ການທູດຮ່ວມກັນໃນວັນທີ 7 ຕຸລາ 1960. ໃນປີ 2020 ຜ່ານມາ ລາວ ແລະ ຣັດເຊຍ ໄດ້ພ້ອມກັນສະເຫລີມສະຫລອງ 60 ປີ ແຫ່ງ ການພົວພັນມິດຕະພາບ ແລະ ການຮ່ວມມື ລາວ-ຣັດເຊຍ.

ປັດຈຸບັນ, ການພົວພັນ ລະຫວ່າງ ລາວ-ຣັດເຊຍ ໄດ້ຮັບການຂະຫຍາຍຕົວຢ່າງຕັ້ງໜ້າ, ການປຶກສາຫາລືແລກປ່ຽນທາງດ້ານການເມືອງ, ການພັດທະນາ ແມ່ນມີການຮ່ວມມືກັນຢ່າງຕໍ່ເນື່ອງ.

ໃນປີ 2015 ປະມຸກລັດຂອງສອງປະເທດ ໄດ້ມີການພົບປະກັນ ທີ່ນະຄອນຫຼວງປັກກິ່ງ ແຫ່ງ ສປຈີນ, ເນື່ອງໃນໂອກາດສະເຫຼີມສະຫຼອງ ແລະ ສັນສະເສີນວັນສິ້ນສຸດສົງຄາມໂລກຄັ້ງທີ 2 ຄົບຮອບ 70 ປີ. ນອກຈາກນັ້ນ, ທ່ານ ວາລາດີເມຍ ປູຕິນ ປະທານນາທິບໍດີ ຣັດເຊຍ ໄດ້ພົບປະກັບ ທ່ານ ທອງລຸນ ສີສຸລິດ ເຊີ່ງຕອນນັ້ນ ດໍາລົງຕໍາແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແບບສ່ວນຕົວ ໃນກອງປະຊຸມສຸດຍອດ ຣັດເຊຍ-ອາຊຽນ ທີ່ ໂຊຈີ ແລະ ຢູ່ ສີງກະໂປ ໃນເດືອນພະຈິກ ປີ 2018. ໃນເດືອນກັນຍາ ປີ 2017, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມ ຢາມ ຣັດເຊຍ ຢ່າງເປັນທາງການ ເພື່ອສືບຕໍ່ເສີມສ້າງການພົວພັນຮ່ວມມືສອງຝ່າຍ ກໍຄືການຢ້ຽມຢາມທາງລັດຖະສະພາ, ອົງການຊາວໜຸ່ມ ແລະ ອົງການຈັດຕັ້ງສັງຄົມ ລວມທັງສະມາຄົມມິດຕະພາບ.

ໄລຍະຜ່ານມາ ຣັດເຊຍ ໄດ້ໃຫ້ການຊ່ວຍເຫລືອລາວຫລາຍດ້ານ ໂດຍສະເພາະໃນໄລຍະທີ່ລາວປະສົບໄພພິບັດທາງທໍາມະຊາດໃນ ປີ 2018, ຣັດ ເຊຍ ໄດ້ຈັດສົ່ງ-ມອບເຄື່ອງຊ່ວຍເຫຼືອດ້ານມະນຸດສະທຳ ໃຫ້ແກ່ປະຊາຊົນລາວ ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມຂະໜາດໃຫຍ່ ຢູ່ແຂວງອັດຕະປື. ນອກຈາກນີ້ ໃນເດືອນພຶດສະພາ ປີ 2020 ຜ່ານມາ, ໄດ້ມອບອຸປະກອນລະບົບການກວດພະຍາດ ໂຄວິດ-19 ຊຶ່ງຜະລິດໂດຍຣັດເຊຍ ຈຳນວນ 1.000 ເຄື່ອງ. ຕໍ່ມາໄດ້ຊ່ວຍ ເຫລືອວັກຊີນປ້ອງກັນພະຍາດໂຄວິດ-19 (Sputnik V) ຈໍານວນ 1.000 ໂດສ ໃຫ້ ສປປ ລາວ ໃນຕົ້ນປີ 2021 ນີ້. ນອກຈາກນີ້ ຍັງມີການຊ່ວຍເຫລືອດ້ານອື່ນໆ ຕື່ມອີກ.

ຕາມຈັບ ຄົນຫນີຈາກສູນ ກັກໂຕໂຄວິດ 14 ວັນ

ເຈົ້າຫນ້າທີ່ໄລ່ຕາມຈັບ ຄົນຫນີຈາກສູນກັກໂຕໂຄວິດ-19 14 ວັນ, ສຸດທ້າຍ ສາມາດນຳໂຕໄດ້ກັບຄືນສູນ ເພື່ອກັກໂຕຕໍ່ໄປ ເຊິ່ງເຫດການນີ້ເກີດຂຶ້ນ ທີ່ເມືອງ ປະທຸມພອນ ແຂວງ ຈຳປາສັກ

ຕາມການລາຍງານຈາກແຟນເພສ ຂ່າວວັນນີ້ / news to day ໃຫ້ຮູ້ວ່າ ເຈົ້າາຫນ້າທີ່ ໄດ້ໄລ່ຕາມຈັບ ບຸກຄົນ ທີ່ຖືກກັກໂຕ ໂຄວິດ-19 ເພື່ອຕິດຕາມອາການ ແຕ່ຜູ້ກ່ຽວພະຍາມຫນີຈາກສູນ ເຝົ້າຕິດຕາມ 14 ວັນ.

ຫຼ້າສຸດ, ເຈົ້າຫນ້າທີ່ ກໍສາມາດຈັບຜູ່ກ່ຽວ ມາເຂົ້າສູນຕິດຕາມຕໍ່ໄປ.

ຂໍໃຫ້ທຸກຄົນທີ່ເດີນທາງກັບມາຈາກຕ່າງປະເທດ ໃຫ້ພາກັນມີຄວາມຮັບຜິດຊອບຕໍ່ສ່ວນລວມ ແລະ ປະຕິບັດຕົນ ໃນເຂດທີ່ເຈົ້າຫນ້າທີ່ ກຳນົດເຂດໄວ້ໃຫ້ ເພື່ອໃຫ້ເຈົ້າຫນ້າທີ່ ຕິດຕາມອາການ ພາຍໃນ 14 ວັນຫາກບໍ່ມີ ອາການໃດໆ ກໍ່ກັບບ້ານ.

ມາຮູ້ຈັກກັບຜົນປະໂຫຍດແທ້ຈິງ ຈາກທາງລົດໄຟລາວ-ຈີນ

ເສັ້ນທາງລົດໄຟລາວ-ຈີນ ທີ່ມີກຳນົດເປີດໃຫ້ນໍາໃຊ້ໃນເດືຶອນທັນວານີ້ໄດ້ກາຍເປັນຫົວຂໍ້ສົນ ທະນາຢ່າງຮ້ອນແຮງໃນວົງການສື່ມ່ວນຊົນທັງພາຍໃນ ແລະ ຕ່າງປະເທດ ກໍ່ຄືສື່ສັງຄົມອອນລາຍໃນໄລຍະສອງສາມອາທິດທີ່ຜ່ານມາ. ໃນເວທີດັ່ງກ່າວ, ປະຊາຊົນຈໍານວນຫຼວງຫຼາຍໄດ້ສະແດງຄວາມຊົມເຊີຍຕໍ່ຄວາມສາມາດຂອງລາວ ແລະ ຈີນໃນການຂັບເຄືຶຶ່ອນໂຄງການລົງທຶນຂະໜາດໃຫຍ່ນີ້ຈົນຮອດຂັ້ນຕອນສຸດທ້າຍ, ໃນເວລາດຽວກັນກໍ່ມີຄົນຈຳນວນໜຶ່ງສະແດງຄວາມເປັນຫ່ວງກ່ຽວກັບໜີ້ສາທາລະນະຂອງລາວທີ່ເພີ່ມຂຶ້ນຍ້ອນໂຄງການດັ່ງກ່າວ.

ໃນຖານະທີ່ຂ້າພະເຈົ້າເປັນໜຶ່ງ ໃນທີມງານເຈົ້າໜ້າ ທີ່ລາວທີ່ໄດ້ຮັບແຕ່ງຕັ້ງ ຈາກທ່ານຮອງນາຍົກລັດ ຖະມົນຕີ ໃຫ້ປະກອບສ່ວນເຂົ້້າໃນການສ້າງສັນຍາແມ່ຂອງໂຄງການທາງລົດໄຟສາຍນີ້ມາຕັ້ງແຕ່ຕົ້ນ, ຂ້າພະເຈົ້າຢາກສະໜອງຂໍ້ມູນບາງຢ່າງກ່ຽວກັບໂຄງການນີ້ ແລະ ເປີດເຜີຍຈຳນວນເງິນທີ່ລັດຖະບານໄດ້ກູ້ຢືມຈາກຈີນເພື່ອມາລົງທຶນໂຄງການນີ້.

ຈາກນັ້ນ, ຂ້າພະເຈົ້າຈະສະແດງທັດສະນະສ່ວນຕົວຂອງຂ້າພະເຈົ້າກ່ຽວກັບຜົນປະໂຫຍດ ທີ່ລາວຈະໄດ້ຮັບຈາກໂຄງການຮ່ວມມືລາວ-ຈີນ ນີ້, ໂດຍສະເພາະ ກ່ຽວກັບຄວາມເປັນໄປໄດ້ທີ່ປະເທດລາວ ທີ່ຕົກຢູ່ໃນກັບດັກໜີ້ສິນຂອງຈີນທີ່ຫຼາຍຄົນເປັນຫ່ວງ, ແຕ່ເພື່ອຕອບບັນດາຄຳຖາມ ແລະ ຂໍ້ຂ້ອງໃຈຂ້າງເທິງນັ້ນ, ກ່ອນອື່ນໝົດຂ້າພະເຈົ້າຈະແຈ້ງໃຫ້ເຫັນຈຸດປະສົງຂອງໂຄງການ, ຈາກນັ້ນຈະເວົ້າເຖິງຮູບແບບການລົງທຶນ ກ່ອນທີ່ຈະສະຫຼຸບຜົນປະ ໂຫຍດຂອງໂຄງການວ່າມີຫຍັງແດ່. ຈຸດປະສົງໂຄງການ:ເສັ້ນທາງລົດໄຟລາວ-ຈີນແມ່ນສ່ວນໜຶ່ງຂອງຂໍ້ລິເລີ່ມ Hardware ຂອງ ໂຄງການໜຶ່ງແລວໜຶ່ງເສັ້ນທາງ Road and Belt ຂອງຈີນ, ເຊິ່ງມີຈຸດປະສົງເພື່ອເພີ່ມທະວີການຮ່ວມມືດ້ານການຄ້າ ແລະ ການທ່ອງທ່ຽວລະຫວ່າງຈີນແລະປະເທດອື່ນໆໃນໂລກ.

ທາງລົດໄຟລາວ-ຈີນແມ່ນສ່ວນໜຶ່ງຂອງທາງລົດໄຟສິງກະໂປ-ຄຸນໝິງທີ່ໄດ້ຮັບການຮັບຮອງຈາກຜູ້ນຳອາຊຽນໃນກອງປະຊຸມສຸດຍອດອາຊຽນໃນປີ 2011 ຕາມຄຳແນະນຳຂອງກອງປະຊຸມລັດ ຖະມົນຕີຂົນສົ່ງອາຊຽນໃນເວລານັ້ນ.

ເພືຶ່ອເປັນສ່ວນໜຶ່ງຂອງຄວາມພະຍາຍາມໃນການຈັດຕັ້ງປະຕິບັດຂໍ້ລິເລີ່ມອາຊຽນ, ລັດຖະ ບານລາວ ແລະ ຈີນໄດ້ຕົກລົງຮ່ວມມືກັນກໍ່ສ້າງທາງລົດໄຟທີ່ມີຄວາມຍາວ ປະມານ 422.4 ກິໂລແມັດ ເຊິ່ງເລີ່ມຈາກຊາຍແດນຈີນໃນເມືອງບໍ່ເຕນ ສະຖານນີຂົນສົ່ງສິນຄ້າ ທ່ານາແລ້ງ ໃນນະຄອນຫຼວງວຽງຈັນ.

ມາຮອດປະຈຸບັນປະມານ 99 ສ່ວນຮ້ອຍຂອງວຽກງານພື້ນຖານໄດ້ສໍາເລັດແລ້ວ.

ພາຍຫຼັງສໍາເລັດແລ້ວເສັ້ນທາງສາຍນີ້ຈະເຊື່ອມຕໍ່ກັບທາງລົດໄຟຂອງປະເທດໄທທີ່ຖືກກຳນົດຈະສ້າງຈາກຈັ່ງຫວັດໜອງຄາຍຫາບາງກອກປະເທດ, ຕໍ່ໄປຍັງປະເທດມາເລເຊຍ ແລະ ສິງກະໂປ. ເສັ້ນທາງລົດໄຟລາວ-ຈີນໄດ້ຖືກສ້າງຂຶ້ນໃນຮູບແບບການລົງທຶນລະຫວ່າງພາກລັດ-ເອກະຊົນ (PPP), ກໍ່ສ້າງ, ດຳເນີນງານ ແລະ ສົ່ງມອບ (BOT) ແລະ ກົນໄກຮ່ວມມື້ລະຫວ່າງລັດຖະບານຕໍ່ລັດຖະບານ (G to G). ໂດຍອີງໃສ່ຮູບແບບການຮ່ວມມືເຫຼົ່ານີ້, ລັດຖະບານລາວແລະຈີນໄດ້ຕົກລົງສ້າງຕັ້ງບໍລິສັດຮ່ວມທຶນໂດຍມີອັດຕາສ່ວນການຖືຫຸ້ນ 30-70 ເປີເຊັນ.

ຍ້ອນເຫັນຮູບແບບການລົງທຶນເປັນແນວນີ້, ຫຼາຍໆຄົນຄົງເຂົ້າໃຈວ່າລັດຖະບານລາວຕ້ອງໄດ້ຢືມເງິນເປັນຈຳນວນມະຫາສານເພື່ອຄ້ຳປະກັນໃຫ້ລາວໄດ້ຮັບສ່ວນແບ່ງໃນການຖືຫຸ້ນ 30 ສ່ວນຮ້ອຍຂອງໂຄງການ, ເຊິ່ງສົມມຸດຖານນີ້ແມ່ນມີເຫດຜົນແຕ່ບໍ່ຖືກຕ້ອງ 100 ເປີເຊັນ.

ຄວາມຈິງແລ້ວການສະໜອງທຶນໃຫ້ແກ່ໂຄງການນີ້ຖືກແບ່ງອອກເປັນສອງສ່ວນຫຼັກ, ໜຶ່ງແມ່ນການສະໜອງທຶນໃນຮູບແບບ Debt financing, ເຊິ່ງບໍລິສັດຮ່ວມທຶນລາວ-ຈີນເປັນຜູ້ຮັບຜິດຊອບກູ້ຢືມ ແລະ ອີກສ່ວນໜຶ່ງແມ່ນລົງທຶນຖືຫຸ້ນ (equity) ເຊິ່ງລັດຖະບານສອງປະເທດເປັນຜູ້ຮັບຜິດຊອບເອົາເງິນມາໃສ່ເປັນຫຸ້ນ.

ການສະໜອງທຶນໃນຮູບແບບ debt financing ກວມເອົາ 60 ເປີເຊັນຂອງຈໍານວນເງິນລົງທຶນທັງໝົດ 5.9 ຕື້ໂດລາສະຫະລັດ, ນີ້ໝາຍຄວາມວ່າບໍລິສັດຮ່ວມທຶນລາວ-ຈີນຈະຕ້ອງເປັນຜູ້ກູ້ຢືມເງິນຈາກລັດຖະບານຈີນຈຳນວນ 3.54 ຕື້ໂດລາສະຫະລັດ.

ພາຍໃຕ້ການຮູບແບບການລົງທຶນທີ່ເປັນເອກະລັກນີ້, ລັດຖະບານລາວບໍ່ຈຳເປັນຕ້ອງກູ້ຢືມເງິນຈຳນວນມະຫາສານຈາກຈີນເພື່ອສະໜອງທຶນໃຫ້ແກ່ໂຄງການດັ່ງທີ່ນັກວິຈານຫຼາຍຄົນອອກມາເປີດ ເຜີຍກ່ອນໜ້ານີ້.ຈຳນວນຕົວຈິງແລ້ວ, ຈໍານວນເງິນທີ່ລັດຖະບານລາວຕ້ອງໄດ້ກູ້ຢືມຈາກຈີນເພື່ອຮັບປະກັນໃຫ້ລາວມີຫຸ້ນໃນອັດຕາສ່ວນ 30 ເປີເຊັນຂອງທຶນໃນໂຄງການແມ່ນມີພຽງແຕ່ 480 ລ້ານໂດລາສະຫະ ລັດໂດຍມີອັດຕາດອກເບ້ຍ 2,3 ເປີເຊັນຕໍ່ປີ, ສ່ວນທີ່ຍັງເຫຼືອແມ່ນການປະກອບສ່ວນທາງດ້ານການເງິນຈາກລັດຖະບານລາວ, ເຊິ່ງຕົກປະມານ 250 ລ້ານໂດລາສະຫະລັດ.ເມືອເບິ່ງຈຳນວນເງິນທີ່ປະເທດລາວເຮົາຕ້ອງໄດ້ກູ້ຢືມຈາກປະເທດຈີນແລ້ວ ເຫັນວ່າ ລັດຖະ ບານລາວຈະບໍ່ປະເຊີນກັບການກູ້ຢືມຂະໜາດໃຫຍ່ ແລະ ຈະບໍ່ມີຄວາມສ່ຽງດ້ານການລົງທຶນຫຼາຍດັ່ງທີ່ນັກວິຈານຫຼາຍຄົນໄດ້ສະແດງຄວາມກັງວົນກ່ອນໜ້ານີ້.ອາດມີບາງທ່ານໂຕ້ແຍ້ງຕໍ່ກັບບັນຫານີ້ວ່າເຖິງວ່າລັດຖະບານລາວບໍ່ຕ້ອງກູ້ຢືມໂດຍກົງຈາກຈີນເປັນຈຳນວນຫຼວງຫຼາຍກໍ່ຕາມ, ແຕ່ລັດຖະບານຈະບໍ່ສາມາດປະຕິເສດຜົນໄດ້ຮັບຂອງການດຳເນີນງານຂອງບໍລິສັດຮ່ວມທຶນ. ຄຳຖາມໃຫຍ່ຂອງຫຼາຍທ່ານແມ່ນມີຢູ່ວ່າຈະມີຫຍັງເກີດຂຶ້ນຖ້າບໍລິສັດຮ່ວມທຶນລະຫວ່າງລາວ-ຈີນ ບໍ່ສາມາດສ້າງລາຍໄດ້ທີ່ພຽງພໍໃຊ້ໜີ້ເງິນກູ້ຢືມຈາກຈີນມາ ເຖິງແມ່ນວ່າຄວາມກັງວົນນີ້ແມ່ນສົມເຫດສົມຜົນ, ແຕ່ຂ້າພະເຈົ້າເຊື່ອຢ່າງຈິງຈັງວ່າບໍລິສັດຮ່ວມທຶນຈະເຮັດວຽກໃຫ້ດີທີ່ສຸດເພື່ອສ້າງລາຍຮັບ ແລະ ນຳເງິນມາຊໍາລະໜີ້ທີ່ຢືມເພາະວ່າບໍລິສັດເປັນຜູ້ກູ້ຢືມເງິນ ບໍ່ແມ່ນລັດຖະບານ ແລະ ແນ່ນອນລັດຖະບານຈີນ, ເຊິ່ງຖືຮຸ້ນສ່ວນໃຫຍ່ຈະບໍ່ປ່ອຍໃຫ້ບໍລິສັດຮ່ວມທຶນ ພົບກັບຄວາມຫຍຸ້ງຍາກທາງດ້ານການເງິນຢ່າງແນ່ນອນ, ເພາະວ່າການລົງທຶນແມ່ນສ້າງຂຶ້ນຕາມກົນໄກການຮ່ວມມື ລັດຕໍ່ລັດ (G-to-G).

ໃນສະຖານະການທີ່ຮ້າຍແຮງທີ່ສຸດ, ຜູ້ໃຫ້ກູ້ອາດຈະຍຶດ ແລະ ຄວບຄຸມໂຄງການ, ເຊິ່ງທາງດ້ານເຕັກນິກແລ້ວໂຄງການນີ້ເປັນໂຄງການຂອງຈີນເປັນສ່ວນໃຫຍ່ເພາະວ່າເພີ່ນຖືຫຸ້ນ 70 ເປີເຊັນຂອງການລົງທຶນຂອງໂຄງການ. ເຖິງຢ່າງໃດກໍ່ຕາມ, ຂ້າພະເຈົ້າຄິດວ່າການຍຶດໂຄງການຈະບໍ່ເກີດຂຶ້ນພາຍໃຕ້ວິທີການລົງທຶນແບບນີ້. ອີກຢ່າງໜຶ່ງຈີນໄດ້ເຊັນສັນຍາຮ່ວມຊາຕາກຳກັບລາວແລ້ວຈະບໍ່ປ່ອຍໃຫ້ຄູ່ຮ່ວມອັບຜົນປະໂຫຍດ.ຖ້າເວົ້າເຖິງຜົນປະໂຫຍດຂອງໂຄງການລົດໄຟ, ອີງຕາມຜົນການສຶກສາຄວາມເປັນໄປໄດ້ຂອງໂຄງການ, ອັດຕາຜົນຕອບແທນທາງການເງິນແມ່ນ 6.3 ເປີເຊັນໃນໄລຍະ 25 ປີ ທໍາອິດ.ຜົນຕອບແທນທາງດ້ານການເງິນໃນການລົງທຶນນີ້ແມ່ນຂ້ອນຂ້າງຕໍ່າເມື່ອທຽບກັບຜົນຕອບແທນຂອງການລົງທຶນໃນຂະແໜງການອື່ນໆ. ໃນຄວາມຄິດເຫັນຂອງຂ້າພະເຈົ້າ, ຜົນຕອບແທນຕໍ່າໃນການລົງທຶນດ້ານພື້ນຖານໂຄງລ່າງບໍ່ແມ່ນເລື່ອງແປກເພາະມັນເປັນກົດເກນ. ຜົນຕອບແທນຕໍ່າຈາກການດຳເນີນກິດຈະການລົດໄຟນີ້ບໍ່ພຽງແຕ່ເກີດຂຶ້ນໃນປະເທດໃດໜຶ່ງເທົ່ານັ້ນແຕ່ມັນເກີດຂຶ້ນທົ່ວໂລກ.ແທ້ຈິງແລ້ວ, ມັນເປັນສິ່ງທີ່ຫາຍາກຫຼາຍທີ່ເຫັນການດຳເນີນງານທາງລົດໄຟມີກຳໄລເພາະວ່າຈຸດປະສົງຂອງໂຄງການແມ່ນເພື່ອຮັບໃຊ້ປະຊາຊົນ ແລະ ມັນໄດ້ຖືກອອກແບບເພື່ອສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ການຄ້າ ແລະ ທຸລະກິດ ແລະ ສະໜັບສະໜູນການເຕີບໂຕສີຂຽວທົ່ວໂລກຫຼາຍກວ່າຈະເປັນໂຄງການທີ່ຫາກໍາໄລ.

ໃນເມື່ອຜົນຕອບແທນທາງດ້ານການເງິນໃນການລົງທຶນຕໍ່າແນວນີ້ ປະເທດລາວຈະໄດ້ຮັບຜົນປະໂຫຍດຫຍັງຈາກການລົງທຶນນີ້? ຂ້າພະເຈົ້າຄິດວ່າເຖິງແມ່ນວ່າ ຜົນຕອບແທນທາງການເງິນຈະຕໍ່າ, ອັດຕາຜົນຕອບແທນພາຍໃນທາງເສດຖະກິດ (EIRR) ແມ່ນສູງເຖິງ 18,5 ເປີເຊັນອີງຕາມຜົນການສຶກສາຄວາມເປັນໄປໄດ້, ເຊິ່ງໂຕເລກນີ້ແມ່ນສູງກວ່າມາດຕະການສາກົນທີ່ມີພຽງແຕ່ 12 ເປີເຊັນເທົ່ານັ້ນ.ຜົນປະໂຫຍດທາງອ້ອມທີ່ປະເທດລາວຈະໄດ້ຮັບຈາກໂຄງການລົດໄຟລາວ-ຈີນ ແມ່ນການຍົກລະດັບຄວາມສາມາດດ້ານການແຂ່ງຂັນທາງເສດຖະກິດໂດຍຜ່ານການຫັນປ່ຽນປະເທດຈາກການເປັນປະເທດທີ່ບໍ່ມີຊາຍແດນຕິດກັບທະເລມາສ້າງເປັນປະເທດທາງຜ່ານ ແລະ ເຊື່ອມໂຍງພູມິພາກ.

ທາງລົດໄຟດັ່ງກ່າວຈະຊ່ວຍໃຫ້ປະເທດລາວສາມາດເປັນສູນກາງການຂົນສົ່ງຂອງພາກພື້ນ ຕາມແບບ Logistic ໄດ້.

ທາງລົດໄຟຈະບໍ່ພຽງແຕ່ຫຼຸດຄ່າໃຊ້ຈ່າຍໃນການຂົນສົ່ງຜູ້ໂດຍສານ ແລະ ສິນຄ້າໄປສູ່ຕະຫຼາດສາກົນເທົ່ານັ້ນ ແຕ່ຈະເຮັດໃຫ້ທຸລະກິດລາວສາມາດເຂົ້າເຖິງຕະຫຼາດຈີນທີ່ມີຜູ້ບໍລິໂພກຫຼາຍກວ່າ 1,4 ລ້ານຄົນ.ນອກຈານນີ້ທາງລົດໄຟມີຄວາມເປັນມິດກັບສິ່ງແວດລ້ອມຍ້ອນວ່າມັນຫຼຸດຜ່ອນການປ່ອຍອາຍ CO2 ປະມານ 2.5 ເທົ່າເມື່ອທຽບໃສ່ພາຫະນະທີ່ໃຊ້ນໍ້າມັນ. ການນໍາໃຊ້ທາງລົດໄຟຍັງຈະຊ່ວຍໃຫ້ຜູ້ໂດຍສານ ແລະ ຜູ້ຂົນສົ່ງສິນຄ້າປະຢັດເງິນໄດ້.

ຍົກຕົວຢ່າງ, ໂດຍອີງໃສ່ການຄາດຄະເນໃນເບື້ອງຕົ້ນ ຄ່າໃຊ້ຈ່າຍໃນການເດີນທາງໂດຍລົດໄຟຈາກວຽງຈັນຫາຊາຍແດນຈີນແມ່ນປະມານ 140,000 ກີບ (360 ກີບຕໍ່ກິໂລແມັດຕໍ່ຄົນ) ໃນຂະນະທີ່ຄ່າຂົນສົ່ງສິນຄ້າແມ່ນປະມານ 600 ກີບ/ໂຕນ ຕໍ່ກິໂລແມັດ, ເຊິ່ງຄ່າຂົນສົ່ງນີ້ ຖືກກວ່າຢ່າງໜ້ອຍສອງເທົ່າ ຖ້າທຽບໃສ່ຮູບແບບການຂົນສົ່ງທາງບົກ.ເວລາເດີນທາງສໍາລັບທັງຜູ້ໂດຍສານ ແລະ ການຂົນສົ່ງກໍ່ຈະຖືກຫຼຸດລົງຢ່າງຫຼວງຫຼາຍ. ຕົວຢ່າງ, ເວລາເດີນທາງດ້ວຍລົດເມໂດຍປົກກະຕິແມ່ນມື້ໜຶ່ງ, ໃນຂະນະທີ່ການເດີນທາງດ້ວຍລົດໄຟທຳມະດາໃຊ້ເວລາປະມານ 5 ຊົ່ວໂມງ ແລະ ການເດີນທາງດ້ວຍລົດໄຟຄວາມໄວສູງໃຊ້ເວລາພຽງ 90 ນາທີເທົ່ານັ້ນ.ຄ່າໃຊ້ຈ່າຍຕ່ໍາ, ການເດີນທາງທີ່ວ່ອງໄວ ແລະ ການຂົນສົ່ງສິນຄ້າທີ່ສະດວກຈະຊ່ວຍຍູ້ດັນໃຫ້ອຸດສາຫະກຳການທ່ອງທ່ຽວມີການຂະຫຍາຍຕົວສູງ. ຂ້າພະເຈົ້າຄາດວ່າຈະມີນັກທ່ອງທ່ຽວຈີນເຂົ້າມາລາວຢ່າງຫຼວງຫຼາຍໃນຊຸມປີຕໍ່ໜ້າ.

ທັ້ງນີ້ກໍ່ຍ້ອນວ່າ ມີປະຊາຊົນ ປະມານ 70 ລ້ານຄົນໃນແຂວງ ຢຸນນານ ແລະ ບັນດາແຂວງໃກ້ຄຽງ, ເຊິ່ງມີກຳລັງການຊື້ທີ່ສູງ ແລະ ປາຖະໜາຢາກເດີນທາງໄປປະເທດໃກ້ຄຽງ. ນອກຈາກນີ້, ນັກທ່ອງທ່ຽວໄທຫຼາຍລ້ານຄົນຈະນໍາໃຊ້ລົດໄຟໃນການເດີນທາງໄປຈີນ.

ເມື່ອສ້າງສໍາເລັດ, ທາງລົດໄຟສິງກະໂປ-ຄຸນໝິງຈະຊ່ວຍຊຸກຍູ້ການຄ້າໃນພາກພື້ນ. ໃນປັດຈຸ ບັນ, ໜຶ່ງໃນສິ່ງກີດຂວາງທາງການຄ້າທີ່ສໍາຄັນແມ່ນຄ່າຂົນສົ່ງ.ຍ້ອນການລະບາດຂອງພະຍາດ Covid-19 ທົ່ວໂລກ, ຄ່າຂົນສົ່ງທາງທະເລໄດ້ເພີ່ມຂຶ້ນຫຼາຍກ່ວາ 540 ເປີເຊັນ ແລະ ກວມເອົາເຖິງ 80 ສ່ວນຮ້ອຍຂອງການຂົນສົ່ງສິນຄ້າທັງໝົດໃນພາກພື້ນ.ຍ້ອນຄ່າຂົນສົ່ງທາງທະເລເພີ່ມຂຶ້ນ, ລາຄາສິນຄ້າຈີນໃນພາກພື້ນໄດ້ເພີ່ມຂຶ້ນ 50 ເປີເຊັນໃນໄລຍະດຽວກັນນີ້. ເພື່ອແກ້ໄຂບັນດາອຸບປະສັກທາງການຄ້າເຫຼົ່ານີ້, ຈີນ ແລະ ບັນດາປະເທດອາຊຽນຄວນຮ່ວມມືກັນເພື່ອຊອກຫາຮູບແບບການຂົນສົ່ງທີ່ມີລາຄາຖືກກວ່າໂດຍສະເພາະລົດໄຟຄວາມໄວສູງທີ່ສາມາດເຮັດໃຫ້ຄ່າຂົນສົງຫຼຸດລົງ.ເພື່ອຊຸກຍູ້ການຄ້າສອງຝ່າຍ, ຈີນໄດ້ຕົກລົງທີ່ຈະຫຼຸດພາສີ ນຳເຂົ້າສໍາລັບສິນຄ້າລາວປະມານ 97 ເປີເຊັນ, ສິ່ງດັ່ງກ່າວຈະຊ່ວຍຊຸກຍູ້ການສົ່ງອອກຂອງລາວໄປຈີນໃນອະນາຄົດອັນໃກ້ນີ້.ແນ່ນອນມັນມີສິ່ງທ້າທາຍຫຼາຍຢ່າງໃນອະນາຄົດ ເພື່ອເຮັດໃຫ້ການນຳໃຊ້ທາງລົດໄຟເກີດປະໂຫຍດສູງສຸດ, ຂ້າພະເຈົ້າຄິດວ່າພວກເຮົາຕ້ອງໄດ້ປັບປຸງສະພາບແວດລ້ອມຂອງການດໍາເນີນທຸລະກິດເພື່ອດຶງດູດການລົງທຶນຈາກຈີນ ແລະ ຕ່າງປະເທດ. ພວກເຮົາຍັງຕ້ອງໄດ້ລົງທຶນຫຼາຍໃນການພັດ ທະນາຊັບພະຍາກອນມະນຸດເພື່ອຕອບສະໜອງຄວາມຕ້ອງການແຮງງານທີ່ມີສີມື ແລະ ການລົງທຶນທີ່ນັບມື້ນັບເພີ່ມຂຶ້ນ.

ສະຫຼຸບແລ້ວ, ຍ້ອນວ່າຄ່າໃຊ້ຈ່າຍໃນການລົງທຶນໃນເສັ້ນທາງລົດໄຟແມ່ນຖືກແບ່ງອອກເປັນສອງພາກສວນ debt financing and equity, ລັດຖະບານລາວຈະບໍ່ປະເຊີນການກູ້ຢືມທີ່ໜັກໜ່ວງ ແລະ ລັດຖະບານຈີນຈະບໍ່ຍຶດ ຫຼື ເຂົ້າມາຄວບຄຸມໂຄງການຢ່າງແນ່ນອນ ເພາະວ່າແມ່ນເພີ່ນເປັນຜູ້ຖືຫຸ້ນສ່ວນໃຫຍ່ຢູ່ແລ້ວ. ອີກອັນໜຶ່ງ, ຈີນຖືວ່າເສັ້ນທາງລົດໄຟລາວ-ຈີນເປັນສ່ວນໜຶ່ງຂອງຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງ (Belt and Road Initiative). ຂ້າພະເຈົ້່່າມີຄວາມເຊື້ອໜັ້ນວ່າ ເສັ້ນທາງລົດໄຟລາວຈີນຈະເປັນສັນຍາລັກຂອງການເປັນເພືຶ່ອນມິດທີ່ດີ, ຫຸ້ນສ່ວນທີ່ດີ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ.ເຖິງແມ່ນວ່າຜົນຕອບແທນທາງດ້ານການເງິນຂອງໂຄງການນີ້ຕໍ່າ, ແຕ່ທາງລົດໄຟເສັ້ນນີ້ຈະເປັນສິ່ງທີ່ເພີ່ມຄວາມສາມາດໃນການແຂ່ງຂັນທາງເສດຖະກິດຂອງລາວໂດຍການຫັນເອົາປະເທດທີ່ບໍ່ມີຊາຍແດນຕິດກັບທະເລມາເປັນປະເທດທາງຜ່ານ. ທາງລົດໄຟດັ່ງກ່າວຈະຊ່ວຍຊຸກຍູ້ການທ່ອງທ່ຽວແລະ ການຄ້າລະຫວ່າງລາວ, ຈີນ ແລະ ໄທ. ເພື່ອໃຫ້ເກີດປະໂຫຍດສູງສຸດຈາກທາງລົດໄຟ, ປະເທດລາວຕ້ອງໄດ້ປັບປຸງຊັບພະຍາກອນມະນຸດເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການດ້ານສີມືແຮງງານທີ່ນັບມື້ນັບເພີ່ມຂຶ້ນ.

ຈຳປາສັກ ອອກຄຳສັ່ງ ວ່າດ້ວຍການປະຕິບັດມາດຕະການ ຕ້ານໂຄວິດ-19

ເຈົ້າແຂງຈຳປາສັກ ອອກຄຳສັ່ງ ວ່າດ້ວຍການປະຕິບັດມາດຕະການສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໄລຍະແຕ່ວັນທີ 07 ຫາ 20 ກໍລະກົດ 2021

1 ໃຫ້ຫົວໜ້າກອງບັນຊາການທະຫານ, ກອງບັນຊາການປ້ອງກັນຄວາມສະຫງົບ, ພະແນກການ , ກົມກອງອ້ອມຂ້າງແຂວງ, ເຈົ້ານະຄອນປາກເຊ , ນາຍບ້ານ, ພະນັກງານ , ລັດຖະກອນ ,ທະຫານ , ຕຳຫຼວດ , ກຳມະກອນ , ນັກຮຽນ , ນັກສືກສາ , ຜູ້ປະກອບການ, ປະຊາຊົນລາວ , ຊາວຕ່າງດ້າວ , ຜູ້ບໍ່ມີສັນຊາດ ແລະ ຊາວຕ່າງຊາດທີ່ດຳລົງຊີວິດຢູ່ແຂວງຈຳປາສັກ ສືບຕໍ່ປະຕິບັດ ຄຳສັ່ງ ຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 87/ຄສລພ , ລົງວັນທີ 25 ເມສາ 2021 ແລະຄຳສັ່ງ ຂອງນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ , ລົງວັນທີ 21 ເມສາ 2021 ແລະ ແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 745/ ຫສນຍ ລົງວັນທີ 04 ກໍລະກົດ 2021 ຢ່າງເຂັ້ມງວດ.

2.ໃຫ້ສືບຕໍ່ຈັດຕັ້ງປະຕິບັດມາດຕະການ ເຝົ້າລະວັງປ້ອງກັນການລະບາດດັ່ງນີ້: