Home Blog Page 211

ເຈົ້າໜ້າທີດ່ານພາສີສາກົນນໍ້າພາວ ຢຶດ – ທຳລາຍສີນຄ້ານຳເຂົ້າແບບບໍ່ຖືກຕ້ອງ

ມີເດຍລາວ ແຂວງບໍລິຄຳໄຊລາຍງານ:
ວັນທີ 8 ກໍລະກົດ 2021 ເຈົ້າໜ້າທີປະຈຳດ່ານພາສີສາກົນນໍ້າພາວ ແລະ ພາກສ່ວນກ່ຽວທີ່ຂ້ອງ ເມຶອງຄຳເກີດ ແຂວງບໍລິຄຳໄຊ ໄດ້ຢຶດສີນຄ້ານຳເຂົ້າແບບບໍ່ຖຶກຕ້ອງ ຂອງ ທ້າວ ງ້ວນມີງເລີຍ ສັນຊາດ ຫວຽດນາມ ໂດຍການນຳເຂົ້າແບບຊຸກເຊື່ອງໄວ້ໃນຖັງລົດຂົນສົ່ງນໍ້າມັນ ທີ່ຫວັງຈະລັກລອບເອົາສິນຄ້ານຳເຂົ້າແບບຜິດກົດໜາຍປະເພດໜັງຄວາຍ ເພື່ອເຂົ້າມາຈຳໜ່າຍຢູ່ ສປປ ລາວ.

ສິນຄ້ານຳເຂົ້າປະເພດໜັງຄວາຍ ມີຈຳນວນ 43 ເປົາ, ນ້ຳໜັກ 1.720 Kg ເຈົ້າໜ້າທີ່ຈຶ່ງໄດ້ດຳເນີນການ ແລະ ຜູ້ກ່ຽວຍອມຮັບວ່າ ສິນຄ້າປະເພດໜັງຄວາຍເປັນຂອງຕົນເອງ ເພື່ອນຳເຂົ້າໄປຈຳໜ່າຍຢູ່ນະຄອນຫຼວງວຽງຈັນ ສປປ ລາວ, ສະນັ້ນ ເຈົ້າໜ້າທີ່ຈື່ງໄດ້ຍຶດຂອງກາງພ້ອມທຳລາຍສິນຄ້າດັ່ງກ່າວ ແລະ ດຳເນີນຄະດີຕໍ່ຜູ້ກະທຳຜິດ.

ໄທ ພົບຜູ້ຕິດເຊື້ອໂຄວິດ-19 ສາຍພັນອາວຝາ ແລະ ສາຍພັນເດວຕາ ຢູ່ໃນຄົນດຽວ

ພົບຜູ້ຕິດເຊື້ອໂຄວິດ-19 ສາຍພັນອາວຝາ ແລະ ສາຍພັນເດວຕາ ຢູ່ໃນຄົນດຽວ ເຊິ່ງມີທັງໝົດ 7 ຄົນ.

Thairath ລາຍງານ: 12 ກໍລະກົດ 2021, ອະທິບໍດີກົມວິທະຍາສາດການແພດ ແຈ້ງ ຫຼັງກວກຫາເຊື້ອກາຍພັນໃນແຄມຄົນງານກໍສ້າງ ໃນກຸງເທບມະຫານະຄອນ ພົບວ່າ ມີການຕິດເຊື້ອແບບປະສົມ ຄື ໃນຄົນດຽວ ຕິດເຊື້ອທັງ 2 ສາຍພັນ ໄດ້ແກ່ສາຍພັນ ອາວຝາ (ອັງກິດ) ແລະ ສາຍພັນ ເດວຕາ (ອິນເດຍ) ໃນ 7 ຄົນ ຈາກທັງໝົດ 200 ກວ່າຄົນ ແລະ ຢ້ານເກີດລູກປະສົມເປັນເຊື້ອໄວຣັສກາຍພັນໃໝ່ຂື້ນມໄດ້.

ໂດຍແຈ້ງຕື່ມອີກວ່າ ປັດຈຸບັນ ທັງ 7 ຄົນ ຍັງບໍ່ມີອາການຮຸນແຮງ, ສຸຂະພາບແຂງແຮງດີ ແລະ ຍັງຢືນຢັນບໍ່ໄດ້ວ່າ ເຊື້ອປະສົມທີ່ປະສົມກັນມີຜົນຕໍ່ອາການຫຼືບໍ່. ດັ່ງນັ້ນ, ຈຶ່ງຕ້ອງໄດ້ເຝົ້າລະວັງຕໍ່ໄປ ແລະ ຫຼັງຈາກນີ້ແມ່ນຕ້ອງໄດ້ຕຽມໄປກວດຜູ້ສຳຜັດໃກ້ຊິດຕື່ມ.

ຊີ້ແຈງແລ້ວ! ຂ່າວແຮງງານລາວລອຍຂ້າມນໍ້າຂອງກັບຄືນປະເທດ ບໍ່ແມ່ນຄວາມຈິງ

ຈາກກໍລະນີມີຄົນເຜີຍແຜ່ຄລິປວິດີໂອວ່າ ມີແຮງງານລາວ ປະມານ 3-4 ຄົນ ທີ່ເຮັດວຽກຢູ່ໄທລອຍຂ້າມນໍ້າຂອງເພື່ອກັບຄືນມາລາວຢູ່ເຂດເທດສະ ບານນະຄອນໄກສອນ ພົມວິຫານ, ແຂວງສະຫວັນນະເຂດ ໃນທ້າຍອາທິດຜ່ານມານີ້ ເຮັດໃຫ້ເປັນຂ່າວດັງໃນສື່ສັງຄົມອອນລາຍ ແລະ ສ້າງຄວາມແຕກຕື່ນໃນສັງຄົມ ເພາະຢ້ານວ່າຈະນໍາເອົາເຊື້ອພະຍາດໂຄວິດ-19 ມາແຜ່ລະບາດໃນລາວ.

ຕໍ່ເຫດການທີ່ເກີດຂຶ້ນ ພົນຈັດຕະວາ ສີ ທະວີໄຊ, ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ, ຄະນະກໍາມະການຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ແຂວງສະຫວັນນະເຂດ ໃຫ້ສໍາພາດຕໍ່ນັກຂ່າວວິທະຍຸກະຈາຍສຽງແຫ່ງຊາດລາວ ວ່າ: ຂ່າວດັ່ງກ່າວບໍ່ມີມູນຄວາມຈິງແຕ່ຢ່າງໃດ ເພາະທັນທີທີ່ມີຂ່າວນີ້ເກີດຂຶ້ນ ຄະນະຮັບຜິດຊອບທີ່ກ່ຽວຂ້ອງໄດ້ໃຊ້ເຮືອໄວລົງໄປກວດກາເບິ່ງຕົວຈິງ ພົບວ່າ: ສິ່ງທີ່ເຫັນນັ້ນເປັນພຽງກະຕຸກນໍ້າດື່ມໃຫຍ່ 20 ລິດ ທີ່ປະຊາຊົນໃຊ້ເປັນໂປ່ມມອງເພື່ອຫາປາເທົ່ານັ້ນ ບໍ່ແມ່ນຄົນລອຍນໍ້າຂ້າມມາແຕ່ຢ່າງ ໃດ.

ສ່ວນ ພັນເອກ ສົມໝາຍ ພົມມະຈັນ, ຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ ໃຫ້ສໍາພາດວ່າ: ສໍາລັບຜູ້ເຜີຍແຜ່ຄລິປທີ່ບໍ່ມີມູນຄວາມຈິງໃນຄັ້ງນີ້ ກອງບັນຊາການ ປກສ ແຂວງ ໄດ້ມອບໃຫ້ ປກສ ນະຄອນໄກສອນ ພົມວິຫານ ເພື່ອນໍາຜູ້ກ່ຽວມາສຶກສາອົບຮົມບໍ່ໃຫ້ເຮັດແບບນີ້ອີກຕໍ່ໄປ.

ຂໍ້ມູນ ແລະ ພາບ: Lao National Radio

ກຳນົດແນວທາງແກ້ໄຂບັນຫາແຮງງານລາວຢູ່ໄທໃນຊ່ວງໄລຍະມີການລະບາດຂອງເຊື້ອພະຍາດໂຄວີດ-19.

ອີງຕາມຊໍ້ມູນຈາກ ຮສສ ໃຫ້ຮູ້ວ່າ: ເພື່ອເຮັດໃຫ້ວຽກງານບໍລິຫານຈັດການແຮງງານລາວ ທີ່ເຮັດວຽກຢູ່ປະເທດໄທ, ໃຫ້ກ້າວເຂົ້າລວງເລີກຫຼາຍຂຶ້ນ ແລະ ໄດ້ຮັບການປົກປ້ອງຕາມກົດໝາຍແຮງງານ, ດັ່ງນັ້ນ ໃນວັນທີ 9 ກໍລະກົດ 2021, ກົມພັດທະນສີມືແຮງງານ ແລະ ຈັດຫາງານ (ລາວ) ຮ່ວມກັບ ກົມການຈັດຫາງານ (ໄທ), ໄດ້ຈັດກອງປະຊຸມລະດັບວິຊາການລາວ-ໄທ ໃນຮູບແບບທາງໄກ ແນໃສ່ຮ່ວມຫາລືກ່ຽວກັບການບໍລິຫານຈັດການແຮງງານລາວໃນປະເທດໄທ ໄລຍະທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19, ທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ.

ກອງປະຊຸມວິຊາການດັ່ງກ່າວ, ຝ່າຍ ສປປລາວ ຮ່ວມເປັນປະທານໂດຍທ່ານ ອານຸສອນ ຄຳສິງສະຫວັດ ຫົວໜ້າກົມພັດທະນາສີມືແຮງງານ ແລະ ຈັດຫາງານ, ກະຊວງແຮງງານ ແລະ ສະຫວັດດີການສັງ ຄົມ, ສ່ວນຝ່າຍຣາຊະອານາຈັກໄທ ເປັນປະທານໂດຍທ່ານ ໄພໂຣດ ໂຊຕິກະສະຖຽນ ຫົວໜ້າກົມການຈັດຫາງານ, ກະຊວງແຮງງານ ແຫ່ງຣາຊະອານາຈັກໄທ ພ້ອມດ້ວຍຄະນະທັງສອງຝ່າຍເຂົ້າຮ່ວມ.

ທ່ານ ອານຸສອນ ຄຳສິງສະຫວັດ ໄດ້ກ່າວວ່າ: ກອງປະຊຸມທາງໄກຕັ້ງນີ້ ແມ່ນຕາມບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືດ້ານແຮງງານລາວ-ໄທສະບັບລົງວັນທີ 6 ກໍລະກົດ 2016, ຂໍ້ຕົກລົງວ່າດ້ວຍການຈ້າງແຮງງານລາວ-ໄທ ສະບັບລົງວັນທີ 1 ມີນາ 2017 ແລະ ສຶບເນື່ອງມາຈາກບົດບັນທຶກກອງປະຊຸມວິຊາການລາວ-ໄທ ທີ່ໜອງຄາຍ ຄັ້ງວັນທີ 4-6 ມິຖຸນາ 2019 ແລະ ການເຫັນດີຂອງກະ ຊວງ ຮສສ ແຫ່ງ ສປປ ລາວ ແລະ ກະຊວງແຮງງານແຫ່ງ ຣາຊອານາຈັກໄທ ແນ່ໃສ່ເຮັດໃຫ້ຜູ້ອອກແຮງງານໄດ້ຮັບການປົກປ້ອງ ແລະ ຄຸ້ມຄອງສິດຜົນປະໂຫຍດຕາມກົດໝາຍຂອງສອງປະເທດ ໂດຍສະເພາະແມ່ນໄລຍະທີ່ມີການແຜ່ລະບາດຂອງເຊື້້ອພະຍາດໂຄວິດ 19.

ການຮ່ວມມືຂອງສອງຝ່າຍແມ່ນມີຄວາມໝາຍຄວາມສຳຄັນ ແລະ ຈຳເປັນຢ່າງຫຍິ່ງ ເພາະບໍ່ພຽງແຕ່ ແນ່ໃສ່ການປົກປ້ອງສິດຜົນປະໂຫຍດອັບຊອບທຳຂອງແຮງງານເທົ່ານັ້ນ ແຕ່ຍັງຮັດແໜ້ນການຮ່ວມມືຂອງສອງປະເທດນຳອີກດ້ວຍ, ເຊິ່ງການແຜ່ລະບາດຂອງພະຍາດໂຄວິດ 19 ໄດ້ສົ່ງຜົນກະທົບຢ່າງໃຫຍ່ຫຼວງຕໍ່ການພັດທະນາເສດຖະກິດ-ສັງຄົມຂອງຫຼາຍປະເທດ, ການຫຼັ່ງໄຫຼກັບຄືນປະເທດຂອງຜູ້ອອກແຮງງານລາວທີ່ເຮັດວຽກຢູ່ປະເທດໄທ ໄດ້ເປັນພາລະໃຫ້ລັດຖະບານ ຕ້ອງຮັບພາລະໜັກສົມຄວນ ໂດຍໃຫ້ການຊ່ວຍເຫຼືອຜູ້ອອກແຮງງານທີ່ກັບຄືນປະເທດໃນດ້ານຕ່າງໆ, ດັ່ງນັ້ນ ການປຶກສາຫາລືດ້ານວິຊາການຂອງສອງຝ່າຍຈະຊ່ວຍໃຫ້ຜູ້ອອກແຮງງານລາວທີ່ຍັງຄ້າງຢູ່ປະເທດໄທ ແລະ ຜູ້ອອກແຮງງານລາວທີ່ຈະກັບຄືນໄປເຮັດວຽກຢູ່ໄທ ໄດ້ຮັບການປົກປ້ອງສິດ ແລະ ຜົນປະໂຫຍດຈາກສອງລັດຖະບານ.

ຈາກນັ້ນ, ກົມພັດທະນາສີມືແຮງງານ ແລະ ຈັດຫາງານ ຍັງໄດ້ລາຍງານໃຫ້ກົມການຈັດຫາງານແຫ່ງຣາຊະອານາຈັກໄທ ຮູ້ຕື່ມວ່າ: ໃນໄລຍະທີ່ມີການລະບາດ, ພົນລະເມືອງລາວ ທີ່ຢູ່ຕ່າງປະເທດໄດ້ພາກັນຫຼັ່ງໄຫຼກັບຄືນປະເທດເປັນຈຳນວນຫຼວງຫຼາຍ, ຈາກການເກັບກຳຂໍ້ມູນ ມາຮອດເດືອນພຶດສະພາ ມີພົນລະເມືອງທີ່ກັບຄືນປະເທດທັງໝົດ 246.757 ຄົນ, ປັດຈຸບັນ ເຂົາເຈົ້າເຫຼົ່ານັ້ນ ໄດ້ກາຍເປັນຜູ້ ວ່າງງານທີ່ມີຢູ່ພາຍໃນປະເທດ, ດັ່ງນັ້ນ ກອງປະຊຸມຍັງຈະໄດ້ຫາລືກ່ຽວກັບການໃຫ້ການຊ່ວຍເຫຼືອແກ່ແຮງງານທີ່ຖືກຢຸດວຽກ, ການເຂົ້າເຖິງການສັກວັກຊິນ ແລະ ກວດຫາເຊື້ອກ່ອນມີການສົ່ງກັບປະເທດ, ເຊິ່ງປະກອບດ້ວຍການອໍານວຍຄວາມສະດວກຂອງປະເທດຕົ້ນທາງໃນການດໍາເນີນການຂະຫຍາຍອາຍຸໜັງສືເດີນທາງ, ການກະກຽມການຈັດສົ່ງ ຫຼື ນໍາເຂົ້າແຮງງານໃໝ່ເຂົ້າມາເຮັດວຽກຕາມລະບົບ MOU ແລະ ເພື່ອເຮັດໃຫ້ວຽກງານແຮງງານລະຫວ່າງ 2 ປະເທດ ເປັນໄປຕາມບົດບັນທຶກ, ຂະນະທີ່ ຝ່າຍລາວ ຍັງໄດ້ສະເໜີຝ່າຍໄທ ໃຫ້ຄວາມຊ່ວຍເຫຼືອຜູ້ອອກແຮງງານລາວ ທີ່ໄດ້ຮັບຜົນກະທົບຈາກການປິດກິດ ຈະການຂອງຫົວໜ່ວຍແຮງງານ, ການຊຸກຍູ້ໃຫ້ຜູ້ອອກແຮງງານລາວທີ່ຈະກັບຄືນປະເທດ ຜ່ານຊ່ອງທາງທີ່ຖືກຕ້ອງ ແລະ ໄດ້ຮັບການກວດກາເຊື້ອພະຍາດໂຄວິດ 19 ກ່ອນເດີນທາງກັບຄືນປະເທດ, ການສະໜອງຂໍ້ມູນຂອງຜູ້ອອກແຮງງານລາວທີ່ຖືກເລີກຈ້າງ ແລະ ຈະເດີນທາງກັບຄືນປະເທດອີກດ້ວຍ.

6 ເດືອນຕົ້ນປີ 2021 ແຂວງສະຫວັນນະເຂດ ຈັດເກັບລາຍຮັບໄດ້ເກືອບ 50% ຂອງແຜນການ

ຕາມການລາຍງານຂອງ ທ່ານ ນາງ ບົວສະຫວັນ ລຸຍບົວ ທອງ ຮອງຫົວໜ້າພະແນກການ ເງິນແຂວງ, ໄດ້ລາຍງານໃນກອງ ປະຊຸມສະຫຼຸບການຈັດຕັ້ງປະຕິບັດ ແຜນງົບປະມານປະຈຳ 6 ເດືອນ ຕົ້ນປີ ແລະວາງທິດທາງແຜນ ການຄາດຄະເນຈັດຕັ້ງປະຕິບັດ 6 ເດືອນທ້າຍປີ 2021 ຂອງພະ ແນກການເງິນແຂວງ. ເຊິ່ງກອງ ປະຊຸມດັ່ງກ່າວໄດ້ຈັດຂຶ້ນໃນລະ ຫວ່າງວັນທີ 8-9 ກໍລະກົດ 2021 ຢູ່ທີ່ຫໍວັດທະນະທຳໄກ ສອນ ພົມວິຫານ, ໂດຍການເຂົ້າ ຮ່ວມເປັນປະທານຂອງທ່ານ ວຽງ ທະວີສອນ ເທບພະຈັນ ຮອງເຈົ້າ ແຂວງສະຫວັນນະເຂດ ຜູ້ຊີ້ນຳ ວຽກງານເສດຖະ ກິດຂອງແຂວງ, ທ່ານ ປອ ແສນສັກ ສຸລິສັກ ຫົວໜ້າພະແນກການເງິນແຂວງ, ພ້ອມດ້ວຍບັນດາພະແນກການ ອ້ອມຂ້າງ, ນະຄອນ-ເມືອງຕ່າງໆ ເຂົ້າຮ່ວມ.

ໃນໂອກາດດັ່ງກ່າວ ທ່ານ ນາງ ບົວສະຫວັນ ລຸຍບົວທອງ ກໍ່ໄດ້ຍົກໃຫ້ເຫັນສະພາບການຈັດ ຕັ້ງປະຕິບັດການຈັດເກັບງົບປະ ມານ ໃນ 6 ເດືອນຕົ້ນປີ, ເຊິ່ງສາ ມາດຈັດເກັບ ໄດ້ທັງໝົດ 743,46 ຕື້ກີບ, ເທົ່າກັບ 48,11% ຂອງແຜນການປີ ໃນນີ້ພູດຂອງ ສູນກາງປະຕິບັດຢູ່ແຂວງໄດ້ ທັງໝົດ 464,86 ຕື້ກີບ, ເທົ່າກັບ 55,22% ຂອງ ແຜນການປີ, ໂດຍລາຍຮັບແມ່ນ ໄດ້ມາຈາກ: ພາສີຂາອອກ, ພາສີ-ອາກອນຂາ ເຂົ້າ, ສິນຄ້ານຳເຂົ້າ ເພື່ອສົ່ງອອກ ຕໍ່, ນອກນັ້ນກໍ່ມີຄ່າປັບໃໝ-ຂາຍ ເຄື່ອງຮິບ, ຄ່າທຳນຽມຕ່າງໆ. ຕາມການວິໄຈໃຫ້ເຫັນວ່າ: ລາຍ ຮັບພາສີທີ່ເກີນແຜນຈຳນວນ 5,22% ຫຼື ເປັນເງິນ 43,94 ຕື້ກີບ, ແມ່ນໄດ້ມາຈາກການນຳ ເຂົ້ານ້ຳມັນເຊື້ອໄຟ ແລະຄ່າທຳ ນຽມຕ່າງໆເປັນສ່ວນໃຫຍ່. ສ່ວນ ພູດລາຍຮັບຂອງທ້ອງຖິ່ນ, ໃນ 6 ເດືອນຜ່ານມາສາມາດເກັບ ລາຍຮັບໄດ້ 280,07 ຕື້ກີບ, ເທົ່າ ກັບ 39,81% ຂອງແຜນການ ປີ, ທຽບໃສ່ໄລຍະດຽວກັນເພີ່ມ ຂຶ້ນ 10,65%, ແຕ່ຖ້າທຽບໃສ່ 6 ເດືອນຕົ້ນປີ ຖືວ່າບໍ່ໄດ້ຕາມແຜນ ຈຳນວນ 72,12 ຕື້ກີບ. ໂດຍລາຍ ຮັບພູດຂອງທ້ອງຖິ່ນ ແມ່ນໄດ້ມາ ຈາກອາກອນແຕ່ລະປະເພດດັ່ງນີ້: ອາກອນມູນຄ່າເພີ່ມກວມ 34,82%, ອາກອນຊົມໃຊ້ກວມ 30,08%, ອາກອນລາຍໄດ້ປະເພດຕ່າງໆ ກວມ 20,77%, ອາກອນລາຍ ໄດ້ຈາກຈຸນລະວິສາຫະກິດກວມ 2,50%, ພາສີທີ່ດິນກວມ 4,78%, ຄ່າທຳນຽມອື່ນໆ ກວມ 2,91%, ລາຍຮັບວິຊາການ ກວມ 4,14%. ຕາມການວິໄຈໄດ້ຊີ້ໃຫ້ເຫັນວ່າ: ສຳລັບການເກັບລາຍຮັບບໍ່ໄດ້ ຕາມແຜນ ແມ່ນຍ້ອນຕົວເລກລາຍ ຮັບທີ່ມອບໃຫ້ໃນເບື້ອງຕົ້ນສູງ ເກີນກວ່າຖານລາຍຮັບທີ່ມີ, ອີກຢ່າງກໍ່ຍ້ອນຜົນກະທົບຈາກ ການແຜ່ລະບາດຂອງພະຍາດ ໂຄວິດ-19, ເຮັດໃຫ້ຜູ້ປະກອບ ການບໍ່ສາມາດດຳເນີນທຸລະກິດ ໄປຕາມແຜນທີ່ຂຶ້ນໄວ້ ຈຶ່ງເຮັດ ໃຫ້ການປະຕິບັດພັນທະປະເພດ ຕ່າງໆຫຼຸດລົງ, ເຊິ່ງລາຍຮັບທີ່ ເກັບບໍ່ໄດ້ຈາກທຸລະກິດຈຳນວນ ໜຶ່ງທີ່ຢຸດເຊົາການເຄື່ອນໄຫວປະ ມານ 5 ຕື້ກີບ, ຈາກນັ້ນ, ຍັງຕິດ ພັນກັບນະໂຍບາຍຜ່ອນຜັນອາ ກອນເງິນເດືອນ ແລະອາກອນຈຸນ ລະວິສາຫະກິດຂອງລັດຖະບານ ເຊິ່ງໄດ້ຍົກເວັ້ນໄລຍະ 3 ເດືອນ (4,5,6) ຈຳນວນ 7,8 ຕື້ກີບ, ນອກນັ້ນ ຍັງໄດ້ຮັບຜົນກະທົບຈາກ ການເກັບອາກອນລາຍໄດ້ ຈາກ ຜູ້ທີ່ບໍ່ມີພູມລຳເນົາຂອງບໍລິສັດ ຊັນເປເປີ້, ເຊິ່ງປີ 2020 ທີ່ຜ່ານມາ ສາມາດເກັບໄດ້ 20 ຕື້ກີບ, ມາໃນ ປີ 2021 ຄາດວ່າຈະເກັບໄດ້ປະ ມານ 8,6 ຕື້ກີບ.
ສຳລັບລາຍຈ່າຍໃນ 6 ເດືອນ ຕົ້ນປີ ປະຕິບັດໄດ້ 347,37 ຕື້ກີບ, ເທົ່າກັບ 47,06% ຂອງແຜນ ການປີ, ໃນນັ້ນປະກອບດ້ວຍ: ຈ່າຍເງິນເດືອນ ແລະເງິນອຸດໜູນ, ຈ່າຍເງິນນະໂຍບາຍ ແລະຊ່ວຍ ໜູນ, ລາຍຈ່າຍບໍລິຫານ, ຈ່າຍ ເງິນ ດັດສົມສົ່ງເສີມ, ລາຍຈ່າຍ ອື່ນໆ, ນອກນັ້ນຍັງມີລາຍຈ່າຍ ຊື້ຊັບສົມບັດ ແລະລາຍຈ່າຍການ ລົງທຶນຂອງລັດ.

ທ່ານ ນາງ ບົວສະຫວັນ ລຸຍບົວທອງ ຍັງໄດ້ລາຍງານໃຫ້ ຮູ້ອີກວ່າ: ສຳລັບຄາດຄະເນປະ ຕິບັດແຜນງົບປະມານ 6 ເດືອນ ທ້າຍປີກໍ່ຄືການຈັດຕັ້ງປະຕິບັດ ລາຍຮັບໝົດປີ 2021 ສູ້ຊົນ ໃຫ້ໄດ້ 1.447,88 ຕື້ກີບ ຫຼືເທົ່າ ກັບ 93,70%, ໃນນັ້ນພູດຂອງ ສູນກາງ ໃຫ້ໄດ້ 844,57 ຕື້ກີບ, ເທົ່າກັບ 100,33%, ພູດຂອງ ທ້ອງຖິ່ນຄາດຄະເນປະຕິບັດໃຫ້ ໄດ້ 603,31 ຕື້ກີບ, ເທົ່າກັບ 85,76%. ສ່ວນລາຍຈ່າຍໝົດປີ 2021 ຈະປະຕິບັດໃຫ້ໄດ້ 737,58 ຕື້ກີບ, ເທົ່າກັບ 99,93% ຂອງ ແຜນການປີ.
ໃນກອງປະຊຸມຍັງໄດ້ມີການ ປະກອບຄຳຄິດຄຳເຫັນຈາກ ພາກສ່ວນຕ່າງໆ, ທັງນີ້ກໍ່ເພື່ອເຮັດ ໃຫ້ການຈັດເກັບລາຍຮັບກໍ່ຄືການ ຈັດຕັ້ງປະຕິບັດລາຍຈ່າຍໃຫ້ໄປ ຕາມລະບຽບກົດໝາຍ, ມີຄວາມ ໂປ່ງໃສ ແລະໄດ້ຕາມແຜນການ ທີ່ວາງໄວ້./.

ສະຫວັນພັດທະນາ

ເສຍແມ່ແລະພໍ່ໃນເວລາຫ່າງກັນບໍ່ພໍເທົ່າໃດມື້

ຄົນບັນເທິງຫຼາຍຄົນ ຮ່ວມໄວ້ອາໄລ ກັບການສູນເສຍ ແມ່ ແລະ ພໍ່ ຂອງ ເປັດເຊີນ ຍິ້ມ ຕະຫຼົກລຸ້ນໃຫຍ່ ປະເທດໄທ ເຊິ່ງສາເຫດຂອງການເສຍຊີວິດກໍ່ຍ້ອນການຕິດເຊື້ອໂຄວິດ-19, ຜູ້ເປັນແມ່ນັ້ນໄດ້ເສຍ ໃນ ວັນທີ ກໍລະກົດ 2021 ອາຍຸ 89 ປີ (ເສຍຊິວິດວັນທີ 30 ກໍລະກົດ 2021 ຫຼັງຈາກນັ້ນບໍ່ພຽງເທົ່າໃດມື້ ຜູ້ເປັນພໍ່ກໍໄດ້ເສຍຊີວິດ ອາຍຸ 94 ປີ (ເສຍຊີວິດ 9 ກໍລະກົດ 2021), ນັບວ່າເປັນສິ່ງທີ່ຜູ້ເປັນລູກຮັບບໍ່ໄຫວກັບສະຖານະການແບບນີ້.

ເປັດ ເຊີນຍິ້ມ ໃຫ້ສຳພາດຕໍ່ນັກຂ່າວ ພ້ອມດ້ວຍນໍ້າຕາ ວ່າ: ຕົນນັ້ນເປັນນັກສູ້ມາຕະຫຼອດ ແຕ່ເທື່ອນີ້ຂໍຍອມແພ້ ເພາະມັນເປັນພາບທີ່ໂຫດຮ້າຍ ແລະ ທໍລະມານຈິດໃຈທີ່ສຸດ ພາບຂອງແມ່ທີ່ເສຍຊີວິດຍັງບໍ່ຈາງຫາຍ ຫ່າງກັນພຽງ 1 ອາທິດ, ຜູ້ເປັນພໍ່ ກໍມາເສຍຊີວິດນຳຫຼັງຫັນ ກໍມາເຫັນພາບຂອງພໍ່ເສຍຊີດວິດ, ທີ່ຜ່ານມາ ພະຍາຍາມເຮັດໜ້າທີ່ລູກທີ່ດີ ເບິ່ງແຍງພໍ່ແມ່ຕະຫຼອດ ເພື່ອໃຫ້ພໍ່ແມ່ນັ້ນມີຄວາມສຸກ ແລະ ຢູ່ກັບລູກຫຼານໄປດົນໆ.

ທາງໂທລະໂຄ່ງກໍຂໍສະແດງຄວາມເສຍໃຈກັບການສູນເສຍຄັ້ງໃຫຍ່ນີ້

ພະແນກອຸດສະຫະກຳ ແລະ ການຄ້າແຂວງຜົ້ງສາລີ ທໍາລາຍ ສິນຄ້າໝົດອາຍຸ, ສິນຄ້າເຊື່ອມຄຸນ, ສິນຄ້າລອກແບບ ແລະ ສິນຄ້ານໍາເຂົ້າບໍ່ຖືກຕ້ອງ

ຕາມການລາຍງານ ຂອງການຄ້າແຂວງຜົງສາລີໃຫ້ຮູ້ວ່າ: ວັນທີ 09 ກໍລະກົດ 2021 ທີ່ຜ່ານມາ, ຢູ່ທີ່ສະໜາມຖິ້ມຂີ່ເຫຍື້ອ ( ຫຼັກ 06 ) ເມືອງຜົ້ງສາລີ, ໄດ້ຈັດພິທີທໍາລາຍ ສິນຄ້າໝົດອາຍຸ, ສິນຄ້າເຊື່ອມຄຸນ, ສິນຄ້າປອມແປງລອກແບບ ແລະ ສິນຄ້ານໍາເຂົ້າບໍ່ຖືກຕ້ອງ. ໂດຍເປັນກຽດເຂ້າຮ່ວມຂອງ ທ່ານ ຄໍາເຫຼັກ ແສນທະພູມ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ມີບັນດາທ່ານຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງເຂົ້າຮ່ວມເປັນສັກຄີພິຍານ.

ໃນພິທີ ທ່ານ ທອງສະຫວັນ ແສງໄຊຍະລາດ ຮັກສາການຫົວໜ້າຂະແໜງການຄ້າ ໄດ້ຜ່ານບົດລາຍງານການຈັດຕັ້ງປະຕິບັດໃນຄັ້ງນີ້ ເຊິ່ງໃຫ້ຮູ້ວ່າ : ທາງເຈົ້າໜ້າທີ່ກວດກາການຄ້າຂັ້ນແຂວງ ໄດ້ສົມທົບກັບຂະແໜງການທີ່ກ່ຽວຂ້ອງໃນເທດສະບານເມືອງຜົ້ງສາລີ ພ້ອມກັນລົງກວດກາສິນຄ້າໝົດອາຍຸ ພາຍໃນຕະຫຼາດ ແລະ ຫ້າງຮ້ານຂາຍຍົກ-ຂາຍຍ່ອຍ ພາຍໃນເທດສະບານເມືອງຜົ້ງສາລີ. ຜ່ານການລົງກວດກາຕົວຈິງ ສາມາດກວດພົບ ສິນຄ້າເຊື່ອມຄຸນ, ສິນຄ້າໝົດອາຍຸ ເປັນຕົ້ນແມ່ນສິນຄ້າປະເພດແຊ່ແຂງ, ເຄື່ອງປຸງອາຫານ, ປະເພດນົມ ແລະ ຂະໜົມ ຈໍານວນ 41 ລາຍການ, ນໍ້າໜັກ 117 ກິໂລກຣາມ ໃນນີ້, ມີ ເຄື່ອງບໍລິໂພກທົ່ວໄປ 82 ກິໂລກຣາມ, ໄສ້ກອກແຊ່ແຂງ 21, 5 ກິໂລກຣາມ, ເຕົາຫູ້ໄຂແຊ່ແຂງ 02 ກິໂລກຣາມ, ເຄື່ອງຕົ້ມປາ (ແຈ່ວ, ເຕົາຫູ້ດອງ) 07 ກິໂລກຣາມ ແລະ ປູອັດແຊ່ແຂງ 05 ກິໂລກຣາມ, , ຄິດເປັນມູນຄ່າ 7, 207, 500 ກີບ.

ສໍາລັບສິນຄ້າຈໍານວນດັ່ງກ່າວ, ທາງເຈົ້າໜ້າທີ່ໄດ້ຍຶດເພື່ອຈະນໍາໄປທໍາລາຍ ພ້ອມທັງເຮັດບົດບັນທຶກກັບບັນດາຫົວໜ່ວຍທຸລະກິດ ແລະ ຫ້າງຮ້ານຈໍານວນ 08 ຮ້ານ, ທັງນີ້ ກໍ່ເພື່ອເປັນການຕັກເຕືອນໃຫ້ກັບຫົວໜ່ວຍທຸລະກິດ ເປັນເຈົ້າການໃນການຈໍາໜ່າຍສິນຄ້າທີ່ຖືກຕ້ອງຕາມມາດຕະຖານ, ສິນຄ້າມີຄຸນນະພາບ ແນ່ໃສ່ເຮັດໃຫ້ຜູ້ບໍລິໂພກໄດ້ຊົມໃຊ້ສິນຄ້າມີຄຸນນະພາບ ຖືກຫຼັກສຸກຂະອະນາໄມ ແລະ ມີຄວາມປວດໄພທາງດ້ານສຸຂະພາບ.

ລາຄາຂາຍຍ່ອຍຊີ້ນລວມ ຢູ່ຕະຫຼາດໃນເມືອງປາກຊັນ ແມ່ນລາຄາບໍ່ເກີນ 40.000ກີບ/ກິໂລ

ຕາມການລາຍງານຂອງ Midia Laos ໃຫ້ຮູ້ວ່າ: ຄະນະອານຸກໍາມະການຕິດຕາມຄຸ້ມຄອງລາຄາ ແລະ ຄ່າບໍລິການຂັ້ນເມືອງປາກຊັນ ແຂວງບໍລິຄຳໄຊ ໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໄດ້ສຸມໃສ່ຫຼາຍວຽກງານສຳຄັນ ເພື່ອປັບລາຄາຊື້-ຂາຍໝູລົງ ຈາກ 45.000 ເປັນ 40.000 ກີບ ທ່ານ ໄຊຍະສິດ ຈັນທະວົງສາ ຮອງຫົວໜ້າຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງປາກຊັນ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນຂອງແຂວງ ໃນວັນທີ 9 ກໍລະກົດ 2021 ຢູ່ຕະຫຼາດປາກຊັນໃໝ່ ເມືອງປາກຊັນ.

ພາບຈາກ: www.bolikhamxay.gov.la

ໄລຍະຜ່ານມາ ຄະນະອານຸກໍາມະການຕິດຕາມຄຸ້ມຄອງລາຄາ ແລະ ຄ່າບໍລິການຂັ້ນເມືອງ ໄດ້ຈັດກອງປະຊຸມ ຄົ້ນຄວ້າປຶກສາຫາລືກັບພາກສ່ວນທີ່ກ່ຽວຂ້ອງ ກ่ຽວກັບຕົ້ນທືນການລ້ຽງ ແລະ ຄ່າສິ້ນເປືອງການຜະລິດ ຂອງໜ່ວຍງານກະສິກໍາ ແລະ ປ່າໄມ້ເມືອງ, ຄົ້ນຄ້ວາຄ່າສິ້ນເປືອງຢູ່ທ້ອງຕະຫຼາດຈໍານວນໜຶ່ງ ແລະ ໄດ້ຕົກລົງເຫັນດີເປັນເອກະພາບຮັບຮອງຄ່າສິ້ນເປືອງການລ້ຽງ, ຄ່າສິ້ນເປືອງຢູ່ໃນທ້ອງຕະຫຼາດ.

ມາຮອດ ວັນທີ 1 ກໍລະກົດ 2021 ເຫັນດີໃຫ້ປັບລາຄາຊື້-ຂາຍໝູລົງ ລາຍລະອຽດ ມີຄື: ລາຄາຊື້ຂາຍໝູພັນຊີ້ນ (ໝູຢືນ) ຢູ່ໜ້າຟາມຂາຍໃນລາຄາບໍ່ເກີນ 27.000 ກີບ/ກິໂລ, ລາຄາຊື້ຂາຍໝູພັນຊອດ ທີ່ພໍ່ແມ່ປະຊາຊົນລ້ຽງທົ່ວໄປ ລາຄາຂາຍຕໍ່າສຸດບໍ່ໃຫ້ຫຼຸດ 25.000ກີບ/ກິໂລ ແລະ ລາຄາຂາຍຍ່ອຍຊີ້ນລວມ ຢູ່ຕະຫຼາດໃນເມືອງປາກຊັນ ໃຫ້ຂາຍໃນລາຄາບໍ່ເກີນ 40.000ກີບ/ກິໂລ.

ສາເຫດທີ່ພາໃຫ້ລາຄາຂາຍຊີ້ນ ຢູ່ຕະຫຼາດພາຍໃນເມືອງປາກຊັນປັບລົງ ແມ່ນ ຍ້ອນໃນໄລຍະທີ່ພະຍາດໂຄວິດ-19 ກໍາລັງລະບາດ ລັດຖະບານໄດ້ມີນະໂຍບາຍປັບຄ່າໄຟຟ້າລົງໃນອັດ 3% ເຮັດໃຫ້ຕົ້ນທຶນໃນການຜະລິດຂອງຊາວກະສິກອນຫຼຸດລົງ, ລັດຖະບານໄດ້ສະໜອງທຶນກູ້ຢືມເງິນໃນອັດຕາດອກເບ້ຍຕໍ່າ (ກອງທຶນ SME) ໂດຍບວກກັບເງື່ອນໄຂ ເເລະ ເປັນໂອກາດໃນການດໍາລົງຊີວິດຕາມວິຖີຊີວີດແບບໃໝ່ (New Normal) ບັນດາຜູ້ປະກອບການຈໍານວນໜຶ່ງ ໄດ້ປັບສະຖານະພາບການລົງທຶນ ເພື່ອຕອບນະໂຍບາຍໃຫ້ເກີດປະໂຫຍດສູງສຸດ.

ໃນປະຈຸບັນ ຜູ້ປະກອບການລ້ຽງໝູພາຍໃນເມືອງປາກຊັນໄດ້ມີທ່າອ່ຽງ ຂະຫຍາຍຕົວເພີ່ມຂຶ້ນຈາກ 5 ຟາມ ເປັນ 7 ຟາມ ເຊິ່ງເຮັດໃຫ້ມີປະລິມານສາມາດຕອບສະໜອງ ກັບຄວາມຕ້ອງການຂອງຕະຫຼາດພາຍໃນເມືອງປາກຊັນ ແລະ ຜູ້ປະກອບການ ໄດ້ຫັນມາລ້ຽງໝູແມ່ພັນ ເພື່ອຜະລິດລູກລ້ຽງເອງ ແລະ ປະສົມຫົວອາຫານເອງ ເຮັດໃຫ້ຕົ້ນທຶນການຜະລິດໝູນ້ອຍ ແລະ ຫົວອາຫານຫຼຸດລົງ.

ຮອງຫົວໜ້າຫ້ອງການ ອຄ ເມືອງປາກຊັນ ຍັງໄດ້ຮູ້ຕື່ມອີກວ່າ ໃນໄລຍະນີ້ແມ່ນໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເກັບກຳຂໍ້ມູນຕົ້ນທຶນການລ້ຽງ ແລະ ຄ່າສິ້ນເປືອງການຜະລິດ, ຄ່າສິ້ນເປືອງຢູ່ທ້ອງຕະຫຼາດ ປະເພດປານີນ ເພື່ອຈະນຳໄປຄົ້ນຄວ້າ ແລະ ປຶກສາຫາລື ໃນການປັບລາຄາໃນຕໍ່ໜ້າ, ສ່ວນສິນຄ້າອື່ນໆ ຍັງບໍ່ໄດ້ມີການປ່ຽນແປງ ຍັງຄົງໃຫ້ເປັນໄປຕາມກົນໄກຂອງຕະຫຼາດ.

ງົດງາມຫຼາຍ ສະຖານີລົດໄຟຫຼວງພະບາງໄດ້ສໍາເລັດການກໍ່ສ້າງພາກສ່ວນຫຼັງຄາແລ້ວ

ຕາມການລາຍງານ ຂອງ CRI-FM93: ສະຖານີລົດໄຟຫຼວງພະບາງ ຂອງໂຄງການລົດໄຟລາວ-ຈີນ ໄດ້ສໍາເລັດການກໍ່ສ້າງພາກສ່ວນຫຼັງຄາ ແລະໄດ້ເປີດຜ້າຄຸມຮູບໂສມອອກ ເຊິ່ງໂຄງສ້າງຂອງຫຼັງຄາໄດ້ໃຊ້ຮູບແບບ “ສາມລວງຕັ້ງ ໜຶ່ງລວງຂວາງ” ຖືວ່າເປັນຮູບແບບ ທີ່ມີຄວາມສະຫຼັບຊັບຊ້ອນ ແລະເປັນອາຄານ ທີ່ມີຄວາມໂດດເດັ່ນທີ່ສຸດ ຂອງໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ.

ສະຖານີດັ່ງກ່າວໄດ້ຮັບເໝົາກໍ່ສ້າງໂດຍກຸ່ມບໍລິສັດກໍ່ສ້າງທາງລົດໄຟ ສປຈີນ, ມີເນື້ອທີ່ທັງໝົດ 7.970 ຕາແມັດ, ຕິດຕັ້ງ 2 ຊານສະຖານີ 4 ສາຍທາງ, ຮອງຮັບຜູ້ໂດຍສານໄດ້ຫຼາຍເຖິງ 1.200 ຄົນ, ການອອກແບບເປັນໂຄງສ້າງເຫຼັກ ແລະ ມີຫຼາຍຂັ້ນຕອນ ໃນການປະກອບ ແລະ ຕິດຕັ້ງ ພ້ອມທັງຕ້ອງມີຄວາມລະອຽດສູງ ແລະ ການກໍ່ສ້າງມີຄວາມຫຍຸ້ງຍາກທີ່ສຸດ. ເພື່ອໃຫ້ສໍາເລັດການກໍ່ສ້າງຫຼັງຄາ ທີ່ມີຄຸນນະພາບ ແລະ ມີມາດຕະຖານສູງ ທາງໂຄງການ ໄດ້ນໍາໃຊ້ເຕັກໂນໂລຊີ BIM (ສ້າງແບບຈໍາລອງຂໍ້ມູນອາຄານ) ເພື່ອຈໍາລອງ ສະແດງການຕິດຕັ້ງຕາໜ່າງໂຄງສ້າງເຫຼັກ ພ້ອມທັງໄດ້ສ້າງແຜນງານກໍ່ສ້າງພິເສດກັບຊ່ຽວຊານ ສປ ຈີນ.

ໃນໄລຍະທີ່ໄດ້ຮັບຜົນກະທົບຈາກພະຍາດ COVID-19 ທາງໂຄງການໄດ້ສ້າງຄວາມເຂັ້ມແຂງໃຫ້ແກ່ການຈັດຕັ້ງ, ການກໍ່ສ້າງ ພ້ອມທັງເສີມສ້າງການປະຕິບັດວຽກງານສົມທົບກັບການກວດກາດ້ານເຕັກນິກ ຂອງສະຫນາມກໍ່ສ້າງຢ່າງເຂັ້ມງວດ, ເຊິ່ງເປັນການຮັບປະກັນເຖິງຄວາມສຳເລັດ ແລະ ຄວາມປອດໄພ ໃຫ້ແກ່ຊັ້ນໂຄງສ້າງເຫຼັກ ຂອງຫຼັງຄາຢ່າງມີຄຸນນະພາບ.

ປັດຈຸບັນນີ້, ສະຖານີລົດໄຟຫຼວງພະບາງກໍາລັງດໍາເນີນວຽກງານດ້ານການຕົບແຕ່ງ ແລະ ຕິດຕັ້ງເຄື່ອງໄຟຟ້າ, ຄາດວ່າເດືອນສິງຫານີ້ຈະສໍາເລັດຮູບໂສມທັງຫມົດ ຂອງອາຄານສະຖານີດັ່ງກ່າວ.

ກອງປະຊຸມວິຊາການແຜນພັດທະນາການທ່ອງທ່ຽວອະນຸລັກໃນເຂດອຸທິຍານແຫ່ງຊາດດົງຫົວສາວ ແລະ ເຊປຽນ ແບບໝັ້ນຄົງ ແລະຍືນຍົງ

ກອງປະຊຸມວິຊາການແຜນພັດທະນາການທ່ອງທ່ຽວອະນຸລັກໃນເຂດອຸທິຍານແຫ່ງຊາດດົງຫົວສາວ ແລະ ອຸທິຍານແຫ່ງຊາດເຊປຽນ ແບບໝັ້ນຄົງ ແລະຍືນຍົງ ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 10 ກໍລະກົດ 2021 ຢູ່ທີ່ໂຮງແຮມປາກຊ່ອງ ແດນງາມ ເມືອງປາກຊ່ອງແຂວງຈໍາປາສັກ ໂດຍໃຫ້ກຽດເປັນປະທານຂອງທ່ານ ສົມມາດ ພົລເສນາ ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ, ຮອງປະທານສະພາແຫ່ງຊາດ. ທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງໆຈໍາປາສັກ,ທ່ານ ອິມ ມູ ຮອງ ເອກອັກຄະລັດຖະທູດແຫ່ງສາທາລະນະລັດເກົາຫຼີ ປະຈໍາ ສປປ ລາວ.ທ່ານຕາງໜ້າກະຊວງກະສິກຳ ແລະ ປ່າໄມ້,ບັນດາທ່ານການນໍາພະແນກການອ້ອມຂ້າງແຂວງ, ນະຄອນ, ເມືອງ, ຫົວໜ່ວຍທຸລະກິດດ້ານການທ່ອງທ່ຽວ ແລະພະນັກງານກ່ຽວຂ້ອງເຂົ້າຮ່ວມ.

ໃນກອງປະຊຸມຄັ້ງນີ້ໄດ້ຜ່ານ ບົດສະເໜີໂຄງການສ້າງຕັ້ງສວນອຸທິຍານແຫ່ງຊາດພາກໃຕ້ (ສວນອຸທິຍານດົງຫົວສາວ ແລະ ເຊປຽນ). ບົດສະເໜີແຜນພັດທະນາຟື້ນຟູ ແລະ ສົ່ງເສີມການທ່ອງທ່ຽວແບບຍືນຍົງໃນເຂດອຸທິຍານ ດົງຫົວສາວ ແລະ ເຊປຽນ. ພ້ອມກັນນັ້ນ ບັນດາຜູ້ເຂົ້າຮ່ວມກໍ່ໄດ້ປະກອບຄຳຄິດຄຳເຫັນ,ຊຶ່ງພົ້ນເດັ່ນໄດ້ຍົກເອົາບົດຮຽນການພັດທະນາການທ່ອງທ່ຽວທຳມະຊາດຈາກຕ່າງປະເທດ ໂດຍສະເພາະຈາກສາທາລະນະລັດເກົາຫຼີ ແລະບາງບົດຮຽນທີ່ລິເລີ່ມປະຕິບັດມາແລ້ວ ພາຍໃນປະເທດມາປະຍຸກໃຊ້ ເພື່ອໃຫ້ການສະໜັບສະໜູນການທ່ອງທ່ຽວທຳມະຊາດໃນ 2 ອຸທິຍານດົງຫົວສາວ ແລະເຊປຽນໃຫ້ມີປະສິດທິຜົນ ແລະ ເກີດປະໂຫຍດສູງສຸດ.

ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ມີຄວາມສໍາຄັນຫຼາຍ ເຊິ່ງເປັນການລະດົມແນວຄວາມຄິດນັກວິຊາການເຂົ້າໃນການວາງແຜນການປົກປັກຮັກສາ ແລະ ພັດທະນາດິນ,ນໍ້າ,ປ່າໄມ້,ຊີວະນາໆພັນ ທໍາມະຊາດແລະສິ່ງແວດລ້ອມ ກໍຄືຄຸນຄ່າຂອງອຸທິຍານທັງສອງແຫ່ງນີ້ໃຫ້ເກີດປະໂຫຍດຕໍ່ການພັດທະນາເສດຖະກິດ-ສັງຄົມ,ການສ້າງລາຍຮັບແລະລຶບລ້າງຄວາມທຸກຍາກ ຕິດພັນກັບການອະນຸລັກ.

ຊຶ່ງການທ່ອງທ່ຽວ ຕິດພັນກັບການອະນຸລັກທໍາມະຊາດແບບໝັ້ນຄົງ ແລະ ຍືນຍົງ ນີ້ ແມ່ນມີບົດບາດສໍາຄັນທີ່ສຸດທີ່ບັນດາປະເທດໃນໂລກ ແລະພາກພື້ນເອົາໃຈໃສ່ດ້ວຍການຮ່ວມມືຫຼາຍຮູບແບບ, ສະນັ້ນກອງປະຊຸມຄັ້ງນີ້ຍັງຈໍາເປັນໃຫ້ແກ່ການກະກຽມເງື່ອນໄຂຮອບດ້ານໃຫ້ແກ່ການສ້າງນິຕິກຳໃນການຄຸ້ມຄອງ, ບໍລິຫານ,ຈັດການ, ການດຶງດູດແຫຼ່ງທຶນໃນການພັດທະນາພື້ນຖານໂຄງລ່າງ ແລະອື່ນໆ.ຊຶ່ງເປົ້າໝາຍຫຼັກນີ້ແມ່ນເລັງໃສ່ການຮ່ວມມື ແລະຂໍການ ສະໜັບສະໜູນ,ຊ່ວຍເຫຼືອຈາກສາທາລະນະລັດເກົາຫຼີ ເພື່ອປະຕິບັດແຜນພັດທະນາການທ່ອງທ່ຽວອະນຸລັກໃນເຂດອຸທິຍານແຫ່ງຊາດທັງສອງແຫ່ງນີ້ອີກດ້ວຍ.

ເກດສະໜາ ແກ້ວສຸວັນນະແສງ