Home Blog Page 197

ແຈ້ງການຂອງ ສນຍ! ສືບຕໍ່ມາດຕະການອີກ 15 ມື້!

ທ່ານ ນ. ທິບພະກອນ ຈັນທະວົງສາ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຮອງຫົວໜ້າຄະນະສະເພາະກິດ, ຜູ້ປະຈຳການ, ຫົວໜ້າກອງເລຂາກ່ຽວກັບ ການສືບຕໍ່ປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການລະບາດຂອງພະຍາດ COVID-19 ໃນໄລຍະ ວັນທີ 04-18 ສິງຫາ 2021 (ວັນທີ 03 ສິງຫາ 2021, ທີ່ກະຊວງສາທາລະນະສຸກ)

ອີງຕາມການປະເມີນສະພາບການລະບາດ ແລະ ການຈັດຕັ້ງປະຕິບັດມາດຕະການຕ່າງໆ ໃນຄຳສັ່ງຂອງນາຍົກລັດຖະມົນຕີ ເລກທີ 15/ນຍ, ລົງວັນທີ 21 ເມສາ 2021, ແຈ້ງການ ເລກທີ 829/ຫສນຍ, ລົງວັນທີ 19 ກໍລະກົດ 2021 ແລະ ມາດຕະການຕ່າງໆ ທີ່ໄດ້ວາງອອກ ຂອງຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດ COVID-19 ຂັ້ນສູນກາງ ເຫັນວ່າ ປະເທດພວກເຮົາ ສາມາດຄວບຄຸມການລະບາດໄດ້ໃນລະດັບດີ, ເຮັດໃຫ້ຕົວເລກຜູ້ຕິດເຊື້ອພາຍໃນຊຸມຊົນ ຫຼຸດລົງເປັນສູນໃນບາງໄລຍະ ໂດຍສະເພາະໃນນະຄອນຫຼວງວຽງຈັນ. ແຕ່ເຖິງຢ່າງໃດກໍ່ຕາມ, ເນື່ອງຈາກແຮງງານລາວ ທີ່ຢູ່ປະເທດໃກ້ຄຽງ ກັບຄືນມາ ສປປ ລາວ ນັບມື້ເພີ່ມຂຶ້ນ ເຮັດໃຫ້ຕົວເລກການຕິດເຊື້ອຈາກການນຳເຂົ້າ ໃນທົ່ວປະເທດ ແມ່ນເພີ່ມຂຶ້ນສູງ, ຊຶ່ງບາງວັນມີຫຼາຍກວ່າ 300 ກໍລະນີ ມີທັງສາຍພັນເດວຕາ ແລະ ອານຟາ.

ຍ້ອນສະພາບການລະບາດຢູ່ບັນດາປະເທດໃກ້ຄຽງ ຍັງສືບຕໍ່ຮຸນແຮງ ແລະ ມີຫຼາຍສາຍພັນ ແລະ ແຮງງານລາວທີ່ກັບຄືນປະເທດ ກໍ່ນັບມື້ຫຼາຍຂຶ້ນ ຊຶ່ງໃນນັ້ນຈຳນວນໜຶ່ງ ແມ່ນຕິດເຊື້ອພະຍາດ COVID-19 ໃນສາຍພັນຕ່າງໆ.

ສະນັ້ນ ຈຶ່ງມີຄວາມຈຳເປັນທີ່ພວກເຮົາຕ້ອງກະກຽມຄວາມພ້ອມຮອບດ້ານ ລວມທັງຮອງຮັບໃຫ້ແຮງງານລາວກັບຄືນປະເທດ ທັງໃຫ້ສາມາດຄວບຄຸມການລະບາດຂອງພະຍາດ, ຖ້າບໍ່ດັ່ງນັ້ນຈະມີຄວາມສ່ຽງ ເກີດການລະບາດໃນຊຸມຊົນເປັນວົງກວ້າງ. ນອກນັ້ນ ໃນໄລຍະມໍ່ໆມານີ້ ໄດ້ມີການລັກລອບເປີດກິດຈະການທີ່ຕ້ອງຫ້າມ ຍັງມີກໍລະນີຜູ້ຕິດເຊື້ອ ລັກລອບເຂົ້າເມືອງ ແລະ ແຜ່ເຊື້ອໃນຊຸມຊົນ ຢູ່ບາງທ້ອງຖິ່ນ.

ຕໍ່ໜ້າສະພາບການດັ່ງກ່າວ ລັດຖະບານ ຈຳເປັນຕ້ອງໄດ້ເພີ່ມທະວີຄວາມເຂັ້ມງວດ ໃນການປະຕິບັດບັນດາມາດຕະການ ທີ່ໄດ້ລະບຸໃນຄຳສັ່ງ ເລກທີ 15/ນຍ, ລົງວັນທີ 21 ເມສາ 2021, ແຈ້ງການ ເລກທີ 829/ຫສນຍ, ລົງວັນທີ 19 ກໍລະກົດ 2021 ແລະ ບັນດາຄໍາແນະນໍາຂອງຄະນະສະເພາະກິດຂັ້ນສູນກາງ ສໍາລັບໄລຍະ 15 ວັນຕໍ່ໜ້າ ໂດຍເລີ່ມແຕ່ເວລາ 00:00 ໂມງ ຂອງວັນທີ 04 ຫາ ເວລາ 24:00 ໂມງ ຂອງວັນທີ 18 ສິງຫາ 2021 ດັ່ງນີ້:

ມາດຕະການຫ້າມ ແລະ ຈໍາກັດ:

1. ສືບຕໍ່ເຝົ້າລະວັງຢູ່ບໍລິເວນຊາຍແດນຕ່າງໆ ດ້ວຍການຈັດຕັ້ງກຳລັງລາດຕາເວນ ຢ່າງເປັນປົກກະຕິ, ທັງເພີ່ມຄວາມເຂັ້ມງວດການກວດກາ, ວັດແທກອຸນຫະພູມ ຜູ້ຜ່ານດ່ານຕ່າງໆ ໃຫ້ເຄັ່ງຄັດ ຕິດພັນກັບການຂະຫຍາຍສູນຈຳກັດບໍລິເວນ ກໍ່ຄືສູນປິ່ນປົວ ຢູ່ບາງທ້ອງຖິ່ນ ທີ່ມີແຮງງານລາວ ກັບຄືນປະເທດ ຈຳນວນຫຼາຍ.

2. ສືບຕໍ່ເພີ່ມທະວີການຊອກຫາຜູ້ຕິດເຊື້ອຢູ່ຕາມຊຸມຊົນຕ່າງໆ ມາປິ່ນປົວ ໂດຍມີການສົມທົບ ລະຫວ່າງ ອົງການປົກຄອງທ້ອງຖິ່ນຂັ້ນຕ່າງໆ ກັບ ຂະແໜງສາທາລະນະສຸກ ແລະ ສັງຄົມ ດ້ວຍຫຼາຍວິທີ, ພ້ອມທັງ ເພີ່ມການສັກວັກຊີນ ແກ່ກຸ່ມເປົ້າໝາຍຕ່າງໆ ໃຫ້ໄດ້ຕາມຄາດ ໝາຍ.

3. ສືບຕໍ່ປິດຮ້ານກິນ-ດື່ມ, ຄາຣາໂອເກະ, ສະຖານບັນເທີງ, ໂຮງສາຍຮູບເງົາ, ຮ້ານສະໜຸກເກີ, ຮ້ານສະປາ, ອິນເຕີເນັດຄາເຟ ແລະ ຮ້ານເກມທຸກປະເພດ ໃນທົ່ວປະເທດ.

4. ສືບຕໍ່ຫ້າມຫຼິ້ນກິລາທີ່ຮ່າງກາຍ ມີການສຳພັດກັນ ເຊັ່ນ: ບານເຕະ, ຕີມວຍ ແລະ ອື່ນໆ ຢູ່ແຂວງ ຫຼື ເຂດທີ່ມີການລະບາດໃນຊຸມຊົນ.

5. ສືບຕໍ່ຫ້າມບຸກຄົນເດີນທາງ ເຂົ້າ-ອອກ ເຂດທີ່ມີການຕິດເຊື້ອ (ເຂດແດງ) ຕາມການກໍານົດ ຂອງຄະນະສະເພາະກິດ ຍົກເວັ້ນ ຜູ້ທີ່ໄດ້ຮັບອະນຸຍາດຈາກອົງການປົກຄອງຂັ້ນທີ່ກ່ຽວຂ້ອງ ດ້ວຍເງື່ອນໄຂ ແລະ ເຫດຜົນຈຳເປັນ.

6. ສືບຕໍ່ຫ້າມຈັດງານລ້ຽງສັງສັນ ຫຼື ຊຸມແຊວທຸກຮູບແບບ ຢູ່ທຸກສະຖານທີ່.

7. ສືບຕໍ່ເພີ່ມທະວີຄວາມເຂັ້ມງວດ ໃນການປະຕິບັດບັນດາມາດຕະການ ປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອ ດ້ວຍການວັດແທກອຸນຫະພູມ, ຮັກສາໄລຍະຫ່າງ ຢ່າງໜ້ອຍ 01 ແມັດ, ໃສ່ຜ້າອັດປາກ-ດັງ, ລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫຼື ເຈວລ້າງມື.

ມາດຕະການສືບຕໍ່ຜ່ອນຜັນ

1. ສືບຕໍ່ອະນຸຍາດໃຫ້ເປີດສູນການຄ້າ, ຮ້ານຂາຍຍົກ-ຂາຍຍ່ອຍ, ຮ້ານຊຸບເປີມາເກັດ, ຮ້ານມິນິມາດ, ຕະຫຼາດສົດ, ຕະຫຼາດຂາຍອາຫານ, ຕະຫຼາດກາງຄືນ ໂດຍໃຫ້ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອ ດ້ວຍການວັດແທກອຸນຫະພູມ, ຮັກສາໄລຍະຫ່າງ ຢ່າງໜ້ອຍ 01 ແມັດ, ໃສ່ຜ້າອັດປາກ-ດັງ, ລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫຼື ເຈວລ້າງມື.

2. ສືບຕໍ່ອະນຸຍາດໃຫ້ເປີດຮ້ານຕັດຜົມ ແລະ ຮ້ານເສີມສວຍ ຢູ່ນອກເຂດແດງ ແຕ່ບໍ່ໃຫ້ລູກຄ້າແອອັດຢູ່ໃນຮ້ານ ແລະ ໃຫ້ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອ ຢ່າງເຂັ້ມງວດ.

3. ສືບຕໍ່ອະນຸຍາດໃຫ້ເປີດຮ້ານອາຫານ, ຮ້ານກາເຟ, ສະຖານທີ່ທ່ອງທ່ຽວ ແລະ ສວນອາຫານ ຢູ່ແຂວງທີ່ບໍ່ມີການລະບາດໃນຊຸມຊົນ ໂດຍອະນຸຍາດໃຫ້ນັ່ງກິນ-ດື່ມ ໃນສະຖານທີ່ບໍລິການດັ່ງກ່າວໄດ້, ແຕ່ໃຫ້ຈັດບ່ອນນັ່ງໃຫ້ມີໄລຍະຫ່າງ 01 ແມັດ ຂຶ້ນໄປ ທັງບໍ່ໃຫ້ບໍລິການເຄື່ອງດື່ມທີ່ມີທາດເຫຼົ້າທຸກປະເພດ ຢ່າງເດັດຂາດ ແລະ ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອຢ່າງເຂັ້ມງວດ.

4. ສືບຕໍ່ອະນຸຍາດໃຫ້ຈັດກອງປະຊຸມ ຢູ່ສະຖານທີ່ນອກເຂດແດງ ແຕ່ຕ້ອງປະຕິບັດຕາມມາດຕະການ ຂອງຄະນະສະເພາະກິດ ວາງອອກຢ່າງເຂັ້ມງວດ ເປັນຕົ້ນ ແທກອຸນຫະພູມ, ການຮັກສາໄລຍະຫ່າງ ຢ່າງໜ້ອຍ 01 ແມັດ, ໃສ່ຜ້າອັດປາກ-ດັງ, ລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫຼື ເຈວລ້າງມື ຄັກແນ່.

5. ສືບຕໍ່ອະນຸຍາດໃຫ້ນຳໃຊ້ເຮືອຫາປາ ເພື່ອຫາປາຕາມລຳນໍ້າເຂດຊາຍແດນລະຫວ່າງປະເທດ ໃນໄລຍະເວລາ ແຕ່ 06:00 ໂມງ ຫາ 18:00 ໂມງ ໂດຍໃຫ້ອົງການປົກຄອງທ້ອງຖິ່ນ ສົມທົບກັບ ກໍາລັງ ປກຊ-ປກສ ຢູ່ແຕ່ລະພື້ນທີ່ ອອກລະບຽບການຄຸ້ມຄອງ, ກຳນົດຈຳນວນເຮືອຫາປາ ກ່ອນອອກເຄື່ອນໄຫວ ແຕ່ລະມື້ໃຫ້ສ້າງບັນທຶກການປ່ອຍອອກ ແລະ ບັນທຶກການເຂົ້າມາຈອດ, ພ້ອມນັ້ນ ກໍ່ໃຫ້ຕິດຕາມ ກວດກາ ການຈັດຕັ້ງປະຕິບັດ ຢ່າງໃກ້ຊິດ ແລະ ເຂັ້ມງວດ.

6. ສືບຕໍ່ອະນຸຍາດໃຫ້ເດີນທາງເຂົ້າ-ອອກ ຢູ່ພາຍໃນທ້ອງຖິ່ນ ທີ່ບໍ່ມີການລະບາດໃນຊຸມຊົນ ໄດ້ປົກກະຕິ.

7. ສືບຕໍ່ອະນຸຍາດໃຫ້ດຳເນີນການຂົນສົ່ງໂດຍສານທາງບົກ, ທາງນໍ້າ ແລະ ທາງອາກາດ ລະຫວ່າງ ແຂວງຕໍ່ແຂວງທີ່ບໍ່ມີການລະບາດໃນຊຸມຊົນໄດ້ ໂດຍບໍ່ໃຫ້ມີການຈຳກັດບໍລິເວນ; ສຳລັບຄົນຕ່າງປະເທດທີ່ເດີນທາງເຂົ້າ ສປປ ລາວ ມີຈຸດປະສົງເດີນທາງໄປແຂວງອື່ນ ຕ້ອງແຈ້ງໜັງສືເດີນທາງ, ໃບຢັ້ງຢືນການຈຳກັດບໍລິເວນ ຄົບ 14 ວັນ ແລະ ໜັງສືອະນຸຍາດຈາກຄະນະສະເພາະກິດຂັ້ນສູນກາງ ໃຫ້ເຈົ້າໜ້າທີ່ກ່ຽວຂ້ອງ ໂດຍບໍ່ໃຫ້ມີການຈຳກັດບໍລິເວນ ຢູ່ແຂວງປາຍທາງ. ຍົກເວັ້ນຄົນຕ່າງປະເທດທີ່ເຮັດວຽກ ຫຼື ໄດ້ດຳລົງຊີວິດ ຢູ່ ສປປ ລາວ ມາໄລຍະ ໜຶ່ງແລ້ວ ແມ່ນໃຫ້ປະຕິບັດຄືກັນກັບພົນລະເມືອງລາວ.

– ສຳລັບຜູ້ໂດຍສານ ແລະ ຜູ້ຂັບຂີ່ລົດ ເຂົ້າ-ອອກ ແຂວງທີ່ມີການລະບາດໃນຊຸມຊົນ ຕ້ອງແມ່ນຜູ້ທີ່ໄດ້ສັກວັກຊີນ ຄົບໂດສ ໂດຍບໍ່ຕ້ອງຂໍອະນຸຍາດແຂວງປາຍທາງ, ບໍ່ໃຫ້ມີການຈຳກັດບໍລິເວນ ແລະ ຕ້ອງປະຕິບັດຕາມມາດຕະການທີ່ຄະນະສະເພາະກິດ ວາງອອກຢ່າງເຂັ້ມງວດ ເປັນຕົ້ນ ແທກອຸນຫະພູມ, ການຮັກສາໄລຍະຫ່າງ ຢ່າງໜ້ອຍ 01 ແມັດ, ໃສ່ຜ້າອັດປາກ-ດັງ, ລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫຼື ເຈວລ້າງມື ຄັກແນ່. ສະເພາະບາງແຂວງ ທີ່ພວມມີການລະບາດໃນຊຸມຊົນ ທັງມີແຮງງານລາວກັບຄືນ ປະເທດ ໃຫ້ອົງການປົກຄອງແຂວງ ອອກມາດຕະການເຂັ້ມງວດ ຕໍ່ການເດີນທາງໄປ-ມາ ພາຍໃນແຂວງ ແລະ ການເຂົ້າ-ອອກ ລະຫວ່າງແຂວງຕົນ ກັບ ແຂວງອື່ນ.

8. ສືບຕໍ່ອະນຸຍາດໃຫ້ຜູ້ຂັບຂີ່ລົດ ແລະ ພະນັກງານຂົນສົ່ງສິນຄ້າ ເຂົ້າ-ອອກ ລະຫວ່າງ ແຂວງ ຫາ ແຂວງ ແລະ ນະຄອນຫຼວງວຽງຈັນ ຫາ ແຂວງ ສາມາດສົ່ງສິນຄ້າ ເຖິງປາຍທາງໄດ້ ໂດຍບໍ່ຈຳເປັນຕ້ອງຄ່ຽນຖ່າຍສິນຄ້າໃນໄລຍະເດີນທາງຢູ່, ບໍ່ຕ້ອງກວດຫາເຊື້ອພະຍາດ COVID-19 ແລະ ບໍ່ຈຳກັດບໍລິເວນ ຢູ່ແຂວງປາຍທາງ ແຕ່ຕ້ອງປະຕິບັດມາດຕະການປ້ອງກັນ ການຕິດເຊື້ອ ແລະ ແຜ່ເຊື້ອທີ່ຄະນະສະເພາະກິດ ວາງອອກ ຢ່າງເຂັ້ມງວດ. ສຳລັບການຂົນສົ່ງສິນຄ້າລະຫວ່າງປະເທດ ໃຫ້ສືບຕໍ່ຈັດຕັ້ງປະຕິບັດ ຕາມທີ່ໄດ້ເຄີຍປະຕິບັດໃນໄລຍະຜ່ານມາ. ໃນພາກປະຕິບັດຕົວຈິງ ໃຫ້ທຸກພາກສ່ວນກ່ຽວຂ້ອງ ປະຕິບັດເປັນເອກະພາບ ຕາມຄຳແນະນຳ ຂອງຄະນະສະເພາະກິດຂັ້ນສູນກາງ ແລະ ຄຳແນະນຳ ຂອງກະຊວງໂຍທາທິການ ແລະ ຂົນສົ່ງ ສະບັບເລກທີ 242/ຍທຂ, ລົງວັນທີ 23 ເມສາ 2021.

9. ໃຫ້ບັນດາກະຊວງ, ອົງການທຽບເທົ່າ, ລວມທັງ ສຳນັກງານ, ວິສາຫະກິດຕ່າງໆ ທົ່ວນະຄອນຫຼວງວຽງຈັນ ພິຈາລະນາໃຫ້ພະນັກງານ, ລັດຖະກອນ, ກຳມະ ກອນຂອງຕົນ ມາປະຈຳການປົກກະຕິ ແຕ່ໃຫ້ມີການວັດແທກອຸນຫະ ພູມ, ມີເຈວລ້າງມືຢູ່ທາງເຂົ້າ, ໃສ່ຜ້າອັດປາກ-ດັງ, ຮັກສາໄລຍະຫ່າງ, ລ້າງມືດ້ວຍ ນໍ້າສະອາດ ໃສ່ສະບູ ຫຼື ເຈວລ້າງມື.

10. ສືບຕໍ່ອະນຸຍາດໃຫ້ເປີດການຮຽນ-ການສອນ ສຳລັບການສຶກສາກ່ອນໄວຮຽນ, ສາມັນສຶກສາ, ອາຊີວະສຶກສາ, ວິທະຍາໄລ ແລະ ການສຶກສາຊັ້ນສູງ ຢູ່ແຂວງທີ່ບໍ່ມີການລະບາດໃນຊຸມຊົນ ໂດຍໄດ້ຮັບອະນຸຍາດຈາກຄະນະສະເພາະກິດຂັ້ນແຂວງ.

11. ສືບຕໍ່ອະນຸຍາດໃຫ້ສູນກິລາໃນຮົ່ມ ແລະ ກາງແຈ້ງທຸກປະເພດ ຢູ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງທີ່ບໍ່ມີການລະບາດໃນຊຸມຊົນ ເປີດບໍລິການໄດ້ ແຕ່ຕ້ອງແມ່ນສູນກິລາ ທີ່ໄດ້ຮັບອະນຸຍາດຖືກຕ້ອງ ຕາມກົດໝາຍ ແລະ ລະບຽບການກ່ຽວຂ້ອງ, ທັງຫ້າມບໍ່ໃຫ້ບໍລິການເຄື່ອງດື່ມທີ່ມີທາດເຫຼົ້າ ແລະ ໃຫ້ປະຕິບັດຕາມມາດຕະການປ້ອງກັນ ແລະ ຄວບຄຸມການແຜ່ເຊື້ອ ທີ່ຄະນະສະເພາະກິດວາງອອກ ຢ່າງເຂັ້ມງວດ.

12. ສືບຕໍ່ອະນຸຍາດໃຫ້ເປີດຮ້ານນວດ ຢູ່ນະຄອນຫຼວງວຽງຈັນ ແລະ ແຂວງ ທີ່ບໍ່ມີການລະບາດໃນຊຸມຊົນ ໂດຍຜູ້ໃຫ້ບໍລິການ ແລະ ຜູ້ຮັບບໍລິການ ຕ້ອງໄດ້ຮັບວັກຊີນຄົບໂດສ, ໃຫ້ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອ ຢ່າງເຂັ້ມງວດ ແລະ ໃຫ້ປິດບໍລິການ ເວລາ 20:00 ໂມງ.

13. ສືບຕໍ່ອະນຸຍາດໃຫ້ເປີດຊັ້ນຮຽນອາຊີວະສຶກສາ, ການສຶກສາຄູ ແລະ ການສຶກສາຊັ້ນສູງ ທຸກຊັ້ນ ຢູ່ນະຄອນຫຼວງວຽງຈັນ ໂດຍໃຫ້ຈັດຫ້ອງຮຽນແບບຮັກສາໄລຍະຫ່າງ ແລະ ປະຕິບັດບັນດາມາດຕະ ການປ້ອງກັນ ແລະ ຄວບຄຸມ ການແຜ່ລະບາດຂອງພະຍາດ COVID-19 ຢ່າງເຂັ້ມງວດ.

ກ່ຽວກັບການຈຳກັດບໍລິເວນ, ພາຍຫຼັງ ຈຳກັດບໍລິເວນຢູ່ສູນນະຄອນຫຼວງວຽງຈັນ ຫຼື ບັນດາແຂວງ ຄົບ 14 ວັນແລ້ວ ໃຫ້ອົງການປົກຄອງທ້ອງຖິ່ນ ຕິດຕາມການສືບຕໍ່ຈຳກັດບໍລິເວນ ຢູ່ສູນຂອງເມືອງ ຫຼື ບ້ານ ຕື່ມອີກ 14 ວັນ ຢ່າງເຂັ້ມງວດ.

ລັດຖະບານ ສືບຕໍ່ສົ່ງເສີມຄວາມມີນໍ້າໃຈເອື້ອເຟື້ອເພື່ອແຜ່ ຊຶ່ງກັນ ແລະ ກັນ ຂອງຄົນລາວ ທັງຊາດ ລວມທັງ ຂອງຜູ້ປະກອບການທຸລະກິດ ທັງພາຍໃນ ແລະ ຕ່າງປະເທດ ທຸກລະດັບ ໃນການປະກອບສ່ວນເຂົ້າໃນການ ປະຕິບັດນະໂຍບາຍ ແລະ ມາດຕະການຕ່າງໆ ທີ່ລັດຖະບານ ວາງອອກ ດ້ວຍຮູບການຕ່າງໆ ທັງສະຕິປັນຍາ, ວັດຖຸປັດໄຈ, ເຫື່ອແຮງ ແລະ ດຳເນີນ ໄປດ້ວຍຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ.

ລັດຖະບານ ຮຽກຮ້ອງໃຫ້ພະນັກງານ, ນັກຮົບ, ປະຊາຊົນລາວບັນດາເຜົ່າ, ທຸກຊັ້ນຄົນ ຕະຫຼອດຮອດຊາວຕ່າງປະເທດ ທີ່ພວມປະຕິບັດໜ້າທີ່ຢູ່ ສປປ ລາວ ຈົ່ງຮ່ວມແຮງຮ່ວມໃຈ ປະຕິບັດມາດຕະການທີ່ຄະນະສະເພາະກິດ ວາງອອກຢ່າງເຂັ້ມງວດ, ເປັນຫູເປັນຕາ ຕິດຕາມ ແລະ ລາຍງານ ກໍລະນີພົບເຫັນການລັກລອບເຂົ້າເມືອງ ແລະ ການລະເມີດມາດຕະການຕ່າງໆ ເພື່ອວິທີການແກ້ໄຂ ຢ່າງທັນການ.

ມອບໃຫ້ກະຊວງ, ອົງການທຽບເທົ່າ, ອົງການປົກຄອງທ້ອງຖິ່ນ ແລະ ຄະນະສະເພາະກິດທຸກຂັ້ນ ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແຈ້ງການສະບັບນີ້ ຢ່າງເດັດຂາດ ແລະ ເຂັ້ມງວດ.

ມາດຕະການທີ່ໄດ້ກ່າວມາທັງໝົດນັ້ນ ໄດ້ກຳນົດໃນແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເລກທີ 956/ຫສນຍ, ລົງວັນທີ 03 ສິງຫາ 2021 ແລະ ມີຜົນສັກສິດ ນັບແຕ່ວັນທີ 04-18 ສິງຫາ 2021. ພວກເຮົາ ຈະສືບຕໍ່ປະເມີນສະພາບການ, ທົບທວນ ແລະ ດັດປັບມາດຕະການ ໃຫ້ເໝາະສົມກັບສະພາບຕົວຈິງຕື່ມ, ກໍລະນີມີການປ່ຽນແປງ ລັດຖະບານ ຈະແຈ້ງໃຫ້ຊາບເປັນແຕ່ລະໄລຍະ.

ຂໍຮຽກຮ້ອງມາຍັງ ທຸກການຈັດຕັ້ງ, ທຸກອົງການຂອງພັກ, ລັດ, ອົງການ ຈັດຕັ້ງແນວໂຮມ, ອົງການ ຈັດຕັ້ງມະຫາຊົນ ແລະ ການຈັດຕັ້ງທາງສັງຄົມ ເປັນກຳລັງແຮງ ແລະ ສາມັກຄີເປັນຈິດໜຶ່ງໃຈດຽວກັນ ຍົກສູງສະຕິຄວາມຮັບຜິດຊອບ ແລະ ເປັນເຈົ້າການຮ່ວມກັນໃນການປະຕິບັດບັນດາມາດຕະການທີ່ລັດຖະບານ ວາງອອກ ຢ່າງເຂັ້ມງວດ ແລະ ເປັນເອກະພາບ.

ສິ່ງສຳຄັນ, ຂໍໃຫ້ທຸກຄົນ ມີສະຕິໃນການບໍລິໂພກຂໍ້ມູນຂ່າວສານ, ບໍ່ໃຫ້ສົ່ງຕໍ່ຂໍ້ມູນທີ່ບໍ່ມີຄວາມຈິງ ຫຼື ບິດເບືອນຄວາມຈິງ ແລະ ຂໍໃຫ້ຕິດຕາມຂໍ້ມູນຂ່າວສານຈາກແຫຼ່ງຂ່າວທາງການ. ພ້ອມກັນນີ້ ຂໍໃຫ້ທຸກຄົນ ມີຄວາມຮັບຜິດຊອບ ຕໍ່ການປ້ອງກັນຕົນເອງ ແລະ ຄອບຄົວຂອງຕົນ ຕະຫຼອດຮອດຊຸມຊົນທີ່ຕົນເອງດຳລົງຊີວິດຢູ່.
ສຸດທ້າຍນີ້, ຂ້າພະເຈົ້າ ຂໍອວຍພອນໃຫ້ທຸກໆທ່ານຈົ່ງມີສຸຂະພາບແຂງແຮງ, ມີຜົນສໍາເລັດ ໃນໜ້າທີ່ວຽກງານຂອງຕົນ ແລະ ປອດໄພ ຈາກເຊື້ອພະຍາດທຸກຊະນິດ.
ຂໍຂອບໃຈ

ແຈ້ງການທາງການ

.

.

.

.

ດ່ວນ! ປິດຄົນເຂົ້າ-ອອກ ເມືອງພູຄູນ ຊົ່ວຄາວ

ຕາມການລາຍງານຂອງ ຂ່າວສານເມືອງພູຄູນ: ເພື່ອປະຕິບັດຕາມຄໍາສັ່ງເລກທີ 15 / ນຍ ແລະ ຄໍາສັ່ງເລກທີ 01 / ຂອງເຈົ້າແຂວງຫຼວງພະບາງ ໃນການຍົກລະດັບ ແລະ ເພີ່ມທະວີມາດຕະການສະກັດກັ້ນ ຄວບຄຸມ ແລະ ກຽມພ້ອມຮອບດ້ານເພື່ອຕ້ານພະຍາດcovid-19 ໃຫ້ເຂັ້ມງວດ ໃນວັນທີ 3 ສິງຫາ 2021 ນີ້ ຄະນະສະເພາະກິດ ຄວບຄຸມແກ້ໄຂຕ້ານການລະບາດຂອງພະຍາດໂຄວິດ-19 ເມືອງພູຄູນ ໄດ້ອອກຄຳສັ່ງເພີ່ມເຕີມ ກ່ຽວກັບການປິດຄົນເຂົ້າ-ອອກເມືອງພູຄູນຊົ່ວຄາວ ຕັ້ງແຕ່ ເວລາ 10 ໂມງ ຂອງວັນທີ 3 ສິງຫາ 2021 ເປັນຕົ້ນໄປ.

ດັ່ງນັ້ນຈຶ່ງແຈ້ງ ໃຫ້ແຕ່ລະບ້ານຕັ້ງດ່ານຈຸດກວດກາຫ້າມຄົນເຂົ້າ-ອອກຢ່າງເດັດຂາດ, ຫ້າມແຕ່ລະຄອບຄົວ ຫ້າມໄປມາຫາສູ່ ຫຼື ເດີນທາງເຂົ້າ-ອອກເມືອງ, ບ້ານຫາບ້ານ.

3 ສິງຫາ ມີຜູ້ຕິດເຊື້ອໃໝ່ໃນຊຸມຊົນ 13 ຄົນ ແລະ ນຳເຂົ້າ 237 ຄົນ

ອີງຕາມການລາຍງານ ຂອງຄະນະສະເພາະກິດປະຈຳວັນທີ 3 ສິງຫາ 2021:
ຜູ້ຕິດເຊື້ອໃໝ່ມື້ນີ້ລວມ
250 ໃນນັ້ນແມ່ນຕິດເຊື້ອຊຸມຊົນ 13 ກໍລະນີ ແລະ ຕິດເຊື້ອຈາກແຮງງານນໍາເຂົ້າ 237 ກໍລະນີ.

ເຊິ່ງຕິດເຊື້ອໃນຊຸມຊົນ 13 ຄົນ ຄື:

  • ແຂວງວຽງຈັນ 4 ຄົນ (ເປັນຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອ)
  • ບໍ່ແກ້ວ 4 ຄົນ (ເມືອງຕ້ົນເຜິ້ງ)
  • ຫຼວງນ້ຳທາ 1 ຄົນ (ເດີນທາງມາແຕ່ເມືອງຕົ້ນເຜິ້ງ)
  • ສະຫວັນນະເຂດ 4 ຄົນ (ພະນັກງານດ່ານ 1 ຄົນ)

ສຳລັບ ກໍລະນີນໍາເຂົ້າ ມີ 237 ຄົນ ຈາກ ນະຄອນຫຼວງ 78 ຄົນ, ແຂວງວຽງຈັນ 2 ຄົນ, ຄຳມ່ວນ 30 ຄົນ, ສະຫວັນນະເຂດ 63 ຄົນ, ສາລະວັນ 16 ຄົນ ແລະ ຈຳປາສັກ 48 ຄົນ ເຊິ່ງກວດພົບຈາກແຮງງານລາວ ທີ່ກັບມາແຕ່ປະເທດເພື່ອນບ້ານ ເຂົ້າຕາມຈຸດຜ່ານແດນສາກົນ.

ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 7,015 ຄົນ, ຄົນເຈັບເສຍຊີວິດສະສົມ 7 ຄົນ (ໃໝ່ 0) ແລະ ກໍາລັງປິ່ນປົວ ທັງໝົດ 3,392 ຄົນ.

ມອບເຄື່ອງຊ່ວຍເຫຼືອແກ່ຄອບຄົວຖືກອັກຄີໄພໄໝ້ເຮືອນ ທີ່ ບ້ານຫ້ວຍງູ

ຕາມລາຍງານ ຂອງສະຖານນີ ວິທະຍຸ FM98,00 ເມືອງປາກລາຍ ຂ່າວສານ ແລະ ບັນເທີງ ໃຫ້ຮູ້ວ່າ: ພິທີມອບເຄື່ອງຊວ່ຍເຫຼືອໃຫ້ແກ່ຄອບຄົວອັກຄີໄພໄຟໄໝ້ເຮືອນ ໃນວັນທີ 30 ກໍລະກົດ 2021 ນີ້ ທ່ານ ກອງສີ ວົງສີ ກໍາມະການພັກແຂວງ ເລຂາພັກເມືອງເຈົ້າເມືອງໆປາກລາຍ ພ້ອມດວ້ຍຮອງເຈົ້າເມືອງ ແລະ ຂະແໜງການທີ່ກຽ່ວຂ້ອງຂອງເມືອງ ໄດ້ນໍາເອົາເຄືອງໄປມອບໃຫ້ແກ່ຄອບຄົວ ທີ່ຖືກອັກຄີໄພໄຟໄໝເຮືອນ ຂອງປະຊາຊົນຈໍານວນໜຶ່ງຫຼັງ ຢູ່ບ້ານຫ້ວຍງູ ເມືອງປາກລາຍ ແຂວງໄຊຍະບູລີ ເຊິ່ງແມ່ນຄອບຄົວຂອງທ້າວ ສົມໝາຍ ລີ ລວມມູນຄ່າເສຍຫາຍທັງໝົດ79ລ້ານກ່ວາກີບ.

ເຄື່ອງທີ່ນໍາໄປມອບໃນຄັ້ງນີ້ປະກອບມີ ເຄື່ອງໃຊ້ໃນຄົວເຮືອນ,ເຄື່ອງນຸ່ງຮົມ,ເຂົ້າສານຈໍານວນ100ກິໂລ,ສັງກະສີຈໍານວນ80ແຜ່ນ ພ້ອມດວ້ຍເງີນສົດ 1.280.000ກີບ ລວມມູນຄ່າທັງໝົດ 3ລ້ານກກ່ວາກີບ.

ໃນໂອກາດນີ້ທ່ານກອງສີ ວົງສີ ເຈົ້າເມືອງໆປາກລາຍຕາງໜ້າຄະນະພັກອົງການປົກຄອງເມືອງ ກໍ່ໄດ້ສະແດງຄວາມເສຍໃຈຕໍ່ກັບຄອບຄົວທີ່ຖືກເຄາະຮ້າຍເກີດເຫດການໄຟໄໝເຮືອນໃນຄັ້ງນີ້ ພ້ອມທັງຊຸກຍູ້ ໃຫ້ກໍາກໍາລັງໃຈຕໍ່ກັບຄອບຄົວດັງກ່າວ ພ້ອມທັງຮຽກຮ້ອງໃຫ້ຂະແໜງການທີ່ກຽ່ວຂ້ອງ ແລະ ອໍານາດນາດການານປົກຄອງບ້ານດັ່ງກ່າວແລະສັງຄົມ ຈົ່ງໃຫ້ການຊຸກຍູ້ຊວ່ຍເຫຼືອແກ່ຄອບຄົວດັ່ງກ່າວເພື່ອເຮັດໃຫ້ມີເຮືອນຢູ່ ແລະ ມີຊີວິດການເປັນຢູ່ທີ່ດີຂື້ນ ຈົ່ງພ້ອມກັນມີສະຕິເພື່ອບໍ່ໃຫ້ເກີດເຫດການນີ້ຂື້ນຕື່ມ.

ກູ້ໄພເຂົ້າມ້ຽນສົບຜູ້ເສຍຊີວິດ ທີ່ໂຮງໝໍແຂວງສະຫວັນນະເຂດ

ອີງຕາມໜ່ວຍກູ້ໄພ ສະຫວັນນະເຂດ Savannakhet Rescue ລາຍງານ: ວັນທີ 02/08/2021 ເວລາ 13:21 ນາທີ ໜ່ວຍກູ້ໄພ ສະຫວັນນະເຂດ ໄດ້ຮັບການປະສານງານ ຈາກຄະນະສະເພາະກິດ ໃຫ້ເຂົ້າມ້ຽນຄາບສົບຜູ້ເສຍຊີວິດທີ່ ໂຮງຫມໍແຂວງ ສະຫວັນນະເຂດ ໃນຫ້ອງນ້ຳ ກໍລະນີສົງໄສຕິດເຊື້ອໂຄວິດ19 (ຜົນກວດຍັງບໍ່ອອກລໍຖ້າຜົນກວດ,ເປັນແຮງງານມາຈາກປະເທດໄທ )

ຂໍ້ມູນຜູ້ເສຍຊີວິດ ຜູ້ກ່ຽວເປັນເພດຊາຍ ອາຍຸ 45 ປີ ສັນຊາດລາວ ອາຊີບກຳມະກອນ ເຮັດວຽກຍູ່ປະເທດໄທ ບ້ານເກີດເມືອງນອນແມ່ນ ບ້ານກາຈຸ ເມືອງ ໄຊບູລີ ແຂວງ ສະຫວັນນະເຂດ ຜູ້ກ່ຽວ ໄດ້ເດີນທາງມາກັກໂຕທີ່ສູນຫລັກ9 ຫລັງຈາກນັ້ນຜູ້ກ່ຽວໃດ້ມາປີ່ນປົວທີ່ ໂຮງຫມໍແຂວງ ສະຫວັນນະເຂດ ຕືກແຍກປ່ຽວ.

ອີງຕາມສອບຖາມຂໍ້ມູນ ຜູ້ເສຍຊີວິດມີພະຍາດປະຈຳໂຕ ການເສຍຊີວິດ ຍັງບໍ່ຮູ້ຂໍ້ມູນອັນຊັດເຈນ ເພາະຜົນກວດໂຄວິດຍັງບໍ່ທັນອອກ ສ່ວນລາຍລະອຽດທາງທີມງານຈະລາຍງານຕາມຫລັງ ຂໍສະແດງຄວາມເສຍໃຈນຳຍາດຕິພີ່ນ້ອງຜູ້ເສຍຊີວິດ ສ່ວນສົບຜູ້ເສຍຊີວິດ ທາງທີມງານ ໜ່ວຍກູ້ໄພ ສະຫວັນນະເຂດ 1629 ໄດ້ປະຕິບັດຕາມມາດຕະການ ຄະນະສະເພາະກິດວາງອອກ.

ທ່ານເຈົ້າແຂວງສາລະວັນ ເນັ້ນໃຫ້ພະນັກງານປະຈຳສູນກັກກັນ ເພີ່ມທະວີຮອບດ້ານ

ຕາມ ສຳນັກງານຂ່າວ ປະຊາຊົນ ລາຍງານ: ເມື່ອບໍ່ດົນມານີ້ ທ່ານ ໂພໄຊ ໄຊຍະສອນ ເຈົ້າແຂວງສາລະວັນ ເນັ້ນໃຫ້ພະນັກງານ, ຄະນະຮັບຜິດຊອບ ທີ່ປະຈຳຢູ່ສູນກັກກັນ ວິທະຍາໄລຄູສາລະວັນ ຖືສຳຄັນໃນການຈັດຕັ້ງປະຕິບັດໜ້າທີ່ດ້ວຍຄວາມເປັນເຈົ້າການ, ເປັນຈິດໜຶ່ງໃຈດຽວ ແລະ ພ້ອມກັນແບ່ງຄວາມຮັບຜິດຊອບຢ່າງຈະແຈ້ງ ເພື່ອການຕິດຕາມ, ກວດກາ ແລະ ລາຍງານຢ່າງຕໍ່ເນື່ອງໃນການເກັບກຳສະຖິຕິຈຳນວນຄົນ ເຂົ້າ-ອອກ, ບັນດາໜ້າວຽກຕ່າງໆໃນແຕ່ລະມື້ຢ່ງຖີ່ຖ້ວນ, ເອົາໃຈໃສ່ເຜີຍແຜ່ຂໍ້ມູນຂ່າວສານທີ່ສຳຄັນ ຜ່ານລະບົບໂທລະໂຄ່ງ ເພື່ອເຮັດໃຫ້ບັນດາຜູ້ທີ່ຖືກຈຳກັດບໍລິເວນ ຮັບຮູ້, ເຂົ້າໃຈສະພາບຢູ່ໃນໄລຍະນີ້, ທັງປຸກລະດົມເຂົາເຈົ້າ ໃຫ້ການຮ່ວມມື ແລະ ປະຕິບັດຕາມກົດລະບຽບການຈຳກັດບໍລິເວນໃຫ້ຄົບ 14 ວັນ, ເອົາໃຈໃສ່ຮັກສາຄວາມສະອາດພາຍໃນສູນ.

ນອກຈາກນັ້ນ ຕ້ອງໄດ້ເພີ່ມທະວີ ປຸກລະດົມພໍ່ແມ່ປະຊາຊົນໃນເຂດອ້ອມຂ້າງສູນ ເປັນເຈົ້າການຕໍ່ກັບວຽກງານດັ່ງກ່າວເຊັ່ນກັນ. ໃນໂອກາດທີ່ທ່ານໄດ້ລົງມາຢ້ຽມຢາມໂອ້ລົມຄັ້ງນີ້, ທ່ານ ໂພໄຊ ໄຊຍະສອນ ກໍໄດ້ມອບເງິນ 50 ລ້ານກີບ, ລົດຈັກ 3 ລໍ້, 1 ຄັນ ລວມມູນຄ່າ 62 ລ້ານກີບ ແລະ ເຄື່ອງປະຈຳວັນຈຳນວນໜຶ່ງນຳອີກ.

ມາຮອດປັດຈຸບັນນີ້ ທົ່ວແຂວງສາລະວັນ ມີຜູ້ຕິດເຊື້ອສະສົມທັງໝົດ 475 ຄົນ, ​ປິ່ນ​ປົວ​ດີ​ 30 ຄົນ. ສືບຕໍ່ປິ່ນປົວ 445 ຄົນ, ສຳລັບການປິ່ນປົວຜູ້ຕິດເຊື້ອ ແມ່ນນຳໃຊ້ໂຮງໝໍພາກສະໜາມ (ໂຮງຮຽນສາມັນກິນນອນຊົນເຜົ່າແຂວງ) ແລະ ໂຮງໝໍແຂວງສາລະວັນ, ນັບແຕ່ວັນທີ 13 ກໍລະກົດ ຫາ 1 ສິງຫາ 2021 ມີແຮງງານໃນສູນທັງໝົດ 1.094 ຄົນ.

ຊີ້ແຈງແລ້ວ! ຫາງສຽງກ່ຽວກັບການສັກວັກຊີນ ເມືອງທຸລະຄົມ

ພາຍຫຼັງມີຫາງສຽງເກີດຂຶ້ນຜ່ານສື່ສັງຄົມອອນລາຍກ່ຽວກັບການສັກວັກຊີນປ້ອງກັນພະຍາດໂຄວິດ-19 ຢູ່ໂຮງໝໍເມືອງທຸລະຄົມ, ແຂວງວຽງຈັນ ເມື່ອບໍ່ດົນມານີ້ວ່າ: ແພດໝໍກັກຕຸນວັກຊີນໄວ້ຂາຍເອົາເງິນ ແລະ ມີການໃຫ້ຊອງຂາວ ແກ່ເຈົ້າໜ້າທີ່ເພື່ອລັດຄິວສັກວັກຊີນ.

ຕາມການລາຍງານຂອງ Lao National Radio ໃຫ້ຮູ້ວ່າ ໃນວັນທີ 1 ສິງຫາ 2021 ທີ່ຜ່ານມານີ້, ທ່ານ ດຣ. ດິ້ງ ເລືອງໄຊ ຫົວໜ້າຫ້ອງການສາທາລະນະສຸກເມືອງທຸລະຄົມ ໄດ້ຊີ້ແຈງຜ່ານວິທະຍຸກະຈາຍສຽງແຫ່ງຊາດ ວ່າ: ຕາງໜ້າໃຫ້ຫ້ອງການສາທາລະນະສຸກເມືອງທຸລະຄົມ ຂໍຊີ້ແຈງກ່ຽວກັບເຫດທີ່ເກີດຂື້ນ, ຂັ້ນຕອນ ແລະ ວິທີການຈັດຕັ້ງປະຕິບັດໃນການໃຫ້ວັກຊິນ ປ້ອງກັນພະຍາດໂຄວິດ-19 ຊະນິດ johnson & johson ທາງຫ້ອງການສາທານະນະສຸກໄດ້ປະຊຸມຮ່ວມກັບການຈັດຕັ້ງບ້ານ, ພ້ອມກຳມະການຮັກສາສຸຂະພາບຂັ້ນບ້ານໃນຈຳນວນ 42 ບ້ານທົ່ວເມືອງເພື່ອສ້າງຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດເພື່ອໃຫ້ສອດຄ່ອງກັບນະໂຍບາຍຂອງຂັ້ນເທິງ ຄື: ກຸ່ມເປົ້າໝາຍ 18 ປີ ຫາ 50 ປີ ຕ້ອງແມ່ນຜູ້ທີ່ເປັນພະຍາດຊ້ຳເຮື້ອ ແລະ ກຸ່ມອາຍຸ 50 ປີຂື້ນໄປ ກອງປະຊຸມໄດ້ເອກະພາບໃຫ້ການຈັດຕັ້ງບ້ານໄດ້ເກັບກຳສະຖິຕິລະອຽດຕາມແຜນແບ່ງ ບ້ານໃຫຍ່ໄດ້ຮັບ 150 ໂດສ, ບ້ານທີ່ມີຈຳນວນພົນນ້ອຍບ້ານລະ 50-100 ໂດສ ເພື່ອໃຫ້ທົ່ວເຖິງທຸກບ້ານ ພ້ອມແຈ້ງຕາຕະລາງແຕ່ ລະບ້ານຢ່າງລະອຽດ ສ່ວນມື້ປະຕິບັດຕົວຈິງແມ່ນມອບ ໃຫ້ ອສບ ຫຼື ການຈັດຕັ້ງບ້ານເປັນຜູ້ອ່ານລາຍຊື່ ໃຫ້ແພດໝໍພວກເຮົາ.

ແຕ່ການປະຕິບັດຕົວຈິງນັ້ນ ສ່ວນຫຼາຍເປົ້າໝາຍແມ່ນມາບໍລິການຖືກຕ້ອງ ຍັງມີຈຳນວນໝຶ່ງບໍ່ແມ່ນເປົ້າໝາຍກໍ່ມາວົນວາຍຍາດຊີງສັກຢາດັ່ງກ່າວຖ້າບໍ່ໄດ້ດັ່ງໃຈກໍ່ວິຈານແນວບໍ່ດີໃຫ້ແພດໝໍ ແລະ ໃນກໍລະນີພິເສດພວກເຮົາກໍມີນະໂຍບາຍແກ່ຜູ້ທີ່ມີຄວາມຈຳເປັນໂດຍມີການຢັ້ງຢືນຈາກກົມກອງເຊັ່ນ: ໄປຮຽນຕໍ່, ໄປປະຕິບັດໜ້າທີ່ຕາມການແຕ່ງ ຕັ້ງຂອງສຳນັກງານຫຼືກົມກອງ ແນ່ນອນການປະຕິບັດນະ ໂຍບາຍດັ່ງກ່າວນັ້ນ ອາດຈະບໍ່ທົ່ວເຖິງທຸກໆຄົນ ແນວໃດກໍ່ຕ້ອງຂໍອາໄພ ດ້ວຍເຫດນັ້ນ, ຈິ່ງເກີດມີການເຂົ້າໃຈຜິດເຖິງວ່າ ມີຄົນເຈົ້າ, ຄົນຂ້ອຍ ຍາດພີ່ນ້ອງແພດໝໍຕ່າງໆ ນາໆ ເຮັດໃຫ້ແຕະຕ້ອງເຖິງອັນລວມ ສະນັ້ນ, ຈິ່ງຮ້ອງຂໍໃຫ້ສັງຄົມໄດ້ພິຈາລະນາເຖິງການປະຕິບັດໜ້າທີ່ຂອງແພດໝໍພວກເຮົາດ້ວຍ.

ຫົວໜ້າຫ້ອງການສາທາລະນະສຸກເມືອງທຸລະຄົມ ຢັ້ງຢືນຕື່ມວ່າ: ສໍາລັບການກັກຕຸນຢາວັກຊິນຕາມທີ່ສື່ສັງ ຄົມອອນລາຍລົງຂ່າວນັ້ນ ແມ່ນບໍ່ມີຄວາມຈິງ ເນື່ອງຈາກອີງໃສ່ການປະຕິບັດຜ່ານມາເຫັນວ່າມີຜູ້ມາຂໍນະໂຍບາຍເປັນຈຳນວນຫຼວງຫຼາຍ ເຮັດໃຫ້ມີການກົດດັນແພດໝໍພວກເຮົາ. ສະນັ້ນ, ຈິ່ງໄດ້ໂຈະເປັນການຊົ່ວຄາວ ວັນເສົາ ແລະ ວັນອາທິດ ສ່ວນມື້ເລີ່ມບໍລິການໃໝ່ແມ່ນຈະໄດ້ເລີ່ມໃນວັນ ອັງຄານ ວັນ ທີ 2 ສິງຫານີ້. ດັ່ງນັ້ນ ຈິ່ງຮ້ອງມາຍັງປະຊາຊົນຊາວເມືອງທຸລະຄົມຮັບຊາບ ແລະຍັງສືບຕໍ່ບໍລິ ການໄປທຸກໆວັນໃນໂມງລັດຖະການແລະກໍ່ຍັງມີວັກຊິນຫຼາຍຊະນິດທີ່ພຽງພໍຈະບໍລິການໃຫ້ພວກທ່ານໂດຍຈະໄດ້ກຳນົດແຕ່ລະຊະນິດໃຫ້ຖືກກັບກຸ່ມເປົ້າໝາຍທີ່ກໍານົດໄວ້.

ທີມນັກກິລາຮົບຊ່າງແສງ ທີ່ຈະໄປແຂ່ງຂັນຢູ່ ສສ ຫວຽດນາມ ມີຄວາມພ້ອມແລ້ວ 80 %

ຕາມ Lao National Radio ລາຍງານ: ວັນທີ 30 ກໍລະກົດ 2021 ນີ້, ສະຫາຍ ພົນຕີ ວົງສອນ ອິນປານພິມ ກຳມະການຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າ ກົມໃຫ່ຍການເມືອງກອງທັບ ພ້ອມດ້ວຍຄະນະ ໄດ້ລົງຊີ້ນຳຕິດຕາມຂະບວນການຝຶກແອບທິມນັກກິລາເຫຼົ່າຮົບຊ່າງແສງ ທີ່ຈະເດີ່ນທາງເຂົ້າຮ່ວມການແຂ່ງຂັນກິລານາໆຊາດ (ARMY GAMES 2021) ທີ່ ສສ ຫວຽດນາມ ຢູ່ສະໜາມຫັດແອບກອງພັນຂ້າມຜ່ານ 588.

ສະຫາຍ ພັນໂທ ສົມຟອງ ເກິ່ງທອນສິມ ຫົວໜ້າການທະຫານກອງພັນ 579 ທັງເປັນຄະນະຮັບຜິດຊອບ ຄູຝຶກທິມນັກກິລາ ການທະຫານຊ່າງແສງ ກົມໃຫ່ຍເສນາທິການກອງທັບ ໄດ້ລາຍງານກ່ຽວກັບການຝຶກຊ້ອມວ່າ: ພາຍຫຼັງໄດ້ຮັບຄຳສັ່ງແຈ້ງການ ຂອງຂັ້ນເທິງໃຫ້ສ້າງແຜນການກ່ຽວກັບການກະກຽມຝຶກຊ້ອມກິລາການທະຫານຊ່າງແສງ (ARMYGAMES 2021) ເຊີ່ງຈະໄດ້ຈັດຂື້ນທີ່ ສສ ຫວຽດນາມ ໃນຄັ້ງນີ້ ເພື່ອເປັນກະກຽມຄວາມພ້ອມຮອບດ້ານ ຂອງທີມນັກກິລາ ແຕ່ລະສະຫາຍ ໃຫ້ມີຄວາມຊຳນານຄ່ອງແຄ້ວ, ທັງເປັນການວັດແທກລະດັບ ຄວາມຮູ້ ຄວາມສາມາດ ທາງດ້ານເຕັກນິກ ຂອງແຕ່ລະພາກສ່ວນ.

ໃນໂອກາດນີ້, ສະຫາຍ ພົນຕີ ວົງສອນ ອິນປານພິມ ກຳມະການຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫ່ຍເສນາທິການກອງທັບ ພາຍຫຼັງທີ່ໄດ້ຮັບຊົມການຝຶກຊ້ອມ ກໍ່ໄດ້ມີຄຳເຫັນເນັ້ນໜັກທາງດ້ານວິຊາການ ແຕ່ລະສະຫາຍ ໃຫ້ເອົາໃຈໃສ່ຕື່ມທາງດ້ານເນື້ອໃນ ການຈັດຕັ້ງປະຕິບັດ ຕ້ອງເປັນເອກະພາບກັນຢ່າງໜັກແໜ້ນ ແລະ ການປະສານສົມທົບກັນລະຫວ່າງຜູ້ບັນຊາ, ຜູ້ຂັບລົດ ຕ້ອງໄດ້ສຶບຕໍ່ອົບຮົມ – ຫັດແອບຕາມແຜນການທີ່ໄດ້ກຳກົດໄວ້ໃຫ້ມີຄວາມປອດໄພ100%.

ພ້ອມກັນນີ້ ກໍ່ຕ້ອງໄດ້ເອົາໃຈໃສ່ຄວາມສາມັກຄີໃຫ້ເປັນປຶກແຜນແໜ້ນໜາເຂົ້າໃນການຝຶກຊ້ອມ ກໍ່ຄືໃນໄລຍະເຂົ້າໃນການແຂ່ງຂັນໃນຄັ້ງນີ້ ໃຫ້ມີຜົນສຳເລັດຕາມລະດັບຄາດໝາຍທີ່ໄດ້ກຳນົດໄວ້.

ຮອງນາຍົກລັດຖະມົນຕີ ມອບເງິນ 130 ລ້ານກີບ ໃຫ້ແຂວງອຸດົມໄຊ

ໃນວັນທີ 1 ສິງຫາ 2021, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ມອບເງິນສົດ ຈຳນວນ 130 ລ້ານກີບ ໃຫ້ແຂວງອຸດົມໄຊ ເພື່ອເປັນທຶນປະກອບສ່ວນນຳໃຊ້ເຂົ້າໃນການແກ້ໄຂວຽກງານຈຳເປັນ ແລະ ຮີບດ່ວນຕ່າງໆພາຍໃນແຂວງ,

ເຊິ່ງໃຫ້ກຽດຕາງໜ້າຮັບໂດຍ ທ່ານ ບຸນຄົງ ຫລ້າຈຽມພອນ ເຈົ້າແຂວງອຸດົມໄຊ, ເນື່ອງໃນໂອກາດລົງເຄື່ອນໄຫວເຮັດວຽກຢູ່ບັນດາແຂວງພາກເໜືອລະຫວ່າງວັນທີ 31 ກໍລະກົດ ຫາ 3 ສິງຫາ 2021.

ລາຍງານໂດຍ: ຂປລ

1 ສິງຫາ 2021 ຕິດເຊື້ອໃໝ່ 267 ກໍລະນີ

ອີງຕາມການລາຍງານ ຂອງຄະນະສະເພາະກິດປະຈຳວັນທີ 1 ສິງຫາ 2021: ຜູ້ຕິດເຊື້ອໃໝ່ມື້ນີ້ລວມ 267 ໃນນັ້ນແມ່ນຕິດເຊື້ອຊຸມຊົນ 5 ກໍລະນີ ແລະ ຕິດເຊື້ອຈາກແຮງງານນໍາເຂົ້າ 262 ກໍລະນີ.

  • ຫຼວງນໍ້າທາ 5 ກໍລະນີ (ຕິດເຊື້ອໃນຊຸມຊົນ) ແມ່ນຜູ້ທີ່ເດີນທາງມາຈາກເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ
  • ນະຄອນຫຼວງວຽງຈັນ 6 ກໍລະນີ (ນໍາເຂົ້າ)
  • ສະຫວັນນະເຂດ 143 ກໍລະນີ ( ນຳເຂົ້າ )
  • ຈຳປາສັກ 48 ກໍລະນີ (ນຳເຂົ້າ)
  • ສາລະວັນ 54 ກໍລະນີ (ນຳເຂົ້າ)
  • ຄຳມ່ວນ 6 ກໍລະນີ (ນຳເຂົ້າ)
  • ບໍລິຄຳໄຊ 4 ກໍລະນີ (ນຳເຂົ້າ)
  • ບໍ່ແກ້ວ 1 ກໍລະນີ (ນຳເຂົ້າ)

ມາຮອດມື້ນີ້ ສປປ ລາວ ມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 6,566 ຄົນ, ຄົນເຈັບເສຍຊີວິດສະສົມ 7 ຄົນ (ໃໝ່ 0), ກໍາລັງປິ່ນປົວ ທັງໝົດ 3,030 ຄົນ ແລະ ປີ່ນປົວຫາຍດີ 3,529 ຄົນ (ກວມເອົາ 53.7% ຂອງຄົນເຈັບຕິດເຊື້ອທັງໝົດ).