Home Blog Page 193

ກອງທັບປະຊາຊົນລາວຈົກສະຫຼາກໄດ້ຢູ່ສາຍທີ 01 ໃນການແຂ່ງຂັນ ARMY GAME 2021

ຈົກສະຫລາກເຂົ້າຮ່ວມການແຂ່ງຂັນ ( ARMY GAME 2021 )

ຕາມ Lao National Radio ລາຍງານ: ໃນວັນທີ 14 ສິງຫາ 2021 ຄະນະກຳມະການຈັດການແຂ່ງຂັນ ກິລາການທະຫານ(ARMY GAME 2021 ) ຂອງເຫຼົ່າຮົບຊ່າງແສງ ໄດ້ຈັດພິທີຈົກສະຫຼາກ ແບ່ງສາຍ ໃນປະເພດກິລາ ເສັ້ນທາງທີ່ປອດໄພຂື້ນ ທີ່ຢູ່ທີ່ສະໝາມຫັດ ອານເດຣເຢຍສະກີ ເມືອງຈູເມັນ ສ.ຣັດເຊຍ, ເຂົ້າຮ່ວມໃນພິທີ ມີ ພັນເອກ ໂຈຣະນື ຫົວໜ້າຄະນະກຳມະການ ກິລາຂອງເຫຼົ່າຮົບຊ່າງແສງ ສະຫະພັນລັດເຊຍ ເຂົ້າຮ່ວມ ເປັນປະທານ, ສວນທິມນັກກິລາເຫຼົ່າຊ່າງແສງ ມີສະຫາຍ ພັນໂທ ອານຸສັກ ພົມວົງສາ ຫົວໜ້າ ຄະນະນັກກິລາ ເຫຼົ່າຮົບຊ່າງແສງ ກອງທັບປະຊາຊົນລາວ ມີບັນດາ ຄະນະຮັບຜິດຊອບ ພ້ອມດ້ວຍ ນັກກິລາແຕ່ລະປະເທດເຂົ້າຮ່ວມ.

ໃນພິທີ ປະເທດເຈົ້າພາບກໍ່ໄດ້ຂື້ນກ່າວ ເປີດພິທີຢ່າງເປັນທາງການ ແລະ ຜ່ານຂໍ້ກຳນົດກະຕິກາ ກ່ຽວກັບການແຂ່ງກິລາຈາກນັ້ນ ຫົວໜ້າຄະນະນັກກິລາ ແຕ່ລະປະເທດ ກໍ່ໄດ້ຜັດປ່ຽນກັນຂື້ນຈົກສະຫຼາກ ເພື່ອແບ່ງສາຍການແຂ່ງຂັນ, ການເຂົ້າຮ່ວມແຂ່ງຂັນກິລາ ການທະຫານ (ARMY GAME 2021 ) ປະເພດ ເສັ້ນທາງທີ່ປອດໄພ ຂອງເຫຼົ່າຮົບຊ່າງແສງ ໃນຄັ້ງນີ້ປະກອບມີ 8 ປະເທດ ເຂົ້າຮ່ວມ.

ສຳລັບທິມນັກກິລາເຫຼົ່າຊ່າງແສງ ກອງທັບປະຊາຊົນລາວເຮົາແມ່ນຈົກສະຫຼາກໄດ້ ຢູ່ສາຍທີ 01 ປະກອບມີ 04 ທິມ ຄື: ສະຫະພັນຣັດເຊຍ, ເຫຼົ່າຮົບຊ່າງແສງ ກອງທັບປະຊາຊົນລາວ, ເບລາລຸດ ແລະ ອູສະເບັກກິສະຖານ ສາຍທີ2ປະກອບມີ: ອິນເດຍ,ເອຢິບ,ເວເນຊູເອລາ ແລະ ຫວຽດນາມ, ສ່ວນການແຂ່ງຂັນແມ່ນຈະໄດ້ຈັດຂື້ນວັນທີ 24 ສິງຫາ2021ນີ້,ສຳລັບການເຂົ້າຮ່ວມການແຂ່ງຂັນ (ARMY GAME 2021)ຂອງ ກອງທັບປະຊາຊົນລາວແມ່ນມີຄວາມໝາຍ-ຄວາມສຳຄັນທີ່ສຸດ ທັງເປັນການ ສ້າງສາຍພົວພັນ ມິດຕະພາບ ຮັດແໜ້ນຄວາມສາມັກຄີ ກັບບັນດາປະເທດ ທີ່ເຂົ້າຮ່ວມໂດຍສະເພາະ ແມ່ນເພື່ອຍົກສູງສາຍພົວພັນ ມິດຕະພາບ ລະຫວ່າງ ກອງທັບ ປະຊາຊົນລາວ ກັບ ກອງທັບ ສ.ລັດເຊຍ ແລະ ເພື່ອເປັນການຖອດຖອນບົດຮຽນ ໃນວຽກງານວີຊາສະເພາະ ເຫຼົ່າຮົບຊ່າງແສງ ໃຫ້ນັບມື້ ເຕີບໃຫ່ຍ, ເຂັ້ມແຂງ ທັນສະໄໝ.

ເຫດຄົນຈົມນໍ້າ ຢູ່ຄອງນ້ຳບຶງທາດຫຼວງ

ຕາມການລາຍງານ ຂອງໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນຍາກ ແຫ່ງ ສປປ ລາວ 1623 ໃຫ້ຮູ້ວ່າ: ໃນວັນທີ 14 ສິງຫາ 2021 ເວລາປະມານ 09:35 ໂມງ ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສ ປປ ລາວ 1623 ໄດ້ຮັບແຈ້ງເຫດວ່າ ມີຄົນຈົມນ້ຳ.

ຈຸດເກີດເຫດແມ່ນ ຄອງນ້ຳບຶງທາດຫຼວງ ຜູ້ເສຍຊີວິດ ເປັນເພດຊາຍ ອາຍຸ 45 ປີ ອາຊີບ ກຳມະກອນ ບ້ານຮ່ອງແກ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ.

ທາງໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ 1623 ຈຶ່ງໄດ້ທຳການຄົ້ນຫາ ແລະໄດ້ພົບສົບໃນເວລາປະມານ 11:27 ໂມງ.

ສ່ວນສາເຫດ ໃນການຈົມນ້ຳໃນຄັ້ງນີ້ ແມ່ນຍັງບໍ່ຮູ້ລາຍລະອຽດທີ່ແນ່ນອນ ດັ່ງນັ້ນ ຈຶ່ງໄດ້ມອບໃຫ້ເຈົ້າໜ້າທີ່ສືບສວນ ແລະສອບສວນຕໍ່ໄປ.

ທາງຫນ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ 1623 ຈິ່ງໄດ້ທຳການມ້ຽນສົບແລ້ວນຳສົ່ງໃຫ້ຍາດຕິພີ່ນ້ອງ ແລະຄອບຄົວເພື່ອເຮັດພິທີທາງສາສະໜາ.

ພະແນກສຶກສາ ແລະ ກິລາ ນະຄອນຫລວງວຽງຈັນ ແຈ້ງໃຫ້ ໂຈະການຮຽນການສອນ

ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ແຈ້ງ ໂຈະການຮຽນການສອນ

ພະຍາບານລັກປ່ຽນວັກຊີນໂຄວິດ-19 ເປັນນໍ້າເກືອ ແລະ ສັກໃຫ້ປະຊາຊົນ 9 ພັນຄົນ

ເວັບໄຊ້ Posttoday ໄດ້ລາຍງານວ່າ: ມີພະຍາບານຄົນໜຶ່ງໄດ້ລັກປ່ຽນວັກຊີນປ້ອງກັນໂຄວິດ-19 ເປັນນໍ້າເກືອແລ້ວນໍາມາສັກໃຫ້ກັບປະຊາຊົນປະມານ 8.600 ຄົນ ໂດຍລົງມືລັກປ່ຽນວັກຊີນໃນລະຫວ່າງເດືອນ ມີນາ-ເມສາ ທີ່ສູນສັກວັກຊີນ ຣອຟເຮົາເຊນ.

ທາງດ້ານເຈົ້າໜ້າທີ່ສາທາລະນະສຸກ ຂອງລັດນີເດີຊັກເຊິນ ໄດ້ເປີດເຜີຍວ່າ ພະຍາບານຄົນນີ້ສາມາດປ່ຽນວັກຊີນໄດ້ ເນື່ອງຈາກລາວມີໜ້າທີ່ໃນການກຽມວັກຊີນ ແລະ ກຽມເຂັມສັກຢາໃນລະຫວ່າງປະຕິບັດໜ້າທີ່ທີ່ສູນສັກວັກຊີນດັ່ງກ່າວ.

ໃນຂະນະນີ້ທາງການໄດ້ຂໍໃຫ້ປະຊາຊົນຊາວເຢຍລະມັນທຸກຄົນທີ່ໄດ້ຮັບວັກຊີນໃນສູນດັ່ງກ່າວ ໃນລະຫວ່າງວັນທີ 5 ມີນາ – 20 ເມສາ 2021 ໃຫ້ກັບມາສັກວັກຊີນອີກຄັ້ງໜຶ່ງ ເນື່ອງຈາກເປັນຫົນທາງດຽວທີ່ທຸກຄົນຈະໄດ້ຮັບວັກຊີນຢ່າງຄົບຖ້ວນ ເຖິງແມ່ນວ່າຈະມີບາງຄົນຈະໄດ້ຮັບວັກຊີນໂຕຈິງແລ້ວກໍຕາມ.

ໃນການສືບສວນໃນເບື້ອງຕົ້ນພົບວ່າພະຍາບານຄົນນີ້ມີແນວຄິດຕໍ່ການການສັກວັກຊີນ ແຕ່ຍັງບໍ່ທັນຮູ້ລາຍລະອຽດທີ່ຊັດເຈນຫຼາຍກວ່ານີ້ ເນື່ອງຈາກຜູ້ຕ້ອງສົງໄສຍັງບໍ່ຍອມໃຫ້ຂໍ້ມູນ.

ເມືອງ ໂຂງ ເລີ່ມເປີດສັກວັກຊີນປ້ອງກັນພະຍາດໂຄວິດ -19 ຮອບໃໝ່

ເມືອງ ໂຂງ ເລີ່ມເປີດສັກວັກຊີນປ້ອງກັນພະຍາດໂຄວິດ -19 ຮອບໃໝ່

ຕາມ Lao National Radio ໃຫ້ຮູ້ວ່າ: ເລີ່ມແຕ່ວັນທີ 13-20 `ສິງຫາ 2021 ນີ້ ປະຊາຊົນຊາວເມືອງ ໂຂງ ແຂວງ ຈຳປາສັກ ຈະໄດ້ຮັບການສັກວັກຊີນຮອບໃໝ່ ໂດຍນຳໃຊ້ຢາ ແອສຕຣາເຊເນກາ AstraZeneca ໃຫ້ກັບກຸ່ມເປົ້າໝາຍເຊັ່ນ: ຜູ້ສູງອາຍຸນັບແຕ່ 60 ຂຶ້ນໄປ, ອາຍຸ 19-59 ປີ ທີ່ມີພະຍາດປະຈຳໂຕ (ນຳໃບຢັ້ງຢືນການກວດສຸຂະພາບມາແຈ້ງ), ຜູ້ຍິງໃຫ້ນົມລູກ ແລະ ພະນັກງານລັດຜູ້ທີຍັງບໍ່ໄດ້ຮັບວັກຊີນໂຄວິດ -19 ມາກ່ອນ.

ດຣ ຄຳສວຍ ຊາພິຈິດ ຫົວໜ້າຫ້ອງການສາທາລະນະສຸກເມືອງ ໃຫ້ຮູ້ໃນວັນທີ 12 ສິງຫາ ນີ້ວ່າ:ສຳລັບຈຸດຮັບວັກຊີນພາຍໃນເມືອງກຳນົດເອົາ 14 ຈຸດຄື: ໂຮງໝໍຊຸມ ຊົນໂຂງ, ນາຝັ່ງ, ໂພນສະອາດ, ບຸ່ງ, ຂີ້ນາກ, ໂສດ, ນາກະສັງ, ດອນຄອນ, ດອນສົມ, ລົບປາກດີ, ດອນຖານ, ດອນຂະເໝົາ, ດອນຮີທາດ ແລະ ໂຮງໝໍນ້ອຍຈຸດຫົວໂຂງ.

ມາເຖິງປັດຈຸບັນ ໃນທ່ົວເມືອງໂຂງ ກຸ່ມເປົ້າໝາຍທີ່ໄດ້ຮັບວັກຊີນປ້ອງກັນພະຍາດໂຄວິດ -19 ກວມເອົາ 60% ແລະ ການເປີດສັກວັກຊີນຮອບນີ້ເປັນຮອບທີ 5 ໂດຍມີຈຳນວນທັງໝົດ 9.200 ໂດສ.

ລັດຖະບານ ຈະເລັ່ງປະຕິຮູບລັດວິສາຫະກິດໃຫ້ດີຂຶ້ນ ຍ້ອນຜ່ານມາປະສົບບັນຫາຂາດທຶນເປັນປະຈໍາ

ຈາກຄໍາຖາມທີ່ສະມາຊິກສະພາແຫ່ງຊາດຫລາຍຄົນ ໄດ້ຂຶ້ນຢູ່ກອງປະຊຸມສະໄໝ ວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX ຈັດຂຶ້ນເມື່ອບໍ່ດົນມານີ້ ວ່າ: ກະຊວງທີ່ກ່ຽວຂ້ອງຈະມີວິທີແກ້ໄຂແນວໃດຕໍ່ລັດວິສາຫະກິດ ເນື່ອງຈາກຜ່ານມາລັດຖະບານໄດ້ສຸມທຶນຮອນຈໍານວນຫລວງ ຫລາຍເຂົ້າໃສ່ລັດວິສາຫະກິດ ແຕ່ບໍ່ໄດ້ຮັບຜົນສໍາເລັດ ແລະ ມີບາງລັດວິສາຫະກິດຂາດທຶນທຸກປີ ເຮັດໃຫ້ບັນດາລັດວິສາ ຫະກິດຍັງບໍ່ສາມາດເປັນຫົວຈັກຫລັກເພື່ອແກ່ດຶງເສດຖະກິດຂອງປະເທດ.

ຕໍ່ຄໍາຖາມທີ່ຕັ້ງຂຶ້ນ ທ່ານ ບຸນໂຈມ ອຸບົນປະເສີດ, ລັດຖະ ມົນຕີກະຊວງ ການເງິນ ຊີ້ແຈງວ່າ: ຄະນະເລຂາທິການສູນກາງພັກ ໄດ້ໃຫ້ທິດຊີ້ນໍາໃນການປະຕິຮູບລັດວິສາຫະ ກິດ ໂດຍເລີ່ມຈາກການແກ້ໄຂຄວາມບໍ່ໂປ່ງໃສຂອງຜູ້ບໍລິ ຫານ, ແກ້ໄຂກົນໄກທີ່ພາໃຫ້ລັດຖະບານປະກອບທຶນໄປແລ້ວຂາດທຶນ ໂດຍຈະແຕ່ງຕັ້ງຄະນະປະຕິຮູບເພື່ອແກ້ໄຂແຕ່ລະລັດວິສາຫະກິດ. ຜ່ານມາບັນຫາທີ່ເຮັດໃຫ້ລັດວິສາຫະກິດຂາດທຶນແມ່ນຍ້ອນກົນໄກການຄຸ້ມຄອງ, ມີຫລາຍພາກສ່ວນຢາກຄຸ້ມຄອງແຕ່ເມື່ອຂາດທຶນມາບໍ່ມີໃຜຮັບ ຜິດຊອບ. ລັດຖະບານໄດ້ຕັດສິນໃຈແລ້ວວ່າ: ຕໍ່ໄປສໍາລັບລັດວິສາຫະ ກິດໃດທີ່ເປັນຍຸດທະສາດ ຜູ້ອໍານວຍການລັດວິສາຫະກິດນັ້ນຈະແມ່ນລັດຖະກອນ, ສ່ວນຜູ້ທີ່ຈະເປັນຮອງອໍານວຍການຈະຈ້າງຄົນທີ່ເປັນມືອາຊີບມາເຮັດ, ຖ້າເຮັດບໍ່ໄດ້ຈະໄລ່ອອກ. ນອກຈາກນີ້ ລັດວິສາຫະກິດໃດທີ່ບໍ່ແມ່ນຍຸດທະສາດທົ່ວໄປ ແມ່ນໃຫ້ປະທານສະພາກອງປະຊຸມສະພາລັດວິສາຫະກິດເປັນຜູ້ເລືອກ ແລະ ປົດຕໍາແໜ່ງເອງ, ບໍ່ແມ່ນໃຫ້ລັດຖະມົນຕີໄປເລືອກອີກຕໍ່ໄປ.

ລັດຖະມົນຕີກະຊວງການເງິນ ຊີ້ແຈງຕື່ມວ່າ: ສໍາລັບບັນຫາຕ່າງໆ ທີ່ເກີດຂຶ້ນກັບລັດວິສາຫະກິດໃນໄລຍະຜ່ານມາ ລັດຖະບານ ໄດ້ຊີ້ນໍາໃຫ້ກວດກາຄືນຄວາມຮັບຜິດ ຊອບທັງໝົດ ເນື່ອງຈາກຜ່ານມາ ລັດວິສາຫະກິດຂາດທຶນທຸກປີ, ແຕ່ກົງກັນຂ້າມ, ໃນລັດວິສາຫະກິດຍັງມີເງິນເດືອນ 13 ແລະ ມີນະໂຍບາຍຕ່າງໆ ຢ່າງສະດວກສະ ບາຍ. ຕໍ່ໄປຈະເຮັດແບບນີ້ບໍ່ໄດ້ອີກແລ້ວ ແລະ ຕ້ອງໄດ້ເລັ່ງແກ້ໄຂຢ່າງຮີບດ່ວນ. ນອກຈາກນີ້ ໃນຍຸດທະສາດປະຕິຮູບລັດວິສາ ຫະກິດ ລັດຖະບານ ຈະໄດ້ຄົ້ນຄວ້າວ່າໃນລັດວິສາຫະກິດອັນໃດຈະຮັກສາໄວ້ຮ້ອຍສ່ວນຮ້ອຍ, ອັນໃດຈະປະສົມຫຸ່ນສ່ວນ ຫລື ຂາຍອອກ ແລະ ຍຸບເລີກ ເຊີ່ງທັງໝົດນີ້ຈະເຮັດຢ່າງເປັນລະບົບ ແລະ ມີນັກວິຊາ ການຄົ້ນຄວ້າໃຫ້ຢ່າງລະອຽດຊັດເຈນ.

ຂ່າວເສົ້າ! ສປປ ລາວ ມີຜູ້ເສຍຊີວິດໃໝ່ຈາກໂຄວິດ-19 ອີກ 1 ຄົນ

ຕາມການລາຍງານ ຂອງຄະນະສະເພາະກິດປະຈຳວັນທີ 12 ສິງຫາ ໃຫ້ຮູ້ວ່າ: ສປປ ລາວ ມີຜູ້ເສຍຊີວິດເພີ່ມ 1 ຄົນ ຈາກໂຄວິດ-19 ຢູ່ແຂວງຈຳປາສັກ ລວມແລ້ວປັດຈຸບັນມີຜູ້ເສຍຊີວິດ ສະສົມລວມ 9 ຄົນ

ລາຍລະອຽດຜູ້ເສຍຊີວິດ ຈາກແຂວງຈຳປາສັກ ຄືດັ່ງນີ້:

ເພດຍິງ, ອາຍຸ 28​ ປີ, ອາຊີບ: ກຳມະກອນ, ບ້ານສົ້ມໂຮງ, ເມືອງໂຂງ, ແຂວງຈຳປາສັກ ເຊິ່ງເປັນແຮງງານທີ່ກັບມາຈາກປະເທດໄທ. ຜູ້ກ່ຽວຖືພາ ອາຍຸຄັນ 5 ເດືອນ.

ປະຫວັດການເຄື່ອນໄຫວ:

  • ວັນທີ 17 ກໍລະກົດ 2021 ຜູ້ກ່ຽວມາຮອດຊາຍແດນວັງເຕົ່າຊ່ອງເມັກ ແລະ ໄດ້ເກັບຕົວຢ່າງຢູ່ດ່ານ ແລະ ນຳສົ່ງໄປສູນຈຳກັດບໍລິເວນ
  • ວັນທີ 19 ກໍລະກົດ 2021​ ຜົນກວດວິເຄາະພົບເຊື້ອ COVID-19 ຈຶ່ງນຳສົ່ງເຂົ້າສະຖານທີ່ປິ່ນປົວທີ່ກຳນົດໄວ້
  • ວັນທີ 1 ສິງຫາ 2021 ເລິ່ມມີອາການໄຂ້, ໄອ ແລະ ຫາຍໃຈຝຶດ
  • ອາການຂອງຜູ້ກ່ຽວ ຊຸດໂຊມລົງເລື້ອຍໆ ຈາກການສ່ອງລັງສີປອດ ເຫັນວ່າເນື້ອປອດ ຖືກທຳລາຍຢ່າງຮູນແຮງທັງສອງຂ້າງ, ໜ້າທີ່ການຂອງຕັບຖືກທຳລາຍ ບົ່ງບອກເຖິງການຕິດເຊື້ອຢ່າງຮຸນແຮງ.
  • ແພດໝໍ, ພະຍາບານ ໄດ້ຕິດຕາມການປິ່ນປົວຢ່າງໃກ້ຊິດ ແຕ່ອາການຜູ້ກ່ຽວບໍ່ດີຂຶ້ນ ມີແຕ່ໜັກໄປໜ້າເລື້ອຍໆ.
  • ໃນວັນທີ 8 ສິງຫາ 2021 ລູກໃນທ້ອງບໍ່ເໜັງຕິງ
  • ວັນທີ 10​ ສິງຫາ 2021 ຜູ້ກ່ຽວອິດເມື່ອຍຫຼາຍ, ຄວາມດັນເລືອດຕ່ຳ ແພດໝໍ ແລະ ພະຍາບານ ໄດ້ສູມທຸກກຳລັງຊ່ວຍຜູ້ກ່ຽວຢ່າງສຸດຄວາມສາມາດ ຈົນຮອດເວລາ 6 ໂມງເຊົ້າຂອງວັນທີ 11 ສິງຫາ 2021 ຜູ້ກ່ຽວໄດ້ເສຍຊີວິດລົງ.

ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 9,363 ຄົນ, ຄົນເຈັບເສຍຊີວິດສະສົມ 9 ຄົນ (ໃໝ່ 1 ຈາກແຂວງຈຳປາສັກ) ແລະ ກໍາລັງປິ່ນປົວ ທັງໝົດ 4,087 ຄົນ.

  • ມາຮອດວັນທີ 11 ສິງຫາ 2021:

ໄດ້ກວດວິເຄາະທັງໝົດ 2,413 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 202 ຄົນ ເຊິ່ງຕິດເຊື້ອ ໃນຊຸມຊົນ 12 ຄົນ ເປັນຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອທີ່ຜ່ານມາ ຄື:

  • ນະຄອນຫຼວງ 1 ຄົນ
  • ແຂວງວຽງຈັນ 2​ ຄົນ
  • ສະຫວັນນະເຂດ 6 ຄົນ
  • ຈຳປາສັກ 2 ຄົນ
  • ເຊກອງ 1 ຄົນ (ມີປະຫວັດສຳຜັດໃກ້ຊິດນຳຜູ້ທີ່ຕິດເຊື້ອ ໃນໄລຍະໄປຮ່ວມການອົບຮົມວຽກງານພະຍາດໄຂ້ມາລາເຣຍ ຢູ່ແຂວງສະຫວັນນະເຂດ)

     ສ່ວນ ກໍລະນີນໍາເຂົ້າ ມີ 190 ຄົນ ຈາກ ຈຳປາສັກ 118 ຄົນ,​ ນະຄອນຫຼວງ 34 ຄົນ, ສະຫວັນນະເຂດ 27 ຄົນ​, ບໍລິຄຳໄຊ 3​ ຄົນ ແລະ ສາລະວັນ 8​ ຄົນ ເຊິ່ງກວດພົບຈາກແຮງງານລາວ ທີ່ກັບມາແຕ່ປະເທດເພື່ອນບ້ານ ເຂົ້າຕາມຈຸດຜ່ານແດນສາກົນ.  

ພົບມີຄົນນອນເສຍຊີວິດແຄມທາງ ເຂດບ້ານສຸນັນທາ ນະຄອນໄກສອນພົມວິຫານ

ຕາມການລາຍງານ ຂອງກູ້ໄພ ສະຫວັນນະເຂດ Savannakhet Rescue ໃຫ້ຮູ້ວ່າ: ວັນທີ 11/08/2021 ໜ່ວຍກູ້ໄພສະຫວັນນະເຂດ 1629 ໄດ້ຮັບແຈ້ງເຫດ ວ່າມີຜູ້ເສຍຊີວິດ ເຂດບ້ານ ສຸນັນທາ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ເມື່ອທາງທີມງານເຖິງຈຸດເກີດເຫດພົບຜູ້ເສຍຊີວິດ 1 ຄົນເປັນຊາຍ.

ອາການລັກສະນະການເສຍຊີວິດ ແມ່ນຖືກຂອງແຂງມີຄົມ ກະທົບຫົວ ເພາະມີບາດແຜຈີກຂາດເສຍເລືອດຫລາຍ ເສຍຊີວິດຄາທີ່, ສ່ວນຂໍ້ມູນລາຍລະອຽດຜູ້ເສຍຊີວິດຍັງບໍ່ຮູ້ຂໍ້ມູນຊັດເຈນ ລໍຖ້າເຈົ້າໜ້າທີ່ກຳລັງສືບສວນສອບສວນຕໍ່ໄປ.

ສ່ວນສົບຜູ້ເສຍຊີວິດ ແມ່ນທາງອາສາພວກເຮົາໄປຝາກໄວທີ່ໂຮງເຢັນໂຮງຫມໍແຂວງ ສະຫວັນນະເຂດ ເພື່ອນຳຫາຍາດຕິພີ່ນ້ອງຜູ້ເສຍຊີວິດ.

ຂໍຊົມເຊີຍທີມແພດໝໍ! ຊ່ວຍຜ່າຕັດເກີດລູກໃຫ້ຜູ້ຕິດເຊື້ອໂຄວິດ-19 ແລະ ຜູ້ມີຄວາມສ່ຽງ

ຊ່ວຍຜ່າຕັດເກີດລູກຜູ້ຍິງຖືພາ ທີ່ຕິດເຊື້ອໂຄວິດ-19 ແລະ ຜູ້ທີ່ມີຄວາມສ່ຽງຕິດໂຄວິດ-19 ຢ່າງປອດໄພ.

ຕາມການລາຍງານ ຂອງໂຮງໝໍແຂວງຈຳປາສັກ ໃຫ້ຮູ້ວ່າ: ໃນຕອນບ່າຍ ຂອງວັນທີ 11 ສິງຫາ 2021 ສູນຄຸ້ມຄອງກໍລະນີໂຮງໝໍໂພນທອງ ໄດ້ທຳການຊ່ວຍເກີດລູກແບບທຳມະຊາດ ໃຫ້ແກ່ແຮງງານນຳເຂົ້າມາຈາກປະເທດເພື່ອນບ້ານ ທີ່ຖືພາ ເຊິ່ງມີຄວາມສ່ຽງ ແລະ ມີຜົນກວດໂຄວິດເປັນລົບ ໃນຄັ້ງທຳອິດ ຜູ້ກ່ຽວຖືພາ 37 ອາທິດ, ລູກຜູ້ທີ 1, ທ່າສະເໜີຫົວ, ໄດ້ທຳຄອດ ຢູ່ໃນຫ້ອງຄົນເຈັບ (ເນື່ອງຈາກຫ້ອງຄອດບໍ່ພ້ອມຍັງຄາຜ່າຕັດ) ແມ່ປອດໄພດີ ແລະ ເດັກເກິດຂື້ນມາແຂງແຮງ ມີນ້ຳໜັກ 2200kg.

ວພ

ຊົມເຊີຍທີມແພດປະສູດ ເຖິງດ້ານສະຖານທີຈະບໍ່ມີຄວາມພ້ອມ ແຕ່ຍັງສາມາດຊ່ວຍແລະແມ່ ປອດໄພທັງສອງ.

ໃນວັນທີ 11 ສິງຫາ 2021 ທີມງານແພດຜ່າຕັດສູນໂພນທອງ ສົມທົບກັບ ທີມຜ່າຕັດທີ່ປະຈຳການໂຮງໝໍພາກສະໝາມການເງີນພາກໃຕ້ ແຂວງຈຳປາສັກ, ໝໍທຳມືນຢາສະຫຼົບ ແລະ ໝໍເດັກ ໄດ້ທຳການຜ່າຕັດຊ່ວຍເກີດລູກ, ໃຫ້ແກ່ ແມ່ຍີງຖືພາ 34 ອາທິດ ລູກຜູ້ ທີ 2, ທ່າສະເໜີກົ້ນ, ຕິດເຊື້ອໂຄວີ-19 ເຊິ່ງແມ່ນແຮງງານນຳເຂົ້າ. ການຜ່າຕັດມີຜົນສຳເລັດໄປດ້ວຍດີ ທັງແມ່ ແລະ ເດັກແມ່ນປອດໄພ ເດັກເກີດນ້ຳໜັກ 2500 kg, ເດັກແຂງແຮງດີ.

ຜົນສຳເລັດຄັ້ງນີ້ ແມ່ນການຮ່ວມແຮງຮ່ວມໃຈ ຂອງຫລາຍພາກສ່ວນຈິ່ງສຳເລັດຜົນໄດ້ ແລະ ຜ່ານໄປດ້ວຍດີ ທີມແພດໝໍເກ່ັງຫຼາຍ.

ຍັງມີແຮງງານ 949 ຄົນ ຍັງຢູ່ສູນກັກກັນ ແຂວງຄຳມ່ວນ

ອີງຕາມຖະແຫຼງຂ່າວ ຈາກກອງຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໃຫ້ຮູ້ວ່າ : ເລີ້ມແຕ່ວັນທີ 01 ມັງກອນ – 11 ສິງຫາ 2021 ຢູ່ແຂວງຄໍາມ່ວນປະກອບມີສູນປິ່ນປົວຜູ້ຕິດເຊື້ອທັງໝົດ 03 ສູນຄື: ສູນປິ່ນປົວຢູ່ພະແນກ ຖວທ ແຂວງ (ຫຼັງເກົ່າ ), ສູນປິ່ນປົວໂຮງໝໍທະຫານແຂວງ ແລະ ສູນປິ່ນປົວຢູ່ມໍປາຍທ່າແຂກ.

ສະເພາະໃນວັນທີ 11 ສິງຫາ 2021 ນີ້ແຂວງຄໍາມ່ວນມີຈໍານວນຜູ້ຕິດເຊື້ອໃໝ່ 60 ຄົນເຊິ່ງຈະໄດ້ນໍາໃຊ້ສູນມໍປາຍທ່າແຂກເປັນສະຖານທີ່ຮອງຮັບ, ຈໍານວນຜູ້ຕິດເຊື້ອສະສົມມີທັງໝົດ 423 ຄົນ. ໃນນັ້ນ ສູນປິ່ນປົວຢູ່ພະແນກ ຖວທ ແຂວງ (ຫຼັງເກົ່າ )ມີ 220 ຄົນ, ຕ່າງແຂວງມີ 03 ຄົນ , ຍິງ 03 ຄົນ; ສູນປິ່ນປົວໂຮງໝໍທະຫານແຂວງມີ 75 ຄົນ ແລະ ສູນປິ່ນປົວຢູ່ມໍປາຍທ່າແຂກມີ 128 ຄົນ, ຕ່າງແຂວງ 06 ຄົນ, ຍິງ 02 ຄົນ . ໃນຈໍານວນຜູ້ຕິດເຊື້ອສະສົມມີຄົນທີ່ຢູ່ໃນເກນອາຍຸຕໍ່າກວ່າ 18 ປີລວມມີທັງໝົດ 29 ຄົນ , ຍິງ 12 ຄົນ ແຕ່ບໍ່ມີກໍລະນີເສຍຊີວິດ, ປິ່ນປົວຫາຍດີສະສົມ 100 ຄົນ.

ມາຮອດປະຈຸບັນມີຈໍານວນຜູ້ຕິດເຊື້ອສະສົມຍັງເຫຼືອຈາກ 03 ສູນປິ່ນປົວທັງໝົດ 323 ຄົນ,ຍິງ 181 ຄົນ. ສໍາລັບສູນກັກກັນເພື່ອຈໍາກັດບໍລິເວນຢູ່ແຂວງແມ່ນມີ 02 ຄື: ສູນສະໜາມກິລາແຂວງ ແລະ ສູນພະນົມພອນ . ເຊິ່ງໃນວັນທີ 11 ສິງຫາ 2021 ນີ້ມີຜູ້ກັກກັນຢູ່ສູນສະໜາມກິລາແຂວງຈໍານວນ 34 ຄົນ,ຈໍານວນຜູ້ກັກກັນສະສົມທັງສອງສູນລວມເຖິງບັນດາເມືອງຄື : ໜອງບົກ, ຫີນບູນ, ຍົມມະລາດ ແລະ ບົວລະພາມີ 3.345 ຄົນ ໃນນັ້ນ ສູນສະໜາມກິລາແຂວງຈໍານວນມີ 1.921 ຄົນ, ສູນພະນົມພອນ 1.048 ຄົນ, ໜອງບົກ 190 ຄົນ, ຫີນບູນ 145 ຄົນ, ຍົມມະລາດ 26 ຄົນ ແລະ ບົວລະພາ 09 ຄົນ.

ຜູ້ກັກກັນທີ່ມີອາຍຸຕໍ່າກວ່າ 18 ປີມີຈໍານວນ 278 ຄົນ , ຍິງ 145 ຄົນ , ຕ່າງແຂວງມີ 07 ຄົນ , ຍິງ 05 ຄົນ , ສໍາລັບຜູ້ກັກກັນທີ່ຄົບກໍານົດ 14 ວັນໃນວັນທີ 11 ສິງຫາ 2021 ມີຈໍານວນ 79 ຄົນ , ຄົບກໍານົດກັກກັນສະສົມມີທັງໝົດ 2.396 ຄົນ , ຍັງເຫຼືອຢູ່ສູນສະໜາມກິລາແຂວງ ແລະ ສູນພະນົມພອນມາຮອດປະຈຸບັນ 949 ຄົນ , ຍິງ 495 ຄົນ.

ໃນນັ້ນສູນສະໜາມກິລາແຂວງ 95 ຄົນ , ຍິງ 49 ຄົນ ( ໃນນັ້ນມີນັກສຶກສາຈົບຈາກຫວຽດນາມ 42 ຄົນ,ຍິງ 18 ຄົນ ); ສູນພະນົມພອນ 854 ຄົນ , ຍິງ 446 ຄົນ ( ໃນນັ້ນຮັບຈາກສູນສະໜາມກິລາແຂວງ 739 ຄົນ ) . ສະເພາະການກິນ,ຢູ່,ພັກ,ເຊົາຂອງພີ່ນ້ອງຄົນລາວເຮົາທີ່ກັບຄືນມາຈາກປະເທດເພື່ອນບ້ານນັ້ນທາງອໍານາດການປົກຄອງຂັ້ນຕ່າງໆພາຍໃນແຂວງແມ່ນໄດ້ອໍານວຍຄວາມສະດວກໃຫ້ຕາມຄວາມເໝາະສົມ.

ພ້ອມນັ້ນທາງອໍານາດການປົກຄອງຂັ້ນຕ່າງໆພາຍໃນແຂວງກໍ່ໄດ້ຮຽກຮ້ອງໃຫ້ພີ່ນ້ອງຄົນລາວເຮົາຈົ່ງກັບຄືນປະເທດຂອງຕົນໃຫ້ຖືກຕ້ອງຕາມລະບຽບກົດໝາຍ ແລະ ປະຕິບັດຕາມລະບຽບການທີ່ທາງຄະນະສະເພາະກິດວາງອອກຢ່າງເຂັ້ມງວດເພື່ອຫຼີກລ່ຽງການແຜ່ລະບາດເຊື້່ອພະຍາດໂຄວິດ-19ໄປສູ່ເຂດຊຸມຊົນເຊິ່ງຈະສົ່ງຜົນກະທົບໃນວົງກວ້າງຕໍ່ການດໍາລົງຊີວິດຂອງພໍ່ແມ່ປະຊາຊົນລວມເຖິງເສດຖະກິດ – ສັງຄົມພາຍໃນແຂວງ .