Home Blog Page 176

ການນຳແຂວງຄຳມ່ວນມອບເຄື່ອງຊ່ວຍເຫຼືອ ໃຫ້ຄອບຄົວທີ່ຂໍ້ຫຍຸ້ງໃນຊ່ວງໂຄວິດ-19

ການນຳແຂວງຄຳມ່ວນສືບຕໍ່ມອບເຄື່ອງຊ່ວຍເຫຼືອບັນເທົາທຸກໃຫ້ຄອບູຄົວທີ່ປະສົບບັນຫາຫຍຸ້ງຍາກຊ່ວງປະຕິບັດມາດຕະການປ້ອງກັນໂຄວິດ-19 ຊຸດທີ 01

ໃນຕອນບ່າຍ ຂອງວັນທີ 20 ກັນຍາ 2021 ທີ່ຜ່ານມາ ຄະນະສະເພາະກິດຂັ້ນແຂວງເພື່ອປ້ອງກັນ,ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຈໍານວນ 05 ຄະນະໄດ້ແບ່ງຄວາມຮັບຜິດຊອບກັນລົງເຄື່ອນໄຫວມອບເຄື່ອງຊ່ວຍ ເຫຼືອບັນເທົາທຸກໃຫ້ຄອບຄົວທີ່ປະສົບບັນຫາຫຍຸ້ງຍາກຊ່ວງປະຕິບັດມາດຕະການປ້ອງກັນໂຄວິດ-19 ເຊິ່ງລວມມີ 08 ບ້ານ, 123 ຄອບຄົວ ແລະ ປະກອບມີ 05 ຈຸດຄື :

ຈຸດທີ 01 ຫ້ອງການບ້ານທ່າແຂກໃຕ້ນໍາໂດຍທ່ານ ປອ.ແກ້ວອຸດອນ ບຸດສິງຂອນ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງໆຄໍາມ່ວນພ້ອມດ້ວຍຄະນະ, ສະເພາະຈຸດນີ້ລວມມີທັງໝົດ 02 ບ້ານ 20 ຄອບຄົວຄື : ບ້ານທ່າແຂກໃຕ້ 14 ຄອບຄົວ ແລະ ບ້ານຈອມແຈ້ງ 06 ຄອບຄົວ.

ຈຸດທີ 02 ຫ້ອງບ້ານສົມສະນຸກນໍາໂດຍທ່ານ ສົມພົງ ວັນໄພທອງ ຄະນະປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງພ້ອມດ້ວຍຄະນະ , ສະເພາະຈຸດນີ້ລວມມີທັງໝົດ 01 ບ້ານ 25 ຄອບຄົວຄືບ້ານສົມສະນຸກ.

ຈຸດທີ 03 ບ້ານດອນເຄື່ອນຊ້າງນໍາໂດຍທ່ານ ແກ້ວລັນດອນ ຈັນທະປານີ ຄະນະປະຈໍາພັກແຂວງ ເຈົ້າເມືອງໆທ່າແຂກພ້ອມດ້ວຍຄະນະ , ສະເພາະຈຸດນີ້ລວມມີທັງໝົດ 01 ບ້ານ 13 ຄອບຄົວຄືບ້ານດອນເຄື່ອນຊ້າງ.

ຈຸດທີ 04 ຫ້ອງການບ້ານໜອງບົວຄໍາເຊິ່ງນໍາໂດຍທ່ານ ນາງ ບັງອອນ ໄຊຍະສິດ ຄະນະປະຈໍາພັກແຂວງພ້ອມດ້ວຍຄະນະ , ສະເພາະຈຸດນີ້ລວມມີທັງໝົດ 01 ບ້ານ 26 ຄອບຄົວຄືບ້ານໜອງບົວຄໍາ.

ຈຸດທີ 05 ຫ້ອງການບ້ານເລົ່າໂພຄໍາເຊິ່ງນໍາໂດຍທ່ານ ປອ. ສົມສະອາດ ອຸ່ນສີດາ ກໍາມະການພັກແຂວງ ຮອງເຈົ້າແຂວງໆຄໍາມ່ວນພ້ອມດ້ວຍຄະນະ , ສະເພາະຈຸດນີ້ລວມມີທັງໝົດ 03 ບ້ານ 21 ຄອບຄົວຄື : ບ້ານເລົ່າໂພໄຊ 27 ຄອບຄົວ, ບ້ານເລົ່າໂພຄໍາ 09 ຄອບຄົວ ແລະ ບ້ານໜອງໝ້ຽງ 03 ຄອບຄົວ.

ການລົງເຄື່ອນໄຫວມອບເຄື່ອງຊ່ວຍເຫຼືອຂອງຄະນະສະເພາະກິດຂັ້ນແຂວງໃນຄັ້ງນີ້ແມ່ນໄດ້ຮັບຟັງການລາຍງານສະພາບການຈັດຕັ້ງປະຕິບັດມາດຕະການຕ່າງໆທີ່ຂັ້ນແຂວງ,ຂັ້ນເມືອງວາງອອກໃນຊ່ວງລ໊ອກດາວພ້ອມທັງຂໍ້ສະດວກ,ຂໍ້ຫຍຸ້ງຍາກໃນການຈັດຕັ້ງປະຕິບັດໃນໄລຍະຜ່ານມາລວມເຖິງຂໍ້ສະເໜີບາງດ້ານຈາກຂັ້ນບ້ານເພື່ອໃຫ້ຂັ້ນເທິງໄດ້ຄົ້ນຄວ້າພິຈາລະນາຕື່ມອີກ.

ສໍາລັບເຄື່ອງຊ່ວຍເຫຼືອບັນເທົາທຸກທີ່ທາງການນໍາຂັ້ນແຂວງພ້ອມດ້ວຍຄະນະນໍາໄປມອບໃຫ້ຄອບຄົວທີ່ປະສົບບັນຫາຫຍຸ້ງຍາກຊ່ວງປະຕິບັດມາດຕະການປ້ອງກັນໂຄວິດ-19 ໃນ 05 ຈຸດດັ່ງກ່າວລວມມີຈໍານວນທັງໝົດ 123 ຊຸດ ເຊິ່ງແຕ່ລະຊຸດປະກອບມີເຂົ້າສານ 10-20 ກິໂລ,ໝີ່ໄວໆ 01 ແກັດ, ປາກະບ໋ອງ 01 ແພັກ (ຄອບຄົວໃດທີ່ມີຈໍານວນຄົນ 05 ຄົນລົງມາແມ່ນໄດ້ຮັບເຂົ້າສານ 10 ກິໂລ, ຄອບຄົວໃດທີ່ມີຈໍານວນຄົນ 06 ຄົນຂຶ້ນໄປແມ່ນໄດ້ຮັບເຂົ້າສານ 20 ກິໂລ).

ແຈ້ງການ ຈາກພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ

ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ອອກແຈ້ງການແນະນຳເພີ່ມເຕີມ ດັ່ງນີ້:

ຖ້າຍັງຖືເບົາ ເຊື້ອກໍຍັງຈະແຜ່ເປັນວົງກ້ວາງ ລາຍລະອຽດຜູ້ຕິດເຊື້ອໃໝ່ມື້ນີ້

ຕາມການລາຍງານ ຂອງຄະນະສະເພາະກິດ ປະຈຳວັນທີ 20 ກັນຍາ 2021 ໃຫ້ຮູ້ວ່າ: ໄດ້ກວດວິເຄາະທັງໝົດ 5,117 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 214 ຄົນ: ກໍລະນີນໍາເຂົ້າ ມີ 52 ຄົນ ຈາກ ແຂວງ ສະຫວັນນະເຂດ 32 ຄົນ, ສາລະວັນ 12 ຄົນ, ຈໍາປາສັກ 4 ຄົນ, ນະຄອນຫຼວງວຽງຈັນ 2 ຄົນ ແລະ ຄໍາມ່ວນ 2 ຄົນ ເຊິ່ງກວດພົບຈາກແຮງງານລາວ ຫຼື ຜູ້ທີ່ເດີນທາງມາຈາກຕ່າງປະເທດ ເຂົ້າມາຕາມຈຸດຜ່ານແດນສາກົນ.

ສຳລັບ ການຕິດເຊື້ອໃນຊຸມຊົນ ມີ 162 ຄົນ ລາຍລະອຽດ ດັ່ງຕໍ່ໄປນີ້:

– ນະຄອນຫຼວງວຽງຈັນ 77 ຄົນ:
1). ກຸ່ມໂຮງງານ ອານພີ ລາວ 42 ຄົນ, ເກັບຕົວຢ່າງ ຢູ່ສູນດົງໂດກ ໃຫ້ຜົນບວກ 40 ຄົນ, ເກັບຢູ່ໂຮງງານ 2 ຄົນ
2). ຈຸດເກັບ ຕົວຢ່າງ ຈາກບືງຂະຫຍອງ : ໃຫ້ຜົນບວກ 29 ຄົນ

-ຈໍາປາສັກ 33 ຄົນ: ເມືອງບາຈຽງ 3 ຄົນ ແລະ ນະຄອນປາກເຊ 30 ຄົນ

-ຄຳມ່ວນ 28 ຄົນ:​

  • ທ່າແຂກ 11 ບ້ານ
  • ບົວລະພາ 1 ບ້ານ
  • ​ຫີນບູນ 1 ບ້ານ
  • ບໍ່ແກ້ວ 12 ຄົນ: ທັງ 12 ຄົນ ແມ່ນຢູ່ ເຂດພິເສດຂອງເມືອງຕົ້ນເຜື້ອງ (ລາວ 01 ຄົນ, ພະມ້າ 06 ຄົນ ແລະ ຈີນ 05 ຄົນ).
  • ສະຫວັນນະເຂດ 9 ຄົນ:
  • ນັກສຶກສາແພດ ມີ 02 ຄົນ
  • ​ບ້ານໂນນສະຫວາດ, ບ້ານບ້ານສະໜາມໄຊ, ບ້ານໄຊຍະພູມ ແລະ ບ້ານນາເຕີ້ຍ, ບ້ານລະ 01 ຄົນ
  • ​ບ້ານທ່າເດື່ອ, ເມືອງສອງຄອນ ມີ 01 ຄົນ
  • ​ຄົນຫວຽດ ມີ 02 ຄົນ, ແຕ່ບໍ່ຮູ້ແຫລ່ງທີ່ມາ ຂອງການຕິດເຊື້ອ

-ຊຽງຂວາງ 2 ຄົນ: ທັງສອງຄົນເປັນເອື້ອຍນ້ອງກັນ (ເພດຍິງ, ອາຍຸ 42 ປີ ອາຊິບ: ກໍາມະກອນຕັດຫຍິບໂຮງງານອານປີລາວ ແລະ ເພດຍິງ, ອາຍຸ 34 ປີ, ອາຊີບ: ຄ້າຂາຍ).ເຫດຜົນເດີນທາງໄປແຂວງຊຽງຂວາງ ຍ້ອນວ່າໄປສົ່ງສະການພໍ່ເສຍຊີວິດ ຢູ່ບ້ານຫໍສິມ, ເມືອງຜາໄຊ.

  • ​ວັນທີ 14 ກັນຍາ 2021 ໄດ້ເດີນທາງຈາກນະຄອນຫລວງວຽງຈັນ ໄປຮອດແຂວງຊຽງຂວາງ
  • ​ງານສົບຈັດແຕ່ວັນທີ 14-17 ກັນຍາ 2021
  • ວັນທີ 17 ກັນຍາ 2021 ໄດ້ສົ່ງສະການພໍ່
  • ທາງແຂວງຊຽງຂວາງ ໄດ້ປະກາດ ໃຫ້ພໍ່ແມ່ປະຊາຊົນ ຜູ້ໃດໄດ້ຮ່ວມງານສົບ ໃຫ້ໄປເກັບຕົວຢ່າງ ພ້ອມທັງຈຳກັດບໍລິເວນ

-ບໍລິຄໍາໄຊ 1 ຄົນ: ເປັນຄົນທີ່ມີອາການທາງລະບົບຫາຍໃຈ

ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 19,399 ຄົນ, ເສຍຊີວິດສະສົມ 16 ຄົນ ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 4,255 ຄົນ.

ລາຍລະອຽດຜູ້ຕິດເຊື້ອ ຢູ່ແຂວງຊຽງຂວາງ

ຕາມການລາຍງານ ຂອງຄະນະສະເພາະກິດ ປະຈຳວັນທີ 20 ກັນຍາ 2021 ໃຫ້ຮູ້ວ່າ: ຊຽງຂວາງພົບຜູ້ຕິດເຊື້ອໃນຊຸມຊົນ 2 ຄົນ ເຊິ່ງມີລາຍລະອຽດດັ່ງນີ:

ທັງສອງຄົນເປັນເອື້ອຍນ້ອງກັນ (ເພດຍິງ, ອາຍຸ 42 ປີ ອາຊິບ: ກໍາມະກອນຕັດຫຍິບໂຮງງານອານປີລາວ ແລະ ເພດຍິງ, ອາຍຸ 34 ປີ, ອາຊີບ: ຄ້າຂາຍ)

ເຫດຜົນເດີນທາງໄປແຂວງຊຽງຂວາງ ຍ້ອນວ່າໄປສົ່ງສະການພໍ່ເສຍຊີວິດ ຢູ່ບ້ານຫໍສິມ, ເມືອງຜາໄຊ.

  • ວັນທີ 14 ກັນຍາ 2021 ໄດ້ເດີນທາງຈາກນະຄອນຫລວງວຽງຈັນ ໄປຮອດແຂວງຊຽງຂວາງ
  • ງານສົບຈັດແຕ່ວັນທີ 14-17 ກັນຍາ 2021
  • ວັນທີ 17 ກັນຍາ 2021 ໄດ້ສົ່ງສະການພໍ່
  • ທາງແຂວງຊຽງຂວາງ ໄດ້ປະກາດ ໃຫ້ພໍ່ແມ່ປະຊາຊົນ ຜູ້ໃດໄດ້ຮ່ວມງານສົບ ໃຫ້ໄປເກັບຕົວຢ່າງ ພ້ອມທັງຈຳກັດບໍລິເວນ

ພາຍໃນປີນີ້ ລາວ ຈະໄດ້ຮັບວັກຊິນຕື່ມອີກ 2.434.580 ໂດສ

ໃນໂອກາດຖະແຫຼງຂ່າວຕໍ່ສື່ມວນຊົນ ທີ່ກະຊວງສາທາລະນະສຸກ, ດຣ ພອນປະເສີດ ອຸນາພົມ ຫົວໜ້າກົມອະນາໄມ ແລະສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ໃຫ້ຮູ້ວ່າ : ວັກຊີນທີ່ນຳເຂົ້າມາໃຊ້ ຢູ່ລາວປະຈຸບັນມີ 5 ຊະນິດ ປະກອບມີ ຊີໂນຟາມ, ອັດສະຕາຊີນີກາ, ສະປູກນິກ, ຟາຍເຊີ, ຈອນສັນ ແອນຈອນສັນ ລວມທັງໝົດ 5,567,490ໂດສ.

ເຊິ່ງວັກຊິນດັ່ງກ່າວ ໄດ້ແຈກຈ່າຍໄປໃຫ້ແຕ່ລະແຂວງ ໃນຂອບເຂດທົ່ວປະເທດ ເພື່ອສັກໃຫ້ກຸ່ມປະຊາກອນທີ່ມີອາຍຸ ແຕ່ 18 ປີ ຂື້ນໄປ ມາຮອດປະຈຸບັນ ສັກເຂັມທີ 1 ໄດ້ 2,788,830 ໂດສ ກວມເອົາ 38,01% ຂອງປະຊາກອນ ແລະເຂັມທີ 2 ສັກໄດ້ 1,907,657 ໂດສ ກວມເອົາ 26% ຂອງປະຊາກອນ.

ໃນນັ້ນແຂວງທີ່ກາຍ 50% ຂຶ້ນໄປແລ້ວ ມີນະຄອນຫຼວງວຽງຈັນ ແລະ ແຂວງບໍ່ແກ້ວ ສ່ວນແຂວງອື່ນໆ ກໍສະເລ່ຍຢູ່ໃນ 38% ຂອງເຂັມທີ 1.

ສະນັ້ນປະຈຸບັນ ຢູ່ໃນແຕ່ລະແຂວງ ກໍພວມເລັງໃສ່ການສັກເຂັມທີສອງ ຂອງຊີໂນຟາມ ແລະ ອັດສະຕາຊີນິກາ ຂໍໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າຈົ່ງຮິບຮ້ອນເຂົ້າໄປບໍລິການເພື່ອສ້າງພູມຕ້ານທານໃຫ້ຕົນເອງ.ດຣ ພອນປະເສີດ ອຸນາພົມ ຫົວໜ້າກົມອະນາໄມ ແລະສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ຍັງແຈ້ງໃຫ້ນັກຮຽນ ທີ່ຮຽນຈົບ ມ ປາຍ ປີນີ້ ທີ່ມີອາຍຸ 17 ປີ ຈົ່ງໄປສັກວັກຊີນກັນພະຍາດໂຄວິດ-19 ເພື່ອຄວາມສະດວກໃນການເດີນທາງ ແລະເຂົ້າຫ້ອງສອບເສັງເຂົ້າມະຫາວິທະຍາໄລ, ພ້ອມນັ້ນແມ່ຍິງຖືພາ ທີ່ມີອາຍຸຂອງການຕັ້ງຄັນ 12 ອາທິດຂື້ນໄປກໍສາມາດສັກໄດ້ ເພາະກອງປະຊຸມທາງດ້ານວິຊາການຂອງອົງການອະນາໄມໂລກ ປະຈຳລາວ ແລະ ຄະນະກຳມະການແຫ່ງຊາດ ທາງດ້ານວິຊາການກ່ຽວກັບການສ້າງພູມຄຸ້ມກັນ NITAC ໄດ້ຄົ້ນຄົ້ວ ແລະເຫັນດີເປັນເອກະພາບ ແລະຍັງບໍ່ອະນຸຍາດໃຫ້ມີການສັກເຂັມທີ 3 ຊຶ່ງເອີ້ນວ່າ ບຸດສະເຕີ. ເຫດຜົນກໍຍ້ອນຍັງບໍ່ມີການວິໄຈທີ່ມາອ້າງອີງໄດ້ເທື່ອ ແລະວັກຊິນຢູ່ປະເທດເຮົາກໍຍັງມີຢູ່ໃນຂອບເຂດຈຳກັດ ສະນັ້ນຂໍໃຫ້ທຸກຄົນໄດ້ເຂົ້າເຖິງຢ່າງທົ່ວເຖິງກ່ອນ.

ສະເພາະໄຕມາດທີ 4 ປີ ນີ້ ສປປ ລາວ ຈະໄດ້ຮັບວັກຊີນຕື່ມອີກ 2.434.580 ໂດສ ໃນນັ້ນຈະໄດ້ຮັບຈາກລັດຖະບານ ສປຈີນ, ອົດສະຕາລີ, ກາແດງຈີນ ແລະການລະດົມທືນຈັດຊື້ຈາກພາກສ່ວນເອກະຊົນ. ຍ້ອນວ່າໃນທ້າຍປີນີ້ ທາງລັດຖະບານມີແຜນຈະເປີດເສັ້ນທາງລົດໄຟຄວາມໄວສູງ ຈາກຈີນສູ່ລາວ -ລາວສູ່ຈີນ ສະນັ້ນ, ມາດຕະການສັກວັກຊີນຄົບ 2ເຂັມຈະເປັນເງື່ອນໄຂໜຶ່ງທີ່ຈະຕ້ອງໄດ້ມີການກວດສອບ ຄືກັນກັບການເດີນທາງຢູ່ພາຍໃນປະເທດຂອງເຮົາ ສະນັ້ນບັນດາທ່ານກໍຈະຕ້ອງກຽມພ້ອມໃຫ້ໄດ້ສັກວັກຊີນໃຫ້ຄົບ 2ເຂັມເຊັ່ນດຽວກັນ.

ຂໍ້ມູນ: Lao National Radio

ທັງເສບຢາ ທັງຕິດເກມເຊີ ແລ້ວຊອກລັກສັບພົນລະເມືອງ

ເສບຢາ ຊອກຫາລັກເປັນອາຈິນ

ຕາມປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ເວລາ 9:45 ໂມງ ຂອງວັນທີ 16 ກັນຍາ 2021 ເຈົ້າໜ້າທີ່ ປກສ ກຸ່ມ ໂຄກສີວິໄລ ເມືອງໄຊທານີ ນວ, ໄດ້ກັກຕົວ ທ້າວ ຄຳແພງ ຫຼື ແດງ ອາຍຸ 15 ປີ ປະຊາຊົນ ຢູ່ບ້ານ ນາລ້ອມ ເມືອງໄຊທານີ ໃນຂໍ້ຫາລັກຊັບພົນລະເມືອງ ມາດໍາເນີນການສອບສວນ. ຜ່ານການສອບສວນເບື້ອງຕົ້ນ ທ້າວ ຄຳແພງ ຫຼື ແດງ ຮັບສາລະພາບວ່າ: ຜ່ານມາ ຕົນເອງໄດ້ເຄື່ອນໄຫວ ລັກຊັບມາແລ້ວ 5 ຄັ້ງ;

ໃນນີ້ ຄັ້ງ 1-2-3 ແມ່ນລັກຊັບຢູ່ໂຮງຮຽນປະຖົມ ບ້ານນາລ້ອມ ໄດ້ສາຍໄຟ, ພັດລົມ 3 ໜ່ວຍ, ຕູ້ເຢັນ 1 ໜ່ວຍ ແລະ ໂຕະເຫຼັກ 1 ໜ່ວຍ, ຄັ້ງທີ 4 ໄດ້ລັກເຫຼັກ 2 ເສັ້ນ ແລະ ຝາທໍ່ເຫຼັກມົນ 1 ຝາ ຢູ່ໂຮງງານ ຕັງຈະເລີນ ເມືອງໄຊທານີ , ຄັ້ງທີ 5 ລັກເອົາສັງກະສີ ຢູ່ຖຽງນາ ຂອງປະຊາຊົນ ຢູ່ບ້ານ ນາລ້ອມ ກ່ອນໜ້າຖືກຈັບລັກເຫຼັກຈໍານວນ 18 ໂລ. ຫຼັງຈາກລັກມາໄດ້ແຕ່ລະຄັ້ງໄດ້ນໍາໄປຂາຍຢູ່ຮ້ານທົ່ວໄປ ພໍໄດ້ເງິນແມ່ນໄດ້ຊື້ຢາບ້າມາເສບ ແລະ ເຕີມເຊີເກມ.

ປັດຈຸບັນ ເຈົ້່າໜ້າທີ່ ປກສ ກຸ່ມ ໂຄກສີວິໄລ ໄດ້ນຳສົ່ງຕົວຜູ້ກ່ຽວໃຫ້ ກອງບັນຊາການ ປກສ ເມືອງ ໄຊທານີ ເພື່ອດຳເນີນຄະດີ ຕາມລະບຽບກົດໝາຍ.

ຫົວພັນແຈ້ງປິດການຂົນສົ່ງໂດຍສານ ແລະສາຍການບິນໂດຍສານເຂົ້າແຂວງແລ້ວ

ເຖິງແມ່ນວ່າ ແຂວງຫົວພັນຍັງບໍ່ມີລາຍງານຜູ້ຕິດເຊື້ອ ຕັ້ງແຕ່ມີການລະບາດຂອງໂຄວິດ-19 ເປັນຕົ້ນມາ, ແຕ່ແຂວງຫົວພັນຍັງສືບຕໍ່ເຄື່ອນໄຫວວຽກງານຕ້ານ ແລະສະກັດກັ້ນເຊື້ອພະຍາດໂຄວິດ-19 ຢູ່ພາຍໃນແຂວງຢ່າງດີ.

ອ່ານດ່ວນ! ມາດຕະການລັອກດາວ ນະຄອນຫຼວງວຽງຈັນ

ຂໍໃຫ້ປະຊາຊົນທຸກຄົນອານໃຫ້ລະອຽດ ແລະ ປະຕິບັດຢ່າງເຄັ່ງຄັດ ຕາມການແຈ້ງການຂອງ ຄະນະສະເພາະກິດນະຄອນຫຼວງວຽງຈັນ ທີ່ໄດ້ຖະແຫຼງຂ່າວ ມາດຕະການ ລັອກດາວ ນະຄອນຫຼວງວຽງຈັນ ຮອດວັນທີ 30 ກັນຍາ 2021 ເຊິ່ງມີລາຍລະອຽດ ຕາມເອກະສານຂ້າງລຸ່ມ.

.

.

.

ລາຍລະອຽດຜູ້ຕິດເຊື້ອໃໝ່ຊຸມຊົນມື້ນີ້ +303 ຄົນ

ຕາມການລາຍງານ ຂອງຄະນະສະເພາະກິດ ວັນທີ 19 ກັນຍາ 2021 ໃຫ້ຮູ້ວ່າ: ໄດ້ກວດວິເຄາະທັງຫມົດ 5,318 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃຫມ່ ທັງຫມົດ 371 ຄົນ:

– ກໍລະນີນໍາເຂົ້າ ມີ 68 ຄົນ ຈາກ ແຂວງ ສະຫວັນນະເຂດ 42 ຄົນ, ສາລະວັນ 13 ຄົນ,ຈໍາປາສັກ 10 ຄົນ, ນະຄອນຫຼວງວຽງຈັນ 2 ຄົນ ແລະ ຄໍາມ່ວນ 1 ຄົນ ເຊິ່ງກວດພົບຈາກ ແຮງງານລາວ ຫຼື ຜູ້ທີ່ເດີນທາງມາຈາກຕ່າງປະເທດ ເຂົ້າມາຕາມຈຸດຜ່ານແດນສາກົນ.

-ສໍາລັບ ການຕິດເຊື້ອໃນຊຸມຊົນ ມີ 303 ຄົນ ລາຍລະອຽດ ດັ່ງຕໍ່ໄປນີ້:

• ນະຄອນຫຼວງ 225 ຄົນ ລາຍລະອຽດຄື:

1). ກຸ່ມ ໂຮງງານ ອານພີ ລາວ (ເກັບຕົວຢ່າງໃນໂຮງງານ) ໃຫ້ຜົນບວກ 179,

2). ໂຄງການສຶກສາ LACOMISS: ມີ 07 ຄົນ

-ຈາກ ບ້ານ ຫນອງທາເຫນືອ, ເມືອງ ຈັນທະບູລີ 03 ຄົນ ຊື່ງ ເປັນສະມາຊິກຄອບຄົວ

ດຽວກັນ ທີ່ຕິດເຊື້ອຊີ້ງໄດ້ລາຍງານ ວານນີ້. – ຈາກບ້ານ ຫນອງຈັນ, ເມືອງ ສີສັດຕະນາກ 03 ຄົນເປັນສະມາຊິກຄອບຄົວດຽວກັນ

ທີ່ຕິດເຊື້ອ ຊື່ງໄດ້ລາຍງານ ວານນີ. – ບ້ານ ຫນອງແຕ່ງ 01 ຄົນ (ພະນັກງານ)

3). ຈຸດເກັບ ຕົວຢ່າງ ຈາກບືງຂະຫຍອງ : ໃຫ້ຜົນບວກ 15 ຄົນ – ອານພີ ລາວ 04 ຄົນ

– ກົມແຜນທີ່ທະຫານ 01 ຄົນ – ຄະນະ ພົວພັນຕ່າງປະເທດ 01 ຄົນ – ໂຮງງານ ຊີເຄແອວ 02 ຄົນ – ຕະຫລາດ ດົງຫມາກຄາຍ 02 – ຕະຫລາດ ສີ ເກີດ 01 ແລະ ລັດວິສະຫະກິດ ການບິນລາວ 01

4). ກຸ່ມໄປກວດຢູ່ ໂຮງຫມໍເສດຖາ: ມີ 07 ກໍລະນີ;ຊີ່ງມາຈາກ :

– ບ້ານ ໂນນຄໍ້ 04 ຄົນ (ເປັນຄອບຄົວດຽວກັນ) – ບ້ານ ທາດຫລວງໃຕ້ 04 ຄົນ – ບ້ານ ດົງຄໍາຊ້າງ 01 ຄົນ

5). ກຸ່ມໄປກວດຢູ່ໂຮງຫມໍ 103 : ມີ 03 ຄົນ ( ຈາກດອນຫນູນ 01 ແລະ ຫນອງດ້ວງ 02)

– ຈາກຂໍ້ມູນ ຂ້າງເທີງ ຂອງການລາຍມື້ນີ້ ມີຜູ້ຕິດເຊື້ອຈາກ ໂຮງງານຕັດຫຍິບ ອານພີ ລາວ ທັງຫມົດ 182 ຄົນ, ມາຮອດປະຈຸບັນ ຕົວເລກສະສົມຜູ້ຕິດເຊື້ອທັງຫມົດ 436 ຄົນ (ໃນຈໍານວນຕົວຢ່າງ 1275 ຕົວຢ່າງ ທີ່ເກັບ).

• ຄໍາມ່ວນ 27 ຄົນ:

• ຈໍາປາສັກ 26 ຄົນ

• ຫຼວງພະບາງ 14 ຄົນ

• ບໍ່ແກ້ວ 8 ຄົນ:

• ສະຫວັນນະເຂດ 3 ຄົນ:

ປະຈຸບັນ ຜູ້ຕິດເຊື້ອໃຫມ່ທັງຫມົດ ໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ຖືກກໍານົດໄວ້.

ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງຫມົດ 19,185 ຄົນ, ເສຍຊີວິດສະສົມ 16 ຄົນ ແລະ ຄົນເຈັບກໍາລັງປິ່ນປົວ ທັງຫມົດ 4,184 ຄົນ.

ລະວັງເດີ້ ໃຜຍັງບໍ່ຟັງ! ຫຼາຍພາກສ່ວນສຸມໃສ່ ອອກກວດກາລາດຕະເວນ 24 ຊົ່ວໂມງ

ຫຼາຍພາກສ່ວນສຸມໃສ່ ອອກກວດກາລາດຕະເວນ

ຕາມປ້ອງການຄວາມສະຫງົບນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ໃນເວລາ 20:00 ວັນທີ 18 ກັນຍາ 2021, ກຳລັງກອງພັນປ້ອງກັນເຄື່ອນທີ່ ນວ ສົບທົບກັບທະການນະຄອນຫຼວງ ແລະ ທະຫານມາຈາກກະຊວງປ້ອງກັນປະເທດ ພ້ອມກັນສຸມໃສ່ກວດອອກກວດກາລາດຕະເວນໂດຍ ຜັດປ່ຽນຈຸປະຈຳການອອກລາດຕະເວນຕະຫຼອດ 24 ຊົ່ວໂມງ ເພື່ອແນ່ໃສ່ແກ້ໄຂຄວາມບໍ່ເປັນລະບຽບຮຽບຮ້ອຍຂອງສັງຄົມ ກໍ່ຄືການປະຕິບັດຕາມຄຳສັ່ງ, ແຈ້ງການ ແລະ ມາດຕະການປ້ອງກັນ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ຄະນະສະເພາະກິດໄດ້ວາງອອກ.

ຂ

ຮ່ວມແຮງຮ່ວມໃຈຕ້ານການແຜ່ລະບາດພະຍາດໂຄວິດ-19 ໃຫ້ໝົດໄປແລະ ພ້ອມກັນປະຕິບັດພັນທະຊ່ວຍເຈົ້າໜ້າທີ່ ຖ້າພົບເຫັນມີການລະເມີດໃຫ້ແຈ້ງຂໍ້ມູນຜ່ານຊ່ອງທາງເບີວອບແອັບ 020 28899774