Home Blog Page 170

9 ເດືອນ ເມືອງແກ່ນທ້າວ ສົ່ງສິນຄ້າອອກຕ່າງປະເທດ ມູນຄ່າ 25.000.000 ກວ່າໂດລາ

ຕາມການລາຍງານຂອງຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ໃນ 9 ເດືອນ ຂອງປີ 2021 ໄດ້ສົ່ງສິນຄ້າອອກໄປຕ່າງປະເທດ ມູນຄ່າ 25.000.000 ກວ່າໂດລາ ທຽບໃສ່ແຜນການປີ ປະຕິບັດໄດ້ 133,5%.

ໃນນີ້, ຫຼາຍກວ່າໝູ່ແມ່ນມັນຕົ້ນແຫ້ງ 199,850 ໂຕນ ມູນຄ່າ 21.983.500 ໂດລາ, ສາລີ 14.000 ກວ່າໂຕນ ມູນຄ່າ 1.688.400 ໂດລາ, ໝາກເດືອຍ 3.000 ໂຕນ ມູນຄ່າ 753.000 ກວ່າໂດລາ, ຖົ່ວດິນຝັກ 100 ກວ່າໂຕນ ມູນຄ່າ 34.000 ກວ່າໂດລາ, ຖົ່ວແດງ 800 ກວ່າໂຕນ ມູນຄ່າ 367.000 ກວ່າໂດລາ, ໝາກງາຂາວ 300 ກວ່າໂຕນ ມູນຄ່າ 228.000 ກວ່າໂດລາ, ຫຍ້າລູຊີ 9 ໂຕນ ມູນຄ່າ 9.000 ໂດລາ, ແກນສາລີ 1.700 ໂຕນ ມູນຄ່າ 17.000 ໂດລາ ແລະ ໝາກແຕງດອງ 140 ກວ່າໂຕນ 8.600 ກວ່າໂດລາ. ພ້ອມດຽວກັນນີ້, ຍັງໄດ້ນໍາເຂົ້າສິນຄ້າຈາກຕ່າງປະເທດ ມູນຄ່າ 43.499.000 ກວ່າໂດລາ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 4,97 %.

ໃນນີ້, ສິນຄ້າທີ່ນໍາເຂົ້າຫຼາຍແມ່ນເຄື່ອງອຸປະໂພກ 3.924.000 ກວ່າໂຕນ ມູນຄ່າ 2.093.000 ກວ່າໂດລາ, ອຸປະກອນກໍ່ສ້າງ 5.980.000 ກວ່າໂຕນ ມູນຄ່າ 1.600.000 ກວ່າໂດລາ, ເຄື່ອງໄຟຟ້າ 1.800 ກວ່າໂຕນ ມູນຄ່າ 200.000 ກວ່ໂດລາ, ພາຫະນະ 10 ກວ່າໂຕນ ມູນຄ່າ 518.000 ໂດລາ, ພາຫະນະ ແລະ ອະໄລ່ 23.000 ກວ່າໂຕນ ມູນຄ່າ 189.000 ກວ່າໂດລາ ແລະ ນໍ້າມັນເຊື້ອໄຟ 77.300.000 ໂຕນ ມູນຄ່າ 38.800.000 ກວ່າໂດລາ.

ລາຍລະອຽດຜູ້ຕິດເຊື້ອໃໝ່ລາຍງານມື້ນີ້ (1 ຕຸລາ 2021)

ລາຍງານວັນທີ 1 ຕຸລາ 2021, ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ, ມາຮອດວັນທີ 30 ກັນຍາ 2021:
ໄດ້ກວດວິເຄາະທັງໝົດ 6,393 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 464 ຄົນ ຊຶ່ງແຍກເປັນ ກໍລະນີນໍາເຂົ້າ ມີ 27 ຄົນ ຈາກແຂວງ ຈໍາປາສັກ 19 ຄົນ, ຄໍາມ່ວນ 3 ຄົນ, ສາລະວັນ 2 ຄົນ, ຫຼວງພະບາງ 1 ຄົນ, ສະຫວັນນະເຂດ 1 ຄົນ ແລະ ນະຄອນຫຼວງ 1 ຄົນ. ເສຍຊິວິດ ໃໝ່ 1 ຄົນຈາກແຂວງສະຫວັນນະເຂດ

ສໍາລັບການເສຍຊິວິດໃໝ່ ແມ່ນ ມາຈາກ ແຂວງສະຫວັນນະເຂດ, ເພດຊາຍ, ອາຍຸ 48 ປີ, ບ້ານໂພນສະຫວ່າງໃຕ້, ນະຄອນໄກສອນ ແລະ ນອນປີ່ນປົວ ຢູ່ມໍລະສຸມຂອງໂຮງໝໍແຂວງ ໃນວັນທີ 29 ກັນຍາ 2021 ໃນມື້ດຽວກັນ ໄດ້ເກັບຕົວຢ່າງກວດຫາເຊື້ອ. ມາຮອດ ເວລາ 08:00 ໂມງເຊົ້າ ຂອງວັນທີ 30 ກັນຍາ 2021 ຄອບຄົວຂໍກັບບ້ານ, ຕໍ່ມາຜູ້ກ່ຽວ ໄດ້ເສຍຊີວິດລົງ ໃນເວລາ 09:00 ໂມງຂອງມື້ດຽວກັນ ແລະ ໃນເວລາ 23:00 ໂມງ ຜົນກວດຕົວຢ່າງມາວ່າ ພົບເຊື້ອ ໂຄວິດ-19.​

ຕິດເຊື້ອໃນຊຸມຊົນ ມີ 437 ຄົນ ຊຶ່ງກະຈາຍໃນບັນດາແຂວງ ດັ່ງລາຍລະອຽດຕໍ່ໄປນີ້:

1. ນະຄອນຫຼວງວຽງຈັນ 220 ຄົນ:
1). ເມືອງ ນາຊາຍທອງ: ພົບເຊື້ອ 37ຄົນ,

2). ຈຸດບືງຂະຫຍອງ: ພົບເຊື້ອ 17ຄົນ;

3). ຈຸດເຈົ້າອານຸວົງ: 38 ຕົວຢ່າງ;

4). ເມືອງສີເກີດ: ພົບເຊື້ອ 39ຄົນ;

5). ມສ. ລາວຫວຽດ: ພົບເຊື້ອ 21 ຄົນ;

# ສະຖາບັນ ປັດສະເຕີລາວ (IPL): ພົບເຊື້ອ 30 ຕົວຢ່າງ (ຈາກໂຮງໝໍເສດຖາ 12 ແລະ ຫຼັກ 27 ມີ 18 ຄົນ)

# ສູນເມລິເອີ : ພົບເຊື້ອ 33 ຄົນ; (ຕົວຢ່າງມາຈາກ ເມືອງນາຊາຍທອງ ແລະ ໄຊທານີ)

2. ຫຼວງພະບາງ 70 ຄົນ:
1)​ເມືອງງອຍ ມີ 41 ກໍລະນີ: ບ້ານປາກບາກ ມີ 26 ກໍລະນີ, ບ້ານໜອງຂຽວ ມີ 14 ກໍລະນີ, ບ້ານຫ້ວຍບໍ່ ມີ 01 ກໍລະນີ

2)​ເມືອງນໍ້າບາກ ມີ 20 ຄົນ : ບ້ານນະຄອນ ມີ 20 ກໍລະນີ

3)​ເມືອງຊຽງເງີນ ມີ 08 ຄົນ : ບ້ານປາກຂັນ ມີ 03 ກໍລະນີ, ບ້ານດອນໂມ ມີ 03 ກໍລະນີ, ບ້ານຊຽງເງີນ ມີ 02 ກໍລະນີ.

4)​ເມືອງນານ ມີ 01 ກໍລະນີ (ບ້ານໂພນໄຊ)

3. ຈໍາປາສັກ 63 ຄົນ:
– ນະຄອນປາກເຊ 11
– ​ເມືອງໂຂງ 24 (ຄົນກັກກັນໃນສູນ 19; ພະນັກງານປະຈຳສູນ 2; ນັກໂທດ 03)
– ​ເມືອງ ໂພນທອງ 03
– ​ເມືອງປະທຸມພອນ 07
– ​ເມືອງ ບາຈຽງ 36
– ​ເມືອງ ປາກຊ່ອງ 01

4. ບໍ່ແກ້ວ 38 ຄົນ: ໃນນັ້ນມີແຮງງານ ມີ ແຮງງານຈີນ 2 ຄົນ; ກຳມະກອນກໍ່ສ້າງສະໝາມບິນ ຢູ່ເມືອງ ຕົ້ນເຜີ້ງ 27 ຄົນ; ສູນຂອນແກ້ວ 1 ຄົນ ແຮງງານມາຈາກສະໝາມບິນ, ໂພນໂຮມ 4 ຄົນ ແລະ ພຽງງາມ 4 ຄົນ.
5. ສະຫວັນນະເຂດ 19 ຄົນ: (ລາຍລະອຽດພາຍຫຼັງ)
6. ແຂວງວຽງຈັນ 15 ຄົນ:
1)​ເມືອງວັງວຽງ ມີ 12 ກໍລະນີ (ທັງໜົດແມ່ນສໍາຜັດໃກ້ຊິດກັບກໍລະນີຕິດເຊື້ອຜ່ານມາ ຢູ່ບ້ານໂພນຊູ) : ບ້ານນາມອນ ມີ 08 ກໍລະນີ, ບ້ານໂພນຊູ ມີ 02 ກໍລະນີ, ມີ 02 ກໍລະນີ ຈາກ ບ້ານນໍ້າພ້າວ ແລະ ບ້ານຫ້ວຍແຍ້ ມີບ້ານລະ 01 ກໍລະນີ

2)​ເມືອງໂພນໂຮງ ມີ 03 ກໍລະນີ (ບ້ານໂພນຫໍ ມີ 02 ກໍລະນີ ແລະ ບ້ານນາຊູ ມີ 01 ກໍລະນີ) ທັງໜົດແມ່ນສໍາຜັດໃກ້ຊິດກັບກໍລະນີຕິດເຊື້ອທີ່ໄປເຮືອນດີ ຢູ່ບ້ານໂພນຫໍ.

7. ຄໍາມ່ວນ 5 ຄົນ:
ພະນັກງານແພດ ສາທາເມືອງ ທ່າ ແຂກ 03 ຄົນ ເຫຼືອ ນັ້ນ ແມ່ນ ກຸ່ມ ສ່ຽງທີ່ເຄີຍ ສຳຜັຍໄດ້ສິດ ກັບຜູ້ຕິດເຊື້ອ ຜ່ານມາ

8. ສາລະວັນ 3 ຄົນ:
1.​ບ້ານນາໂດນ ມີ 02 ກໍລະນີ (ເພດຊາຍ, ອາຍຸ 46 ປີ, ອາຊີບ: ພະນັກງານວິທະຍາໄລຄູ ແລະ ເພດຍີງ, ອາຍຸ 36 ປີ, ອາຊີບ: ພະນັກງານກວດກາ ແຂວງ ທັງສອງຄົນເປັນຜົວເມຍກັນ) ແລະ ສໍາຜັດໃກ້ຊິດກັບກັບຄົນຕິດເຊື້ອຜ່ານມາ

2.​ບ້ານຄັນທະລາດ ມີ 01 ກໍລະນີ (ເພດຍິງ, ອາຍຸ 03 ປີ, ອາຊີບ: ເດັກ) ແລະ ສໍາຜັດໃກ້ຊິດກັບກັບຄອບຄົວຕິດເຊື້ອຜ່ານມາ.

9. ບໍລິຄໍາໄຊ 3 ຄົນ:
ຈາກ ເມືອງປາກກະດິງ

– ບ້ານໂພນສີ ມີ 2 ກໍລະນີ ເປັນເພດຍິງທັງສອງຄົນ ແລະ ທັງສອງຄົນອາຊີບເປັນກໍາມະກອນ, ເປັນຄົນລາວ ແລະ ໄດ້ສໍາຜັດໃກ້ຊິດກັບກໍລະນີຕິດເຊື້ອທີ່ລາຍງານໃນວັນທີ 27 ກັນຍາ 2021
– 1 ຄົນ ແມ່ນ ເພດຍີງ, ອາຍຸ 59 ປີ, ອາຊີບ:ຊາວນາ, ບ້ານຊ້ອນ ພັນໄຊ (ຜ່ານການກວດ ແລັບປິດແທັດ) ແລະ ສຳພັດກັບຜູ້ຕິດເຊື້ອ ລາຍງານວັນທີ 26/9/2021 ຜ່ານມາ.

10. ຫຼວງນໍ້າທາ 1 ຄົນ ສັນຊາດຈີນ

ປະຈຸບັນ ຜູ້ຕິດເຊື້ອໃໝ່ທັງໝົດ ໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ຖືກກຳນົດໄວ້.
ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 24,310 ຄົນ, ເສຍຊີວິດສະສົມ 20 ຄົນ (ໃໝ່ 1 ຄົນ ແລະ ເສຍຊີວິດໃໝ່ 1 ຄົນ ຢູ່ທີ່ຈໍາປາສັກເຊິ່ງຍັງບໍ່ໄດ້ລາຍງານລາຍລະອຽດເທື່ອ), ຄົນເຈັບຫາຍດີອອກໂຮງໝໍມື້ວານນີ້ມີ 135 ຄົນ ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 5,691 ຄົນ.

ລາຍລະອຽດຜູ້ເສຍຊີວິດໃໝ່ +1 ຈາກໂຄວິດ-19 ວັນທີ 1 ຕຸລາ 2021

ຕາມການລາຍງານ ຂອງຄະນະສະເພາະກິດ ລາຍງານວັນທີ 1 ຕຸລາ 2021 ກ່ຽວກັບຂໍ້ມູນກໍລະນີຜູ້ເສຍຊີວິດໃໝ່ 1 ກໍລະນີ ແຂວງສະຫວັນນະເຂດ ມີຄືດັ່ງນີ້້:

ເພດຊາຍ, ອາຍຸ 48 ປີ, ບ້ານໂພນສະຫວ່າງໃຕ້, ນະຄອນໄກສອນ ແລະ ນອນປີ່ນປົວ ຢູ່ມໍລະສຸມຂອງໂຮງໝໍແຂວງ ໃນວັນທີ 29 ກັນຍາ 2021 ໃນມື້ດຽວກັນ ໄດ້ເກັບຕົວຢ່າງກວດຫາເຊື້ອ.

ມາຮອດ ເວລາ 08:00 ໂມງເຊົ້າ ຂອງວັນທີ 30 ກັນຍາ 2021 ຄອບຄົວຂໍກັບບ້ານ, ຕໍ່ມາຜູ້ກ່ຽວ ໄດ້ເສຍຊີວິດລົງ ໃນເວລາ 09:00 ໂມງຂອງມື້ດຽວກັນ ແລະ ໃນເວລາ 23:00 ໂມງ ຜົນກວດຕົວຢ່າງມາວ່າ ພົບເຊື້ອ ໂຄວິດ-19.​

ປະຈຸບັນ ຜູ້ຕິດເຊື້ອໃໝ່ທັງໝົດ ໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ຖືກກຳນົດໄວ້.
ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 24,310 ຄົນ, ເສຍຊີວິດສະສົມ 20 ຄົນ (ໃໝ່ 1 ຄົນ ແລະ ເສຍຊີວິດໃໝ່ 1 ຄົນ ຢູ່ທີ່ຈໍາປາສັກເຊິ່ງຍັງບໍ່ໄດ້ລາຍງານລາຍລະອຽດເທື່ອ), ຄົນເຈັບຫາຍດີອອກໂຮງໝໍມື້ວານນີ້ມີ 135 ຄົນ ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 5,691 ຄົນ.

ເຫັນແລ້ວຊື່ນໃຈ ນໍ້າໃຈຄົນລາວ

ພາບແຮງຄວາມປະທັບໃຈ ຄົນລາວເຮົາຊ່ວຍເຫຼືອກັນ ບໍ່ວ່າຈະຮູ້ຈັກກັນ ແຕ່ເມື່ອເຫັນຜູ້ອື່ນກຳລັງລຳບາກ ແລະ ຕ້ອງການຄວາມຊ່ວຍເຫຼືອ ເມື່ອເຮົາເຫັນ ກໍຕ້ອງຮີບຮ້ອນລົງໄປຊ່ວຍເຫຼືອ.

ຄືກັບເລື່ອງໜ້າປະທັບໃຈ ເລື່ອງນີ້: ເຊິ່ງທາງຜູ້ໃຊ້ເພສບຸກທ່ານໜຶ່ງ ກໍໄດ້ໂພສເລົ່າເຫດການເລື່ອງທີ່ພົບເຫັນລະຫວ່າງເດີນທາງ, ເຊິ່ງເນື້ອໃນມີດັ່ງນີ້:

ຂ

” ຂ້ອຍ ອາດຊິບໍ່ແມ່ນຄົນດີ ແຕ່ຂ້ອຍເຄີຍຜ່ານຈຸດນີ້ມາ ນ້ຳໃຈອ້າຍນ້ອງທີ່ຊ່ວຍກັນ ເດີ້ໜົດທຸກຄົນ ຂ້ອຍກາບໍ່ໄດ້ລວຍດອກ ແຕ່ຂໍຊ່ວຍເຮືອແຮງ ແລະ ຊື້ຂອງທີ່ຈະເອົາໄປຂາຍ ທັ້ງໜົດເລີຍ ຂອບໃຈອ້າຍນ້ອງ ທີ່ຮ່ວມມືຈອດລົດຊ່ວຍກັນ ຂໍມອບໃຫ້ແມ່ຕູ້ 2000฿ ເພືອໃຫ້ກຳລັງໃຈ ເພາະໂຕເອງກໍເຄີຍຜ່ານຈຸດນີ້ມາ ນ້ຳໃຈພວກເຮົາ ມ້ຽນທາງອານາໄມ້ ເສັດຊັບຮຽບຮ້ອຍລູກຊ່ວຍໄດ້ຊ້ຳນີ້ເດີ້ ”

ເຊິ່ງໂພສດັ່ງກ່າວກໍເຮັດໃຫ້ຫຼາຍຄົນປະທັບໃຈ ແລະ ເຂົ້າມາຊົມເຊີຍເປັນຈຳນວນຫຼາຍ.

ຟູດແພນດ້າ ໄປທົ່ວທຸກແຂວງຂອງ ປະເທດລາວ ແອັບສົ່ງອາຫານທຳອິດທີ່ມີໃຫ້ບໍລິການທົ່ວ 18 ແຂວງ

ຟູດແພນດ້າ ໄປທົ່ວທຸກແຂວງຂອງ ປະເທດລາວ ແອັບສົ່ງອາຫານທຳອິດທີ່ມີໃຫ້ບໍລິການທົ່ວ 18 ແຂວງ ແລ້ວ.

  • ຂັບເຄື່ອນດ້ວຍຍຸດທະສາດທີ່ແຂງແກ່ນ, foodpanda ນຳໂອກາດການເຕີບໂຕໃນຍຸກເສດຖະກິດດິຈິຕອນ ໃຫ້ກັບຮ້ານອາຫານ, ຮ້ານຄ້າ ແລະ ພະນັກງານສົ່ງອາຫານ ໄຣເດີ້ ທົ່ວປະເທດລາວ.
  • ຈຳນວນຮ້ານອາຫານ ແລະ ຮ້ານຄ້າມີການເພີ່ມຂຶ້ນຢ່າງຕໍ່ເນື່ອງ, foodpanda ເຮັດໃຫ້ຮ້ານອາຫານທ້ອງຖິ່ນ ທຸລະກິດອາຫານ ເຂົ້າເຖີງໂລກຂອງທຸລະກິດອອນລາຍ ແລະ ເຕີບໂຕໄປຕາມຍຸກຂອງວິຖີໃໝ່ (New Normal). ຍອດຂາຍຫຼາຍຮ້ານມີການເພີ່ນຂຶ້ນ ຫຼາຍສິບ ເທົ່າໂຕທຽບກັບເມື່ອກ່ອນ ແລະ ແນ່ນອນ ພະນັກງານສົ່ງອາຫານໄຣເດີ້ເຊັ່ນດຽວກັນ. 
  • ລູກຄ້າໄດ້ຮັບຄວາມສະດວກສະບາຍເລື່ອງການຈັດສົ່ງ ນອກຈາກນັ້ນ, ຍັງມີສ່ວນຫຼຸດພິເສດໃຫ້ກັບທາງລູກຄ້າທົ່ວປະເທດໄດ້ໃຊ້ ເພື່ອສະຫຼອງຄົບ 18 ແຂວງກັບ foodpanda. 
  • foodpanda  ໄດ້ກາຍເປັນພາກສ່ວນໜຶ່ງທີ່ສຳຄັນຂອງການໃຊ້ຊີວິດຂອງຄົນລາວ ໃນຍຸກ new normal ເຮັດໃຫ້ຊີວິດຂອງຄົນລາວງ່າຍຂຶ້ນ ໃນເລື່ອງອາຫານ ແລະ ເຄື່ອງໃຊ້.

ທີ່ ນະຄອນຫຼວງວຽງຈັນ, ວັນທີ 1 ຕຸລາ 2021 – ຟູດແພນດ້າ, ຜູ້ນຳທາງດ້ານທຸລະກິດສົ່ງອາຫານໄດ້ປະກາດຕໍ່ມວນຊົນກ່ຽວກັບຜົນສຳເລັດຄັ້ງຍິ່ງໃຫ່ຍ ທີ່ໄດ້ຂະຫຍາຍເຂດການບໍລິການໄປທົ່ວ 18 ແຂວງຂອງປະເທດລາວ, ເຊິ່ງເປັນ ແອັບທຳອິດ ແລະ ບໍລິສັດສົ່ງອາຫານທຳອິດທີ່ມີການບໍລິການທົ່ວປະເທດລາວ. ເຊິ່ງນີ້ເປັນ ຄວາມສຳເລັດອັນສຳຄັນຂອງ ຟູດແພນດ້າ ລາວ. 

ຟູດແພນດ້າ ໄດ້ເປີດໂຕໃນປະເທດລາວໃນທ້າຍ ປີ 2019, ຖືກຂັບເຄື່ອນດ້ວຍກົນລະຍຸດ ແລະ ຍຸດທະສາດທີ່ແຂງແກ່ນ, ຟູດແພນດ້າ ໄດ້ສ້າງໂອກາດໃນການສ້າງລາຍໄດ້ໃຫ້ກັບ ພະນັກງານສົ່ງອາຫານ ໄຣເດີ້, ຍັງໄດ້ຊ່ວຍບັນດາຮ້ານອາຫານ , ຮ້ານຄ້າເຕີບໂຕໃນທຸລະກິດອອນລາຍ ແລະ ຍັງມອບປະສົບການທີ່ດີ ຄວາມສະດວກສະບາຍໃຫ້ກັບລູກຄ້າທົ່ວປະເທດນຳອີກ. ນອກຈາກນັ້ນ ຍັງໄດ້ສ້າງເສດຖະກິດຂັ້ນທ້ອງຖິ່ນໃຫ້ກ້າວສູ່ຍຸກດີຈີຕອລ ເຊິ່ງລູກຄ້າໄດ້ຮັບຄວາມສະດວກສະບາຍ ແລະ ບໍລິການສົ່ງທີ່ວ່ອງໄວ. ຮ້ານອາຫານທ້ອງຖິ່ນ, ຮ້ານສະດວກຊື້ຕ່າງໆ ລວມທັງພະນັກງານສົ່ງອາຫານ ໄຣເດີ້ ທົ່ວປະເທດ ລ້ວນແລ້ວແຕ່ໄດ້ຮັບຜົນປະໂຫຍດທາງດ້ານການສ້າງລາຍໄດ້ຈາກແອັບ ຫຼື ລະບົບຂອງ ຟູດແພນດ້າ.  

ທ່ານ ທັນຍາລັດ ຈະເລີນສຸກ, ຜູ້ອຳນວຍການ ແລະ ຜູ້ກໍ່ຕັ້ງ ຟູດແພນດ້າ ລາວ, ຜູ້ທີ່ໄດ້ນຳພາ ຟູດແພນດ້າ Laos ຕັ້ງແຕ່ຕົ້ນຈົນຮອດປະຈຸບັນ ໄດ້ກ່າວວ່າ ‘’ ໃນຖານະເປັນຜູ້ລິເລີ່ມ ໃນທຸລະກິດສົ່ງອາຫານ ໃນປະເທດລາວ, ພວກເຮົາໄດ້ເຫັນການປ່ຽນແປງ ແລະ ການເຕີບໂຕຂອງອຸດສະຫະກຳສົ່ງອາຫານໃນ ເກືອບ 2​ ປີທີ່ຜ່ານມາ. ພວກເຮົາໄດ້ເຫັນຫລາຍພັນທຸລະກິດ, ຮ້ານຄ້າ, ຮ້ານອາຫານ ເຕີບໂຕແລະຈະຫຍາຍທຸລະກິດຂອງເຂົາເຈົ້າ ແລະ ຫຼາຍພັນພະນັກງານຈັດສົ່ງອາຫານ ໄຣເດີ້ ມີລາຍໄດ້ຜ່ານລະບົບຂອງພວກເຮົາ ແລະ ມື້ນີ້, ພວກເຮົາພູມໃຈ ແລະ ດີໃຈຫລາຍທີ່ຈະໄດ້ສ້າງໂອກາດໃຫ້ກັບອີກຫຼາຍພັນຮ້ານອາຫານ, ຮ້ານຄ້າ ແລະ ພະນັກງານ ໄຣເດີ້ ໂດຍການຂະຫຍາຍຂອບເຂດການບໍລິການ ຂອງພວກເຮົາ ໄປຮອດທຸກແຂວງຂອງປະເທດລາວແລ້ວ ‘’.

ການຂະຫຍາຍການບໍລິການຂອງທົ່ວປະເທດ, ຟູດແພນດ້າ ໄດ້ສ້າງລະບົບທີ່ຍຶນຍົງ  ໂດຍສະເພາະໃຫ້ກັບຮ້ານຄ້ານ້ອຍໆຢູ່ຕາມເມືອງຕ່າງໆທົ່ວປະເທດລາວ,ໃນເມື່ອພວກເຮົາກຳລັງກ້າວສູ່ຍຸກ new normal ຫຼື ການໃຊ້ຊີວິດປົກກະຕິ ຮູບແບບໃໝ່, ສະນັ້ນ ທຸລະກິດຕ້ອງໄດ້ມີການປັບໂຕຢ່າງຕໍ່ເນື່ອງ, ດ້ວຍເຫດຜົນດັ່ງກ່າວ ຟູດແພນດ້າ ເອງຈຶ່ງໃຫ້ຄຳໝັ້ນສັນຍາວ່າຈະສຶບຕໍ່ພັດທະນາການບໍລິການຂອງພວກເຮົາ ເພື່ອທີ່ຈະໃຫ້ຕອບສະໜອງຄວາມຕ້ອງການຂອງຄົນລາວເຮົາ.

ນອກຈາກການບໍລິການສົ່ງອາຫານແລ້ວ, ເຊິ່ງຟູດແພນດ້າເອງໄດ້ໃຫ້ບໍລິການຕັ້ງແຕ່ໃດມາ. ໃນເດືອນ ສິງຫາ 2021, ທາງຟູດແພນດ້າເອງກໍ່ໄດ້ເປີດໂຕ pandamart, ເຊິ່ງໃຫ້ບໍລິການທາງດ້ານເຄື່ອງໃຊ້ສອຍ ຊີວິດປະຈຳວັນ ທີ່ສົ່ງໃຫ້ລູກຄ້າພາຍໃນ 25 ນາທີ ແລະ ນອກຈາກນັ້ນ, ທາງບໍລິສັດຍັງມີແຜນຂະຫຍາຍ pandamart ໄປຍັງແຂວງໃຫ່ຍໆໃນປີຖັດໄປ. 

ເພື່ອເປັນການສະເຫຼີມ ການໃຫ້ບໍລິການທົ່ວ 18 ແຂວງ, ຟູດແພນດ້າໄດ້ນຳສະເໜີ ລະຫັດສ່ວນຫຼດພິເສດໃຫ້ກັບລູກຄ້າໄດ້ໃຊ້ໃນເວລາສັ່ງອາຫານເຊັ່ນ: ລະຫັດ EVERYWHERE ຫຼຸດ 20% ທີ່ລູກຄ້າສັ່ງ 40,000 ກີບຂຶ້ນໄປ ແລະ ຫຼຸດສູງສຸດ 12,000​ ກີບ ຕັ້ງແຕ່ເວລາ 11:00 – 17:00 ໂມງ ຈົນເຖິງວັນທີ 31 ຕຸລາ 2021 ນີ້. ໃນແຄມເປນນີ້, ຟູດແພນດ້າລາວ ຍັງໄດ້ຂອບໃຈມາຍັງລູກຄ້າທຸກທ່ານທີ່ໄດ້ໃຫ້ການສະໜັບສະໜູນຕະຫລອດມາ ຕັ້ງແຕ່ເລີ່ມຕັ້ນ, ລວມທັງຄູ່ຮ່ວມທຸກລະກິດພວກເຮົາ ໂດຍເພາະ ຮ້ານອາຫານ ຮ້ານຄ້າ ແລະ ພະນັກງານສົ່ງອາຫານໄຣເດີ້ ຜູ້ທີ່ມອບການບໍລິການທີ່ດີທີ່ສຸດໃຫ້ກັບທາງລູກຄ້າຂອງພວກເຮົາທົ່ວປະເທດ.

#ຟູດແພນດ້າ #ຟູດແພນດ້າທົ່ວລາວ #foodpandaLA #ຟູດແພນດ້າ18ແຂວງ

ອ່ານດ່ວນ! ແຈ້ງການມາດຕະການສືບຕໍ່ຈົນໄປຮອດກາງເດືອນ 10

ແຈ້ງການຈາກຫ້ອງວ່າການນາຍົກລັດຖະມົນຕີ ເລື່ອງສືບຕໍ່ປະຕິບັດມາດຕະການປ້ອງກັນ, ຄວມຄຸມ ແລະ ສະກັດກັ້ນການລະບາດຂອງພະຍາດ ໂຄວິດ-19 ໃນໄລຍະ ວັນທີ 01 – 15 ຕຸລາ 2021

ພະ​ສົງ​ສາມະເນນ​ ຕິດ​ເຊື້ອ​ໂຄວິດ-​19 ນະຄອນ​ໄກສອນ​ພົມວິຫານ​

ພຣະ​ສົງ​ສາມະເນນ​ ຕິດ​ເຊື້ອ​ໂຄວິດ​19​ ລວມ​ ເປັນ​32​ ອົງ​ສະເພາະ​ພາຍໃນ​ ນະຄອນ​ໄກສອນ​ພົມວິຫານ​ ແຂວງ​ສະຫວັນ​ນະ​ເຂດ

ຕາມຄະນະສະເພາະກິດແຈ້ງຂ່າວ “ວັນນີ້ 30 ກັນຍາ 2021, ຈຳນວນຜູ້ຕິດເຊື້ອພາຍໃນວັດໂພໄຊຍະຣາມ ບ້ານສະໜາມໄຊ ນະຄອນໄກສອນ ມີ (24) ກໍລະນີ ແລະ ທັງໝົດເປັນຄູບາ ແລະ ສາມະເນນ ທີ່ພົວພັນໃກ້ຊິດກັບກໍລະນີ ຕິດເຊື້ອລາຍງານໃນວັນທີ 27 ກັນຍາ 2021.”

ໂ

ພາຍໃນວັດດັ່ງກ່າວ ມີພະສົງສາມະເນນທັງໜົດ 64 ອົງ ແລະ ຮອດປະຈຸບັນນີ້ ມີພະສົງສາມະເນນໃນວັດດັ່ງກ່າວຕິດເຊື້ອທັງໝົດ (+ 32) ກໍລະນີ,

2. ຄະນະດັ່ງກ່າວ, ໄດ້ຍ້າຍຍ້າຍຈາກສູນປິ່ນປົວຫຼັກ 09 ມາຢູ່ສູນປິ່ນປົວພາຍໃນຈຸດໂຮງງານອັບເກນເດີ ທາງຂຶ້ນປ່າຊ້າຫຼວງ ທາງຂຶ້ນມະຫາວິທະຍາໄລສະຫວັນນະເຂດ

ປັບໃໝຕາມລະບຽບຕັ້ງວົງຊຸມແຊວເຫຼົ້າເບຍ

ພະແນກ ສັນຕິບານ ປກສ ເມືອງສີສັດຕະນາກ ລົງແກ້ໄຂຄົນສັນຊາດຫວຽດນາມຊຸມແຊວເຫຼົ້າເບຍ

ຕາມປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ໃນເວລາ 20 ໂມງ 15 ນາທີ ພະແນກສັນຕິບານ ເມືອງສີສັດຕະນາກ ລົງກວດກາແກ້ໄຂກຸ່ມຄົນຕັ້ງວົງຊຸມແຊວເຫຼົ້າເບຍຢູ່ຫ້ອງແຖວເຂດບ້ານດົງປ່າລານທົ່ງ ເມືອງສີສັດຕະນາກ ນວ ພົບເຫັນສັນຊາດຫວຽດນາມຈຳນວນ 3 ຄົນທີ່ກຳລັງຕັ້ງວົງຊຸມແຊວເຫຼົ້າເບຍລະເມີດຄຳສັ່ງເລກທີ 016/ຈນວ ເຈົ້າໜ້າທີ່ຈຶ່ງໄດ້ສຶກສາອົບຮົມໃຫ້ພວກກ່ຽວຮັບຮູ້-ເຂົ້າໃຈ ພ້ອມທັງນຳໃຊ້ມາດຕະການປັບໃໝຕາມລະບຽບການ.

ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຮຽກຮ້ອງມາຍັງເຈົ້າຂອງກິດຈະການໃຫ້ເປັນເຈົ້າການໃນການປ້ອງກັນ, ສະກັດກັ້້ນການແຜ່ລະບາດພະຍາດໂຄວິດ-19 ຖ້າເມີນເສີຍປ່ອຍໃຫເຄຫາສະຖານທີ່ຕົນເອງຮັບຜິດຊອບເປັນບ່ອນຕັ້ງວົງຊຸມແຊວເຫຼົ້າເບຍທີ່ເປັນສາເຫດເຮັດໃຫ້ການແຜ່ລະບາດພະຍາດໂຄວິດ-19 ຂະຫຍາຍອອກສູ່ວົງກວ້າງ ຖ້າລະເມີດເຈົ້າໜ້າທີ່ກວດພົບຈະດຳເນີນຕາມກົດໝາຍຢ່າງບໍ່ມີຂໍ້ຍົກເວັນ ຮຽກຮ້ອງສັງຄົມຖ້າພົບເຫັນການລະເມີດລາຍງານມາເບີວອດແອັບ ປກສ ນວ 020 28899774.

ດ່ວນ! ມີເດັກນ້ອຍຈົມນໍ້າ ຢູ່ນ້ຳຮຸ່ງ ເມືອງໄຊຍະບູລີ

ວັນທີ 30 ກັນຍາ 2021 ກູ້ໄພ 1624 ແຂວງໄຊຍະບູລີ ໄດ້ຮັບລາຍງານ ມີເດັກນ້ອຍ ເພດຊາຍ ອາຍຸ 10 ປີ ຈົມນໍ້າຮຸ່ງ ທີ່ ເມືອງໄຊຍະບູລີ ດັ່ງນັ້ນເຈົ້າໜ້າທີ່ຈິງໄດ້ປະຕິບັັດການຄົ້ນຫາເດັກນ້ອຍອາຍຸ 10 ປີ ຈົມນໍ້າຮຸ່ງ ທີ່ເມືອງໄຊຍະບູລີ.

ປະຈຸບັນເຈົ້າໜ້າທີ່ພວມແຍກກັນອອກຄົ້ນຫາ ແລະປະຕິບັດທຸກວິທີທາງເພື່ອໄວຕໍ່ການຄົ້ນຫາ.

ຂໍໃຫ້ພົບນ້ອງໄວໆນີ້

ລາຍລະອຽດຈະລາຍງານພາຍຫຼັງ

ນົມແມ່ ເປັນແຫຼ່ງອາຫານທີ່ສໍາຄັນຕໍ່ສຸຂະພາບທີ່ດີຂອງຊາດ

“ນົມແມ່ ເປັນແຫຼ່ງອາຫານທີ່ສໍາຄັນຕໍ່ສຸຂະພາບທີ່ດີຂອງຊາດ”

ນາງ ອ່ຽນ ເປັນຄົນຊົນເຜົ່າພູນ້ອຍ ອາຍຸ 21 ປີ ອາໄສຢູ່ນໍາຄອບຄົວສາມີກັບລູກສອງຄົນ ລວມກັນທັງໝົດເປັນຫ້າຄົນທີ່ບ້ານ ຢາປຸງ, ເມືອງຜົ້ງສາລີ. ກິດຈະກໍາຫຼັກສຳລັບການດໍາລົງຊີວິດພວກຂອງເຂົາແມ່ນການເກັບກ່ຽວ ແລະ ຂາຍໃບຊາຂຽວ. “ເນື່ອງຈາກການເກັບໃບຊາຂຽວຕ້ອງໄດ້ໃຊ້ເວລາດົນ, ຂ້ອຍເລີຍເອົາເຂົ້າກັບນົມຜົງໃຫ້ລູກຄົນທໍາອິດກິນຕອນລາວມີອາຍຸໄດ້ສາມເດືອນ. ແຕ່ເມື່ອອາສາສະໝັກໃຫ້ຄຳປຶກສາ ໂຄງການຮ່ວມມືປັບປຸງດ້ານໂພຊະນາການ SCALING ທີ່ສະໜັບສະໜູນໂດຍ ສະຫະພາບ ເອີຣົບ ໄດ້ມາອະທິບາຍສູ່ຟັງກ່ຽວກັບວິທີການ ແມ່ຄວນປະຕິບັດ ໃນເວລາຖືພາ ແລະ ເວລາມີລູກນ້ອຍ. ດຽວນີ້ຂ້ອຍມີລູກນ້ອຍເປັນຜູ້ທີສອງ ລາວມີອາຍຸໄດ້ເກົ້າເດືອນແລ້ວ ແລະ ຂ້ອຍໄດ້ສືບຕໍ່ລູກກີນນົມແມ່ ແລະ ເອົາອາຫານເສີມໃຫ້ລາວກີນຄຽງຄູ່ກັນໄປ. ຂ້ອຍສັງເກດເຫັນວ່າລາວມີການເຕີບໂຕໄວ ແລະ ມີສຸຂະພາບແຂງແຮງດີ”.

ໂຄງການຮ່ວມມືປັບປຸງດ້ານໂພຊະນາການ (SCALING) ແມ່ນເລັງໃສ່ການປັບປຸງຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ໂພຊະນາການຂອງ 420 ບ້ານໃນ 14 ເມືອງ ຂອງແຂວງຫົວພັນ, ຫຼວງນໍ້າທາ, ຫຼວງພະບາງ ແລະ ແຂວງຜົ້ງສາລີ ໃນພາກເໜືອຂອງປະເທດລາວ ໂດຍເນັ້ນໜັກໃສ່ເດັກຍິງ, ແມ່ຍິງຖືພາ ແມ່ຍິງທີ່ພວມໃຫ້ນົມລູກ ແລະ ເດັກນ້ອຍອາຍຸ 5 ປີ ລົງມາ.

ທ່ານຮູ້ບໍ່ວ່າການໃຫ້ນົມລູກໃນໄລຍະໜຶ່ງຊົ່ວໂມງຫຼັງເກີດ (ນໍ້ານົມເຫຼືອງ) ຈະຊ່ວຍປ້ອງກັນເດັກເກີດໃໝ່ຈາກການຕິດເຊື້ອ ແລະ ສາມາດຊ່ວຍຊີວິດໄດ້?

ການລ້ຽງລູກດ້ວຍນົມແມ່ ເປັນເຄື່ອງມືປ້ອງກັນທາງທຳມະຊາດ ແລະ ເປັນຕົວຊ່ວຍຕ້ານກັບບັນດາພະຍາດຕິດຕໍ່ ແລະ ພະຍາດທີ່ຕິດຕໍ່ບໍ່ໄດ້ ຫຼາຍຊະນິດໃຫ້ແກ່ແມ່ ແລະ ເດັກອ່ອນ. ນໍ້ານົມແມ່ຈະຊ່ວຍຫຼຸດຄວາມສ່ຽງຂອງພະຍາດຖອກທ້ອງ, ພະຍາດທາງລະບົບຫາຍໃຈ, ການຕິດເຊື້ອຫູກາງ, ມະເຮັງເມັດເລືອດຂາວ ແລະ ພະຍາດຫືດໃນເດັກນ້ອຍ ພ້ອມທັງປະກອບສ່ວນສ້າງຄວາມເຂັ້ມແຂງໃຫ້ລະບົບພູມຄຸ້ມກັນ ໂດຍຜ່ານສານພູມຕ້ານທານທີ່ໄດ້ຈາກນໍ້ານົມແມ່. ນອກນີ້, ການລ້ຽງລູກດ້ວຍນົມແມ່ຍັງຊ່ວຍຫຼຸດຄວາມສ່ຽງໃນການເປັນມະເຮັງເຕົ້ານົມໃຫ້ຜູ້ເປັນແມ່.

ການລ້ຽງລູກດ້ວຍນົມແມ່ ມີຄວາມສໍາຄັນຕໍ່ສຸຂະພາບໃນທຸກຊ່ວງຊີວິດຂອງເດັກ ແລະ ຊ່ວຍຫຼຸດຄ່າໃຊ້ຈ່າຍໃຫ້ແກ່ລະບົບສາທາລະນະສຸກ ແລະ ຄອບຄົວ. ການລ້ຽງລູກດ້ວຍນົມແມ່ ຍັງມີສ່ວນຊ່ວຍປັບປຸງການພັດທະນາສະໝອງ ແລະ ການເຂົ້າໂຮງຮຽນ ເຊິ່ງຕິດພັນໄປເຖິງການສາມາດມີລາຍຮັບທີ່ສູງຂຶ້ນເມື່ອເດັກເຕີບໂຕເປັນຜູ້ໃຫຍ່.

ການຕະຫຼາດທີ່ຊັກຈູງໃຫ້ນໍາໃຊ້ຜະລິດຕະພັນແທນນໍ້ານົມແມ່ ເປັນໄພຂົ່ມຂູ່ຕໍ່ກັບຫຼັກການປະຕິບັດທາງທໍາມະຊາດ ທີ່ມີຄວາມສໍາຄັນນີ້. ເປົ້າໝາຍຫຼັກຂອງບັນດາບໍລິສັດຜະລິດອາຫານຂະໜາດໃຫຍ່ແມ່ນເຮັດການຕະຫຼາດສຳລັບຜະລິດຕະພັນຂອງຕົນເທົ່ານັ້ນ ໂດຍບໍ່ໄດ້ໃສ່ໃຈ ແລະ ຄຳນືງເຖີງຜົນຕາມມາພາຍຫຼັງ. ເວົ້າອີກຢ່າງໜຶ່ງຄື ຜູ້ຜະລິດນົມຜົງສໍາລັບເດັກນ້ອຍມີໜ້າທີ່ເພີ່ມຍອດຂາຍນົມຜົງ ແລະ ຊັກຈູງໃຫ້ແມ່ທີ່ເກີດລູກໃໝ່ເຂົ້າໃຈວ່າຜົນປະໂຫຍດຂອງຜະລິດຕະພັນທາງໂພຊະນາການຂອງພວກເຂົາທຽບເທົ່າໄດ້ກັບການລ້ຽງລູກດ້ວຍນົມແມ່. ແຜນການຫາກຳໄລເພີ່ມຂອງບໍລິສັດເຫຼົ່ານີ້ໄດ້ສົ່ງຜົນກະທົບດ້ານລົບຕໍ່ສຸຂະພາບ ຍ້ອນການໂຄສະນາຊວນເຊື່ອທີ່ຊັກຈູງໄປທາງທີ່ຜິດ ແລະ ບໍ່ຖືກຕ້ອງ.

ລັດຖະບານແຫ່ງ ສປປ ລາວ ໄດ້ບັນລຸຈຸດໝາຍສໍາຄັນໃນການຄວບຄຸມຄວາມເສຍຫາຍດັ່ງກ່າວ ດ້ວຍການຮັບຮອງເອົາກົດລະບຽບສາກົນໃນການເຮັດການຕະຫຼາດສິນຄ້າທົດແທນນໍ້ານົມແມ່ ໃນເດືອນທັນວາ 2019 ກໍ່ຄື “ດຳລັດວ່າດ້ວຍຜະລິດຕະພັນອາຫານ ແລະ ອຸປະກອນກ່ຽວກັບອາຫານສຳລັບເດັກອ່ອນ ແລະ ເດັກນ້ອຍ”.

ດຳລັດສະບັບດັ່ງກ່າວແມ່ນເພື່ອປົກປ້ອງ ແລະ ສົ່ງເສີມການລ້ຽງລູກດ້ວຍນົມແມ່ ໂດຍຫ້າມບໍ່ໃຫ້ມີກິດຈະກໍາເຄື່ອນໄຫວທາງການຕະຫຼາດທີ່ຊັກຈູງການປ່ຽນແທນນໍ້ານົມແມ່. ຜ່ານການປະຕິບັດນຳໃຊ້ກົດລະບຽບລະດັບສາກົນ ແລະ ລະດັບຊາດ, ຜົນກະທົບທີ່ເກີດຈາກການຊັກຈູງໃຫ້ໃຊ້ນົມຜົງ ທີ່ເປັນອັນຕະລາຍຕໍ່ຄວາມສໍາເລັດໃນການລ້ຽງລູກດ້ວຍນົມແມ່ຈະຖືກຫຼຸດຜ່ອນຈໍາກັດລົງ, ຊ່ວຍສະກັດກັ້ນການສ້າງຄວາມເຂົ້າໃຈທີ່ຜິດໆແກ່ຜູ້ເປັນແມ່ກ່ຽວກັບຜົນປະໂຫຍດຂອງການໃຊ້ນົມຜົງ.

ແນວໃດກໍ່ຕາມ, ເຖິງແມ່ນວ່າມີກົດໝາຍຫຼາຍສະບັບ ແລະ ລະບຽບການສາກົນທີ່ຊ່ວຍປົກປ້ອງຄວາມສໍາຄັນຂອງການລ້ຽງລູກດ້ວຍນົມແມ່, ແຕ່ການປະຕິບັດນໍາໃຊ້ກົດລະບຽບເຫຼົ່ານີ້ຍັງເຮັດບໍ່ທັນໄດ້ດີເທົ່າທີ່ຄວນ. ສະນັ້ນ, ການຈັດຕັ້ງປະຕິບັດ ແລະ ຊຸກຍູ້ໃຫ້ລ້ຽງລູກດ້ວຍນົມແມ່ໃນທົ່ວປະເທດຈະສາມາດປະກອບສ່ວນຢ່າງສໍາຄັນເຂົ້າໃນການປັບປຸງສຸຂະພາບຂອງແມ່ ແລະ ເດັກ ແລະ ຫຼຸດຜ່ອນພາລະຂອງການເຈັບເປັນ ແລະ ອັດຕາການເສຍຊີວິດທີ່ເກີດຂຶ້ນໃນສອງກຸ່ມປະຊາກອນນີ້.

ໃນໄລຍະ 10 ປີທີ່ຜ່ານມາ ສະພາບໂພຊະນາການຂອງເດັກອາຍຸຕໍ່າກວ່າ 5 ປີ ຢູ່ ສປປ ລາວ ໄດ້ຮັບການປັບປຸງໃຫ້ດີຂຶ້ນໃນຫຼາຍດ້ານ. ເຖິງຢ່າງໃດກໍ່ຕາມ, ອັດຕາການລ້ຽງລູກດ້ວຍນົມແມ່ຍັງຕໍ່າ; ມີພຽງ 45% ຂອງເດັກນ້ອຍລຸ່ມ 6 ເດືອນທີ່ໄດ້ກິນນົມແມ່ພຽງຢ່າງດຽວ (ສູນສະຖິຕິແຫ່ງຊາດ ແລະ ກະຊວງສາທາລະນະສຸກ, 2016).

ການຮ່ວມມືຂອງ ສະຫະພາບ ເອີຣົບ ຢູ່ ສປປ ລາວ ໄດ້ເອົາໃຈໃສ່ເປັນພິເສດຕໍ່ວຽກງານໂພຊະນາການ ໂດຍສະເພາະການໃຫ້ຄວາມສໍາຄັນຕໍ່ 1,000 ວັນທໍາອິດຂອງເດັກ. ຜ່ານການສະໜອງການຊ່ວຍເຫຼືອແບບຫຼາຍມິຕິ, ບັນດາໂຄງການໃນ ສປປ ລາວ ທີ່ໄດ້ຮັບການສະໜັບສະໜູນຈາກ ສະຫະພາບ ເອີຣົບ ໄດ້ຊ່ວຍຈັດຕັ້ງປະຕິບັດ ຍຸດທະສາດ ແຫ່ງຊາດ ດ້ານໂພຊະນາການ (2016-2025) ນັບແຕ່ຂັ້ນສູນກາງລົງໄປເຖິງຂັ້ນບ້ານ ແລະ ແກ້ໄຂບັນຫາວຽກງານໂພຊະນາການ ຜ່ານການປ່ຽນແປງທາງພຶດຕິກໍາ, ການສ້າງຄວາມເຂັ້ມແຂງໃຫ້ລະບົບສາທາລະນະສຸກ, ຄວາມສະເໝີພາບທາງດ້ານບົດບາດຍິງ-ຊາຍ, ສິ່ງອໍານວຍຄວາມສະດວກດ້ານສຸຂາພິບານ ແລະ ນໍ້າສະອາດ, ການກະສິກໍາເພື່ອໂພຊະນາການ ແລະ ການປະສານງານໃນແຕ່ລະກະຊວງ.

ການສະໜັບສະໜູນດ້ານງົບປະມານ ແມ່ນເປັນປັດໄຈສໍາຄັນຂອງການຮ່ວມມືສາກົນຂອງ ສະຫະພາບ ເອີຣົບ; ການຊ່ວຍເຫຼືອດັ່ງກ່າວຕິດພັນກັບການໂອນທຶນຊ່ວຍເຫຼືອໄປທີ່ຄັງເງິນແຫ່ງຊາດເພື່ອຊ່ວຍປະຕິຮູບການພັດທະນາແບບຍືນຍົງ. ໃນ ສປປ ລາວ, ການຮ່ວມມືຂອງ ສະຫະພາບ ເອີຣົບ ໄດ້ຊ່ວຍສະໜັບສະໜູນງົບປະມານຂອງລັດແບບໂດຍກົງເພື່ອບັນລຸເປົ້າໝາຍຂອງວຽກງານໂພຊະນາການເຖິງປີ 2022, ລວມທັງດໍາລັດວ່າດ້ວຍ “ການຄວບຄຸມຜະລິດຕະພັນຂອງເດັກອ່ອນ ແລະ ເດັກນ້ອຍ” ແລະ ອື່ນໆ (ດໍາລັດວ່າດ້ວຍຜະລິດຕະພັນອາຫານ ແລະ ອຸປະກອນກ່ຽວກັບອາຫານສຳລັບເດັກອ່ອນ ແລະ ເດັກນ້ອຍ).

ການຮ່ວມມືຂອງສະຫະພາບ ເອີຣົບ ຈະສືບຕໍ່ສະໜັບສະໜູນວຽກງານໂພຊະນາການຂອງຊຸມຊົນຜ່ານການເຜີຍແຜ່ ແລະ ຕິດຕາມກວດກາ ດຳລັດວ່າດ້ວຍຜະລິດຕະພັນອາຫານ ແລະ ອຸປະກອນກ່ຽວກັບອາຫານສຳລັບເດັກອ່ອນ ແລະ ເດັກນ້ອຍໃນທົ່ວປະເທດໃນແຕ່ລະຂັ້ນການປົກຄອງ ເພື່ອປົກປ້ອງການລ້ຽງລູກດ້ວຍນົມແມ່ ແລະ ສົ່ງເສີມໂພຊະນາການ ແລະ ຊີວິດການເປັນຢູ່ທີ່ດີຂອງປວງຊົນລາວທຸກທົ່ວໜ້າ.