Home Blog Page 121

ສໍ້ໂກງສັບພົນລະເມືອງ ມູນຄ່າ 800 ລ້ານກວ່າກີບ

ຕົວະເອົາງົວນຳປະຊາຊົນໄປຂາຍແລ້ວບໍ່ຈ່າຍເງິນຄືນເຈົ້າຂອງ ຕົກເປັນຜູ້ຖືກຫາສໍ້ໂກງຊັບພົນລະເມືອງອີກຄັ້ງ.

ຕາມການລາຍງານ ຈາກແຟນເພຈ ຄວາມສະຫງົບ Lao Security News ໃຫ້ຮູ້ວ່າ ເວລາ 16:00 ໂມງ ວັນທີ 31 ມັງກອນ 2022, ປກສ ກຸ່ມສີວິໄລ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ສົມທົບກັບອໍານາດການປົກຄອງບ້ານຄຳຮູ່ງ ເຂົ້າກັກຕົວ ແລະ ນຳສົ່ງ ນາງ ພອນມະລີ ອາຍຸ 33 ປີ ອາຊີບຄ້າຂາຍ ຢູ່ບ້ານຄຳຮຸ່ງ, ເມືອງໄຊທານີ ຂໍ້ກ່າວຫາ: ສໍ້ໂກງຊັບພົນລະເມືອງ ໃຫ້ ກອງບັນຊາການ ປກສ ເມືອງໄຊທານີ ນຳຕົວໄປດໍາເນີນຄະດີຕາມກົດໝາຍ.

ນາງ ພອນມະລີ (ຜູ້ຖືກຫາ) ໄດ້ຮັບສາລະພາບວ່າໃນເບື້ອງຕົ້ນວ່າ: ໄດ້ໃຊ້ຮູບການໄປເລາະຊື້ງົວນຳປະຊາຊົນ ຢູ່ເຂດເມືອງສັງທອງ. ຈາກນັ້ນ ຕົວະວ່າເອົາໄປຂາຍກ່ອນໄດ້ເງິນຈິ່ງຈະເອົາມາໃຫ້ຜູ້ເສຍຫາຍ; ຜ່ານມາມີຜູ້ຫຼົງເຊື່ອ 11 ຄົນ ລວມມູນຄ່າປະມານ 800 ລ້ານກວ່າກີບ.

ເຈົ້າໜ້າທີ່ ປກສ ກຸ່ມສີວິໄລ ໃຫ້ຮູ້ວ່າ: ຜູ້ກ່ຽວເຄີຍຖືກກັກຕົວມາແລ້ວ 1 ຄັ້ງ ຂໍ້ຫາສໍ້ໂກງຊັບພົນລະເມືອງ ທີ່ມີຜົນເສຍຫາຍ 300 ລ້ານກີບ ແລະ ໄດ້ຮັບການປ່ອຍຕົວພາງ ວັນທີ 13 ຕຸລາ 2020.

ຕໍ່ມາໄດ້ອອກມາເຄື່ອນໄຫວສໍ້ໂກງຊັບຄືເກົ່າ. ປັດຈຸບັນເຈົ້າໜ້າທີ່ ພວມດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

ຖ້າທ່ານໃດຖືກນາງ ພອນມະລີ ສໍ້ໂກງຊັບກໍໃຫ້ຮີບຮ້ອນແຈ້ງຄວາມຕໍ່ເຈົ້າໜ້າທີ່.

ນະຄອນ ໄກສອນ ພົມວິຫານ ຈັດຝຶກອົບຮົມໃຫ້ແກ່ນັກຂັບຂີ່ລົດບັນທຸກແກ່ແຮ່-ແກ່ຊາຍ

ໃນຕອນເຊົ້າຂອງວັນທີ 1 ກຸມພາ 2022 ນີ້, ຢູ່ທີ່ສະໂມສອນ ປກສ ນະຄອນ ໄກສອນ ພົມວິຫານ ໄດ້ຈັດຝຶກອົບຮົມໃຫ້ແກ່ນັກຂັບຂີ່ລົດບັນທຸກທີ່ແກ່ແຮ່-ແກ່ຊາຍໃນເທດສະບານນະຄອນຂື້ນ ໂດຍການເປັນປະທານ ຂອງທ່ານ ພັຕ ໜອນ ຄຳຫານຊະນະ ຮອງຫົວໜ້າກອງບັນຊາ ການ ປກສ ນະຄອນ ໄກສອນ ພົມວິຫານ ທັງເປັນຜູ້ຊີ້ນຳໃນຂົງເຂດວຽກງານຕຳຫຼວດຈາລະຈອນ, ມີຫົວໜ້າພະແນກຕຳຫຼວດກອງຕຳຫຼວດຈາລະຈອນ ນະຄອນ,ມີຫ້ອງການ ຍທຂນະຄອນ,ຫ້ອງການ ຄພບຕ ນະຄອນ,ມີພະນັກງານພະແນກຕຳຫຼວດກອງຕຳຫຼວດຈາລະຈອນ ແລະ ເຈົ້າຂອງລົດບັນທຸກທີ່ແກ່ແຮ່-ແກ່ຊາຍ ເຂົ້າຮ່ວມ.

ເຊີ່ງຈຸດປະສົງໃນການຝຶກອົບຮົມໃນຄັ້ງນີ້,ເພື່ອຈັດຕັ້ງຜັນ ຂະຫຍາຍບັນດານິຕິກຳຕ່າງ ທີພົວພັນເຖິງຄວາມບໍ່ເປັນລະບຽບຮຽບຮ້ອຍທາງດ້ານການສັນຈອນຕາມເສັ້ນທາງບົກ,ດຳລັດເຊັ່ນກົດໜາຍຈະຈອນທາງບົກ,ກົດໜາຍຂົນສົ່ງທາງບົກ,ລະບຽບ 107/ປສລ ດຳລັດ 568/ນຍ,ຄຳສັ່ງເລກທີ 27/ນຍ ແລະ ຄຳສັ່ງເລກທີ່ 1470/ລມຕ ແລະ ບັນດາແຈ້ງການຂອງເຈົ້ານະຄອນ ໃຫ້ເປັນຮູບປະທຳຢ່າງແຂງແຮງ ເພື່ອຄຸ້ມຄອງປົກປັກຮັກສາຄວາມສະອາດຈົບງາມ ແລະ ຄວາມເປັນລະບຽບຮຽບຮ້ອຍພາຍໃນນະຄອນ,ໃຫ້ມີຄວາມສະອາດງາມຕາ,ມີຄວາມເປັນລະບຽບປອດໄພ ຕາມທິດ 06 ສໍຂອງການສ້າງນະຄອນ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດຄື:ສໍສະຫງົບ, ສໍສະອາດ, ສໍສີຂຽວ,ສໍສະຫວ່າງ,ສໍສະເໜ່ ແລະ ສໍສີວີໄລ ໃຫ້ປະກົດຜົນເປັນຈິງ.

ເຊີ່ງເພື່ອແນ່ໃສ່ເຮັດໃຫ້ສະພາບການສັນຈອນ ການໃຊ້ລົດຖະໜົນ ຢູ່ຕາມເສັ້ນທາງບົກ,ມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍຫຼຸດຜ່ອນການລະເມີດກົດລະບຽບຈະລາຈອນ ເພື່ອຫຼຸດຜ່ອນການເກີດອຸປະຕິເຫດ,ແນໃສ່ຜູ້ປະກອບການຜູ້ໃຊ້ລົດໃຊ້ຖະໜົນເວົ້າລວມ ແລະ ເວົ້າສະເພາະບັນດາບໍລິສັດດູດແຮ່-ດູດຊາຍ ແລະ ຜູ້ຂົນສົ່ງເຄື່ອນຍ້າຍ,ແຮ່-ຊາຍ ມີຄວາມຮັບຮູ້ ແລະ ເຂົ້າໃຈຈະແຈ້ງຕໍ່ລະບຽບກົດໜາຍ ແລະ ນິຕິກຳຕ່າງໆທີ່ພົວພັນເຖິງຄວາມບໍ່ສະຫງົບ ໃນຂົງເຂດວຽກງານຈະລາຈອນ.

ຈາກນັ້ນ,ທ່ານ ຮັອຍ ເອກ ນິກສັນ ຄຳມະຫາ ຫົວໜ້າຈຸງງານໂຄສະນາກອງຈະລາຈອນ ນະຄອນ ກໍ່ໄດ້ໃຫ້ສຳພາດຜູ້ສີ່ຂ່າວຂອງນະຄອນ ໄກສອນ ພົມວິຫານ ເຊີ່ງກໍໄດ້ໃຫ້ຮູ້ວ່າ ຊື່ງຜ່ານການຝຶກອົບຮົບໃຫ້ນັກຂັບຂີ່ລົດບັນທຸກທີ່ແກ່ແຮ່-ແກ່ຊາຍນີ້ແມ່ນໄດ້ນຳພາລົງສາທິດຕົວຈິງຢູ່ບໍລິສັດທ່າອຸດົມແຮ່ຊາຍໃຫ້ກັບເຈົ້າຂອງລົດບັນທຸກທີ່ແກ່ແຮ່-ແກ່ຊາຍໃນການໃສ່ແຮ່-ຊາຍເພື່ອບໍ່ໃຫ້ມັນຕົກເຮ່ຍໃສ່ຖະໜົນ ແລະ ເສັ້ນທາງຢູ່ໃນເທດສະບານນະຄອນ ໄກສອນ ພົມວີຫານ ແລະ ເພື່ອໃຫ້ຄວາມເປັນລະບຽບຮ້ອຍພາຍໃນນະຄອນ ແລະ ໃຫ້ມີຄວາມສະອາດງາມຕາມຂື້ນຕື່ມອີກ.

ແຫຼ່ງຂ່າວ: ຫ້ອງການ ຖະແຫລ່ງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນ ໄກສອນ ພົມວິຫານ

ລົງກວດຢ່າງເຂັ້ມງວດ! ຫຼັງພົບລູກຄ້າປະເພດໄຟທຸລະກິດແຫ່ງໜຶ່ງລັກໃຊ້ໄຟຟ້າ ແລະ ດັດແປງໝໍ້ນັບໄຟ

ໃນວັນທີ 02/02/2022 ທີ່ຜ່ານມາ ລັດວິສາຫະກິດໄຟຟ້າລາວ ສາຂາແຂວງຫຼວງພະບາງ ສົມທົບກັບ ປກສ ເມືອງປາກອູ ແລະ ຄະນະປົກຄອງບ້ານຊ່າງໄຫ ລົງກວດກາໝໍ້ນັບໄຟລູກຄ້າ ຈາກກໍລະນີກວດພົບ ການລັກໃຊ້ໄຟຟ້າ ແລະ ດັດແປງໝໍ້ນັບໄຟ ຂອງລູກຄ້າປະເພດໄຟທຸລະກິດແຫ່ງໜຶ່ງ ທີ່ບ້ານຊ່າງໄຫ ເມືອງປາກອູ, ແຂວງຫຼວງພະບາງ.

ໃນເບື້ອງຕົ້ນທາງ ລັດວິສາຫະກິດໄຟຟ້າລາວ ສາຂາແຂວງຫຼວງພະບາງ ໄດ້ທໍາການຕັດໄຟ ແລະ ປົດໝໍ້ນັບໄຟດັ່ງກ່າວມອບໃຫ້ກັບເຈົ້າໜ້າທີ່ ເພື່ືື່ອດຳເນີນຄະດີ ຕາມລະບຽບກົດໝາຍ ພ້ອມທັງຄິດໄລຄ່າປັບໄໝຕໍ່ຜູ້ກະທຳຜິດດັ່ງກ່າວ ຕາມທີ່ໄດ້ລະບຸໄວ້ໃນ ຂໍ້ກໍານົດ ວ່າດ້ວຍການປະຕິບັດ ມາດຕະການຕໍ່ຜູ້ທີ່ ລັກກະແສໄຟຟ້າ ແລະ ດັດແປງໝໍ້ນັບໄຟ ເລກທີ 2162/ຟຟລ.ຝລຈ.

“ ການລັກໃຊ້ ກະແສໄຟຟ້າ ແລະ ດັດແປງໝໍ້ນັບໄຟ” ເປັນການກະທໍາຜິດທີ່ລະເມີດຕໍ່ ກົດໝາຍ ທັງທາງແພ່ງ, ທາງອາຍາ, ເຮັດໃຫ້ ລັດວິສາຫະກິດໄຟຟ້າລາວ ໄດ້ຮັບຄວາມເສຍຫາຍທາງດ້ານຊັບສິນ, ສູນເສຍລາຍຮັບອັນມະຫາສານ ຈາກການ ຖືກລັກໃຊ້ກະແສໄຟຟ້າ; ສໍາຄັນກ່ວານັ້ນ ການກະທໍາດັ່ງກ່າວເປັນການກະທໍາທີ່ອັບປະໂຫຍດ ເພາະອາດຈະເກີດຄວາມ ເສຍຫາຍ ຕໍ່ຊີວິດ ແລະ ຊັບສິນ ຕໍ່ຜູ້ທີ່ລັກໃຊ້ ກະແສໄຟຟ້າ ແລະ ຕໍ່ສັງຄົມອີກດ້ວຍ.

ເພື່ອຄວາມປອດໄພໃນການໃຊ້ໄຟຟ້າ ແລະ ຫລຸດຜ່ອນຜົນກະທົບທີ່ອາດຈະເກີດຂື້ນ, ຖ້າທ່ານພົບເຫັນ ການລັກໃຊ້ກະ ແສໄຟຟ້າ ແລະ ດັດແປງໝໍ້ນັບໄຟ ກະລຸນາໂທສາຍດ່ວນ ຟຟລ 0711199 ຂໍ້ມູນຂອງທ່ານຈະຖືກເກັບໄວ້ເປັນຄວາມລັບ.

ພິທີມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານ ສຊປລ

ໃນວັນທີ 2 ກຸມພານີ້ ທີ່ສູນກາງຊາວໜຸ່ມ ໄດ້ຈັດພິທີມອບ-ຮັບໜ້າທີ່ ລະຫວ່າງເລ ຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນ ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ຮອງປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍພະນັກງານການນຳ ສຊປລ ເຂົ້າຮ່ວມ.

ທ່ານ ທອງຈັນ ໂຂງພູຄຳ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານຄຳສັ່ງຂອງກົມການເມືອງສູນກາງພັກ ວ່າດ້ວຍ ການຍົກຍ້າຍ ສະຫາຍ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານ ສຊປລ ຜູ້ເກົ່າ ໄປຮັບໜ້າທີ່ໃໝ່ ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຜ່ານຄຳສັ່ງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍ ການຍົກຍ້າຍ ສະ ຫາຍ ບຸນຕາ ເທບພະວົງ ກຳມະ ການສຳຮອງສູນກາງພັກ ສະມາ ຊິກສະພາແຫ່ງຊາດ ຮອງເລຂາຄະນະບໍລິຫານງານ ສຊປລ ໄປຮັບໜ້າທີ່ ໃໝ່ທີ່ສະພາແຫ່ງຊາດ, ຜ່ານມະຕິຕົກລົງຂອງກົມການເມືອງສູນກາງພັກ ວ່າດ້ວຍ ການແຕ່ງຕັ້ງ ສະຫາຍ ມອນໄຊ ລາວມົວຊົ່ງ ກຳມະການສຳຮອງສູນ ກາງພັກ ຮອງເຈົ້າແຂວງຫຼວງພະບາງ ເປັນເລຂາຄະນະບໍລິຫານງານພັກ ເລຂາຄະນະບໍລິຫານງານ ສຊປລ ຜູ້ໃໝ່.

ໃນພິທີດັ່ງກ່າວ ສະຫາຍ ບຸນທອງ ຈິດມະນີ ກໍໄດ້ໂອລົມເພື່ອເປັນເຂັມທິດເຍື່ອງທາງບາງຕອນວ່າ: ການຍົກຍ້າຍສັບປ່ຽນໜ້າທີ່ ຖືວ່າເປັນເລື່ອງປົກກະຕິຂອງລະບົບການຈັດຕັ້ງພັກ-ລັດ ທີ່ຕ້ອງມີ ການປັບປຸງສັບຊ້ອນໄປຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນແຕ່ລະໄລຍະ ຊຶ່ງເປັນວຽກປົກກະຕິ ແລະ ແມ່ນຫຼັກການອັນໜຶ່ງຂອງພັກເຮົາ ໃນວຽກພະນັກງານ ເພື່ອປະຕິບັດຕາມທິດການແຕ່ງຕັ້ງ, ສັບຊ້ອນ, ຈັດວາງ ພະນັກງານໃຫ້ ມີຂຶ້ນ ມີລົງ, ມີເຂົ້າ ມີອອກ ແລະ ການສັບປ່ຽນບ່ອນປະຈຳການຂອງພະນັກງານຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານ ພ້ອມທັງເປັນການຍົກລະດັບພະນັກງານການນຳຂັ້ນສູງໃຫ້ມີຄວາມຮູ້, ຄວາມສາມາດ ໃນວຽກງານຕົວຈິງຮອບດ້ານຫຼາຍຂຶ້ນ.

ພ້ອມນັ້ນ ສະຫາຍ ບຸນທອງ ຈິດມະນີ ໄດ້ສະເໜີໃຫ້ເລຂາຄະນະບໍລິຫານງານ ສຊປລ ຜູ້ ໃໝ່, ຄະນະເລຂາທິການ, ຄະນະບໍລິຫານງານ ສຊປລ ແລະ ພະ ນັກງານທີ່ຮັບຜິດຊອບວຽກງານຊາວໜຸ່ມ-ເຍົາວະຊົນໃນຂອງເຂດທົ່ວປະເທດ ຈົ່ງເອົາໃຈໃສ່ບາງບັນຫາດັ່ງນີ້:

  • ສືບຕໍ່ຄົ້ນຄວ້າຕີລາຄາຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມຄັ້ງທີ VIII, ການປະຕິບັດຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມ, ຂໍ້ແຂ່ງຂັນ 3 ດີ 4 ຮູ້
  • ເສີມຂະຫຍາຍມູນເຊື້ອອັນດີງາມ, ເພີ່ມທະວີຄວາມສາມາດໃນການເຕົ້າໂຮມຄວາມສາມັກຄີ ແລະຄວາມເປັນເອກະພາບພາຍໃນຄະນະພັກ
  • ເພີ່ມທະວີການນໍາພາວຽກງານການເມືອງ, ນໍາພາແນວຄິດແນໃສ່ຮັບປະກັນໃຫ້ຄະນະພັກແຕ່ລະຂັ້ນ
  • ເອົາໃຈໃສ່ໃນການກໍ່ສ້າງ ແລະ ພັດທະນາຊາວໜຸ່ມໃຫ້ໜັກແໜ້ນເຂັ້ມແຂງ
  • ເອົາໃຈໃສ່ວຽກງານປັບປຸງການຈັດຕັ້ງໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ໂດຍສຸມໃສ່ປັບປຸງກົງຈັກການຈັດຕັ້ງໃຫ້ກະທັດຮັດແຕ່ສາມາດເສີມຂະຫຍາຍບົດ ບາດ
  • ເອົາໃຈໃສ່ປັບປຸງລະບອບ, ລະບຽບ, ກົນໄກໃຫ້ສະດວກວ່ອງໄວຂຶ້ນ
  • ເອົາໃຈໃສ່ໃນການຊີ້ນໍາ-ນໍາພາວຽກງານວິຊາສະເພາະກໍຄືວຽກງານຂະບວນການຂອງຊາວໜຸ່ມໃຫ້ມີຂະບວນການຟົດຟື້ນປະຕິວັດກວ່າເກົ່າ
  • ເພີ່ມທະວີວຽກງານຕິດຕາມ, ກວດກາໃຫ້ແທດເຖິງ, ເຂັ້ມງວດ ແລະ ສາມາດປະຕິບັດບົດບາດ

 ແຫຼ່ງຂ່າວ: Lao National Radio

ໂຄງການຊ່ວຍເຫລືອລ້າກໍ່ສ້າງບ້ານຈັດສັນ ສຳເລັດເກືອບ 100%

ໂຄງການກໍ່ສ້າງບ້ານຈັດສັນ ທີ່ຖືກຜົນກະທົບຈາກ ໂຄງການລົດໄຟ ລາວ-ຈີນ ສຳເລັດເກືອບ 100%

ໂຄງການຊ່ວຍເຫລືອລ້າໃນການກໍ່ສ້າງບ້ານຈັດສັນ ທີ່ຖືກຜົນກະທົບຈາກໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ມາເຖິງທ້າຍເດືອນມັງກອນ 2022 ນີ້ ໂຄງການດັ່ງກ່າວ ໄດ້ສຳເລັດການກໍ່ສ້າງອາ ຄານເຮືອນທັງໝົດ 159 ຫລັງ ສຳເລັດ 100%, ເສັ້ນທາງພາຍນອກ 90%, ເສັ້ນທາງພາຍໃນ 100%, ຫ້ອງການບ້ານ, ສຸກສາລາ, ໂຮງຮຽນອານຸບານ, ໂຮງຮຽນປະຖົມ, ໄຟ ຟ້າ, ນ້ຳປະປາແມ່ນ 100% ລວມສະພາບຄວາມຄືບໜ້າທີ່ສຳເລັດແມ່ນ 96%.

ໃນໂອກາດ ທ່ານ ພົນຕີ ວົງສັກ ພັນທະວົງ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 3, ຄະນະປະຈໍາສະພາແຫ່ງຊາດ, ປະທານກໍາມາທິການ ປກຊ-ປກສ ສະພາແຫ່ງຊາດ ພ້ອມຄະນະ ລົງຊຸກຍູ້, ຕິດຕາມກວດກາ ແລະ ເປີດກອງປະຊຸມຮ່ວມ ໂຄງ ການຊ່ວຍເຫລືອລ້າ ກໍ່ສ້າງບ້ານຈັດສັນທີ່ຖືກຜົນກະທົບຈາກ ໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ແລະ ດ່ານບໍ່ເຕ່ນແດນງາມ ໃນວັນທີ 29 ມັງກອນ ຜ່ານມານ ໂດຍທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ກັບການຈັດຕັ້ງປະຕິບັດວຽກງານ ເຫັນວ່າໄດ້ຮັບຜົນສຳເລັດຫລາຍດ້ານ ໂດຍສະເພາະໂຄງການກໍ່ສ້າງບ້ານຈັດສັນ ສຳເລັດເກືອບ 100%.

ສ່ວນບັນຫາທີ່ພົບຄວາມຫຍຸ້ງຍາກ ຂໍຮຽກຮ້ອງໃຫ້ທຸກພາກສ່ວນ ພ້ອມກັນຈັດຕັ້ງປະຕິບັດໃຫ້ລຸລ່ວງຕາມເປົ້າໝາຍທີ່ວາງໄວ້ ແລະ ຄຳສະເໜີຕ່າງໆທາງແຂວງ ກໍຄື ສູນກາງຈະນຳໄປສະເໜີ, ປຶກສາຫາລືຂັ້ນເທິງຊອກທິດທາງແກ້ໄຂ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານຕໍ່ໜ້າ ໃຫ້ມີຄວາມຖືກຕ້ອງສອດຄ່ອງກັບສະພາບວຽກງານຕົວຈິງ.

ແຫຼ່ງຂ່າວ: ຂປລ

ຈາກໄປຕື່ມອີກ +5 ຕິດເຊື້ອໃໝ່ຫຼຸດລົງເຫຼືອ 400

ລາຍງານປະຈຳວັນທີ 3 ກຸມພາ 2022 ຈາກສູນຂ່າວສານການແພດສຸຂະສຶກສາ

ຜູ້ເສຍຊີວິດໃໝ່ຈາກໂຄວິດ-19 ຍັງມີຢູ່ແຕ່ລະວັນ ແລະ ຮອດປັດຈຸບັນນະຄອນຫຼວງວຽງຈັນຍັງມີຍອດຜູ້ຕິດເຊື້ອ ແລະ ເສຍຊີວິດສູງກວ່າໝູ່.

ລາຍລະອຽດເພີ່ມເຕີມພາຍຫຼັງ

ບ້ານນາຫຼວງ ນະຄອນຫຼວງພະບາງ ພົບເຫັນການລັກໃຊ້ໄຟຟ້າ ແລະ ດັດແປງໝໍ້ນັບໄຟ

ຕາມການລາຍງານຈາກ ແຟນເພຈ ຂອງລັດວິສາຫະກິດໄຟຟ້າລາວ ສາຂາແຂວງຫຼວງພະບາງໃຫ້ຮູ້ວ່າ: ໃນຕອນທ່ຽງຂອງວັນທີ 01 ກຸມພາ 2022 ລັດວິສາຫະກິດໄຟຟ້າລາວ ສາຂາແຂວງຫຼວງພະບາງ ສົມທົບກັບ ປກສ ກຸ່ມມະໂນ ແລະ ປກສ ບ້ານນາຫຼວງ ລົງກວດກາໝໍ້ນັບໄຟລູກຄ້າ ຈາກກໍລະນີກວດພົບ ການລັກໃຊ້ໄຟຟ້າ ແລະດັດແປງໝໍ້ນັບໄຟ ຂອງ ຜູ້ຊົມໃຊ້ໄຟຟ້າ ປະເພດທີ່ຢູ່ອາໄສ ຢູ່ບ້ານນາຫຼວງ ນະຄອນຫຼວງພະບາງ ແຂວງຫຼວງພະບາງ.

ໃນເບື້ອງຕົ້ນທາງ ລັດວິສາຫະກິດໄຟຟ້າລາວ ສາຂາແຂວງຫຼວງພະບາງ ໄດ້ທໍາການຕັດໄຟ ແລະປົດໝໍ້ນັບໄຟໜ່ວຍດັ່ງກ່າວ ແລະ ມອບໃຫ້ກັບເຈົ້າໜ້າທີ່ ເພື່ືື່ອດຳເນີນຄະດີ ຕາມລະບຽບກົດໝາຍ ພ້ອມທັງຄິດໄລຄ່າປັບໄໝຕໍ່ຜູ້ກະທຳຜິດດັ່ງກ່າວ ຕາມທີ່ໄດ້ລະບຸໄວ້ໃນ ຂໍ້ກໍານົດ ວ່າດ້ວຍການປະຕິບັດ ມາດຕະການຕໍ່ຜູ້ທີ່ ລັກກະແສໄຟຟ້າ ແລະ ດັດແປງໝໍ້ນັບໄຟ ເລກທີ 2162/ຟຟລ.ຝລຈ.

ທ້ອ

“ ການລັກໃຊ້ ກະແສໄຟຟ້າ ແລະດັດແປງໝໍ້ນັບໄຟ” ເປັນການກະທໍາຜິດທີ່ລະເມີດຕໍ່ ກົດໝາຍ ທັງທາງແພ່ງ, ທາງອາຍາ, ເຮັດໃຫ້ ລັດວິສາຫະກິດໄຟຟ້າລາວ ໄດ້ຮັບຄວາມເສຍຫາຍທາງດ້ານຊັບສິນ, ສູນເສຍລາຍຮັບອັນມະຫາສານ ຈາກການ ຖືກລັກໃຊ້ກະແສໄຟຟ້າ; ສໍາຄັນກ່ວານັ້ນ ການກະທໍາດັ່ງກ່າວເປັນການກະທໍາທີ່ອັບປະໂຫຍດ ເພາະອາດຈະເກີດຄວາມ ເສຍຫາຍ ຕໍ່ຊີວິດ ແລະ ຊັບສິນ ຕໍ່ຜູ້ທີ່ລັກໃຊ້ ກະແສໄຟຟ້າ ແລະ ສັງຄົມອີກດ້ວຍ.

ເພື່ອຄວາມປອດໄພໃນການໃຊ້ໄຟຟ້າ ແລະຫລຸດຜ່ອນຜົນກະທົບທີ່ອາດຈະເກີດຂື້ນ, ຖ້າທ່ານພົບເຫັນ ການລັກໃຊ້ກະແສໄຟຟ້າ ແລະດັດແປງໝໍ້ນັບໄຟ ກະລຸນາໂທສາຍດ່ວນ ຟຟລ 0711199 ຂໍ້ມູນຂອງທ່ານຈະຖືກເກັບໄວ້ເປັນຄວາມລັບ, ພ້ອມດຽວກັນນັ້ນ ທ່ານຍັງຈະໄດ້ຮັບການສົມມະນາບຸນຄຸນ ຕາມທີ່ໄດ້ລະບຸໄວ້ໃນ ໝວດທີ III ມາດຕາ 6 ການປະຕິບັດ ນະໂຍບາຍຕໍ່ຜູ້ທີ່ມີຜົນງານ ຂອງ “ ຂໍ້ກໍານົດ ວ່າດ້ວຍການປະຕິບັດ ມາດຕະການຕໍ່ຜູ້ທີ່ ລັກກະແສໄຟຟ້າ ແລະ ດັດແປງ ໝໍ້ນັບໄຟ”

ກໍ່ສ້າງເສັ້ນທາງຮ່ອມເບຕົງ ເຂົ້າໂຮງຮຽນປະຖົມ ບ້ານແສງຈະເລີນ

ທ່ານ ທອງສີ ມະນີລັດ ຮອງຫົວໜ້າຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເມືອງພຽງ ແຂວງໄຊຍະບູລີ ໄດ້ລົງຕິດຕາມຊຸກຍູ້ໂຄງການກໍ່ສ້າງເສັ້ນທາງຮ່ອມເບຕົງເຂົ້າໂຮງຮຽນປະຖົມບ້ານແສງຈະເລີນ ຫວ່າງບໍ່ດົນມານີ້ ໂດຍມີຄະນະພັກ, ອົງການປົກຄອງບ້ານ ພ້ອມດ້ວຍປະຊາຊົນພາຍໃນບ້ານດັ່ງກ່າວເຂົ້າຮ່ວມ.

ໂຄງການກໍ່ສ້າງເສັ້ນທາງຮ່ອມເບຕົງ ເຂົ້າໂຮງຮຽນປະຖົມ ບ້ານແສງຈະເລີນ ໄດ້ເລີມລົງມືກໍ່ສ້າງມາແຕ່ວັນທີ 23 ມັງກອນ 2021 ເປັນຕົ້ນມາ, ມາຮອດປັດຈຸບັນແມ່ນສຳເລັດແລ້ວຮ້ອຍສ່ວນຮ້ອຍ ຊຶ່ງເປັນເສັ້ນທາງຊອຍເບຕົງທີ 3 ຂອງບ້ານ ລວມມູນຄ່າໃນການກໍ່ສ້າງທັງໝົດ 45 ລ້ານກີບ ໂດຍໃຊ້ທຶນຂອງປະຊາຊົນພາຍໃນບ້ານ 30 ລ້ານກວ່າກີບ, ທຶນສົມທົບຂອງເມືອງ 5 ລ້ານກີບ, ກອງທຶນພັດທະນາບ້ານ 9 ລ້ານກີບ ແລະ ທຶນສົມທົບຂອງພໍ່ແມ່ຜູ້ປົກຄອງເດັກ ແລະ ສິດເກົ່າ 9 ແສນກີບ ຊຶ່ງມີຄວາມຍາວທັງໝົດ 50 ກວ່າແມັດ, ກວ້າງ 4,5 ແມັດ ສຳລັບແຮງງານໃນການກໍ່ສ້າງແມ່ນແຮງງານຂອງປະຊາຊົນພາຍໃນບ້ານ ຊຶ່ງໄດ້ແບ່ງເປັນ 3 ໜ່ວຍຄອບຄົວຕໍ່ມື້ ເພື່ອເຮັດໃຫ້ປະຊາຊົນພາຍໃນບ້ານກໍຄືນັກຮຽນມີຄວາມສະດວກສະບາຍໃນການສັນຈອນໄປມາ ແລະ ເຮັດໃຫ້ແຜນພັດທະນາພື້ນຖານໂຄງລ່າງຂອງບ້ານບັນລຸຕາມຄາດໝາຍທີ່ໄດ້ວາງໄວ້.

ແຫຼ່ງຂ່າວ: ປະຊາຊົນ

ປະກາດ 13 ບ້ານ ຢຸດຕິການຖ່າຍຊະຊາຍ ເມືອງອາດສະພອນ ແຂວງສະຫວັນນະເຂດ

ເມືອງອາດສະພອນ ໄດ້ກໍານົດ ເອົາ 13 ບ້ານ ໃຫ້ເປັນບ້ານທີ່ເຂົາເຈົ້າພາກັນເອີ້ນວ່າບ້ານຊຸມຊົນ ເປັນເຈົ້າການດ້ານສຸຂະນາໄມມີ ບ້ານນາໝາກເກືອ, ນາແສນນາມ, ດົງນາງາມ, ນາເດື່ອ, ໂນນແຕ້, ນາແຄ, ສີນົນໄຊ, ສົ້ມໂຮງ, ວັງໄຮ, ໜອງບົວ, ສອງຫ້ອງ, ນາຂອນ ຍາງ ແລະ ບ້ານຫີນສິ່ວ ທີ່ກາຍເປັນບ້ານຢຸດຕິການຖ່າຍຊະຊາຍ ຊຶ່ງທາງພາກສ່ວນກ່ຽວຂ້ອງໄດ້ດໍາເນີນຈັດຕັ້ງປະຕິບັດແຕ່ປີ 2019 ເປັນຕົ້ນມາ.

ຊຶ່ງໄດ້ຮັບການຊ່ວຍເຫລືອຈາກ ໂຄງການ SNV ໂດຍໄດ້ກະຕຸ້ນໃຫ້ຊຸມຊົນເປັນເຈົ້າ ການໃນການສ້າງວິດຖ່າຍດ້ວຍ ທຶນຂອງປະຊາຊົນເອງ ແລະທຶນ ຂອງໂຄງການທີ່ມອບໃຫ້ທີມງານຂັ້ນແຂວງ ແລະ ເມືອງອາດສະພອນ ເພື່ອໃຫ້ປະຊາຊົນມີການ ປ່ຽນແປງພຶດຕິກໍາ ເພື່ອຢຸດຕິການຖ່າຍຊະຊາຍ.

ຈາກການກະຕຸ້ນກ່ຽວກັບ ວຽກງານຊຸມຊົນເປັນເຈົ້າການ ດ້ານສຸຂະອະນາໄມໂດຍມີທີມ ງານ ຊຈສ ຂັ້ນເມືອງ ແລະແຂວງສະຫວັນນະເຂດ ໂດຍມີປະຊາຊົນພາຍໃນເມືອງສະເໜີການເຂົ້າຮ່ວມສົນໃຈ ແລະ ຮ່ວມມືກັບໂຄງການ 12.655 ຫຼັງຄາເຮືອນ ເພີ່ມຂຶ້ນ ມາເປັນ 12.976 ຫຼັງຄາເຮືອນ.

ໃນນີ້ ທາງເມືອງອາດສະພອນ ໄດ້ກໍານົດເອົາ 13 ບ້ານ ດ້ວຍການສ້າງຊຸມຊົນເປັນເຈົ້າ ການດ້ານສຸຂະອະນາໄມ ຊຶ່ງໄດ້ກໍາ ນົດ ໃນ 4 ຫົວຂໍ້ ຂອງວຽກງານ ຊຈສ ເຫັນວ່າມີປະຊາຊົນໄດ້ນໍາ ໃຊ້ວິດຖ່າຍຖືກຫຼັກອະນາໄມ 100%, ການເຮັດອະນາໄມຮ່າງ ກາຍ ແລະການລ້າງມືໃສ່ສະບູ 95%, ການບໍາບັດນໍ້າດື່ມ-ນໍ້າໃຊ້ ໃນຄົວເຮືອນ 95% ແລະການ ອະນາໄມສິ່ງແວດລ້ອມປະຕິບັດ ໄດ້ 95% ໂດຍໄດ້ສ້າງວິດຖ່າຍ ໃນຄົວເຮືອນໄດ້ 49 ຫລັງຄາ ເຮືອນ, ເພີ່ມຂຶ້ນ 0,78% ແລະວິດ ຖ່າຍໃຊ້ຮ່ວມ 97 ຫລັງຄາເຮືອນ ອັນໄດ້ເຮັດໃຫ້ ປະຊາຊົນມີຄວາມຕື່ນຕົວສາມາດສ້າງວິດຖ່າຍດ້ວຍຕົວເອງໄດ້ 100%.

ດັ່ງນັ້ນ, ໃນວັນທີ 25 ມັງກອນ 2022 ເມືອງອາດສະພອນ ກໍ່ໄດ້ປະກາດ ຢ່າງເປັນທາງການ 13 ບ້ານ ໃຫ້ເປັນບ້ານທີ່ຢຸດຕິການຖ່າຍຊະຊາຍ ໂດຍມີທ່ານ ນາງ ຫລິງທອງ ແສງຕາວັນ ຮອງເຈົ້າ ແຂວງໆສະຫວັນນະເຂດ ເຂົ້າຮ່ວມສະແດງຄວາມຍິນດີທີ່ອໍາ ນາດການປົກຄອງທ້ອງຖິ່ນ ແລະ ພໍ່ແມ່ປະຊາຊົນ ໄດ້ຖືເອົາວຽກງານ ສຸຂະສຶກສາກ່ຽວກັບການຮັກສາສຸຂະພາບ ກາຍເປັນຄວາມຮັບຜິດ ຊອບຂອງໝົດທຸກຄົນ ໂດຍໄດ້ ພ້ອມກັນປູກຈິດສໍານຶກໃນວຽກ ງານສຸຂານາໄມເປັນຕົ້ນແມ່ນ ການຮັກສາອະນາໄມ3ສະອາດ ທີ່ມີການປ່ຽນແປງຈາກແນວ ຄິດເດີມ ດ້ວຍການມອບໃບຍ້ອງຍໍ ສັນລະເສີນໃຫ້ກັບອໍານາດການ ປົກຄອງທ້ອງຖິ່ນຈາກທ່ານເຈົ້າ ເມືອງອາດສະພອນ.

ປກສ ແຂວງຄຳມ່ວນມ້າງລາຍຄະດີຢາເສບຕິດ ຈັບຜູ້ຖືກຫາ 01 ຄົນ

ໃນທ້າຍເດືອນມັງກອນ ທີ່ຜ່ານມາ ເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຄຳມ່ວນ ໄດ້ຮັບການລາຍງານຂ່າວຈາກພົນລະເມືອງດີວ່າ: ຈະມີກຸ່ມແກ໋ງຄ້າຂາຍ ຈຳໜ່າຍ ນັດສົ່ງຢາເສບຕິດ ຢູ່ເຂດບ້ານໃໝ່ໂພສີ ເມືອງທ່າແຂກ ແຂວງຄຳມ່ວນ, ເມື່ອໄດ້ຮັບການລາຍງານຈາກແຫຼ່ງຂ່າວຄືແນວນັ້ນ ທາງເຈົ້າໜ້າທີ່ວິຊາສະເພາະ ຈຶ່ງໄດ້ລົງຕິດຕາມຢູ່ເຂດດັ່ງກ່າວເຫັນວ່າມີມູນຄວາມຈິງແທ້. ຕົກມາຮອດເວລາ 13:00 ໂມງ ຂອງວັນດຽວກັນ ແມ່ນເຫັນເປົ້າໝາຍ ຍ່າງເຂົ້າມາເຮືອນຂອງຕົນ ດັ່ງນັ້ນທາງເຈົ້າໜ້າທີ່ພວກເຮົາຈຶ່ງໄດ້ສະແດງຕົວນຳກຳລັງເພື່ອເຂົ້າຈັບກຸມ ແລະ ສາມາດກັກຕົວຜູ້ຕ້ອງຫາໄດ້ 01 ຄົນ ພ້ອມທັງ ໄດ້ກວດຄົ້ນເຮືອນຂອງຜູ້ກ່ຽວຈິ່ງພົບເຫັນຢາບ້າ ຈຳນວນ 01 ມັດ, ເທົ່າກັບ 2.000 ເມັດ ແລະ ຢາໄອສ໌ 01 ຖົງນ້ອຍ, ນອກນັ້ນຍັງໄດ້ກວດພົບປືນແກັບ 01 ກະບອກ, ປືນລົມ 01 ກະບອກທີ່ໄດ້ຊຸກເຊື່ອງໄວ້ຢູ່ຫ້ອງນອນຂອງຜູ້ກ່ຽວ.

ຜ່ານການສືບສວນ-ສອບສວນ ທ້າວ ພົມມາ ຄຳມະນີ ອາຍຸ 28 ປີ, ອາຊີບ ເຮັດນາ, ຢູ່ບ້ານໃໝ່ໂພສີ ເມືອງທ່າແຂກ ແຂວງຄຳມ່ວນ, ຜູ້ກ່ຽວຍອມຮັບສາລະພາບວ່າ ຢາບ້າຈຳນວນດັ່ງກ່າວ ແມ່ນເປັນຂອງຜູ້ກ່ຽວແທ້ ເຊິ່ງໄດ້ຊື້ມາຈາກກຸ່ມແກ໋ງດຽວກັນ ເພື່ອນຳມາເສບ ແລະ ນຳໄປຈຳໜ່າຍຕໍ່ໃຫ້ກັບໄວລຸ້ນທົ່ວໄປໃນເທສະບານເມືອງທ່າແຂກ.

ປະຈຸບັນຄະດີດັ່ງກ່າວທາງເຈົ້າໜ້າທີ່ຕຳຫຼວດ ພວກເຮົາແມ່ນກຳລັງດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ ແລະ ສືບສວນ-ສອບສວນຫາຜູ້ຮ່ວມຂະບວນການຄ້າຂາຍ ແລະ ຈຳໜ່າຍຢາເສບຕິດໃນຄັ້ງນີ້ມາດຳເນີຄະດີຕາມລະບຽບກົດໝາຍຕໍ່ໄປ.

ແຫຼ່ງຂ່າວ ແລະ ພາບຈາກ: Khammouane News