ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ອອກແຈ້ງການ ເລື່ອງ: ອະນຸມັດຈັດງານກິດຈະກຳບຸນຊ້າງໄຊຍະບູລີ 2022

ລາຍລະອຽດຕາມແຈ້ງການ
ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ອອກແຈ້ງການ ເລື່ອງ: ອະນຸມັດຈັດງານກິດຈະກຳບຸນຊ້າງໄຊຍະບູລີ 2022

ລາຍລະອຽດຕາມແຈ້ງການ
ມູນຄ່າການນໍາເຂົ້າ-ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນມັງກອນ 2022, ບັນລຸໄດ້ປະ ມານ 1.156 ລ້ານໂດລາສະຫະລັດ, ໃນນັ້ນ, ມູນຄ່າການສົ່ງອອກມີ ປະມານ 598 ລ້ານໂດລາ, ມູນຄ່າການນໍາເຂົ້າມີປະມານ 557 ລ້ານໂດລາ, ຊຶ່ງເກີນດຸນການຄ້າປະມານ 40 ລ້ານໂດລາ (ໃນນີ້ຍັງບໍ່ລວມການສົ່ງອອກໄຟຟ້າ).
ອີງຕາມຂໍ້ມູນຈາກສູນຂໍ້ມູນຂ່າວສານດ້ານການຄ້າຂອງ ສປປ ລາວ ໃຫ້ຮູ້ວ່າ: ສິນຄ້າສົ່ງອອກຫຼັກປະກອບມີ ຄໍາປະສົມ, ຄໍາແທ່ງ, ເຈ້ຍ ແລະເຄື່ອງທີ່ເຮັດດ້ວຍເຈ້ຍ, ແຮ່ທອງ, ເຍື້ອໄມ້ ແລະເສດເຈ້ຍ, ຢາງພາລາ, ມັນຕົ້ນ, ຫມາກກ້ວຍ, ເຄື່ອງນຸ່ງຫົ່ມ, ແກ້ວ ແລະ ເຄື່ອງທີ່ເຮັດດ້ວຍແກ້ວ ແລະ ແປ້ງມັນຕົ້ນ.
ເຊິ່ງໝວດສິນຄ້ານໍາເຂົ້າຫຼັກປະກອບມີ: ພາຫະນະທາງບົກ (ນອກຈາກລົດຈັກ, ລົດໄຖ), ນ້ໍາມັນກາຊວນ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ), ຊິ້ນສ່ວນອາໄຫຼ່ລົດ (ລວມທັງຢາງ, ແວ່ນ, ໂສ້…), ສາຍໄຟຟ້າ, ເຄເບີລ, ເຄື່ອງໃຊ້ທີ່ເຮັດດ້ວຍພລາສຕິກ, ນ້ໍາມັນແອັດຊັງ, ແອັດຊັງພິເສດ, ກາສ ແລະ ສິ່ງເສດເຫຼືອຈາກ ອຸດສາຫະກໍາຜະລິດອາຫານ, ຜະລິດຕະພັນທາງເຄມີ ແລະ ຜະລິດຕະພັນການຢາ (ເພສັດຊະກໍາ).
ສ່ວນບັນດາປະເທດທີ່ ສປປ ລາວ ສົ່ງອອກຫຼັກໄດ້ແກ່:ສປ. ຈີນ ມີມູນຄ່າ 217 ລ້ານໂດລາ, ຫວຽດນາມ 110 ລ້ານໂດລາ, ໄທ 141 ລ້ານໂດລາ, ອົດສະຕຣາລີ 42 ລ້ານໂດລາ ແລະ ຍີ່ປຸ່ນ 12 ລ້ານໂດລາ ແລະ ບັນດາປະເທດທີ່ ສປປ ລາວ ນໍາເຂົ້າຫຼັກໄກ້ແກ່ ໄທ ມູນຄ່າ 254 ລ້ານໂດລາ, ຈີນ 108 ລ້ານໂດລາ, ຫວຽດນາມ 27 ລ້ານໂດລາ, ສະວິດເຊີຣ໌ແລນດ໌ 59 ລ້ານໂດລາ ແລະ ອະເມຣິກາ 41 ລ້ານໂດລາ.
ພິທີເປີດປ້າຍ ແລະ ປ່ຽນຊື່ ບ້ານສາມແຍກ ເປັນ ບ້ານສາລາພູຄູນ ຢ່າງເປັນທາງການ ໄດ້ຈັດຂື້ນໃນວັນທີ 15 ກຸມພາ 2022ນີ້ ທີ່ວັດພູຄູນ ພຸດທະນາຣາມ ໂດຍມີທ່ານ ສົມສະຫວາດ ເລັງສະຫວັດ ອະດີດກຳມະການກົມການເມືອງສູນກາງພັກ ອະດີດຮອງນາຍົກລັດຖະມົນຕີ, ມີການນຳຂອງແຂວງ, ການນຳຂອງເມືອງຕະຫຼອດຮອດຂະແໜງການຂອງເມືອງເຂົ້າຮ່ວມ.

ການປ່ຽນຊື່ ຈາກ ບ້ານສາມແຍກ ( ຊື່ເກົ່າ ) ມາເປັນ ບ້ານສາລາພູຄູນ ( ຊື່ໃໝ່ ) ເທດສະບານຕົວເມືອງພູຄູນ ແຂວງຫຼວງພະບາງ ຄໍາວ່າ “ ສາລາພູຄູນ ” ມີປະຫວັດຄວາມເປັນມາທາງດ້ານປະຫວັດສາດໃນສະໄໝຕໍ່ສູ້ປົດປອຍປະເທດຊາດ ສາມແຍກສາລາພູຄູນ ແມ່ນຈຸດຍຸດທະສາດສຳຄັນທາງດ້ານການທະຫານຂອງກຳລັງແນວລາວຮັກຊາດ ບັ້ນຮົບບຸກຕີປົດປອຍສາລາພູຄູນ ເກີດຂື້ນໃນຊຸມປີ1972-1973 ເປັນບັ້ນຮົບມ້ວນທ້າຍຂອງສະໜາມຮົບຢູ່ສປປລາວ ທີໄດ້ປະສານສົມທົບກັບບັນດາບັນຮົບໃນທົ່ວປະເທດ ເພື່ອຕີໃຫ້ຈັກກະພັດອາເມລີກາ ແລະ ລູກແຫຼ່ງຕີນມື ຍອມຈຳນົນຢ່າງສິນເຊີງ.
ແຫຼ່ງຂ່າວ: ຂ່າວສານຫລວງພະບາງ Luangprabang News
ກະຊວງພະລັງງານ ແລະ ບໍ່ແຮ່ ຈັດກອງປະຊຸມທາບທາມປະກອບຄໍາເຫັນໃສ່ຮ່າງກົດໝາຍ ວ່າດ້ວຍຄວາມປອດໄພຂອງເຂື່ອນ ຄັ້ງທີ 3 ໃນວັນທີ 17 ກຸມພາ 2022 ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫລວງວຽງຈັນ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ນາງ ຈັນສະຫວາດ ບຸບຜາ, ຮອງລັດຖະ ມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່, ທັງເປັນຫົວໜ້າຄະນະຊີ້ນໍາລວມການສ້າງຮ່າງກົດໝາຍດັ່ງກ່າວ ແລະ ທ່ານ ສີນາວາ ສຸພານຸວົງ ຮອງລັດຖະ ມົນຕີ ກະຊວງ ພະລັງງານ ແລະ ບໍ່ເເຮ່.

ຈຸດປະສົງຂອງກອງປະຊຸມຄັ້ງນີ້ ເພື່ອທາບທາມ ແລະ ຂໍຄໍາເຫັນນໍາຕາງ ໜ້າຈາກບັນດາກະຊວງ ແລະ ພາກສ່ວນຕ່າງໆ ທີ່ກ່ຽວຂ້ອງອ້ອມຂ້າງສູນ ກາງໃສ່ຮ່າງກົດໝາຍ ວ່າດ້ວຍຄວາມປອດໄພຂອງເຂື່ອນ ເຊີ່ງເປັນຮ່າງກົດ ໝາຍສ້າງຂຶ້ນໃໝ່ ພາຍຫລັງໄດ້ທາບທາມ ແລະ ຂໍຄໍາເຫັນຈາກພະແນກພະລັງງານ ແລະ ບໍ່ແຮ່ໃນແຕ່ລະແຂວງໃນທົ່ວປະເທດມາແລ້ວ 2 ຄັ້ງ ເພື່ອເຮັດໃຫ້ເນື້ອໃນຂອງຮ່າງກົດໝາຍສະບັບນີ້ສົມ, ຮັດກຸມ ແລະ ຄົບຖ້ວນຂຶ້ນກວ່າເກົ່າ ເພື່ອເອົາເຂົ້າຜ່ານໃນກອງປະຊຸມສະໄຫມສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ທີ່ຈະຈັດຂຶ້ນໃນອີກບໍ່ດົນນີ້.

ທ່ານ ນາງ ຈັນສະຫວາດ ບຸບຜາ ໃຫ້ຮູ້ວ່າ: ປັດຈຸບັນ ສປປ ລາວ ມີເຂື່ອນໄຟຟ້າ 88 ແຫ່ງ ແລະ ບໍ່ແຮ່ ອີກ 10 ແຫ່ງ. ນັບແຕ່ໄດ້ສ້າງຕັ້ງ ກະຊວງ ພະ ລັງງານ ແລະ ບໍ່ແຮ່ ໃນ ປີ 2006 ລັດຖະບານ ໄດ້ປັບປຸງກົດຫມາຍ ວ່າດ້ວຍໄຟຟ້າ ແລະ ກົດຫມາຍ ວ່າດ້ວຍແຮ່ທາດ, ລວມເຖີງສ້າງນິຕິກໍາໃຕ້ກົດ
ຫມາຍໄດ້ຫຼາຍກວ່າ 86 ສະບັບ ເພື່ອນໍາໃຊ້ສົ່ງເສີມ ແລະ ຄຸ້ມຄອງ ການລົງທຶນຂະແຫນງພະລັງງານ ແລະ ບໍ່ແຮ່ ເປັນອັນສະເພາະ. ແຕ່ໄລຍະຜ່ານມາບັນດາກົດຫມາຍ ແລະ ນິຕິກໍາທີ່ນໍາໃຊ້ຄຸ້ມຄອງຄວາມປອດໄພຂອງເຂື່ອນຢູ່ ສປປ ລາວ ຍັງມີຫນ້ອຍ ແລະ ບໍ່ທັນເຫມາະສົມກັບສະພາບການຂອງໂລກປັດຈຸບັນທີ່ມີໄພທໍາມະຊາດເກີດຂຶ້ນຫຼາຍ ແລະ ຮ້າຍແຮງ, ນິຕິກໍາທີ່ມີຍັງມີລັກ ສະນະສົ່ງເສີມການລົງທຶນ ແຕ່ບໍ່ທັນເວົ້າເຖີງຄວາມປອດໄພຫຼາຍ, ການຈັດຕັ້ງປະຕິບັດ ແລະ ບັງຄັບໃຊ້ກົດຫມາຍ ຫຼື ນິຕິກໍາຍັງບໍ່ທັນແຂງ ແຮງ, ການແບ່ງຂັ້ນຄຸ້ມຄອງ ແລະ ຄວາມຮັບຜິດຊອບໃຫ້ພາກສ່ວນຕ່າງໆ ທີ່ກ່ຽວຂ້ອງໃນດ້ານຄວາມປອດໄພຂອງເຂື່ອນ ຍັງບໍ່ທັນຈະແຈ້ງ ແລະ ລະ ອຽດ, ຄວາມຮູ້ຄວາມສາມາດ ແລະ ແລະ ອື່ນໆ. ດັ່ງນັ້ນ, ໃນປີ 2020 ລັດຖະ ບານ ຈຶ່ງໄດ້ຕົກລົງສ້າງກົດຫມາຍວ່າດ້ວຍຄວາມ ປອດໄພຂອງເຂື່ອນ ເຊີ່ງແມ່ນຫນຶ່ງໃນບັນດາກົດຫມາຍທີ່ນອນຢູ່ໃນແຜນ ການສ້າງຂອງລັດຖະ ບານ ແຕ່ປີ 2021-2025 ເພື່ອກາຍເປັນເຄື່ອງມືສໍາຄັນໃນການຄຸ້ມຄອງເຂື່ອນທຸກປະເພດໃນ ສປປ ລາວ ໃຫ້ມີປະສິດທິຜົນກວ່າເກົ່າ.
ສໍາລັບຮ່າງ ກົດໝາຍວ່າດ້ວຍຄວາມປອດໄພຂອງເຂື່ອນ ປະກອບມີ XII ພາກ, 88 ມາດຕາ. ຜ່ານມາໄດ້ຈັດກອງປະຊຸມ ທາບທາມປະກອບຄໍາເຫັນຈາກຕາງໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຕ່ລະແຂວງທົ່ວປະເທດ ມາແລ້ວ 2 ຄັ້ງ ຄື: ຄັ້ງທີ 1 ຈັດຂຶ້ນໃນວັນທີ 19 ມັງກອນ 2022 ແລະ ຄັ້ງທີ 2 ຈັດຂຶ້ນໃນວັນທີ 26 ມັງກອນ 2022.
ພາບຈາກ: ອ່ອນແສງ
ທ້າວ ພວງ ອາຍຸ 58 ປີ ປະຊາຊົນຢູ່ບ້ານດົງຂວງ ເມືອງໜອງບົກ ແຂວງຄຳມ່ວນ ຫຼົບໜີຈາກຄະດີທຳຮ້າຍຮ່າງກາຍເມຍ ແລ້ວໄປອາໄສຢູ່ນຳພີ່ນ້ອງຢູ່ບ້ານກົກເດື່ອ ນະຄອນປາກເຊ ແຂວງຈຳປາສັກ ແລ້ວກໍ່ເຫດວາງຢາເບື່ອໜູໃສ່ເຄື່ອງດື່ມນໍ້າຫວານ ໄປໄວ້ໃນຕູ້ເຢັນຂອງສອງຄອບຄົວ ຫວັງຄາດຕະກຳ ຍ້ອນບໍ່ພໍໃຈ ເຮັດໃຫ້ມີເດັກນ້ອຍເສຍຊີວິດ 2 ຄົນ ອາຍຸ 6 ປີ ແລະ 2 ປີ.

ຫຼັງຈາກນັ້ນ, ຜູ້ກ່ຽວໄດ້ເອົາຕົວຫຼົບໜີໄປຢູ່ປະເທດໄທ ໄດ້ໄລຍະໜຶ່ງ ແລ້ວຜູ້ກ່ຽວໄດ້ກັບມາອາໄສຢູ່ແຂວງຄຳມ່ວນ ກ່ອນຖືກເຈົ້າໜ້າທີ່ຈັບໄດ້ໃນທ້າຍເດືອນມັງກອນ 2022.

ເຈົ້າໜ້າທີ່ພະແນກຕຳຫຼວດສືບສວນ-ສອບສວນຄະດີອາຍາ ປກສ ແຂວງຈຳປາສັກ ໃຫ້ຮູ້ວ່າ: ເຫດການຄົນຮ້າຍວາງຢາເບື່ອໜູໃສ່ເຄື່ອງດື່ມປະເພດນໍ້າຫວານ ແມ່ນເກີດຂຶ້ນໃນວັນທີ 14 ແລະ 15 ມີນາ 2021, ເຈົ້າໜ້າທີ່ໄດ້ຮັບ ແຈ້ງຈາກອົງການປົກຄອງບ້ານກົກເດື່ອ ນະຄອນປາກເຊ ວ່າ: ທ້າວ ປານ ອາຍ 21 ປີ ແລະ ນາງ ສຸກສະໝອນ ອາຍຸ 19 ທັງສອງເປັນຜົວເມຍກັນ ພ້ອມດ້ວຍລູກ ແລະ ຫຼານສາວ ໄດ້ດື່ມນໍ້າຫວານມິລິນດາ ແລ້ວເຮັດໃຫ້ລູກ ແລະ ຫຼານສາວເສຍຊີວິດ, ສ່ວນ ທ້າວ ປານ ແລະ ສຸກສະໝອນ ແມ່ນໄດ້ນຳສົ່ງໄປປິ່ນປົວຢູ່ໂຮງໝໍ ແລະ ປອດໄພແລ້ວ.

ຫຼັງຈາກນັ້ນ, ເຈົ້າໜ້າທີ່ຈິ່ງໄດ້ ເກັບກຳຂໍ້ມູນຫຼັກຖານ ແລະ ຂຶ້ນບັນຊີເປົ້າໝາຍ ຈົນສືບຮູ້ວ່າ ຜູ້ກໍ່ເຫດຄື: ທ້າວ ພວງ ທີ່ມາອາໄສຢູ່ກັບພີ່ນ້ອງຢູ່ບ້ານກົກເດື່ອ, ພາຍຫຼັງກໍ່ເຫດຜູ້ກຽວໄດ້ເອົາຕົວຫຼົບໜີໄປຢູ່ປະເທດໄທ ແລະ ເວລາຕໍ່ມາ ຜູ້ກ່ຽວ ໄດ້ກັບມາລາວ ແລະ ໄດ້ລີ້ຊ້ອນຢູ່ແຂວງຄຳມ່ວນ.
ເຈົ້າໜ້າທີ່ ປກສ ແຂວງຈຳປາສັກ ຈຶ່ງໄດ້ປະສານຫາ ປກສ ແຂວງຄຳມ່ວນ ເພື່ອຈັບຕົວຜູ້ກ່ຽວ ແລະ ສາມາດຈັບຕົວໄດ້ໃນວັນທີ 31 ມັງກອນ 2022, ປກສ ແຂວງຄຳມ່ວນ ຈຶ່ງໄດ້ນຳຕົວ ຜູ້ກ່ຽວສົ່ງໃຫ້ ປກສ ແຂວງຈຳປາສັກ ດຳເນີນຄະດີຕາມກົດໝາຍ.
ກອງປະຊຸມເຜີຍແຜ່ຂໍ້ມູນຂ່າວສານ ເພື່ອການຈັດຕັ້ງປະຕິບັດການດັດປັບລາຄານ້ຳປະປາ ຕາມແຜນດຳເນີນທຸລະກິດປີ2019-2023 ຈັດຂຶ້ນໃນວັນທີ 16 ກຸມພາ ນີ້ ທີ່ສະໂມສອນສະພາປະຊາຊົນແຂວງເຊກອງ, ໂດຍທ່ານ ຂັນຕີ ສີລະວົງສາ ຮອງເຈົ້າແຂວງເຊກອງ,ປະທານສະພາບໍລິຫານລັດວິສາຫະກິດນໍ້າປະປາ ເຂົ້າຮ່ວມເປັນປະທານ, ມີທ່ານ ບຸນເຫຼືອ ສີລິພັນ ອຳນວຍການລັດວິສາຫະກິດນ້ຳປະປາແຂວງ ພ້ອມດ້ວຍຂະແໜງການກ່ຽວຂ້ອງ, ພະແນກການອ້ອມຂ້າງແຂວງ ແລະນາຍບ້ານ 6 ບ້ານເທສະບານ ເຂົ້າຮ່ວມ.

ທ່ານ ສີໃສ ທອງຂຳ ຮອງອຳນວຍການລັດວິສາຫະກິດນ້ຳປະປາແຂວງເຊກອງລາຍງານວ່າ: ລັດວິສາຫະກິດບໍລິການນ້ຳປະປາແຂວງເຊກອງ ມີພື້ນທີ່ບໍລິການຢູ່ 4 ຕົວເມືອງ, ປະຊາກອນໄດ້ເຂົ້າເຖິງການບໍລິການ 37 ພັນກວ່າຄົນ,ກວມ 70% ຂອງປະຊາກອນໃນຕົວເມືອງ, ສຳລັບໂຄງສ້າງລາຄານ້ຳປະປາທີ່ສະເໜີດັດປັບປີ 2020-2023 ປະກອບມີ: ປີ2019 ລາຄາສະເລ່ຍຄົວເຮືອນ 3.450 ກີບຕໍ່ແມັດກ້ອນ, ສຳນັກງານອົງການຂອງລັດ ແລະທຸລະກິດ-ການຄ້າ- ການບໍລິການອຸດສາຫະກຳ-ໂຮງແຮມ 5.300 ກີບຕໍ່ແມັດກ້ອນ, ປີ 2023 ລາຄາສະເລ່ຍຄົວເຮືອນເພີ່ມຂຶ້ນຈາກ 3.450 ກີບ ໃນປີ 2019 ເປັນ 5.100 ກີບຕໍ່ແມັດກ້ອນ, ສຳນັກງານອົງການຂອງລັດ ແລະທຸລະກິດ-ການຄ້າ- ການບໍລິການອຸດສາຫະກຳ-ໂຮງແຮມ ເພີ່ມຂຶ້ນຈາກ 5.300 ກີບຕໍ່ແມັດກ້ອນ ເປັນ 8.465 ກີບຕໍ່ແມັດກ້ອນ, ຜົນໄດ້ຮັບຈາກການດຳເນີນທຸລະກິດຂາຍນ້ຳ ປີ 2019 ໄດ້ 4 ຕື້ກ່ວາກີບ, ຄາດຄະເນປີ 2023 ໃຫ້ໄດ້ຫຼາຍກ່ວາ 9 ຕື້ກີບ, ຄາດໝາຍຜົນໄດ້ຮັບຂອງການສ້າງແຜນດຳເນີນທຸລະກິດ,ຈະສູ້ຊົນເພີ່ມມູນຄ່າຂອງຊັບສິນຈາກ 52 ຕື້ໃນປີ 2019 ເປັນ 94 ຕື້ໃນປີ 2023, ເພີ່ມອັດຕາການເຂົ້າເຖິງການບໍລິການຂອງປະຊາກອນຈາກ 70% ໃນປີ2019 ໃຫ້ໄດ້ 74% ໃນປີ 2023, ເພື່ອແນໃສ່ເຮັດໃຫ້ບັນລຸຕາມເປົ້າໝາຍຂອງລັດຖະບານວາງໄວ້ໃຫ້ໄດ້ 90% ໃນປີ 2030.

ນອກນັ້ນ ບັນດາຜູ້ເຂົ້າຮ່ວມໄດ້ແລກປ່ຽນຄໍາຄິດເຫັນ ແລະສະເໜີໃຫ້ລັດວິສາຫະກິດນໍ້າປະປາ ປັບປຸງແກ້ໄຂຄືນການຊົມໃຊ້ນໍ້າບໍ່ພຽງພໍ, ກວດກາຄືນຄຸນນະພາບນໍ້າ ແລະແກ້ໄຂລະບົບນໍ້າຮົ່ວໄຫຼ ການສູນເສຍຂອງນໍ້າ ທັງນີ້ເພື່ອປະເມີນການບໍລິຫານຈັດການນໍ້າໃຫ້ມີຄຸນນະພາບ, ສະຖຽນລະພາບ ແລະຍືນຍົງ.

ໂອກາດດຽວກັນທ່ານ ຂັນຕີ ສີລະວົງສາ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດການຈັດຕັ້ງປະຕິບັດວຽກງານນ້ຳປະປາໃນໄລຍະຜ່ານມາ, ພ້ອມທັງເນັ້ນໃຫ້ຜູ້ບໍລິຫານນ້ຳປະປາ ແລະພະນັກງານວິຊາການ ສືບຕໍ່ປັບປຸງການບໍລິການໃຫ້ໄດ້ດີກວ່າເກົ່າ, ເອົາໃຈໃສ່ໃນການບໍລິການສະໜອງນ້ຳໃຫ້ປະຊາຊົນນຳໃຊ້ນ້ຳຢ່າງພຽງພໍ ແລະຈັດຕັ້ງປະຕິບັດໂຄງການກໍ່ສ້າງຕາໜ່າງນໍ້າປະປາ ຢູ່ເມືອງ ລະມາມ ແລະເມືອງດາກຈຶງ ໃຫ້ສໍາເລັດຕາມແຜນການວາງໄວ້ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງສັງຄົມ.
ຂ່າວ: ພຸດທະສອນ (ນັກຂ່າວແຂວງເຊກອງ)
ຕາມການລາຍງານຈາກສູນຂ່າວສານຫານແພດປະຈຳວັນທີ 17/02/2022

ໂດຍຕອບສະໜອງຕາມຄຳເຊີນຂອງ ພະນະທ່ານ ປຣາກ ໂຊຄົນ, ຮອງນາຍົກລັດຖະມົນຕີ, ລັດ ຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ແຫ່ງ ຣາຊະ ອານາຈັກ ກຳປູເຈຍ, ພະນະທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະ ມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ຣາຊະອານາຈັກ ກຳປູເຈຍ ຢ່າງເປັນທາງການ ແລະ ເຂົ້າຮ່ວມ ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ແບບວົງແຄບ, ໃນລະຫວ່າງວັນທີ 15-17 ກຸມພາ 2022, ເພື່ອຮັດແໜ້ນສາຍພົວ ພັນມິດຕະພາບ ອັນເປັນມູນເຊື້ອ ຖານບ້ານໃກ້ເຮືອນຄຽງທີ່ດີ ທີ່ມີມາແຕ່ດົນນານ ແລະ ເພີ່ມທະວີການຮ່ວມມືຍຸດທະສາດ ຮອບດ້ານ ແລະ ໝັ້ນຄົງຍາວນານ ລະ ຫວ່າງ ສອງປະເທດ ລາວ ແລະ ກຳປູເຈຍ.

ກົມການຂ່າວ ກະຊວງການຕ່າງປະເທດ ໃຫ້ຮູ້ວ່າ: ໃນວັນທີ 16 ກຸມພາ 2022, ທີ່ ກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກ ກຳປູເຈຍ, ພະນະທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ຄະນະ ໄດ້ພົບປະສອງຝ່າຍກັບ ພະນະທ່ານ ປຣາກ ໂຊຄົນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ແຫ່ງ ຣາຊະອາ ນາຈັກ ກຳປູເຈຍ.

ໃນກອງປະຊຸມພົບປະ, ສອງຝ່າຍ ໄດ້ທົບທວນຄືນ ແລະ ຜັນຂະຫຍາຍການຢ້ຽມຢາມທາງການຂອງ ພະນະທ່ານ ນາຍົກລັດຖະມົນຕີ ພັນຄຳ ວິພາວັນ ໃນເດືອນພະຈິກ 2021 ຜ່ານມາ, ພ້ອມນີ້ ກໍ່ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອ ຖານບ້ານໃກ້ເຮືອນຄຽງທີ່ມີມາແຕ່ດົນນານ ລະຫວ່າງ ປະຊາຊົນສອງຊາດ ລາວ-ກໍາປູເຈຍ ທີ່ນັບມື້ໄດ້ຮັບການເສີມຂະຫຍາຍຂຶ້ນຢ່າງແໜ້ນແຟ້ນ ພາຍຫລັງທີ່ໄດ້ຍົກລະດັບການພົວພັນສອງຝ່າຍ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ໃນປີ 2019 ຜ່ານມາ; ຊຶ່ງໃນປີຜ່ານມາ, ສອງຝ່າຍ ກໍ່ໄດ້ຮ່ວມກັນຈັດພິທີສະຫຼອງສະຫຼອງ ຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການ ທູດຮ່ວມກັນຂອງສອງປະເທດ ຢ່າງມີຂະບວນຟົດຟື້ນ,ເຖິງວ່າຈະມີການແຜ່ລະບາດຂອງພະຍາດໂຄວິດ-19 ແຕ່ການພົວພັນຮ່ວມ ມືສອງປະເທດ ຍັງດຳເນີນໄປເປັນປົກກະຕິ, ການຮ່ວມມືດ້ານການເມືອງ ແມ່ນມີການຂະຫຍາຍຕົວເປັນກ້າວໆ, ການນຳຂັ້ນສຸງສອງປະເທດ ໄດ້ມີການແລກປ່ຽນການຢ້ຽມຢາມ ແລະ ສົນທະນາທາງໂທລະສັບ ແລະ ທາງວິດີໂອ ຢ່າງເປັນປົກກະຕິ. ສິ່ງດັ່ງກ່າວໄດ້ເປັນພື້ນຖານສໍາຄັນ ແລະ ໜັກແໜ້ນໃຫ້ແກ່ການຮ່ວມມື ດ້ານອື່ນໆ, ວຽກງານປ້ອງກັນຊາດ- ປ້ອງກັນຄວາມສະຫງົບ,ວຽກງານຕ້ານຢາເສບຕິດ ໄດ້ຮັບການເອົາ ໃຈໃສ່ຈາກການນຳສອງປະເທດ, ດ້ານວັດທະນະທຳ-ສັງຄົມ, ການສຶກສາ-ກິລາ, ການຮ່ວມມືລະດັບທ້ອງຖິ່ນ ແມ່ນມີການຂະຫຍາຍຕົວເປັນກ້າວໆ, ມີການສ້າງຕັ້ງແຂວງແຮກສ່ຽວ ລະຫວ່າງ ນະ ຄອນຫຼວງວຽງຈັນ-ນະຄອນຫຼວງພະນົມເປັນ, ແຂວງຈຳປາສັກ ກັບ ແຂວງຊຽມຣຽບ ແລະ ອື່ນໆ; ອັນພົ້ນເດັ່ນແມ່ນ ການຮ່ວມມືດ້ານເສດຖະກິດ-ການຄ້າ ມີທ່ວງທ່າຂະຫຍາຍຕົວຂຶ້ນ ເປັນຕົ້ນ: ການຊື້-ຂາຍໄຟຟ້າ ໄດ້ເລີ່ມຈັດຕັ້ງປະຕິບັດແລ້ວ ເຮັດໃຫ້ມູນຄ່າການຄ້າສອງຝ່າຍ ກ້າວກະໂດດຂຶ້ນຢ່າງໄວວາ ຈາກສະເລ່ຍປີລະ 10-20 ລ້ານໂດລາສະຫະລັດ ໃນເມື່ອກ່ອນ ມາເປັນ ປີລະ 100 ກວ່າລ້ານ ໂດລາສະຫະລັດ ນັບແຕ່ປີ 2020 ເປັນຕົ້ນມາ, ການລົງທຶນສອງຝ່າຍ ສືບຕໍ່ເພີ່ມຂຶ້ນເລື້ອຍໆ, ຊຶ່ງມາຮອດປະຈຸບັນ ມີນັກລົງທຶນ ກຳປູເຈຍ ມາລົງທຶນຢູ່ລາວ ປະມານ 30 ບໍລິສັດ, ມູນຄ່າຈົດທະບຽນ 107 ລ້ານໂດລາສະ ຫະລັດ ແລະ ນັກລົງທຶນອັນດັບຕົ້ນຂອງລາວ ກໍ່ເຂົ້າໄປລົງທຶນໃນ ກຳປູເຈຍ ນັບມື້ຫຼາຍຂຶ້ນເຊັ່ນດຽວກັນ.

ສຳລັບທິດທາງໃນຕໍ່ຫນ້າ, ສອງກະຊວງການຕ່າງປະເທດ ເຫັນດີສືບຕໍ່ຊຸກຍູ້ບັນດາຂະແໜງການກ່ຽວຂ້ອງຂອງສອງຝ່າຍ ໃນການຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈ ຂອງຄະນະກຳມາທິການຮ່ວມ ວ່າດ້ວຍ ການຮ່ວມມືສອງຝ່າຍ ລາວ-ກໍາປູເຈຍ, ກໍາປູເຈຍ- ລາວ (JC) ຄັ້ງທີ 13 ທີ່ລົງນາມໃນຕົ້ນປີ 2019 ຜ່ານມາ ໃຫ້ເປັນຮູບປະທຳ ແລະ ກະກຽມກອງປະຊຸມ JC ຄັ້ງທີ 14 ທີ່ຝ່າຍກໍາປູເຈຍ ຈະເປັນເຈົ້າພາບ, ສືບຕໍ່ຮ່າງແຜນປະຕິບັດງານຮ່ວມ (Action Plan) ໃຫ້ສໍາເລັດໂດຍໄວ, ສືບຕໍ່ຊຸກຍູ້ໃຫ້ສອງຝ່າຍ ປຶກສາຫາລື ກັນ ເພື່ອໃຫ້ສໍາເລັດວຽກງານປັກຫຼັກໝາຍຊາຍແດນ ລາວ-ກໍາປູເຈຍ ທີ່ຍັງຄົງຄ້າງ, ການຮັກສາຄວາມເປັນລະບຽບຮຽບຮ້ອຍ ຕາມບໍລິເວນຊາຍແດນຮ່ວມກັນ, ເພີ່ມທະວີການຮ່ວມມືສອງຝ່າຍ ໃຫ້ຫຼາຍຂຶ້ນ ໃນຂົງເຂດ ການຄ້າ, ການລົງທຶນ, ການບໍລິການທ່ອງ ທ່ຽວ, ພະລັງງານໄຟຟ້າ ໂດຍສະ ເພາະ ແມ່ນເພີ່ມກຳລັງການຊື້ຂາຍໄຟຟ້າພະລັງນໍ້າ ແລະ ຖ່ານຫີນ ຈາກ ສປປ ລາວ ໄປສູ່ ກຳປູເຈຍ ໃນອະນາຄົດ, ສືບຕໍ່ໃຫ້ການຮ່ວມ ມື ແລະ ສະໜັບສະໜູນຊ່ວຍ ເຫຼືອເຊິ່ງກັນ ແລະ ກັນ ໃນເວທີອານຸພາກພື້ນ, ພາກພື້ນ ແລະ ສາກົນ, ໃນຂອບສະຫະປະຊາ ຊາດ, ອາຊຽນ ແລະ ອານຸພາກພື້ນແມ່ນໍ້າຂອງ ແລະ ອື່ນໆ.

ນອກຈາກນີ້, ສອງຝ່າຍ ກໍໄດ້ແຈ້ງສະພາບການພັດທະນາພາຍໃນປະເທດ ໃນໄລຍະຜ່ານມາໃຫ້ກັນຊາບ, ໂດຍສະເພາະຜົນສໍາເລັດໃນການພັດທະນາເສດ ຖະກິດ-ສັງຄົມ ແລະ ການຮັບມືກັບການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຂອງປະເທດຕົນ.

ໃນໂອກາດດັ່ງກ່າວ ທ່ານລັດຖະ ມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ບັນດາຜົນສຳເລັດອັນໃຫຍ່ຫຼວງຫຼາຍດ້ານ ທີ່ປະ ຊາຊົນກຳປູເຈຍ ຍາດມາໄດ້ຕະຫຼອດໄລຍະຜ່ານມາ, ລວມທັງຄວາມສາມາດໃນການຄວບຄຸມການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ແລະ ສາມາດເປີດປະ ເທດໄດ້ແລ້ວ, ມີສະຖຽນລະພາບທາງດ້ານການເມືອງ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປົວແປງດີຂື້ນເປັນກ້າວໆ; ພ້ອມດຽວກັນນີ້, ຂໍສະ ແດງຄວາມຊົມເຊີຍຕໍ່ບົດບາດການເປັນປະທານອາຊຽນຂອງ ກຳປູເຈຍ ໃນປີ 2022 ນີ້ ແລະ ສປປ ລາວ ຂໍຢືນຢັນຄວາມພ້ອມ ທີ່ຈະໃຫ້ການຮ່ວມມື ແລະ ສະ ໜັບສະໜູນ ກໍາປູເຈຍ ໃຫ້ສຳ ເລັດໜ້າທີ່ອັນສຳຄັນດັ່ງກ່າວຢ່າງຈົບງາມ; ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງ ພັກ-ລັດຖະ ບານ ແລະ ປະຊາຊົນ ກຳປູເຈຍ ທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ໃນການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນແມ່ນ ການໃຫ້ການຊ່ວຍເຫຼືອດ້ານອຸປະກອນການແພດ, ວັກແຊັງຕ້ານໂຄວິດ, ເງິນສົດ ແລະ ອື່ນໆ ໃນໄລຍະຜ່ານມາ, ຊຶ່ງເປັນການຊ່ວຍເຫຼືອທີ່ມີປະສິດທິພາບ, ປະສິດທິຜົນ ແລະ ແທດເຫມາະກັບຄວາມຮຽກຮ້ອງຕ້ອງການຕົວຈິງຂອງ ສປປ ລາວ, ຂໍອວຍພອນໃຫ້ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ຖານບ້ານໃກ້ເຮືອນຄຽງທີ່ດີ ທີ່ມີມາແຕ່ດົນນານ ແລະ ການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ລະ ຫວ່າງ ລາວ ແລະ ກຳປູເຈຍ ຈົ່ງໄດ້ຮັບການເພີ່ມພູນຄູນສ້າງຂຶ້ນໄປເລື້ອຍໆ.

ໃນໂອກາດຢ້ຽມຢາມຄັ້ງນີ້, ພະນະທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ແລະ ຄະນະ ກໍ່ໄດ້ເຂົ້າຢ້ຽມຂໍ່ານັບ ເຈົ້າຊີວິດ ໂນໂຣດົມ ສີຫາມຸນີ ແລະ ສົມເດັດອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ. ໃນໂອກາດດັ່ງກ່າວ, ທ່ານລັດຖະ ມົນຕີ ກໍໄດ້ນຳເອົາຄວາມຢື້ຢາມຖາມຂ່າວຂອງ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແລະ ພະນະທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມາຍັງ ພະມະຫາ ກະສັດ ແລະ ນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກ ກຳປູເຈຍ ຕາມລໍາດັບ.

ການຢ້ຽມຢາມຄັ້ງນີ້ ແມ່ນດຳເນີນໄປດ້ວຍບັນຍາກາດ ອັນສະໜິດ ສະໜົມ, ອົບອຸ່ນ ແລະ ເຕັມໄປດ້ວຍເນື້ອໃນ ຖານບ້ານໃກ້ເຮືອນຄຽງທີ່ດີ ທີ່ມີມາແຕ່ດົນນານ, ສົມກັບ ເປັນຄູ່ຮ່ວມຍຸດທະສາດຮອບດ້ານ ແລະ ຫມັ້ນຄົງຍາວນານ ລະຫວ່າງ ສອງປະເທດ ລາວ ແລະ ກຳປູເຈຍ.
ຕາມໜັງສືແຈ້ງການຈາກເຈົ້າເມືອງຈັນທະບູລີ ໄດ້ອອກແຈ້ງການເຖິງເຈົ້າຂອງກິດຈະການ 5 ຮ້ານ ເລື່ອງໃຫ້ປິດດຳເນິນກິດຈະການຊົ່ວຄາວເຊິ່ງມີຮ້ານອາຫານ ເຍົາວະລາດ, ຮ້ານອາຫານ ຣັດສຕິກ ກຣຸບຟ, ຮ້ານອາຫານ ເອັກ 2, ຮ້ານອາຫານ ໂກດັງ ແລະ ຮ້ານອາຫານ ລີແລັກ.
ລາຍລະອຽດຕາມແຈ້ງການ

.

,

,

,

,
ໂຄງການ LaoSafe ໄດ້ເລີ່ມສະໜອງການຝຶກອົບຮົມໃຫ້ກັບບັນດາທຸລະກິດຮ້ານອາຫານ, ພະນັກງານນໍາທ່ຽວ ແລະ ພະນັກງານຂັບລົດ ເພື່ອຍົກລະດັບມາດຕະຖານທາງດ້ານຄວາມປອດໄພ ແລະ ຄວາມສະອາດ ໃຫ້ແກ່ບັນດານັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ. ສຳລັບການຝຶກອົບຮົມໃຫ້ແກ່ບັນດາທຸລະກິດໂຮງແຮມ ແມ່ນຈະເລີ່ມຕົ້ນໃນໄວໆນີ້.

ໂຄງການ LaoSafe ຈັດຕັ້ງປະຕິບັດໂດຍກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຮ່ວມກັບສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ບັນດາສະມາຄົມທຸລະກິດການທ່ອງທ່ຽວຕ່າງໆໃນລາວ ຜ່ານການຮັບຮອງມາດຕະຖານໂດຍ ກະຊວງສາທາລະນະສຸກແຫ່ງ ສປປ ລາວ.

ໂຄງການ LaoSafe ໄດ້ຮັບການສະໜັບສະໜູນຈາກໂຄງການທັກສະສຳລັບວຽກງານການທ່ອງທ່ຽວ ລາວ/029, ເຊິ່ງໄດ້ເລີ່ມສະໜອງການຝຶກອົບຮົມໃຫ້ກັບບັນດາທຸລະກິດທ່ອງທ່ຽວ ທີ່ຢູ່ນະຄອນຫຼວງວຽງຈັນ ແລະ ແຂວງຫຼວງພະບາງແລ້ວ ແລະ ມີແຜນຈະຂະຫຍາຍໄປຍັງແຂວງອື່ນໆໃນໄວໆນີ້

ວິທີສະໝັກເຂົ້າຮ່ວມ ໂຄງການ LaoSafe ມີດັ່ງຕໍ່ໄປນີ້:

ທຸລະກິດທ່ອງທ່ຽວບໍ່ຄວນພາດເດີ້! ມາຍົກລະດັບຄວາມປອດໄພໄປນຳກັນ.