ໃນໂອກາດການກ່າວຄໍາປາໄສ ຕໍ່ກອງປະຊຸມພາກອະພິປາຍທົ່ວໄປ ຂອງສະມັດຊາໃຫຍ່ ອົງການສະຫະປະຊາຊາດ (ສປຊ) ສະໄໝທີ 81 ພາຍໃຕ້ຄໍາຂວັນ: “ການຟື້ນຟູຄວາມເຊື່ອໝັ້ນ, ບໍລິ ຫານການຫັນປ່ຽນໃຫ້ກາຍເປັນ ສປຊ ທີ່ໃຫ້ຜົນປະໂຫຍດແກ່ທຸກຄົນ”, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຢໍ້າຄືນຄວາມໝາຍໝັ້ນອັນໜັກແໜ້ນຂອງ ສປປ ລາວ ໃນການຮ່ວມມືກັບວົງຄະນະຍາດສາກົນ ເພື່ອຮັບມືກັບສິ່ງທ້າຍທາຍຂອງຍຸກສະໄໝໃໝ່, ຊຸກຍູ້ການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ແລະ ກ້າວອອກຈາກສະຖານະພາບປະເທດດ້ອຍພັດທະນາ (LDC status) ຢ່າງມີຄຸນນະພາບ ແລະ ຍືນຍົງ.

ທ່ານ ທອງສະຫວັນ ພົມວິຫານ ໄດ້ກ່າວວ່າ: ການຫລຸດພົ້ນອອກຈາກສະຖານະພາບດ້ອຍພັດ ທະນາ ຢ່າງເປັນທາງການ ໂດຍສະເພາະໃນໄລຍະຂ້າມຜ່ານ 3 ປີ (2026-2029) ແມ່ນຮຽກຮ້ອງໃຫ້ບັນດາປະເທດສືບຕໍ່ໃຫ້ການຮ່ວມມື ແລະ ສະໜັບສະໜູນທັງທາງດ້ານເຕັກນິກ ແລະ ການເຂົ້າເຖິງແຫລ່ງທຶນ, ທີ່ສາມາດຄາດຄະເນໄດ້ ແລະ ຕອບສະໜອງຄວາມຕ້ອງການທາງດ້ານການພັດທະນາ ໃນໄລຍະໃໝ່ ເພື່ອຮັບປະກັນການຂ້າມຜ່ານທີ່ໂລ່ງລ່ຽນ, ຍືນຍົງ ແລະ ບໍ່ສາມາດກັບຄືນໄດ້. ສໍາຄັນ, ການຫລຸດພົ້ນອອກຈາກສະຖານະພາບດັ່ງກ່າວ ບໍ່ແມ່ນຈຸດສິ້ນສຸດ ຂອງວຽກງານການພັດທະນາ ແຕ່ເປັນບາດກ້າວໃໝ່ທີ່ສໍາຄັນ ຂອງການພັດທະນາປະເທດຊາດ.

ໃນຂົງເຂດວຽກງານການພັດທະນາ, ທ່ານຮອງນາຍົກລັດຖະມົນ ໄດ້ຖືໂອກາດນີ້ ຍົກໃຫ້ເຫັນເຖິງຄວາມພະຍາຍາມຂອງລັດຖະບານລາວ ເພື່ອສືບຕໍ່ວາລະການພັດທະນາແຫ່ງຊາດ ໂດຍການຮັບ ຮອງເອົາແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 10 (2026-2030) ທີ່ສຸມໃສ່ການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ແລະ ການພັດທະນາຊັບພະຍາກອນມະນຸດ; ການຫັນປ່ຽນຈາກການເປັນປະເທດທີ່ບໍ່ມີຊາຍແດນຕິດຈອດກັບທະເລ ໄປສູ່ປະເທດເຊື່ອມຈອດ (transforming from landlocked to land-linked) ຜ່ານການພັດທະນາພື້ນຖານໂຄງລ່າງຍຸດທະສາດ ເຊັ່ນ: ເສັ້ນທາງລົດໄຟ ລາວ-ຈີນ, ແຜນການສ້າງເສັ້ນທາງລົດໄຟ ລາວ-ຫວຽດນາມ ສູ່ທ່າເຮືອຫວຸ້ງອ່າງ ແນໃສ່ການສ້າງ ສປປ ລາວ ໃຫ້ກາຍເປັນປະເທດທີ່ມີລາຍຮັບປານກາງລະດັບສູງ (upper-middle income country) ພາຍໃນປີ 2055.

ພ້ອມກັນນັ້ນ, ໃນຖານະປະເທດທີ່ໄດ້ຮັບຜົນກະທົບຈາກລະເບີດລູກຫວ່ານ ຕົກຄ້າງແຕ່ປາງສົງຄາມ, ສປປ ລາວ ຢໍ້າຄືນຄວາມໝາຍໝັ້ນ ຕໍ່ເປົ້າໝາຍການພັດທະນາແບບຍືນຍົງ 18 “ຊີວິດທີ່ປອດໄພຈາກລະເບີດບໍ່ທັນແຕກ” (SDG18: Lives from UXO) ທີ່ເປັນພື້ນຖານສໍາຄັນຂອງການຫລຸດ ຜ່ອນຄວາມທຸກຍາກ ຢູ່ ສປປ ລາວ. ບົນຈິດໃຈດັ່ງກ່າວ, ສປປ ລາວ ມີຄວາມພາກພູມໃຈທີ່ໄດ້ສໍາເລັດການເປັນເຈົ້າພາບຈັດກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຄັ້ງທີ 3 (3RC-CCM) ຢູ່ນະຄອນຫລວງວຽງຈັນ ໃນເດືອນກັນຍາ 2026 ຜ່ານມານີ້.
—————
©️ຂປລ


