ຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ, ພະນັກ ງານ, ຄູ-ອາຈານ, ນັກຮຽນ-ນັກສຶກສາ, ພີ່ນ້ອງປວງຊົນລາວທັງຊາດ ທີ່ນັບຖື ແລະ ຮັກແພງ.
ມື້ນີ້ ເປັນອີກວັນໜຶ່ງ ທີ່ມີຄວາມໝາຍຄວາມສໍາຄັນຂອງຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ຊຶ່ງນັກຮຽນ-ນັກສຶກສາ, ຄູອາຈານ ຕະຫຼອດຮອດພໍ່ແມ່ຜູ້ປົກຄອງທຸກຖ້ວນໜ້າ ໃນຂອບເຂດທົ່ວປະເທດ ຢູ່ໃນບັນຍາກາດກຽມຈິດໃຈ ເພື່ອເຂົ້າຮຽນ ໃນສົກຮຽນໃໝ່ 2026-2027.
ເນື່ອງໃນໂອກາດ ວັນໄຂສົກຮຽນໃໝ່ ປະຈໍາສົກຮຽນ 2026-2027 ນີ້, ໃນນາມຕາງໜ້າໃຫ້ແກ່ສູນກາງພັກ, ລັດຖະບານ, ຂ້າພະເຈົ້າຂໍຝາກຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ, ຄວາມສາມັກຄີຮັກແພງອັນສະໜິດສະໜົມ ແລະ ສົ່ງຄວາມເປັນຫ່ວງເປັນໄຍຢ່າງຈິງໃຈ ມາຍັງຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ທຸກຂັ້ນ, ພ້ອມດ້ວຍ ຄູ-ອາຈານ ແລະ ນັກຮຽນ-ນັກສຶກສາທຸກຊັ້ນ, ທຸກສາຍ, ທຸກລະດັບ, ທຸກຂົງເຂດ ທັງພາກລັດ ແລະ ເອກະຊົນ ໃນຂອບເຂດທົ່ວປະເທດ ມານະໂອກາດນີ້.
ພີ່ນ້ອງຮ່ວມຊາດ ທີ່ນັບຖື ແລະ ຮັກແພງທັງຫຼາຍ, ພັກ, ລັດຖະບານ ຍາມໃດກໍ່ຖືວຽກງານການສຶກສາ, ການພັດທະນາຊັບພະຍາກອນມະນຸດ ເປັນວຽກງານບູລິມະສິດແຖວໜ້າທີ່ສຳຄັນ ໂດຍຖື “ເອົາການສຶກສາ ໄປກ່ອນວຽກງານອື່ນກ້າວໜຶ່ງ”, “ເອົາຄົນເປັນເປົ້າໝາຍ, ເປັນໃຈກາງ” ເພື່ອກາຍເປັນກໍາລັງແຮງງານ ທີ່ມີຄຸນນະພາບ ຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງການພັດທະນາປະເທດຊາດ ໃນໄລຍະໃໝ່ ແລະ ປະກອບສ່ວນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດ ໃນແຕ່ລະໄລຍະໃຫ້ເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆ. ການສຶກສາເປັນອົງປະກອບທີ່ສຳຄັນ ແລະ ເປັນປັດໄຈພື້ນຖານຕົ້ນຕໍ ໃນການສ້າງຄົນໃຫ້ມີຄວາມຮູ້, ຄວາມສາມາດ, ມີຄຸນສົມບັດສິນທໍາປະຕິວັດ, ມີສຸຂະພາບແຂງແຮງທາງດ້ານຮ່າງກາຍ, ຈິດໃຈ, ຮັກຄວາມກ້າວໜ້າ ແລະ ມີວິທະຍາສາດ.
ໃນສົກຮຽນຜ່ານມາ ເຖິງຈະພົບຄວາມຫຍຸ້ງຍາກນາໆປະການ ເຊິ່ງໄດ້ສົ່ງຜົນກະທົບໂດຍກົງ ແລະ ຮອບດ້ານ ຕໍ່ການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ເວົ້າລວມ, ເວົ້າສະເພາະ ຕໍ່ການປະຕິບັດວຽກງານຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ. ແຕ່ເຖິງຢ່າງໃດກໍ່ຕາມ, ຂະແໜງ ສຶກສາທິການ ແລະ ກິລາ ໃນຂອບເຂດທົ່ວປະເທດ ໄດ້ມີຄວາມຕັດສິນໃຈສູງ ສຸມທຸກກຳລັງເຫື່ອແຮງ ແລະ ສະຕິປັນຍາ ປະຕິບັດໜ້າທີ່ຂອງຕົນ ດ້ວຍຄວາມຮັບຜິດຊອບສູງຢ່າງບໍ່ຮູ້ອິດຮູ້ເມື່ອຍ ສາມາດຂັບເຄື່ອນການປະຕິບັດແຜນພັດທະນາການສຶກສາ ແລະ ກິລາ ມີຜົນສໍາເລັດອັນສໍາຄັນຫຼາຍດ້ານ ເປັນຕົ້ນ: ໄດ້ປັບປຸງໂຄງລ່າງພື້ນຖານຂອງສະຖານການສຶກສາຕ່າງໆ, ສະໜອງອາຫານທ່ຽງໃນໂຮງຮຽນໃຫ້ແກ່ນັກຮຽນຊັ້ນການສຶກສາກ່ອນໄວຮຽນ ແລະ ສາມັນສຶກສາ ໃນເຂດຫ່າງໄກສອກຫຼີກ, ການສຶກສານອກໂຮງຮຽນ, ເພີ່ມການສະໜອງເງິນອຸດໜູນເບ້ຍລ້ຽງນັກຮຽນ-ນັກສຶກສາ ທຸກຊັ້ນ, ທຸກສາຍ; ໄດ້ເອົາໃຈໃສ່ແກ້ ໄຂບັນຫາການປະລະການຮຽນ ແລະ ຍົກສູງຄຸນນະພາບການສິດສອນຂອງຄູໃນທຸກລະດັບ ເຊິ່ງກອງປະຊຸມຜູ້ບໍລິຫານການສຶກສາທົ່ວປະເທດ ປະຈຳສົກຮຽນ 2025- 2026 ກໍ່ໄດ້ກໍານົດ 08 ທິດທາງ ເພື່ອເປັນພື້ນຖານທີ່ສໍາຄັນ ໃນການຍົກລະດັບວຽກງານສຶກສາ, ວິທະຍາສາດ ແລະ ກິລາ ໃນສົກຮຽນ 2026-2027 ໃຫ້ມີການຫັນປ່ຽນໃໝ່ທີ່ຕັ້ງໜ້າ.
ຍ້ອນຄວາມເອົາໃຈໃສ່ ຂອງຜູ້ບໍລິຫານການສຶກສາ ແລະ ຄູ-ອາຈານ ໃນທຸກຂັັ້ນ ແຕ່ສູນກາງຮອດທ້ອງຖິ່ນ, ຈຶ່ງເຮັດໃຫ້ການສົ່ງເສີມການເຂົ້າຮຽນ, ການປະລະການຮຽນ ແລະ ຍົກສູງຄຸນນະພາບການສຶກສາ ໄດ້ຮັບການແກ້ໄຂຢ່າງຕັ້ງໜ້າ ເຊິ່ງສະແດງອອກໃນຜົນການຮຽນ ຂອງນັກຮຽນ-ນັກສຶກສາ ທຸກຊັ້ນທຸກສາຍ ເຫັນວ່າຢູ່ໃນເກນ ແລະ ມາດຕະຖານທີ່ດີຂຶ້ນກວ່າເກົ່າ, ນັກຮຽນນັກສຶກສາລາວຈໍານວນໜຶ່ງຍັງໄດ້ສ້າງຜົນງານອັນໂດດເດັ່ນ ໃນການເຂົ້າຮ່ວມການແຂ່ງຂັນ ໃນລະດັບພາກພື້ນ ແລະ ສາກົນ.
ຂ້າພະເຈົ້າ ຂໍຕາງໜ້າໃຫ້ແກ່ສູນກາງພັກ, ລັດຖະບານ ຕີລາຄາສູງ ແລະ ຂໍສະແດງຄວາມຍ້ອງຍໍຊົມເຊີຍມາຍັງ ຄະນະພັກ-ຄະນະນໍາ ກະຊວງສຶກສາທິການ ແລະ ກິລາ, ອົງການປົກຄອງທ້ອງຖິ່ນ, ຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ທຸກຂັ້ນ, ບັນດາສະຖານການສຶກສາທົ່ວປະເທດ, ອົງການຈັດຕັ້ງ ທັງພາກລັດ ແລະ ເອກະຊົນ, ພະນັກງານປະຕິວັດອາວຸໂສ, ພະນັກງານ ຄູ-ອາຈານ ແລະ ນັກຮຽນ-ນັກສຶກສາ ຕະຫຼອດຮອດພໍ່ແມ່ປະຊາຊົນລາວບັນດາເຜົ່າ ແລະ ທຸກພາກສ່ວນໃນສັງຄົມ ທີ່ມີຄວາມສາມັກຄີເປັນຈິດໜຶ່ງໃຈດຽວ ປະກອບສ່ວນຢ່າງຕັ້ງໜ້າທາງດ້ານວັດຖຸປັດໄຈ, ເຫື່ອແຮງ ແລະ ສະຕິປັນຍາ ຕໍ່ວຽກງານການສຶກສາ, ວິທະຍາສາດ ແລະ ກິລາ ກໍ່ຄືບັນດາຜົນສໍາເລັດ ແລະ ຜົນງານທີ່ເອກອ້າງທະນົງໃຈທີ່ພວກເຮົາພ້ອມກັນຍາດມາໄດ້ໃນສົກຮຽນຜ່ານມາ ມານະໂອກາດນີ້ດ້ວຍ.
ຂ້າພະເຈົ້າ ຂໍຖືໂອກາດນີ້, ສະແດງຄວາມຂອບໃຈ ມາຍັງບັນດາຄູ່ຮ່ວມພັດທະນາ, ປະເທດເພື່ອນມິດ, ອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງ ທີ່ບໍ່ສັງກັດລັດຖະບານ ທີ່ໃຫ້ການຊ່ວຍເຫຼືອ, ສະໜັບສະໜູນ ແລະ ມີສ່ວນຮ່ວມ ຢ່າງສະເໝີຕົ້ນສະເໝີປາຍ ໃນການພັດທະນາການສຶກສາໃນສົກຮຽນຜ່ານມາ.
ບັນດາທ່ານທີ່ນັບຖື ແລະ ຮັກແພງທັງຫຼາຍ, ເພື່ອກຽມຄວາມພ້ອມ ໃຫ້ແກ່ການຮຽນ-ການສອນ ໃນສົກຮຽນ 2026-2027 ທີ່ປຽບດັ່ງປາງບຸນໃຫຍ່ຂອງສົກການສຶກສາ ໃຫ້ດໍາເນີນໄປດ້ວຍບັນຍາກາດຟົດຟື້ນ ແລະ ມີປະສິດທິຜົນ, ຮັບປະກັນຄຸນນະພາບການຮຽນ-ການສອນ, ແກ້ໄຂບັນຫາ, ຈຸດຄົງຄ້າງໃນສົກຮຽນຜ່ານມາ ເປັນຕົ້ນແມ່ນ ອັດຕາການປະລະການຮຽນ ເຖິງວ່າມີທ່າອ່ຽງຫຼຸດລົງ ແຕ່ກໍຍັງບໍ່ທັນສາມາດແກ້ໄຂໄດ້ຢ່າງຂາດຕົວ, ບັນຫາຂາດຄູສອນ ແລະ ການເຂົ້າຮຽນສາຍອາຊີວະ ແລະ ການສຶກສາຊັ້ນສູງ ຍັງບໍ່ທັນໄດ້ຮັບການຫັນປ່ຽນຢ່າງແຂງແຮງ ແລະ ອື່ນໆ; ເພື່ອສ້າງພື້ນຖານທີ່ໜັກແໜ້ນ ໃຫ້ແກ່ການພັດທະນາເສດ ຖະກິດ-ສັງຄົມ ຂອງຊາດ.
ຂ້າພະເຈົ້າ, ຂໍຮຽກຮ້ອງມາຍັງທຸກພາກສ່ວນ ທັງຜູ້ ຮັບຜິດຊອບວຽກງານສຶກສາທິການ ແລະ ກິລາ ໂດຍກົງ ແລະ ທົ່ວປວງຊົນລາວທັງຊາດ ໃຫ້ພ້ອມກັນເອົາໃຈໃສ່ ດັ່ງນີ້: ຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ທຸກຂັ້ນ ຈົ່ງເຊີດຊູ ແລະ ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ ໃຫ້ສູງຂຶ້ນ, ກຳແໜ້ນສະພາບຂອງບັນດາສະຖານການສຶກສາ, ມີການຕິດຕາມ, ຊຸກຍູ້ ຢ່າງໃກ້ຊິດ ເພື່ອເຮັດໃຫ້ການເຄື່ອນໄຫວວຽກງານເປັນປົກກະຕິ ແລະ ຕໍ່ເນື່ອງ, ເອົາໃຈໃສ່ສ້າງຂະບວນການກິລາ-ກາຍຍະກໍາ, ສິລະປະ, ວັນນະຄະດີ ແລະ ສ້າງສະພາບແວດລ້ອມ, ສິ່ງອຳນວຍຄວາມສະດວກຂອງໂຮງຮຽນ ໃຫ້ມີບັນຍາກາດອັນໃໝ່ ເພື່ອດຶງດູດນັກຮຽນ-ນັກສຶກສາ ມີຄວາມສົນໃຈໃນການຮໍ່າຮຽນ ແລະ ໃຫ້ຄວາມສຳຄັນຕໍ່ການຮ່ຳຮຽນຫຼາຍຂຶ້ນ;
ການນໍາກະຊວງສຶກສາທິການ ແລະ ກິລາ, ການນໍາຂອງພະແນກສຶກສາທິການ ແລະ ກິລາ, ນະຄອນຫຼວງວຽງຈັນ, ບັນດາແຂວງ, ເມືອງ, ນະຄອນ ສືບຕໍ່ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍຜົນສຳເລັດ ກໍຄື ມະຕິກອງປະຊຸມຜູ້ບໍລິຫານງານການສຶກສາທົ່ວປະເທດ ປະຈຳສົກຮຽນ 2025-2026 ເຂົ້າສູ່ວຽກງານຕົວຈິງໃຫ້ເປັນຮູບປະທໍາ;
ບັນດາ-ຄູອາຈານ ຈົ່ງເພີ່ມທະວີຄວາມເອົາໃຈໃສ່ ໃນການປະຕິບັດໜ້າທີ່ວິຊາສະເພາະຕາມຄວາມຮັບຜິດຊອບທີ່ໄດ້ຮັບມອບໝາຍ ດ້ວຍຄວາມສັດຊື່ບໍລິສຸດ ແລະ ມີຈັນຍາບັນ, ຈັນຍາທຳ ຕໍ່ວິຊາຊີບຂອງຕົນ, ເປັນເຈົ້າການປະຕິບັດ 3 ລັກສະນະ 5 ຫຼັກມູນຂອງການສຶກສາ, ຮໍ່າຮຽນເອົາເຕັກນິກອັນໃໝ່ ມາໝູນໃຊ້ເຂົ້າໃນການກະກຽມບົດສອນ, ຈັດຮູບແບບການຮຽນ-ການສອນ ໃຫ້ມີຄວາມຫຼາກຫຼາຍ ເພື່ອດຶງດູດນັກຮຽນ-ນັກສຶກສາ ໃຫ້ມີຄວາມສົນໃຈ, ມີຄວາມຕັ້ງໃຈໃນການຮໍ່າຮຽນ.
ຮຽກຮ້ອງມາຍັງ ພໍ່ແມ່ຜູ້ປົກຄອງຂອງນັກຮຽນ-ນັກສຶກສາ ຈົ່ງພ້ອມກັນສຶກສາອົບຮົມ ແລະ ປຸກລະດົມຂົນຂວາຍລູກຫຼານຂອງຕົນ ທີ່ຢູ່ໃນເກນອາຍຸ ໃຫ້ໄປເຂົ້າໂຮງຮຽນ ແລະ ໃຫ້ເຂົາເຈົ້າສືບຕໍ່ຮຽນຈົນຈົບຢ່າງໜ້ອຍ ການສຶກສາພາກບັງຄັບ (ຊັ້ນມັດທະຍົມສຶກສາປີທີ 4) ເພື່ອໃຫ້ເຂົາເຈົ້າມີຄວາມຮູ້ຂັ້ນພື້ນຖານ ເພື່ອໄປຕໍ່ຍອດໃນສາຍອາຊີບ ແລະ ສາມາດສືບຕໍ່ຮຽນໃນຊັ້ນທີ່ສູງຂຶ້ນໄປ, ໃຫ້ນັບມື້ຫຼາຍຂຶ້ນ, ໃຫ້ຖືວຽກນີ້ເປັນພັນທະ, ເປັນຄວາມຮັບຜິດ ຊອບລວມຕໍ່ສັງຄົມ ຂອງຜູ້ປົກຄອງ ກໍ່ຄືເພື່ອອະນາຄົດທີ່ດີຂອງລູກຫຼານ;
ສໍາລັບ, ລູກຫຼານນັກຮຽນ-ນັກສຶກສາ ຈົ່ງພາກັນຕັ້ງໃຈຄົ້ນຄວ້າຮ່ຳຮຽນ ຢູ່ໃນຫ້ອງຮຽນ ແລະ ຮຽນດ້ວຍຕົນເອງໃຫ້ຫຼາຍຂຶ້ນ, ດຸໝັ່ນຂະຫຍັນພຽນ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມ ໃຫ້ກາຍເປັນນັກຮຽນດີ, ຮຽນເກັ່ງຂອງຄູ-ອາຈານ, ເປັນລູກຫຼານທີ່ດີຂອງພໍ່ແມ່ຜູ້ປົກຄອງ, ເປັນພົນລະເມືອງທີ່ດີຂອງປະເທດຊາດ;
ການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງມະຫາຊົນ, ສະມາຄົມພໍ່ແມ່ນັກຮຽນ-ຄະນະພັດທະນາການສຶກສາແຕ່ລະຂັ້ນ, ຊຸມຊົນ, ໂຮງຮຽນພາກເອກະຊົນ, ຫົວໜ່ວຍທຸລະກິດ ແລະ ສັງຄົມ ຈົ່ງພ້ອມກັນປະກອບສ່ວນຕາມພາລະບົດບາດຂອງຕົນ ໃນການສຶກສາອົບຮົມແນວຄິດໃຫ້ແກ່ນັກ ຮຽນ-ນັກສຶກສາ, ຊ່ວຍຄູອາຈານ ໃນການປະຕິບັດໜ້າທີ່, ມີສ່ວນຮ່ວມໃນຂະບວນການ ສ້າງສະພາບແວດລ້ອມທີ່ດີ ເພື່ອໃຫ້ນັກຮຽນ-ນັກສຶກສາ ຮັບຮູ້, ເຂົ້າໃຈເລິກເຊິ່ງ ແລະ ກວ້າງຂວາງ ເຫັນໄດ້ຄວາມສຳຄັນ, ຈຳເປັນ ແລະ ຄຸນປະໂຫຍດຂອງການສຶກສາ, ຖືເອົາວຽກງານການສຶກສາເປັນໜ້າທີ່ ແລະ ຄວາມຮັບຜິດຊອບຂອງໝົດທຸກຄົນ ໃນທົ່ວສັງຄົມຂອງປະເທດເຮົາ.
ໃນໂອກາດນີ້, ຂ້າພະເຈົ້າຂໍຮຽກຮ້ອງມາຍັງ ທຸກການຈັດຕັ້ງ ທັງພາກລັດ ແລະ ພາກເອກະຊົນ, ພໍ່ແມ່ຜູ້ປົກຄອງ ແລະ ນັກຮຽນ-ນັກສຶກສາ ໃນຂອບເຂດທົ່ວປະເທດ ຈົ່ງໃຫ້ການຮ່ວມມື ແລະ ເປັນເຈົ້າການຮ່ວມກັບຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ໃນການກະກຽມຄວາມພ້ອມ, ສ້າງເງື່ອນໄຂສິ່ງອໍານວຍຄວາມສະດວກ ແລະ ຊ່ວຍເຫຼືອ, ສະໜັບສະໜູນ ຕາມຄວາມສາມາດຕົວຈິງຂອງແຕ່ລະພາກສ່ວນ ເພື່ອເຮັດໃຫ້ສົກຮຽນໃໝ່ 2026-2027 ໄດ້ດໍາເນີນໄປດ້ວຍຜົນສໍາເລັດອັນຈົບງາມ.
ທ້າຍສຸດນີ້, ຂ້າພະເຈົ້າຂໍອວຍພອນໄຊອັນປະເສີດ ມາຍັງຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາທຸກຂັ້ນ, ຄູ-ອາຈານ, ນັກຮຽນ-ນັກສຶກສາ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ, ຕະຫຼອດຮອດປະຊາຊົນລາວບັນດາເຜົ່າທຸກຖ້ວນໜ້າ ຈົ່ງມີສຸຂະພາບແຂງແຮງ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານຂອງຕົນ ສືບຕໍ່ປະກອບສ່ວນສຳຄັນເຂົ້າໃນການພັດທະນາການສຶກສາຂອງລາວເຮົາ ກ້າວໜ້າຂຶ້ນຢ່າງບໍ່ຢຸດຢັ້ງ.
ອວຍພອນແດ່ ສົກຮຽນໃໝ່ 2026–2027 ຈົ່ງເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ ແລະ ມີຜົນສຳເລັດໃໝ່ ໃຫຍ່ຫຼວງກວ່າເກົ່າ.
ທີ່ມາ: ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ


