HomeUncategorizedຕຳຫຼວດໄທຕັ້ງຄ່າຫົວ 1 ແສນບາດ ໄລ່ລ່າໂຈນ 2 ຄົນ ໃຊ້ອາວຸດປືນບຸກປຸ້ນຮ້ານຄຳ.

ຕຳຫຼວດໄທຕັ້ງຄ່າຫົວ 1 ແສນບາດ ໄລ່ລ່າໂຈນ 2 ຄົນ ໃຊ້ອາວຸດປືນບຸກປຸ້ນຮ້ານຄຳ.

ອີງຕາມສຳນັກຂ່າວໄທລັດລາຍງານ ໃນວັນທີ 5 ສິງຫາ 2026 ກ່ຽວກັບຄວາມຄືບໜ້າກໍລະນີຄົນຮ້າຍໃຊ້ອາວຸດປືນບຸກປຸ້ນຮ້ານຄຳ ຢູ່ຫ້າງແຫ່ງໜຶ່ງ ໃນຈັງຫວັດຊຽງລາຍ ປະເທດໄທ ເຊິ່ງຄົນຮ້າຍສາມາດລັກເອົາຄຳໄປໄດ້ທັງໝົດ 184 ບາດ ເປັນເງິນມູນຄ່າ 13 ລ້ານກວ່າບາດ.

ປັດຈຸບັນທາງດ້ານເຈົສ້າໜ້າທີ່ຕຳຫຼວດໄທ ໄດ້ປະສານສົມທົບຫາ ທາງການລາວ ເພື່ອຂໍຄວາມຮ່ວມມືໃນການຕິດຕາມຜູ້ຕ້ອງສົງໃສຕາມເບາະແສທີ່ໄດ້ຮັບ ຈາກການກວດສອບພາບຈາກກ້ອງວົງຈອນປິດພົບວ່າ: ຫຼັງກໍ່ເຫດຄົນຮ້າຍໄດ້ຂັບລົດຫຼົບໜີ ແລະ ໄດ້ຈອດລົດຖິ້ມໄວ້ແຄມນ້ຳຂອງ ກ່ອນຈະມີເຮືອປິດສະໜາມາຮັບຂ້າມກັບມາທີ່ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.

ທາງດ້ານເຈົ້າໜ້າທີ່ໄທເປີດເຜີຍວ່າ: ໄດ້ຕັ້ງລາງວັນນຳຈັບຄົນຮ້າຍທັງ 2 ແລ້ວ ເປັນເງິນມູນຄ່າ 1 ແສນບາດ ຫຼື ປະມານ 70 ລ້ານກີບ ແລະ ເລັ່ງລວບລວມຫຼັກຖານເພື່ອຂໍອະນຸມັດໝາຍຈັບ ເຊິ່ງຂະນະນີ້ທາງເຈົ້າໜ້າທີ່ລາວຢູ່ໃນລະຫວ່າງການໄລ່ລ່າຕິດມຕາມຕົວຄົນຮ້າຍມາດຳເນີນຄະດີຕາມລະບຽບກົດໝາຍ.

ແຫຼ່ງທີ່ມາ: ໄທລັດ