ໃນວັນທີ 3 ສິງຫາ 2026 ຜ່ານມາ, ເຈົ້າໜ້າທີ່ສືບສວນ ກວດຄົນເຂົ້າເມືອງ ຈັງຫວັດຊຽງໃໝ່ປະເທດໄທ ເຂົ້າກວດສອບຕະຫຼາດແຫ່ງໜຶ່ງ ຫຼັງໄດ້ຮັບແຈ້ງຈາກພົນລະເມືອງດີວ່າ: ມີການລັກລອບໃຊ້ແຮງງານຕ່າງດ້າວຜິດກົດໝາຍ ໃນພື້ນທີ່ ອໍາເພີເມືອງ ຈັງຫວັດຊຽງໃໝ່.
ຈາກການລົງພື້ນທີ່ຕົວຈິງພົບເຫັນ: ຍິງສາວຊາວລາວ 1 ຄົນ ລັກລອບປະກອບອາຊີບຂາຍເປັດພະໂລ້ມາແລ້ວ 3 ປີ ໂດຍບໍ່ໄດ້ຮັບອະນຸຍາດ ຈາກການກວດສອບພົບວ່າ: ຜູ້ຖືກຫາເຄີຍໄດ້ຮັບໃບອະນຸຍາດເຮັດວຽກກັບນາຍຈ້າງຄົນໄທ ແຕ່ພາຍຫຼັງກໍໄດ້ປ່ຽນມາປະກອບອາຊີບນີ້ແທນ.
ເບື້ອງຕົ້ນທາງເຈົ້າໜ້າທີ່ໄດ້ຄວບຄຸມຕົວແມ່ຄ້າຊາວລາວສົ່ງໃຫ້ພະນັກງານສອບສວນ ເມືອງຊຽງໃໝ່ ເພື່ອດຳເນີນຄະດີຕາມລະບຽບກົດໝາຍຕໍ່ໄປ.


