ໂດຍອີງຕາມການໃຫ້ຂໍ້ມູນ ຂອງ ສານປະຊາຊົນແຂວງອັດຕະປື ໃນຄັ້ງວັນທີ 3 ສິງຫາ 2026 ວ່າ: ເພຶ່ອເປັນການຊີ້ແຈ້ງກ່ຽວກັບຄະດີ 2 ເລື່ອງທີ່ສານປະຊາຊົນແຂວງອັດຕະປື ໄດ້ຕັດສີນແລ້ວນັ້ນ ປັດຈຸ ບັນເຫັນໄດ້ວ່າ: ສື່ສັງຄົມອອນລາຍໄດ້ລົງຂ່າວໄປໃນທາງທີ່ບິດເບືອນຄວາມເປັນຈິງ ເຮັດໃຫ້ສັງຄົມກໍາລັງໃຫ້ຄວາມສົນໃຈ ແລະ ເຂົ້າໃຈໄປໃນທາງທີ່ຜິດ ຕໍ່ຄໍາຕັດສິນຂອງສານ ລະຫວ່າງ ຄະດີກ່ຽວກັບການກະທຳຜິດ ຂອງເຈົ້າກຳທົ່ວໄປ (ບຸກຄົນທົ່ວໄປ) ຕິດພັນກັບຈຳນວນເງີນ ຖືກເສຍຫາຍ ຈາກການກະທຳຜິດຂອງພະນັກງານທີ່ສໍ້ລາດບັງຫຼວງ ຢູ່ແຂວງອັດຕະປື ທີ່ສານໄດ້ເປີດປະຊຸມສານ ໃນຄັ້ງວັນທີ 16 ກໍລະກົດ 2026, ຄະດີອາຍາ ເລກທີ 64/ ຂຕ.ອ, ລົງວັນທີ 20 ເມສາ 2026, ຕາມຄຳຕັດສີນ ເລກທີ 89/ ຂຕ.ອ, ລົງວັນທີ 16 ກໍລະກົດ 2026. ໃນນີ້ ມີຈຳເລີຍ ທັງໝົດ 9 ຄົນ, ຍິງ 6 ຄົນ ແລະ ຄະດີອາຍາ ເລກທີ 59/ ຂຕ.ອ, ລົງວັນທີ 17 ມີນາ 2026, ຕາມຄຳຕັດສີນ ເລກທີ 90/ ຂຕ.ອ, ລົງວັນທີ 30 ກໍລະກົດ 2026. ກ່ຽວກັບ ການກະທຳຜິດ ຂອງພະນັກງານຢູ່ແຂວງອັດຕະປື ໃນຂໍ້ຫາ ສໍ້ລາດບັງຫຼວງ, ໃນນີ້ ມີຈຳເລີຍ ທັງໝົດ 15 ຄົນ, ຍິງ 4. ດັ່ງນັ້ນ ຈຶ່ງຢາກໃຫ້ຜູ້ຮັບຂໍ້ມູນຂ່າວສານ ທາງສື່ສັງຄົມອອນລາຍ ຈົ່ງໃຊ້ວິຈາລະນະຍານໃນການຕິດຕາມຂໍ້ມູນທີ່ເປັນທາງການ ໃຫ້ຖືກຕ້ອງ, ສະນັ້ນ ເພື່ອເຮັດໃຫ້ສັງຄົມເຂົ້າໃຈຢ່າງຖືກຕ້ອງ ຈິ່ງໄດ້ຊີ້ແຈ້ງກ່ຽວກັບ ການກະທຳຜິດ ຂອງນາງ ດາວິນ ມະນີວົງ ແລະ ນາງ ພຸດທິດາວັນ ໄກສອນເສນາ ດັ່ງນີ້:

ຄະດີ ຂອງນາງ ດາວິນ ມະນີວົງ ແມ່ນຄະດີອາຍາ ເລກທີ 64/ ຂຕ.ອ, ລົງວັນທີ 20 ເມສາ 2026, ຕາມຄຳຕັດສີນ ເລກທີ 89/ ຂຕ.ອ, ລົງວັນທີ 16 ກໍລະກົດ 2026,ເຊິ່ງສານໄດ້ຕັດສີນໃຫ້ຜູ້ກ່ຽວ ມີຄວາມຜິດໃນສະຖານໂທສານຸໂທດ ຕາມມາດຕາ 297 ແລະ ມາດຕາ 298 ການດຳເນີນທຸລະກິດໂດຍບໍ່ຖືກຕ້ອງຕາມກົດໝາຍ ແລະ ການຄິດໄລ່ດອກເບ້ຍສູງ ຕາມປະມວນກົດໝາຍອາຍາ ປີ 2017. ເຊິ່ງສານໄດ້ຕັດສີນ ລົງໂທດ ນາງ ດາວິນ ມະນີວົງ (ຈໍາເລີຍ4) ໃນຂໍ້ຫາ ການດໍາເນີນທຸລະກິດໂດຍບໍ່ຖືກຕ້ອງຕາມກົດໝາຍ ກຳນົດ ຫົກເດືອນ ແລະ ປັບໃໝ 5,000,000 ກີບ, ລົງໂທດ ນາງ ດາວິນ ມະນີວົງ (ຈໍາເລີຍ4) ໃນຂໍ້ຫາ ການຄິດໄລ່ດອກເບ້ຍສູງ ກຳນົດ ຫົກເດືອນ ແລະ ປັບໃໝ 5,000,000 ກີບ, ລວມລົງໂທດຕັດອິດສະລະພາບຈຳເລີຍ ທັງໝົດ ໜື່ງ ປີ ໃຫ້ປະຕິບັດ ຫ້າເດືອນ ຊາວສີ່ວັນ ສ່ວນທີ່ເຫຼືອພາກໄວ້ ແລະ ປັບໃໝ 10,000,000 ກີບ ແລະໃຫ້ໃຊ້ແທນເງີນສ່ວນຕ່າງທີ່ໄດ້ຈາກການກະທຳຜິດ ຈຳນວນ 5,054,100,000 ກີບ ຄືນແກ່ລັດ ເຊິ່ງເງີນຈຳນວນດັ່ງກ່າວນີ້ ຜູ້ກ່ຽວໄດ້ມາຈາກການກະທຳຜິດໃນຂໍ້ຫາ ການດຳເນີນທຸລະກິດໂດຍບໍ່ຖືກຕ້ອງຕາມກົດໝາຍ ແລະ ການຄິດໄລ່ດອກເບ້ຍສູງ, ການກະທຳຜິດຂອງ ນາງ ດາວີນ ມະນີວົງ ຜູ້ກ່ຽວບໍ່ໄດ້ກະທຳຜິດ ໃນຂໍ້ຫາການສໍ້ລາດບັງຫຼວງ.
ສ່ວນຄະດີ ຂອງນາງ ພຸດທິດາວັນ ໄກສອນເສນາ ແມ່ນຄະດີອາຍາ ເລກທີ 59/ ຂຕ.ອ, ລົງວັນທີ 17 ມີນາ 2026, ຕາມຄຳຕັດສີນ ເລກທີ 90/ ຂຕ.ອ, ລົງວັນທີ 30 ກໍລະກົດ 2026. ຜູ້ກ່ຽວໄດ້ກະທຳຜິດທີ່ເປັນການ ການສໍ້ລາດບັງຫຼວງ ໃນຂໍ້ຫາ ການຍັກຍອກຊັບຂອງລັດ ຫຼື ລວມໝູ່, ການດໍາເນີນທຸລະກິດໂດຍບໍ່ຖືກຕ້ອງຕາມກົດໝາຍ ແລະ ການຄິດໄລ່ດອກເບ້ຍສູງ, ຕາມມາດຕາ 354, 355, 297 ແລະ 298 ຂອງປະມວນກົດໝາຍອາຍາ, ເຊິ່ງສານໄດ້ຕັດສີນ ໃຫ້ຜູ້ກ່ຽວຖືກລົງໂທດຕາມແຕ່ລະຂໍ້ຫາຄື:ລົງໂທດຕັດອິດສະລະພາບ ໃນຂໍ້ຫາການດໍາເນີນທຸລະກິດໂດຍບໍ່ຖືກຕ້ອງຕາມກົດໝາຍ ກໍານົດ ຫົກເດືອນ ແລະ ປັບໃໝ 5,000, 000 ກີບ,ລົງໂທດຕັດອິດສະລະພາບ ໃນຂໍ້ຫາການຄິດໄລ່ດອກເບ້ຍສູງກໍານົດ ຫົກ ເດືອນ ແລະ ປັບໃໝ 5,000,000 ກີບ.
– ໃນຂໍ້ຫາ ການຍັກຍອກຊັບ ຂອງລັດ ຫຼື ລວມໝູ່ ຕະຫຼອດຊີວິດ ແລະ ປັບໃໝ ໜື່ງສ່ວນຮ້ອຍ(1%) ຂອງມູນຄ່າຄວາມເສຍຫາຍ ຄື: ເງີນຈຳ ນວນ 10,000,000,000 ກີບ X 1% ເທົ່າ 100,000,000 ກີບ, ລວມລົງໂທດ ນາງ ພຸດທິດາວັນ ໄກສອນເສ ນາ (ຈໍາເລີຍ15) ຕັດອິດສະລະພາບ ຕະຫຼອດຊີວິດ ແລະ ປັບໃໝ ທັງໝົດ ຈຳນວນ 110,000,000 ກີບ
ສ່ວນເງີນ ຈຳນວນ 22,000,000 ກີບ ທີ່ສານໃຫ້ຜູ້ກ່ຽວສົ່ງຄືນ ແກ່ລັດນັ້ນ ແມ່ນເງີນທີ່ນາງ ພຸດທິດາວັນ ໄກສອນເສນາ ໄດ້ຈາກການກະທຳຜິດ ໃນຂໍ້ຫາການດໍາເນີນທຸລະກິດໂດຍບໍ່ຖືກຕ້ອງຕາມກົດໝາຍ ແລະ ການຄິດໄລ່ດອກເບ້ຍສູງ(ມາດຕາ 297,298) ພ້ອມນັ້ນ ກໍ່ຍັງໃຫ້ຮັບຜິດຊອບ ໃຊ້ແທນເງີນຂອງລັດທີ່ຖືກເສຍຫາຍ ຕາມບ້ວງເງີນທີ່ຜູ້ກ່ຽວໄດ້ຮ່ວມກະທຳຜິດ.
——–
©️ຂ່າວສານອອນລາຍ ອັດຕະປື


