ກອງປະຊຸມປະກາດສ້າງຕັ້ງ “ສະມາຄົມສົ່ງເສີມຄຸນຄ່າວັດທະນະທຳລາວ” (ສຄວລ) ຫຼື Lao Cultural Values Promotion Association (LCVPA) ໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 16 ກໍລະກົດ 2026 ທີ່ນະຄອນຫຼວງວຽງຈັນ ຕາມຂໍ້ຕົກລົງຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 824/ຄຈສພ, ລົງວັນທີ 23 ມິຖຸນາ 2026 ແລະ ເຄື່ອນໄຫວພາຍໃຕ້ດໍາລັດ 536/ລບ ວ່າດ້ວຍສະມາຄົມ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ປອ ວິສຸກ ພົມພິທັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ທ່ານ ຄຳມະນີ ອິນທິລາດ ປະທານທີ່ປຶກສາສະມາຄົມ, ທ່ານ ພູວົງ ພະມີສິດ ຮອງປະທານສູນກາງແນວລາວສ້າງຊາດ (ຜູ້ບໍ່ປະຈໍາການ) ປະທານກິດຕິມະສັກຂອງສະມາຄົມ, ພ້ອມດ້ວຍຜູ້ຊົງຄຸນວຸດທິ, ຜູ້ປະກອບການວັດທະນະທຳ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ສະຫວັນຄອນ ຣາຊມຸນຕຣີ ປະທານສະມາຄົມສົ່ງເສີມຄຸນຄ່າວັດທະນະທຳລາວ ໄດ້ຂຶ້ນຜ່ານບົດລາຍງານ ໂດຍໄດ້ຍົກໃຫ້ເຫັນເຖິງປະຫວັດສາດ ແລະ ຄວາມເປັນມາອັນຍາວນານຂອງຄວາມສາມັກຄີລະຫວ່າງປະຊາຊົນບັນດາເຜົ່າ ເຊິ່ງເປັນວັດທະນະທຳອັນຍອດຍິ່ງຂອງຊາດ. ທ່ານໄດ້ເນັ້ນໜັກວ່າ ນັບຕັ້ງແຕ່ໄລຍະຕໍ່ສູ້ປົດປ່ອຍຊາດ ຈົນເຖິງຍຸກປ່ຽນແປງໃໝ່ໃນປີ 1986, ພັກ-ລັດ ໄດ້ມີນະໂຍບາຍສົ່ງເສີມວັດທະນະທຳໃຫ້ຊຶມເລິກເຂົ້າສູ່ມວນຊົນ ແລະ ຫັນວັດທະນະທຳມາເປັນທ່າແຮງປາຍແຫຼມໃນການດຶງດູດການທ່ອງທ່ຽວ ຕິດພັນກັບການຜະລິດ ແລະ ບໍລິການດ້ານວັດທະນະທຳ ທີ່ສາມາດດຶງດູດນັກທ່ອງທ່ຽວຕ່າງປະເທດເຂົ້າມາ ສປປ ລາວ ໄດ້ເຖິງ 4-5 ລ້ານຄົນໃນຊຸມປີທີ່ຜ່ານມາ.
ຈາກທ່າແຮງດັ່ງກ່າວ, ຄະນະຂົນຂວາຍຈຶ່ງໄດ້ເຕົ້າໂຮມກັນສ້າງຕັ້ງສະມາຄົມນີ້ຂຶ້ນ ເພື່ອເປັນຕົວແທນປິ່ນອ້ອມໃຫ້ແກ່ຜູ້ປະກອບການ ບົນວິໄສທັດການຍູ້ແຮງວັດທະນະທຳລາວໃຫ້ກາຍເປັນ “ເສດຖະກິດວັດທະນະທຳ” (Culture Economy) ຫຼື “ເສດຖະກິດສ້າງສັນ” (Creative Economy) ແລະ ຫັນເປັນ Soft Power ເພື່ອສ້າງລາຍຮັບໃຫ້ແກ່ປະຊາຊົນ ແລະ ເສດຖະກິດຂອງຊາດ. ນອກນັ້ນ, ໃນຖານະທີ່ ສປປ ລາວ ເປັນສະມາຄົມຂອງອົງການ UNESCO, ສະມາຄົມຈະສຸມໃສ່ການປົກປັກຮັກສາມໍລະດົກວັດທະນະທຳ ຄວບຄູ່ກັບການຍາດແຍ່ງທຶນຮອນ ແລະ ໂຄງການສະໜັບສະໜູນຈາກສາກົນ ເພື່ອຂັບເຄື່ອນວຽກງານວັດທະນະທຳໃຫ້ຕິດພັນກັບການພັດທະນາຍືນຍົງສີຂຽວ ແລະ ເປັນມິດກັບສິ່ງແວດລ້ອມ ພ້ອມທັງຮຽກຮ້ອງທຸກພາກສ່ວນຮ່ວມກັນອຸ້ມຊູສະໜັບສະໜູນ.
ສຳລັບຄະນະບໍລິຫານງານສະມາຄົມສົ່ງເສີມຄຸນຄ່າວັດທະນະທຳລາວ ຊຸດປະຖົມມະລຶກ ປະກອບມີ: ທ່ານ ສະຫວັນຄອນ ຣາຊມຸນຕຣີ ເປັນປະທານສະມາຄົມ; ທ່ານ ຄຳໝັ້ນ ໄຊຍະແສງ ແລະ ທ່ານ ນ. ບຸນມີ ຂັນຕິວົງ ເປັນຮອງປະທານ; ທ່ານ ຂັນທະວົງ ດາລາວົງ ເປັນກຳມະການບໍລິຫານ ທັງເປັນຜູ້ອຳນວຍການ ແລະ ທ່ານ ກໍວິເສດ ພະໄຊສົມບັດ ເປັນກຳມະການບໍລິຫານ.


