Homeຂ່າວພາຍໃນລັດຖະບານ ກຳນົດ 8 ຄາດໝາຍ 5 ວຽກຈຸດສຸມ ພັດທະນາຊີວິດການເປັນຢູ່ຂອງປະຊາຊົນ

ລັດຖະບານ ກຳນົດ 8 ຄາດໝາຍ 5 ວຽກຈຸດສຸມ ພັດທະນາຊີວິດການເປັນຢູ່ຂອງປະຊາຊົນ

ໃນວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຂອງລັດຖະບານ ໄດ້ກຳນົດ 8 ຄາດໝາຍ, 5 ວຽກຈຸດສູມ, 5 ທິດທາງ ແລະ 5 ຫລັກການ ໃນການຈັດຕັ້ງປະຕິບັດ ເພື່ອສຸມໃສ່ພັດທະນາຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ດີຂຶ້ນເທື່ອລະກ້າວ.

ທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫລງຂ່າວ ກ່ຽວກັບການຄົ້ນຄວ້າ, ພິຈາລະນາບົດລາຍງານຂອງລັດຖະບານ ກ່ຽວກັບ “ວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ” ໃນວາລະດຳເນີນກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 10 ກໍລະກົດ 2026 ນີ້ວ່າ:

ວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຂອງລັດຖະບານ ໄດ້ກຳນົດ 7 ຄາດໝາຍ ເພື່ອຈັດຕັ້ງປະຕິບັດວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກ ຍາກຂອງປະຊາຊົນ ຄື: ສູ້ຊົນສ້າງຄອບຄົວພົ້ນທຸກ ໃຫ້ໄດ້ຫລາຍກວ່າ 100.000 ຄອບຄົວ, ສ້າງບ້ານພົ້ນທຸກ ໃຫ້ໄດ້ຫລາຍກວ່າ 1.000 ບ້ານ, ສ້າງເມືອງພົ້ນທຸກ ໃຫ້ໄດ້ຫລາຍກວ່າ 25 ເມືອງ. ໃນນີ້, ສ້າງບ້ານ ຈຸດສຸມຕົວແບບ ໃນການແກ້ໄຂຄວາມທຸກຍາກ ໃຫ້ໄດ້ຢ່າງໜ້ອຍ ແຂວງລະ 4-5 ບ້ານ; ສຸມໃສ່ສ້າງອາຊີບ ແລະ ແຫລ່ງລາຍຮັບ ຂອງປະຊາຊົນ ໃຫ້ມີຄວາມໝັ້ນຄົງ, ພ້ອມທັງເຂົ້າເຖິງການບໍລິການ ດ້ານສາທາລະນຸປະໂພກຂັ້ນພື້ນຖານ; ສຸມໃສ່ພັດທະນາໂຄງລ່າງພື້ນຖານ ແລະ ສິ່ງອໍານວຍຄວາມສະດວກ ເພື່ອຮັບໃຊ້ການດໍາລົງຊີວິດ; ສຸມໃສ່ຈັດສັນພູມລໍາເນົາ ແລະ ອາຊີບໝັ້ນຄົງ ໃຫ້ປະຊາຊົນບັນດາເຜົ່າ, ຫລຸດຜ່ອນການເຄື່ອນຍ້າຍຂອງພົນລະເມືອງແບບຊະຊາຍ; ສ້າງ ແລະ ປັບປຸງລະບົບການເມືອງ ຢູ່ຂັ້ນຮາກຖານ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ, ສາມາດນໍາພາປະຊາຊົນ, ເປັນເຈົ້າການປົກປັກຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ມີຄວາມມຸ່ງໝັ້ນໃນການພັດທະນາຕົນເອງ, ພັດທະນາບ້ານ ແລະ ຊຸມຊົນ ໃຫ້ຫລຸດພົ້ນອອກຈາກຄວາມທຸກຍາກ, ສ້າງໃຫ້ມີຂະບວນການ, ສ້າງວິຊາຊີບໃຫ້ຊາວໜຸ່ມ ໃນຮາກຖານໃຫ້ຫລາຍຂຶ້ນ; ຂົນຂວາຍ ແລະ ຍາດແຍ່ງການລົງທຶນ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າໃນການພັດທະນາຊົນນະບົດຢ່າງມີຈຸດສຸມ, ບໍ່ເອື່ອຍອີງໃສ່ແຕ່ງົບປະມານ ຂອງລັດ ດ້ານດຽວ; ສ້າງ ແລະ ປັບປຸງນິຕິກໍາ, ກົນໄກ ໃນການຈັດຕັ້ງປະຕິບັດວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃຫ້ເປັນລະບົບຄົບຊຸດ, ເຂັ້ມງວດ, ສອດຄ່ອງ, ຮັດກຸມ.

ພ້ອມນີ້, ຍັງໄດ້ກຳນົດ 5 ວຽກຈຸດສຸມ ຄື: ສ້າງອາຊີບ ແລະ ແຫລ່ງລາຍຮັບຂອງປະຊາຊົນ ໃຫ້ມີຄວາມໝັ້ນຄົງ ແລະ ຍືນຍົງ; ພັດທະນາໂຄງລ່າງພື້ນຖານ ແລະ ສິ່ງອໍານວຍຄວາມສະດວກ ຢູ່ເຂດຊົນນະບົດ; ສ້າງຄວາມເຂັ້ມແຂງ ໃຫ້ແກ່ຄະນະກໍາມະການປົກຄອງຕາແສງ, ການຈັດຕັ້ງບ້ານ ແລະ ປະຊາຊົນພາຍໃນບ້ານ; ຂົນຂວາຍ ແລະ ຍາດແຍ່ງ ສຸມການລົງທຶນເຂົ້າໃສ່ການພັດທະນາຢູ່ຊົນນະບົດ; ສ້າງ ແລະ ປັບປຸງນິຕິກໍາ, ກົນໄກ ໃນການຈັດຕັ້ງປະຕິບັດ ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃຫ້ລະອຽດ, ຈະແຈ້ງກວ່າເກົ່າ.

ສຳລັບ ທິດທາງຂອງວາລະແຫ່ງຊາດສະບັບນີ້ ໄດ້ກຳນົດ 5 ທິດທາງ ຄື: ເລັ່ງຊຸກຍູ້ສົ່ງເສີມ ໃຫ້ປະຊາຊົນຮູ້ທໍາມາຫາກິນແບບໃໝ່, ຈັດຕັ້ງການຜະລິດ ແລະ ຊຸກຍູ້ການຜະລິດກະສິກໍາ ແບບປະສົມປະສານ ເພື່ອໃຫ້ມີສະບຽງອາຫານພຽງພໍ ແລະ ກ້າວໄປສູ່ການຜະລິດເປັນສິນຄ້າ ເພື່ອສ້າງອາຊີບ ແລະ ວຽກເຮັດງານທໍາ ເປັນແຫລ່ງລາຍຮັບທີ່ໝັ້ນຄົງ; ເລັ່ງພັດທະນາໂຄງລ່າງພື້ນຖານ ແລະ ສິ່ງອໍານວຍຄວາມສະດວກຢູ່ຊົນນະບົດ ຢ່າງມີຈຸດສຸມ ເປັນຕົ້ນ ດ້ານຄົມມະນາຄົມ ແລະ ຂົນສົ່ງ, ກະສິກໍາ, ສິ່ງແວດລ້ອມ, ສຶກສາ, ສາທາ, ໄຟຟ້າ, ນໍ້າສະອາດ, ໂທລະຄົມ ແລະ ການສື່ສານ ໃຫ້ສາມາດເຂົ້າເຖິງ ແລະ ນໍາໃຊ້ຢ່າງທົ່ວເຖິງ; ຫັນພະນັກງານລົງກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຕາມພາລະບົດບາດຂອງຂະແໜງການ ພ້ອມທັງກໍ່ສ້າງບຸກຄະລາກອນກັບທີ່ ແລະ ສຸມໃສ່ປັບປຸງລະບົບການເມືອງ ຢູ່ຮາກຖານ ໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນ ສາມາດນໍາພາວຽກງານຢູ່ຂັ້ນທ້ອງຖິ່ນ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ; ສຸມທຶນຮອນເຂົ້າໃສ່ການພັດທະນາຢູ່ຊົນນະບົດ ຢ່າງມີຈຸດສຸມ ແລະ ໄປລວງດຽວກັນດ້ວຍການສະໜອງງົບປະມານຂອງລັດ, ການລະດົມ ແລະ ຍາດແຍ່ງຈາກແຫລ່ງທຶນຕ່າງໆ; ເລັ່ງສ້າງ ແລະ ປັບປຸງ ບັນດານິຕິກໍາ, ກົນໄກ ທີ່ກ່ຽວຂ້ອງ ກັບວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ເພື່ອເອື້ອອໍານວຍໃນການຈັດຕັ້ງປະຕິບັດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ. ສ່ວນຫລັກການ ໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ມີ 5 ຫລັກການ ຄື: ຮັບປະກັນຄວາມເຂັ້ມງວດ-ເດັດຂາດ; ຮັບປະກັນຄວາມໂປ່ງໃສ; ຮັບປະກັນດ້ານວິທະຍາສາດ-ວິຊາການ; ຮັບປະ ກັນຄວາມເປັນມືອາຊີບ ແລະ ຮັບປະກັນຄຸນນະພາບ ແລະ ຄວາມຍືນຍົງ.

ທ່ານ ມອນໄຊ ລາວມົວຊົ່ງ ຍັງໃຫ້ຮູ້ອີກວ່າ: ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ບໍ່ແມ່ນໜ້າທີ່ຂອງບຸກຄົນໃດບຸກຄົນໜຶ່ງ ຫລື ຂະແໜງການໃດໜຶ່ງ ແຕ່ມັນແມ່ນ “ຄວາມຮັບຜິດຊອບຮ່ວມກັນ” ຂອງທົ່ວປວງຊົນລາວທັງຊາດ, ສະພາແຫ່ງຊາດ ຊຸດທີ X, ສະພາປະຊາຊົນຂັ້ນແຂວງ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ອົງການຈັດຕັ້ງມະຫາຊົນ ເພີ່ມທະວີການຕິດຕາມ, ກວດກາ, ຊຸກຍູ້ການຈັດຕັ້ງປະຕິບັດ ວາລະແຫ່ງຊາດສະບັບນີ້ ຢ່າງເຂັ້ມງວດ ເພື່ອຮັບປະກັນທຸກແຜນວຽກ, ງົບປະມານທຸກຮ່ວງ ຈະໄດ້ຮັບການຈັດຕັ້ງປະຕິບັດຢ່າງໂປ່ງໃສ ແລະ ມີປະສິດທິຜົນ.