HomeUncategorizedຫາ​ລື ຮ່າງວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ

ຫາ​ລື ຮ່າງວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ

ກອງປະຊຸມຄະນະຮັບຜິດຊອບຊີ້ນຳການຮ່າງ ແລະ ປະຕິບັດວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໄດ້ຈັດຂຶ້ນໃນ​ວັນ​ທີ 22 ມິ​ຖຸ​ນາ​2026 ທີ່ກະຊວງການເງິນ, ພາຍ​ໃຕ້​ການເປັນປະທານ​ຂອງ ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນຳການຮ່າງ ແລະ ປະຕິບັດວາລະແຫ່ງຊາດ ຂັ້ນສູນກາງ, ມີບັນດາທ່ານຮອງລັດຖະມົນຕີ, ຫົວໜ້າກົມ/ຮອງຫົວໜ້າກົມ ແລະ ພາກ​ສ່ວນກ່ຽວຂ້ອງເຂົ້າຮ່ວມ.

May be an image of dais and text

ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ (ກສ) ໃນນາມຫົວໜ້າກອງເລຂາຊ່ວຍວຽກ ຄະນະຮັບຜິດຊອບຊີ້ນຳ, ໄດ້ລາຍງານຄວາມຄືບໜ້າກ່ຽວກັບການຮ່າງວາລະແຫ່ງຊາດສະບັບດັ່ງກ່າວນີ້ວ່າ: ຮ່າງວາ​ລະ​ແຫ່ງ​ຊາດ ສະ​ບັບ​ດັ່ງ​ກ່າວ​ນີ້ ແມ່ນມີຄວາມຈຳເປັນ, ຮີບດ່ວນລະດັບຊາດ ທີ່ຖືກກຳນົດຂຶ້ນເພື່ອຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030). ໂດຍອີງໃສ່ຜົນການປະເມີນສະພາບພົ້ນທຸກໃນປີ 2025 ທີ່ພົບວ່າຍັງມີຄອບຄົວບໍ່ພົ້ນທຸກ 14.78%, ບ້ານບໍ່ພົ້ນທຸກ 25.83% ແລະ ເມືອງບໍ່ພົ້ນທຸກ 44.59% ໃນທົ່ວປະເທດ.ລັດຖະບານຈຶ່ງໄດ້ກໍານົດ 5 ວຽກງານຈຸດສຸມໃຫຍ່ ໃນຮ່າງວາລະແຫ່ງຊາດສະບັບນີ້ ດັ່ງນີ້:

May be an image of one or more people
– ວຽກງານຈຸດສຸມທີ 1: ພັດທະນາໂຄງລ່າງ ແລະ ສິ່ງອຳນວຍຄວາມສະດວກຢູ່ຊົນນະບົດ (ເສັ້ນທາງຄົມມະນາຄົມ, ລະບົບນ້ຳສະອາດ, ໂທລະຄົມມະນາຄົມ, ຊົນລະປະທານຂະໜາດນ້ອຍ, ຕາຂ່າຍໄຟຟ້າ, ສາທາລະນະສຸກ ແລະ ໂຮງຮຽນ).

– ວຽກງານຈຸດສຸມທີ 2: ສ້າງອາຊີບ ແລະ ແຫຼ່ງລາຍຮັບຂອງປະຊາຊົນໃຫ້ມີຄວາມໝັ້ນຄົງ ໂດຍຊຸກຍູ້ການເຮັດກະເສດສຸມ, ກະເສດປະສົມປະສານ ແລະ ການຜະລິດເປັນສິນຄ້າ.

– ວຽກງານຈຸດສຸມທີ 3: ສ້າງຄວາມເຂັ້ມແຂງໃຫ້ແກ່ຄະນະກຳມະການປົກຄອງຕາແສງ, ການຈັດຕັ້ງບ້ານ ແລະ ຊາວຊົນນະບົດ.

– ວຽກງານຈຸດສຸມທີ 4: ຂົນຂວາຍ ແລະ ຍາດແຍ່ງການລົງທຶນເຂົ້າໃສ່ການພັດທະນາຢູ່ຊົນນະບົດ ຈາກທັງພາຍໃນ ແລະ ຕ່າງປະເທດ.

– ວຽກງານຈຸດສຸມທີ 5: ສ້າງ ແລະ ປັບປຸງນິຕິກຳ, ກົນໄກໃນການຈັດຕັ້ງປະຕິບັດວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກໃຫ້ມີປະສິດທິຜົນ.

ນອກນັ້ນ ໃນທີ່ປະຊຸມກໍໄດ້ຮັບຟັງການນຳສະເໜີຮ່າງຂໍ້ຕົກລົງ ວ່າດ້ວຍການແບ່ງຄວາມຮັບຜິດຊອບພາຍໃນຄະນະຮັບຜິດຊອບຊີ້ນຳ ເພື່ອໃຫ້ບັນດາຜູ້ເຂົ້າຮ່ວມໄດ້ປຶກສາຫາລື ແລະ ປະກອບຄຳເຫັນຕໍ່ຮ່າງດັ່ງກ່າວ. ກອງປະຊຸມໄດ້ມອບໝາຍໃຫ້ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ເປັນເຈົ້າການປະສານສົມທົບກັບບັນດາກະຊວງ, ອົງການ ແລະ ທ້ອງຖິ່ນ ເພື່ອຈັດຕັ້ງປະຕິບັດ, ຕິດຕາມ ກວດກາ ແລະ ປະເມີນຜົນ ເຮັດໃຫ້ວາລະແຫ່ງຊາດສະບັບນີ້ປະກົດຜົນເປັນຈິງ ແລະ ສາມາດແກ້ໄຂຄວາມທຸກຍາກຂອງປະຊາຊົນໄດ້ຢ່າງຍືນຍົງ.

©️ກະຊວງການເງິນ