HomeUncategorized5 ເດືອນ​ຕົ້ນປີ​ 2026 ນະຄອນປາກເຊ ຂ.ຈຳປາສັກ ຈັດເກັບລາຍຮັບ 18​ ຕື້​ 349 ລ້ານກວ່າກີບ ເທົ່າ​ 43,2%...

5 ເດືອນ​ຕົ້ນປີ​ 2026 ນະຄອນປາກເຊ ຂ.ຈຳປາສັກ ຈັດເກັບລາຍຮັບ 18​ ຕື້​ 349 ລ້ານກວ່າກີບ ເທົ່າ​ 43,2% ຂອງແຜນການປີ

ໃນ 5 ເດືອນ​ຕົ້ນປີ​ 2026, ນະຄອນປາກເຊ​ ແຂວງຈໍາປາສັກ​ ສາມາດຈັດເກັບລາຍຮັບໄດ້​ 18​ ຕື້​ 349 ລ້ານກວ່າກີບ,​ ເທົ່າ​ 43,2% ຂອງແຜນການປີ,​ ທຽບໃສ່ແຜນການ​ 5​ ເດືອນ​ ໄດ້​ 103,6%,​ ທຽບໃສ່ໄລຍະດຽວຂອງປີກ່ອນໄດ້​ 104,9%, ໃນນັ້ນ​ ລາຍຮັບຈາກສ່ວຍສາອາກອນ ປະຕິບັດ​ໄດ້​ 18​ ຕື້​ 57​ ລ້ານກວ່າກີບ, ຈາກໜ່ວຍງານຄຸ້ມຄອງຊັບສິນ​ແຫ່ງລັດ 292 ລ້ານກວ່າກີບ.​

May be an image of dais and text that says 'ภอาปะอุม สะทบอรภวามภาบเจิม ၂ာ၅ ท้อมะถอม වී 2025 และ อาาทิถทางแผบภาบ වී 2026 ถังอัมทิ 12 มิถุมๆ 2026 ปะขกาบ'

ຂໍ້ມູນລາຍຮັບດັ່ງກ່າວ​ ໄດ້ລາຍງານໃນໂອກາດທີ່ຫ້ອງການ​ ການເງິນ​ນະຄອນປາກເຊ​ ແຂວງຈໍາປາສັກ​ ຈັດ​ກອງປະຊຸມປະຊຸມສະຫຼຸບວຽກງານການເງິນ ທົ່ວນະຄອນ ປະຈຳປີ 2025 ແລະ ທິດທາງແຜນການ ປະຈຳປີ 2026​ ທີ່ຈັດຂຶ້ນໃນວັນທີ 12 ມິຖຸນາ 2026 ​ຢູ່ສະໂມສອນ​ນະຄອນ​ ໂດຍການ​ເປັນປະທານ​ຮ່ວມຂອງ​ທ່ານ​ ສຸກວິໃສ ສີສົມຫວັງ ປະທານຄະນະກໍາມະການປົກຄອງນະຄອນປາກເຊ,​ ທ່ານ​ ສີສະຫວັດ ສີລິ​ວັດ​ ຮອງຫົວໜ້າ​ພະແນກ​ການເງິນ​ແຂວງ.​ ມີທ່ານ​ ອຸດອນ​ ແສງດາລາ ຫົວໜ້າ​ຫ້ອງການ​ ການເງິນ​ນະຄອນປາກເຊ ພ່ອມພາກສ່ວນກ່ຽວຂ້ອງ​ ເຂົ້າຮ່ວມ.​

May be an image of dais and text

ໃນກອງປະຊຸມ, ພາຍຫຼັງທ່ານ​ ສຸກວິໃສ ສີສົມຫວັງ ປະທານຄະນະກໍາມະການປົກຄອງນະຄອນປາກເຊ​ ກ່າວເປີດແລ້ວ,​ ທ່ານ​ ອຸດອນ​ ແສງດາລາ ຫົວໜ້າ​ຫ້ອງການ​ ການເງິນ​ນະຄອນປາກເຊ​ ກໍໄດ້ຜ່ານບົດສະຫຼຸບວຽກງານການເງິນທົ່ວນະຄອນ ປີ 2025​ ໂດຍຍົກ ໃຫ້ເຫັນພາບລວມ, ທີ່ຕັ້ງ​ພາລະບົດບາດ,​ ໂຄງປະກອບ​ການຈັດຕັ້ງ​ ແລະ​ ບຸກຄະລາກອນຂອງຫ້ອງການ ການເງິນນະຄອນ.​ສໍາລັບວຽກງານການຈັດຕັ້ງປະຕິບັດດ້ານແຜນງົບປະມານແຫ່ງລັດ,​ ຫ້ອງການ​ ການເງິນນະຄອນປາກເຊ ໄດ້ຮັບແຜນຕົວເລກລາຍຮັບ ປີ 2025 ຈາກພະແນກການເງິນແຂວງ ມອບໃຫ້ຈັດເກັບທັງໝົດ 39,​4 ຕື້ກວ່າກີບ.​

ຜ່ານການຈັດຕັ້ງປະຕິບັດຕົວຈິງ ໝົດປີ ເກັບລາຍຮັບໄດ້ 51​ ຕື້​ 663 ລ້ານກວ່າກີບ,​ ທຽບໃສ່ແຜນການປີໄດ້ 132,5%; ສາມາດປະຕິບັດໄດ້ລື່ນແຜນແຜນການປີ 32,5% ເປັນເງິນຈານວນ 12,66 ຕື້ກີບ.​ ພ້ອມນີ້,​ ຍັງໄດ້ທິດທາງແຜນການ ປະຈຳປີ 2026,​ ໃນປີ​ນີ້ຫ້ອງການ​ ການເງິນນະຄອນປາກເຊ ໄດ້ຮັບແຜນຕົວເລກລາຍຮັບ ຈາກພະແນກການເງິນແຂວງ ມອບໃຫ້ຈັດເກັບທັງໝົດ 42​ ຕື້​ 510 ລ້ານກີບ, ໃນນັ້ນ ຈາກສ່ວຍສາອາກອນ 41​ ຕື້ກີບ, ຈາກໜ່ວຍງານຄຸ້ມຄອງຊັບສິນແຫ່ງລັດ 1.510 ລ້ານກີບ.​ ຈາກນັ້ນ, ຜູ້​ເຂົ້າຮ່ວມ​ກອງປະຊຸມ​ ກໍໄດ້ປະກອບຄໍາເຫັນດ້ານວຽກງານວິຊາສະເພາະ.​

——-
©️ໜັງສືພິມຈຳປາໃໝ່