Homeຂ່າວພັດທະນາບໍລິສັດ IndusTek Co., Ltd ຮ່ວມກັບ ບໍລິສັດ Imperial Fire Engineering ຈັດງານສຳມະນາ ເພື່ອເສີມສ້າງຄວາມຮູ້ ແລະ...

ບໍລິສັດ IndusTek Co., Ltd ຮ່ວມກັບ ບໍລິສັດ Imperial Fire Engineering ຈັດງານສຳມະນາ ເພື່ອເສີມສ້າງຄວາມຮູ້ ແລະ ການຕະໜັກເຖິງການປ້ອງກັນອັກຄີໄພໃນ ສປປ ລາວ.

ໃນວັນສຸກ ວັນທີ 09 ພຶດສະພາ 2025 ທີ່ຜ່ານມາ. ບໍລິສັດ ອິນດັດສ໌ເທັກ ຈຳກັດ (IndusTek Co., Ltd.) ນຳໂດຍ ທ່ານ ພອນສະຫວັນ ໄຊປັນຍາ ຜູ້ອຳນວຍການບໍລິສັດ ຮ່ວມກັບ ບໍລິສັດ ອິມເພີຣ້ຽວ ໄຟເອີ້ ເອັນຈິເນຍຣີ້ງ(Imperial Fire Engineering) ໄດ້ຈັດງານສຳມະນາ ເຊິ່ງພາຍໃນງານຄັ້ງນີ້ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ພັອ. ວິລະພອນ ວົງຄຳມຸນຕີ ຫົວໜ້າກົມຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ. ທາງບໍລິສັດ ອິນດັດສ໌ເທັກ ຈຳກັດ ໄດ້ຈັດງານສຳມະນາໃນຄັ້ງນີ້ຂຶ້ນມາ ເພື່ອໃຫ້ຄວາມຮູ້ດ້ານຄວາມປອດໄພໃນຫົວຂໍ້ “ການນຳໃຊ້ປະເພດຖັງດັບເພີງ ແລະ ເກນການຄັດເລືອກລະບົບດັບເພີງອັດຕະໂນມັດດ້ວຍສານພິເສດແບບທັນສະໄໝ (Fire Suppression System) ແລະ ລະບົບສັນຍານແຈ້ງເຕືອນອັກຄີໄພ” ທີ່ໂຮງແຮມ ດອນຈັນ ພາເລດ (Donchan Palace) ນະຄອນຫຼວງວຽງຈັນ ສ.ປ.ປ ລາວ.

ງານສຳມະນາໃນຄັ້ງນີ້ ເຮົາໄດ້ຈັດຂຶ້ນໂດຍມີຈຸດປະສົງທີ່ສຳຄັນເພື່ອປ້ອງກັນ, ເຜີຍແຜ່ຄວາມຮູ້,  ແລະ ຫຼຸດຜ່ອນຄວາມສ່ຽງຈາກອັກຄີໄພທີ່ອາດຈະເກີດຂຶ້ນໃນຊີວິດປະຈຳວັນ ທັງໃນທີ່ຢູ່ອາໄສ, ຕຶກອາຄານ, ສຳນັກງານ, ໂຮງງານອຸດສາຫະກຳ ແລະ ພື້ນທີ່ສາທາລະນະໜ່ວຍງານພາກລັດ ແລະ ເອກະຊົນ ໄປຈົນເຖິງຜູ້ປະກອບການໃນຫຼາຍໆອຸດສາຫະກຳ ໂດຍມີຈຸດປະສົງຫຼັກເພື່ອຫຼຸດຄວາມສ່ຽງ ແລະ ຜົນກະທົບຈາກເຫດການໄຟໄໝ້ທີ່ອາດຈະເກີດຂຶ້ນໃນປະເທດລາວ ແລະ ເຮົາຍັງໄດ້ຄຳນຶງເຖິງຄວາມປອດໄພຂອງຊີວິດ ແລະ ຊັບສິນອັນມີຄ່າຂອງປະຊາຊົນເປັນຫຼັກ.

ໂດຍພາຍໃນງານມີການບັນຍາຍໂດຍວິທະຍາກອນ ແລະ ຜູ້ຊ່ຽວຊານທີ່ມີປະສົບການມາຫຼາຍກວ່າ 20ປີ ຈາກບໍລິສັດ Imperial Fire Engineering ປະເທດໄທ ໄດ້ແກ່:
– Mr. Panu Witthaya-Amnueykun (Chief Exceutive Officer)
– Mr. Narit Khamintakun (Fire Protection Engineer)
ທັງສອງທ່ານໄດ້ຖ່າຍທອດຄວາມຮູ້ທີ່ຄອບຄຸມໃນຫຼາກຫຼາຍດ້ານເຊັ່ນ: ປະເພດຂອງຖັງດັບເພີງຊະນິດຕ່າງໆ ແລະ ຄຸນນະສົມບັດໃນການໃຊ້ງານ:
– ແນວທາງການເລືອກໃຊ້ຖັງດັບເພີງ ແລະ ວິທີການດູແລຮັກສາ
– ລະບົບດັບເພີງອັດຕະໂນມັດຊະນິດຕ່າງໆ ແລະ ການເລືອກໃຊ້ Fire Suppression System
– ລະບົບສັນຍານແຈ້ງເຫດເພີງໄໝ້ Fire Alarm System ແລະ ອື່ນໆ


ພາຍໃນງານຍັງມີການຍົກກໍລະນີສຶກສາ ແລະ ມີການສາທິດເຫດການໄຟໄໝ້ ເພື່ອໃຊ້ເປັນບົດຮຽນໃນການຮຽນຮູ້ ແລະ ຫາທາງປ້ອງກັນໃນອະນາຄົດ ພ້ອມເປີດໂອກາດໃຫ້ຜູ້ເຂົ້າຮ່ວມໄດ້ສອບຄຳຖາມ, ສາທິດຕົວຈິງ ແລະ ໄດ້ແລກປ່ຽນຄວາມຄິດເຫັນກັບຜູ້ຊ່ຽວຊານໂດຍຕົງ.


ບໍລິສັດ IndusTek Co., Ltd ແລະ ບໍລິສັດ Imperial Fire Engineering ຕ່າງກໍຕະໜັກເຖິງບົດບາດ ແລະ ຄວາມສຳຄັນໃນການສົ່ງເສີມວັດທະນາທຳຄວາມປອດໄພໃນສັງຄົມ ໂດຍມຸ່ງເນັ້ນໃຫ້ປະຊາຊົນ, ຫົວໜ່ວຍທຸລະກິດ ແລະ ອົງການຈັດຕັ້ງຕ່າງໆ ໃຫ້ມີຄວາມຮູ້, ຄວາມເຂົ້າໃຈ ແລະ ມີທ່າແຮງໃນການປ້ອງກັນ ແລະ ຮັບມືກັບອັກຄີໄພໄດ້ຢ່າງມີປະສິດທິພາບ ທັງໃນລະດັບຄົວເຮືອນ ແລະ ໃນລະດັບອົງກອນ.


ເປົ້າໝາຍໄລຍະຍາວຂອງງານສຳມະນາໃນຄັ້ງນີ້ ຄືການສ້າງແຮງຜັກດັນໃຫ້ເກີດການປ່ຽນແປງດ້ານບວກກ່ຽວກັບຄວາມປອດໄພໃນປະເທດລາວ ເພື່ອລົດຄວາມສູນເສຍ ແລະ ສ້າງເຄື່ອຂ່າຍຄວາມຮ່ວມມືທີ່ເຂັ້ມແຂງລະຫວ່າງໜ່ວຍງານທີ່ກ່ຽວຂ້ອງ ເພື່ອໃຫ້ທຸກໆທ່ານຢູ່ໃນສະພາບແວດລ້ອມທີ່ປອດໄພຍິ່ງຂຶ້ນ.