Homeຂ່າວເສດຖະກິດAPB ນໍາພານະວັດຕະກໍາທາງການເງິນໃນ ສປປ ລາວ ດ້ວຍການຮ່ວມມື ກັບ Visa ເພື່ອການຊໍາລະຂ້າມແດນແບບບໍ່ມີຮອຍຕໍ່

APB ນໍາພານະວັດຕະກໍາທາງການເງິນໃນ ສປປ ລາວ ດ້ວຍການຮ່ວມມື ກັບ Visa ເພື່ອການຊໍາລະຂ້າມແດນແບບບໍ່ມີຮອຍຕໍ່

ນະຄອນຫຼວງວຽງຈັນ, ສປປ ລາວ, ວັນທີ 30 ເມສາ 2025 – ທະນາຄານສົ່ງເສີມກະສິກຳ ຈຳກັດ (APB) ເສີມຂະຫຍາຍບົດບາດເປັນຜູ້ນຳດ້ານນະວັດຕະກຳດ້ານການເງິນ ໂດຍຜ່ານການຮ່ວມມືຍຸດທະສາດກັບ Visa, ເຊິ່ງເປັນຜູ້ບຸກເບີກການຊຳລະເງິນດິຈິຕອນທົ່ວໂລກ. ໂດຍການນຳໃຊ້ Visa B2B Connect, APB ກໍາລັງເພີ່ມຄວາມສາມາດໃນການຊໍາລະຂ້າມຊາຍແດນດ້ວຍຊ່ອງທາງທີ່ປອດໄພ, ມີປະສິດທິພາບ, ແລະໂປ່ງໃສທີ່ຖືກອອກແບບມາສໍາລັບຄວາມຕ້ອງການຂອງທຸລະກິດທີ່ທັນສະໄຫມ.

ການເປີດຕົວ APB World-Remit enabled by Visa B2B Connect ເປັນບາດກ້າວອັນສຳຄັນໃນການປັບປຸງວິທີການດຳເນີນທຸລະກິດຂອງລາວໃນການຈັດການທຸລະກຳລະຫວ່າງປະເທດ. ຊ່ອງທາງນີ້ຊ່ວຍໃຫ້ການໂອນເງິນຈາກທະນາຄານໄປຫາທະນາຄານໂດຍກົງ, ເພີ່ມຄວາມໂປ່ງໃສ, ແລະ ຊ່ວຍໃຫ້ລູກຄ້າສາມາດຕິດຕາມການຊໍາລະໄດ້ໃນເວລາທີ່ແທ້ຈິງ, ສະຫນອງຄວາມໄວ, ຄວາມຖືກຕ້ອງ, ແລະ ຄວາມຫມັ້ນໃຈໃນທຸກໆທຸລະກໍາ.

ທ່ານ ພິລາວັນ ສໍພາບມີໄຊ, ຜູ້ອຳນວຍການຂອງ ທສກ ໄດ້ກ່າວວ່າ: “ການຮ່ວມມືກັບ Visa ແມ່ນສອດຄ່ອງກັບຄວາມຕັ້ງໃຈຂອງ ທສກ ໃນການກ້າວໄປສູ່ການບໍລິການ ດ້ານການເງິນດິຈິຕອລ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດແບບຍືນຍົງໃນ ສປປ ລາວ. ເມື່ອແຍງໃສ່ຄຳເວົ້າທີ່ວ່າ “ວ່ອງໄວ ກ້າວໄກ ໄປຄຽງຄູ່ທ່ານ” ຂອງ ທສກ ແລ້ວ, ພວກເຮົາກຳລັງສ້າງລະບົບວົງຈອນທີ່ຄົບຊຸດ ທີ່ສາມາດຮອງຮັບລູກຄ້າລະດັບອົງກອນ ຜ່ານເຄື່ອງມືທັນສະໄໝສຳລັບການບໍລິຫານຈັດການດ້ານການຊຳລະເງິນ, ສະພາບຄ່ອງ, ແລະ ບໍລິຫານເງິນທຶນລະຫວ່າງປະເທດແບບທັນທີ.”

ນອກນັ້ນ ທ່ານຍັງໄດ້ຢໍ້າຕື່ມວ່າ APB World-Remit with Visa B2B Connect ສາມາດຮອງຮັບເງິນຕາຕ່າງປະເທດຫຼາຍສະກຸນເງິນ ແລະ ຫຼາຍກວ່າ 110 ປະເທດທົ່ວໂລກ, ເປັນການເສີມສ້າງບົດບາດຂອງ APB ໃນການເຊື່ອມຕໍ່ທຸລະກິດລາວກັບຕະຫຼາດສາກົນ.

ທ່ານ ນາງ Dung Dang, ຜູ້ອຳນວຍການ Visa ສະເພາະປະເທດຫວຽດນາມ ແລະ ລາວ ໄດ້ກ່າວວ່າ: “ພວກເຮົາດີໃຈທີ່ໄດ້ຮ່ວມມືກັບ APB ໃນການເສີມຂະຫຍາຍທຸລະກຳຂ້າມແດນສຳລັບທຸລະກິດຢູ່ ສປປ ລາວ. ການນຳໃຊ້ Visa B2B Connect ເປັນການເສີມສ້າງຄວາມເຂັ້ມແຂງແກ່ທຸລະກິດລາວ ໃນການບໍລິຫານການຊຳລະເງິນລະຫວ່າງປະເທດຢ່າງມີປະສິດທິຜົນຫຼາຍຂຶ້ນ. ການຮ່ວມມືຄັ້ງນີ້ສະແດງໃຫ້ເຫັນຄວາມຕັ້ງໃຈຂອງສອງຝ່າຍໃນການສົ່ງເສີມນະວັດຕະກຳ ແລະ ນຳສະເໜີບໍລິການທາງການເງິນທີ່ມີປະສິດທິພາບສູງ ສອດຄ່ອງກັບຄວາມຕ້ອງການຂອງລູກຄ້າ ແລະ ຄູ່ຮ່ວມຂອງທັງສອງຝ່າຍນັບມື້ນັບຫລາຍຂຶ້ນ.

ການຮ່ວມມືນີ້ແມ່ນສ່ວນໜຶ່ງຂອງໂຄງການກ່ຽວກັບຊ່ອງທາງການໂອນເງິນແບບດິຈິຕອລທີ່ຄອບຄຸມຫລາກຫລາຍຂອງ APB ທີ່ສຸມໃສ່ການຂະຫຍາຍການໃຫ້ບໍລິການທົ່ວໂລກຜ່ານເຕັກໂນໂລຊີທີ່ລໍ້າໜ້າ ແລະ ຜ່ານການຮ່ວມມືຍຸດທະສາດທີ່ເຂັ້ມແຂງ. ປັດຈຸບັນ ພວກເຮົາສາມາດເວົ້າໄດ້ວ່າ ລູກຄ້າລະດັບອົງກອນ ຫຼື ຫົວໜ່ວຍທຸລະກິດຂະແໜງຕ່າງໆ ສາມາດເຂົ້າໃຊ້ບໍລິການໂອນເງິນລະຫວ່າງປະເທດ ຜ່ານ APB World-Remit with Visa B2B Connect ໄດ້ແລ້ວ. ສໍາລັບລາຍລະອຽດເພີ່ມເຕີມ ສາມາດຕິດຕໍ່ສອບຖາມໄດ້ທີ່ສາຂາ ແລະ ໜ່ວຍບໍລິການທົ່ວປະເທດ APB ຫຼື ສາຍດ່ວນ 1989.