Homeຂ່າວເສດຖະກິດກອງປະຊຸມ ເຜີຍແຜ່ ກ່ຽວກັບການເຄື່ອນໄຫວວຽກງານ ທະນາຄານຄໍາ ລາວ ຈໍາກັດ

ກອງປະຊຸມ ເຜີຍແຜ່ ກ່ຽວກັບການເຄື່ອນໄຫວວຽກງານ ທະນາຄານຄໍາ ລາວ ຈໍາກັດ

ໄດ້ຈັດຂຶ້ນໃນຄັ້ງວັນທີ 2 ພຶດສະພາ 2025, ທີ່ຜ່ານມາ, ຢູ່ໂຮງແຮມ ຮໍລິເດ ອິນ ໂດຍການເປັນປະທານຂອງທ່ານ ປອ ສິນລະວົງ ຄຸດໄພທູນ, ກໍາມະການກົມການເມືອງສູນການພັກ ປະທານສູນກາງແນວລາວສ້າງຊາດ ໂດຍມີບັນດາກະຊວງ ກົມ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ລວມມີຫ້ອງວ່າການສູນກາງພັກ, ສູນກາງແນວລາວສ້າງຊາດ, ສະພາແຫ່ງຊາດ, ສໍານັກງານນາຍົກລັດຖະມົນຕີ, ກະຊວງການເງິນ, ທະນາຄານແຫ່ງ ສປປ ລາວ, ກະຊວງອຸດສາຫະກໍາແລະການຄ້າ, ກະຊວງແຜນການແລະການລົງທຶນ, ຫ້ອງວ່າການນະຄອນຫຼວງ, ເຈົ້າເມືອງພາຍໃນນະຄອນຫຼວງ, ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ທະນາຄານທຸລະກິດ, ຮ້ານຄໍາ ແລະ ແຂກຈາກບໍລິສັດຕ່າງໆ.

ຈຸດປະສົງ ຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອຜັນຂະຫຍາຍຄວາມສໍາເລັດໃນການສ້າງຕັ້ງ ແລະ ດໍາເນີນງານຂອງ ທະນາຄານຄໍາ ລາວ ເທື່ອລະກ້າວ ອີງຕາມຄໍາສັ່ງຂອງສະຫາຍທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ທີ່ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2024 ໃນວັນທີ 15 ກໍລະກົດນີ້ ທີ່ກ່ຽວກັບບາງລະດັບຄາດໝາຍ ແລະ ຈຸດໝາຍ ສະເພາະໜ້າທີ່ລັດຖະບານ ຕ້ອງໄດ້ສຸມໃສ່ແກ້ໄຂບັນຫາໃຫ້ໄດ້ຕາມຄາດໝາຍ ທີ່ຈຳເປັນຮີບດ່ວນ
“ຕັ້ງໜ້າຫຼຸດຜ່ອນການໃຊ້ເງິນຕາໃຫ້ຫຼຸດລົງ ດ້ວຍວິທີຈຳກັດການນໍາເຂົ້າສິນຄ້າທີ່ບໍ່ຈຳເປັນ ໃຫ້ເປັນຮູບປະທຳ, ໃຫ້ຮີບຮ້ອນສ້າງຕັ້ງທະນາຄານຄຳ ຂຶ້ນໂດຍໄວ ແລະ ເອົາຄຳເປັນຄັງສະສົມແຫ່ງລັດໃຫ້ໄດ້, ຖືເປັນບາດກ້າວສຳຄັນ ຂອງການຄໍ້າປະກັນສະຖຽນລະພາບ ຂອງເສດຖະກິດແຫ່ງຊາດ; ແຕ່ຕ້ອງຄຸ້ມຄອງໃຫ້ຮັດກຸມ, ຫຼຸດຜ່ອນການໃຊ້ເງິນຕາລົງ ແມ່ນໝາກຫົວໃຈ ຂອງການປະຢັດ, ແມ່ນການສະກັດກັ້ນການເພີ່ມຂຶ້ນ ຂອງການແລກປ່ຽນນອກລະບົບ”

ດັ່ງນັ້ນ, ການສ້າງຕັ້ງ ທະນາຄານຄຳ ລາວ ຈໍາກັດ ຈຶ່ງສະແດງໃຫ້ເຫັນເຖິງການຮ່ວມມືກັນລະຫວ່າງລັດຖະບານ ແລະ ເອກະຊົນ ກໍ່ຄືລະຫວ່າງກະຊວງການເງິນ ແລະ ບໍລິສັດ PTL Holding Co., Ltd. ເພື່ອຢັ້ງຢືນເຖິງວັດຖຸປະສົງດຽວກັນຈັດຕັ້ງຜັນຂະຫຍາຍແນວຄິດວິໄສທັດຂອງພັກ ແລະ ລັດຖະບານແຫ່ງ ສປປ ລາວ ວ່າດ້ວຍການສຳຮອງຄວາມໝັ້ນຄົງ ແລະ ສ້າງສະຖຽນລະພາບດ້ານເສດຖະກິດ ຂອງປະເທດຊາດ ຜ່ານການສ້າງຕັ້ງທະນາຄານຄຳ ລາວ ຈໍາກັດ ທີ່ຈະສາມາດປົດລັອກທ່າແຮງ ທາງດ້ານການເງິນ, ການຄັງ, ສ້າງຄວາມເຂັ້ມແຂງໃຫ້ສະກຸນເງິນກີບ, ການລະດົມທຶນ ແລະ ເສີມສ້າງສະພາບຄ່ອງ ເພື່ອເຂົ້າມາໝຸນໃຊ້ສ້າງພັດທະນາປະເທດຊາດໃຫ້ໄດ້ຢ່າງມີປະສິດຕິພາບ ແລະ ເກີດຜົນປະໂຫຍດສູງສຸດຕໍ່ກັບເສດຖະກິດຂອງປະເທດ. ໂດຍສະເພາະແມ່ນການເພີ່ມສະພາບຄ່ອງ ດ້ານການເງິນ ແລະ ເປັນແຫລ່ງທຶນຮອນເຂົ້າມາ ນຳໃຊ້ໃນການພັດທະນາບັນດາໂຄງການຍຸດທະສາດດ້ານພື້ນຖານໂຄງລ່າງ, ກະສິກຳ ແລະ ອຸດສາຫະກຳ ທີ່ສຳຄັນຈຳເປັນໃນການສ້າງພື້ນຖານທີ່ເຂັ້ມແຂງ ແລະ ຄວາມໝັ້ນຄົງໃຫ້ແກ່ລະບົບເສດຖະກິດຂອງປະເທດໃຫ້ນັບມື້ນັບຈະເລີນກ້າວໜ້າ.

ການສ້າງຕັ້ງ ແລະ ໃຫ້ບໍລິການທະນາຄານຄຳນີ້ ຈະສາມາດພັດທະນາຍົກລະດັບການຄຸ້ມຄອງບໍລິຫານຈັດ ການຄຳ ຂອງ ສປປ ລາວ ໃຫ້ໄດ້ມາດຕະຖານສາກົນ ກາຍເປັນທີ່ຍອມຮັບ ແລະ ສາມາດແຂ່ງກັນໄດ້ກັບພາກພື້ນ ແລະ ສາກົນ ຜ່ານບັນດາກົນໄກການບໍລິການຕ່າງໆຂອງທະນາ ຄານຄຳ ເປັນຕົ້ນແມ່ນ ບັນຊີຝາກຄຳ, ສິນເຊື່ອການໃຫ້ກູ້ເງິນ ແລະ ຄຳ, ການຢັ້ງຢືນຮັບຮອງຍົກລະດັບມາດຕະຖານ ຄຸນະພາບຄຳ ໃຫ້ເປັນລະດັບສາກົນ ເຊິ່ງບັນດາກົນໄກການບໍລິການຕ່າງໆເຫຼົ່ານີ້ ຈະສາມາດ ຍົກສູງພາລະບົດບາດ ອຸດສາຫະ ກຳ ແລະ ຕ່ອງໂສ້ການສະໜອງຄຳຂອງປະເທດລາວ, ສ້າງໃບໜ້າ ອັນໃໝ່ ແລະ ຊ່ວຍເຮັດໃຫ້ ສປປ ລາວ ເພີ່ມຄວາມອາດສາມາດກາຍເປັນໜຶ່ງໃນຜູ້ນຳດ້ານອຸດສາ ຫະກຳຄໍາ ທີ່ສາມາດແຂ່ງຂັນໄດ້ ກັບພາກພື້ນ ແລະ ສາກົນ ສ້າງຊື່ສຽງໃຫ້ ສປປ ລາວ ເປັນທີ່ຮູ້ຈັກ ແລະ ຍອມຮັບໃນເວທີເສດຖະກິດໂລກ ອີກທັງຈະເປັນການສົ່ງເສີມ ແລະ ດຶງດູດການລົງທຶນຈາກທັງພາຍໃນ ແລະ ຕ່າງປະເທດປະກອບສ່ວນເພີ່ມທະວີໃຫ້ມູນຄ່າທາງດ້ານເສດຖະກິດຂອງລາວ ໃຫ້ນັບມື້ນັບຂະຫຍາຍຕົວ.

ທະນາຄານຄໍາ ລາວ ໄດ້ເປີດໃຫ້ບໍລິການຢ່າງເປັນທາງການໃນເດືອນທັນວາ 2024 ທີ່ນະຄອນຫລວງວຽງຈັນ. ທະນາຄານຄໍາ ລາວ ສືບຕໍ່ພາກປະຕິບັດໃຫ້ເກີດຜົນເປັນຈິງ ແລະ ດໍາເນີນງານດ້ວຍຜົນສໍາເລັດເທື່ອລະກ້າວ ໂດຍມີບົດບາດໃນການສະສົມຄໍາ ເພື່ອສ້າງຄວາມເຂັ້ມແຂງໃຫ້ກັບລະບົບເງິນຕາຂອງປະເທດ ແລະ ສົ່ງເສີມການພັດທະນາເສດຖະກິດຢ່າງຍືນຍົງ. ທະນາຄານໄດ້ສະເຫນີບໍລິການທາງການເງິນທີ່ອີງໃສ່ຄໍາ ເຊັ່ນ ບັນຊີເງິນຝາກຄໍາ, ສິນເຊື່ອຄໍາ, ແລະ ໃບຢືນຢັນເງິນຝາກຄໍາ ທີ່ສາມາດນໍາໄປໃຊ້ເປັນຫຼັກປະກັນໄດ້.

ທ່ານ ປອ ສິນລະວົງ ຄຸດໄພທູນ, ກໍາມະການກົມການເມືອງສູນການພັກ ປະທານສູນກາງແນວລາວສ້າງຊາດ ໄດ້ກ່າວວ່າ ການສ້າງຕັ້ງທະນາຄານນີ້ເປັນສ່ວນໜຶ່ງຂອງຄວາມພະຍາຍາມຂອງລັດຖະບານໃນການສ້າງຄວາມເຂັ້ມແຂງໃຫ້ກັບລະບົບເງິນຕາ ແລະ ສົ່ງເສີມການພັດທະນາເສດຖະກິດຢ່າງຍືນຍົງ. ທະນາຄານຄໍາລາວຈຶ່ງເປັນການຕອບສະໜອງຕໍ່ວິໃສທັດຂອງລັດຖະບານໃນການສ້າງຄວາມມັ່ນຄົງທາງເສດຖະກິດ ແລະ ການເງິນ

ການເຜີຍແຜ່ປຸກລະດົມໃນຄັ້ງນີ້ມີຄວາມສໍາຄັນຫລາຍ. ນັກຄົ້ນຄວ້າ, ນັກທິດສະດີ, ນັກເສດຖະກິດ, ນັກທຸລະກິດ ຕ່າງກໍ່ມີຄວາມເຫັນດຽວກັນ ວ່າພວກເຮົາມີຄວາມພູມໃຈຕໍ່ທິດທາງຂອງການນໍາ ແລະ ລັດຖະບານໃນການສ້າງຕັ້ງທະນາຄານຄໍາ. ຜ່ານມາມີຫລາຍບໍລິສັດສົນໃຈ, ແຕ່ລັດຖະບານໄດ້ເຫັນເຖິງຄວາມຕ້ັງໃຈແລະສຶກສາມາຫລາຍປີ ແລະມີຄວາມພ້ອມຮອບດ້ານຫລາຍກ່ວາບໍລິສັດອື່ນ ດັ່ງນັ້ນຈຶ່ງໄດ້ອະນຸຍາດໃຫ້ບໍລິສັດ PTL HOLDING ສ້າງຕັ້ງ ຮ່ວມກັບລັດຖະບານ ໂດຍຕາງຫນ້າກະຊວງການເງິນ ແລະ ທະນາຄານແຫ່ງ ສປປ ລາວ. ຕໍ່ໄປຈຶ່ງພິຈາລະນາເພີ່ມຕື່ມຖ້າຈໍາເປັນ. ນອກຈາກນັ້ນ ທ່ານຍັງໄດ້ມິຄໍາເຫັນເພີ່ມຕື່ມອີກວ່າ ຜ່ານການເຄື່ອນໄຫວ ເຫັນວ່າມີຄວາມຄືບຫນ້າຫລາຍດ້ານ. ນັກວິໄຈເສດຖະສາດຂອງຫລາຍປະເທດ ກໍ່ໃຫ້ຄໍາເຫັນດ້ານບວກຕໍ່ການສ້າງຕັ້ງທະນາຄານຄໍາລາວ. ໃນໄລຍະຕໍ່ໄປ ທະນາຄານຄໍາ ລາວ ຕ້ອງໄດ້ປະຕິບັດຕາມແຜນວຽກ ແລະ ວິໄສທັດທີ່ກໍານົດໄວ້. ສໍາລັບແນວລາວສ້າງຊາດຕ້ອງໃຫ້ການສະຫນັບສະຫນູນທະນາຄານຄໍາ ລາວ, ສ້າງຄວາມເຂົ້າໃຈໃຫ້ກັບສັງຄົມແລະປະຊາຊົນ, ຜັນຂະຫຍາຍວິໄສທັດ, ຈຸດປະສົງ ແລະ ແຜນວຽກລວມຂອງລັດຖະບານ ພ້ອມກັນນັ້ນຕ້ອງໄດ້ປຸກລະດົມໃຫ້ສັງຄົມປະກອບສ່ວນ, ພາກັນຝາກຄໍາໃຫ້ຫລາຍຂຶ້ນ ຮ່ວມກັນຊື້ຄໍາໃນຫລາກຫລາຍຮູບແບບໃຫ້ຫລາຍຂຶ້ນ, ປົກປ້ອງ ແລະ ຊຸກຍູ້ສະຫນັບສະຫນູນທະນາຄານຄໍາ ລາວ. ທ້າຍສຸດນີ້ ສິ່ງສໍາຄັນທີ່ສຸດແມ່ນການລະດົມຄໍາເຂົ້າລະບົບໃຫ້ໄດ້ຫລາຍຂຶ້ນ ຜ່ານການເປີດບັນຊີຝາກຄໍາກັບທະນາຄານຄໍາ ລາວ ຂໍໃຫ້ທຸກທ່ານທີ່ເຂົ້າຮ່ວມ ແລະ ສັງຄົມຮ່ວມມືແລະຜັກດັນວຽກງານດັ່ງກ່າວໃຫ້ປະກົດຜົນເປັນຈິງ

ກອງປະຊຸມຄັ້ງນີ້ ຍັງໄດ້ມີການສອບຖາມຢ່າງກົງໄປກົງມາ ກ່ຽວກັບການເຄື່ອອນໄຫວຂອງທະນາຄານຄໍາ ໃນຫລາກຫລາຍປະເດັນດ້ວຍຄວາມສົນໃຈ ພ້ອມທັງເຈາະຈິ້ມຢ່າງເລິກເຊິ່ງດ້ວຍຄວາມຄິດສ້າງສັນ ແລະ ມີເປົ້າຫມາຍດຽວກັນ ເພື່ອໃຫ້ຄວາມຄາດຫມາຍທີ່ເປັນການມຸ່ງເນັ້ນໃຫ້ທຸກພາກສ່ວນໃນສັງຄົມ ກໍ່ຄືພັກ ແລະ ລັດຖະບານ ລວມທັງກະຊວງ ກົມກອງ ແລະ ບໍລິສັດຫ້າງຮ້ານຕ່າງໆ ໄດ້ເຂົ້າໃຈຢ່າງເລິກເຊິ່ງ ແລະ ເຫັນເຖິງຄວາມສໍາຄັນຂອງການສ້າງຕັ້ງທະນາຄານຄໍາ ລາວ ພ້ອມກັນນັ້ນຮຽນຮ້ອງມາຍັງທຸກພາກສ່ວນໃນການຮ່ວມມືປະຊາສໍາພັນໄປຍັງທົ່ວສັງຄົມ ຫມັ້ນໃຈ ເຊື່ອຫມັ້ນ ແລະ ໄວ້ວາງໃຈໃນການມາຢາກຄໍາ ກັບທະນາຄານຄໍາ ລາວ ທີ່ດໍາເນີນທຸລະກິດຢ່າງຖືກຕ້ອງ ແລະ ໂປ່ງໃສ ພາຍໃຕ້ກົດຫມາຍທະນາຄານທຸລະກິດແຫ່ງ ສປປ ລາວ ໂດຍສະເພາະແມ່ນຄໍາທີ່ເກັບໄວ້ໃນເຮືອນຂານບ້ານຊ່ອງຂອງພໍ່ແມ່ນປະຊາຊົນ ນໍາມາໃາກກັບທະນາຄານຄໍາ ລາວ ທີ່ມີຄວາມປອດໄພລະດັບສາກົນ
ພາຍໃຕ້ວິໄສທັດຂອງພັກ ແລະ ລັດຖະບານແຫ່ງ ສປປ ລາວ ໃນການສ້າງຕັ້ງ ແລະ ຄວາມສໍາເລັດການຈັດຕັ້ງປະຕິບັດທະນາຄານຄຳ ຈະເປັນປັດໄຈສຳຄັນໃນການກະຕຸກຊຸກຍູ້ ການເຕີບໂຕທາງດ້ານເສດຖະກິດ ຂອງປະເທດ ໂດຍເປັນການກາຍເປັນແຫຼ່ງສຳຮອງໃນການສະສົມຄຳ ຊັບພະຍາກອນແຮ່ຄຳ ພັດທະນາອຸດສາຫະກຳຄຳ ແລະ ຕະຫຼາດຄຳລາວ ໃຫ້ໄດ້ມາດຕະຖານ ການເປັນສູນກາງ ຕະຫຼາດການຄ້າ ແລະ ການລົງທຶນໃນຄຳ ຂອງພາກພື້ນ ແລະ ສາກົນ.