Homeຂ່າວພັດທະນາບໍລິສັດ ໄຟຟ້າ ນໍ້າເທີນ 2 ຈໍາກັດ ສະເຫຼີມສະຫຼອງວາລະຄົບຮອບ 15 ປີ

ບໍລິສັດ ໄຟຟ້າ ນໍ້າເທີນ 2 ຈໍາກັດ ສະເຫຼີມສະຫຼອງວາລະຄົບຮອບ 15 ປີ

ມື້ນີ້ ຖືເປັນໝຸດໝາຍທີ່ສໍາຄັນໃນປະຫວັດສາດຂອງບໍລິສັດຂອງພວກເຮົາ ແລະ ຍັງເປັນເຄື່ອງພິສູດເຖິງວິໄສທັດ ແລະ ຄວາມມຸ່ງໝັ້ນຂອງລັດຖະບາລາວ ລວມໄປເຖິງນັກພັດທະນາໂຄງການ ທີ່ໄດ້ເລັງເຫັນສັກກະຍະພາບຂອງພະລັງງານໄຟຟ້ານໍ້າຕົກໃນປະເທດ ເພື່ອສົ່ງເສີມການພັດທະນາຢ່າງຍືນຍົງ.

ຕະຫຼອດ 15 ປີຜ່ານມາ, ນໍ້າເທີນ 2 ໄດ້​ເດີນ​ທາງສູ່​ການ​ຫັນ​ປ່ຽນ​ໃບໜ້າ ທາງດ້ານ​ພະ​ລັງ​ງານ​ຂອງ​ປະ​ເທດ​ລາວ ແລະ ປະ​ກອບ​ສ່ວນ​ຢ່າງ​ຫຼວງ​ຫຼາຍ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ ຂອງ​ປະ​ເທດ​ຊາດ, ໂດຍການຜະລິດພະລັງງານໝູນວຽນເພື່ອສະໜອງໄຟຟ້າໃຫ້ປະເທດລາວ ແລະ ປະເທດໄທ, ດ້ວຍການດໍາເນີນງານທີ່ຖືເອົາຄວາມປອດໄພຂອງບຸກຄະລາກອນເປັນບຸລິມະສິດທີ່ສໍາຄັນ, ການປົກປັກຮັກສາສິ່ງແວດລ້ອມ ແລະ ຄຸນນະພາບຊີວິດຂອງຊຸມຊົນອ້ອມຂ້າງ.

ໃນຄໍ່າຄືນນີ້, ພວກເຮົາມາຮ່ວມສະເຫຼີມສະຫຼອງຄໍາໝັ້ນສັນຍາທີ່ມີຮ່ວມກັນຫຼາຍກວ່າ 15 ປີຂອງພວກເຮົາ. ພວກເຮົາໄດ້ສະແດງໃຫ້ທົ່ວໂລກຮັບຮູ້ວ່າ ສປປ ລາວ ບໍ່ພຽງແຕ່ ມີຄວາມສາມາດດຶງດູດການລົງທຶນຈາກຕ່າງປະເທດໄດ້ຢ່າງມີປະສິດທິພາບເທົ່ານັ້ນ, ແຕ່ຍັງສາມາດດໍາເນີນວຽກງານທີ່ເຕັມປ່ຽມໄປດ້ວຍຄຸນນະພາບ ແລະ ຄວາມເຊື່ອຖືໄດ້. ທຸກໆຜົນສໍາເລັດທີ່ເຮົາພາກພູມໃຈໃນທຸກມື້ນີ້ ທັງໝົດແມ່ນມາຈາກຄວາມພະຍາຍາມ ແລະ ຄວາມຕັ້ງໃຈຂອງພວກເຮົາທຸກຄົນ. ແລະ ໃນບັນດາຜົນສໍາເລັດເຫຼົ່ານີ້, ສິ່ງທີ່ຂ້າພະເຈົ້າພາກພູມໃຈທີ່ສຸດ ແມ່ນການດໍາເນີນງານທີ່ມີຄວາມປອດໄພ ເຊີ່ງໃນເດືອນ ເມສາ 2025 ນີ້ ເຮົາສາມາດດໍາເນີນວຽກງານຄົບ 3000 ມື້ ໂດຍປະສາຈາກອຸບັດຕິເຫດທີ່ເກີດຂຶ້ນຕໍ່ພະນັກງານ ແລະ ຜູ້ຮັບເໝົາ, ເຊິ່ງເປັນເຄື່ອງພິສູດຢ່າງຊັດເຈນວ່າ ການປົກປັກຮັກສາຊີວິດ ແມ່ນພາລະກິດອັນສູງສຸດຂອງພວກເຮົາ.

ນອກຈາກນີ້ ພວກເຮົາໄດ້ປະສົບຜົນສໍາເລັດໃນການຜະລິດພະລັງງານສະອາດຫຼາຍກວ່າ 10 ພັນ ກິກກາວັດໂມງ, ຫຼຸດຜ່ອນການນໍາໃຊ້ເຊື້ອໄຟຈາກຟອດຊິວ ແລະ ມີສ່ວນຮ່ວມເຂົ້າໃນການຕໍ່ສູ້ກັບການປ່ຽນແປງສະພາບພູມິອາກາດໃນລະດັບສາກົນ. ແຕ່ບົດບາດຂອງພວກເຮົາຫຼາຍກວ່າການສະໜອງພະລັງງານ ເພາະນໍ້າເທີນ 2 ໄດ້ກາຍເປັນແຮງຂັບເຄື່ອນການປ່ຽນແປງທາງບວກໃຫ້ກັບຊຸມຊົນອ້ອມຂ້າງ ເພື່ອຮັບປະກັນວ່າຜົນປະໂຫຍດຈາກໂຄງການຈະກະຈາຍໄປຍັງປະຊາຊົນຢ່າງທົ່ວເຖິງເຮົາໄດ້ສຸມໃສ່ວຽກງານການສຶກສາ, ວຽກງານສາທາລະນະສຸກ, ວຽກງານຮັກສາສິ່ງແວດລ້ອມ ແລະ ວຽກງານປັບປຸງພື້ນຖານໂຄງລ່າງ, ຄວາມພະຍາຍາມຂອງພວກເຮົາ ບໍ່ພຽງແຕ່ສົ່ງມອບພະລັງງານໃຫ້ກັບພາກຄົວເຮືອນ ແລະ ພາກທຸລະກິດຕ່າງໆເທົ່ານັ້ນ ແຕ່ຍັງເປັນແຮງຊຸກຍູ້ໃຫ້ເກີດການເຕີບໃຫຍ່ຂະຫຍາຍໂຕທາງດ້ານເສດຖະກິດ ແລະ ປັບປຸງຄຸນນະພາບຊີວິດຂອງຜູ້ຄົນຈໍານວນນັບບໍ່ຖ້ວນອີກດ້ວຍ.

ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່ ກ່າວໃນພິທີສະເຫຼິມສະຫຼອງໂຄງການພັດທະນາເຂື່ອນໄຟຟ້ານໍ້າເທີນ 2 ຄົບຮອບ 15 ປີ “ໃນຖານະທີ່ແມ່ນຂະແໜງການຄຸ້ມຄອງມະຫາພາກ, ພວກເຮົາສາມາດຢືນຢັນໄດ້ວ່າ: ໂຄງການພັດທະນາເຂື່ອນໄຟຟ້ານໍ້າເທີນ 2 ແມ່ນໂຄງການພັດທະນາອຸດສາຫະກຳພະລັງງານໄຟຟ້າ ທີ່ເຄື່ອນໄຫວຖືກຕາມແນວທາງປ່ຽນແປງໃໝ່ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດໃນໄລຍະ ໃໝ່; ແມ່ນໂຄງການພັດທະນາ ທີ່ມີຮູບແບບການດຳເນີນການຜະລິດ-ທຸລະກິດ ມີປະສິດທິຜົນສູງ, ກາຍເປັນສ່ວນປະກອບທີ່ສໍາຄັນ ແລະ ມີລັກສະນະເປັນພື້ນຖານໃຫ້ແກ່ການພັດທະນາເສດຖະກິດ – ສັງຄົມແຫ່ງຊາດຂອງ ສປປ ລາວ.


ຕະຫຼອດໄລຍະເວລາ 15 ປີ, ນັບແຕ່ເຂື່ອນໄຟຟ້ານໍ້າເທີນ 2 ໄດ້ເລີ້ມຕົ້ນດໍາເນີນການຜະລິດກະແສໄຟຟ້າມາຖິງປັດຈຸບັນ; ເຂື່ອນໄຟຟ້ານໍ້າເທີນ 2 ບໍ່ພຽງແຕ່ສາມາດເຮັດຫຼ້ອນເຮັດບົດບາດ ແລະ ໜ້າທີ່ອັນສຳຄັນ ໃນການຜະລິດພະ ລັງງານໄຟຟ້າເພື່ອໃຫ້ ສປປລາວ ກາຍເປັນຜູ້ສົ່ງອອກທີ່ສໍາຄັນດ້ານພະລັງງານໄຟຟ້າກໍຄືການນໍາໃຊ້ພາຍໃນປະເທດ ແລະ ການສ້າງຖານລາຍຮັບໃຫ້ແກ່ລັດຖະບານ ສປປລາວ ທີ່ມີຄວາມໜ້າເຊື່ອຖືສູງເທົ່ານັ້ນ. ແຕ່, ໂຄງການໄຟຟ້ານໍ້າເທີນ 2 ຍັງເປັນຕົວແບບ, ເປັນແຫຼ່ງຮຽນຮູ້, ໃຫ້ບົດຮຽນ ກ່ຽວກັບການພັດທະນາອຸດສາຫະກໍາພະລັງງານໃນຮູບແບບການຮ່ວມມືລະຫວ່າງພາຍໃນ ແລະ ຕ່າງປະທດ ຊຶ່ງແມ່ນໜໍ່ແໜງທີ່ສໍາຄັນໃນການຈັດຕັ້ງປະຕິບັດແນວທາງຫັນເປັນອຸດສາຫະກໍາ ແລະ ທັນສະໄໝຢູ່ ສປປ ລາວອີກດ້ວຍ.”

ຄວາມສໍາເລັດນີ້ ເກີດຂຶ້ນໄດ້ໂດຍການຮ່ວມມືອັນແໜ້ນແຟ້ນລະຫວ່າງລັດຖະບານແຫ່ງ ສປປ ລາວ ພ້ອມທັງ 3 ຜູ້ຖືຮຸ້ນ ບໍລິສັດໄຟຟ້າຝລັ່ງ, ບໍລິສັດຜະລິດໄຟຟ້າຈໍາກັດມະຫາຊົນ ແຫ່ງປະເທດໄທ, ແລະ ລັດວິສາຫະກິດຖືຮຸ້ນລາວ ທີ່ໄດ້ຮ່ວມແຮງຮ່ວມໃຈກັນຕັ້ງແຕ່ເລີ່ມຕົ້ນການພັດທະນາກໍ່ສ້າງ ຈົນເຖິງການດໍາເນີນງານ, ຮ່ວມຜ່ານຜ່າອຸປະສັກຕ່າງໆຮ່ວມກັນຢ່າງຫຼວງຫຼາຍຕະຫຼອດມາ, ການຮ່ວມມືທີ່ໝັ່ນແກ່ນນີ້ ເຮັດໃຫ້ ນໍ້າເທີນ 2 ມີໂຕຕົນທີ່ເປັນເອກະລັກ, ດ້ວຍການຜະສົມປະສານຈຸດເດັ່ນຂອງວັດທະນະທໍາຂອງຊາດລາວ, ໄທ ແລະ ຝລັ່ງ ມາໄວ້ຮ່ວມກັນ, ຈົນກາຍເປັນຕົ້ນແບບທາງດ້ານການຄຸ້ມຄອງບໍລິຫານທີ່ມີຄຸນນະພາບ ແລະ ມີຄວາມເປັນເລີດ, ໄດ້ຮັບການຍ້ອງຍໍໃຫ້ເປັນໂຄງການໂຕແບບໃນອຸດສະຫະກໍາພະລັງງານໄຟຟ້ານໍ້າຕົກລະດັບສາກົນ.

ນອກຈາກນີ້, ກໍຍັງແມ່ນໝາກຜົນມາຈາກການສະໜັບສະໜຸນທີ່ລໍ້າຄ່າຈາກທາງອົງການປົກຄອງທ້ອງຖິ່ນ, ຊຸມຊົນອ້ອມຂ້າງ, ພະນະທູດ ແລະ ລູກຄ້າຂອງພວກເຮົາ, ອົງການຈັດຕັ້ງສາກົນ ແລະຄູ່ຮ່ວມງານ. ຫາກປາສະຈາກຄວາມຮ່ວມມື ແລະ ຄວາມໄວ້ວາງໃຈຈາກທຸກໆທ່ານ ໂຄງການຂະໜາດໃຫຍ່ນີ້ ກໍບໍ່ອາດປະສົບຜົນສໍາເລັດໄດ້. ການປະກອບສ່ວນຂອງທຸກໆທ່ານມີບົດບາດສໍາຄັນໃນການສ້າງ ນໍ້າເທີນ 2 ໃຫ້ປະສົບຜົນສໍາເລັດ ທີ່ບໍ່ພຽງທາງດ້ານວິສະວະກໍາເທົ່ານັ້ນ ແຕ່ຍັງເປັນການສ້າງຄວາມກົມກຽວລະຫວ່າງໂຄງການ ກັບ ສິ່ງແວດລ້ອມ ແລະ ຊຸມຊົນອ້ອມຂ້າງອີກດ້ວຍ.

ສຸດທ້າຍນີ້, ຄວາມສໍາເລັດຂອງ ນໍ້າເທີນ 2 ແມ່ນຜົນສໍາເລັດທີ່ມາຈາດຄວາມທຸ່ມເທ, ຄວາມຕັ້ງໃຈ ແລະ ຄວາມອຸທິດຕົນໃນວຽກງານຂອງພະນັກງານທັງ 270 ທ່ານ, ໃນນັ້ນ 95% ແມ່ນພະນັກງານທີ່ເປັນຄົນລາວ. ເຮົາໄດ້ປູກຝັງວັດທະນະທໍາແຫ່ງຄວາມເປັນເລີດ, ສົ່ງເສີມການພັດທະນາຢ່າງຕໍ່ເນື່ອງ ແລະ ສ້າງບັນຍາກາດໃນການເຮັດວຽກທີ່ເໝາະສົມ ເຮັດໃຫ້ ນໍ້າເທີນ 2 ກາຍເປັນເປັນໜຶ່ງໃນສະຖານທີ່ເຮັດວຽກທີ່ດີທີ່ສຸດ. ເພື່ອນຮ່ວມງານທີ່ຮັກແພງທຸກທ່ານ,  ຄວາມມຸ່ງໝັ້ນ, ຄວາມຈົງຮັກພັກດີ ແລະ ການເຮັດວຽກຢ່າງບໍ່ລົດລະຂອງທຸກໆທ່ານ ຄືຮາກຖານຂອງຄວາມສໍາເລັດທີ່ເກີນຄວາມຄາດຫວັງຂອງບໍລິສັດ ຂ້າພະເຈົ້າຂໍສະແດງຄວາມຂອບໃຈຢ່າງສຸດຊຶ້ງ ຕໍ່ການປະຕິບັດວຽກງານຢ່າງເຕັມທີ່ຂອງທຸກໆທ່ານຕະຫຼອດທີ່ຜ່ານມາ.

ໃນໂອກາດ ສະເຫຼີມສະຫຼອງຂອງ ບໍລິສັດ ໄຟຟ້າ ນໍ້າເທີນ 2 ຂ້າພະເຈົ້າຂໍສະແດງຄວາມຂອບໃຈຈາກໃຈຈິງມາຍັງທຸກໆທ່ານທີ່ມີສ່ວນຮ່ວມໃນເສັ້ນທາງແຫ່ງຄວາມສໍາເລັດນີ້ ເພາະຫາກປາສະຈາກການສະໜັບສະໜຸນຈາກທຸກທ່ານ ສິ່ງເຫຼົ່ານີ້ກໍບໍອາດເກີດຂຶ້ນໄດ້ ເຮົາໄດ້ບັນລຸເປົ້າໝາຍທີ່ຍິ່ງໃຫຍ່ຮ່ວມກັນ ແລະ ເຮົາຈະຍັງສືບຕໍ່ຮ່ວມມືກັນ ເພື່ອສ້າງອານາຄົດທີ່ສົດໃສ ແລະ ຍືນຍົງຂຶ້ນຕື່ມ. ນໍ້າເທີນ 2 ບໍ່ພຽງແຕ່ເປັນບໍລິສັດຜະລິດໄຟຟ້າເທົ່ານັ້ນ ພວກເຮົາຄືຊຸມຊົນ, ພວກເຮົາຄືຄອບຄົວ ແລະ ພະລັງແຫ່ງການປ່ຽນແປງໄປໃນທິດທາງທີ່ດີຂຶ້ນ.

ພວກເຮົາແນມໄປເຫັນໃນອານາຄົດຂອງ ໂຄງການ ນໍ້າເທີນ 2 ດ້ວຍຄວາມຫວັງ ແລະ ຄວາມຕື່ມເຕັ້ນ, ຂໍໃຫ້ເຮົາຍຶດໝັ້ນໃນຄວາມເປັນນະວັດຕະກໍາແຫ່ງສະໄໝ, ຄວາມຍືນຍົງ ແລະ ຄວາມຮ່ວມມືທີ່ຫຼອມລວມພວກເຮົາຕະຫຼອດ 15 ປີທີ່ຜ່ານມາ. ຂໍໃຫ້ພວກເຮົາສານຕໍ່ຄວາມສໍາພັນອັນແໜ້ນແຟ້ນກັບລັດຖະບານ ສປປ ລາວ ແລະ ເດີນໜ້າສູ່ຄວາມສໍາເລັດຢ່າງບໍ່ລົດລະ ຈົນເຖິງປີ 2035 ແລະ ອານາຄົດຕໍ່ໄປ.

ສຸດທ້າຍນີ້, ຂ້າພະເຈົ້າຂໍຂອບໃຈແຂກທີ່ມີກຽດທຸກໆທ່ານທີ່ສະຫຼະເວລາອັນມີຄ່າມາຮ່ວມງານສະເຫຼີມສະຫຼອງກັບພວກເຮົາ. ໃນຄໍ່າຄືນນີ້, ຂ້າພະເຈົ້າຮູ້ສຶກເປັນກຽດທີ່ໄດ້ຮັບຟັງເລື່ອງລາວ ແລະ ຄວາມຜູກພັນຂອງຫຼາຍໆທ່ານ ທີ່ມີຕໍ່ ໂຄງການ ນໍ້າເທີນ 2. ການມີສ່ວນຮ່ວມຂອງທຸກໆທ່ານຄືກຸນແຈສໍາຄັນສູ່ຄວາມສໍາເລັດຂອງພວກເຮົາ ແລະ ພວກເຮົາຫວັງຢ່າງຍິ່ງວ່າຈະໄດ້ຮັບການສະໜັບສະໜຸນຈາກທຸກທ່ານຕໍ່ໄປໃນອານາຄົດ.

ຂອບໃຈທຸກໆທ່ານ, ຂໍໃຫ້ທຸກທ່ານມ່ວນຊື່ນໃນງານລ້ຽງທີ່ພວກເຮົາກະກຽມໄວ້ໃນມື້ນີ້ ແລະ ຂໍໃຫ້ຮ່ວມສະເຫຼີມສະຫຼອງຄວາມສໍາເລັດອັນຍິ່ງໃຫຍ່ນີ້ ດ້ວຍຄວາມສຸກ ແລະ ຄວາມພາກພູມໃຈ.

ສຸກສັນວັນຄົບຮອບ 15 ປີຂອງນໍ້າເທີນ 2

ຂອບໃຈຫຼາຍໆ