Homeຂ່າວພາຍໃນເປີດໜ້າປະຫວັດສາດໃໝ່ ຍົກລະດັບຕະຫຼາດຄໍາ ແລະ ອຸດສາຫະກໍາຄໍາ ລາວ ກ້າວສູ່ມາດຕະຖານສາກົນ

ເປີດໜ້າປະຫວັດສາດໃໝ່ ຍົກລະດັບຕະຫຼາດຄໍາ ແລະ ອຸດສາຫະກໍາຄໍາ ລາວ ກ້າວສູ່ມາດຕະຖານສາກົນ

ທະນາຄານຄໍາ ລາວ ແລະ ຮ້ານຄຳພູວົງ ຮ່ວມຍົກລະດັບທຸລະກິດຄໍາ ພ້ອມໃຫ້ສິດທິພິເສດ 999 ທ່ານ‼
ເປີດໜ້າປະຫວັດສາດໃໝ່ ຍົກລະດັບຕະຫຼາດຄໍາ ແລະ ອຸດສາຫະກໍາຄໍາ ລາວ ກ້າວສູ່ມາດຕະຖານສາກົນ ໂດຍທະນາຄານຄໍາ ລາວ ຈໍາກັດ ແລະ KPV GOLD ພ້ອມສະຫຼອງຄວາມສໍາເລັດໃນການຮ່ວມມືດ້ວຍການໃຫ້ສິດທິພິເສດນີ້ ສໍາລັບລູກຄ້າທີ່ຊື້ KPV Gold ຕັ້ງເເຕ່ວັນທີ 9 ເມສາ – 30 ມິຖຸນາ 2025 ຈໍານວນ 999 ຮັບຄໍາຟຣີ 1 ກຣາມ.
ພິທີເຊັນບົດບັນທຶກຂໍ້ຕົກລົງ ຄວາມຮ່ວມມືທາງດ້ານທຸລະກິດ ລະຫວ່າງທະນາຄານຄໍາ ລາວ ຈໍາກັດ ແລະ KPV GOLD ໄດ້ຈັດຂຶ້ນໃນວັນທີ 28 ມີນາ 2025 ທີ່ ໂຮງແຮມ ສຸພັດຕຣາ ວຽງຈັນ ນະຄອນຫຼວງວຽງຈັນ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ປອ ມະໂນທອງ ວົງໄຊ ຮອງ ລມຕ ກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍແຂກກິດຕິມາສັກເຂົ້າຮ່ວມເປັນສັກຂີພະຍານ.
ທ່ານ ຫນູໄຊ ແຫວສະຫວັນ ຕາງໜ້າຄະນະບໍລິຫານ ທະນາຄານຄໍາ ລາວ ຈໍາກັດ ໄດ້ກ່າວເຖິງຄວາມສໍາຄັນຂອງການຮ່ວມມື ລະຫວ່າງທະນາຄານຄໍາ ລາວ ຈໍາກັດ ແລະ KPV GOLD ເຊິ່ງເປັນການເປີດໂສມໃໝ່ໃນໜ້າປະຫວັດສາດແຫ່ງການພັດທະນາທຸລະກິດຄໍາ ໃຫ້ມີຄວາມເຂັ້່ມແຂງກວ່າເກົ່າ ແລະ ຍົກລະດັບຄໍາລາວ ກ້າວສູ່ມາດຕະຖານສາກົນ
ທະນາຄານຄໍາ ລາວ ຈໍາກັດ ແມ່ນດໍາເນີນທຸລະກິດໃນຮູບແບບທະນາຄານທຸລະກິດ ພາຍໃຕ້ກົດໝາຍທະນາຄານທຸລະກິດແຫ່ງ ສປປ ລາວ ມີເປົ້າໝາຍໃນການຮັບຝາກຄໍາຈາກທົ່ວສັງຄົມ ກໍຄືປະຊາຊົນລາວ ບັນດາເຜົ່າ ມາຝາກເພື່ອຄວາມປອດໄພ ແລະ ຮັກສາຄໍາຂອງປະຊາຊົນ ກັບທະນາຄານ ຄໍາ ລາວ ທີ່ມີການຮັກສາດ້ວຍຫ້ອງເກັບຮັກສາທີ່ມີຄວາມປອດໄພສູງ, ມາດຕະຖານສາກົນ ບໍລິການທຸກທ່ານດ້ວຍຄວາມເປັນມືອາຊີບ ແລະ ໄດ້ຮັບການຄຸ້ມຄອງຈາກກົດໝາຍທີ່ກ່ຽວຂ້ອງ.
ທ່ານຫມັ້ນໃຈວ່າ ການຕົກລົງໃນຄວາມຮ່ວມມືທຸລະກິດຄໍາ ໃນຄັ້ງນີ້ ຈະເປັນການປະກອບ ສ່ວນທີ່ສໍາຄັນ ພ້ອມກັນນັ້ນຍັງເປັນການພັດທະນາຄຸນະພາບຄໍາລາວທີ່ຍັງມີຈໍານວນຫລວງຫລາຍເກັບຊ້ອນຢູ່ໃນຄົວເຮືອນຖືກນໍາເຂົ້າສູ່ລະບົບການເງິນ ກໍຄືການເງິນການທະນາຄານ ເພື່ອສ້າງຄວາມຫມັ້ນຄົງໃນໄລຍະຍາວຂອງປະຊາຊົນ ກໍຄືສ້າງຄວາມຫມັ້ນທ່ຽງທາງດ້ານການເງິນ ຫລຸດຜ່ອນຄວາມສ່ຽງຜັນຜວນອັດຕາເງິນເຟີ້ ແລະ ສ້າງສະຖຽນລະພາບທາງການເງິນຂອງ ສປປ ລາວ; ຮ່ວມສ້າງຄໍາທີ່ໄດ້ຄຸນະພາບລະດັບສາກົນອອກສູ່ຕະຫລາດຄໍາລາວ ແລະ ຫມຸນວຽນສັນຈອນໃນລະບົບ ສ້າງຄວາມເຊື່ອຫມັ້ນໃຫ້ກັບປະຊາຊົນໃນການເກັບອອມຄໍາຫລາຍຂຶ້ນ ແລະ ຮັບປະກັນການແລກປ່ຽນຊື້ຂາຍ ຄໍາ ໃນມາດຕະຖານດຽວກັນເທື່ອລະກ້າວ.
ພ້ອມດຽວກັນນັ້ນ, ທ່ານ ຈັນທະວົງ ພະມີສິດ ອໍານວຍການໃຫຍ່ ບໍລິສັດ KPV GOLD ກໍໄດ້ຂຶ້ນກ່າວ ເຖິງຄວາມຫມັ້ນໃຈ ແລະ ຄວາມເຊື່ອຫມັ້ນໃນການຮ່ວມມືທາງດ້ານທຸລະກິດໃນຄັ້ງນີ້ ເນື່ອງຈາກ KPV GOLD ມີຖານລູກຄ້າທີ່ເຂັ້ມແຂງ ດໍາເນີນທຸລະກິດຄໍາມາຫລາຍສິບປີ ຈາກຮຸ່ນສູ່ຮຸ່ນ ແລະ ເປັນຮ້ານຄໍາອັນດັບໜຶ່ງໃນລາວ ພ້ອມທີ່ຈະສະຫນອງຄໍາທີ່ໄດ້ມາດຕະຖານໃຫ້ລູກຄ້າ ເພື່ອນໍາໄປໃຊ້ ຫລື ຝາກກັບທະນາຄານຄໍາລາວ ແລະ ຈະຮ່ວມຍົກລະດັບມາດຕະຖານຕະຫລາດຄໍາລາວໄປສູ່ລະດັບສາກົນເທື່ອລະກ້າວ ໄປພ້ອມກັບທະນາຄານຄໍາ ລາວ ທີ່ເປັນຄູ່ຮ່ວມທຸລະກິດທີ່ດີ ແລະ ເສີມສ້າງຄວາມເຂັ້ມແຂງເຊິ່ງກັນ ແລະ ກັນ ກ່ຽວກັບທຸລະກິດຄໍາ ແລກປ່ຽນປະສົບການ ແລະ ຄວາມຮູ້ໃຫມ່ໆ ພ້ອມກັບວິວັດທະການໃຫມ່ໆໃຫ້ທັນກັບສະພາບການທັງພາຍໃນ ແລະ ຕ່າງປະເທດ ໂດຍສະເພາະແມ່ນການປ່ຽນແປງທາງດ້ານການເມືອງ ແລະ ເສດຖະກິດໂລກ ເຮັດໃຫ້ການເຫນັງຕີງຂອງຄໍາ ມີຄວາມທ້າທ້າຍ ທີ່ຕະຫລາດຄໍາໃນທົ່ວໂລກຕ້ອງກຽມຮັບມື ແລະ ປັບສົມດຸນໃຫ້ທັນສະພາບການ.
ໃນໂອກາດນີ້ ທ່ານຜູ້ອ່ານຍັງສາມາດ ມີກັບກິດຈະກໍາຮ່ວມ ຮັບຟຣີ 1 ກຣາມ ພຽງແຕ່ຝາກຄໍາກັບທະນາຄານຄໍາ ລາວ ທີ່ມີສັນຍາລັກ KPV GOLD 75 ກຣາມຂຶ້ນໄປ
“ສະຫລອງຄວາມສໍາເລັດຄວາມຮ່ວມມືຂອງທະນາຄານຄໍາ ລາວ ແລະ KPV GOLD ”
 
+ ເງື່ອນໄຂ ແລະ ຂໍ້ກໍານົດ
*ສິດທິພິເສດນີ້ ສໍາລັບລູກຄ້າທີ່ຊື້ KPV Gold ຕັ້ງເເຕ່ວັນທີ 9 ເມສາ 2025 – 30 ມິຖຸນາ 2025 ມີຈໍານວນຈໍາກັດ 999 ທ່ານທໍາອິດເທົ່ານັ້ນ
**ກິດຈະກໍາຮ່ວມ ສໍາລັບທະນາຄານຄໍາ ລາວ ແລະ KPV GOLD ໂດຍນໍາຄໍາແທ່ງ ຊື່ KPV Gold ຕັ້ງເເຕ່ວັນທີ 9 ເມສາ 2025 – 30 ມິຖຸນາ 2025 ຝາກທີ່ທະນາຄານຄໍາ ລາວ
***ພຽງແຕ່ຝາກຄໍາ 75 ກຣາມຂຶ້ນໄປ ຮັບຟຣີ 1 ກຣາມ ທັນທີ
**ສິດທິພິເສດນີ້ ຫນຶ່ງທ່ານ ຕໍ່ ຫນຶ່ງບັນຊີ, ເປີດບັນຊີຝາກຄໍາແບບມີກໍານົດ 1 ປີ ຮັບດອກເບ້ຍ 2% ຕໍ່ປີ (ອີງຕາມເງື່ອນໄຂ ແລະ ຂໍ້ກໍານົດຂອງທະນາຄານຄໍາ ລາວ)
***ຫມົດກໍານົດ 30 ມິຖຸນາ 2025 ຫລື ຄົບກໍານົດ 999 ທ່ານ ( ອັນໃດໜຶ່ງຄົບກ່ອນກໍານົດ)