ໄຮເນເກັນ ນຳຄວາມຜູກພັນທີ່ແທ້ຈິງກັບຄືນມາໃນປີໃໝ່ລາວ
ການສະຫຼອງຈະມ່ວນທີ່ສຸດ ເມື່ອເຮົາພັກຈໍໂທລະສັບ
2 ເມສາ 2025 – ເນື່ອງໃນໂອກາດບຸນປີໃໝ່ລາວທີ່ກຳລັງຈະມາຮອດໃນໄວໆນີ້, ໄຮເນເກັນ ຢາກໃຫ້ທຸກຄົນພັກຈໍໂທລະສັບ ແລະ ສຳພັດກັບບັນຍາກາດທີ່ຢູ່ທາງໜ້າ. ດ້ວຍສະໂລແກນ “ມ່ວນສຸດເມື່ອຢຸດຈໍ”, ໄຮເນເກັນ ຂໍເຊີນຊວນທຸກຄົນວາງໂທລະສັບລົງເເລ້ວສ້າງຄວາມສຳພັນກັບຄົນທີ່ຢູ່ຕໍ່ໜ້າ.
ໃນກາງປີທີ່ຜ່ານມາ, ໄຮເນເກັນ ໄດ້ເປີດຕົວແຄມເປນລະດັບໂລກ “Boring Phone”, ສົ່ງເສີມແນວຄິດ “ຕັດການສື່ສານອອນລາຍຊ່ວງໄລຍະໜຶ່ງແລ້ວເພື່ອມ່ວນກັບພາບບັນຍາກາດທີ່ຢູ່ຕໍ່ໜ້າ” ເນັ້ນຍ້ຳເຖິງການສ້າງຄວາມສໍາພັນ ແລະ ຄວາມສຸກໃນໂລກແຫ່ງຄວາມເປັນຈິງ.
ໃນເດືອນເມສາ່ນີ້, ໄຮເນເກັນ ລາວ ຈະເອົາຂໍ້ຄວາມນີ້ມານຳໃຊ້ ຜ່ານແຄມເປນ “ມ່ວນສຸດ ເມື່ອຢຸດຈໍ “, ເຊິ່ງນຳສະເໜີໜັງໂຄສະນາແບຣນລະດັບແບບໂລກ ໃຫ້ເປັນແຮງບັນດານໃຈ ເພື່ອໃຫ້ຄົນລາວປ່ຽນມຸມມອງຈາກໜ້າຈໍມາເປັນການສຳຜັດຕົວຈິງ.
ໄຮເນເກັນນຳປະສົບການລະດັບໂລກມາໃນລາວກັບ “Star Celebration 2025” ກັບຄືນມາສູ່ບຸນປີໃໝ່ລາວ ທີ່ວຽງຈັນ ແລະ ຫຼວງພຣະບາງ ລະຫວ່າງວັນທີ 14-16 ເມສາ, ໂດຍມີສຸດຍອດ EDM DJs ຈາກທົ່ວໂລກ ເຊັ່ນ: Wukong (ສິງກະໂປ), Rave Republic (ສິງກະໂປ), Soda (ເກົາຫຼີ), Maily (ກຳປູເຈຍ) ແລະ ອີກຫຼາຍຊື່ສະຕາຣ໌ສຸດມັນ. ສຳຜັດຄວາມມັນຂອງ DJ ລະດັບໂລກ, ກິດຈະກຳມ່ວນໆ ທີ່ຈະເຮັດໃຫ້ທ່ານລືມໂທລະສັບໄປເລີຍ ແລະ ສ້າງຄວາມສໍາພັນທີ່ແທ້ຈິງ, ພ້ອມຈິບໄຮເນເກັນເຢັນໆ ໃຫ້ສົມອາລົມ. ມາຮ່ວມກັນ “ມ່ວນສຸດເມື່ອຢຸດຈໍ” ໂດຍການວາງມືຖືລົງ ແລະ ສ້າງຄວາມຊົງຈຳທີ່ບໍ່ມີວັນລືມກັບໝູ່ເພື່ອນ!
ຢ່າຊ້າ! ບັດເຂົ້າງານຢູ່ ນະຄອນຫຼວງວຽງຈັນ ເເລະ ຫຼວງພະບາງ ມີຈຳໜ່າຍແລ້ວທີ່ Ewent.la
Fahmi Rajendra, ຜູ້ອຳນວຍການ ການຕະຫຼາດຂອງ Heineken ລາວ, ກ່າວວ່າ:
“Heineken® ເຊື່ອວ່າ ຊີວິດມີລົດຊາດທີ່ດີທີ່ສຸດ ເມື່ອມັນຖືກສຳຜັດຢ່າງແທ້ຈິງ. ໃນໂລກທີ່ເຕັມໄປດ້ວຍການແຈ້ງເຕືອນຢ່າງຕໍ່ເນື່ອງ, ການຢຸດພັກໂທລະສັບ ແລະ ຢູ່ກັບຄົນຮອບຂ້າງເປັນສິ່ງທີ່ສຳຄັນທີ່ສຸດ. ໂດຍສະເພາະສຳລັບ Gen Z ແລະ Millennials, ທີ່ໄດ້ເລິ່ມເຂົ້າໃຈຫຼາຍຂຶ້ນວ່າຊີວິດດີທີ່ສຸດ ຄືຊີວິດທີ່ໄດ້ສຳພັດກັບມັນຕົວຈິງ” ເຊິ່ງແຄມເປນ “ມ່ວນສຸດເມື່ອຢຸດຈໍ” ບໍ່ພຽງແຕ່ຢາກໃຫ້ທຸກຄົນຢຸດພັກຈາກໜ້າຈໍເທົ່ານັ້ນ ແຕ່ຢາກຢ້ຳເຕືອນໃຫ້ທຸກຄົນຢູ່ກັບປັດຈຸບັນ ແລະ ມ່ວນຊື່ນກັບປະສົບການທີ່ສຸດສົດຊື່ນກັບ Heineken.
ກ່ຽວກັບ Heineken
HEINEKEN ແມ່ນຜູ້ຜະລິດເບຍທີ່ມີຄວາມເປັນສາກົນທີ່ສຸດໃນໂລກ. ເປັນຜູ້ນຳໃນການພັດທະນາ ແລະ ການຕະຫຼາດແບຣນເບຍພຣີມ້ຽມ ແລະ ເບຍປອດເອລກໍຮໍ, ລວມໄປເຖິງເຄື່ອງດື່ມໄຊເດີ້. ນຳໂດຍແບຣນ Heineken® ທີ່ມີຊື່ສຽງ, ກຸ່ມບໍລິສັດມີສິນຄ້າຫຼາກຫຼາຍກວ່າ 350 ແບຣນ ທັງລະດັບສາກົນ, ພາກພື້ນ, ທ້ອງຖິ່ນ ແລະ ເບຍແບບພິເສດ.
ດ້ວຍພະນັກງານກວ່າ 85,000 ຄົນ, HEINEKEN ມຸ່ງໝັ້ນໃນການສ້າງຄວາມສຸກແຫ່ງການຢູ່ຮ່ວມກັນ ເພື່ອສ້າງສັນໂລກໃຫ້ດີຂື້ນ.
ຄວາມຝັນຂອງພວກເຮົາ ແມ່ນການກຳນົດອະນາຄົດຂອງເບຍ ແລະ ກ່ຽວກັບເບຍ, ເພື່ອພິຊິດໃຈຜູ້ບໍລິໂພກ. ພວກເຮົາທຸ້ມເທໃນການສ້າງສັນນະວັດຕະກຳໃໝ່ໆ, ການລົງທຶນໃນແບຣນລະຍະຍາວ, ການຂາຍຢ່າງມີລະບຽບ ແລະ ຄວບຄຸມຄ່າໃຊ້ຈ່າຍຢ່າງມີປະສິດທິພາບ. ຜ່ານໂຄງການ “Brew a Better World”, ຄວາມຍືນຍົງຖືກຍົກໃຫ້ເປັນຄວາມສຳຄັນທີ່ສຸດໃນທຸລະກິດ. HEINEKEN ມີພື້ນຖານຕະຫຼາດທີ່ທົ່ວເຖິງ ແລະ ຂະຫຍາຍໃນທັງຕະຫຼາດທີ່ພັດທະນາແລ້ວ ແລະ ກຳລັງພັດທະນາ. ພວກເຮົາດຳເນີນງານໂຮງເບຍ, ໂຮງຜະລິດໄຊເດີ້ ແລະ ສິ່ງປະກອບການຜະລິດອື່ນໆຫຼາຍກວ່າ 70 ປະເທດ.