Homeຂ່າວພາຍໃນໂຮງແຮມ ອາມາຣີ ວຽງຈັນ ສະຫຼອງການເປີດຕົວຢ່າງຍິ່ງໃຫຍ່

ໂຮງແຮມ ອາມາຣີ ວຽງຈັນ ສະຫຼອງການເປີດຕົວຢ່າງຍິ່ງໃຫຍ່

ວັນທີ 9 ກຸມພາ 2025 ທີ່ນະຄອນຫຼວງວຽງຈັນ, ສປປ ລາວ, ໂຮງແຮມ ອາມາຣີ ວຽງຈັນ ໄດ້ເປີດຕົວຢ່າງເປັນທາງການເມື່ອວັນທີ 9 ກຸມພາ 2025 ຊຶ່ງໄດ້ສ້າງບາດກ້າວຄັ້ງສຳຄັນໃຫ້ກັບສາຍງານການໂຮງແຮມໃນປະເທດລາວດ້ວຍທີ່ພັກທີ່ມີສິ່ງອຳນວຍຄວາມສະດວກທັນສະໄໝ, ການບໍລິການທີ່ອົບອຸ່ນ, ແລະທີ່ຕັ້ງແຄມແມ່ນ້ຳຂອງທີ່ພົ້ນເດັ່ນໃນຕົວເມືອງ. ໂຮງແຮມແຫ່ງນີ້ແມ່ນພ້ອມຕ້ອນຮັບແຂກພາຍໃນປະເທດຕັ້ງແຕ່ມື້ນີ້ເປັນຕົ້ນໄປໃນຂະນະທີ່ແຂກພາຍນອກປະເທດສາມາດຈອງຜ່ານລະບົບອອນໄລນ໌ໃນເວັບໄຊທ໌ເພື່ອມາເຂົ້າພັກຕັ້ງແຕ່ວັນທີ 1 ມີນາ 2025 ເປັນຕົ້ນໄປ.

ອາມາຣີ ວຽງຈັນ ຈະກາຍເປັນອີກໜຶ່ງຈຸດໝາຍທີ່ສຳຄັນໃນອຸດສາຫະກຳການບໍລິການ ແລະ ການທ່ອງທ່ຽວໃນນະຄອນຫຼວງວຽງຈັນ ດ້ວຍທີ່ພັກທີ່ມີສິ່ງອຳນວຍຄວາມສະດວກທັນສະໄໝ, ການບໍລິການທີ່ອົບອຸ່ນ, ແລະທີ່ຕັ້ງແຄມແມ່ນ້ຳຂອງທີ່ພົ້ນເດັ່ນໃນຕົວເມືອງ.

ໂຮງແຮມແຫ່ງນີ້ ຕັ້ງຢູ່ໃຈກາງເມືອງທີ່ຄຶກຄື້ນແຄມຝັ່ງແມ່ນ້ຳຂອງ ໃກ້ກັບແຫຼ່ງທ່ອງທ່ຽວ ແລະ ແຫຼ່ງທຸລະການສຳຄັນຫຼາຍແຫ່ງ ຫ່າງຈາກສະໜສາມບິນນານາຊາດວັດໄຕພຽງແຕ່ 15 ນາທີ. ເຊິ່ງບັນດາສະຖານທີ່ດັ່ງກ່າວ ແມ່ນສາມາດເດີນທາງໄປມາໄດ້ຢ່າງສະດວກ ແລະ  ງ່າຍດາຍ ຊ່ວຍໃຫ້ແຂກຜູ້ເຂົ້າພັກໄດ້ສຳຜັດທັງວິຖີຊີວິດຂອງຄົນທ້ອງຖິ່ນ ແລະ ມົນສະເໜ່ວັດທະນະທຳທີ່ເກົ່າຂອງແຕ່ລະສະຖານທີ່ອ້ອມຮອບໄດ້ຢ່າງຕິດແທດ.

ເມື່ອບໍ່ດົນມານີ້ ໂຮງແຮມ ອາມາຣີ ວຽງຈັນ ໄດ້ຈັດງານສະເຫຼີມສະຫຼອງເປີດຕົວຢ່າງຍິ່ງໃຫຍ່ເມືອວັນທີ 9 ກຸມພາ 2025 ນີ້ ຊຶ່ງໄດ້ຮັບກຽດຈາກແຂກຜູ້ມີກຽດລະດັບສູງໂດຍສະເພາະແມ່ນ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສ ປ ປ ລາວ ລວມໄປເຖິງບັນດາຄະນະການນຳພັກລັດລະດັບສູງ, ບັນດາຫົວໜ້າໜ່ວຍງານອົງການສາກົນ ແລະ ຄູ່ຮ່ວມທຸລະກິດ ທີ່ສຳຄັນຈາກທຸກພາກສ່ວນ ຊຶ່ງມາຮ່ວມເປັນສັກຂີພິຍານໃນການເປີດປະຕູສູ່ບາດກ້າວໃໝ່ຂອງໂຮງແຮມຫຼູໃນລາວ. ພາຍໃນງານ, ບັນດາແຂກຜູ້ເຂົ້າຮ່ວມໄດ້ມີໂອກາດສຳຜັດກັບບັນຍາກາດທີ່ອົບອຸ່ນ, ສິ່ງອຳນວຍຄວາມສະດວກ, ການບໍລິການທີ່ເອົາໃຈໃສ່, ການສະແດງກ່ຽວກັບແບຣນອາມາຣີ ແລະ ອາຫານທີ່ໄດ້ຮັບການປຸງແຕ່ງຢ່າງພິຖີພິຖັນ. ການເປີດຕົວທີ່ປະສົບຄວາມສຳເລັດໃນຄັ້ງນີ້ ໄດ້ຊ່ວຍຍົກລະດັບພາບລັກຂອງ ອາມາຣີ ວຽງຈັນ ໃນຖານະໂຮງແຮມຊັ້ນແຖວໜ້າຂອງລາວເຮົາ ທີ່ພ້ອມຕ້ອນຮັບນັກເດີນທາງຈາກທັງພາຍໃນແລະຕ່າງປະເທດ.

ທ່ານ ຮົ້ວ ແສງອາລຸນ ປະທານກຸ່ມບໍລິສັດ ຕັງຈະເລີນ ແລະ ເປັນບໍລິສັດຜູ້ລົງທຶນຫຼັກຂອງ ອາມາຣີ ວຽງຈັນ ໄດ້ໃຫ້ຄຳເຫັນວ່າ “ອາມາຣີ ວຽງຈັນ ຈະກາຍເປັນປະກົດການໃໝ່ ຂອງສາຍງານໂຮງແຮມໃນປະເທດລາວ. ພວກເຮົາໄດ້ເຮັດວຽກຢ່າງໜັກເພື່ອກຽມພ້ອມຕ້ອນຮັບແຂກຜູ້ເຂົ້າພັກໄດ້ໃນທຸກປັດໃຈບໍ່ວ່າຈະເປັນ ການບໍລິການ ແລະ ສິ່ງອຳນວຍຄວາມສະດວກ ລວມໄປເຖິງຄຸນະພາບຂອງອາຫານແລະເຄື່ອງດື່ມ. ນອກນັ້ນ ດ້ວຍທີ່ຕັ້ງທີ່ພົ້ນເດັ່ນ ແລະ ການອອກແບບສະຖາປະນິດທີ່ພິຖີພິຖັນ, ຂ້າພະເຈົ້າມີຄວາມເຊື່ອໝັນເປັນຢ່າງຍິ່ງວ່າ ໂຮງແຮມແຫ່ງນີ້ຈະກາຍເປັນຈຸດໝາຍປາງທາງອັນດັບຕົ້ນໆສຳລັບແຂກຜູ້ເຂົ້າພັກທັງພາຍໃນແລະຕ່າງປະເທດຢ່າງແນ່ນອນ ຄວບຄູ່ກັບການບໍລິການລະດັບສາກົນ.”

ນອກຈາກນີ້, ທ່ານປະທານ ພຶດສະພາ ພູມມະສັກ ປະທານ ກຸ່ມບໍລິສັດ ອາຊີລົງທຶນ ພັດທະນາ ແລະ ກໍ່ສ້າງ ເຊິ່ງເປັນບໍລິສັດຄູ່ຮ່ວມລົງທຶນຂອງ ອາມາຣີ ວຽງຈັນ ໄດ້ຂະຫຍາຍຕື່ມວ່າ “ດ້ວຍສະຖານທີ່ຕັ້ງຍຸດທະສາດ ແລະ ສິ່ງອຳນວຍຄວາມສະດວກພາຍໃນໂຮງແຮມທີ່ຄົບວົງຈອນ, ຂ້າພະເຈົ້າມີຄວາມເຊື່ອໝັ້ນເປັນຢ່າງຍິ່ງວ່າ ອາມາຣີ ວຽງຈັນ ຈະກາຍເປັນສື່ກາງ ຫຼື ຊ່ອງທ່າງທີ່ນຳພາ ແລະ ພັດທະນາການທ່ອງທ່ຽວລາວໃຫ້ນັບມື້ນັບຂະຫຍາຍຕົວຍິ່ງຂຶ້ນ.” 

ຕາງໜ້າຈາກສຳນັກງານໃຫຍ່ ONYX Hospitality Group ໄດ້ກ່າວເພີ່ມຕື່ມອີກວ່າ “ການກໍ່ຕັ້ງ ອາມາຣີ ວຽງຈັນ ເປັນອີກໜຶ່ງສັນຍາລັກແຫ່ງຄວາມເລັດ ແລະ ຄວາມພາກພູມຂອງໂຮງແຮມໃນເຄືອຂອງພວກເຮົາທີ່ນອນຢູ່ໃນພາກພື້ນຕາເວັນອອກສຽງໃຕ້. ເຮົາມີຄວາມຕັ້ງໃຈທີ່ຈະເສີມຂະຫຍາຍເຄືອຂ່າຍໂຮງແຮມເຮົາໃຫ້ນັບມື້ນັບຫຼາຍຂຶ້ນ ຄຽງຄູ່ໄປກັບການຮັກສາຄຸນນະພາບການບໍລິການໃຫ້ໄດ້ມາດຕະຖານສາກົນພາຍໃຕ້ແບຣນ ອາມາຣີ. ການເປີດຕົວໂຮງແຮມແຫ່ງນີ້ ບໍ່ແມ່ນພຽງແຕ່ເປັນອີກໜຶ່ງແລນມາກທີ່ສຳຂອງລາວ, ແຕ່ຍັງເປັນການຍົກລະດັບປະສົບການການເຂົ້າພັກດ້ວຍການບໍລິການທີ່ອົບອຸ່ນ ແລະສະຖານທີ່ທີ່ອອກແບບມາເພື່ອສະທ້ອນເຖິງວັດທະນະທຳແລະວິຖີຊີວິດຂອງເມືອງວຽງຈັນ”

ໂຮງແຮມ ອາມາຣີ ວຽງຈັນ ປະກອບດ້ວຍຫ້ອງພັກແລະຫ້ອງສູດຈຳນວນ 248 ຫ້ອງ ຊຶ່ງອອກແບບມາໃຫ້ປະສົມປະສານກັບຄວາມຫຼູຫຼາແລະຄວາມສະດວກສະບາຍຢ່າງລົງຕົວ ໂດຍມີໃຫ້ເລືອກທັງວິວຕົວເມືອງທີ່ສວຍງາມແລະທັດສະນີຍະພາບແມ່ນ້ຳຂອງທີ່ກວ້າງສຸດສາຍຕາ. ຫ້ອງພັກທຸກຫ້ອງແມ່ນມາພ້ອມກັບເຕັກໂນໂລຊີທີ່ທັນສະໄໝ, ມີສັນຍານອີນເຕີເນັດຄວາມໄວສູງ, ແລະສິ່ງອຳນວຍຄວາມສະດວກແບບຄົບວົງຈອນເພື່ອຕອບສະໜອງແຂກຕະຫຼອດການເຂົ້າພັກ ບໍ່ວ່າຈະເປັນການເດີນທາງມາເພື່ອທຸລະການ ຫຼື ທ່ອງທ່ຽວ. ນອກນັ້ນ ໂຮງແຮມແຫ່ງນີ້ ຍັງມີ ສະລອຍນ້ຳຊັ້ນດາດຟ້າ, ສູນອອກກຳລັງກາຍທີ່ທັນສະໄໝ ແລະ ຫ້ອງສະປາເພື່ອຄວາມຜ່ອນຄາຍ ພ້ອມດ້ວຍ Club Nava ພື້ນທີ່ພິເສດບັນຍາກາດສ່ວນຕົວ ໄວ້ສຳລັບແຂກທີ່ເຂົ້າພັກໃນຫ້ອງສູດຂຶ້ນໄປອີກດ້ວຍ.

ໂຮງແຮມ ອາມາຣີ ວຽງຈັນ ຍັງໃຫ້ບໍລິການອາຫານທີ່ຫຼາກຫຼາຍ ເພື່ອຕອບສະໜອງຄວາມຕ້ອງການທຸກລະດັບ ເຊິ່ງປະກອບມີ 4 ຫ້ອງອາຫານ ແລະ ບາຣ໌. ຫ້ອງອາຫານ ອາມາຢ່າ (Amaya Food Gallery) ແມ່ນຫ້ອງອາຫານຫຼັກ ໂດຍໃຫ້ບໍລິການອາຫານສາກົນປະສົມປະສານກັບອາຫານທ້ອງຖິ່ນ ມີພື້ນທີ່ຮອງຮັບກວ້າງຂວາງ ເໝາະກັບທຸກໂອກາດ. ໄມຕີ ຄາເຟ່ (MaiTree Café) ເປັນພື້ນທີ່ສຳລັບບໍລິການເຄື່ອງດື່ມ ແລະ ເຂົ້າໜົມເປັນຫຼັກ ເໝາະສຳລັບມານັ່ງຫຼິ້ນ ຫຼື ປຶກສາຫາລືດ້ານທຸລະການຕ່າງໆ. ອາຄົວ ບາຣ໌(Aqua Pool Bar) ເປັນບາຣ໌ແຄມສະລອຍນ້ຳ ຄອຍໃຫ້ບໍລິການຫານວ່າງ ແລະ ເຄື່ອງດື່ມ ສຳລັບແຂກທີ່ມາແວ່ ຫຼື ໃຊ້ບໍລິການສະລອຍນ້ຳ. ສຸດທ້າຍແຕ່ບໍ່ທ້າຍສຸດ, ສະເຕລລ່າ ບາຣ໌ (Stellar Rooftop Bar) ແມ່ນຕັ້ງຢູ່ຊັ້ນດາດຟ້າ ໃຫ້ບໍລີການເຄື່ອງດື່ມແອລກໍຮໍ ແລະ ອາຫານ ພິເສດພ້ອມວິວພາໂນລາມ່າຂອງແມ່ນນ້ຳຂອງທີ່ສະຫວາດສະເຫວີຍຍາມຄ່ຳຄືນ.

ອາມາຣີ ວຽງຈັນ ຍັງເປັນພື້ນທີ່ສຳລັບຈັດງານປະຊຸມ ແລະ ງານລ້ຽງ ຊຶ່ງສາມາດຮອງຮັບຮູບແບບງານໄດ້ຫຼາຍລະດັບ ບໍ່ວ່າຈະເປັນຫ້ອງໂຖງໃຫຍ່ ທີ່ສາມາດຮອງຮັບແຂກໄດ້ເຖິງ 600 ທ່ານ ເໝາະກັບງານປະຊຸມຂະໜາດໃຫຍ່, ງານດອງ, ແລະ ງານສຳຄັນອື່ນໆ ພ້ອມຍັງປະກອບມີຫ້ອງປະຊຸມຂະໜາດກາງ 3 ຫ້ອງ ເໝາະສຳລັບການປະຊຸມທົ່ວໄປ ແລະ ງານລ້ຽງສັງສັນທີ່ເນັ້ນຄວາມເປັນສ່ວນຕົວ. ນອກຈາກນັ້ນ, ໂຮງແຮມ ຍັງມີຫ້ອງຮັບຮອງແຂກລະດັບ VIP ທີ່ໃຫ້ຄວາມເປັນສ່ວນຕົວສູງ. ໂດຍລວມແລ້ວ ຫ້ອງຈັດງານແຕ່ລະຫ້ອງໄດ້ຮັບການອອກແບບຢ່າງທັນສະໄໝດ້ວຍສິ່ງອຳນວຍຄວາມສະດວກຄົບວົງຈອນ ສາມາດຕອບສະໜອງທຸກຄວາມຕ້ອງການໃນລະຫວ່າງການດຳເນີນການຈັດງານ.

ຫຼັງຈາກການເປີດຕົວຢ່າງເປັນທາງການ, ໂຮງແຮມອາມາຣີ ວຽງຈັນ ພ້ອມໃຫ້ບໍລິການແຂກຜູ້ເຂົ້າພັກດ້ວຍມາດຕະຖານລະດັບສາກົນ ໃຫ້ກັບແຂກຕະຫຼອດການເຂົ້າພັກ ແລະ ຈະກາຍເປັນຈຸດໝາຍໃໝ່ທີ່ຈະຊ່ວຍເປັນອີກໜຶ່ງຊ່ອງທາງໃນການສ້າງວຽກເຮັດງານທຳໃຫ້ກັບປະຊາຊົນທ້ອງຖິ່ນ ພ້ອມຍັງຍົກລະດັບອຸດສາຫະກຳການບໍລິການ ແລະ ທ່ອງທ່ຽວຢ່າງແທ້ຈິງ.

ສຳລັບຂໍ້ມູນເພີ່ມຕື່ມ ແມ່ນສາມາດຕິດຕໍ່ຫາທາງໂຮງແຮມໄດ້ໂດຍກົງ ຫຼືສາມາດຕິດຕາມການເຄື່ອງໄຫວຕ່າງໆໄດ້ຜ່ານທາງເວັບໄຊທ໌ amari.com/vientiane ແລະ ສື່ອອນໄລນ໌ Facebook: Amari Vientiane ຂອງ ໂຮງແຮມ ອາມາຣີ ວຽງຈັນ.

ກ່ຽວກັບແບຣນ ໂຮງແຮມ ອາມາຣີ

ອາມາຣີ ແມ່ນແບຣນໂຮງແຮມຈາກປະເທດໄທຊັ້ນແຖວໜ້າພາຍໃຕ້ເຄືອ ONYX Hospitality Group ເຊິ່ງໄດ້ຮັບການຍອມຮັບໃນດ້ານການບໍລິການທີ່ອົບອຸ່ນ ແລະ ເປັນກັນເອງ ພ້ອມຍັງໝູນໃຊ້ແນວຄິດໂຮງແຮມແບບຮ່ວມສະໄໝໃຫ້ແທດເໝາະກັບວັດທະນະທຳແລະ ເອກະລັກປະຈຳທ້ອງຖິ່ນນັ້ນໆ. ອາມາຣີ ມີໂຮງແຮມຕັ້ງຢູ່ຫຼາຍແຫ່ງໃນພາກພື້ນອາຊີຕາເວັນອອກສຽງໃຕ້ ເຊິ່ງມີເອກະລັດແຕກຕ່າງກັນຕາມແຕ່ລະສະຖານທີ່ ແຕ່ຍັງເນັ້ນໜັກ ແລະ ຮັກສາມາດຕະຖານການບໍລິການໃນລະດັບສາກົນ. ສຳລັບຂໍ້ມູນເພີ່ມຕື່ມ, ສາມາດເຂົ້າຊົມໄດ້ທີ່: www.onyx-hospitality.com.