Homeຂ່າວທ້ອງຖິ່ນເປີດດ່ານປະເພນີຊ່ອງຕະອູ

ເປີດດ່ານປະເພນີຊ່ອງຕະອູ

ເມືອງສຸຂຸມາ ເປີດດ່ານປະເພນີຊ່ອງຕະອູ ຢ່າງເປັນທາງການ

ທ້າຍອາທິດຜ່ານມານີ້, ເມືອງສຂຸມາ ແຂວງຈໍາປາສັກ ໄດ້ມີພິທີເປີດດ່ານປະເພນີຊ່ອງຕາອູ ລະຫ່ວາງເມືອງສຸຂຸມາ ກັບ ອຳເພີບຸນທະລິກ ຈັງຫວັດອຸບົນລາຊະທານີ (ຣາຊະອານາຈັກໄທ), ໂດຍການເຂົ້າຮ່ວມຂອງ ທ່ານ ສົມເພັດ ບຸດສະດີ ເຈົ້າເມືອງສຸຂຸມາ, ທ່ານ ອະໄພ ວຸດທິໂສພາກອນ ນາຍອຳເພີບຸນທະລິກ ພ້ອມຄະນະ, ມີແຂກຖືກເຊີນ ແລະ ຂະແໜງການກ່ຽວຂ້ອງຂອງແຂວງ ແລະ ເມືອງເຂົ້າຮ່ວມ.

ໃນພິທີທ່ານເຈົ້າເມືອງສຸຂຸມາ ໄດ້ໃຫ້ຮູ້ວ່າ: ການເປີດດ່ານປະເພນີຊ່ອງຕະອູ ຄັ້ງນີ້ ມີຈຸດປະສົງເພື່ອໃຫ້ປະຊາຊົນໄດ້ມີການແລກປ່ຽນຊື້-ຂາຍສິນຄ້າປະເພດຕ່າງໆ ລະຫ່ວາງ ປະຊາຊາຊົນ 3 ເມືອງ ກັບ ອຳເພີບຸນທະລີກ ໂດຍສະເພາະກໍແມ່ນສິນຄ້າຕາມລະດູການ, ຜະລິດຕະພັນກະສິກຳ, ຫັດຖະກຳ, ສິນຄ້າໂອດັອບເປັນຕົ້ນ.ສຳລັບການເປີດດ່ານ ແມ່ນໃນ 1 ອາທິດ ເປີດ 3 ວັນຄື: ວັນຈັນ, ວັນພຸດ ແລະ ວັນສຸກ ເລີ່ມແຕ່ເວລາ 8:30 ໂມງ ຫາ 15:30 ໂມງ. ພ້ອມນັ້ນ ທ່ານ ຍັງໄດ້ຮຽກຮ້ອງໃຫ້ທຸກຄົນໃນສັງຄົມເປັນເຈົ້າການນຳກັນໃນການປະຕິບັດບັນດາມາດຕະການປ້ອງກັນຕ້ານພະຍາດໂຄວິດ-19 ຢ່າງເຂັ້ມງວດ.

ນອກນີ້, ປະຊາຊົນທີ່ຈະເຂົ້າ-ອອກດ່ານຕ້ອງຖືບັດສັກຢາວັກຊິນ, ບັດປະຈຳຕົວ ເພື່ອເປັນການຢັ້ງຢືນ, ໃນກໍລະນີຖ້າຜູ້ໃດບໍ່ມີບັດກໍຕ້ອງໄດ້ຜ່ານຂັ້ນຕອນການກວດກາພະຍາດໂຄວິດ-19 ບໍ່ເກີນ 48 ຊົ່ວໂມງ, ຕາມລະບຽບການຂອງກະຊວງສາທາລະນະສຸກ ວາງອອກ. ຈາກນັ້ນ, ທັງສອງຝ່າຍກໍໄດ້ແລກປ່ຽນບົດຮຽນຊຶ່ງກັນ ແລະ ກັນ ພ້ອມທັງຮ່ວມກັນຕັດແຖບຜ້າເພື່ອເປີດດ່ານປະເພນີຊ່ອງຕະອູ ຢ່າງເປັນທາງການ.