ການຄຸ້ມຄອງກະແສເງິນຕາຕ່າງປະເທດເຂົ້າ-ອອກ ສປປ ລາວ ຈາກການສົ່ງອອກສິນຄ້າ ຕາມທີ່ກຳນົດໃນກົດໝາຍບໍ່ສາມາດປະຕິບັດໄດ້ເທົ່າທີ່ຄວນ ຊຶ່ງເຫັນໄດ້ໃນໄລຍະປີ 2016-2020 ສປປ ລາວ ມີມູນຄ່າການສົ່ງອອກທັງໝົດ 26,44 ຕື້ໂດລາ ແຕ່ໂອນເງິນເຂົ້າ ສປປ ລາວ ຜ່ານລະບົບທະນາຄານມີພຽງແຕ່ 21,78%, ໃນຂະນະທີ່ ໃນໄລຍະ 2021- ໄຕມາດ 1/2022 ສປປ ລາວ ມີມູນຄ່າການສົ່ງອອກທັງໝົດ 9,81 ຕື້ໂດລາ ແຕ່ເງິນໂອນເຂົ້າຜ່ານລະບົບທະນາຄານມີພຽງແຕ່ 32,84% ຂອງມູນຄ່າການສົ່ງອອກ ຫຼື ປະມານ 3,22 ຕື້ໂດລາ ເທົ່ານັ້ນ.
ທ່ານ ບຸນເຫຼືຶອ ສິນໄຊວໍຣະວົງ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ລາຍງານ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງ ສະພາແຫ່ງຊາດ ຊຸດທີ IX ໃນວັນທີ 28 ມິຖຸນາ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາການຄຸ້ມຄອງເງິນຕາຕ່າງປະເທດ ຢູ່ ສປປ ລາວ ຍັງປະເຊີນກັບຫຼາຍສິ່ງທ້າທາຍ ແລະຂໍ້ຫຍຸ້ງຍາກ ໂດຍສະເພາະໃນໄລຍະທີ່ແຫຼ່ງລາຍຮັບເປັນເງິນຕາຕ່າງປະເທດຂອງ ສປປ ລາວ ຫຼຸດລົງຫຼາຍ ບໍ່ສົມດຸນກັບລະດັບຄວາມຕ້ອງການເງິນຕາຕ່າງປະເທດໃນການຊຳລະໃຫ້ຕ່າງປະເທດ ທີ່ຢູ່ໃນລະດັບສູງຕໍ່ເນື່ອງເປັນຕົ້ນ: ການຄຸ້ມຄອງກະແສເງິນຕາຕ່າງປະເທດເຂົ້າ-ອອກ ສປປ ລາວ ຈາກການສົ່ງອອກສິນຄ້າ ຕາມທີ່ກຳນົດໃນກົດໝາຍບໍ່ສາມາດປະຕິບັດໄດ້ເຕັມສ່ວນ ສະແດງອອກຄື:
ໃນໄລຍະປີ 2016-2020 ສປປ ລາວ ມີມູນຄ່າການສົ່ງອອກທັງໝົດ 26,44 ຕື້ໂດລາ ແຕ່ມູນຄ່າເງິນຕາຕ່າງປະເທດທີ່ໂອນເຂົ້າ ສປປ ລາວ ຜ່ານລະບົບທະນາຄານມີພຽງແຕ່ 21,78% ຂອງມູນຄ່າການສົ່ງອອກ ຫຼື ປະມານ 5,76 ຕື້ໂດລາ, ໃນໄລຍະ 2021- ໄຕມາດ 1/2022 ສປປ ລາວ ມີມູນຄ່າການສົ່ງອອກທັງໝົດ 9,81 ຕື້ໂດລາ ແຕ່ມູນຄ່າເງິນຕາຕ່າງປະເທດທີ່ໂອນເຂົ້າ ສປປ ລາວ ຜ່ານລະບົບທະນາຄານມີພຽງແຕ່ 32,84% ຂອງມູນຄ່າການສົ່ງອອກນັ້ນ ຫຼື ປະມານ 3,22 ຕື້ໂດລາ, ໃນນີ້, ມູນຄ່າການສົ່ງອອກຜະລິດຕະພັນບໍ່ແຮ່ ມີທັງໝົດ 2,06 ຕື້ໂດລາ ແຕ່ມີເງິນໂອນເຂົ້າປະເທດຕົວຈິງພຽງແຕ່ 65,62% ຫຼື ປະມານ 1,35 ຕື້ໂດລາ; ມູນຄ່າການສົ່ງອອກກະແສໄຟຟ້າ ມີທັງໝົດ 2,58 ຕື້ໂດລາ ແຕ່ມີເງິນໂອນເຂົ້າປະເທດພຽງແຕ່ 13,70% ຫຼື ປະມານ 0,35 ຕື້ໂດລາ; ມູນຄ່າການສົ່ງອອກຜະລິດຕະພັນກະສິກຳ ມີທັງໝົດ 1,29 ຕື້ໂດລາ ແຕ່ມີເງິນໂອນເຂົ້າປະເທດພຽງແຕ່ 18,91% ຫຼື ປະມານ 0,24 ຕື້ໂດລາ; ການຄຸ້ມຄອງເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ຍັງບໍ່ເປັນລະບົບ ແລະ ບໍ່ທັນມີລັກສະນະຍືນຍົງເທົ່າທີ່ຄວນ, ໃນນີ້, ເງິນລົງທຶນໃນຮູບແບບທຶນມີເອງ (Equity) ມີທ່າອ່ຽງຫຼຸດລົງຫຼາຍ, ໃນຂະນະທີ່ເງິນທຶນໃນຮູບແບບເງິນກູ້ (Debt) ມີທ່າອ່ຽງເພີ່ມຂຶ້ນ, FDI ຈໍານວນບໍ່ໜ້ອຍບໍ່ປະຕິບັດລະບອບການລາຍງານ, ການຂໍອະນຸຍາດກູ້ຢືມເງິນຈາກຕ່າງປະເທດ ແລະ ອື່ນໆ, ນອກຈາກນີ້ ຍັງມີການນໍາໃຊ້ເງິນຕາຕ່າງປະເທດຊະຊາຍໃນສັງຄົມ ໂດຍສະເພາະໃນບາງເຂດເສດຖະກິດພິເສດ, ເຂດການຄ້າຊາຍແດນ, ຍັງມີການເຄື່ອນໄຫວທຸລະກິດແລກປ່ຽນເງິນຕາທີ່ບໍ່ສອດຄ່ອງກັບລະບຽບກົດໝາຍ, ໜີ້ສິນຕ່າງປະເທດຂອງພາກລັດ, ສະຖາບັນການເງິນ ແລະ ເອກະຊົນອື່ນໆ ມີທ່າອ່ຽງເພີ່ມສູງຂຶ້ນຕໍ່ເນື່ອງ ສ້າງແຮງກົດດັນຕໍ່ຖານະການຊໍາລະກັບຕ່າງປະເທດ ໃນເງື່ອນໄຂທີ່ລາຍຮັບເປັນເງິນຕາຕ່າງປະເທດຂອງປະເທດຍິ່ງຈຳກັດ ສ້າງຄວາມກົດດັນຕໍ່ຄ່າເງິນກີບ ແລະ ສົ່ງຜົນຕໍ່ຄວາມຍືນຍົງດ້ານເສດຖະກິດມະຫາພາກຂອງປະເທດ.
ແຫຼ່ງຂ່າວ: ປະຊາຊົນ