ສໍາມະນາກ່ຽວກັບຢາພື້ນເມືອງລາວໃນຮູບແບບການຜະລິດສະຫະກອນເພື່ອຊຸກຍູ້ເສດຖະກິດ
ໃນວັນທີ 9 ມິຖຸນານີ້ ທີ່ມະຫາວິທະຍາໄລ ສຸພານຸວົງ ນະຄອນ-ຫຼວງພະບາງ, ສະຖາບັນການແພດ ແລະ ການຢາພື້ນເມືອງຮ່ວມກັບສູນຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ຈັດກອງປະຊຸມສໍາມະນາກ່ຽວກັບຢາພື້ນເມືອງລາວໃນຮູບແບບການຜະລິດສະຫະກອນເພື່ອຊຸກຍູ້ເສດຖະກິດ ໂດຍການເປັນປະທານຂອງ ທ່ານ ບຸນເລື່ອນ ດວງເດືອນ ຫົວໜ້າສະຖາບັນການແພດ ແລະ ການຢາພື້ນເມືອງ, ບັນດາແຂກຖືກເຊີນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້, ຈັດຂຶ້ນເພື່ອທົບທວນຄືນບັນດານະໂຍບາຍ ແລະ ລະບຽບການຂອງບັນດາຂະແໜງ ການທີ່ກ່ຽວຂ້ອງກັບການຊຸກຍູ້ສົ່ງເສີມການປູກ, ການຜະລິດເປັນສິນຄ້າ ແລະ ການນໍາໃຊ້ພືດທີ່ເປັນຢາຂອງລາວ ເພື່ອເປັນບ່ອນອີງໃຫ້ແກ່ການເຕົ້າໂຮມບັນດາໝໍຢາພື້ນເມືອງ ແລະ ຜູ້ປະກອບການໃຫ້ເປັນກຸ່ມ ຫຼື ສະຫະກອນການຜະລິດ, ບໍ່ໃຫ້ມີລັກສະນະກະແຈກກະຈາຍ ແລະ ເຮັດພໍໃຜພໍລາວ, ເພື່ອແລກປ່ຽນຄວາມຮູ້ ປະສົບການດ້ານການຄຸ້ມຄອງ ແລະ ດ້ານວິຊາການທີ່ກ່ຽວຂ້ອງກັບວຽກງານຢາພື້ນເມືອງຈາກບັນດານັກວິຊາການ, ໝໍຢາພື້ນເມືອງ ແລະ ຜູ້ປະກອບການຈາກຂະແໜງການສາທາລະນະສຸກ ແລະ ຂະແໜງການອື່ນໆທີ່ກ່ຽວຂ້ອງກັບວຽກງານຢາພື້ນເມືອງ, ເພື່ອຊຸກຍູ້ສົ່ງເສີມກຸ່ມການຜະລິດ ແລະ ສະຫະກອນການຜະລິດຢາພື້ນເມືອງລາວ ໃຫ້ກາຍເປັນເສດຖະກິດ.
ທ່ານ ບຸນເລື່ອມ ດວງເດືອນ ກ່າວວ່າ: ກອງປະຊຸມຄັ້ງນີ້, ເນື້ອໃນທີ່ຈະນໍາສະເໜີຕໍ່ບັນດາຜູ້ເຂົ້າຮ່ວມມີ 21 ຫົວບົດ ຊຶ່ງແຕ່ລະຫົວບົດລ້ວນແຕ່ມີຄວາມສໍາຄັນ ແລະ ເປັນປະໂຫຍດຕໍ່ການພັດທະນາວຽກງານຢາພື້ນເມືອງໂດຍສະເພາະແມ່ນບັນດານະໂຍບາຍ ແລະ ລະບຽບການຂອງບັນດາຂະແໜງການທີ່ກ່ຽວຂ້ອງກັບການສົ່ງເສີມການປູກ, ການຜະລິດເປັນສິນຄ້າ ແລະ ການນໍາໃຊ້ພືດທີ່ເປັນຢາຂອງລາວ ເພື່ອເປັນບ່ອນອີງໃຫ້ແກ່ການເຕົ້າ ໂຮມເປັນກຸ່ມ ຫຼື ສະຫະກອນການຜະລິດ, ບໍ່ໃຫ້ມີລັກສະນະກະແຈກກະຈາຍ.
ນອກນັ້ນ, ເພື່ອສົ່ງເສີມກຸ່ມການຜະລິດ ແລະ ສະຫະກອນຜະລິດຢາພື້ນເມືອງລາວໃຫ້ກາຍເປັນເສດຖະກິດ, ອີກດ້ານໜຶ່ງ ເພື່ອປົກປ້ອງສຸຂະພາບຂອງຜູ້ບໍລິໂພກ, ສ້າງຄວາມໝັ້ນໃຈໃຫ້ແກ່ສັງຄົມໃຫ້ມີການຊົມໃຊ້ຢາພື້ນເມືອງຫຼາຍຂຶ້ນ. ພ້ອມດຽວກັນນັ້ນ ທັງເປັນການຍົກລະດັບວຽກງານການແພດ ແລະ ການຢາພື້ນເມືອງໃຫ້ໄປຕາມທິດຂອງ ແນວຄິດ ປະທານ ໄກສອນ ພົມວິຫານ ທີ່ວ່າ: ໃຫ້ສົມທົບຢາພື້ນເມືອງກັບຢາຫຼວງເຂົ້າໃນການຮັກສາສຸຂະພາບ ຊຶ່ງໄລຍະຜ່ານມາ, ພັກ-ລັດ ຖະບານ ໄດ້ຖືເອົາວຽກງານການປິ່ນປົວດ້ວຍການແພດພື້ນເມືອງສົມທົບກັບການປິ່ນປົວດ້ວຍການແພດສະໄໝໃໝ່,ໃນນີ້ວຽກງານສົ່ງເສີມການປູກ ແລະ ການນໍາໃຊ້ພືດເປັນຢາແບບຍືນຍົງ ເປັນວຽກງານໜຶ່ງທີ່ສໍາຄັນ ແລະ ເປັນໜຶ່ງໃນອົງປະກອບຂອງການບໍລິການສາທາລະນະສຸກ. ສະນັ້ນ, ຂະບວນການຜະລິດທີ່ໄດ້ມາດຕະຖານແມ່ນມີຄວາມຈໍາເປັນຕ້ອງມີນະໂຍບາຍ ແລະ ລະບຽບການຕ່າງໆ ເພື່ອເປັນບ່ອນອີງໃຫ້ແກ່ການຈັດຕັ້ງປະຕິບັດໃຫ້ເປັນເອກະພາບຂອງຜູ້ປະກອບການປຸງແຕ່ງຢາພື້ນເມືອງ.