Homeຂ່າວທົ່ວໄປເປີດຮັບສະໝັກນັກສ້າງຮູບເງົາຄົນລາວ ພາຍໃຕ້ໂຄງການແລກປ່ຽນດ້ານຮູບເງົາ ອົດສະຕຣາລີ-ແມ່ນ້ຳຂອງ

ເປີດຮັບສະໝັກນັກສ້າງຮູບເງົາຄົນລາວ ພາຍໃຕ້ໂຄງການແລກປ່ຽນດ້ານຮູບເງົາ ອົດສະຕຣາລີ-ແມ່ນ້ຳຂອງ

ຜູ້ທີ່ມີຄວາມມັກຮັກ ແລະ ຢາກລອງສ້າງສັນຜົນງານຜ່ານຮູບເງົາທີ່ມາຈາກແນວຄິດຂອງຕົນເອງ. ພ້ອມຢາກເປັນສ່ວນໜຶ່ງໃນການແລກປ່ຽນພາຍໃຕ້ໂຄງການ ອົດສະຕຣາລີ-ແມ່ນ້ຳຂອງ (ຫວຽດນາມ, ກຳປູເຈຍ ແລະ ລາວ) ທີ່ເປີດໃຫ້ຄົນລາວທຸກຄົນ. ບໍ່ວ່າຈະເປັນແມ່ຍິງ, ນັກສ້າງສັນຊົນເຜົ່າພື້ນເມືອງ ແລະ ນັກສ້າງສັນອິດສະຫຼະ…

ໂຄງການແລກປ່ຽນດ້ານຮູບເງົາ ອົດສະຕຣາລີ-ແມ່ນ້ຳຂອງ (Australia-Mekong Screen Exchange – AMSE) ເຊິ່ງເປັນໂຄງການລິເລີ່ມໃໝ່ທີ່ເຊື່ອມຕໍ່ບຸກຄະລາກອນໃນອຸດສາຫະກຳຮູບເງົາ ແລະ ໂທລະພາບ ທັງໃນລະດັບເລີ່ມຕົ້ນ ແລະ ລະດັບກາງ ຈາກປະເທດອົດສະຕຣາລີ, ຫວຽດນາມ, ກຳປູເຈຍ ແລະ ລາວ ໄດ້ເປີດຮັບສະໝັກຜູ້ເຂົ້າຮ່ວມໂຄງການ ທີ່ມີເປົ້າໝາຍເພື່ອພັດທະນາການຮ່ວມມືຂ້າມຊາຍແດນ ແລະ ສ້າງໂອກາດຕ່າງໆໃນແວດວົງການຜະລິດຮູບເງົາ ແລະ ສື່ໂທລະພາບ.

ໂຄງການດັ່ງກ່າວນຳພາໂດຍອົງກອນ Global Viet Women ແລະ ສະໜັບສະໜູນໂດຍສູນ ອາຊຽນ-ອົດສະຕຣາລີ (ASEAN-Australia Centre) ເຊິ່ງໄດ້ເປີດຕົວຢ່າງເປັນທາງການໃນວັນທີ 12 ພະຈິກ ຜ່ານມາ ເຊິ່ງຈັດໂດຍ PKF ທີ່ເມືອງເມລເບິນ ປະເທດອົດສະຕຣາລີ ໂດຍມີບັນດາຜູ້ນຳໃນອຸດສາຫະກຳຮູບເງົາ, ຊຸມຊົນຊາວອາຊີຕາເວັນອອກສ່ຽງໃຕ້ທີ່ອາໄສຢູ່ຕ່າງປະເທດ ແລະ ຜູ້ຕາງໜ້າຈາກລັດຖະບານເຂົ້າຮ່ວມ.

ຜ່ານການພັດທະນາວິຊາຊີບທາງອອນລາຍ, ການໃຫ້ຄຳປຶກສາ, ການເຂົ້າຮ່ວມໂຄງການພຳນັກສ້າງສັນຜົນງານ ແລະ ງານວາງສະແດງອຸດສາຫະກຳ, ຜູ້ເຂົ້າຮ່ວມຈະໄດ້ພັດທະນາໂຄງການຂອງຕົນໃຫ້ກາຍເປັນບົດນຳສະເໜີ ທີ່ພ້ອມສຳລັບຕະຫຼາດ ເພື່ອສະເໜີຕໍ່ແຫຼ່ງທຶນ ແລະ ງານມະຫາກຳຮູບເງົາຕ່າງໆ. ໂຄງການຈະຄັດເລືອກຜູ້ເຂົ້າຮ່ວມທັງໝົດ 25 ຄົນ ສຳລັບຫຼັກສູດອອນລາຍ ແລະ ຈະຄັດເລືອກເອົາ 12 ຄົນ ເພື່ອເຂົ້າຮ່ວມໂຄງການພຳນັກສ້າງສັນຜົນງານຕົວຈິງ ທີ່ນະຄອນເກິນເທີ ປະເທດຫວຽດນາມ ແລະ ນະຄອນເມລເບິນ ໃນປີ 2027.

ທ່ານ ນາງ ເຈນນີ ເຈິ່ນ (Jenny Tran), ຜູ້ອຳນວຍການໂຄງການ Australia-Mekong Screen Exchange ກ່າວວ່າ: “ເລື່ອງລາວຈາກພາກພື້ນແມ່ນ້ຳຂອງ ແລະ ຊຸມຊົນຊາວແມ່ນ້ຳຂອງໃນຕ່າງແດນ ຍັງບໍ່ທັນໄດ້ຮັບການນຳສະເໜີຢ່າງພຽງພໍໃນວົງການຮູບເງົາຂອງອົດສະຕຣາລີ ແລະ ສາກົນ. ໂຄງການ AMSE ຈະມອບທັກສະ, ທີ່ປຶກສາ ແລະ ຄູ່ຮ່ວມງານສ້າງສັນ ໃຫ້ແກ່ຜູ້ເຮັດວຽກດ້ານຮູບເງົາໃນອົດສະຕຣາລີ ແລະ ພາກພື້ນແມ່ນ້ຳຂອງ ເພື່ອປ່ຽນແນວຄວາມຄິດຂອງພວກເຂົາໃຫ້ກາຍເປັນໂຄງການທີ່ເຊື່ອມຕໍ່ກັບຜູ້ຊົມໃນທັງສອງພື້ນທີ່. ພວກເຮົາຢາກຮັບຟັງເປັນພິເສດຈາກແມ່ຍິງ, ນັກສ້າງສັນຊົນເຜົ່າພື້ນເມືອງ ແລະ ນັກສ້າງສັນຊາວອົດສະຕຣາລີທີ່ມີເຊື້ອສາຍຫວຽດນາມ, ກຳປູເຈຍ ແລະ ລາວ ເຊິ່ງນຳເອົາມຸມມອງທີ່ເຊື່ອມໂຍງທັງສອງຝ່າຍຂອງການແລກປ່ຽນນີ້ເຂົ້າມາ.”

ທ່ານ ນາງ ຟີໂອນາ ຮອກກາດ (Fiona Hoggart), ຫົວໜ້າສູນ ອາຊຽນ-ອົດສະຕຣາລີ ກ່າວວ່າ ໂຄງການລິເລີ່ມນີ້ເປັນໂອກາດໃນການເສີມສ້າງສາຍພົວພັນລະຫວ່າງ ອົດສະຕຣາລີ ແລະ ພາກພື້ນແມ່ນ້ຳຂອງ ໃຫ້ເລິກເຊິ່ງຍິ່ງຂຶ້ນຜ່ານການເລົ່າເລື່ອງ ພ້ອມທັງສ້າງສາຍສຳພັນ ແລະ ໂອກາດສຳລັບການຮ່ວມມືດ້ານການສ້າງສັນໃນທົ່ວພາກພື້ນ.

ສຳລັບການສະໝັກ: ໂຄງການນີ້ເປີດຮັບນັກຂຽນບົດ, ຜູ້ກຳກັບ ແລະ ຜູ້ອຳນວຍການສ້າງ ທີ່ມີອາຍຸລະຫວ່າງ 21 ຫາ 35 ປີ ຈາກປະເທດອົດສະຕຣາລີ, ຫວຽດນາມ, ກຳປູເຈຍ ແລະ ລາວ. ໂດຍສະເພາະແມ່ນສົ່ງເສີມໃຫ້ແມ່ຍິງ, ນັກສ້າງສັນຊົນເຜົ່າພື້ນເມືອງ ແລະ ນັກສ້າງສັນຈາກຊຸມຊົນຊາວແມ່ນ້ຳຂອງໃນຕ່າງແດນສະໝັກເຂົ້າຮ່ວມ.

ປິດຮັບສະໝັກໃນເວລາ 23:59 ໂມງ ຂອງວັນທີ 13 ທັນວາ 2026 ຕາມເວລາປະເທດລາວ (GMT+7). ສາມາດເບິ່ງເງື່ອນໄຂການສະໝັກສະບັບເຕັມ ແລະ ແບບຟອມສະໝັກໄດ້ທີ່ Global Viet Women – AMSE.

ຄວາມເປັນມາໂຄງການແລກປ່ຽນດ້ານຮູບເງົາ ອົດສະຕຣາລີ-ແມ່ນ້ຳຂອງ ແມ່ນຂໍ້ລິເລີ່ມທີ່ນຳພາໂດຍ Global Viet Women, ສະໜັບສະໜູນໂດຍສູນ ອາຊຽນ-ອົດສະຕຣາລີ ແລະ ຈັດຕັ້ງປະຕິບັດຮ່ວມກັບພັນທະມິດດ້ານຮູບເງົາ, ການສຶກສາ, ວັດທະນະທຳ ແລະ ຄູ່ຮ່ວມງານໃນພາກພື້ນ ເພື່ອສະໜັບສະໜູນຜູ້ປະກອບອາຊີບດ້ານຮູບເງົາຈາກອົດສະຕຣາລີ, ຫວຽດນາມ, ກຳປູເຈຍ ແລະ ລາວ ໃນການພັດທະນາໂຄງການຮ່ວມມື, ແນວທາງການຮ່ວມຜະລິດ ແລະ ການເປັນຄູ່ຮ່ວມງານສ້າງສັນທີ່ຍືນຍົງ.

Global Viet Women: ແມ່ນອົງກອນບໍ່ສະແຫວງຫາຜົນກຳໄລທີ່ດຳເນີນງານໂດຍອາສາສະໝັກ ເຊິ່ງກໍ່ຕັ້ງຂຶ້ນໂດຍແມ່ຍິງຊາວຫວຽດນາມ ດ້ວຍວິໄສທັດຮ່ວມກັນໃນການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງຫວຽດນາມໃນຊຸມຊົນຕ່າງແດນທົ່ວໂລກ. ພາລະກິດຂອງອົງກອນແມ່ນເພື່ອຍົກລະດັບທັກສະ, ຂະຫຍາຍໂອກາດ ແລະ ສົ່ງເສີມການແລກປ່ຽນວັດທະນະທຳ ເພື່ອຊ່ວຍໃຫ້ແມ່ຍິງເຕີບໂຕທັງດ້ານຊີວິດສ່ວນຕົວ ແລະ ໜ້າທີ່ການງານ.

ສູນ ອາຊຽນ-ອົດສະຕຣາລີ (ASEAN-Australia Centre): ມີເປົ້າໝາຍເພື່ອເສີມສ້າງສາຍພົວພັນລະຫວ່າງ ອົດສະຕຣາລີ ແລະ ອາຊີຕາເວັນອອກສ່ຽງໃຕ້ ຜ່ານໂຄງການ ແລະ ກິດຈະກຳຕ່າງໆ ທີ່ເນັ້ນໃສ່ 4 ເສົາຫຼັກ ຄື: ຄວາມຮູ້ຄວາມເຂົ້າໃຈກ່ຽວກັບອາຊີຕາເວັນອອກສ່ຽງໃຕ້, ການເຊື່ອມໂຍງທາງເສດຖະກິດ, ການສຶກສາ ແລະ ການເຊື່ອມໂຍງທາງວັດທະນະທຳ.