ກອງປະຊຸມການລົງຢ້ຽມຢາມ ແລະ ຕິດຕາມຄວາມຄືບໜ້າການຕິດຕັ້ງລະບົບຄວບຄຸມການຈະລາຈອນທາງບົກ ພາຍໃຕ້ໂຄງການຄຸ້ມຄອງຍານພາຫະນະ ແລະ ການຂົນສົ່ງ ແບບຄົບວົງຈອນ ໄດ້ຈັດຂຶ້ນໃນວັນທີ 16 ພະຈິກນີ້ ທີ່ກົມຕຳຫຼວດຈະລາຈອນ ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ( ປກສ), ໂດຍການເປັນປະທານຮ່ວມຂອງ ພົຕ ກອງສະຫວັດ ບຸນລ້ຽງ ຮອງລັດຖະມົນຕີ ກະຊວງ ປກສ, ທ່ານ ລິດຕາ ຂັດທິຍະ ຮອງລັດຖະມົນຕີ ກະ ຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ສຸລິວັດ ສຸວັນນະຈູມຄຳ ຮອງລັດຖະມົນຕີກະຊວງການເງິນ, ທ່ານ ແກ້ວວິສຸກ ໂສລະພິມ ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ,ທ່ານ ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກຳມະການປົກຄອງ ນະຄອນຫຼວງວຽງ ຈັນ, ມີບັນດາຫົວໜ້າກົມ-ຮອງກົມ, ຜູ້ອຳນວຍການບໍລິສັດ ລາວສະມາດທານສະຟອມເມຊັນດາຕ້າ ແລະ ເທັກໂນໂລຊີ ຈຳກັດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໂອກາດນີ້,ທ່ານ ນາງ ອໍາໄພວັນ ແກ້ວປະດິດ ຮອງຫົວ ໜ້າກົມຂົນສົ່ງ ກະຊວງ ຍທຂ ເຈົ້າຂອງໂຄງການຄຸ້ມຄອງຍານພາຫະນະ ແລະ ການຂົນສົ່ງ ແບບຄົບວົງຈອນ ໄດ້ໃຫ້ຮູ້ວ່າ: ຄວາມຄືບໜ້າການພັດທະນາໂຄງລ່າງພື້ນຖານໃນ ນວ ເປັນຕົ້ນ ການຕິດຕັ້ງໄຟສັນຍານຈະລາຈອນ ໄດ້ 18 ຈຸດ ຂອງຈຳນວນ 64 ຈຸດ ແລະ ສ້ອມແປງຊົ່ວຄາວ ໃຫ້ສາມາດນຳໃຊ້ໄດ້ 20 ຈຸດ; ການຕິດຕັ້ງກ້ອງວົງຈອນປິດ (E-police) 6 ຈຸດ ຂອງຈຳນວນ 40 ຈຸດ ແລະ ແລວ BRT ອີກ 7 ຈຸດ ລວມ 47 ຈຸດ; ການຕິດຕັ້ງກ້ອງຈັບຄວາມໄວ (Check point) 4 ຈຸດຂອງຈຳນວນ 47 ຈຸດ; ການກຳນົດຈຸດຈອດລົດຜິດລະບຽບຕາມເສັ້ນ ທາງໃນຕົວເມືອງ ນວ ບ່ອນທີ່ຈຳເປັນ ທັງໝົດ 21 ຈຸດ ໃນ 5 ເມືອງ (ເມືອງຈັນທະບູນລີ, ສີໂຄດຕະບອງ, ໄຊເສດຖາ, ສີສັດຕະນາກ ແລະ ໄຊທານີ) ບັນດາເມືອງ ໄດ້ປະກອບຄຳເຫັນມາໃຫ້ຫ້ອງວ່າການ ນວ ລໍຖ້າອອກໜັງສືແຈ້ງກັບກະ ຊວງ ຍທຂ ເພື່ອຊາບ ແລະ ປະຕິບັດ.

ສຳເລັດການສ້າງສູນຄວບຄຸມການຈະລາຈອນທາງບົກ ທີ່ກົມຕຳຫຼວດຈະລາຈອນ, ກົມໃຫຍ່ຕຳຫຼວດ ກະຊວງ ປກສ. ລະບົບກ້ອງ CCTV ແລະ ລະບົບຕິດຕາມການຈັດຕັ້ງປະຕິບັດມາດຕະການປັບໄໝ (ລວມທັງໃບປັບໄໝ (Violation Tickets) ໄດ້ຖືກເຊື່ອມເຂົ້າໃນຖານຂໍ້ມູນຫຼັກຂອງໂຄງການ (ລະບົບຄຸ້ມຄອງໃບຂັບຂີ່ ແລະ ລະບົບຄຸ້ມຄອງຍານພາຫະນະ) ແລະ ໄດ້ເອົາລົງໃນລະບົບຂອງສູນຄວບຄຸມການຈະລາຈອນທາງບົກເປັນທີ່ຮຽບຮ້ອຍ; ການພັດທະນາບ່ອນຈອດລົດໃນຕົວເມືອງ ຍັງຢູ່ໃນຂັ້ນຕອນການຄົ້ນຄ້ວາພື້ນທີ່ດິນລັດ ເພື່ອພັດທະນາ.
ຮອດປັດຈຸບັນ, ໜ້າວຽກທີ່ກ່າວມາຂ້າງເທິງນັ້ນ ມີຄວາມຄືບໜ້າ ຄື: ສຳເລັດການພັດທະນາລະບົບຄຸ້ມຄອງການຂຶ້ນທະບຽນຍານພາຫະນະ ແລະ ໃບຂັບຂີ່ສຳເລັດໂດຍພື້ນຖານ ແລະ ກະກຽມລົງຈັດຕັ້ງປະຕິບັດການຂຶ້ນທະບຽນຍານພາຫະນະ ແລະ ການຂັບຂີ່ ໂດຍລະບົບໃໝ່ ຢູ່ 2 ແຂວງ ຄື: ແຂວງວຽງຈັນ ແລະ ແຂວງບໍລິຄຳໄຊ ຕາມແຈ້ງການຫ້ອງການ ກະຊວງ ຍທຂ ສະບັບເລກທີ 27737/ຫກ, ລົງວັນທີ 9 ພະຈິກ 2026 ເຫດຜົນເລືອກເອົາ 2 ແຂວງດັ່ງກ່າວ ຍ້ອນຈໍານວນປະຊາກອນໜ້ອຍ, ອັດຕາສ່ວນລົດໃໝ່ມາຂຶ້ນທະບຽນມີຈຳກັດ, ຈຶ່ງມີຄວາມສະດວກໃນການຄ່ຽນຖ່າຍລະບົບເກົ່າໄປຫາລະບົບໃໝ່, ເນື່ອງຈາກການຕິດຕັ້ງໄດ້ເຮັດຄູ່ຂະໜາດກັບການໃຫ້ບໍລິ ການປະຊາຊົນແບບປົກກະຕິປະຈຳວັນ, ຖ້າຂະບວນການຕິດຕັ້ງລະບົບພົບເຫັນອຸປະສັກ ຫຼື ຫຍຸ້ງຍາກ ການທົດ ລອງເຮັດຢູ່ແຂວງນ້ອຍ ຈະເຮັດໃຫ້ສາມາດແກ້ໄຂໄດ້ທັນການຍ້ອນປະລິມານຜູ້ມາພົວພັນການຂຶ້ນທະບຽນລົດແຕ່ ລະມື້ບໍ່ຫຼາຍ ແລະ ສາມາດຖອດຖອນບົດຮຽນກ່ອນຈະຂະຫຍາຍໄປແຂວງອື່ນ.

ໄດ້ພົວພັນເຮັດວຽກຮ່ວມ ກົມຄຸ້ມຄອງສຳມະໂນຄົວ ກະຊວງ ປກສ ເພື່ອຂໍເຊື່ອມລະບົບການຂື້ນທະບຽນຍານພາຫະນະ ເຂົ້າກັບລະບົບຄຸ້ມຄອງສຳມະໂນຄົວ ແລະ ກຽມເຊັນບົດບັນທຶກການປຶກສາຫາລື ເພື່ອກ້າວໄປສູ່ການຮ່າງ MOU ຮ່ວມກັນໃນການປະຕິບັດເງື່ອນໄຂການເຊື່ອມລະບົບທັງສອງ; ສຳລັບການເຊື່ອມຂໍ້ມູນໄປຍັງຖານຂໍ້ມູນເລກໝາຍໂທລະສັບ ກັບກະ ຊວງ ເຕັກໂນໂລຊີ ແລະ ການສືສານແມ່ນຈະໄດ້ເລີ່ມໃນໄຕມາດ I ຂອງປີ 2027; ສ່ວນການເຊື່ອມໂຍງລະບົບຂໍ້ມູນ ກັບລະບົບ TaxRIS ແລະ LNSW+ ເພື່ອກວດສອບພັນທະອາກອນ, ເລກປະຈຳຜູ້ເສຍອາກອນ, ເສຍຄ່າທຳນຽມທາງ, ປະຫວັດການແຈ້ງສິດ ແລະ ການນຳເຂົ້າຍານພາຫະນະຜ່ານດ່ານພາສີ ກຳລັງດຳເນີນການໃນເບື້ອງກະຊວງການເງິນ.

ຖ້າການເຊື່ອມການເກັບລາຍຮັບຂອງໂຄງການ ຜ່ານລະບົບໂປແກຼມ Findlink ຍັງບໍ່ທັນສຳເລັດ ຂໍສະເໜີໃຫ້ໂຄງການໄດ້ເປີດບັນຊີໂຄງການ ເພື່ອຮອງຮັບເງິນລາຍຮັບທີ່ຈະເກີດຂຶ້ນກ່ອນໄດ້ບໍ. ເພາະຫຼັງຈາກເປີດບັນຊີແລ້ວຕ້ອງໄດ້ໄປພົວພັນບັນດາທະນາຄານທຸລະກິດໄວ້ ເພື່ອເປີດທາງເລືອກຫຼາຍທາງ ໃຫ້ປະຊາຊົນໃນການຊຳລະຄ່າທຳນຽນ-ຄ່າບໍລິການຜ່ານທະນາຄານທີ່ຕົນສະດວກ, BCELone, LDBTrust ,ຂໍ້ຄົງຄ້າງກ່ຽວກັບລະບົບແມ່ນກະກຽມຂໍອະນຸມັດເປີດນຳໃຊ້ Mobile Police App, Public Service Website and App, ການເຊື່ອມລະ ບົບ KYC ແລະ ລະບົບຄຸ້ມຄອງລົດນຳເຂົ້າແບບຊົ່ວຄາວ D53 (ບ53)

ສໍາລັບທິດທາງແຜນການໃນຕໍ່ໜ້າ ແມ່ນກະກຽມຝຶກອົບຮົມໃຫ້ພະນັກງານກົມຂົນສົ່ງ ແລະ ພະນັກງານພະ ແນກ ຍທຂ ແລະ ກອງຄຸ້ມຄອງຍານພາຫະນະແຂວງວຽງ ຈັນ ແລະ ບໍລິຄຳໄຊ ໃນການນຳໃຊ້ລະບົບການຂື້ນທະບຽນຍານພາຫະນະ ແລະ ການຂັບຂີ່ ພາຍຫຼັງແຂວງສົ່ງລາຍຊື່ເປົ້າໝາຍພະນັກງານໃຫ້ກົມ; ກະກຽມຝຶກອົບຮົມການນຳໃຊ້ເຄື່ອງມືການຄວບຄຸມລະບົບການຈະລາຈອນທາງບົກ ໃຫ້ເຈົ້າໜ້າທີ່ຕຳຫຼວດຈະລາຈອນ; ກະກຽມລາຍງານລັດ ຖະບານ ເພື່ອຂໍທິດຊີ້ນຳກ່ຽວກັບການລິເລີ່ມນຳໃຊ້ລະບົບຄຸ້ມຄອງການຈະລາຈອນທາງ ບົກໃໝ່ ເປັນເຄື່ອງມືໃນການບັງຄັບໃຊ້ກົດໝາຍຕໍ່ຜູ້ລະເມີດລະບຽບການຈະລາຈອນ ແລະ ການຂົນສົ່ງທາງບົກ. ສະນັ້ນ, ຕ້ອງໄດ້ຊຸກຍູ້ການເປີດບັນຊີ Escrow Account ໃຫ້ສໍາເລັດໂດຍໄວເພື່ອເກັບຮັກສາເງິນລາຍຮັບຈາກການປັບໄໝ; ເພື່ອໃຫ້ວຽກງານສາມາດຈັດຕັ້ງປະຕິບັດໄດ້ຢ່າງຄ່ອງຕົວ ແລະ ທັນຕາມກຳນົດເວລາ ຕົ້ນປີ 2027.
——
©️ຄວາມສະຫງົບ


