ບໍລິສັດ ວອລໂວ ຄອນສະຕຣັກຊັນ ອີຄິບເມັນທ໌ (Volvo Construction Equipment ຫຼື Volvo CE) ຮ່ວມກັບ ບໍລິສັດ ລາວທານີ ກົນຈັກໜັກ (Laothani Tractor), ຕົວແທນຈຳໜ່າຍລາຍໃໝ່ ປະຈຳ ສປປ ລາວ, ໄດ້ປະກາດເລີ່ມຕົ້ນສາຍພົວພັນຮ່ວມມືຢ່າງເປັນທາງການ ຜ່ານພິທີເປີດໂຕຕົວແທນຈຳໜ່າຍ ແລະ ກິດຈະກຳວາງສະແດງສິນຄ້າ ເພື່ອນຳສະເໜີລົດຈົກ ແລະ ເຄື່ອງຈັກບົດອັດລຸ້ນໃໝ່ຫຼ້າສຸດຂອງ Volvo CE. ການຮ່ວມມືໃນຄັ້ງນີ້ ມີເປົ້າໝາຍເພື່ອຍົກລະດັບປະສົບການຂອງລູກຄ້າໃນ ສປປ ລາວ ພ້ອມທັງໃຫ້ການສະໜັບສະໜູນລູກຄ້າໃນຂະແໜງບໍ່ແຮ່, ຂະແໜງການກໍ່ສ້າງ ແລະ ພື້ນຖານໂຄງລ່າງ.
ບໍລິສັດ ລາວທານີ ກົນຈັກໜັກ ແມ່ນຕົວແທນຈຳໜ່າຍລາຍໃໝ່ຂອງ ບໍລິສັດ ວອລໂວ ຄອນສະຕຣັກຊັນ ອີຄິບເມັນທ໌ (Volvo CE) ປະຈຳ ສປປ ລາວ ໂດຍພ້ອມໃຫ້ບໍລິການດ້ານການຂາຍ ແລະ ການບໍລິການຫຼັງການຂາຍຢ່າງຄົບວົງຈອນ ສຳລັບເຄື່ອງຈັກກົນລະດັບພຣີມຽມ ເພື່ອຊ່ວຍໃຫ້ການດຳເນີນງານຂອງລູກຄ້າມີຄວາມປອດໄພ, ມີປະສິດທິພາບສູງ ແລະ ເກີດປະສິດທິຜົນສູງສຸດ. ການຮ່ວມມືຄັ້ງນີ້ ເປັນການປະສານກຳລັງລະຫວ່າງ ຄວາມເປັນຜູ້ນຳດ້ານອຸປະກອນ, ເຕັກໂນໂລຊີທີ່ທັນສະໄໝ ແລະ ປະສົບການເກືອບ 200 ປີຂອງ Volvo CE ໃນການຮອງຮັບລູກຄ້າຫຼາກຫຼາຍຂະແໜງອຸດສາຫະກຳ ເຂົ້າກັບ ຄວາມເຂົ້າໃຈຕະຫຼາດພາຍໃນປະເທດ ແລະ ຄວາມພ້ອມດ້ານການບໍລິການຫຼັງການຂາຍຂອງ ລາວທານີ ກົນຈັກໜັກ. ທັງສອງບໍລິສັດມີເປົ້າໝາຍຮ່ວມກັນໃນການຂັບເຄື່ອນການເຕີບໂຕແບບຍືນຍົງ ໄປພ້ອມກັບການປົກປັກຮັກສາສິ່ງແວດລ້ອມ ແລະ ເສີມສ້າງຄວາມທົນທານຕໍ່ການປ່ຽນແປງຂອງສະພາບດິນຟ້າອາກາດ ໂດຍໄດ້ຮັບການສະໜັບສະໜູນຈາກຜະລິດຕະພັນ ແລະ ການບໍລິການອັນຫຼາກຫຼາຍຂອງ Volvo CE ເຊິ່ງລວມເຖິງເຄື່ອງຈັກກົນກໍ່ສ້າງພະລັງງານໄຟຟ້າ ແລະ ລະບົບສາກໄຟ.

ບໍລິສັດ ລາວທານີ ກົນຈັກໜັກ ໄດ້ເປັນກຽດຕ້ອນຮັບບັນດາລູກຄ້າ ເຂົ້າສູ່ສຳນັກງານໃຫຍ່ ທີ່ ບ້ານ ໜອງແຕ່ງ, ເມືອງ ສີໂຄດຕະບອງ, ນະຄອນຫຼວງວຽງຈັນ ໃນວັນທີ 4 ພະຈິກ 2026 ທີ່ຜ່ານມາ ເນື່ອງໃນໂອກາດພິທີເປີດໂຕຕົວແທນຈຳໜ່າຍຢ່າງເປັນທາງການ ພ້ອມທັງຈັດງານວາງສະແດງສິນຄ້າ.
ລັດຖະບານ ແຫ່ງ ສປປ ລາວ ໄດ້ປະກາດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຄັ້ງທີ X, ເຊິ່ງເປັນການວາງຮາກຖານໃຫ້ແກ່ວິໄສທັດໃນປີ 2030 ຂອງ ສປປ ລາວ ແລະ ສະໜັບສະໜູນໄລຍະຂ້າມຜ່ານຂອງປະເທດ ພາຍຫຼັງການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ, ພ້ອມທັງຊຸກຍູ້ການເຕີບໃຫຍ່ຂະຫຍາຍໂຕແບບຍືນຍົງ. ແຜນດັ່ງກ່າວໄດ້ກຳນົດເສົາຄ້ຳຍຸດທະສາດ ແລະ ບຸລິມະສິດສຳຄັນ ພາຍໃຕ້ວາລະ “ຫັນປ່ຽນ, ປະຕິຮູບ ແລະ ປະຕິບັດໃຫ້ເກີດຜົນ”, ເຊິ່ງລວມມີ ການປັບປຸງ-ຟື້ນຟູເສດຖະກິດ, ການພັດທະນາພື້ນຖານໂຄງລ່າງ, ການພັດທະນາຊັບພະຍາກອນມະນຸດ ແລະ ສັງຄົມ, ຕະຫຼອດຮອດການສ້າງຄວາມທົນທານຕໍ່ການປ່ຽນແປງຂອງດິນຟ້າອາກາດ.
ການພັດທະນາພື້ນຖານໂຄງລ່າງທີ່ໄດ້ກຳນົດໄວ້ໃນແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຄາດວ່າຈະສ້າງຄວາມຕ້ອງການອັນໃຫຍ່ຫຼວງຕໍ່ອຸປະກອນກົນຈັກກໍ່ສ້າງທີ່ມີຄວາມເຊື່ອຖືໄດ້ ລວມທັງການບໍລິການດ້ານເຕັກນິກທີ່ຄົບວົງຈອນ. Volvo CE ແລະ ບໍລິສັດ ລາວທານີ ກົນຈັກໜັກ ພ້ອມນຳສະເໜີຜະລິດຕະພັນທີ່ຫຼາກຫຼາຍໃຫ້ແກ່ລູກຄ້າໃນ ສປປ ລາວ ເຊິ່ງປະກອບມີ: ລົດຕັກລໍ້ຢາງ (wheel loaders), ລົດຈົກ (excavators), ລົດບັນທຸກແອວອ່ອນ (articulated haulers), ລົດໂລບົດດິນ (compactors) ແລະ ເຄື່ອງກົນຈັກກໍ່ສ້າງພະລັງງານໄຟຟ້າ (electric construction machines) ເພື່ອຕອບສະໜອງ ແລະ ຮັບໃຊ້ໃນຂະແໜງບໍ່ແຮ່, ຂະແໜງພື້ນຖານໂຄງລ່າງຂະໜາດໃຫຍ່ ແລະ ຂະແໜງການກໍ່ສ້າງທົ່ວໄປ.
Volvo CE ໄດ້ສ້າງຊື່ສຽງອັນໂດດເດັ່ນ ແລະ ເປັນທີ່ຍອມຮັບຢ່າງກວ້າງຂວາງ ໃນດ້ານຄຸນນະພາບ ແລະ ປະສິດທິພາບສູງສຸດຂອງຜະລິດຕະພັນ. ຜ່ານການຮ່ວມມືກັບ ບໍລິສັດ ລາວທານີ ກົນຈັກໜັກ, ບໍລິສັດມີເປົ້າໝາຍທີ່ໜັກແໜ້ນ ແລະ ຍົກລະດັບການບໍລິການພາຍໃນປະເທດ ລວມທັງການສະໜັບສະໜູນຫຼັງການຂາຍໃຫ້ເຂັ້ມແຂງຍິ່ງຂຶ້ນ ເພື່ອຊ່ວຍໃຫ້ລູກຄ້າສາມາດເພີ່ມອາຍຸການໃຊ້ງານຂອງເຄື່ອງຈັກໃຫ້ເກີດປະໂຫຍດສູງສຸດ ແລະ ຍົກລະດັບຜົນຜະລິດໃນການດຳເນີນງານຢ່າງມີປະສິດທິຜົນ.
ທ່ານ ວິວສັນ ຊີ (Wilson Shee), ຫົວໜ້າຝ່າຍຕະຫຼາດປະຈຳປະເທດມຽນມາ, ກຳປູເຈຍ, ຫວຽດນາມ ແລະ ສປປ ລາວ ຂອງ ບໍລິສັດ Volvo CE ໄດ້ກ່າວວ່າ: “ທີ່ Volvo CE, ພວກເຮົາໃຫ້ຄຳໝັ້ນສັນຍາທີ່ຈະໃຫ້ການສະໜັບສະໜູນຢ່າງເຕັມທີ່ ເພື່ອໃຫ້ລູກຄ້າສາມາດນຳໃຊ້ເຄື່ອງຈັກກົນຂອງຕົນໄດ້ຢ່າງເຕັມປະສິດທິພາບສູງສຸດ. ສິ່ງນີ້ລວມເຖິງການສະໜອງອາໄຫຼ່ແທ້ ແລະ ການຝຶກອົບຮົມນາຍຊ່າງເຕັກນິກ ເພື່ອໃຫ້ບໍລິການສ້ອມແປງບຳລຸງຮັກສາເຖິງສະຖານທີ່ໜ້າວຽກຕົວຈິງ, ເຊິ່ງຈະຊ່ວຍໃຫ້ລູກຄ້າສາມາດຮັກສາການເຮັດວຽກຂອງເຄື່ອງຈັກໃຫ້ເກີດຜົນຜະລິດຢ່າງຕໍ່ເນື່ອງ.”
ການບໍລິການສະໜັບສະໜູນລູກຄ້າທ້ອງຖິ່ນໃນທົ່ວປະເທດລາວ
ດ້ວຍສຳນັກງານໃຫຍ່ທີ່ຕັ້ງຢູ່ໃນ ນະຄອນຫຼວງວຽງຈັນ, ບໍລິສັດ ລາວທານີ ກົນຈັກໜັກ ຢູ່ໃນຈຸດທີ່ຕັ້ງຍຸດທະສາດອັນເໝາະສົມ ເພື່ອພ້ອມໃຫ້ການສະໜັບສະໜູນແກ່ລູກຄ້າໃນທົ່ວປະເທດ ລວມທັງເຂດຫ່າງໄກສອກຫຼີກ ຜ່ານການໃຫ້ບໍລິການເຖິງສະຖານທີ່ໜ້າວຽກຕົວຈິງ ແລະ ສາຂາຍ່ອຍໃນຈຸດທີ່ມີຄວາມຈຳເປັນ.
“ທ່ານ ລັດສະສີພົນ ພິມພະຈັນ, ຜູ້ອຳນວຍການ ຂອງ ບໍລິສັດ ລາວທານີ ກົນຈັກໜັກ ໄດ້ກ່າວວ່າ: “ລາວທານີ ແມ່ນບໍລິສັດຂອງຄົນລາວ ທີ່ມີບົດບາດ ແລະ ຄວາມໜ້າເຊື່ອຖືໃນຂະແໜງບໍ່ແຮ່ ແລະ ການກໍ່ສ້າງ, ທັງມີຄວາມເຂົ້າໃຈຢ່າງເລິກເຊິ່ງຕໍ່ລູກຄ້າ, ພາສາ ແລະ ວັດທະນະທຳທ້ອງຖິ່ນ. ລາວທານີ ຈະສືບຕໍ່ເຕີບໃຫຍ່ຂະຫຍາຍຕົວຢ່າງເຂັ້ມແຂງ ແລະ ພວກເຮົາມີຄວາມເຊື່ອໝັ້ນຢ່າງເຕັມປ່ຽມວ່າ ການຮ່ວມມືໃນຄັ້ງນີ້ ບໍ່ພຽງແຕ່ຈະຊ່ວຍໃຫ້ພວກເຮົາສາມາດຕອບສະໜອງ ແລະ ໃຫ້ບໍລິການລູກຄ້າຂອງ Volvo CE ໄດ້ດີຍິ່ງຂຶ້ນເທົ່ານັ້ນ, ແຕ່ຍັງຈະເປີດໂອກາດໃຫ້ພວກເຮົາໄດ້ມີສ່ວນຮ່ວມໃນການສ້າງສາພັດທະນາປະເທດຊາດ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າໃຫ້ດີຂຶ້ນເລື້ອຍໆ.”
ສປປ ລາວ ຖືເປັນຕະຫຼາດທີ່ກຳລັງເຕີບໃຫຍ່ຂະຫຍາຍຕົວ ທັງໃນຂະແໜງບໍ່ແຮ່ ແລະ ອຸປະກອນກົນຈັກກໍ່ສ້າງ. ແຜນພັດທະນາຂອງລັດຖະບານ ໄດ້ເປີດໂອກາດອັນດີໃຫ້ແກ່ ບໍລິສັດ ລາວທານີ ກົນຈັກໜັກ ແລະ Volvo CE ໃນຫຼາຍຂົງເຂດ ເຊັ່ນ: ຂະແໜງບໍ່ແຮ່, ພື້ນຖານໂຄງລ່າງຂະໜາດໃຫຍ່, ການກໍ່ສ້າງເສັ້ນທາງ ແລະ ການພັດທະນາຊົນນະບົດ. ຄຽງຄູ່ກັບຂະແໜງການທ່ອງທ່ຽວທີ່ພວມຂະຫຍາຍຕົວຢ່າງຕໍ່ເນື່ອງ, ລັດຖະບານ ຍັງໄດ້ເນັ້ນຢ້ຳການພັດທະນາພື້ນຖານໂຄງລ່າງຮອງຮັບ ເຊິ່ງລວມເຖິງ ການປັບປຸງສະໜາມບິນ, ລະບົບການເຊື່ອມໂຍງດ້ານຄົມມະນາຄົມຂົນສົ່ງ ແລະ ການກໍ່ສ້າງໂຮງແຮມ.

“ທ່ານ ວິວສັນ ຊີ (Wilson Shee) ໄດ້ກ່າວຕື່ມວ່າ: “ບັນດາລົດຈົກຂອງ Volvo CE ເຊິ່ງລວມເຖິງລຸ້ນທີ່ໃຊ້ພະລັງງານໄຟຟ້າ ແມ່ນມີຄວາມເໝາະສົມຢ່າງຍິ່ງໃນການສະໜັບສະໜູນບັນດາບໍລິສັດທີ່ມີສ່ວນຮ່ວມໃນແຜນງານຫຼັກດ້ານການພັດທະນາເສດຖະກິດ ແລະ ພື້ນຖານໂຄງລ່າງຂອງລັດຖະບານລາວ. ນອກຈາກນີ້, ເຄື່ອງຈັກກົນກໍ່ສ້າງພະລັງງານໄຟຟ້າ ແລະ ນະວັດຕະກຳການແກ້ໄຂບັນຫາຕ່າງໆ ຂອງພວກເຮົາ ຍັງສາມາດສະໜັບສະໜູນເປົ້າໝາຍການເຕີບໂຕແບບສີຂຽວ ແລະ ຄວາມພະຍາຍາມໃນການຫຼຸດຜ່ອນການປ່ອຍອາຍພິດຂອງ ສປປ ລາວ ອີກດ້ວຍ.”
ພິທີເປີດໂຕຕົວແທນຈຳໜ່າຍ ແລະ ງານວາງສະແດງສິນຄ້າໃນຄັ້ງນີ້ ໄດ້ເປີດໂອກາດໃຫ້ບັນດາລູກຄ້າໄດ້ສຳຜັດກັບປະສົບການຕົວຈິງຂອງລົດຈົກ ແລະ ເຄື່ອງຈັກບົດອັດລຸ້ນໃໝ່ຫຼ້າສຸດຈາກ Volvo CE ຢ່າງໃກ້ຊິດ, ພ້ອມທັງໄດ້ພົບປະໂອ້ລົມກັບທີມງານຂອງ ບໍລິສັດ ລາວທານີ ກົນຈັກໜັກ ທີ່ຮັບຜິດຊອບວຽກງານດ້ານການຂາຍ, ອາໄຫຼ່ ແລະ ການບໍລິການສະໜັບສະໜູນພາຍໃນປະເທດ. ງານດັ່ງກ່າວ ຖືເປັນຂີດໝາຍເລີ່ມຕົ້ນຂອງສາຍພົວພັນຄູ່ຮ່ວມມື ທີ່ເນັ້ນຢ້ຳໃສ່ການຍົກສູງຄວາມພ້ອມດ້ານອຸປະກອນກົນຈັກ, ການເພີ່ມເວລາເຮັດວຽກຂອງເຄື່ອງຈັກໃຫ້ເກີດປະໂຫຍດສູງສຸດ ແລະ ການໃຫ້ການສະໜັບສະໜູນເບິ່ງແຍງລູກຄ້າໃນໄລຍະຍາວໃນທົ່ວ ສປປ ລາວ.


