HomeUncategorizedUNITEL 17 ປີ ແຫ່ງການສ້າງສັນ ໂດຍປ່ຽນຜ່ານຈາກ TELCO ສູ່ TECHCO

UNITEL 17 ປີ ແຫ່ງການສ້າງສັນ ໂດຍປ່ຽນຜ່ານຈາກ TELCO ສູ່ TECHCO

UNITEL 17 ປີ ແຫ່ງການສ້າງສັນ: ປ່ຽນຜ່ານຈາກ TELCO ສູ່ TECHCO, ຂະຫຍາຍລະບົບນິເວດດິຈິຕອນໃນລາວ ແລະ ພ້ອມນຳສະເໜີສູ່ສັງຄົມຮັບຮູ້ຫຼາຍຂື້ນ ໃນງານ Lao Digital Week 2026

ພາຍຫຼັງ 17 ປີແຫ່ງການພັດທະນາ, Unitel ສືບຕໍ່ເສີມສ້າງຈຸດແຂງດ້ານໂຄງລ່າງໂທລະຄົມ ພ້ອມກັນນັ້ນ ຍັງຂະຫຍາຍໄປສູ່ການບໍລິການດິຈິຕອນ, ໂຊລູຊັນການຫັນປ່ຽນສູ່ດິຈິຕອນ, ການເງິນດິຈິຕອນ ແລະ ເສດຖະກິດດິຈິຕອນ, ເພື່ອຄ່ອຍໆ ປ່ຽນຜ່ານຈາກຜູ້ໃຫ້ບໍລິການໂທລະຄົມ (Telco) ສູ່ວິສາຫະກິດເຕັກໂນໂລຊີດິຈິຕອນ (Techco) ໃນ ສປປ ລາວ.

ຈາກພື້ນຖານການເຊື່ອມຕໍ່ ສູ່ວິໄສທັດດ້ານເຕັກໂນໂລຊີດິຈິຕອນໃນໄລຍະການຫັນປ່ຽນ ສູ່ຍຸກເສດຖະກິດດິຈິຕອນ, ໂທລະຄົມບໍ່ໄດ້ເປັນພຽງໂຄງລ່າງສຳລັບການເຊື່ອມຕໍ່ເທົ່ານັ້ນ ແຕ່ຍັງເປັນພື້ນຖານສຳຄັນ ທີ່ຮອງຮັບການພັດທະນາບັນດາບໍລິການ ແລະ ໂຊລູຊັນເຕັກໂນໂລຊີ. ບົນພື້ນຖານດັ່ງກ່າວ, ວິສາຫະກິດໂທລະຄົມມີໂອກາດຂະຫຍາຍບົດບາດຂອງຕົນ ແລະ ເຂົ້າຮ່ວມເລິກເຊິ່ງຫຼາຍຂຶ້ນໃນຂະບວນການຫັນເປັນດິຈິຕອນຂອງວຽກງານຄຸ້ມຄອງ, ການຜະລິດ, ການດຳເນີນທຸລະກິດ ແລະ ຊີວິດສັງຄົມ.

ສຳລັບ Unitel, ເສັ້ນທາງ 17 ປີໃນລາວ ແມ່ນຂະບວນການສ້າງສາໂຄງລ່າງການເຊື່ອມຕໍ່, ພັດທະນາຄວາມສາມາດດ້ານເຕັກໂນໂລຊີ ແລະ ຂະຫຍາຍຂອບເຂດທຸລະກິດ ໄປສູ່ຫຼາຍຂະແໜງການ. ການປ່ຽນຜ່ານຈາກ Telco ສູ່ Techco ສະທ້ອນໃຫ້ເຫັນທິດທາງການພັດທະນາໃນຂັ້ນຕໍ່ໄປ ຄື ການຮັກສາຈຸດແຂງຫຼັກດ້ານໂທລະຄົມ ພ້ອມກັບການນຳເອົາເຕັກໂນໂລຊີ ໄປປະຍຸກໃຊ້ໃນຫຼາຍຂະແໜງການ ຜ່ານຜະລິດຕະພັນ, ແພລດຟອມ ແລະ ໂຊລູຊັນດິຈິຕອນ.

ສິ່ງເຫຼົ່ານີ້ ບໍ່ໄດ້ເປັນພຽງການຂະຫຍາຍລາຍການບໍລິການເທົ່ານັ້ນ ແຕ່ຍັງເປັນການປ່ຽນແປງບົດບາດຂອງ Unitel ຈາກຜູ້ໃຫ້ບໍລິການເຊື່ອມຕໍ່ ສູ່ຄູ່ຮ່ວມດ້ານເຕັກໂນໂລຊີ ທີ່ພ້ອມຮ່ວມກ້າວໄປກັບປະຊາຊົນ, ພາກທຸລະກິດ ແລະ ລັດຖະບານລາວ ໃນເສັ້ນທາງການຫັນປ່ຽນສູ່ດິຈິຕອນ.
ລະບົບນິເວດດິຈິຕອນ ກັບ 5 ເສົາຄ້ຳຫຼັກເຕັກໂນໂລຊີທິດທາງການພັດທະນາສູ່ Techco ໄດ້ຖືກກຳນົດໃຫ້ເປັນຮູບປະທຳຜ່ານ 5 ເສົາຄ້ຳຫຼັກ ໂດຍປະສານຈຸດແຂງດ້ານໂຄງລ່າງໂທລະຄົມ ເຂົ້າກັບແພລດຟອມດິຈິຕອນ ແລະ ໂຊລູຊັນເຕັກໂນໂລຊີສະເພາະດ້ານ.
  • ເສົາຄ້ຳທີ 1: ໂຄງລ່າງໂທລະຄົມ ແລະ ການເຊື່ອມຕໍ່ດິຈິຕອນໂທລະຄົມຍັງຄົງເປັນພື້ນຖານຫຼັກຂອງລະບົບນິເວດ Unitel ປະກອບມີບໍລິການມືຖື, ເຕັກໂນໂລຊີ 5G, ອິນເຕີເນັດຄວາມໄວສູງຜ່ານສາຍໃຍແກ້ວນຳແສງ FTTH ແລະ ໂຊລູຊັນຕ່າງໆ ເຊັ່ນ: ກ້ອງວົງຈອນປິດ. ໂຄງລ່າງເຫຼົ່ານີ້ຮັບປະກັນການເຊື່ອມຕໍ່ ແລະ ສ້າງເງື່ອນໄຂ ໃຫ້ບັນດາບໍລິການດິຈິຕອນ ສາມາດດຳເນີນງານໄດ້ຢ່າງມີປະສິດທິພາບ ພ້ອມຕອບສະໜອງຄວາມຕ້ອງການທີ່ຫຼາກຫຼາຍຂຶ້ນ ໃຫ່ແກ່ປະຊາຊົນ ແລະ ພາກທຸລະກິດ.
  • ເສົາຄ້ຳທີ 2: ບໍລິການດິຈິຕອນ ເພື່ອຕອບໂຈດຊີວິດປະຈຳວັນUnitel ຂະຫຍາຍການພັດທະນາໄປສູ່ບໍລິການດ້ານຄວາມບັນເທີງ, ສິ່ງອຳນວຍຄວາມສະດວກ ແລະ ການທ່ອງທ່ຽວດິຈິຕອນ. LaoTV ແລະ LaoMusic ນຳສະເໜີເນື້ອຫາບັນເທີງຜ່ານແພລດຟອມດິຈິຕອນ; ສ່ວນ LaoApp ມຸ່ງສູ່ການພັດທະນາເປັນຊຸບເປີແອັບ ສຳລັບຜູ້ບໍລິໂພກ ໂດຍລວມເອົາການສົນທະນາ, ເຄືອຂ່າຍສັງຄົມ, ບໍລິການສັ່ງອາຫານ, ສິ່ງອຳນວຍຄວາມສະດວກ ແລະ ເກມບັນເທີງໄວ້ໃນແພລດຟອມດຽວ.
  • ສຳລັບຂະແໜງການທ່ອງທ່ຽວ, LaoTravel ຊ່ວຍໃຫ້ຜູ້ໃຊ້ສາມາດຄົ້ນຫາ ແລະ ຈອງປີ້ຍົນ, ປີ້ລົດໄຟ, ປີ້ລົດໂດຍສານ, ໂຮງແຮມ ແລະ ທົວທ່ອງທ່ຽວ. ຜ່ານແພລດຟອມເຫຼົ່ານີ້, Unitel ຄ່ອຍໆ ຂະຫຍາຍບົດບາດເຂົ້າສູ່ຊີວິດປະຈຳວັນຂອງຜູ້ຄົນ ໂດຍເຊື່ອມໂຍງຜູ້ໃຊ້ກັບຄວາມຕ້ອງການທີ່ຫຼາກຫຼາຍ ຕັ້ງແຕ່ການສື່ສານ, ຄວາມບັນເທີງ ໄປຈົນເຖິງການບໍລິໂພກ ແລະ ການເດີນທາງ.
  • ເສົາຄ້ຳທີ 3: ໂຊລູຊັນການຫັນປ່ຽນສູ່ດິຈິຕອນ ສຳລັບພາກລັດ ແລະ ພາກທຸລະກິດນີ້ແມ່ນເສົາຄ້ຳ ທີ່ສະທ້ອນເຖິງຄວາມສາມາດດ້ານເຕັກໂນໂລຊີຂອງ Unitel ໃນການສະໜັບສະໜູນການຫັນເປັນດິຈິຕອນຂອງວຽກງານຄຸ້ມຄອງລັດ ແລະ ການດຳເນີນງານຂອງວິສາຫະກິດ.

ສຳລັບພາກລັດ: ລະບົບນິເວດໂຊລູຊັນປະກອບມີ ໂຊລູຊັນການຄຸ້ມຄອງ ແລະ ບໍລິຫານງານດິຈິຕອນ (LaoOne, ສູນບັນຊາການ ແລະ ບໍລິຫານອັດສະລິຍະ IOC); ສາທາລະນະສຸກດິຈິຕອນ (LaoHealth-HIS); ການສຶກສາອອນລາຍ (LaoEdu); ແລະ ຫ້ອງການດິຈິຕອນ ທີ່ຊ່ວຍຄຸ້ມຄອງເອກະສານ, ລາຍເຊັນດິຈິຕອນ, ການປະຊຸມແບບບໍ່ໃຊ້ເອກະສານ ແລະ ການຫັນເປັນດິຈິຕອນຂອງຂະບວນການເຮັດວຽກ. ໂຊລູຊັນເຫຼົ່ານີ້ມຸ່ງເນັ້ນການຍົກສູງປະສິດທິພາບໃນການບໍລິຫານ, ເພີ່ມທະວີການເຊື່ອມໂຍງຂໍ້ມູນຂ່າວສານ ແລະ ປັບປຸງການດຳເນີນງານ ຂອງບັນດາອົງການໃຫ້ທັນສະໄໝ.

ສຳລັບພາກທຸລະກິດ: Unitel ພັດທະນາໂຊລູຊັນຫ້ອງການດິຈິຕອນ, ໃບບິນອິເລັກໂທຣນິກ, ລະບົບຄລາວ (Cloud) ແລະ ບໍລິການຄວາມປອດໄພຂໍ້ມູນ ລວມທັງການຕິດຕາມ ແລະ ເຝົ້າລະວັງຄວາມປອດໄພທາງໄຊເບີ (SOC). ໂຊລູຊັນເຫຼົ່ານີ້ຊ່ວຍໃຫ້ວິສາຫະກິດສາມາດຄ່ອຍໆ ຫັນຂະບວນການທຸລະກິດໃຫ້ເປັນດິຈິຕອນ, ຄຸ້ມຄອງຂໍ້ມູນ, ເພີ່ມທະວີການປົກປ້ອງລະບົບນິເວດບໍລິການຈິຕອນ ແລະ ຍົກສູງປະສິດທິພາບໃນການດຳເນີນງານໃນສະພາບແວດລ້ອມດິຈິຕອນ.

  • ເສົາຄ້ຳທີ 4: ການເງິນດິຈິຕອນກັບ UmoneyUmoney ເປັນເສົາຄ້ຳດ້ານການເງິນດິຈິຕອນພາຍໃນລະບົບນິເວດ Unitel ໂດຍມຸ່ງເນັ້ນການຂະຫຍາຍໂອກາດໃຫ້ປະຊາຊົນເຂົ້າເຖິງບໍລິການຊຳລະເງິນ ແລະ ທຸລະກຳດິຈິຕອນໄດ້ຫຼາຍຂຶ້ນ. ແພລດຟອມນີ້ມີສ່ວນຊ່ວຍຊຸກຍູ້ການນຳໃຊ້ເຕັກໂນໂລຊີ ໃນກິດຈະກຳທາງການເງິນປະຈຳວັນ ແລະ ເພີ່ມເຕີມບໍລິການທີ່ຈຳເປັນ ເພື່ອໃຫ້ລະບົບນິເວດມີຄວາມຄົບວົງຈອນຫຼາຍຂຶ້ນ ຄຽງຄູ່ກັບໂຄງລ່າງໂທລະຄົມ ແລະ ບໍລິການດິຈິຕອນດ້ານອື່ນໆ.
  • ເສົາຄ້ຳທີ 5: ເສດຖະກິດດິຈິຕອນກັບໂລຈິສຕິກ ແລະ ທິດທາງການຄ້າອອນລາຍໃນຂະແໜງການເສດຖະກິດດິຈິຕອນ, ໂລຈິສຕິກຊ່ວຍໃຫ້ Unitel ຂະຫຍາຍບົດບາດຈາກການເຊື່ອມຕໍ່ ແລະ ບໍລິການດິຈິຕອນ ໄປສູ່ການເຄື່ອນຍ້າຍສິນຄ້າ. ການນຳໃຊ້ເຕັກໂນໂລຊີໃນການຂົນສົ່ງ, ການກະຈາຍສິນຄ້າ ແລະ ການຕິດຕາມສະຖານະຄຳສັ່ງຊື້ ມີສ່ວນຊ່ວຍເຊື່ອມໂຍງຜູ້ຂາຍ, ຜູ້ຊື້ ແລະ ກິດຈະກຳການຄ້າເຂົ້າດ້ວຍກັນ.

ບົນພື້ນຖານດັ່ງກ່າວ, ການຄ້າອອນລາຍແມ່ນທິດທາງການພັດທະນາໃນຂັ້ນຕໍ່ໄປ ເຊິ່ງຈະເປີດໂອກາດໃຫ້ການຊື້-ຂາຍຜ່ານລະບົບອອນລາຍເຊື່ອມໂຍງກັບລະບົບບໍລິການ ແລະ ໂລຈິສຕິກ ຊຶ່ງຈະຊ່ວຍສ້າງເງື່ອນໄຂໃໝ່ໆ ໃຫ້ແກ່ການພັດທະນາກິດຈະກຳເສດຖະກິດດິຈິຕອນໃນລາວ.

ທັງ 5 ເສົາຄ້ຳ ມີບົດບາດສະເພາະຂອງຕົນ ແຕ່ໄດ້ສະທ້ອນເຖິງທິດທາງດຽວກັນ ຄື ການນຳໃຊ້ຈຸດແຂງດ້ານການເຊື່ອມຕໍ່, ຂະຫຍາຍການປະຍຸກໃຊ້ເຕັກໂນໂລຊີ ແລະ ພັດທະນາບໍລິການໃຫ້ຕອບໂຈດຄວາມຕ້ອງການຕົວຈິງຂອງຕະຫຼາດ.

ຈາກ Telco ສູ່ Techco: ຂະຫຍາຍຄຸນຄ່າໃນຍຸກດິຈິຕອນການປ່ຽນຜ່ານຈາກ Telco ສູ່ Techco ບໍ່ໄດ້ໝາຍເຖິງການທົດແທນພື້ນຖານດ້ານໂທລະຄົມ ແຕ່ແມ່ນການພັດທະນາຄວາມສາມາດໃໝ່ໆ ບົນພື້ນຖານທີ່ມີຢູ່. ໂຄງລ່າງຮັບປະກັນການເຊື່ອມຕໍ່; ບໍລິການດິຈິຕອນຊ່ວຍຂະຫຍາຍປະສົບການຂອງຜູ້ຊົມໃຊ້; ໂຊລູຊັນການຫັນປ່ຽນສູ່ດິຈິຕອນ ຊ່ວຍສະໜັບສະໜູນພາກລັດ ແລະ ພາກທຸລະກິດ; ການເງິນດິຈິຕອນຊ່ວຍຊຸກຍູ້ທຸລະກຳ; ໃນຂະນະທີ່ໂລຈິສຕິກ ແລະ ການຄ້າອອນລາຍ ຊ່ວຍຂະຫຍາຍໂອກາດການເຂົ້າຮ່ວມໃນເສດຖະກິດດິຈິຕອນ.

ທິດທາງນີ້ຮຽກຮ້ອງໃຫ້ຜະລິດຕະພັນຕ່າງໆ ຕ້ອງຕອບໂຈດຄວາມຕ້ອງການຕົວຈິງ, ຮັບປະກັນຄວາມພ້ອມໃນການດຳເນີນງານ, ການເຊື່ອມໂຍງລະຫວ່າງໂຊລູຊັນ ແລະ ຄວາມປອດໄພຂໍ້ມູນ. ຜ່ານການຂະຫຍາຍຄວາມສາມາດດ້ານເຕັກໂນໂລຊີ ແລະ ລາຍການບໍລິການ, Unitel ມຸ່ງໝັ້ນສ້າງຄຸນຄ່າທີ່ຫຼາກຫຼາຍໃຫ້ແກ່ຜູ້ໃຊ້, ເພີ່ມທະວີຄວາມສາມາດໃນການຕອບສະໜອງຕໍ່ຕະຫຼາດ ແລະ ປະກອບສ່ວນຢ່າງເປັນຮູບປະທຳຕໍ່ຂະບວນການຫັນປ່ຽນສູ່ດິຈິຕອນໃນລາວ.

ໃນງານ Lao Digital Week 2026 ທີ່ຈະຈັດຂຶ້ນ ໃນລະຫວ່າງວັນທີ 21 ຫາ 25 ຕຸລາ 2026 ທີ່ສູນການຄ້າລາວ-ໄອເຕັກ ຕຶກເກົ່າ (ITECC), ນະຄອນຫຼວງວຽງຈັນ, Unitel ຈະນຳສະເໜີບັນດາຂະແໜງການເຕັກໂນໂລຊີພາຍໃນລະບົບນິເວດດິຈິຕອນຂອງຕົນ ເພື່ອໃຫ້ປະຊາຊົນໄດ້ຮູ້ຈັກຫຼາຍຂຶ້ນ ກ່ຽວກັບເສັ້ນທາງການພັດທະນາຈາກພື້ນຖານໂທລະຄົມ ໄປສູ່ຜະລິດຕະພັນ, ບໍລິການ ແລະ ໂຊລູຊັນເຕັກໂນໂລຊີ ທີ່ຮອງຮັບຫຼາຍຂະແໜງການຂອງເສດຖະກິດ-ສັງຄົມ. ພາຍຫຼັງ 17 ປີແຫ່ງການສ້າງສັນ ແລະ ພັດທະນາ, Unitel ກຳລັງກ້າວເຂົ້າສູ່ໄລຍະໃໝ່ ດ້ວຍທິດທາງການເສີມສ້າງຈຸດແຂງດ້ານການເຊື່ອມຕໍ່, ຂະຫຍາຍຄວາມສາມາດດ້ານເຕັກໂນໂລຊີ ແລະ ພັດທະນາລະບົບນິເວດດິຈິຕອນໃຫ້ຄົບວົງຈອນຫຼາຍຂຶ້ນ.

ຈາກ Telco ສູ່ Techco, Unitel ມຸ່ງໝັ້ນນຳເອົາເຕັກໂນໂລຊີເຂົ້າໃກ້ກັບຄວາມຕ້ອງການຕົວຈິງຫຼາຍຂຶ້ນ ພ້ອມຮ່ວມກ້າວໄປກັບປະຊາຊົນ, ພາກທຸລະກິດ ແລະ ລັດຖະບານລາວ ສູ່ອະນາຄົດດິຈິຕອນ.