HomeUncategorizedຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມທາງການ ສສ. ຫວຽດນາມ

ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມທາງການ ສສ. ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໃນລະຫວ່າງວັນທີ 12 ຫາ ວັນທີ 15 ຕຸລາ 2026 ໂດຍໃຫ້ການຕ້ອນຮັບຂອງ ສະຫາຍ ພົນເອກ ຟານ ວັນ ຢາງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນຫວຽດນາມ.
อาจเป็นรูปภาพของ ข้อความພາຍຫຼັງສໍາເລັດພິທີຕ້ອນຮັບ ກໍໄດ້ເຂົ້າພົບປະສອງຝ່າຍ ເຊິ່ງໄດ້ທົບທວນ ແລະ ຕີລາຄາໝາກຜົນການຮ່ວມມືຊ່ວຍເຫຼືອເຊີ່ງກັນ ແລະ ກັນ ໃນໄລຍະ 01 ປີທີ່ຜ່ານມາ, ສອງຝ່າຍໄດ້ຮ່ວມກັນຈັດຕັ້ງປະຕິບັດບັນດາເນື້ອໃນ ອະນຸສັນຍາ 05 ປີ ແລະ ແຜນການຮ່ວມມືປະຈຳປີ 2026 ຢ່າງເຂັ້ມງວດ, ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ໃນການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ໂດຍສະເພາະແມ່ນ ວຽກງານພັກ-ວຽກງານການເມືອງ ສອງຝ່າຍ ໄດ້ມີການແລກປ່ຽນຂໍ້ມູນຂ່າວສານ ເຊິ່ງກັນ ແລະ ກັນຢ່າງເປັນປົກກະຕິ ໃນຂົງເຂດວຽກງານປ້ອງກັນຊາດ, ແລກປ່ຽນຄະນະຜູ້ແທນ, ນອກຈາກນີ້ສອງກອງທັບໄດ້ຈັດຕັ້ງການຢ້ຽມຢາມ, ເຮັດວຽກ, ຖອດຖອນບົດຮຽນເຊິ່ງກັນ ແລະ ກັນ ແລະ ພົບປະຮ່ວມກັນຢ່າງເປັນປົກກະຕິ ນັບແຕ່ຂັ້ນສູງຮອດທ້ອງຖິ່ນ ໄດ້ຢ່າງມີປະສິດທິຜົນ ແລະ ສຳເລັດຕາມແຜນການ, ວຽກງານຄຸ້ມຄອງ ແລະ ປົກປັກຮັກສາຊາຍແດນ: ກຳລັງປ້ອງກັນຊາຍແດນຂອງສອງປະເທດ ໄດ້ເພີ່ມທະວີການລາດຕະເວນຮ່ວມກັນ ຢ່າງເປັນປະຈຳ ເພື່ອປົກປັກຮັກສາຫຼັກໝາຍຊາຍແດນ.

อาจเป็นรูปภาพของ ข้อความພ້ອມກັນນັ້ນ, ກໍໄດ້ເປັນເຈົ້າການໃນການສະກັດກັ້ນ ແລະ ປາບປາມອາດຊະຍາກຳຂ້າມຊາດ, ການຄ້າຂາຍຢາເສບຕິດ, ການລັກລອບຂ້າມແດນຜິດກົດໝາຍ, ຄະນະວິຊາການຂອງທັງສອງຝ່າຍ ໄດ້ຈັດຕັ້ງສຳເລັດການເອກະພາບເນື້ອໃນແຜນການຮ່ວມມື ປະຈຳປີ 2027 ລະຫວ່າງສອງກະຊວງປ້ອງກັນປະເທດ ລາວ-ຫວຽດນາມ ໃນເດືອນກັນຍາ 2026 ຜ່ານມາ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ສືບຕໍ່ບໍາລຸງ, ຝຶກອົບຮົມ ແລະ ກໍ່ສ້າງພະນັກງານ ໃຫ້ແກ່ກອງທັບປະຊາຊົນລາວ ຕາມແຜນການທີ່ໄດ້ຕົກລົງກັນໄດ້ຮັບຜົນດີ, ສອງຝ່າຍ ໄດ້ປະສານສົມທົບ, ຊຸກຍູ້, ລົງກວດກາຕິດຕາມຢ່າງໃກ້ຊິດ ຄວາມຄືບໜ້າໂຄງການກໍ່ສ້າງ 03 ກຸ່ມບ້ານໃໝ່ ຢູ່ທີ່ແຂວງບໍລິຄຳໄຊ, ຄຳມ່ວນ ແລະ ອັດຕະປື.

อาจเป็นรูปภาพของ ข้อความ

ມາຮອດປັດຈຸບັນ, ໂຄງການກໍ່ສ້າງ 03 ກຸ່ມບ້ານໃໝ່ ໄດ້ມີຄວາມຄືບໜ້າເກືອບ 70-80 %, ການຮ່ວມມືຊອກຫາ, ຂຸດຄົ້ນ ແລະ ທ້ອນໂຮມອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ໄດ້ເສຍສະຫຼະຊີວິດໃນປາງສົງຄາມ ຢູ່ລາວ ໃນສົກລະດູແລ້ງປີ 2025-2026 ສາມາດຊອກຫາ, ຂຸດຄົ້ນ ໄດ້ຈຳນວນ 173 ອັດຖິ. ພິເສດ, ໃນເດືອນພຶດສະພາ 2026 ຜ່ານມາ, ລັດຖະບານ ແລະ ກອງທັບປະຊາຊົນລາວ ໄດ້ຈັດພິທີໄວ້ອາໄລ ແລະ ຈັດສົ່ງອັດຖິທະຫານອາສາສະໝັກຫວຽດນາມ ກັບຄືນສູ່ປະເທດຢ່າງສົມກຽດທີ່ສຸດ, ຂົງເຂດພະລາທິການ-ເຕັກນິກ ແລະ ອຸດສະຫະກຳປ້ອງກັນຊາດ: ສອງກອງທັບໄດ້ມີການແລກປ່ຽນບົດຮຽນ, ວິທະຍາສາດ ແລະ ເຕັກໂນໂລຊີທີ່ທັນສະໄໝຢ່າງເປັນຮູບປະທຳ.

ຝ່າຍຫວຽດນາມ ໄດ້ໃຫ້ການຊ່ວຍເຫຼືອໃນການບຳລຸງຮັກສາ, ສ້ອມແປງ ແລະ ຍົກລະດັບອາວຸດຍຸດໂທປະກອນ ໃຫ້ແກ່ກອງທັບປະຊາຊົນລາວ ເພື່ອຮັບປະກັນການກຽມພ້ອມສູ້ຮົບໃນທຸກສະຖານະການ, ການປິ່ນປົວສຸຂະພາບ: ຝ່າຍຫວຽດນາມ ໄດ້ຊ່ວຍເຫຼືອປິ່ນປົວໃຫ້ແກ່ບັນດານາຍທະຫານຂອງກອງທັບປະຊາຊົນລາວ ຢູ່ໂຮງໝໍສູນກາງ 108 ກອງທັບປະຊາຊົນຫວຽດນາມ, ເຊິ່ງບັນດານາຍທະຫານ ທີ່ໄປປິ່ນປົວ ລ້ວນແຕ່ໄດ້ຮັບການເອົາໃຈໃສ່ປິ່ນປົ່ວ ຈາກແພດໝໍຢ່າງໝົດຈິດໝົດໃຈ, ມີປະສິດທິພາບ ແລະ ສາມາດຮັບປະກັນສຸຂະພາບໄດ້ເປັນຢ່າງດີ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ໃຫ້ການຊ່ວຍເຫຼືອກອງທັບປະຊາຊົນລາວ ຢ່າງຮອບດ້ານ ພິເສດແມ່ນການກໍ່ສ້າງພື້ນຖານໂຄງລ່າງ, ສຳນັກງານ, ອົງການຂອງກອງທັບປະຊາຊົນລາວ ເປັນຕົ້ນແມ່ນ: ສຳນັກງານກອງບັນຊາການທະຫານຊາຍແດນ, ກອງພັນປ້ອງກັນໃກ້ຊິດ 988, ຫ້ອງການເຮັດວຽກ ຢູ່ບັນດາກົມກອງທ້ອງຖິ່ນຂອງລາວ ໄດ້ຖືກຈັດຕັ້ງປະຕິບັດ ແລະ ສຳເລັດຕາມຄາດໝາຍຢ່າງຈົບງາມ.

อาจเป็นรูปภาพของ ข้อความ

ສອງຝ່າຍ ໄດ້ໃຫ້ການສະໜັບສະໜູນ ເຊິ່ງກັນ ແລະ ກັນ ໃນເວທີສາກົນ ແລະ ພາກພື້ນເຊັ່ນ: ກອງປະຊຸມລັດຖະມົນຕີປ້ອງກັນປະເທດ ອາຊຽນ ແລະ ອາຊຽນບວກ, ກອງປະຊຸມຜູ້ບັນຊາການທະຫານສູງສຸດອາຊຽນ, ກອງປະຊຸມຕ່າງໆໃນຂອບອາຊຽນ ແລະ ອາຊຽນບວກ; ແລະ ບັນດາກອງປະຊຸມເວທີພາກພື້ນ ໃນການປຶກສາຫາລືດ້ານຄວາມໝັ້ນຄົງຂອງໂລກ, ສັງລວມແລ້ວ: ໃນ 01 ປີຜ່ານມາ ການປະຕິບັດແຜນການຮ່ວມມືລະຫວ່າງ ສອງກະຊວງປ້ອງກັນປະເທດ ລາວ-ຫວຽດນາມ ໄດ້ບັນລຸຕາມເປົ້າໝາຍຢ່າງເປັນທີ່ໜ້າພາກພູມໃຈ, ມີການປະສານສົມທົບກັນແໜ້ນແຟ້ນ ແລະ ມີປະສິດທິຜົນດີ, ບົນຈິດໃຈຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດລະຫວ່າງສອງຊາດ, ສອງກອງທັບລາວ-ຫວຽດນາມ ອັນແທ້ຈິງ ແລະ ໄດ້ເຊັນແຜນຮ່ວມມືປະຈຳປີ 2027, ໃນວັນດຽວກັນສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ພ້ອມຄະນະ ກໍໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ເລ ມິງ ຮຶງ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ເນື່ອງໃນໂອກາດເດີນທາງຢ້ຽມຢາມທາງການ ສສ ຫວຽດນາມ.

———
©️ ວິທະຍຸກະຈາຍສຽງກອງທັບປະຊາຊົນລາວ