Homeຂ່າວນານາສາລະຮູ້ໄວ້ກ່ອນສາຍ ໄພຮ້າຍນອນໜ້ອຍ ລະວັງສ່ຽງເປັນໂຣກເຫຼົ່ານີ້!!

ຮູ້ໄວ້ກ່ອນສາຍ ໄພຮ້າຍນອນໜ້ອຍ ລະວັງສ່ຽງເປັນໂຣກເຫຼົ່ານີ້!!

ຮູ້ ຫຼື ບໍ່? ນ້ອຍນ້ອຍແຕ່ນອນນະ ມີຄວາມສ່ຽງເປັນໂຣກທີ່ອັນຕະລາຍເຖິງຂັ້ນເສຍຊີວິດໄດ້ ການນອນຫຼັບທີ່ມີປະສິດທິພາບ ຄວນຢູ່ທີ່ 6-8 ຊົ່ວໂມງ/ມື້ ເພາະໃນຂະນະທີ່ເຮົານອນຫຼັບເປັນຊ່ວງເວລາທີ່ຮ່າງກາຍຈະໄດ້ພັດທະນາຂະບວນການຕ່າງໆ ທີ່ສຳຄັນໄດ້ຢ່າງເຕັມທີ່ ຫາກນອນຫຼັບບໍ່ພຽງພໍ ຫຼື ນອນນ້ອຍກວ່າ 6 ຊົ່ວໂມງ/ມື້ ສະສົມໄປເລື້ອຍໆ ອາດກໍ່ໃຫ້ເກີດບັນຫາສຸຂະພາບ ລວມເຖິງໂຣກເຫຼົ່ານີ້:

1. ພະຍາດຕຸ້ຍ ການນອນໜ້ອຍເຮັດໃຫ້ລະບົບຈະເລີນເຕີບໂຕປັ່ນປ່ວນ ເຮັດໃຫ້ອິ່ມຊ້າ ແລະ ມີຄວາມຢາກອາຫານທີ່ມີໄຂມັນຫຼາຍຂຶ້ນ: ພາວະທີ່ຮ່າງກາຍມີການສະສົມໄຂມັນຫຼາຍເກີນປົກກະຕິ ຫຼື ຫຼາຍເກີນກວ່າຮ່າງກາຍຈະເຜົາຜານ ຈຶ່ງສະສົມພະລັງງານທີ່ເຫຼືອເອົາໄວ້ໃນຮູບແບບຂອງໄຂມັນຕາມອະໄວຍະວະຕ່າງໆ  ເຊິ່ງມີຄວາມສ່ຽງກໍ່ໃຫ້ເກີດບັນຫາສຸຂະພາບ ແລະ ເປັນສາເຫດຂອງການເກີດໂຣກຕ່າງໆຕາມມາ.

2. ໂຣກເບົາຫວານ ການນອນໜ້ອຍກວ່າ 6 ຊົ່ວໂມງ/ມື້ ສົ່ງຜົນຕໍລະດັບນ້ຳຕານໃນເລືອດ ແລະ ລະດັບອິນຊູລິນໃນເລືອດສູງຂຶ້ນ.

3. ໂຣກນອນບໍ່ຫຼັບຊຳເຮື້ອ ການນອນຫຼັບບໍ່ພຽງພໍ ຫຼື ນອນນ້ອຍກວ່າ 8 ຊົ່ວໂມງ/ມື້ ສົ່ງຜົນເຮັດໃຫ້ຄວາມສາມາດໃນການຮຽນຮູ້ຫຼຸດລົງ, ເຮັດໃຫ້ສະມາທິຫຼຸດລົງເຊັ່ນກັນ ແລະ ຄວາມອິດເມື່ອຍເພີ່ມຂຶ້ນ ແລະ ສົ່ງຜົນໃຫ້ມີພາວະຊຶມເສົ້າອີກດ້ວຍ.

4. ໂຣກຫົວໃຈ ການນອນໜ້ອຍ ຫຼຶ ນອນບໍ່ພຽງພໍ ເຮັດໃຫ້ມີຄວາມດັນເລືອດສູງຫຼາຍຜິດປົກກະຕິ ມີຄວາມສ່ຽງເປັຍໂຣກຫົວໃຈຫຼາຍຂຶ້ນເຖິງ 2 ເທົ່າ.