ອີງຕາມແຈ້ງການຂອງພະແນກກະສິກຳ ແລະ ສິ່ງແວດລ້ອມ ຄັ້ງວັນທີ 16 ກັນຍາ 2026 ກ່ຽວກັບ ຜົນກວດວິໄຈຕົວຢ່າງ ເພື່ອກວດຫາເຊື້ອ ພະຍາດອະຫິວາໝູອາຟຣິກາ ທີ່ເກັບຈາກບ້ານສາມັກຄີໄຊ, ເມືອງຫຼາ, ແຂວງອຸດົມໄຊ ການກວດວິໄຈ ຕົວຢ່າງ ເພື່ອກວດຫາເຊື້ອພະຍາດອະຫິວາໝູອາຟຣິກາ ດ້ວຍເຕັກນິກ Real Time PCR ໂດຍສູນວິໄຈພະຍາດສັດ, ໄດ້ຢັ້ງຢືນຜົນການວິໄຈ: ແມ່ນພົບ ເຊື້ອພະຍາດອະຫິວາໝູອາຟຣິກາ ຈາກຕົວຢ່າງໝູທີ່ສົ່ງມາຈາກ ບ້ານສາມັກຄີໄຊ ເມືອງຫຼາ, ແຂວງອຸດົມໄຊ ຈໍານວນ 4 ຕົວຢ່າງ, ແມ່ນພົບເຊື້ອຈໍານວນ 4 ຕົວຢ່າງ.

ເພື່ອຕອບໂຕ້ບໍ່ໃຫ້ພະຍາດແຜ່ອອກໄປສູ່ວົງກວ້າງ, ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ, ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ ໄດ້ຮີບຮ້ອນ ດໍາເນີນມາດຕະການທາງດ້ານວິຊາການແບບວົງແຄບ ໃນການປ້ອງກັນພະຍາດ ອະຫິວາໝູອາຟຣິກາ ຢ່າງເຂັ້ມງວດ ໂດຍການຊີ້ນໍາໜ່ວຍງານລ້ຽງສັດ ລົງແນະນໍາ ໃຫ້ອົງການປົກຄອງບ້ານ , ສັດຕະວະແພດບ້ານ ແລະ ຄອບຄົວປະຊາຊົນ ທີ່ໄດ້ຮັບຜົນກະທົບ ລວມທັງ ຄອບຄົວ ຂອງປະຊາຊົນບ້ານໃກ້ຄຽງ ໃຫ້ຕິດຕາມເຝົ້າລະວັງ ຢ່າງເຄັ່ງຄັດ, ສືບສວນສອບສວນຫາແຫຼ່ງ ທີ່ມາຂອງພະຍາດ, ເກັບກຳຂໍ້ມູນ ສະພາບການລ້ຽງໝູ, ສະພາບໝູເຈັບ ຫຼື ຕາຍ ແລະ ກຳນົດຂອບເຂດລະບາດ ຂອງພະຍາດ. ຕິດຕາມ, ກວດກາການເຄື່ອນຍ້າຍໝູ ແລະ ຜະລິດຕະພັນໝູ; ຢ່າງເຂັ້ມງວດ ບໍ່ໃຫ້ມີການເຄື່ອນຍ້າຍໝູ ແລະ ຜະລິດຕະພັນໝູ ຈາກບ້ານ ຫາ ບ້ານ ແລະ ຈາກເມືອງ ຫາ ເມືອງອື່ນ ພ້ອມທັງແຈ້ງໃຫ້ເຕົາຂ້າສັດໂຈະການຂ້າໝູທີ່ນໍາມາຈາກຟາມ, ຄອບຄົວ ທີ່ບໍ່ຜ່ານການຢັ້ງຢືນການວິໄຈ ຈາກສູນວິໄຈພະຍາດສັດແຫ່ງຊາດຊົ່ວຄາວ ເພື່ອປ້ອງກັນບໍ່ໃຫ້ພະຍາດແຜ່ລາມ ໄປສູ່ບ້ານອື່ນ ຫຼື ສະຖານທີ່ອື່ນຢ່າງເຄັ່ງຄັດ.

ຊຸກຍູ້ ລະດົມປະຊາຊົນ ແລະ ນໍາພາຂ້າທໍາລາຍໝູ ທີ່ຕິດເຊື້ອ ຫຼື ສ່ຽງຕໍ່ການຕິດເຊື້ອ ເປັນວົງແຄບ ເປັນຟາມ ແລະ ເປັນບ້ານ 100% ເພື່ອຕັດວົງຈອນ ຂອງເຊື້ອພະຍາດ ແລະ ກຳຈັດໝູຕາຍ ແລະ ໝູຖືກຂ້າ ດ້ວຍການຝັງໃຫ້ ຖືກຕ້ອງ ຕາມຫຼັກວິຊາການ, ບໍ່ໃຫ້ນໍາເອົາໝູທີ່ເຈັບ ຫຼື ຕາຍ ໄປບໍລິໂພກ ຫຼື ຖິ້ມລົງຫ້ວຍນໍ້າລຳເຊ ຫຼື ຕາມທໍາມະຊາດ ຢ່າງເດັດຂາດ; ອະນາໄມ ແລະ ຂ້າເຊື້ອຄອກສັດ ສິດພົ່ນດ້ວຍຢາຂ້າເຊື້ອ ແລະ ໂຮຍດ້ວຍປູນຂາວ (Ca(OH)2) ໃນບໍລິເວນຟາມ ແລະ ບ້ານທີ່ໝູອາໃສຢູ່ ຫຼື ບ່ອນທີ່ໝູ ຍ່າງໄປມາໃນແຕ່ລະມື້


