Homeຂ່າວທາງການມອບ-ຮັບໜ້າທີ່ເລຂາຄະນະບໍລິຫານງານພັກເມືອງໄຊເສດຖາຜູ້ເກົ່າ ແລະ ຜູ້ໃໝ່

ມອບ-ຮັບໜ້າທີ່ເລຂາຄະນະບໍລິຫານງານພັກເມືອງໄຊເສດຖາຜູ້ເກົ່າ ແລະ ຜູ້ໃໝ່

ພິທີມອບ-ຮັບໜ້າທີ່ເລຂາຄະນະບໍລິຫານງານພັກຜູ້ເກົ່າ ແລະ ຜູ້ໃໝ່ ຈັດຂຶ້ນວັນທີ 17 ກັນຍາ 2026 ທີ່ປົກຄອງເມືອງໄຊເສດຖາ ນະຄອນຫຼວງວຽງຈັນ (ນວ) ເປັນກຽດເຂົ້າຮ່ວມຂອງສະຫາຍ ອາດສະພັງທອງ ສີພັນດອນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານສະພາປະຊາຊົນ ນວ ພ້ອມດ້ວຍກຳມະການພັກ ນວ ເລຂາ ຮອງພັກເມືອງ ບ້ານ ສະມາຊິກພັກ ແລະ ພະນັກງານ.

ໃນພິທີ ສະຫາຍ ນາງ ບົວວອນ ສຸກລາແສງ ໄດ້ຂຶ້ນລາຍງານການຊີ້ນຳການຈັດຕັ້ງປະຕິບັດວຽກງານຢູ່ເມືອງໄຊເສດຖາໃນໄລຍະຜ່ານມາ ເຊິ່ງຍົກໃຫ້ເຫັນຜົນສຳເລັດ ຜົນງານພົ້ນເດັ່ນໃນຫລາຍດ້ານ ເປັນຕົ້ນ ວຽກງານການເມືອງແນວຄິດ ສາມາດນຳພາສ້າງຄວາມສາມັກຄີ ເປັນເອກະພາບໃນການຈັດຕັ້ງປະຕິບັດວຽກງານ ການຈັດຕັ້ງປະຕິບັດແນວທາງນະໂຍບາຍ ລະບຽບກົດໝາຍຂອງພັກ-ລັດ ເປັນຢ່າງດີ, ວຽກງານພັດທະນາເສດຖະກິດ-ສັງຄົມ ເຮັດໃຫ້ເມືອງມີການພັດທະນາຫລາຍດ້ານ ໂດຍສະເພາະ ພື້ນຖານໂຄງລ່າງ, ການຜະລິດເປັນສິນຄ້າ ສ້າງວຽກເຮັດງານທຳ ສ້າງອາຊີບ ລາຍໄດ້ ເຮັດໃຫ້ປະຊາຊົນມີຊິວິດທີ່ນັບມື້ນັບດີຂຶ້ນ, ໄດ້ນຳພາສ້າງຂະບວນການ ຕ້ອນຮັບວັນສຳຄັນຂອງພັກຂອງຊາດ, ນຳພາແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມໃນຫລາຍດ້ານ ເປັນຕົ້ນ ແກ້ໄຂບັນຫາສຽງເນືອງນັນ, ບັນຫາຢາເສບຕິດ, ບັນຫາກຸ່ມແກ້ງກໍ່ຄວາມບໍ່ສະຫງົບ, ສະແກມເມີ ແລະ ບັນຫາທີ່ເປັນຫາງສຽງຂອງສັງຄົມ, ພ້ອມດຽວກັນນັ້ນ ຍັງໄດ້ນຳພາສ້າງຕາແສງ ເພື່ອໃຫ້ບໍລິການສັງຄົມ ກໍ່ຄື ປະຊາຊົນ ຕາມທິດຂອງຂັ້ນເທີງ , ໄດ້ນຳພາຊີ້ນຳເກັບລາຍຮັບເຂົ້າງົບປະມານ ເຮັດໃຫ້ມີລາຍຮັບເກີນແຜນ ນຳມາພັດທະນາສ້າງສາພາຍໃນເມືອງໄດ້ຢ່າງຕັ້ງໜ້າ ສູ້ຊົນນຳພາຫັນໄປສູ່ຄວາມທັນສະໄໝ ແລະ ວຽກງານອື່ນໆຢ່າງມີຜົນສຳເລັດໄປຕາມລະດັບຄາດໝາຍ ສຳລັບທິດທາງໃນຕໍ່ໜ້າ ໄດ້ວາງແຜນໄວ້ຢ່າງລະອຽດ ເຊິ່ງຂໍມອບຕໍ່ວຽກງານ ແລະ ວຽກທີ່ຍັງຂົງຄ້າງ ໃຫ້ເລຂາພັກເມືອງຜູ້ໃໝ່ສຶບຕໍ່ນຳພາໃຫ້ມີຜົນສຳເລັດຍິ່ງໆຂຶ້ນໄປ.

ຈາກ ນັ້ນຕາງໜ້າຄະນະຈັດຕັ້ງ ນວ ໄດ້ຜ່ານມະຕິຕົກລົງ ວ່າດ້ວຍການ ຍົກຍ້າຍເລຂາຄະນະບໍລິຫານງານພັກເມືອງໄຊເສດຖາ ຄະນະປະ ຈຳພັກ ນວ ຕົກລົງຍົກຍ້າຍ ສະຫາຍ ນາງ ບົວວອນ ສຸກລາແສງ ເລຂາຄະນະບໍລິຫານງານພັກເມືອງໄຊເສດຖາ ໄປຮັບໜ້າທີ່ໃໝ່ຢູ່ ພະແນກສຶກສາທິການ ແລະ ກີລາ ນວ ພ້ອມນັ້ນກໍໄດ້ຜ່ານມະ ຕິຕົກລົງວ່າດ້ວຍການແຕ່ງຕັ້ງເລຂາຄະນະບໍລິຫານງານພັກເມືອງໄຊເສດຖາ ຄະນະປະຈຳພັກ ນວ ແຕ່ງຕັ້ງສະຫາຍ ທະນົງສິດ ເມືອງຈັນ ເປັນເລຂາຄະນະບໍລິຫານງານພັກເມືອງໄຊເສດຖາຄົນໃໝ່.

ແຫຼ່ງຂ່າວ: