ກອງປະຊຸມປຶກສາຫາລື ຄວາມໝັ້ນຄົງຊຽງຊານ ຄັ້ງທີ 13 ທີ່ ສປ ຈີນເປັນເຈົ້າພາບ, ໃນວັນທີ 14 ກັນຍາ 2026, ສະຫາຍ ພົນເອກ ຄໍາລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປ ຈີນ ຢ່າງເປັນທາງການ ໂດຍການຕ້ອນຮັບຂອງສະຫາຍ ພົນເອກ ຕົງຈຸນ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປ ຈີນ.

ພິທີຕ້ອນຮັບທາງການໄດ້ຈັດຂຶ້ນຢ່າງສົມກຽດທີ່ ກະຊວງປ້ອງກັນປະເທດ ແຫ່ງ ສປ ຈີນ. ພາຍຫຼັງສຳເລັດພິທີຕ້ອນຮັບ, ທັງສອງຝ່າຍໄດ້ພົບປະແລກປ່ຽນວຽກງານການຮ່ວມມືໃນໄລຍະຜ່ານມາ ແລະ ທິດທາງແຜນການຮ່ວມມືໃນຕໍ່ໜ້າ.

ນອກນັ້ນ, ກອງທັບປະຊາຊົນລາວ ຈະສືບຕໍ່ແລກປ່ຽນຄະນະຜູ້ແທນການທະຫານຂັ້ນສູງ, ການກໍ່ສ້າງບຸກຄະລາກອນ, ປັບປຸງກົນໄກວຽກງານການຮ່ວມມືດ້ານປ້ອງກັນຊາຍແດນ, ວຽກງານການເມືອງ ແລະ ວຽກງານການແພດ. ສ່ວນກອງທັບປົດປ່ອຍປະຊາຊົນຈີນ ເຫັນດີຈະສືບຕໍ່ໃຫ້ການຊ່ວຍເຫຼືອທາງດ້ານການທະຫານ, ດ້ານການແພດ, ວຽກງານກໍ່ສ້າງນາຍທະຫານຢູ່ວິທະຍາຄານຕ່າງໆ ແກ່ກອງທັບປະຊາຊົນລາວ, ສືບຕໍ່ແລກປ່ຽນບົດຮຽນໃນຂົງເຂດວຽກງານຊາຍແດນ, ເສດຖະກິດ-ການຄ້າ ແລະ ອື່ນໆ ທີ່ທັງສອງຝ່າຍໄດ້ມີການຮ່ວມມືກັນ.

ຈາກນັ້ນ, ສອງຝ່າຍໄດ້ເຊັນບົດບັນທຶກການຮ່ວມມື, ໂດຍ ຝ່າຍລາວ ແມ່ນ ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ແລະ ຝ່າຍຈີນ ແມ່ນ ສະຫາຍ ພົນຕີ ຈ່າງສື້ອີ໋ ຮັກສາການຫົວໜ້າຫ້ອງການຮ່ວມມືການທະຫານສາກົນ ແຫ່ງ ສປ ຈີນ.


