ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນສິງຫາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 24 ສິງຫາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ; ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າ ຈາກພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມແບບເຊິ່ງໜ້າ; ປະທານ, ຮອງປະທານ, ຜູ້ຕາງໜ້າ ຄະນະກຳມະການປົກຄອງນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນສິງຫາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນກັນຍາ 2026.

ກອງປະຊຸມ ໄດ້ໄຂຂຶ້ນໃນທ່າມກາງບັນຍາກາດທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວບັນດາ ເຜົ່າ ກໍາລັງຂຸ້ນຂ້ຽວຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X, ວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ຄວາມທຸກຍາກ, ຄຽງຄູ່ກັນນັ້ນ ກໍຢູ່ໃນທ່າມກາງທີ່ສະພາບການພາກພື້ນ ແລະ ສາກົນ ຍັງສືບຕໍ່ເຄັ່ງຮ້ອນ, ສັບສົນ ແລະ ຄາດຄະເນໄດ້ຍາກ ເປັນຕົ້ນ ບັນຫາຂໍ້ຂັດແຍ່ງຢູ່ເຂດຕາເວັນອອກກາງ, ບັນຫາ ສ. ຣັດເຊຍ ແລະ ອູແກຣນ, ບັນຫາທະລຈີນໃຕ້, ບັນຫາແຫຼມເກົາຫຼີ, ບັນຫາຄວາມເຄັ່ງຮ້ອນຢູ່ປະເທດໃກ້ຄຽງ ສົ່ງຜົນເຮັດໃຫ້ສະພາບເສດຖະກິດໂລກທີ່ມີຄວາມຫຍຸ້ງຍາກຢູ່ແລ້ວ ຍິ່ງຈະສືບຕໍ່ເພີ່ມຄວາມຜັນຜວນ ແລະ ມີຜົນກະທົບເປັນວົງກວ້າງ.

ສໍາລັບປະເທດລາວເຮົາ ກໍໄດ້ຮັບຜົນກະທົບຈາກສະພາບການດັ່ງກ່າວ ໂດຍສະເພາະ ດ້ານລາຄານໍ້າມັນເຊື້ອໄຟ, ການຜັນຜວນຂອງອັດຕາແລກປ່ຽນເງິນຕາ, ການຂົນສົ່ງ, ລາຄາສິນຄ້າ, ຄ່າຄອງຊີບເພີ່ມສູງຂຶ້ນ, ລວມທັງ ຜົນກະທົບຈາກໄພພິບັດທາງທໍາມະຊາດ, ໄພນໍ້າຖ້ວມ-ນໍ້າໄຫຼຊຸ ຢູ່ 8 ແຂວງ ເຮັດໃຫ້ສົ່ງຜົນກະທົບຕໍ່ເຮືອນຊານບ້ານຊ່ອງ, ເນື້ອທີ່ທຳການຜະລິດ, ຊີວິດ ແລະ ຊັບສິນຂອງປະຊາຊົນ, ທັງກະທົບໃສ່ພື້ນຖານໂຄງລ່າງຢ່າງໜັກໜ່ວງ. ຕໍ່ໜ້າສະພາບການດັ່ງກ່າວ, ທ່ານ ນາຍົກລັດຖະມົນຕີ, ບັນດາທ່ານ ຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ຈຳນວນໜຶ່ງ ກໍໄດ້ລົງຕິດຕາມແກ້ໄຂບັນຫາຕົວຈິງ ພ້ອມທັງ ມອບເຄື່ອງຊ່ວຍເຫຼືອໃຫ້ປະຊາຊົນຜູ້ທີ່ຖືກຜົນກະທົບຢູ່ທ້ອງຖິ່ນຕ່າງໆ. ພ້ອມດຽວກັນນັ້ນ, ທ່ານ ນາຍົກລັດຖະມົນຕີ ໄດ້ຊີ້ນຳຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ແລະ ຂັ້ນແຂວງ ເອົາໃຈໃສ່ຊີ້ນຳ ແລະ ຊ່ວຍເຫຼືອເບື້ອງຕົ້ນ, ລວມທັງ ການກຽມຮັບມືໄພພິບັດ ທີ່ອາດຈະເກີດຂຶ້ນ.

ກອງປະຊຸມ ຈະໄດ້ດຳເນີນເປັນເວລາ 02 ວັນ ໂດຍຈະໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື, ປະກອບຄຳເຫັນ ແລະ ພິຈາລະນາ ຕໍ່ບັນດາຫົວຂໍ້ທີ່ສໍາຄັນ ຄື:
1. ລາຍງານສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນຈໍານວນໜຶ່ງ ຄື: (1) ການປະຕິບັດວຽກຈຸດສຸມພົ້ນເດັ່ນ ປະຈໍາເດືອນສິງຫາ ແລະ ທິດທາງແຜນການ ປະຈຳເດືອນກັນຍາ 2026 ຂອງລັດຖະບານ; (2) ສະພາບການຄຸ້ມຄອງລາຄາສິນຄ້າ ແລະ ການແກ້ໄຂບັນຫານໍ້າມັນເຊື້ອໄຟ; (3) ສະພາບໄພພິບັດທີ່ເກີດຂຶ້ນໃນປີ 2026 ແລະ ແຜນການກຽມຄວາມພ້ອມຮັບມື ໃນທ້າຍປີ 2026.
2. ຮ່າງດໍາລັດ ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ (ສະບັບປັບປຸງ);
3. ຮ່າງກົດໝາຍ ວ່າດ້ວຍລັດຖະບານ (ສະບັບປັບປຸງ);
4. ຮ່າງກົດໝາຍ ວ່າດ້ວຍຈັດຊື້-ຈັດຈ້າງ ດ້ວຍທຶນຂອງລັດ (ສະບັບປັບປຸງ);
5. ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ (ສະບັບປັບປຸງ);
6. ຮ່າງກົດໝາຍ ວ່າດ້ວຍການປະກັນສຸຂະພາບ (ສະບັບປັບປຸງ);
7. ຮ່າງກົດໝາຍ ວ່າດ້ວຍປະກັນສັງຄົມ (ສະບັບປັບປຸງ);
8. ຮ່າງກົດໝາຍ ວ່າດ້ວຍການບິນພົນລະເຮືອນ (ສະບັບປັບປຸງ);
9. ຮ່າງນະໂຍບາຍພິເສດ ຕໍ່ການພັດທະນາແຂວງຫົວພັນ ແລະ ແຂວງຜົ້ງສາລີ;
10. ຮ່າງຄໍາສັ່ງ ວ່າດ້ວຍການປັບປຸງນະໂຍບາຍ ແລະ ເພີ່ມທະວີການຄຸ້ມຄອງການພັດທະນາແຮ່ທາດ ໃນໄລຍະໃໝ່.
11. ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນ ອາຊະຍາກໍາທາງໄຊເບີ (ສະບັບປັບປຸງ);
12. ຮ່າງກົດໝາຍ ວ່າດ້ວຍກໍາລັງປ້ອງກັນຄວາມສະຫງົບປະຊາຊົນລາວ (ສະບັບປັບປຸງ);
13. ຮ່າງດໍາລັດ ວ່າດ້ວຍຕໍາແໜ່ງບໍລິຫານ ຂອງພະນັກງານລັດຖະກອນ (ສະບັບປັບປຸງ);


