Homeຂ່າວພາຍໃນທະນາຄານຄໍາ ລາວ ຈຳກັດ ແລະ ບໍລິສັດ ERNST & YOUNG LAO ເຊັນສັນຍາຮ່ວມກັນ

ທະນາຄານຄໍາ ລາວ ຈຳກັດ ແລະ ບໍລິສັດ ERNST & YOUNG LAO ເຊັນສັນຍາຮ່ວມກັນ

ທະນາຄານຄໍາ ລາວ ຈຳກັດ ແລະ ບໍລິສັດ EARNST & YOUNG LAO ເຊັນສັນຍາຮ່ວມກັນ ພັດທະນາ ແລະ ສ້າງຄວາມເຂັ້ມແຂງ ເພື່ອຮັບປະກັນການຄຸ້ມຄອງຄວາມສ່ຽງຕາມມາດຕະຖານສາກົນ.

ການຮ່ວມມືທີ່ສໍາຄັນຂອງສອງພາກສ່ວນ ລະຫວ່າງທະນາຄານຄໍາ ລາວ ຈໍາກັດ ແລະ ບໍລິສັດ ເອີນ ແອັນ ຢັງ ລາວ ຈໍາກັດ ເປັນຂີດໝາຍອັນສໍາຄັນໃນການ ພັດທະນາ ວຽກງານການຕ້ານ ການຟອກເງິນ, ຕ້ານການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ຕ້ານການສະໜອງທຶນໃຫ້ແກ່ການແຜ່ຜາຍອາວຸດທໍາລາຍລ້າງຜານ ຫຼື ວຽກງານ AML/CFT/CPF ຂອງທະນາຄານຄໍາ ລາວ ຈຳກັດ ໃຫ້ມີຄວາມເຂັ້ມແຂງ ແລະ ຍົກລະດັບວຽກງານດັ່ງກ່າວ ສູ່ມາດຕະຖານສາກົນ.

ທະນາຄານຄໍາ ລາວ ຈໍາກັດ ແມ່ນ ທະນາຄານທຸລະກິດສະເພາະ ທີ່ໄດ້ຮັບການສ້າງຕັ້ງ ແລະ ເຄື່ອນໄຫວພາຍໃຕ້ກົດໝາຍວ່າດ້ວຍທະນາຄານທຸລະກິດ ມີເປົ້າໝາຍໃນການໃຫ້ບໍລິການຕິດພັນກັບການດໍາເນີນທຸລະກໍາຄໍາ ເປັນຕົ້ນແມ່ນ ການຮັບ-ຝາກຄໍາ, ການສະໜອງໃບຢັ້ງຢືນການຖືຄອງຄໍາ ເພື່ອເປັນຫຼັກຊັບຄໍ້າປະກັນເງິນກູ້, ການໃຫ້ກູ້ຢືມຄໍາ ແລະ ອື່ນໆ. ການບໍລິການຂອງທະນາຄານຄໍາ ລາວ ຈໍາກັດ ແມ່ນເນັ້ນໃສ່ຮັບປະກັນຄວາມປອດໄພ ແລະ ຄວາມເປັນມືອາຊີບ ບົນພື້ນຖານປະຕິບັດໃຫ້ສອດຄ່ອງຕາມລະບຽບກົດໝາຍກ່ຽວຂ້ອງຂອງ ສປປ ລາວ ລວມທັງ ລະບຽບການຕິດພັນກັບ ວຽກງານ AML/CFT/CPF.

ທ່ານ ນາງ ວິນັດຖາ ພະສະຖານ ຕາງຫນ້າຄະນະບໍລິຫານ ທະນາຄານຄໍາ ລາວ ຈໍາກັດ ໄດ້ກ່າວວ່າ: ການເຊັນສັນຍາຂອງທັງສອງພາກສ່ວນໃນຄັ້ງນີ້ ຈະຊ່ວຍສ້າງຄວາມເຂັ້ມແຂງ ຕໍ່ກັບ ວຽກງານການຄວບຄຸມພາຍໃນ ຕິດພັນກັບ ວຽກງານ AML/CFT/CPF ຂອງທະນາຄານຄໍາລາວ ເພື່ອຮັບປະກັນການຄຸ້ມຄອງຄວາມສ່ຽງ ໃຫ້ມີປະສິດທິພາບ ສອດຄ່ອງຕາມລະບຽບກົດໝາຍທີ່ກ່ຽວຂ້ອງ ແລະ ມາດຕະຖານສາກົນ ແນໃສ່ສ້າງຄວາມເຊື່ອໝັ້ນໃຫ້ກັບສັງຄົມ ແລະ ຄູ່ຮ່ວມທຸລະກິດ ໃນພາກພື້ນ ແລະ ສາກົນ.

ທ່ານ Van Le ຮອງຜູ້ອໍານວຍການ ບໍລິສັດ Ernst and Young Lao ໄດ້ສະແດງຄວາມເຫັນຕໍ່ພິທີ່ດັ່ງກ່າວວ່າ: ໃນສະພາບການທາງດ້ານການເງິນທີ່ສະຫລັບສັບຊ້ອນ ໃນປັດຈຸບັນ, ມາດຕະການ AML / CFT / CPF ທີ່ເຂັ້ມແຂງ ຈຶ່ງມີຄວາມຈໍາເປັນຫລາຍຂຶ້ນກວ່າເກົ່າ. ດັ່ງນັ້ນ, ທັງສອງພາກສ່ວນ ເລັງເຫັນຄວາມສໍາຄັນ ແລະ ຄວາມຈຳເປັນໃນການປົກປ້ອງ ທະນາຄານ ຕໍ່ກັບອາດຊະຍາກຳທາງດ້ານການເງິນ ແລະ ຮັບປະກັນການປະຕິບັດຕາມມາດຕະຖານສາກົນ. ການປັບປຸງລະບົບເຫຼົ່ານີ້ບໍ່ແມ່ນພຽງແຕ່ພັນທະທາງດ້ານລະບຽບການ; ແຕ່ຍັງເປັນໜ້າທີ່ຮັບຜິດຊອບທີ່ສຳຄັນ ຕໍ່ລູກຄ້າ, ຜູ້ມີສ່ວນຮ່ວມ ແລະ ຊຸມຊົນ ກໍ່ຄືສັງຄົມ.

ການຮ່ວມມືລະຫວ່າງ ບໍລິສັດ Ernst and Young Lao ກັບ ທະນາຄານຄໍາ ລາວ ແມ່ນນໍາໃຊ້ຄວາມຊໍານານ ແລະ ຊ່ຽວຊານ ແບບມືອາຊີບ ລະດັບສາກົນ ທີ່ມີຄວາມພ້ອມຮອບດ້ານ ໃນການຊອກຫາແນວທາງ ແລະ ວິທີການແກ້ໄຂໃໝ່ໆທີ່ຈະສ້າງຄວາມເຂັ້ມແຂງໃຫ້ທະນາຄານຄໍາ ລາວ ສາມາດຈັດ ການກັບສິ່ງທ້າທາຍທາງດ້ານການຄຸ້ມຄອງການປະຕິບັດຕາມລະບຽບການ ແລະ ການຄຸ້ມຄອງຄວາມສ່ຽງຢ່າງມີປະສິດທິພາບ.

ພ້ອມກັນນັ້ນ ຍັງເປັນການ ສົ່ງເສີມຄວາມໄວ້ວາງໃຈ ແລະ ຄວາມຫມັ້ນໃຈລະຫວ່າງລູກຄ້າ ແລະ ຄູ່ຮ່ວມທຸລະກິດ ທາງກົງ ແລະ ທາງອ້ອມ ກ້າວສູ່ຄວາມການຮັບປະກັນ ພາຍໃຕ້ຂອບເຂດການພັດທະນາ ແລະ ສ້າງຄວາມເຂັ້ມແຂງ ເພື່ອຮັບປະກັນການຄຸ້ມຄອງຄວາມສ່ຽງຕາມມາດຕະຖານສາກົນ ດ້ານວຽກງານຕ້ານການຟອກເງິນ, ຕ້ານການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ຕ້ານການສະໜອງທຶນໃຫ້ແກ່ການແຜ່ຜາຍອາວຸດທໍາລາຍລ້າງຜານຄັ້ງນີ້.

ພິທີເຊັນສັນຍາໄດ້ມີຂຶ້ນເມື່ອວັນທີ 9 ເມສາ 2025 ທີ່ ທະນາຄານຄຳ ລາວ ຈຳກັດ ຕາງໜ້າທະນາຄານຄໍາລາວ ຈໍາກັດ ເຊັນໂດຍ ທ່ານ ນາງ ວຽງວັນລີ ເລືອງວັນໄຊ ຮອງຜູ້ອຳນວຍການ ທະນາຄານຄຳ ລາວ ຈຳກັດ ແລະ  ຕາງໜ້າ ບໍລິສັດ Ernst and Young Lao  ເຊັນໂດຍ ທ່ານ Van Le ຮອງຜູ້ອໍານວຍການ ບໍລິສັດ Ernst and Young Lao ພາຍໃຕ້ການເຂົ້າຮ່ວມເປັນສັກຂີພະຍານຂອງທັງສອງຝ່າຍ.