ພໍມາຮອດລະດູເກັບກ່ຽວ ໃນນາກໍເຕັມໄປດ້ວຍຮວງເຂົ້າ, ເພື່ອຕອບສະໜອງຄວາມຫວັງຂອງພະນັກງານລາວທີ່“ບໍ່ຢາກໃຫ້ແກ່ຍາວເວລາຂອງຊາວນາ ໃນການເອົາເຂົ້າຂຶ້ນເລົ້າ”ໂດຍປະຕິບັດ “ແຜນການບ້ານສວນພະ ນັກງານ” ທີ່ໃຫ້ພະນັກງານຖືວ່າໂຮງງານຄືກັບເຮືອນຂອງຕົນ, ກັງວົນໃນສິ່ງທີ່ພະນັກງານກັງວົນ, ຄິດໃນສິ່ງທີ່ພະນັກ ງານຄິດ, ຍົກລະດັບຄວາມຮັບຜິດຊອບ ແລະ ຄວາມສຸກຂອງພະນັກງານທັງໝົດ, ບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ ກ່ອນລະດູການເກັບກ່ຽວມາເຖິງ ກໍໄດ້ວາງແຜນການຊ່ວຍເຫລືອເກັບກ່ຽວທີ່ສົມບູນແບບ, ໄດ້ຈັດຊື້ເຄື່ອງ ກົນຈັກກະສິກໍາທີ່ທັນສະໄໝຫລາຍຄັນ ເພື່ອບໍລິການເກັບກ່ຽວ ແລະ ຈັດສົ່ງເຖິງທີ່ໃຫ້ແກ່ພະນັກງານບໍລິສັດ ແລະ ປະຊາຊົນທີ່ຢູ່ເຂດອ້ອມຂ້າງໂຮງງານໂດຍບໍ່ເສຍຄ່າໃຊ້ຈ່າຍ ເພື່ອໃຫ້ພະນັກງານລາວທຸກຄົນ ແລະ ປະຊາຊົນເຂດ ອ້ອມຂ້າງທີ່ຕ້ອງການຄວາມຊ່ວຍເຫລືອ ຕ່າງກໍຮູ້ສຶກໄດ້ເຖິງຄວາມຫວ່ງໄຍຂອງບໍລິສັດ, ໄດ້ຊົມໃຊ້ຜົນປະໂຫຍດ ທີ່ແທ້ຈິງ, ເອົາພຶດຕິກໍາຕົວຈິງ ເປັນການຕອບຮັບຕໍ່ຂໍ້ລິເລີ່ມເປັນ “ຄູ່ຮ່ວມຊະຕາກໍາຈີນ-ລາວ”, ເອົາການບໍລິການທີ່ມີປະສິດທິຜົນສູງ ມາເພີ່ມຜົນເກັບກ່ຽວຈາກການຜະລິດທີ່ອຸດົມສົມບູນຂອງທ້ອງຖິ່ນ.
ການຊ່ວຍເກັບກ່ຽວເຂົ້າ ແລະ ການຜະລິດໃນໂຮງງານ ໄດ້ຮັບການສົ່ງເສີມ, ການນໍາໃຊ້ກົນຈັກເປັນການນຳໄປສູ່ການຫັນກະສິກຳເປັນທັນສະໄໝຂອງລາວ
ປັດຈຸບັນ, ພະນັກງານທີ່ເຂົ້າຮ່ວມວຽກງານການຜະລິດ ແລະ ກໍ່ສ້າງຂອງ ບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາ ກັດ ມີປະມານ 8.000 ຄົນ, ໃນນັ້ນມີພະນັກງານລາວ 5.000 ກວ່າຄົນ, ເຊິ່ງກວມອັດຕາສ່ວນຫລາຍກວ່າ 60%. ເຂົາເຈົ້າເປັນກໍາລັງແຮງ, ເປັນກະດຸກສັນຫລັງທີ່ຂາດບໍ່ໄດ້ສໍາລັບການຜະລິດ ແລະ ການກໍ່ສ້າງທີ່ໝັ້ນຄົງຂອງໂຮງງານ. ທຸກຄັ້ງທີ່ເຖິງລະດູການເກັບກ່ຽວ, ການເກັບກ່ຽວເຂົ້າຂອງຄອບຄົວ ແລະ ການຜະລິດຂອງບໍລິສັດ ລ້ວນແຕ່ເປັນວຽກງານໃຫຍ່ ແລະ ສໍາຄັນສໍາລັບພະນັກງານລາວທຸກຄົນ ເພື່ອແກ້ໄຂຄວາມກັງວົນຂອງພະນັກງານ, ເພື່ອໃຫ້ພະນັກງານຮູ້ສຶກເຖິງຄວາມຫວ່ງໃຍຂອງບໍລິສັດຢ່າງແທ້ຈິງ, ຫລຸດຜ່ອນພາລະດ້ານແຮງງານທີ່ໜັກໜ່ວງ ແລະ ດ້ານເສດຖະກິດຂອງພະນັກງານ ແລະ ຄອບຄົວ, ນັບແຕ່ປີ 2021 ເປັນຕົ້ນມາ, ບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ ໄດ້ເລີ່ມປະຕິບັດແຜນການຊ່ວຍເຫລືອເກັບກ່ຽວເຂົ້າ, ໄດ້ຈັດຊື້ເຄື່ອງກົນຈັກກະສິກຳທັນສະໄໝ, ໃຫ້ບໍລິການເກັບ ກ່ຽວເຂົ້າ ແລະ ຂົນສົ່ງໃຫ້ແກ່ພະນັກງານ ແລະ ປະຊາຊົນຢູ່ບ້ານອ້ອມຂ້າງໂດຍບໍ່ເສຍຄ່າໃຊ້ຈ່າຍ, ຮັບປະກັນໃຫ້ສະ ບຽງອາຫານທັງໝົດໄດ້ຖືກເກັບກ່ຽວ ແລະ ສົ່ງຂຶ້ນເລົ້າໄດ້ທັນເວລາ. ເອົາພຶດຕິກໍາຕົວຈິງ ມາປະກັນວ່າພະນັກງານ ລາວຍັງ ເຮັດວຽກຕໍ່ໃນໂຮງງານດ້ວຍຄວາມສະບາຍໃຈ ເຊິ່ງໄດ້ປະກອບສ່ວນເຮັດໃຫ້ລະບົບການຜະລິດ ດໍາເນີນໄປ ຢ່າງໝັ້ນທ່ຽງ.
ໃນປີນີ້, ເພື່ອຍົກສູງປະສິດທິຜົນຂອງການເກັບກ່ຽວເຂົ້າໃຫ້ດີຍິ່ງຂຶ້ນ ແລະ ຂະຫຍາຍຂອບເຂດການຊ່ວຍເຫລືອ, ບໍລິສັດໄດ້ເພີ່ມການລົງທຶນດ້ານເຄື່ອງກົນຈັກ, ເພີ່ມລົດເກັບກ່ຽວ ແລະ ລົດຂົນສົ່ງຂະຫນາດໃຫຍ່ທີ່ທັນສະ ໄໝ ໂດຍໄດ້ບໍລິການເກັບກ່ຽວ ແລະ ການຂົນສົ່ງຢ່າງຄົບຂະບວນການ, ໄດ້ທະລຸການສົ່ງສະບຽງອາຫານຈາກ ທົ່ງ ນາໄປເຖິງເຮືອນທີ່ຖືວ່າເປັນ “ໜຶ່ງກິໂລແມັດສຸດທ້າຍ” ເຊິ່ງເປັນການຍົກລະດັບເກັບກ່ຽວເຂົ້າດ້ວຍເຄື່ອງກົນຈັກ ພາຍໃນທ້ອງຖິ່ນຂຶ້ນສູ່ລະດັບແນ່ນອນໜຶ່ງ, ໃຫ້ປະຊາຊົນອ້ອມຂ້າງຮູ້ສຶກໄດ້ລ່ວງໜ້າເຖິງຜົນປະໂຫຍດທີ່ແທ້ຈິງ ຂອງການຫັນກະສິກຳໄປສູ່ທັນສະໄໝ. ອີກດ້ານໜຶ່ງ, ໄດ້ລົງເລິກການສຳຫລວດພາກສະໜາມ, ອີງຕາມແນວພັນ ແລະ ການສຸກງອມຂອງເຂົ້າ ເພື່ອແບ່ງເຂດແບ່ງຕອນກຳນົດແຜນການເກັບກ່ຽວ ຍາດແຍ່ງເວລາເກັບກ່ຽວທີ່ມີຄ່າໃຫ້ມີປະສິດທິຜົນສູງ, ຍົກສູງຄຸນນະພາບການເກັບກ່ຽວ, ເລັ່ງຄວາມຄືບໜ້າຂອງການເກັບກ່ຽວ, ຮັບປະກັນໃຫ້ເຂົ້າທຸກ ເມັດໄດ້ຂຶ້ນເລົ້າ.
ອີງຕາມສະຖິຕິ, ການດໍາເນີນງານຊ່ວຍເຫລືອເກັບກ່ຽວເຂົ້າປີນີ້ໃຊ້ເວລາ 40 ກວ່າມື້, ກວມເອົາບັນດາບ້ານ ເຂດອ້ອມຂ້າງເກືອບ 30 ບ້ານ, ໄລຍະທາງເກືອບ 1.000 ກິໂລແມັດ, ເນື້ອທີ່ເກັບກ່ຽວເຂົ້າໄດ້ 76 ເຮັກຕາ; ເກັບກ່ຽວເຂົ້າເປືອກໄດ້ 154 ໂຕນ, ເຊິ່ງປະຢັດຄ່າໃຊ້ຈ່າຍໃນການເກັບກ່ຽວໃຫ້ແກ່ປະຊາຊົນໃນທ້ອງຖິ່ນ ໄດ້ຫລາຍ ຮ້ອຍລ້ານກີບ.
ພັດທະນາຢ່າງກົມກຽວໂດຍຊ່ວຍກະສິກອນເກັບກ່ຽວ ເພື່ອເສີມສ້າງ “ຄູ່ຮ່ວມຊະຕາກໍາ”
ໃນໄລຍະເກັບກ່ຽວ, ສິ່ງທີ່ປະທັບໃຈ ແລະ ລືມບໍ່ໄດ້ແມ່ນສະພາບທີ່ພະນັກງານຂອງ ບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ, ຄອບຄົວພະນັກງານ, ນາຍບ້ານ, ຜູ້ຕາງໜ້າຫ້ອງການປ້ອງກັນຄວາມສະຫງົບທ້ອງຖິ່ນ ທີ່ໄດ້ສະ ແດງອອກດ້ວຍຄໍາເວົ້າທີ່ຮຽບງ່າຍ ແລະ ການໂອບກອດຂອບໃຈຢ່າງຈິງໃຈຂອງເຂົາເຈົ້າ.
ທ້າວ ອັອດ ພະນັກງານລາວ ໄດ້ກ່າວເຖິງຄວາມຮູ້ສຶກໃນໃຈຂອງທຸກຄົນວ່າ: ບໍລິສັດປະຕິບັດກັບພະນັກງານ ເໝືອນສະມາຊິກໃນຄອບຄົວດຽວ ແລະ ໃຊ້ພຶດຕິກໍາຕົວຈິງ ເພື່ອຊ່ວຍເຫລືອຊີວິດການເປັນຢູ່ຂອງພວກເຮົາ. ໃນ ການເຮັດວຽກຂອງພວກເຮົາ ແລະ ບໍລິສັດ ໄດ້ຮ່ວມລົມຫາຍໃຈນໍາກັນ, ມີຊະຕາກໍາດຽວກັນ, ມີຄວາມກົມກຽວ ຢ່າງບໍ່ຂາດ ແລະ ໄດ້ກາຍເປັນ “ຄູ່ຮ່ວມຊະຕາກໍາ”. ແຕ່ກ່ອນຄອບຄົວຂອງພວກເຮົາ ກ່ຽວເຂົ້າດ້ວຍມື, ເຮັດວຽກ ໜັກບໍ່ວ່າ ຍັງເສຍເວລາໃນການເຮັດວຽກຫາເງິນອີກ. ທ້າວ ອັອດ ໄດ້ກ່າວອີກວ່າ: ນັບຕັ້ງແຕ່ໄດ້ເຂົ້າເຮັດວຽກຢູ່ ຊີໂນ-ອາກຣີ ໂປຕາສ ມານີ້, ຂ້າພະເຈົ້າກໍບໍ່ເປັນຫ່ວງເລື່ອງກ່ຽວເຂົ້າແລ້ວ ແລະ ສາມາດເຮັດວຽກດ້ວຍຄວາມສະ ບາຍໃຈ”.
ທ່ານ ວົງ ຈັນທະລາ ນາຍບ້ານບ້ານດົງໃຕ້ ໄດ້ກ່າວດ້ວຍຄວາມພູມໃຈວ່າ: “ເນື້ອທີ່ປູກເຂົ້າຂອງແຕ່ລະຄອບຄົວແມ່ນກວ້າງຂວາງ, ໃຊ້ເວລາໃນການເກັບກ່ຽວ 7-8 ວັນຈຶ່ງສໍາເລັດ. ຊີໂນ-ອາກຣີ ໂປຕາສ ໄດ້ມາຊ່ວຍພວກເຮົາ ເກັບກ່ຽວເຂົ້າໂດຍບໍ່ເສຍຄ່າ ແລະ ໃຊ້ເວລາພຽງແຕ່ມື້ດຽວກໍສໍາເລັດ, ປະຢັດເວລາ ແລະ ແຮງງານ, ວ່ອງໄວ ແລະ ມີປະສິດທິພາບ, ຂ້າພະເຈົ້າຂໍຂອບໃຈທີ່ສຸດ”.
ພ້ອມກັນນີ້, ທ່ານຫົວໜ້າຫ້ອງການຕຳຫລວດບ້ານດົງໃຕ້ ກໍໄດ້ກ່າວວ່າ: ຊີໂນ-ອາກຣີ ໂປຕາສ ໄດ້ປັກຫລັກ ຕັ້ງຖານຢູ່ນີ້ມາໄດ້ຫລາຍປີແລ້ວ, ມີການພົວພັນດີກັບບ້ານທີ່ຢູ່ອ້ອມຂ້າງ ແລະ ເປັນທີ່ຮູ້ຈັກຂອງຊາວບ້ານດີ. ນີ້ ແມ່ນບໍລິສັດໃຫຍ່ ທີ່ເຮັດແທ້ທໍາຈິງ, ເອົາໃຈໃສ່ພະນັກງານ, ຮັບໃຊ້ປະຊາຊົນຢ່າງແທ້ຈິງ, ໄດ້ສະແດງຄວາມຂອບໃຈ ເຊິ່ງເໜືອກວ່າຄໍາບັນຍາຍ.
ສົ່ງເສີມຄວາມກົມກຽວ, ວັດທະນະທໍາ ທີ່ມີຜົນປະໂຫຍດ
ຮ່ວມກັນ, ປະຕິບັດຄວາມຮັບຜິດຊອບ ແລະ ຄ່ານິຍົມແຫ່ງສັດຈະທໍາ
ແຜນການຊ່ວຍເຫລືອການເກັບກ່ຽວຂອງປີນີ້ ໄດ້ສຳເລັດຢ່າງຈົບງາມ, ພະນັກງານລາວທັງໝົດຂອງບໍລິສັດໄດ້ ຊື່ນຊົມກັບຜົນການເກັບກ່ຽວ, ສິ່ງຕອບແທນທີ່ເຂົາເຈົ້າໄດ້ມາ ແມ່ນການເຮັດວຽກຢູ່ໃນໂຮງງານດ້ວຍຄວາມສະບາຍ ໃຈ, ລະບົບການຜະລິດໃນໂຮງງານກໍດໍາເນີນໄປຢ່າງໝັ້ນທ່ຽງ. ພ້ອມກັນນັ້ນ, ກໍໄດ້ສ້າງຜົນປະໂຫຍດແກ່ປະຊາຊົນບ້ານອ້ອມຂ້າງ, ຫລຸດຜ່ອນຄວາມໜັກໜ່ວງຂອງແຮງງານໃນການເກັບກ່ຽວເຂົ້າ, ລົບລ້າງຕົ້ນທຶນການເກັບກ່ຽວ, ຍົກສູງປະສິດທິພາບການເກັບກ່ຽວ, ສະທ້ອນໃຫ້ເຫັນຢ່າງເຕັມສ່ວນເຖິງຄວາມຮັບຜິດຊອບຕໍ່ສັງຄົມ ແລະ ຄວາມ ຫ່ວງໄຍຕໍ່ປະຊາຊົນຂອງບໍລິສັດ.
“ເຄົາລົບນັບຖື, ປະສານກົມກຽວ, ປະຕິບັດຕົວຈິງ ແລະ ພ້ອມກັນຊະນະ”ແມ່ນວັດທະນະທໍາວິສາ ຫະກິດ ຂອງບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ, “ຄວາມຮັບຜິດຊອບ, ສັດຈະທໍາ, ສູ້ຊົນ, ການປະດິດສ້າງ ແລະ ຄວາມອົດທົນ” ແມ່ນຄ່ານິຍົມຫລັກຂອງບໍລິສັດ. ຜ່ານການຈັດຕັ້ງປະຕິບັດແຜນການຊ່ວຍເຫລືອເກັບກ່ຽວ ເຂົ້າແຕ່ລະປີ, ການສ້ອມແປງພື້ນຖານໂຄງລ່າງ, ການຊ່ວຍກໍ່ສ້າງໂຮງຮຽນ, ການບໍລິຈາກຝຸ່ນໂປຕາສ ແລະ ການ ເຄື່ອນໄຫວສັງຄົມດ້ານອື່ນໆ ໄດ້ສະແດງໃຫ້ເຫັນວ່າ ບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ ເປັນວິສາຫະກິດທີ່ມີຄວາມຮັບຜິດຊອບ ແລະ ຮັບແບກພາລະກິດ, ຄຽງຄູ່ກັບການແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ພະນັກງານ ແລະ ປະຊາຊົນບ້ານອ້ອມຂ້າງ ຍັງໄດ້ເພີ່ມຄວາມຜາສຸກ ແລະ ຄວາມເປັນເຈົ້າຂອງໃຫ້ແກ່ເຂົາເຈົ້າ. ການກໍ່ສ້າງກ້ອນ ກໍາລັງພະນັກງານທີ່ສາມັກຄີກົມກຽວ ແລະ ໝັ້ນທ່ຽງ ຍັງເປັນການຮັບປະກັນທີ່ແຂງແຮງໃຫ້ແກ່ວຽກງານການຜະລິດ ແລະ ການກໍ່ສ້າງຂອງບໍລິສັດ, ບັນລຸສະຖານະການທີ່ທຸກຝ່າຍຕ່າງໄດ້ຮັບຜົນປະໂຫຍດ ລະຫວ່າງ ພະນັກງານ ແລະ ຄອບຄົວ, ວິສາຫະກິດ ແລະ ສັງຄົມ.