ຕາມການລາຍງານຂອງ Tourism Standards in Lao PDR ໃນວັນທີ 12 ສິງຫາ ໃຫ້ຮູ້ວ່າ: ສປປ ລາວ ໄດ້ຮັບລາງວັນການທ່ອງທ່ຽວແບບຍືນຍົງອາຊຽນ ປະຈໍາປີ 2022 ຈໍານວນ 2 ລາງວັນ.

ໃນນີ້, ມີຜະລິດຕະພັນການທ່ອງທ່ຽວເຂດຕົວເມືອງ ໄດ້ແກ່ສະຖານທີ່ທ່ອງທ່ຽວນໍ້າຕົກຕາດເຢືອງ, ເມືອງປາກຊ່ອງ, ແຂວງຈໍາປາສັກ ແລະ ຜະລິດຕະພັນການທ່ອງທ່ຽວເຂດຊົນນະບົດ ໄດ້ແກ່ສະຖານທີ່ທ່ອງທ່ຽວນໍ້າຕົກຕາດກວາງຊີ, ນະຄອນຫລວງພະບາງ, ແຂວງຫລວງພະບາງ.

.

.