Homeຂ່າວພາຍໃນປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມໂຮງງານຜະລິດແປ້ງມັນຕົ້ນ

ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມໂຮງງານຜະລິດແປ້ງມັນຕົ້ນ

ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມໂຮງງານຜະລິດແປ້ງມັນຕົ້ນ ແລະ ໂຮງງານຜະລິດປຸຍຊີວະພາບ ເມືອງປາກລາຍ ແຂວງໄຊຍະບູລີ.

ເນື່ອງໃນໂອກາດທີ່ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປລາວ ພ້ອມຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງ ປາກລາຍ, ແຂວງ ໄຊຍະບູລີ ໃນວັນທີ 3 ສິງຫາ 2022 ນີ້, ທ່ານພ້ອມຄະນະແມ່ນໄດ້ເຂົ້າຢ້ຽມຢາມໂຮງງານຜະລິດ ແປ້ງມັນຕົ້ນ ຂອງບໍລິສັດ ພັດທະນາກ້າວໜ້າລາວ ຈໍາກັດ ພ້ອມທັງໄດ້ຮັບຟັງການລາຍງານຫຍໍ້ຈາກທ່ານ ໂມ່ສ່ຽນຊຽງ ຜູ້ຈັດການ ບໍລິສັດ ພັດທະນາກ້າວໜ້າລາວ ຈໍາກັດ, ເຊິ່ງບໍລິສັດດັ່ງກ່າວຮອດປະຈຸບັນແມ່ນມີເຄື່ອງຈັກ 3 ຊຸດ ສາມາດຮອງຮັບຜົນຜະລິດໄດ້ 1,800-2,000 ໂຕນຕໍ່ວັນ, ມີວິຊາການ ແລະ ກຳມະກອນທັງໝົດ 400 ກ່ວາຄົນ, ຄົນລາວ 345 ຄົນ, ຍິງ 135 ຄົນ, ຄົນຈິນ 55 ຄົນ, ຍິງ 5 ຄົນ, ໄດ້ກໍານົດອັດຕາຄ່າງຈ້າງງານເປັນເດືອນ, ພ້ອມທັງມີນະໂຍບາຍຕໍ່ຜູ້ທີ່ເຮັດວຽກດີເດັ່ນ, ມີເງິນອູດໜູນທ້າຍປີ, ມີເງິນອາຍຸການເຮັດວຽກ ແລະ ມີນະໂຍບາຍເວລາເຈັບເປັນ, ການພັກເຊົາກໍ່ຢູ່ຟຣີ, ເງິນເດືອນຕ່ຳສຸດ 2.500.000-4.500.000ກີບ/ຄົນ/ ເດືອນ.

ເຊິ່ງສ້າງວຽກເຮັດງານທໍາໃຫ້ຊາວກະສິກອນ, ຜູ້ປະກອບການ ແລະ ແຮງງານຢູ່ຂັ້ນທ້ອງຖິ່ນນັບມື້ຫຼາຍຂຶ້ນ, ພ້ອມດຽວກັນທາງໂຮງງານຍັງໄດ້ຊອກບໍລິສັດມາລົງທຶນສ້າງຕັ້ງໂຮງງານປຸຍຊີວະພາບຂື້ນ, ໂດຍ ນໍາເອົາກາກ ແລະ ຂີ້ມັນຕົ້ນເປັນວັດຖຸຫຼັກປຸງແຕ່ງປຸຍຊີວະພາບ ເຊິ່ງສາມາດຜະລິດໄດ້ 108 ໂຕນ ຕໍ່ ວັນ, ໄດ້ຈໍາໜ່າຍຢູ່ພາຍໃນປະເທດລາວ, ເພື່ອໃຫ້ປະຊາຊົນໄປນໍາໃຊ້ເຂົ້າໃນການປູກພືດກະສິກຳ, ນອກຈາກນັ້ນທາງໂຮງງານໄດ້ສ້າງອ່າງບົ່ມແກັສ ຈາກນ້ຳລ້າງມັນຕົ້ນ ຈຳນວນ 3 ອ່າງ, ຂະໜາດບັນຈຸ 160,000 ແມັດກ້ອນ, ເພື່ອຜະລິດແກັສທົດແທນການນໍາໃຊ້ຖ່ານຫີນເຂົ້າໃນການອົບແປ້ງມັນຕົ້ນ.

ຈາກນັ້ນກໍ່ໄດ້ເຂົ້າຢ້ຽມຢາມ ໂຮງງານ ຜະລິດ ປຸຍຊີວະພາບ ຂອງບໍລິສັດ ປຸຍຊີວະພາບລາວ-ຈີນ ເຊິ່ງທັງ 2 ໂຮງງານແມ່ນຕັ້ງຢູ່ ບ້ານ ນໍ້າຊົ້ງ ເມືອງ ປາກລາຍ, ໃຫ້ການຕ້ອນຮັບ ແລະ ນໍາພາຢ້ຽມຢາມໂດຍ ທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ໄຊຍະບູ, ມີການນໍາຂອງແຂວງ, ການນໍາຂອງເມືອງ ປາກລາຍ ແລະ ພະນັງງານທັງ 2 ໂຮງງານ.

ຂ່າວ ແລະ ຮູບພາບຈາກ: Lao National Radio