Homeຂ່າວພາຍໃນລັດຖະມົນຕີກະຊວງການເງິນ ສໍາເລັດການເຄື່ອນໄຫວຢ້ຽມຢາມ ສສ ຫວຽດນາມ

ລັດຖະມົນຕີກະຊວງການເງິນ ສໍາເລັດການເຄື່ອນໄຫວຢ້ຽມຢາມ ສສ ຫວຽດນາມ

ໃນທ້າຍເດືອນກໍລະກົດ ຜ່ານມານີ້, ຄະນະນໍາຂັ້ນສູງຂອງກະຊວງການເງິນ ຊຶ່ງນໍາໂດຍ ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກທາງການ ທີ່ ສສ ຫວຽດນາມ, ຕາມຄໍາເຊີນຂອງ ທ່ານ ໂຮດຶກເຝີກ ລັດຖະມົນຕີກະຊວງການເງິນ ແຫ່ງ ສສ ຫວຽດນາມ, ເພື່ອສືບຕໍ່ປະຕິບັດພາລະກິດຕາມແຜນຍຸດທະສາດການຮ່ວມມື 5 ປີ (2021-2025) ແລະ ແຜນການຮ່ວມມືປີ 2022 ຂອງສອງກະຊວງການເງິນ ສປປ ລາວ ແລະ ສສ ຫວຽດນາມ.ການເດີນທາງເຄື່ອນໄຫວເຮັດວຽກ ທີ່ ສສ ຫວຽດນາມ ຄັ້ງນີ້, ຄະນະຜູ້ແທນກະຊວງການເງິນໄດ້ພົບປະແຜນການຮ່ວມມືຂອງສອງຝ່າຍ, ເພື່ອເສີມສ້າງສາຍພົວພັນສາມັກຄີມິດຕະພາບພິເສດຮ່ວມມືຮອບດ້ານ ທີ່ມີມາ ເປັນປະຫວັດສາດອັນຍາວນານ.

ສໍາລັບປີນີ້, ເປັນປີພິເສດທີ່ມີການສະເຫຼີມສະຫຼອງປີສາມັກຄີສາຍພົວພັນຄົບຮອບ 45 ປີ, ສາຍພົວພັນທາງການທູດ ຄົບຮອບ 60 ປີ ແລະ ການຮ່ວມມືຂອງສອງກະຊວງການເງິນຄົບຮອບ 18 ປີ. ໃນໄລຍະຢູ່ຢ້ຽມຢາມໄດ້ມີການຈັດພິທີສະຫຼອງຮ່ວມກັນດ້ວຍການແລກປ່ຽນມອບໃບຍ້ອງຍໍ ແລະ ປະດັບຫຼຽນໄຊແຮງງານຂອງສອງພັກ-ສອງລັດ ໃຫ້ແກ່ພະນັກງານກະຊວງການເງິນ ທີ່ມີຜົນງານດີເດັ່ນໃນການປະກອບສ່ວນທາງດ້ານເຫື່ອແຮງ, ສະຕິປັນຍາເຂົ້າໃນການພັດທະນາຂົງເຂດການເງິນຕ່າງໆ.ໂອກາດດັ່ງກ່າວ, ທ່ານລັດຖະມົນຕີກະຊວງການເງິນ ສປປ ລາວ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ເລມິງ ຄ໋າຍ ເລຂາທິການສູນກາງພັກ ຮອງນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ຜູ້ຊີ້ນໍາເສດຖະກິດເພື່ອຂໍທິດຊີ້ນຳ, ແລກປ່ຽນທັດສະນະ ແລະ ລາຍງານສະພາບແຜນພັດທະນາເສດຖະກິດ-ສັງຄົມ, ການແກ້ໄຂບັນຫາຫຍຸ້ງຍາກດ້ານການເງິນ-ງົບປະມານ, ການປະຕິບັດວາລະແຫ່ງຊາດ ແລະ ມາດຕະການກະຕຸ້ນເສດຖະກິດ ແລະ ອື່ນໆ ໂດຍມີ ທ່ານຮອງເອກອັກຄະລັດຖະທູດ ລາວ ປະຈໍາ ສສ ຫວຽດນາມ ເຂົ້າຮ່ວມ.ພ້ອມນັ້ນ, ກໍໄດ້ດໍາເນີນການພົບປະສອງຝ່າຍນໍາໂດຍທ່ານລັດຖະມົນຕີກະຊວງການເງິນ ຂອງສອງປະເທດພ້ອມດ້ວຍກົມວິຊາການເງິນທີ່ກ່ຽວຂ້ອງເຂົ້າຮ່ວມ, ເພື່ອແລກປ່ຽນບົດຮຽນການຄຸ້ມຄອງການເງິນມະຫາພາກ ແລະ ການແກ້ໄຂບັນຫາຫຍຸ້ງຍາກທາງດ້ານການເງິນ-ງົບປະມານ.

ຈາກນັ້ນ, ກໍໄດ້ຖອດຖອນບົດຮຽນວິທີປະຕິບັດຕົວຈິງກັບວິຊາການຕາມແຜນເປັນຕົ້ນ: ວຽກງານຂອງຂະແໜງຊັບສິນແຫ່ງລັດການສ້າງນະໂຍບາຍຄຸ້ມຄອງເກັບລາຍຮັບຈາກຊັບສິນ, ການຂຸດຄົ້ນແຮ່ທາດ, ຊັບພະຍາກອນທໍາມະຊາດ, ການວິໄຈ, ກົນໄກການກໍານົດລາຄາ, ການແບ່ງຂັ້ນຄຸ້ມຄອງ ແລະ ການເກັບລາຍຮັບລວມສູນດ້ວຍລະບົບທັນສະໄໝ; ການລະດົມທຶນ, ການປຶກສາກັບທະນາຄານ BIDV ການກູ້ຢືມ ຫຼື ຊ່ວຍເຫຼືອ, ການທາບທາມຈໍາໜ່າຍພັນທະບັດ ແລະ ບັນຫາການຮ່ວມມືດ້ານການເງິນ ແລະ ວຽກງານອື່ນໆ.ນອກນັ້ນ, ຄະນະດັ່ງກ່າວໄດ້ລົງຢ້ຽມຢາມນະຄອນຮາຍຟອງ ພົບປະກັບເຈົ້າຄອງ, ຮອງເຈົ້າຄອງ ແລະ ຂະແໜງການເງິນເພື່ອແລກປ່ຽນບົດຮຽນການປະຕິບັດວຽກງານຕົວຈິງຢູ່ຂັ້ນທ້ອງຖິ່ນ, ການແບ່ງຂັ້ນຄຸ້ມຄອງປະຕິບັດລາຍຮັບ-ລາຍຈ່າຍ, ການເກັບອາກອນພາຍໃນ, ການເກັບພາສີທີ່ດິນ, ຊັບສິນຂອງລັດ, ການແຈ້ງພາສີ-ອາກອນສົ່ງອອກ-ນໍາເຂົ້າຂອງດ່ານທ່າເຮືອຮາຍຟອງ, ການບໍລິການລະບົບສາງສິນຄ້າ, ການໃຫ້ບຸລິມະສິດບໍລິສັດທີ່ໄດ້ຮັບມາດຕະຖານ ແລະ ການນໍາໃຊ້ເຄື່ອງມືທັນສະໄໝເຂົ້າໃນການບໍລິການຂອງດ່ານພາສີ.

ຂ່າວສານຈາກ: ກະຊວງການເງິນ