Homeຂ່າວພາຍໃນສະຫະລັດອາເມລິກາໃຫ້ທຶນສະໜັບສະໜູນ ຈໍານວນ 8.5 ລ້ານໂດລາສະຫາລັດ ສໍາລັບການປະຕິບັດວຽກງານກວດກູ້ລະເບີດບໍ່ທັນແຕກ

ສະຫະລັດອາເມລິກາໃຫ້ທຶນສະໜັບສະໜູນ ຈໍານວນ 8.5 ລ້ານໂດລາສະຫາລັດ ສໍາລັບການປະຕິບັດວຽກງານກວດກູ້ລະເບີດບໍ່ທັນແຕກ

ລັດຖະບານ ສະຫະລັດອາເມລິກາ ໄດ້ໃຫ້ທຶນສະໜັບສະໜູນເພິ່ມເຕີມ ແກ່ອົງການເກັບກູ້ລະເບີດ ແມັກ ຈໍານວນທັງໝົດ 8.500.000 ໂດລາສະຫະລັດ ເພື່ອສືບຕໍ່ຈັດຕັ້ງປະຕິບັດວຽກງານການສໍາຫຼວດ, ກວດກູ້ ລະເບີດບໍ່ທັນແຕກ ແລະ ການໂຄສະນາສຶກສາຄວາມສ່ຽງ ຕໍ່ກັບ ລບຕ ຢູ່ໃນແຂວງ ຊຽງຂວາງ, ສໍາລັບໄລຍະເວລາ 12 ເດືອນ.

ລູກລະເບີດ ທີ່ບໍ່ທັນແຕກ (ລບຕ) ທີ່ຕົກຄ້າງ ຢູ່ໃນ ສປປ ລາວ ຍັງຄົງສືບຕໍ່ເປັນໄພຄຸກຄາມຫຼັກ ຕໍ່ກັບດ້ານມະນຸດສະທໍາ – ໂດຍສະເພາະກຸ່ມຄົນທີ່ມີຄວາມສ່ຽງ ທີ່ອາໄສຢູ່ບັນດາບ້ານ ແລະ ຕົວເມືອງ ໃນເຂດຊົນນະບົດ. ວຽກງານຂອງອົງການເກັບກູ້ລະເບີດ ແມັກ (MAG) ກໍ່ຄືການກວດກູ້ພື້ນທີ່ດິນ ແລະ ໃຫ້ການໂຄສະນາສຶກສາຄວາມສ່ຽງ ຕໍ່ກັບ ລບຕ ເພື່ອຫຼຸດຜ່ອນອຸປະຕິເຫດທີ່້ເກີດຈາກ ລບຕ, ສະໜອງພື້ນທີ່ດິນທີ່ມີຄວາມປອດໄພ ເຂົ້າໃນບັນດາກິດຈະກໍາ ດ້ານກະສິກໍາ, ການພັດທະນາພື້ນຖານໂຄງຮ່າງ, ແລະ ຊ່ວຍໃນການພັດທະນາ ເສດຖະກິດ-ສັງຄົມ ໂດຍລວມ ຂອງ ສປປ ລາວ.

ແຫຼ່ງຂ່າວຈາກ: ສະຖານທູດອາເມລິກາປະຈຳລາວ