HomeUncategorizedຊົມເຊີຍ! ພະນະທ່ານ ຮສ. ດຣ. ບຸນກອງ ສີຫາວົງ ໄດ້ຮັບຫຼຽນກຽດຕິຄຸນ

ຊົມເຊີຍ! ພະນະທ່ານ ຮສ. ດຣ. ບຸນກອງ ສີຫາວົງ ໄດ້ຮັບຫຼຽນກຽດຕິຄຸນ

ພະນະທ່ານ ຮສ. ດຣ. ບຸນກອງ ສີຫາວົງ, ອະດີດລັດຖະມົນຕີກະຊວງສາທາລະນະສຸກ ແຫ່ງ ສປປ ລາວ ໄດ້ຮັບການປະດັບຫຼຽນກຽດຕິຄຸນ The Order of the Rising Sun, Gold and Silver Star, ເຊິ່ງເປັນໜຶ່ງໃນຫຼຽນກຽດຕິຄຸນອັນຊົງກຽດທີ່ສຸດຂອງພົນລະເມືອງຍີ່ປຸ່ນ.

ຫຼຽນກຽດຕິຄຸນອັນຊົງກຽດທີ່ມອບໃຫ້ໂດຍລັດຖະບານຍີ່ປຸ່ນນີ້ ແມ່ນທ່ານ ໂຄບະຢະຊິ ເຄັນອິຈິ, ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ ໄດ້ຕາງໜ້າປະດັບໃຫ້ຢ່າງເປັນທາງການ ໃນພິທີປະດັບຫຼຽນກຽດຕິຄຸນທີ່ຖືກຈັດຂຶ້ນໃນວັນທີ 15 ກໍລະກົດ 2022 ຢູ່ທີ່ບ້ານຂອງເອກອັກຄະຣາຊະທູດຍີ່ປຸ່ນ ໃນນະຄອນຫຼວງວຽງຈັນ.

ໃນພິທີດັ່ງກ່າວ, ທ່ານທູດ ໂຄບະຢະຊິ ໄດ້ສະແດງຄວາມຍິນດີກັບພະນະທ່ານ ດຣ. ບຸນກອງ ແລະ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ກັບການປະກອບສ່ວນທີ່ສໍາຄັນຂອງທ່ານ ໃນການສົ່ງເສີມສາຍພົວພັນມິດຕະພາບລະຫວ່າງຍີ່ປຸ່ນ ແລະ ສປປ ລາວ ໃນຂະແໜງການສາທາລະນະສຸກ ເປັນເວລາຍາວນານຫຼາຍປີ.

ຂ່າວ: ສະຖານທູດຍີ່ປຸ່ນປະຈຳລາວ