Homeຂ່າວພາຍໃນສະພາແຫ່ງຊາດ ສະເໜີໃຫ້ລັດຖະບານ ເລັ່ງແກ້ໄຂບັນຫາດ້ານການສຶກສາ

ສະພາແຫ່ງຊາດ ສະເໜີໃຫ້ລັດຖະບານ ເລັ່ງແກ້ໄຂບັນຫາດ້ານການສຶກສາ

ຄະນະປະຈຳສະສາແຫ່ງຊາດ ໄດ້ສະເໜີໃຫ້ລັດຖະບານ ກໍຄື ກະຊວງສຶກສາທິການ ແລະ ກິລາ ເລັ່ງປັບປຸງແກ້ໄຂ ຫຼາຍບັນຫາສຳຄັນ ເປັນຕົ້ນ ສະເໜີໃຫ້ສຳຫລວດເກັບກຳຂໍ້ມູນກ່ຽວກັບລັດຖະກອນຄູ, ຄູເຫຼືອບໍ່ພໍ ແລະ ຄູອາສາສະໝັກ ໃຫ້ມີຄວາມຊັດເຈນກວ່າເກົ່າ ເພື່ອສັບຊ້ອນຈັດສັນຄືນ ໃຫ້ເໝາະສົມ ໂດຍສະເພາະ ຄູອາສາສະໝັກ ທີ່ສອນມາໄດ້ຫຼາຍປີ ແລະ ມີຄຸນນະພາບ ຄວນໄດ້ຮັບການບັນຈຸເປັນລັດຖະກອນຄູ ຫຼື ພາລາກອນຄູ, ພ້ອມທັງ ໃຫ້ສືບຕໍ່ເກັບກຳຂໍ້ມູນລັດຖະກອນຄູສາຍວິຊາສະເພາະທີ່ຍັງຂາດເຂີນ ເພື່ອວາງແຜນສ້າງບຸກຄະລາກອນສາຍວິຊາສະເພາະ ໃຫ້ສອດຄ່ອງກັບຄວາມຕ້ອງການຕົວຈິງ ແລະ ປຸກລະດົມຂົນຂວາຍ ລັດຖະກອນຄູ ຢູ່ໃນຕົວເມືອງທີ່ເຫລືອ ລົງໄປປະຈຳຢູ່ເຂດຊົນນະບົດ ແລະ ອື່ນໆ.

ທ່ານນາງ ທຸມມາລີ ວົງພະຈັນ ປະທານກຳມາທິການວັດທະນະທຳ-ສັງຄົມ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ ສະເໜີ ໃນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 17 ມິຖຸນາ 2022 ໂດຍໄດ້ສະເໜີ ໃຫ້ລັດຖະບານ ກໍຄື ກະຊວງສຶກສາທິການ ແລະ ກິລາ ຕ້ອງເປັນເຈົ້າການປະສານກັບທຸກພາກສ່ວນກ່ຽວຂ້ອງ ເພື່ອຄົ້ນຄວ້າກຳນົດມາດຕະການ, ວິທີການໃນການສືບຕໍ່ປະຕິບັດບັນດາຄາດໜາຍທີ່ບັນລຸແລ້ວໃຫ້ມີຄວາມຍືນຍົງ ແລະ ສຸມໃສ່ແກ້ໄຂບັນດາຄາດໝາຍ ທີ່ບໍ່ທັນບັນລຸ ໃຫ້ມີຄວາມຄືບໜ້າ ແລະ ສາມາດບັນລຸຕາມແຜນການທີ່ວາງໄວ້ ໂດຍສະເພາະ ບັນດາຄາດໝາຍທີ່ມີທ່າອ່ຽງທົດຖອຍຕໍ່ເນື່ອງ ມາເປັນເວລາຫລາຍປີ ໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າ, ຄົ້ນຄວ້າສະໜອງໂຄງລ່າງພື້ນຖານ, ສະພາບແວດລ້ອມທີ່ເອື້ອອຳນວຍ, ສະໜອງອຸປະກອນ ການຮຽນ-ການສອນ, ລວມທັງອາຫານທ່ຽງ ໃນໂຮງຮຽນ ເພື່ອສ້າງແຮງຈູງໃຈໃຫ້ແກ່ນັກຮຽນໃນໂຮງຮຽນ ແລະ ສ້າງຄວາມເຊື່ອໝັ້ນໃຫ້ແກ່ພໍ່ແມ່ຜູ້ປົກຄອງ;

ທົບທວນປັບປຸງ ລະບົບການສຶກສາ ແລະ ຫຼັກສູດຂັ້ນສາມັນພາກບັງຄັບ ໂດຍສະເພາະແມ່ນຊັ້ນປະຖົມ ໃຫ້ມີຄວາມແທດເໝາະກັບສະພາບຄວາມເປັນຈິງຂອງປະເທດເຮົາ, ຄົ້ນຄວ້າຮູບແບບ ແລະ ວິທີການສິດສອນ ໂດຍຖືເອົານັກ ຮຽນ-ນັກສຶກສາ ເປັນໃຈກາງ ໃຫ້ມີຄວາມຫລາກຫລາຍ, ພ້ອມທັງຜະລິດສື່ການຮຽນ-ການສອນ ໃຫ້ເໝາະສົມກັບແຕ່ລະຮູບແບບ ເພື່ອສ້າງເງື່ອນໄຂ ໃຫ້ພົນລະເມືອງລາວໄດ້ເຂົ້າເຖິງການສຶກສາ ຢ່າງເທົ່າທຽມ ແລະ ທົ່ວເຖິງ ກ້າວໄປສູ່ຫັນການສຶກສາເປັນທັນສະໄໝ;

ປັບປຸງກົນໄກການຈັດຕັ້ງປະຕິບັດວຽກງານຕິດຕາມ, ປະເມີນຜົນ ແລະ ປະກັນຄຸນນະພາບການສຶກສາທຸກຊັ້ນ, ທຸກສາຍ ນັບທັງພາກລັດ ແລະ ເອກະຊົນ ໃຫ້ເປັນປົກກະຕິ, ສ້າງຖານຂໍ້ມູນກ່ຽວກັບວຽກງານດັ່ງກ່າວ ໃຫ້ເປັນລະບົບທີ່ທັນສະໄໝ ແລະ ສາມາດເຊື່ອມຕໍ່ກັນໄດ້ໃນຂອບເຂດທົ່ວປະເທດ, ພ້ອມທັງ ໃຫ້ເອົາໃຈໃສ່ຂະຫຍາຍບຸກຄະລາກອນ ກິລາກາຍຍະກຳ ແລະ ນັກກິລາ ໃຫ້ເປັນມືອາຊີບຂອງແຕ່ລະທ້ອງຖິ່ນ, ຄຸ້ມຄອງຕິດຕາມກວດກາ ແລະ ປັບປຸງການເຄື່ອນໄຫວຂອງຄະນະກຳມະການກິລາແຫ່ງຊາດ, ສະຫະພັນກິລາແຫ່ງຊາດ ແຂວງ ແລະ ຂະແໜງການ, ສະມາຄົມ, ສະໂມ ສອນກິລາກາຍຍະກຳໃຫ້ເຄື່ອນໄຫວຖືກຕ້ອງຕາມກົດໝາຍ ແລະ ລະບຽບການ;

ປະສານສົມທົບກັບອົງການປົກຄອງທ້ອງຖິ່ນ, ຄະນະພັດທະນາການສຶກສາແຕ່ລະຂັ້ນ, ລວມເຖິງພໍ່ແມ່ຜູ້ປົກຄອງ ເພື່ອປຸກລະດົມ ໃຫ້ນັກຮຽນທີ່ປະລະການຮຽນ ກັບຄືນມາຮຽນ ສ້າງເງື່ອນໄຂ ແລະ ໃຫ້ໂອກາດນັກຮຽນໃນເກນທີ່ສາມາດຮຽນເຕັກນິກ ແລະ ວິຊາຊີບ ໄດ້ເຂົ້າເຖິງໃນສະຖານອະຊີວະການສຶກສາໃຫ້ທົ່ວເຖິງ ໂດຍປະສານສົມທົບກັບກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກ່ຽວກັບແຜນຝຶກອົບຮົມວິຊາຊີບ ເພື່ອພັດທະ ນາຊັບພະຍາກອນມະນຸດ ໃຫ້ມີສີມືແຮງງານທີ່ມີຄຸນນະພາບ ສາມາດຕອບສະໜອງຄວາມຕ້ອງການຂອງຕະຫລາດແຮງງານ ທັງພາຍໃນ ແລະ ຕ່າງປະເທດ.

ພ້ອມນັ້ນ, ສະພາແຫ່ງຊາດ ຍັງສະເໜີໃຫ້ລັດຖະບານພິຈາລະນາ ເພີ່ມງົບປະມານໃຫ້ແກ່ຂະແໜງການສຶກສາທິການ ແລະ ກິລາ, ວິທະຍາສາດ, ພ້ອມທັງໃຫ້ເອົາໃຈໃສ່ຄຸ້ມຄອງການນຳໃຊ້ງົບປະມານທຶນຊ່ວຍເຫຼືອຂອງສາກົນ ຂອງຂະແໜງການສຶກສາ ແລະ ກິລາ ໃຫ້ມີປະສິດທິພາບສູງຂຶ້ນ ແລະ ໃນສະພາບທີ່ມີຄວາມຫຍຸ້ງຍາກທາງດ້ານເສດຖະກິດການເງິນ, ໄພເງິນເຟີ້ ແລະ ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ສະເໜີໃຫ້ລັດຖະບານ ພິຈາລະນາຜ່ອນຜັນດ້ານພາສີອາກອນຕໍ່ໂຮງຮຽນເອກະຊົນແຕ່ລະຂັ້ນ ໃນຂອບເຂດທົ່ວປະເທດ ຕື່ມອີກ.

ແຫຼ່ງຂ່າວ: ປະເທດລາວ