Homeຂ່າວພາຍໃນລາວ ສົ່ງ 29 ປະເພດກິລາເພື່ອເຂົ້າຮ່ວມຊີເກມ ຄັ້ງທີ 31

ລາວ ສົ່ງ 29 ປະເພດກິລາເພື່ອເຂົ້າຮ່ວມຊີເກມ ຄັ້ງທີ 31

ຮ່ວມເຊຍ ແລະ ໃຫ້ກຳລັງໃຈຄະນະນໍາ ແລະ ນັກລາລາວ 29 ປະເພດທີ່ເຂົ້າຮ່ວມຊີເກມ ຄັ້ງທີ 31

ລາວເຮົາ ກຽມສົ່ງຄະນະນໍາ ແລະ ນັກກິລາ 435 ຄົນ ໃນ 29 ປະເພດກິລາ ເຂົ້າຮ່ວມແຂ່ງຂັນງານມະຫາກໍາກິລາຊີເກມ ຄັ້ງທີ 31 ທີ່ ສສ ຫວຽດນາມ ໄດ້ຮັບກຽດເປັນເຈົ້າພາບ ຈະຂຶ້ນໃນລະຫວ່າງ ວັນທີ 12-23 ພຶດສະພາ 2022, ເຊີ່ງແບ່ງ ອອກເປັນ 2 ພາກສ່ວນ ຄື: ປະເພດທີ່ນໍາໃຊ້ງົບປະມານຂອງລັດຖະບານຮອບດ້ານ ມີ 18 ປະເພດ ຄື: ເປຕັງ, ບີລຽດ-ສະນຸກເກີ້, ຄິດບ໋ອກຊິງ, ມວຍລາວ, ວູຊູ, ລົດຖີບ, ເທຄວັນໂດ, ມວຍສາກົນ, ກະຕໍ້, ປັນຈັກສີລັດ, ກາຣາເຕໂດ, ຢູໂດ, ມວຍປໍ້າ, ຍິ່ງທະນູ, ແລ່ນ-ລານ, ຍົກນໍ້າຫນັກ, ໂວວິນາມ ແລະ ລອຍນໍ້າ.

ສ່ວນອີກຫນຶ່ງພາກສ່ວນ ແມ່ນກິລາທີ່ກຸ້ມຕົນເອງດ້ານງົບປະມານຮັບໃຊ້ ມີ 11 ປະເພດ ຄື: ບານເຕະ ຍິງ-ຊາຍ, ດອກປີກໄກ່, ເຕັນນິສ, ບານສົ່ງຫາດຊາຍ, ກ໊ອຟ, ຍິມນາສຕິກ, ອີສະ ປອດ, ຍິງປືນ, ປິງປ໋ອງ, ເພາະກາຍ ແລະ ແດ້ນສະປອດ. ພິທີຖະແຫລງຂ່າວກ່ຽວກັບການກະກຽມສົ່ງຄະນະນໍາ ແລະ ນັກກິລາເຂົ້າຮ່ວມງານມະຫາກໍາກິລາດັ່ງກ່າວຢ່າງເປັນທາງການຈັດຂຶ້ນໃນຕອນບ່າຍວັນທີ 4 ພຶດສະ ພາ 2022 ທີ່ຫ້ອງປະຊຸມຄະນະເສດຖະສາດ, ມະຫາວິທະຍາໄລແຫ່ງຊາດ, ນະຄອນ ຫລວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຈັນສະຫມອນ ຈັນຍາລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນປະເທດ. ທ່ານ ພຸດ ສິມມາລາວົງ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໃຫ້ຮູ້ວ່າ:

ການເຂົ້າຮ່ວມແຂ່ງຂັນງານມະຫາກໍາກິລາຊີເກມ ຄັ້ງທີ 31, ນອກຈາກເປັນການປະຕິບັດຫນ້າທີ່ທາງດ້ານການເມືອງ ແລະ ວິຊາສະເພາະຂອງນັກກິລາລາວ ຍັງເປັນການຮັດແຫນ້ນສາຍພົວພັນພິເສດລະຫວ່າງ ລາວ ແລະ ຫວຽດນາມ ທີ່ມີມູນເຊື້ອຮ່ວມກັນມາແຕ່ດົນນານ, ທັງເປັນການປຸກລະດົມຈິດໃຈຮັກຊາດຂອງປະຊາຊົນລາວບັນດາເຜົ່າ ແລະ ເປັນການເຜີຍແຜ່ວັດທະນະທໍາອັນດີງາມຂອງຊາດລາວ, ທັງເປັນການປະຕິບັດນະໂຍບາຍການພົວພັນກັບບັນດາປະເທດອາຊຽນ ແລະ ເປັນການຍົກຖານະບົດບາດຊື່ສຽງຂອງລາວໃນຂົງເຂດອະນຸພາກພື້ນ ແລະ ສາກົນໃຫ້ນັບມື້ພົ້ນເດັ່ນຂຶ້ນ.

ການເຂົ້າຮ່ວມແຂ່ງຂັນຊີເກມຄັ້ງນີ້ ຄະນະນັກກິລາລາວ ຈະສູ້ຊົນໃຫ້ໄດ້ຫລຽນຫລາຍວ່າຊີເກມ ຄັ້ງທີ 30 ທີ່ຈັດຂຶ້ນຢູ່ຟິລິບປິນໃນປີ 2019 ຜ່ານມາ ເຊີ່ງນັກກິລາລາວສາມາດຍາດໄດ້ 1 ຫລຽນຄໍາ, 5 ຫລຽນເງິນ ແລະ 29 ຫລຽນທອງ, ລວມ 35 ຫລຽນ ຈັດຢູ່ອັນດັບທີ 10 ຈາກທັງຫມົດ 11 ປະເທດທີ່ເຂົ້າຮ່ວມແຂ່ງຂັນ. ໃນໂອກາດນີ້ ທ່ານ ຈັນສະຫມອນ ຈັນຍາລາດ ໄດ້ໃຫ້ກຽດໂອ້ລົມ ເຊີ່ງທ່ານໄດ້ເນັ້ນຫນັກໃຫ້ຄະນະນໍາ ແລະ ນັກກິລາລາວທີ່ຈະເຂົ້າຮ່ວມແຂ່ງຂັນຊີເກມຄັ້ງນີ້ ເອົາ ໃຈໃສ່ຫລາຍບັນຫາສໍາຄັນ ເປັນຕົ້ນ:

ຄະນະນໍາ ແລະ ຄູຝຶກ ຕ້ອງເພີ່ມະວີຄວາມຮັບ ຜິດຊອບໃນການຕິດຕາມການຝຶກ ແອບຂອງນັກກິລາຢ່າງໃກ້ສິດ, ຍົກສູງການປະ ຕິບັດລະບຽງວິໄນຢ່າງເຂັ້ມງວດ, ຄູຝຶກຂອງກິລາແຕ່ລະປະເພດຕ້ອງຊອກຮູ້ຂໍ້ມູນທາງດ້ານເຕັກນິກ, ສະຖານທີ່ພັກ ແລະ ສະຖານທີ່ແຂ່ງຂັນຈາກເຈົ້າພາບເພື່ອແຈ້ງໃຫ້ນັກກິລາຂອງຕົນຮັບຮູ້ລ່ວງຫນ້າ, ສ່ວນນັກກິລາທຸກຄົນຕ້ອງເອົາໃຈໃສ່ໃນການແຂ່ງຂັນຢ່າງສຸດຕາມສາມາດ ແລະ ອື່ນໆ ເພື່ອໃຫ້ໄດ້ຫລຽນລາງວັນປະເພດຕ່າງໆ ຫລາຍເທົ່າທີ່ຈະຫລາຍໄດ້ ແນໃສ່ສ້າງຊື່ສຽງໃຫ້ແກ່ປະເທດຊາດ ກໍຄື ສ້າງຄວາມພາກພູມໃຈໃຫ້ແກ່ປວງຊົນລາວທັງຊາດ.

ໃນພິທີຖະແຫລງຂ່າວຄັ້ງນີ້ ຍັງໄດ້ມີການມອບ-ຮັບການສະຫບັນສະຫນູນ ຈາກ 1 ກະຊວງ ແລະ 6 ບໍລິສັດ ຕື່ມອີກ. ສໍາລັບງານມະຫາກໍາກິລາຊີເກມ ຄັ້ງທີ 31 ທີ່ ສສ ຫວຽດນາມ ໄດ້ຮັບກຽດເປັນເຈົ້າພາບ ຈະຈັດຂຶ້ນໃນລະຫວ່າງ ວັນທີ 12-23 ພຶດສະພາ 2022 ໂດຍຈະແຂ່ງຂັນທັງມົດ 40 ປະເພດກິລາ.

ຂໍ້ມູນຈາກ: Lao National Radio