Homeຂ່າວຄວາມສະຫງົບປກສ ເມືອງຈັນທະບູລີ ຈັບຜູ້ກຳລັງຈະໜີ ຄະດີລັກຊັບ

ປກສ ເມືອງຈັນທະບູລີ ຈັບຜູ້ກຳລັງຈະໜີ ຄະດີລັກຊັບ

ເສຍຫາຍຈໍານວນໜຶ່ງ, ພາຍຫລັງໄດ້ຮັບຈິ່ງລົງເກັບກໍາຂໍ້ມູນ, ກວດກາຊັນນະສູດສະຖານທີ່ເກີດເຫດ ພົບເຫັນຮ່ອງຮອຍການກະທໍາຜິດ.

ຕົກມາວັນທີ 26 ເມສາ 2022 ມີພົນລະເມືອງດີໃຫ້ຂໍ້ມູນ ຈື່ງສືບຄົ້ນຫາພົບເຫັນເປົ້າໝາຍ ກໍາລັງຈະເອົາຕົວຫຼົບໜີ ຈິ່ງໄດ້ສະກັດເຂົ້າຈັບຕົວຜູ້ກະທໍາຜິດຊື່ທ້າວ ຫຼໍ່ຄໍາ ອາຍຸ 24 ປີ ເປັນພະນັກງານ ຢູ່ຮ້ານຊຸບເປີ້ມາເກັດ ທີ່ພັກເຊົາຢູບ້ານໜອງທາເໜືອ ເມືອງຈັນທະບູລີ ພ້ອມທັງຂະຫຍາຍຜົນເກັບກູ້ເຄື່ອງຂອງກາງກັບຄືນນມາ ເປັນເງິນ19.025.000 ກີບ ມາດໍາເນີນຄະດີຕາມກົດໝາຍ.ຜ່ານການສອບສວນ ທ້າວ ຫຼໍ່ຄໍາ ສາລະພາບວ່າ:

ວັນທີ 24 ເມສາ 2022 ພາຍຫຼັງເລີກວຽກຜູ້ກ່ຽວໄດ້ກັບເມືອຫ້ອງແຖວ ກະກຽມເຫຼັກສະແລັງ ແລະ ຄີມຕັດເຫຼັກ, ຮອດເວລາ 23:00 ໂມງ ໄດ້ກັບໄປບ່ອນເຮັດວຽກ ຈາກນັ້ນກໍລົງມືງັດປະຕູ, ຕູ້ເຊັບ ແລະ ຕູ້ເງິນທອນ ໄດ້ເງິນປະມານ 20 ກວ່າລ້ານກີບ ຈາກນັ້ນຈິ່ງກັບຄືນເມືອຫ້ອງແຖວ;

ຕົກມາຮອດວັນທີ 26 ເມສາ 2022 ຈິ່ງຖືກເຈົ້າໜ້າທີ່ຈັບຕົວ.ປັດຈຸບັນ ກອງບັນຊາການ ປກສ ເມືອງຈັນທະບູລີ ກຳລັງສືບຕໍ່ດໍາເນີນຄະດີຕາມກົດໝາຍ. ສ່ວນເຄື່ອງຂອງກາງເງິນຈໍານວນ 19.025.000 ກີບ ທີ່ເກັບກູ້ຄືນໄດ້ ມອບຄືນໃຫ້ຜູ້ເສຍຫາຍເປັນທີ່ຮຽບຮ້ອຍ.