Homeຂ່າວພາຍໃນຄະນະປະຈໍາສະພາແຫ່ງຊາດ ພິຈາລະນາຫຼາຍບັນຫາສຳຄັນຂອງຊາດ

ຄະນະປະຈໍາສະພາແຫ່ງຊາດ ພິຈາລະນາຫຼາຍບັນຫາສຳຄັນຂອງຊາດ

(ສພຊ) ໃນຕອນເຊົ້າວັນທີ 30 ມີນາ 2022 ສະພາແຫ່ງຊາດ ໄດ້ດໍາເນີນກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ປະຈໍາເດືອນມີນາ ເຊິ່ງຈະໄດ້ຄົ້ນຄວ້າພິຈາລະນາຫລາຍບັນຫາສໍາຄັນຂອງຊາດ ໂດຍການເປັນປະທານຂອງ ທ່ານ ປອ. ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານຄະນະປະຈໍາສະພາແຫ່ງຊາດ, ປະທານສະພາແຫ່ງຊາດ, ມີບັນດາຮອງປະທານຄະນະປະຈຳ, ອົງການ ແລະ ແຂກຖືກເຊີນເຂົ້າຮ່ວມ.

ກອງປະຊຸມດັ່ງກ່າວ ຈະດໍາເນີນໄປຈົນຮອດວັນທີ 31 ມີນາ 2022 (ມື້ນີ້) ຈຶ່ງຈະສຳເລັດ.

ແຫຼ່ງຂ່າວ: ຂ່າວ “ຜູ້ແທນປະຊາຊົນ” Phouthen Pasaxon News